ການຈັດກິດຈະກຳກຸມຄຸນນະພາບ

 ການຈັດກິດຈະກຳກຸມຄຸນນະພາບ

1.1.ຂັ້ນ​ຕອນ​ການ​ຈັດ​ຕັ້ງ​ກຸ່ມ​ຄຸນນະພາບ.

ເມື່ອ​ເຫັນ​ວ່າ​ການ​ເຮັດ​ວຽກງານ​ໄດ້​ເກີດ​ບັນຫາ​ທີ່​ຈະ​ຕ້ອງ​ແກ້​ໄຂ​ປັບ​ປຸງ ຫຼື ​ພັດທະນາ​ງານ​ເພື່ອ​ເພີ່ມ​ຜົນ​ຜະລິດ ຕາມ​ນະໂຍບາຍ​ການ​ຄວບ​ຄຸມ​ຄຸນນະພາບ (QC) ຈຳ​ເປັນ​ຕ້ອງ​ຈັດ​ຕັ້ງ​ກຸ່ມ​ຄຸນນະພາບ (QCC) ມີ​ຂັ້ນ​ຕອນ​ການ​ດຳ​ເນີນ​ງານ ດັ່ງ​ນີ້:

1.ຈັດ​ຕັ້ງ​ກຸ່ມ​ຄຸນນະພາບ.

-      ລວບລວມ​ສະມາຊິກ.

-      ເລືອກ​ຫົວ​ໜ້າ​ກຸ່ມ​ ຫຼື ​ຜູ້​ນຳ​ກຸ່ມ ເລ​ຂາ​ນຸ​ການ ແລະ ​ທີ່​ປຶກ​ສາກ​ຸ່ມ.

-      ຕັ້ງຊື່​ກຸ່ມ.

-      ຕັ້ງ​ຄຳ​ຂວັນ ​ແລະ ​ສັນຍະລັກ​ຂອງ​ກຸ່ມ.

-      ຈົດ​ທະ​ບຽນ​ຈັດ​ຕັ້ງ​ກຸ່ມ.

2.ວາງ​ແຜນ​ດຳ​ເນີນ​ງານ​ກິດຈະກຳ​ກຸ່ມ​ຄຸນນະພາບ​ປະຈຳ​ປີ.

3.ດຳ​ເນີນ​ການ​ກິດຈະກຳ​ກຸ່ມ​ຄຸນນະພາບ​ເພື່ອ​ການ​ເພີ່ມ​ຜົນ​ຜະລິດ.

4.ແຖວ​ຜົນ​ງານ​ຂອງ​ກິດຈະກຳ​ກຸ່ມ​ຄຸນນະພາບ.

5.ປະ​ກາດ​ກຽດ​ຕິຄຸນ​ກິດຈະກຳ​ກຸ່ມ​ຄຸນນະພາບ.

6.ປະ​ເມີນ​ຜົນ​ກິດຈະກຳ​ກຸ່ມ​ຄຸນນະພາບ.

7.ເຂົ້າ​ຮ່ວມ​ກິດຈະກຳ​ ຫຼື ​ສ້າງ​ສຳພັນ​ກັບ​ກຸ່ມ​ຄຸນນະພາບ​ພາຍນອກ.

1.2.ຂັ້ນ​ຕອນ​ການ​ດຳ​ເນີນ​ການ​ກລຸ່ມ​ຄຸນນະພາບ

ຜູ້​ທີ່​ເປັນ​ຫົວ​ໜ້າ​ກຸ່ມ​ຈະ​ເອີ້ນ​ປະ​ຊຸມ​ສະມາຊິກ​ໃນ​ກຸ່ມ ຊຶ່ງອາດ​ເປັນ​ທາງ​ການ​ ຫຼື ​ບໍ່​ເປັນ​ທາງ​ການ ເພື່ອ​ໃຫ້​ກຸ່ມ​ໄດ້​ລົງ​ມື​ປະຕິບັດ​ກິດຈະກຳ​ຮ່ວມ​ກັນ ໂດຍ​ມີ​ຂັ້ນ​ຕອນ​ດັ່ງ​ຕໍ່ໄປ​ນີ້:

1.ຂັ້ນ​ຕອນ​ກາ​ນຕະໜັກ​ໃນ​ບັນຫາ.

