ແນວທາງໃນການເປັນຜູ້ປະກອບການ

 ແນວທາງໃນການເປັນຜູ້ປະກອບການ

            ການ​ເປັນ​ຜູ້​ປະກອບ​ການ​ໃນ​ກິດຈະການ​ໃດ​ກິດຈະການ​ໜຶ່ງ ເປັນ​ສິ່ງ​ທີ່​ທຸກ​ຄົນ​ມອງ​ວ່າ​ເປັນ​ເລື່ອງ​ຍາກ​ຕໍ່​ການ​ເລີມ​ຕົ້ນເພາະ​ບໍ່​ຮູ້ວ່າ​ຈະ​ເລີມ​ຕົ້ນ​ຈາກ​ກົງ​ຈຸດ​ໃດ​ກ່ອນ ແລ້ວ​ເຮັດ​ຢ່າງໃດ​ຕໍ່ໄປ ຈຶ່ງ​ຈະ​ເຮັດໃຫ້​ກິດຈະການ​ຂອງ​ຕົນເອງ​ປຣະ​ສົບຄວາມ​ສຳ​ເຣັດ​ໄດ້​ໃນ​ທີ່ສຸດ ດັ່ງ​ນັ້ນ ແນວ​ທາງ​ເລີ່ມ​ຕົ້ນ​ເປັນ​ຜູ້​ປະກອບ​ການ ຈຶ່ງ​ຄວນ​ເລີ່ມ​ຈາກ​ການ​ຫາ​ຂໍ້​ມູນ ດັ່ງ​ນີ້:

1.ຮູ້​ຈັກ​ຕົນເອງ.

        ໂດຍ​ປະ​ເມີນ​ວ່າ​ຕົນເອງ​ມີ​ຄຸນສົມບັດ​ທີ່​ຈະ​ເຮັດ​ທຸລະກິດ​ນັ້ນ ​ຫຼື ​ບໍ່ ເຊັ່ນ ມີ​ຄວາມ​ຮູ້ ຄວາມ​ສາມາດ ມີຄວາມ​ອົດ​ທົນ ຂະຫຍັນ ຊື່ສັດ ຍອມ​ຮັບ​ຄວາມ​ສ່ຽງ​ດ້ານ​ຕ່າງ​ໆ ເຊັ່ນ ກ້າ​ນຳ​ເງິນ​ອອມ​ທີ່​ເກັບ​ທັງ​ຊີວິດ​ມາ​ລົງ​ທຶນ ເປັນ​ຕົ້ນແລະ​ ທີ່​ສຳຄັນ​ຕ້ອງ​ໜັກ​ແໜ້ນ ຈິງ​ຈັງ ແລະ ​ກ້າ​ຕັດ​ສິນ​ໃຈເຊັ່ນ:

- ການ​ເລືອກ​ປະ​ເພດ​ທຸລະກິດ​ທີ່​ເໝາະ​ສົມ​ກັບ​ຕົນເອງ ໂດຍ​ເບິ່ງ​ຈາກ​ຄວາມ​ມັກ ຄວາມ​ຖະນັດ ຄວາມ​ສົນ​ໃຈ​ເປັນຫຼັກ ເພາະ​ຈະ​ເຮັດໃຫ້​ຜູ້​ປະກອບ​ການ​ຢາກ​ສະແຫຼວງຫາ​ຄວາມ​ຮູ້​ໃໝ່​ໆ ທາງ​ທຸລະກິດ​ຢູ່​ສະເໝີ.

- ສຳ​ຫຼວດ​ຖານະ​ທາງ​ການ​ເງິນ​ໂດຍ​ຕົນເອງ​ມີ​ພຽງ​ພໍ​ ຫຼື ​ບໍ່ ການ​ເງິນ​ຄວນ​ຈັດ​ແບ່ງ​ອອກ​ເປັນ​ສ່ວນ​ໆ ເຊັ່ນແບ່ງ​ໄວ້​ໃຊ້​ຈ່າຍ​ໃນ​ຄອບຄົວ ແບ່ງ​ຝາກ​ໄວ້​ກັບ​ທ​ະນາ​ຄານ​ເພື່ອ​ໃຊ້​ໃນ​ກໍລະນີ​ຈຳ​ເປັນ ​ແລະ ​ແບ່ງ​ໄວ້​ສຳລັບ​ການ​ອອມ​ເພື່ອ ການລົງ​ທຶນ ເຊັ່ນ ການ​ຊື້​ພັນ​ທະ​ບັດ​ລັດຖະບານ ເມື່ອ​ຈັດ​ແບ່ງ​ເປັນ​ສ່ວນ​ຕ່າງ​ໆ ແລ້ວ ຈະ​ເຫັນ​ວ່າ​ຕົນເອງ​ມີ​ເງິນ​ພຽງ​ພໍ​ເພື່ອ ເຮັດ​ທຸລະກິດ ຫຼື ​ບໍ່ ຫຼື ​ຕ້ອງ​ຫາ​ຈາກ​ແຫຼ່ງ​ເງິນ​ກູ້​ອື່ນ​ໆ.

