ການບໍລິຫານຜະລິດຕະພັນ
ການທຳຄວາມເຂົ້າໃຈເລື່ອງຜະລິດຕະພັນ ແລະ ການບໍລິຫານຜະລິດຕະພັນຈົນສາມາດນຳໄປສູ່ການຕັດສິນໃຈກ່ຽວກັບຜະລິດຕະພັນ
ແລະ ເຮັດໃຫ້ຜະລິດຕະພັນປະສົບຜົນສຳເລັດໃນຕະຫຼາດໄດ້ນັ້ນ ນັກການຕະຫຼາດຕ້ອງທຳຄວາມເຂົ້າໃຈຄວາມໝາຍຂອງການບໍລິຫານຜະລິດຕະພັນ
ບົດບາດໝ້າທີ່ຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນ ແລະ ການບໍລິຫານຜະລິດຕະພັນໃຫ້ມີປະສິດທິພາບ.
1.1.ຄວາມໝາຍຂອງການບໍລິຫານຜະລິດຕະພັນ.
ການເຮັດຄວາມເຂົ້າໃຈເລື່ອງການບໍລິຫານຜະລິດຕະພັນ
ຄວນເຮັດຄວາມເຂົ້າໃຈຄວາມໝາຍຂອງການບໍລິຫານຜະລິດຕະພັນ ແລະ ຄຳອື່ນໆ
ທີ່ກ່ຽວຂ້ອງ ມີຄວາມໝາຍທີ່ຄວນເຮັດຄວາມເຂົ້າໃຈດັ່ງຕໍ່ໄປນີ້:
ການບໍລິຫານຜະລິດຕະພັນ (product
management) ໝາຍເຖິງ
ການບໍລິຫານຕະຫຼາດກ່ຽວກັບຜະລິດຕະພັນ ຜູ້ບໍລິຫານຜະລິດຕະພັນຊຶ່ງມີໝ້າທີ່ເບິ່ງແຍງຮັບຜິດຊອບກ່ຽວກັບຜະລິດຕະພັນ
ເອີ່ນວ່າ: ຜູ້ຈັດການຜະລິດຕະພັນ.
ຜູ້ຈັດການຜະລິດຕະພັນ (product manager) ໝາຍເຖິງ
ຜູ້ທີ່ເຮັດໝ້າທີ່ບໍລິຫານຜະລິດຕະພັນ ຊຶ່ງປະກອບດ້ວຍ
ການວິເຄາະສະຖານນະການກ່ຽວກັບຜະລິດຕະພັນ ການຕັດສິນໃຈດ້ານຜະລິດຕະພັນ
ພັດທະນາ ສ່ວນປະສົມການຕະຫຼາດສຳລັບຜະລິດຕະພັນ ພັດທະນາຜະລິດຕະພັນໃໝ່
ປະສານງານກັບຊ່ອງທາງຈຳໜ່າຍ ແລະຝ່າຍຕ່າງ ໆ ໃນອົງກອນ
ລວມທັງຄວບຄຸມປະເມີນຜົນການດຳເນີນງານກ່ຽວກັບຜະລິດຕະພັນ
ເພື່ອຕອບສະໝອງຄວາມຕ້ອງການ ແລະ ຄວາມພຶງພໍໃຈຂອງຕະຫຼາດເປົ້າໝາຍ.
ຜູ້ຈັດການກຸ່ມຜະລິດຕະພັນ (product
category manager) ຫຼື ຜູ້ຈັດການຕາສິນຄ້າ (brand
manager) ໝາຍເຖິງ ຜູ້ທີ່ມີໝ້າທີ່ຮັບຜິດຊອບບໍລິຫານກຸ່ມຜະລິດຕະພັນກຸ່ມໃດກຸ່ມໜຶ່ງ
ຫຼື ຕາຜະລິດຕະພັນຈຳນວນໜຶ່ງ.
