ປະເພດຂອງຜູ້ປະກອບການ

 ປະເພດຂອງຜູ້ປະກອບການ

1.1.ປະ​ເພດ​ຂອງ​ຜູ້​ປະກອບ​ການ​ແບ່ງ​ຕາມ​ລັກສະນະ​ຂອງ​ກິດຈະກຳການ​ບໍລິຫານ​ງານ.

1.ຜູ້​ກໍ່​ຕັ້ງ (Founder)

ແມ່ນຜູ້​ປະກອບ​ການ​ທີ່​ຈັດ​ຕັ້ງ​ທຸລະກິດ​ຂຶ້ນ​ມາ ຊຶ່ງ​ອາດ​ເປັນ​ຜູ້​ທີ່​ຊຳ​ນານທາງ​ການ​ວິ​ຊາ​ຊີບ ​ດ້ານ​ໃດ​ດ້ານ​ໜຶ່ງ​ມາ​ກ່ອນ ເຊັ່ນ: ສຸກກີ​ພັດ​ຕາ​ຄານ​ອອກ​ມາ​ເປີດ​ຮ້ານ​ອາຫານ​ເອງ ຫຼື ເປັນ​ກຸ່ມ​ເພື່ອນ​ທີ່​ຮຽນ​ຈົບ​ມາ​ນຳກັນ​ເຂົ້າ​ຫຸ້ນ​ກັນ​ເຮັດ​ທຸລະກິດ ຫຼື ​ບາງ​ຄົນ​ອາດ​ຕັດ​ສິນ​ໃຈ​ລະ​ຖິ້ມ​ງານທີ່​ເຄີຍ​ເຮັດ​ຢູ່ ຕົກລົງ​ໃຈ​ທີ່​ຈະ​ເລີ່ມ​ກໍ່​ຕັ້ງ​ທຸລະກິດ​ຂຶ້ນ​ມາ ຊຶ່ງ​ຫຼັງ​ຈາກ​ການ​ກໍ່​ຕັ້ງ​ທຸລະກິດ​ແລ້ວ ຜູ້​ກໍ່​ຕັ້ງ​ຈະດຳ​ເນີນ​ກິດຈະການ​ຕໍ່ໄປ ຫລື​ອາດ​ຂາຍ​ກິດຈະການ​ໃຫ້​ຜູ້​ອື່ນ​ແລ້ວ​ເຣີ່ມ​ກໍ່​ຕັ້ງ​ທຸລະກິດ​ໃໝ່​ຂຶ້ນ​ມາ​ອີກ​ກໍ​ໄດ້ ຜູ້​ກໍ່​ຕັ້ງຈະ​ເປັນ​ຄົົນທີ່​ມີ​ຄວາມ​ຄິດ​ລິ​ເລີ່ມ​ສ້າງສັນ​ ແລະ​ ສາມາດ​ພັດທະນາ​ສິນ​ຄ້າ​ໃຫ້​ຕອບສະໝອງ​ຄວາມ​ຕ້ອງ​ການຂອງ​ຕ​ະຫຼາດ ໂດຍ​ການ​ປະດິດ​ຄິດ​ຄົ້ນ​ສິນ​ຄ້າ​ ຫຼື ​ບໍລິການ​ໃໝ່​ໆ ແລ້ວ​ລົງ​ມື​ກໍ່​ຕັ້ງ​ທຸລະກິດ​ໃຫ້ເປັນ​ຮູບເປັນ​ຮ່າງ​ດ້ວຍ​ການສ້າງ​ຜະລິດຕະພັນ​ໃໝ່ ສ້າງສັນ​ວິທີ​ການ​ຜະລິດ ວິທີ​ການ​ດຳ​ເນີນ​ງານ​ໃໝ່​ໆ ຫຼື ເປີດ​ຕ​ະຫຼາດ​ໃໝ່​ໃຫ້​ແກ່​ຜະລິດຕະພັນ​ທີ່​ມີ​ຢູ່​ແລ້ວ.

2.ຜູ້​ຈັດການ​ທັ່ວ​ໄປ (General Manager)

ແມ່ນຜູ້​ປະກອບ​ການ​ທີ່​ເຮັດ​ໝ້າທີ່​ບໍລິຫານ​ງານເພື່ອ​ໃຫ້​ທຸລະກິດ​ຂະໜາດ​ຄວນ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ໄລຍະ​ຍາວ ຜູ້​ກໍ່​ຕັ້ງ​ກັບ​ຜູ້​ຈັດການ​ທັ່ວ​ໄປ​ອາດ​ເປັນ​ຄົນດຽວ​ກັນ​ ຫຼື ​ບໍ່​ກໍ​ໄດ້ ຜູ້​ຈັດການ​ທັ່ວ​ໄປ​ຕ້ອງ​ເອົາ​ໃຈ​ໃສ່​ກັບ​ທຸກ​ສ່ວນ​ຂອງ​ກິດຈະການ​ບໍ່​ວ່າ​ຈະ​ເປັນ​ການ​ເງິນກາ​ນຕະຫຼາດ ການ​ຜະລິດ ແລະ​ ການ​ບໍລິຫານ​ບຸ​ຄະລາກ​ອນ​ໃນ​ອ​ົງກອນ​ທຸລະກິດ ຜູ້​ປະກອບ​ການ​ຕ້ອງ​ເປັນ​ຜູ້​ນຳ​ທີ່ຈູງ​ໃຈ​ຂອງ​ລູກ​ນ້ອງ​ໄດ້ ມອງກົນ​ໄກ​ໃນ​ໄລຍະຍາວ ແລະ ​ພາກ​ພຽນ​ພະຍາຍາມ​ເພື່ອ​ສ້າງ​ທີມ​ງານ​ທີ່​ດີຕະຫຼອດ​ຈົນ​ສາມາດ​ກຳນົດ​ກົນ​ຢຸ​ດໂຄງ​ສ້າງ​ ແລະ ​ວັດທະນະທຳ​ໃຫ້​ແກ່​ອ​ົງກອນ​ໄດ້.