ແມ່ນການ​ຄົ້ນ​ຫາ​ບັນຫາ​ ຫຼື ອຸປະສັກ​ໃນ​ການ​ເຮັດ​ວຽກງານ​ໂດຍສະມາຊິກ​ທຸກ​ຄົນ​ໄດ້​ຄິດວ່າ​ຄຸນນະພາບ​ໃນ​ການ​ເຮັດ​ວຽກງານ​ລຸດລົງ ຫຼື ​ຈະ​ພັດທະນາ​ສິນ​ຄ້າ ​ຫຼື ບໍລິການ​ໃຫ້​ດີ​ຂຶ້ນ​ແນວໃດ ແລະ ມີຄວາມເຫັນວ່າຈະຕົກລົງ ຫຼືມີມະຕິວ່າຈະຮ່ວມມືກັນແກ້ໄຂບັນຫາອຸປະສັກ ຫຼື ພັດທະນາງານນັ້ນໂດຍການລະດົມສະໝອງຫາສາເຫດຂອງບັນຫາ ຊຶ່ງສາມາດແບ່ງບັນຫາອອກໄດ້ເປັນ 3 ປະເພດ ຄື:

-     ບັນຫາເຊີງແກ້ໄຂ ເຊັ່ນ: ການເບິ່ງເຫັນເຖິງບັນຫາທີ່ມີຄວາມຂັດຂ້ອງ ຄວາມບໍ່ສະດວກ ແລະ ຄວາມຜິດພາດ.

-     ບັນຫາເຊີງປ້ອງກັນ ໄດ້ແກ່: ການມອງລ່ວງໝ້າທີ່ເຫັນເຖິງບັນຫາ ຫຼື ອຸປະສັກທີ່ອາດເກີດຂຶ້ນ.

-     ບັນຫາເຊີງພັດທະນາ ໄດ້ແກ່: ການເບິ່ງເຫັນເຖິງບັນຫາໃນດ້ານຄຸນນະພາບສິນຄ້າທີ່ຄ່ອນຂ້າງຍາກ ແລະຊັບຊ້ອນ.

2.ຂັ້ນຕອນການເລືອກປະເດັນບັນຫາ ຫຼື ຫົວຂໍ້ເລື່ອງ.

ໃນທີ່ປະຊຸມສະມາຊິກຈະຕ້ອງຊ່ວຍກັນພິຈາລະນາບັນຫາທັງໝົດວ່າມີຄວາມຮຸນແຮງ ມີຄວາມຖີ່ ແລະ ມີຄວາມເປັນໄປໄດ້ທີ່ກຸ່ມຈະແກ້ໄຂ ຫຼື ເຮັດໄດ້ເອງ ໂດຍບໍ່ຂັດຕໍ່ນະໂຍບາຍ ເມື່ອສະຫລຸບຫົວຂໍ້ເລື່ອງໄດ້ແລ້ວກໍຈະຕ້ອງນຳເອົາຫົວຂໍ້ບັນຫານັ້ນໄປຈົດທະບຽນຕໍ່ນາຍທະບຽນ ໂດຍມີຫຼັກໃນການເລືອກຫົວຂໍ້ເລື່ອງທີ່ຈະເຮັດກິດຈະກຳ ດັ່ງນີ້:

-     ເປັນເລື່ອງທີ່ຕ້ອງກ່ຽວຂ້ອງກັບງານ ຫຼື ສະພາບການເຮັດວຽກງານຂອງສະມາຊິກກຸ່ມ.

-     ເປັນເລື່ອງທີ່ຈະຕ້ອງສອດຄ່ອງກັບເປົ້າໝາຍຂອງໝ່ວຍງານ.

-     ເປັນເລື່ອງທີ່ເຮັດໃຫ້ສຳເລັດໄດ້ໂດຍກຸ່ມຄຸນນະພາບເອງ.

-     ເປັນເລື່ອງທີ່ຜົນງານທີ່ໄດ້ຕ້ອງຄຸ້ມກັບຄ່າໃຊ້ຈ່າຍ.

-     ເປັນເລື່ອງທີ່ມີການຈັດລຳດັບຄວາມສຳຄັນກ່ອນຫຼັງ ໂດຍເລືອກບັນຫາທີ່ສຳຄັນຫຼາຍມາເຮັດກ່ອນ.

1.3.ຂັ້ນຕອນການກຳນົດເປົ້າໝາຍ.

ແມ່ນການກຳນົດເປົ້າໝາຍວ່າຈະເຮັດກິດຈະກຳຫຍັງ ພາຍໃນໄລຍະເວລາດົນເທົ່າໃດ (ບໍ່ຄວນເກີນ 6 ເດືອນ) ແລະ ຄາດວ່າຜົນທີ່ໄດ້ຈະເປັນແນວໃດ ໂດຍພິຈາລະນາຈາກຂີດຄວາມສາມາດຂອງກຸ່ມໃນແງ່ຂອງກຳລັງຄົນເວລາ ແລະ ເທັກໂນໂລຢີ ໂດຍເພື່ອໃຫ້ໄດ້ເຫັນເປົ້າໝາຍ ເຊັ່ນ: ຫຼຸດອັດຕາການສູນເສຍໃຫ້ນ້ອຍລົງຮ້ອຍລະ 2 ພາຍໃນໄລຍະເວລາ 3 ເດືອນ ໂດຍມີຫຼັກການພິຈາລະນາການກຳນົດເປົ້າໝາຍ ດັ່ງນີ້:

-     ສອດຄ່ອງກັບເປົ້າໝາຍຫຼັກຂອງໝ່ວຍງານ ແລະ ອົງກອນ.