- ທຳ​ເລ​ທີ່​ຕັ້ງ ເປັນ​ສ່ວນ​ສຳຄັນ​ໃນ​ການ​ຕັດ​ສິນ​ໃຈ​ເພາະ​ກ່ຽວ​ຂ້ອງ​ກັບ​ການ​ລົງ​ທຶນ​ສູງ ຫາກ​ຜູ້​ປະກອບ​ການ​ບໍ່​ມີທີ່​ດິນ ຫຼື ​ອາ​ຄານ​ເປັນ​ຂອງ​ຕົນເອງ ຖ້າ​ຈະ​ໃຊ້​ເງິນ​ລົງ​ທຶນ​ຊື້​ກໍ​ຈະ​ບໍ່​ຄຸ້ມ​ຄ່າ.

2.ຮູ້​ຂໍ້​ມູນ​ຂອງ​ລູກ​ຄ້າ.

           ຜູ້​ປະກອບ​ການ​ຄວນ​ສຳ​ຫຼວດ​ຄວາມ​ຕ້ອງ​ການ​ສິນ​ຄ້າ​ ຫຼື ​ບໍລິການ ວ່າ​ມີ​ຫຼາຍ​ນ້ອຍ​ພຽງ​ໃດເໝາະ​ກັບ​ລູກ​ຄ້າ​ກຸ່ມ​ໃດ ເພື່ອ​ໃຊ້​ເປັນ​ແນວ​ທາງ​ສຳລັບ​ການ​ຜະລິດ​ຕໍ່ໄປ.

3.ຮູ້​ຂໍ້​ມູນ​ຂອງ​ຄູ່​ແຂ່ງ.

             ທຸລະກິດ​ໃນ​ປະຈຸບັນ​ມີ​ຈຳນວນ​ຫຼາຍ ຈຳ​ເປັນ​ຕ້ອງ​ຮູ້ວ່າ​ຄູ່​ແຂ່ງ​ມີ​ໃຜ​ດ້ວຍ ຢູ່​ທີ່​ໃດ ກຳ​ລັງເຮັດ​ຫຍັງ​ຢູ່ ທຸລະກິດ​ຈະ​ແຂ່ງ​ຂັນ​ຢ່າງໃດ​ເພື່ອ​ໄຊ​ຊະນະ ຈະ​ຜະລິດ​ສິນ​ຄ້າ​ ຫຼື ​ໃຫ້​ບໍລິການ​ຢ່າງໃດ​ເພື່ອ​ເປັນ​ຈຸດ​ຂາຍ​ທີ່ ເດັ່ນ​ກວ່າຂອງ​ຄູ່​ແຂ່ງ ສຶກ​ສາ​ວິທີ​ການ​ຂາຍ ກາ​ນຕະຫຼາດ ການ​ໂຄສະ​ນາ ການ​ກະ​ຈາຍ​ສິນ​ຄ້າ ການ​ສົ່ງ​ເສີມ​ກາ​ນຕະຫຼາດ ​ຫຼື ການ​ສະໜັບ​ສະໜູນ​ການ​ຂາຍ ແລະ ​ການ​ໃຫ້​ບໍລິການ​ຫຼັງ​ການ​ຂາຍ​ຂອງ​ຄູ່​ແຂ່ງ​ເປັນ​ຢ່າງໃດ ແຕ່​ການ​ຮູ້​ຂໍ້​ມູນ​ຂອງ​ຄູ່​ແຂ່ງ​ບໍ່​ແມ່ນ ເລື່ອງງ່າຍ​ເນື່ອງ​ຈາກ​ຕ່າງ​ຝ່າຍ​ຕ່າງ​ປິດ​ບັງ​ຂໍ້​ມູນ​ເຫຼົ່າ​ນີ້.

4.ນະໂຍບາຍ​ສົ່ງ​ເສີມ​ຈາກ​ພາກ​ລັດຖະບານ.