3.ຜູ້​ຮັບ​ສິດ​ທິ​ທາງ​ການ​ຄ້າ (Franchisee)

ແມ່ນ​ຜູ້​ປະກອບ​ການ​ທີ່​ຮັບ​ສິດ​ທິ​ທາງ​ການ​ຄ້າ​ຂອງທຸລະກິດ​ສິດ​ທິ​ທາງ​ການ​ຄ້າ (Franchise) ແມ່ນ​ຜູ້​ຮັບ​ສິດ​ທິ​ທາງ​ການ​ຄ້າ​ຈະ​ມີ​ໝ້າທີ່​ຄ້າຍ​ຜູ້​ຈັດການ​ທັ່ວ​ໄປ ແຕ່​ກໍ​ບໍ່​ມີ​ອິດສະຫລະ​ໃນ​ການ​ດຳ​ເນີນ​ການ​ໄດ້​ເຕັມ​ທີ່ ເພາະ​ຕ້ອງ​ຢູ່ໃນ​ກອບ​ຂໍ້​ສັນຍາ​ຜູກ​ພັນ​ຂອງ​ຜູ້​ໃຫ້ສິດ​ທິ​ທາງ​ການ​ຄ້າ (Franchisor).

1.2.ປະ​ເພດ​ຂອງ​ຜູ້​ປະກອບ​ການ​ແບ່ງ​ຕາມ​ວິທີ​ການ​ດຳ​ເນີນ​ງານ.

1. ຜູ້​ປະກອບ​ການ​ທີ່​ເປັນ​ຜູ້​ຊ່ຽວ​ຊານ​ສະເພາະ (Artisan Entrepreneur)

ເປັນ​ຜູ້​ທີ່ມີ​ທັກ​ສະ​ທາງ​ວິ​ຊາ​ຊີບ​ສະເພາະ​ດ້ານ​ທີ່​ຈັດ​ຕັ້ງ​ທຸລະກິດ​ຂຶ້ນ​ມາ​ຈົນ​ສາມາດ​ເປັນ​ຜູ້​ປະກອບ​ການ ບັນຫາ​ຂອງຜູ້​ປະກອບ​ການ​ປະ​ເພດ​ນີ້​ຄື ຂາດ​ຄວາມ​ຮູ້​ໃນ​ການ​ບໍລິຫານ​ງານ ມັກ​ຈະ​ຕິດ​ຕໍ່​ສື່​ສານ​ບໍ່​ຄ່ອຍ​ເປັນ ໃຊ້ສັບ​ເທກ​ນິກ​ທີ່​ຄົນ​ອື່ນ​ບໍ່​ເຂົ້າໃຈ ຂາດ​ວິໃສທັດໃນ​ການ​ພັດທະນາ​ໃຫ້​ທຸລະກິດ​ກ້າວ​ໜ້າ ບໍ່​ກ້າ​ກະ​ຈາຍອຳນາດ​ໝ້າທີ່​ຄວາມ​ຮັບ​ຜິດຊອບ​ໃຫ້​ລູກ​ຈ້າງ ແລະ ​ມັກ​ບໍ່​ມອງ​ພາ​ບຣວມ​ຂອງ​ທຸລະກິດ.

2.ຜູ້​ປະກອບ​ການ​ທີ່​ມີ​ໂອ​ກາດ​ສຳ​ເລັດ​ພຽບ​ພ້ອມ (Opportunistic Entrepreneur)

ເປັນ​ຜູ້​ທີ່​ມີ​ທັກ​ສະ​ທາງ​ເທກ​ນິກ​ໃນ​ຂັ້ນ​ເລີ່ມ​ຕົ້ນ​ແຕ່​ໄດ້​ພະຍາຍາມ​ສຶກ​ສາ​ວິ​ຊາ​ການ​ບໍລິຫານ​ຈັດການ​ເພິ່ມເຕິມເພື່ອ​ທີ່​ຈະ​ບໍລິຫານ​ງານ​ຢ່າງ​ມີ​ວິ​ໃສ​ທັດ​ກ້ວາງ​ຂຶ້ນ ສາມາດ​ມອບ​ໝາຍ​ງານ ​ແລະ​ ກະ​ຈາຍ​ອຳນາດຕະຫຼອດ​ຈົ​ນວາງ​ແຜນ​ພັດທະນາ​ທຸລະກິດ​ໃຫ້​ກ້າວ​ໜ້າ​ໃນ​ໄລຍະຍາວ​ໄດ້.

3.ຜູ້​ປະກອບ​ການ​ທີ່​ເປັນ​ກຸ່ມ​ຄະນະ (Entrepreneurial Team)

ເປັນ​ກຸ່ມ​ບຸກ​ຄົນ​ທີ່​ມີການ​ບໍລິຫານ​ງານ​ ຕາມ​ຄວາມ​ສາມາດ​ຂອງ​ແຕ່​ລະ​ຄົນ​ໂດຍ​ມີ​ການ​ປະ​ສານ​ງານ​ກັນ ເຮັດໃຫ້​ໄດ້​ຜູ້​ຊ່ຽວ​ຊານຫຼາຍ​ດ້ານ​ມາ​ຊ່ວຍ​ກັນ​ລົງ​ທຶນ​ ແລະ​ ລົງ​ແຮງ​ດຳ​ເນີນ​ທຸລະກິດ​ຂະໜາດ​ຄວນ​ນຳກັນ.


ใหม่กว่า เก่ากว่า