-     ເປົ້າໝາຍຕ້ອງຊັດເຈນ ແລະ ວັດຜົນໄດ້.

-     ຕ້ອງເປັນໄປໄດ້ຕາມຄວາມສາມາດຂອງກຸ່ມ.

-     ຕ້ອງມີການກຳນົດໄລຍະເວລາໃນການດຳເນີນການ.

-     ສະມາຊິກທຸກຄົນໃນກຸ່ມຕ້ອງຮູ້ ແລະ ເຂົ້າໃຈໃນເປົ້າໝາຍຂອງກຸ່ມ.

-     ບໍ່ກໍ່ໃຫ້ເກີດຄວາມຂັດແຍ້ງດ້ານຜົນປະໂຫຍດຂອງສະມາຊິກກຸ່ມ.

1.4.ຂັ້ນຕອນການວິເຄາະສະພາບບັນຫາປະຈຸບັນ.

ແມ່ນການສຳຫຼວດບັນຫາໃນການເຮັດວຽກງານທີ່ເປັນປະຈຸບັນ ໃຫ້ລະອຽດທຸກແງ່ທຸກມຸມວ່າມີສາເຫດຈາກຫຍັງ ໂດຍເລືອກເຄື່ອງມືທີ່ໃຊ້ເກັບ ແລະ ລວບລວມຂໍ້ມູນ ເຊັ່ນ: ໃບກວດສອບ (Check Sheet) ແລະ ນຳມາຈຳແນກຂໍ້ມູນ ແລ້ວນຳສະເໜີຕໍ່ທີ່ປະຊຸມໂດຍສະແດງໃນຮູບຂອງກາບຟິກ ຫຼື ແຜນຕາຕະລາງພາບໃຫຍ່ ແລະ ອື່ນ ໆ ການນຳສະເໜີຫົວຂໍ້ເລື່ອງ ຕ້ອງສາມາດເຮັດໃຫ້ເຫັນຢ່າງຊັດເຈນ ແລະ ຄອບຄຸມ ອາດໃຊ້ ຫຼັກການຕັ້ງຄຳຖາມ 5 W 1 H ແມ່ນເຮັດຫຍັງ (What), ເຮັດຢູ່ໃສ (Where), ເຮັດເມື່ອໃດ (When), ເປັນຫຍັງຕ້ອງເຮັດ (Why) ໃຜເປັນຜູ້ເຮັດ (Who) ແລະ ມີຂັ້ນຕອນການປະຕິບັດແນວໃດ (How).

1.5.ຂັ້ນຕອນການວາງມາດຕະການແກ້ໄຂ.

ແມ່ນມີການໃຊ້ຂັ້ນຕອນ PDCA ຂອງວົງຈົນເດມມິ່ງ (DemingCycle) ຊຶ່ງເປັນຂັ້ນຕອນໃນການຫາທາງເລືອກໃນການແກ້ບັນຫາທີ່ເກິດຂື້ນ ໂດຍໃຊ້ວິທີການລະດົມຄວາມຄິດຈາກສະມາຊິກໃນກຸ່ມອອກມາໃຫ້ໄດ້ຫຼາຍທີ່ສຸດ ຈາກນັ້ນຈຶ່ງກໍ່ການກລັ່ນກອງໂດຍຄວາມຄິດເຫັນຂອງສະມາຊິກເອງ ເພື່ອໃຫ້ໄດ້ວິທີການ ຫຼື ມາດຕະການແກ້ໄຂ ຊຶ່ງຢູ່ໃນຄວາມສາມາດຂອງກຸ່ມທີ່ຈະເຮັດໄດ້ ມາທົດລອງປະຕິບັດແນວທາງແກ້ບັນຫານັ້ນໆ ດັ່ງມີລາຍລະອຽດຂອງຂັ້ນຕອນຕ່າງໆ ຕາມວົງຈົນ PDCA ດັ່ງນີ້:

-   ການວາງແຜນ (P: Plan) ແມ່ນຂັ້ນການເກັບຂໍ້ມູນກ່ອນເລືອກບັນຫາ ຈັດລຳດັບຄວາມສຳຄັນຫາສາເຫດຂອງບັນຫາ ແລະ ຫາວິທີການແກ້ບັນຫານັ້ນໆ ລວມເຖິງການຈັດຂັ້ນຕອນການປະຕິບັດຕ່າງໆ.

