ບົດ​ບາດ​ຂອງ​ຜູ້​ປະກອບ​ການ​ທີ່​ມີ​ຕໍ່​ສັງຄົມ ​ແລະ ​ເສດຖະກິດ

ບົດ​ບາດ​ຂອງ​ຜູ້​ປະກອບ​ການ​ທີ່​ມີ​ຕໍ່​ສັງຄົມ ​ແລະ ​ເສດຖະກິດ

ບົດ​ບາດ​ຂອງ​ຜູ້​ປະກອບ​ການ​ທີ່​ມີ​ຕໍ່​ສັງຄົມ​ ແລະ ​ເສດຖະກິດປະກອບ​ດ້ວຍ:

        1.ການສ້າງ​ທຸລະກິດ​ຂອງ​ຜູ້​ປະກອບ​ການ​ເພີ່ມ​ກາ​ນວ່າ​ຈ້າງ​ແຮງ​ງານ​ໃນ​ລະບົບ​ເສດຖະກິດ ໂດຍສະເພາະ​ກຸ່ມ​ແຮງ​ງານ​ທີ່​ດ້ອຍ​ໂອ​ກາດ​ທາງ​ສັງຄົມ ເຊັ່ນ: ຄົນ​ຂວາ ຜູ້​ມີ​ວຸ​ທິການສຶກສາ​ຕ່ຳ ຫຼື ຊ່ວຍສ້າງງານ ​ໃຫ້​ແກ່ພະ​ນັກ​ງານ​ຕາມ​ກົນ​ລະຍຸດ ການ​ເຂົ້າ​ສູ່​ທຸລະກິດ​ແບບ​ເລືອກ​ຕອບສະໝອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າສະເພາະ​ກຸ່ມ ຊຶ່ງ​ຈະ​ຕ້ອງ​ໃຊ້​ຄວາມ​ຊຳ​ນານ ແລະ​ ທັກ​ສະ​ປະສົມ​ປະ​ສານ​ກັນ​ໃນ​ລັກສະນະ​ທີ່​ແຕກ​ຕ່າງ​ຈາກການ​ເຮັດ​ວຽກງານ​ໃຫ້​ທຸລະກິດ​ຂະໜາດ​ໃຫຍ່ ຊຶ່ງ​ນອກ​ຈາກ​ທຸລະກິດ​ຂະໜາດ​ນ້ອຍ​ຈະ​ຊ່ວຍ​ລຸດ​ອັດຕາ​ກາ​ນວ່າງ​ງານ​ແລ້ວຍັງ​ຊ່ວຍ​ກະ​ຈາຍ​ລາຍ​ໄດ້​ ແລະ​ສ້າງ​ຄວາມ​ຮູ້​ຄວາມ​ຊຳ​ນາຍນໃຫ້​ແກ່​ປະຊາຊົນ​ກຸ່ມ​ໃຫຍ່​ຂອງ​ປະເທດໃນ​ທຸກ​ທ້ອງ​ຖິ່ນ​ຕ່າງ​ໆ ຢ່າງ​ທົ່ວ​ເຖິງ.

        2.ການສ້າງ​ທຸລະກິດ​ຂອງ​ຜູ້​ປະກອບ​ການ​ເປັນ​ແຫຼ່ງ​ທີ່​ມາ​ຂອງ​ປະ​ຕິ​ມາ​ກຳ​ໃໝ່​ ຂອງ​ຕ​ະຫຼາດຈຳນວນ​ຫຼາຍ​ເຖິງ​ແມ່ນ​ວ່າ​ທຸລະກິດ​ຂະໜາດ​ນ້ອຍ​ບໍ່​ມີ​ການ​ໃຊ້​ເທັກ​ໂນ​ໂລ​ຢີ​ໃນ​ລະ​ດັບ​ສູງ ຫຼື ​ຫ້ອງ​ປະຕິບັດການວິ​ໄຈ ​ແລະ ​ພັດທະນາ​ລາ​ຄາ​ແພງ ແຕ່​ດ້ວຍ​ຄວາມ​ຄິດ​ສ້າງສັນ​ຂອງ​ຜູ້​ປະກອບ​ການ ​ແລະ ​ຄວາມ​ຮ່ວມ​ມືຂອງ​ພ​ະນັກ​ງານ​ກໍ​ອາດ​ສ້າງ​ນະ​ວັດຕະ​ກຳ​ໄດ້ ເຊັ່ນ: ເຄື່ອງ​ມື​ປ່ຽນ​ຫຼອດ​ໄຟ​ໃນ​ທີ່​ສູງ.