ຈາກຄວາມໝາຍຂອງການບໍລິຫານຜະລິດຕະພັນ ແລະ ຜູ້ຈັດການຜະລິດຕະພັນທີ່ກ່າວມານັ້ນຜູ້ຈັດການຜະລິດຕະພັນເປັນຜູ້ເຮັດໝ້າທີ່ບໍລິຫານຜະລິດຕະພັນ
ໃຫ້ປະສົບຜົນສຳເລັດໂດຍຮັບຜິດຊອບ ແລະ ຕັດສິນໃຈເລື່ອງທີ່ກ່ຽວຂ້ອງກັບຜະລິດຕະພັນ
ກຸ່ມຜະລິດຕະພັນ ຫຼື ຕາສິນຄ້າທີ່ໄດ້ຖືກມອບໝ່າຍ.
1.2.ບົດບາດ ແລະ
ໝ້າທີຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນ.
ຄວາມສຳເລັດຂອງຜະລິດຕະພັນໃດຜະລິດຕະພັນໜຶ່ງໃນຕະຫຼາດນັ້ນ
ຜູ້ຈັດການຜະລິດຕະພັນເປັນຜູ້ທີ່ມີບົດທບາດ
ໃນການເບິ່ງແຍງຮັບຜິດຊອບຜະລິດຕະພັນ ຊຶ່ງຈຳແນກບົດບາດແລະ
ໝ້າທີ່ຂອງຜູ້ຈັດການຜະລິດຕະພັນໄດ້ດັ່ງນີ້:
1.ວາງແຜນການຕະຫຼາດສຳລັບຜະລິດຕະພັນ.
ແມ່ນສາຍຜະລິດຕະພັນ ແລະ ກຸ່ມຜະລິດຕະພັນ
ໂດຍຈັດກຽມແຜນການຕະຫຼາດປະຈຳປີ ແລະ ປະມານການຍອດຂາຍຂອງຜະລິດຕະພັນ
ຊຶ່ງຕ້ອງດຳເນີນການວິເຄາະຕະຫຼາດ ພຶດຕິກຳຜູ້ບໍລິໂພກ ຄູ່ແຂ່ງຂັນ ແລະ
ສະພາບແວດລ້ອມພາຍນອກດ້ານອື່ນໆ ເພື່ອນຳມາສູ່ການກຳນົດແຜນຕະຫຼາດ ແລະ ກົນລະຍຸດຕະຫຼາດສຳລັບຜະລິດຕະພັນ.
2.ພັດທະນາກົນລະຍຸດການແຂ່ງຂັນຂອງຜະລິດຕະພັນ.
ເພື່ອໃຫ້ຜະລິດຕະພັນສາມາດແຂ່ງຂັນໃນຕະຫຼາດໄດ້
ແລະ ຕອບໂຕ້ກົນລະຍຸດຂອງຄູ່ແຂ່ງໄດ້ວ່ອງໄວຊຶ່ງຜູ້ຈັດການຜະລິດຕະພັນຕ້ອງຕິດຕາມສະຖານນະການຂອງຜະລິດຕະພັນຂອງບໍລິສັດ
ແລະ ຜະລິດຕະພັນຂອງຄູ່ແຂ່ງຂັນຢ່າງໃກ້ຊິດ ໃນດ້ານພາບລັກສະນະອົງກອນ
ຍອດຂາຍ ສ່ວນຖືຄອງຕະຫຼາດ.
3.ປະຕິບັດງານຮ່ວມກັບບໍລິສັດຕົວແທນໂຄສະນາ ສື່ ແລະ ບໍສິສັດຈັດສະແດງສິນຄ້າ.
ໃນການວາງແຜນອົງກອນໂຄສະນາ ແລະ
ສົ່ງເສີມການຕະຫຼາດຜະລິດຕະພັນ ແລະ ສາຍຜະລິດຕະພັນ
ໂດຍພິຈາລະນາງົບປະມານການໂຄສະນາທີ່ຈະໃຊ້ ຕັດສິນໃຈເລື່ອງເນື້ອຫາໂຄສະນາ
ການເລືອກໃຊ້ສື່ ຄວາມຖີ່ຂອງການໂຄດສະນາ ການປະຊາສຳພັນຕາ ການຈັດກິດຈະກຳສົ່ງເສີມການຂາຍຕ່າງໆ
ຂອງຜະລິດຕະພັນ.