-     ການເຮັດ (D : Do) ແມ່ນຂັ້ນການເຮັດຕາມແຜນທີ່ວາງໄວ້ໃນແຕ່ລະຂັ້ນຕອນ ແລ້ວເກັບລວບລວມໍຜົນທີ່ໄດ້ຈາກການເຮັດນັ້ນ ວ່າມີຈຸດໃດບົກຜ່ອງ ຫຼື ຕ້ອງມີການປັບປຸງແກ້ໄຂ.

-   ການກວດສອບ (C: Check) ແມ່ນຂັ້ນການກວດສອບຜົນການປະຕິບັດທີ່ໄດ້ເຮັດໄປແລ້ວທຸກຈຸດວ່າໃນພາບລວມຂອງການປະຕິບັດນັ້ນມີຜົນກະທົບ ຫຼື ຕົງຕາມເປົ້າໝາຍທີ່ກຳນົດຫຼາຍນ້ອຍພຽງໃດ ຫຼື ມີຈຸດບົກຜ່ອງ ຫຼື ບໍ່ ແລະ ມີແນວທາງແກ້ໄຂປັບປຸງແນວໃດ.

-     ການປະຕິບັດ (A : Act) ແມ່ນຂັ້ນສຸດທ້າຍຂອງວົງຈົນທີ່ນຳໄປປະຕິບັດຈິງ ຫາກປະສົບຜົນສຳເລັດຕາມທີ່ໄດ້ວາງເປົ້າໝາຍໄວ້ (ຫົວຂໍ້ທີ່ 3) ກໍຈະຕ້ອງນຳເຂົ້າສູ່ຂັ້ນຕອນຕໍ່ໄປ ແຕ່ຖ້າຍັງບໍ່ແນ່ໃຈກໍຕ້ອງນຳເຂົ້າວົງຈົນ PDCA ອີກເທື່ອໜຶ່ງ ໂດຍນຳປະສົບການຈາກຂັ້ນຕອນທຳອິດມາວາງແຜນ (P) ເທື່ອຕໍ່ໄປ ແລະ ດຳເນີນກິດຈະກຳຕາມວົງຈົນຕໍ່ໄປ ຈະຈັກຮອບກໍຕາມຈົນກວ່າຈະສຳເລັດຕາມເປົ້າໝາຍ.

1.6.ຂັ້ນຕອນການກຳນົດມາດຕະຖານການເຮັດວຽກງານ.

ເມື່ອໄດ້ດຳເນີນການຄົບວົງຈົນແລ້ວ ຈະຕ້ອງກຳນົດ ຫຼື ຂຽນເປັນມາດຕະຖານການເຮັດວຽກງານຂອງກຸ່ມ ໂດຍເພື່ອໃຫ້ເປັນກອບໃນການປະຕິບັດ ແລະ ປ້ອງກັນບໍ່ໃຫ້ເກີດບັນຫາດັ່ງກ່າວອີກ ແລະ ເມື່ອໄດ້ມາດຕະຖານການເຮັດວຽກງານຂຶ້ນມາ ແລະ ຝ່າຍບໍລິຫານຮັບຮູ້ແລ້ວ ກໍຈະຕ້ອງກໍ່ການຝຶກອົບຮົມ ຫຼື ສອນພະນັກງານອື່ນໆ ໃຫ້ຮູ້ຈັກວິທີການເຮັດວຽກງານຕາມມາດຕະຖານທີ່ກຳນົດ.

1.7.ຂັ້ນຕອນການສະຫລຸບຜົນກິດຈະກຳກຸ່ມຄຸນນະພາບ.

ເປັນຂັ້ນຕອນໃນການນຳຜົນມາປຽບທຽບກັບເປົ້າໝາຍ ລວມຜົນທາງກົງ ແລະ ຜົນທາງອອ້ມໄດ້ ເພື່ອໃຫ້ຮູ້ຜົນສຳເລັດຂອງການແກ້ບັນຫາ ສະຫລຸບບັນຫາ ແລະ ອຸປະສັກເພື່ອເປັນຂໍ້ສັງເກດຂອງຜູ້ກ່ຽວຂ້ອງ ຈາກນັ້ນກໍ່ການເລືອກບັນຫາທີ່ກຸ່ມເຄີຍສະເໜີ ຫຼື ບັນຫາເລັ່ງດ່ວນອື່ນໆ ມາເປັນຫົວຂໍ້ກິດຈະກຳເລື່ອງຕໍ່ໄປ ໂດຍເພື່ອໃຫ້ເກີດຄວາມຕໍ່ເນື່ອງໃນການດຳເນີນກິດຈະກຳຂອງກຸ່ມຄຸນນະພາບ.

ใหม่กว่า เก่ากว่า