ການຄິດແບບຜູ້ປະກອບການ

 ການຄິດແບບຜູ້ປະກອບການ

            ສັນ​ຊາດທະ​ຍານ​ຄວາມ​ເປັນ​ຜູ້​ປະກອບ​ການ​ແຕກ​ຕ່າງ​ ຈາກ​ຜູ້​ທີ່​ບໍ່​ເຄີຍ​ຄິດ​ຈະ​ກໍ່​ຮ່າງ​ສ້າງ​ທຸລະກິດຂອງ​ຕົນເອງ​ເປັນ​ຢ່າງຫຼ​າຍ ຜູ້​ປະກອບ​ການ​ມັກ​ຕ້ອງ​ຕັດ​ສິນ​ໃຈ​ພາຍໃຕ້​ສະ​ພາບ​ກາ​ນທີ່​ມີ​ຄວາມ​ບໍ່ແນ່ນອນ ເດີມ​ພັນ ​ຫຼື ​ຜົນ​ໄດ້​ຜົນ​ເສຍ​ຈາກ​ການ​ຕັດ​ສິນ​ໃຈ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຫຼາຍ​ຫາກ​ປ່ຽນຈາກ​ວິທີ​ທີ່​ຖືກ​ໄປ​ເປັນ​ວິທີ​ທີ່​ຜິດ ການ​ຕັດ​ສິນ​ໃຈ​ຂອງ​ຜູ້​ປະກອບ​ການ​ຖືກ​ບີບ​ຄັ້ນ​ຈາກ​ເວລາ​ທີ່​ມີ​ຢູ່​ຢ່າງ​ຈຳ​ກັດ ແລະ ​ຕ້ອງ​ໃຊ້​ເງິນ​ລົງ​ທຶນ​ເປັນ​ຈຳນວນ​ຫຼາຍ ຈຶ່ງ​ສະຫລຸບ​ໄດ້​ວ່າ​ຜູ້​ປະກອບ​ການ​ຜະເຊີນ​ກັບ​ຄວາມ​ສ່ຽງ​ໃນ​ການຕັດ​ສິນ​ໃຈ​ດຳ​ເນີນ​ການ​ຢູ່​ຕະຫຼອດ​ເວລາ ການ​ຄິດ​ແບບ​ຜູ້​ປະກອບ​ການ​ຈຶ່ງ​ເປັນ​ຄວາມ​ທ້າ​ທາຍ​ທ່າມ​ກາງສະພາ​ບການ​ແຂ່ງ​ຂັນ​ທີ່​ສະພາບ​ແວດ​ລ້ອມ​ປ່ຽນ​ແປງ​ໄປ​ມາ​ບໍ່​ຢຸດ​ນິ່ງ ແລະ ​ມີ​ພື້ນ​ຖານ​ ດັ່ງຕໍ່ໄປນີ້:

1.ການເຮັດໃຫ້​ບັງ​ເກີດ​ຜົນ (Effectuation)

            ຜູ້​ປະກອບ​ການ​ຈະ​ຕ້ອງ​ເລືອກ​ທີ່​ຈະ​ຕັດ​ສິນ​ໃຈ​ເທິງ​ພື້ນ​ຖານ​ ຂອງ​ຜົນ​ປະໂຫຍດ​ທີ່​ຈະ​ໄດ້ຮັບເນື່ອງ​ຈາກ​ການ​ກະທຳ​ທີ່​ກໍ່​ໃຫ້​ເກີດ​ລາຍ​ໄດ້​ນັ້ນ ຊຶ່ງ​ເອີ້ນວ່າ: ຂະ​ບວນ​ການ​ກ່ຽວກັບ​ເຫດ ​ແລະ ​ຜົນ (Causal Process) ດ້ວຍ​ການ​ນຳ​ສະເໜີ​ສິ່ງ​ທີ່​ກຸ່ມ​ລູກ​ຄ້າ​ເປົ້າ​ໝາຍ​ຕ້ອງ​ການ ເຊັ່ນ: ລີສອດ​ເທິງເກາະ​ເຊ​ມ​ັ​ດ ​ຈັດ​ທີ່ນ​ອນ​ແບບ​ຕຽງ​ຄູ່ ມີ​ຟູກ​ໜາ​ນຸ່ມ ຫ້ອງ​ຕິດ​ເຄື່ອງ​ປັບ​ອາ​ກາດ​ເຢັນ​ເພື່ອ​ອຳ​ນວຍຄວາມສະດວກ​ໃຫ້​ລູກ​ຄ້າ​ ຕາມ​ມາດຕະຖານ​ຂອງ​ທຸລະກິດ​ທີ່​ພັກ​ໂດຍ​ທົ່ວ​ໄປ ຫຼື ​ຕັດ​ສິນ​ໃຈ​ເທິງ​ພື້ນ​ຖານ​ຂອງຊັບພະຍາກອນທີ່​ຕົນ​ມີ​ຢູ່ ຄວາມ​ສາມາດ ຄວາມ​ຊຳ​ນາຍ​ທີ່​ຕົນ​ເຮັດ​ໄດ້ ຊຶ່ງ​ເອີ້ນວ່າ ຂະ​ບວນ​ການເຮັດໃຫ້ບັງ​ເກີດ​ຜົນ (Effectuation Process) ດ້ວຍ​ການ​ນຳ​ສະເໜີ​ສິ່ງ​ທີ່​ຕົນເອງ​ມີ​ໃຫ້​ລູກ​ຄ້າ ເຊັ່ນ: ລິສອດທີ່​ອຳ​ພາວານ​ຈັດ​ທີ່ນ​ອນ​ນຸ່ນ​ປູບ​ົນ​ພື້ນ ກາງ​ມຸ້ງ ໃຊ້​ພັດ​ລົມ​ເພ​ດານ​ເພື່ອ​ໃຫ້​ລູກ​ຄ້າ​ສຳ​ຜັດ​ບັນ​ຢາ​ກາດ​ໂຮມສະ​ເຕ​​ປິ້ງ​ແທ້​ຈິງ.