            ຫາ​ຂໍ້​ມູນ​ ຫຼື ​ແຫຼ່ງ​ທີ່​ໃຫ້​ການ​ສົ່ງ​ເສີມ​ການ​ຄ້າ ໃຫ້​ເງິນ​ທຶນ ຫຼື ໃຫ້​ບໍລິການ​ເພື່ອ​ສະໜັບ​ສະໜູນ​ທຸລະກິດ​ຕ່າງ​ໆ ບໍ່​ວ່າ​ຈະເປັນ​ກະຊ​ວງ ກົມກອງ​ສະ​ຖາ​ບັນ​ການສຶກສາ​ໃດ​ກໍ​ຕາມ ເຊັ່ນ ກົມ​ສົ່ງ​ເສີມການ​ສົ່ງ​ອອກ​ສະໜັບ​ສະໜູນ​ຜູ້​ສົ່ງ​ອອກ​ໄປ​ຈັດ​ນິ​ທັດ​ການ​ໃນ​ຕ່າງ​ປະເທດ ໂດຍ​ອອກ​ຄ່າ​ໃຊ້​ຈ່າຍ​ໃຫ້​ໃນ​ບາງ​ສ່ວນ ແລະ ຜູ້​ປະກອບ​ການ​ຕ້ອງ​ເບິ່ງ​ແນວ​ໂນ້ມ​ໃນ​ອະນາຄົດ​ວ່າ​ລັດຖະບານ​ຈະ​ສະໜັບ​ສະໜູນ​ຫຍັງ​ແດ່.

5.ວາງ​ແຜນ​ການ​ເງິນ​ໃນ​ໄລຍະຍາວ.

        ບັນຫາ​ທາງ​ການ​ເງິນ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ການ​ດຳ​ເນີນ ເຄືອ​ການ​ຂະໜາດ​ນ້ອຍ​ຈະຂໍ​ເງຶນ​ກູ້​ໄດ້​ຍາກ​ກວ່າ​ກິດຈະການ​ຂະໜາດ​ໃຫຍ່ ເຈົ້າ​ຂອງ​ກິດຈະການ​ທີ່​ຂໍ​ກູ້​ເງິນ​ນ້ອຍ​ເກີນ​ໄປ ເປີດ​ກິດຈະການ​ໄວ​ເພາະ​ວ່າ​ບໍ່​ມີ​ເງິນ​ທຶນ​ໃນ​ການ​ດຳ​ເນີນ​ກິດຈະການ ດັ່ງ​ນັ້ນ​ກ່ອນທີ່ຈະ​ເລີ່ມ​ທຸລະກິດ ຈຶ່ງ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງວາງ​ແຜນ​ວ່າ​ຕ້ອງ​ໃຊ້​ເງິນ​ເທົ່າໃດ.

6.ການເຮັດ​ບັນ​ຊີ.

            ຜູ້​ປະກອບ​ການ​ຈະ​ຕ້ອງ​ສົນ​ໃຈ  ງົບ​ການ​ເງິນ ໃນ​ການ​ດຳ​ເນີນ​ກິດ​ຈະການ ຈຳ​ເປັນ​ຈະ​ຕ້ອງ​ໃຊ້​ຕົວ​ເລກໃຫ້ເປັນ ແລະ​ ບໍ່​ສາມາດ​ເຮັດ​ທຸລະກິດ​ໄດ້​ຖ້າ​ບໍ່​ມີ​ລະບົບ​ບັນ​ຊີ​ທີ່​ເໝາະ​ສົມ​ເພື່ອ​ໃຊ້​ເປັນ​ເຄື່ອງ​ມື ກົດ​ທີ່​ຮ້າຍແຮງ​ຂອງຜູ້​ປະກອບ​ການ​ໄດ້ ຖ້າ​ເຮັດໃຫ້​ລະບົບ​ບັນ​ຊີ​ງ່າຍ ທີ່ສຸດ ນອກ​ຈາກ​ນັ້ນ​ຂໍ້​ມູນ​ທາງ​ການ​ເງິນ​ທີ່​ຖືກ​ຕ້ອງ ​ແລະ​ ສົມບູນກໍ​ຈະ​ສາມາດ​ເຮັດ​ໄດ້​ດ້ວຍ​ເວລາ​ ແລະ ​ຄ່າ​ໃຊ້​ຈ່າຍ​ທີ່​ນ້ອຍ​ທີ່ສຸດ ນອກ​ຈາກ​ນັ້ນ​ຂໍ້​ມູນ​ທາງ ຈະ​ຊ່ວຍ​ໃຫ້​ວາງ​ແຜນ​ການ​ຈະເລີນ​ເຕີບໂຕຂອງ​ທຸລະກິດ​ໃນ​ອະນາຄົດ​ໄດ້.