        3.ການສ້າງ​ທຸລະກິດ​ຂອງ​ຜູ້​ປະກອບ​ການ​ເປັນ​ການ​ສົ່ງ​ເສີມ​ການ​ແຂ່ງ​ຂັນ​ເສ​ລີ ກະຕຸ້ນ​ໃຫ້​ເກີດ​ການແຂ່ງ​ຂັນ​ລະຫວ່າງ​ຜູ້​ຜະລິດ ຊຶ່ງ​ເຮັດໃຫ້​ຜູ້​ບໍ​ລິ​ໂພກ​ໄດ້​ປະໂຫຍດ​ຫຼາຍ​ທີ່ສຸດ ເພາະ​ການ​ທີ່​ລະບົບ​ເສດຖະກິດປະກອບ​ດ້ວຍ​ທຸລະກິດ​ຂະໜາດ​ໃຫຍ່​ພຽງ​ບໍ່​ກີ​ລາຍ​ຈະ​ນຳ​ໄປ​ສູ່​ການ​ຜູກ​ຂາດ​ທາງ​ການ​ຄ້າ ຊຶ່ງ​ບໍ່​ເປັນ​ຜົນດີ​ແກ່​ຜູ້​ບໍ​ລິ​ໂພກ ​ແລະ ​ສັງຄົມ​ສ່ວນ​ລວມ ດັ່ງ​ນັ້ນ​ການ​ທີ່​ທຸລະກິດ​ຂະໜາດ​ນ້ອຍສະເໜີ​ສິນ​ຄ້າ​ ແລະ ​ບໍລິການ​ທີ່​ຫຼາກຫຼາຍ​ທັງ​ດ້ານ​ຄຸນນະພາບ​ ແລະ​ລາ​ຄາ ຈຶ່ງ​ເຮັດໃຫ້​ຜູ້​ບໍ​ລິ​ໂພກ​ມີ​ທາງ​ເລືອກ ​ແລະ​ ຄວາມ​ຕ້ອງ​ການ​ທີ່​ແຕກ​ຕ່າງກັນ​ຂອງ​ຄົນ​ທຸກ​ກຸ່ມ​ໄດ້ຮັບ​ການ​ຕອບສະໝອງ​ໂດຍ​ທົ່ວ​ເຖິງ.

        4.ການສ້າງ​ທຸລະກິດ​ຂະໜາດ​ນ້ອຍຂອງ​ຜູ້​ປະກອບ​ການ​ ຊ່ວຍ​ສະໜັບ​ສະໜູນ​ການ​ດຳ​ເນີນ​ການ​ຂອງ​ທຸລະກິດຂະໜາດ​ໃຫຍ່​ດ້ານ​ກະ​ຈາຍ​ສິນ​ຄ້າ ການ​ປ້ອນ​ວັດ​ຖຸ​ດິບ ແລະ​ ການ​ບໍລິການ​ໃນ​ລັກສະນະ​ພຶ່ງ​ພາ​ອາໄສ​ຊຶ່ງ​ກັນ ແລະ​ກັນ ເຊັ່ນ: ຮ້ານ​ຄ້າ​ຂາຍຍ່ອຍ, ​ເຄື່ອງ​ໃຊ້​ໄຟ​ຟ້າ (Dealer) ເປັນ​ຕົວ​ແທນ​ຈຳ​ໜ່າຍ​ຊ່ວຍ​ບໍລິສັດ​ໃຫຍ່​ທີ່​ຜະລິດເຄື່ອງ​ໃຊ້​ໄຟ​ຟ້າ​ຂະຫຍາຍ​ຕ​ະຫຼາດ​ສູ່​ແຕ່​ລະ​ພື້ນ​ທີ່.

            5.ການ​ເປັນ​ຜູ້​ປະກອບ​ການ​ຊ່ວຍ​ພັດທະນາ​ສັກ​ຍະພາບ ​ໃນ​ດ້ານ​ສະຕິປັນຍາ​ ແລະ​ ຄວາມ​ມາ​ນະພະຍາຍາມ​ຂອງ​ບຸກ​ຄົນ​ທັງ​ຕົວ​ຜູ້​ປະກອບ​ການ ແລະ​ ໄດ້​ຝຶກ​ຝົນ​ລູກ​ຈ້າງ​ພະ​ນັກ​ງານ​ໃຫ້​ຕໍ່ສູ້​ໃຫ້​ໄດ້​ມາ​ຊຶ່ງຄວາມ​ສຳ​ເລັດ​ຂອງ​ທຸລະກິດ ເພາະ​ການ​ປະກອບ​ການ​ທຸລະກິດ​ຂະໜາດ​ນ້ອຍມີ​ເງິນ​ທຶນ​ຈຳ​ກັດ​ຕ້ອງ​ອາໄສ​ຄວາມພາກ​ພຽນ ຄວາມ​ອົດ​ທົນ ຮ່ວມ​ກັບ​ພູມ​ປັນຍາ ທັກ​ສະ ແລະ​ ຄວາມ​ຊຳ​ນານ​ຂອງ​ຜູ້​ປະກອບ​ການ​ຊຶ່ງ​ມີຄວາມ​ສາມາດ​ທີ່​ແທ້​ຈິງ.

ใหม่กว่า เก่ากว่า