2.ການ​ປະ​ຍຸກ​ໃຊ້​ຄວາມ​ຮູ້​ຄວາມ​ເຂົ້າໃຈ (Cognitive Adaptability)

            ຜູ້​ປະກອບ​ການ​ຕ້ອງ​ຕັດ​ສິນ​ໃຈ​ເທິງ​ພື້ນ​ຖານ​ຂອງ​ຄວາມ​ຮູ້​ທີ່​ມີ​ຢູ່​ກ່ຽວກັບ​ຜູ້​ຄົນ ​ແລະ ​ສິ່ງ​ແວດ​ລ້ອມຕ່າງ​ໆ ພາຍໃຕ້​ການ​ພັກ​ດັນ​ໃຫ້​ຫຼຸດ​ໜ້າ ຄວາມ​ຢືດ​ຫຢຸ່ນ ການ​ຄວບ​ຄຸມ​ສະຖານນະການ​ກ່ຽວກັບ​ການ​ຕັດ​ສິນໃຈ​ທີ່​ຊັບ​ຊ້ອນ​ຂອງ​ຕົນເອງ ພາຍໃຕ້​ສ​ະພາບແວດ​ລ້ອມ​ທີ່​ປ່ຽນ​ແປງ​ໄປ​ອີກ​ໂດຍ ຜູ້​ປະກອບ​ການຈຶ່ງ​ຕ້ອງ​ບູນ​ນາ​ການ​ຄວາມ​ຮູ້​ໃຫ້​ບັງ​ເກີດ​ປະ​ສິດ​ທິ​ຜົນ​ໃນ​ການ​ຕັດ​ສິນ​ໃຈ ຮູ້​ແຈ້ງ​ໃນ​ສ​ະຖາ​ນະ​ຂອງ​ຕົນ ງານສະຖານນະການ ສິ່ງ​ແວດ​ລ້ອມ​ທີ່​ຈະ​ກ່ຽວ​ຂ້ອງ​ສົ່ງ​ຜົນ​ກະທົບ​ຕໍ່​ກິດຈະການ​ຕົນເອງ ຫຼື ກ່າວ​ອີກ​ຢ່າງໜຶ່ງແມ່ນເມື່ອ​ເຮົາ​ເຮັດວຽກ​ຫຍັງ​ຢູ່ ຕ້ອງ​ຮູ້​ແຈ້ງ​ເຫັນ​ຈິງ​ໃນ​ງານ​ທີ່​ກະທຳ​ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້.

            ຂະ​ບວນ​ການ​ປະ​ຍຸກໃຊ້​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ມີ 4 ຂັ້ນ​ຕອນ​ດັ່ງ​ຕໍ່ໄປ​ນີ້:

1.ການເຮັດ​ຄວາມ​ເຂົ້າໃຈ ຜູ້​ປະກອບ​ການ​ຕ້ອງ​ຄິດວ່າ​ມີ​ບັນຫາ​ເກີດ​ຂຶ້ນ ມີ​ຄວາມ​ເຂົ້າໃຈສະຖານນະການ​ທີ່​ເປັນ​ຢູ່ ແລະ ​ເຂົ້າໃຈ​ປະ​ເດັນ​ຂອງ​ບັນຫາ.

2.ການ​ເຊື່ອມ​ໂຢງ ຜູ້​ປະກອບ​ການ​ຕ້ອງ​ສາມາດ​ປຽບທຽບ​ຄວາມ​ເໝືອນ​ ແລະ ​ຄວາມຕ່າງ​ກັນ​ຂອງ​ເຫດການ​ໜຶ່ງ​ກັບ​ອີກ​ເຫດການ​ໜຶ່ງ ເພື່ອ​ນຳ​ມາ​ໃຊ້​ໃນ​ການ​ແກ້​ໄຂ​ບັນຫາ​ທີ່ເກິດຂື້ນ.