7.ການ​ບໍລິຫານ​ທີ່​ມີ​ປະ​ສິດ​ທິ​ພາບ.

            ປະກອບ​ດ້ວຍ​ກາ​ນວາງ​ແຜນ ການ​ຈັດ​ອົງ​ກອນ ການ​ຄວບ​ຄຸມ ແລະ​ ການ​ນຳທຸລະກິດ​ທີ່​ບໍ່​ປະ​ສົບ​ຄວາມ​ສຳ​ເຣັດ​ເກີດ​ຈາກ​ການ​ບໍລິຫານ​ຜິດ​ພາດ ຫຼັກ​ການ​ບໍລິຫານ​ທຸລະກິດ​ຄື​ການ​ຮູ້​ວ່າ​ກຳ​ລັງ​ຢູ່​ກົງ ຈຸດ​ໃດຕະຫຼອດ​ເວລາ ບໍ່​ວ່າ​ສະຖານນະການ​ຫລື​ເສດຖະກິດ​ຈະ​ດີ​ຫລື​ບໍ່​ບໍ່​ກ່ຽວກັບ​ການ​ບໍລິຫານ​ງານ ຜູ້​ຊຽວ​ຊາຍ​ຫຼາຍ​ຄົນ ເຊື່ອ​ວ່າລັກສະນະ​ຂອງ​ຜູ້​ນຳ​ທີ່​ດີ​ຈະ​ຕ້ອງ​ມີ​ຄວາມ​ສາມາດ​ຈູງ​ໃຈ ແນະ​ນຳ​ແນວ​ທາງ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ ແລະ​ ມີ​ທັກ​ສະ ທີ່​ຈະ​ເຮັດໃຫ້ຜົນ​ຜະລິດ​ມີ​ອັດຕາ​ສູງ ສາມາດ​ຄວບ​ຄຸມ​ການ​ເຮັດ​ວຽກງານ​ໃຫ້​ກົງ​ເປົ້າ​ໝາຍ​ໄດ້ ຜູ້​ນຳ​ທີ່​ດີ​ຕ້ອງ​ມີ​ຄວາມ​ຢືດ​ຫຢຸ່ນ ເພາະ​ວ່າສະຖານນະການ​ປ່ຽນ​ແປງ​ຕະຫຼອດ​ເວລາ.

8.ຂາຍ​ສິນ​ຄ້າ​ ຫຼື ​ບໍລິການ​ທີ່​ມີ​ຄຸນນະພາບ​.

            ​ຄຸນນະພາບຂອງ​ສິນ​ຄ້າ​ ຫຼື ​ບໍລິການ​ເປັນ​ສິ່ງ​ທີ່​ຖືຮັກສາ​ຄວາມ​ສຳ​ເລັດດ​ຂອງກິດຈະການ​ໃຫ້​ຢູ່​ຕະຫຼອດ​ໄປ ຖ້າ​ເຮັດ​ກົນ​ຍຸດການຕະຫຼາດ ​ທີ່​ດີ​ອາດຈະ​ດຶງ​ດູດ​ລູກ​ຄ້າ​ໄດ້ ແຕ່​ຖ້າ​ສິນ​ຄ້າ​ບໍ່​ເປັນ​ທີ່​ພໍ​ໃຈ​ຂອງ​ລູກ​ຄ້າລູກ​ຄ້າ​ກໍ​ບໍ່​ມາ​ຊື້​ສິນ​ຄ້າ​ອີກ ແລ້ວ​ຈະ​ເຮັດໃຫ້​ທຸລະກິດ​ເສຍ​ຫາຍ ດັ່ງ​ນັ້ນ ຈະ​ຕ້ອງ​ຮູ້​ຂໍ້​ດີ​ ແລະ​ ຂໍ້​ເສຍ ​ຂອງ​ສິນ​ຄ້າ​ ຫຼື ​ບໍລິການ​ຕ້ອງເຂົ້າໃຈ​ລູກ​ຄ້າ ​ແລະ ​ໃຫ້​ຄວາມ​ສຳຄັນ​ແກ່​ລູກ​ຄ້າ​ໃຫ້​ຫຼາຍ ການ​ອອກ​ແບບ​ສິນ​ຄ້າ​ ຫຼື ບໍລິການ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າພັດທະນາ​ມາດຕະຖານ​ຄຸນນະພາບ​ສິນ​ຄ້າ ​ແລະ ​ຄຸນຄ່າ​ສິນ​ຄ້າ​ໃຫ້​ດີ.