3.ກາ​ນວາງ​ກົນ​ລະຍຸດ ຜູ້​ປະກອບ​ການ​ຕ້ອງ​ສາມາດ​ວາງ​ແຜນ​ການ​ດຳ​ເນີນ​ງານ ກຳນົດແນວ​ທາງ​ທີ່​ຄວນ​ເຮັດປ້ອງ​ກັນ​ບັນຫາ​ທີ່​ອາດ​ເກີດ​ຂຶ້ນ​ພາຍ​ໜ້າ ແລະ ​ໃຊ້​ໂອ​ກາດ​ໃຫ້ເປັນ​ປະໂຫຍດກັບ​ກິດຈະການ.

4.ການ​ວິ​ເຄາະ ຜູ້​ປະກອບ​ການ​ຕ້ອງ​ສາມາດ​ທົບ​ທວນ​ເຫດການ​ທີ່ເກິດຂື້ນ​ຈາກ​ການຕັດ​ສິນ​ໃຈ ​ແລະ ​ການ​ກະທຳ​ຂອງ​ຕົນເອງ ເພື່ອ​ເປັນ​ກາ​ນວາງ​ແນວ​ທາງ​ໃນ​ອະນາຄົດ​ສຳລັບ​ທຸລະກິດ​ໄດ້.

3.ການ​ຮຽນ​ຮູ້​ຈາກ​ຄວາມ​ຜິດ​ພາດ​ຂອງ​ທຸລະກິດ (Learning from Business Failure)

            ການ​ດຳ​ເນີນ​ທຸລະກິດ​ຜິດ​ພາດ​ເກີດ​ຄວາມ​ສູນ​ເສຍ​ທັງ​ຊື່​ສຽງ​ ແລະ ​ລາຍ​ໄດ້​ເປັນ​ເລື່ອງ​ທຳມະດາຂອງ​ການ​ປະກອບ​ການ ເພາະ​ການເຮັດ​ທຸລະກິດ​ເຕັມ​ໄປ​ດ້ວຍ​ຄວາມ​ສ່ຽງ ​ຈາກ​ຄວາມ​ບໍ່​ແນ່ນອນ​ຂອງສະຖານນະການ​ຕ່າງ​ໆ ອ້ອມ​ຕົວ ແລະ ​ບາງເທື່ອ​ກໍເກິດ​ຈາກ​ຄວາມ​ບົກຜ່ອງ​ຂອງ​ສະພາ​ວະ​ພາຍ​ໃນ ​ທຸລະກິດ​ເອງແຕ່​ການ​ຮຽນ​ຮູ້​ຄວາມ​ຜິດ​ພາດ​ທີ່ເກິດຂື້ນ​ບໍ່​ວ່າ​ຕົນເອງ ​ຫຼື ​ຜູ້​ອື່ນ​ຈະ​ຊ່ວຍ​ໃຫ້​ຜູ້​ປະກອບ​ການ​ສາມາດກ້າວ​ຕໍ່ໄປ​ຢ່າງ​ຮອບ​ຄອບ​ລະ​ມັດ​ລະ​ວັງ ບໍ່​ວາງ​ຕົນ​ຢູ່ໃນ​ຄວາມ​ປະ​ມາດ ຍິ່ງ​ຖ້າ​ຮຽນ​ຮູ້​ຈາກ​ຄວາມຜິດ​ພາດ​ຂອງ​ຜູ້​ອື່ນ​ໄດ້​ຈະ​ເປັນ​ການ​ຮຽນ​ຮູ້​ທີ່​ລົງ​ທຶນ​ນ້ອຍ​ທີ່ສຸດ ເຊັ່ນ: ນັກ​ທຸລະກິດ​ທີ່​ຂະຫຍາຍ​ກິດຈະການ​ຢ່າງວ່ອງໄວ​ດ້ວຍ​ການ​ກູ້​ຢືມ​ໄລຍະ​ສັ້ນ ແລ້ວ​ບໍ່​ສາມາດ​ໝູນ​ວຽນ​ເງິນ​ສົດ​ຊຳ​ລະ​ໜີ້​ທັນ​ຈົນ​ລົ້ມ​ລະ​ລາຍເປັນ​ອຸ​ທາ​ຫອນ​ທີ່​ດີ​ກ່ຽວກັບ​ການ​ລົງ​ທຶນ​ໂດຍ​ໃຊ້​ໜີ້​ສິນ​ຫຼາຍກວ່າ​ສ່ວນ​ຂອງ​ເຈົ້າ​ຂອງ ຜູ້​ປະກອບ​ການ​ທີ່ບໍ່​ຍອມ​ຮັບ​ການ​ປ່ຽນ​ແປງ​ຂອງ​ໂລກ ​ບໍ່​ປັບ​ຜະລິດຕະພັນ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ກໍ​ອາດ​ຕ້ອງສູນ​ເສຍ​ລາຍ​ໄດ້ ​ແລະ ​ສ່ວນ​ແບ່ງ​ຕ​ະຫຼາດ​ໃຫ້​ແກ່​ຄູ່​ແຂ່ງ​ທີ່​ມີ​ຄວາມ​ພ້ອມ​ ແລະ​ ກ້າ​ສ່ຽງ​ຫຼາຍກວ່າ ເປັນ​ຕົ້ນ.

ใหม่กว่า เก่ากว่า