9.ຈ້າງ​ບຸ​ກຄະລາກ​ອນ​ທີ່​ເໝາະ​ສົມ.

            ແມ່ນບຸ​ກຄະລາກ​ອນ​ທີ່​ດີ​ມີ​ປະ​ສິດ​ທິ​ພາບ​ອາດ​ນຳ​ໄປ​ສູ່​ຄວາມ​ສຳ​ເລັດ​ໄດ້ ການ​ບໍລິຫານບຸກ​ຄະລາກ​ອນ ການ​ມີພະນັກ​ງານ​ທີ່​ດີ​ເປັນ​ສິ່ງ​ສຳຄັນ​ຕໍ່​ກິດຈະການ ແຕ່​ຜູ້​ນຳ​ກໍ່​ຕ້ອງ​ຈູງ​ໃຈ​ໃຫ້​ເຮັດວຽກ​ດີ​ດ້ວຍ ໃນ​ຂະບວນ​ການ ຈ້າງ​ງານບໍ່​ຄວນ​ເປັນ​ໄປ​ຢ່າງ​ບໍ່​ຕັ້ງ​ໃຈ ກ່ອນທີ່ຈະ​ປະ​ກາ​ດຮັບ​ສະໝັກ​ງານ ຕ້ອງ​ວາງ​ຕຳແໜ່ງ​ ແລະ ​ໝ້າທີ່​ງານ ຄຸນສົມບັດ ​ແລະປະສົບການ​ທີ່​ຕ້ອງ​ການ ລະບຽບ​ວິທີ​ການ​ຈ້າງ​ງານ​ຄວນ​ຈະ​ຈັດ​ເຮັດ​ເພື່ອ​ໃຫ້​ໄດ້​ບຸກ​ຄະລາກ​ອນ​ທີ່​ມີ​ຄຸນນະພາບ ແລະ ​ມີ​ປະ​ສິດ​ທິ​ພາບ.

10. ເລືອກ​ເຮັດ​ທຳເລ​ທີ່​ຕັ້ງ​ທີ່​ເໝາະ​ສົມ​ກັບ​ສິນ​ຄ້າ​ ຫຼື ​ບໍລິການ.

            ຄວນ​ຈະ​ຕັດ​ສິນ​ໃຈ​ໄວ້​ລ່ວງ​ໜ້າ​ວ່າ​ຈະ​ເລືອກ​ສະຖານ​ທີ່ຕາມ​ຊະນິດ​ຂອງ​ສິນ​ຄ້າ​ ຫຼື ​ບໍລິການ ​ແລະ​ ກຸ່ມ​ລູກ​ຄ້າ​ເປົ້າ​ໝາຍ​ເປັນ​ຫຼັກ​ຫຼາຍກວ່າ​ຄວາມສະດວກ​ສະບາຍ​ສ່ວນ​ຕົວ ຖ້າ​ເປັນກິດຈະການ​ຄ້າ​ຂາຍ ທຳເລ​ທີ່​ຕັ້ງ​ກ່ຳ​ຄວນ​ຈະ​ເປັນ​ສະຖານ​ທີ່​ຊຸມ​ຊົນ ແລະ ​ມີ​ສະຖານ​ທີ່​ຈອດ​ລົດ ການ​ຂົນ​ສົ່ງ​ມວນ​ຊົນ ສະຖາ​ນີ​ຈອດ​ລົດ ​ເມ​ລົດ ລົດ​ໄຟ​ຟ້າ ຄວາມ​  ເໝາະ​ສົມ​ກັບ​ທຸລະກິດ ສຳລັບ​ທຸນ​ກິດຈະການ​ຜະລິດ ​ແລະ ​ບໍລິການ ຄວນ​ຈະ​ຕັ້ງ​ຢູ່​ໃກ້ ແຫຼ່ງ​ຜູ້​ຜະລິດ​ສິນ​ຄ້າ​ໃຫ້​ ແລະໃກ້​ລູກ​ຄ້າ​ມີ​ຄວາມສະດວກ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ ແລະ ​ເປັນ​ໄປ​ຕາມ​ເຂດ​ພື້ນ​ທີ່​ຕາມ​ກົດຫມາຍ ທີ່​ກຳນົດ​ໄວ້​ເພື່ອ​ການ​ຂະຫຍາຍທຸລະກິດ​ໃນ​ອະນາຄົດ.

ใหม่กว่า เก่ากว่า