4.ກະຕຸ້ນການເຮັດວຽກຂອງຝ່າຍຂາຍ ແລະ ຜູ້ຈຳໝ່າຍ.
ເພື່ອໃຫ້ຝ່າຍຂາຍໃຊ້ຄວາມພະຍາຍາມໃນການຂາຍຜະລິດຕະພັນ
ການຈັດກິດຈະກຳສົ່ງເສີມການຂາຍສູ່ພະນັກງານຂາຍ ແລະ ປະສານງານ
ຜູ້ຈັດຈຳໜ່າຍເພື່ອໃຫ້ຜູ້ຈັດຈຳໜ່າຍຮັບຜະລິດຕະພັນໄວ້ຂາຍ
ລວມທັງກະຈາຍຜະລິດຕະພັນເຂົ້າສູ່ຕະຫຼາດເປົ້າໝາຍໄດ້ທົ່ວເຖິງ ແລະ
ໃຫ້ຄວາມຮ່ວມມືໃນການຈັດກິດຈະກຳສົ່ງເສີມການຂາຍຂອງຜະລິດຕະພັນ.
5.ລວບລວມຂໍ້ມູນກ່ຽວກັບຜະລິດຕະພັນທັງໝົດ.
ແມ່ນຂໍ້ມູນດ້ານການຜະລິດ
ຂໍ້ມູນດ້ານການຕະຫຼາດ ຂໍ້ມູນດ້ານການເງິນ ເພື່ອວາງແຜນຜະລິດຕະພັນ
ແລະຕັດສິນໃຈກ່ຽວກັບຜະລິດຕະພັນ
ໃຫ້ສາມາດຕອບສະໝອງຄວາມພຶງພໍໃຈຂອງຜູ້ບໍລິໂພກກຸ່ມເປົ້າໝາຍ ແລະ
ສ້າງຄວາມພັກດີຕໍ່ຜະລິດຕະພັນຊຶ່ງຕ້ອງປະສານງານກັບຝ່າຍຕ່າງໆ
ພາຍໃນອົງກອນ ແລະ ພາຍນອກອົງກອນ.
6.ການປະສານງານກັບຝ່າຍຕ່າງໆ ພາຍໃນອົງກອນ ແລະ ນອກອົງກອນ.
ເພື່ອສະໜັບສະໜູນໃຫ້ແຜນການຕະຫຼາດ ແລະ
ແຜນກົນລະຍຸດຜະລິດຕະພັນບັນລຸຜົນຕາມເປົ້າໝາຍ ໄດ້ແກ່ ຝ່າຍວິໄຈ ແລະ
ພັດທະນາຊຶ່ງເຮັດໝ້າທີ່ວິໄຈພັດທະນາຜະລິດຕະພັນ ຄິດຄົ້ນ ແລະ
ພັດທະນາຜະລິດຕະພັນໃໝ່ ຝ່າຍຜະລິດ ຝ່າຍຂາຍ ແລະ
ຈັດຈຳໜ່າຍຊຶ່ງເຮັດໝ້າທີ່ຜະລິດສິນຄ້າໃຫ້ພ້ອມຈຳໜ່າຍ ແລະ
ຊ່ວຍກະຈາຍສິນຄ້າສູ່ຜູ້ບໍລິໂພກເປົ້າໝາຍ
ເຮັດໃຫ້ຍອດຂາຍຂອງຜະລິດຕະພັນຂາຍໄດ້ຕາມປະມານການຍອດຂາຍທີ່ວາງແຜນໄວ້
ບໍລິສັດຕົວແທນໂຄສະນາ ສື່ ປະຊາສຳພັນ ແລະ ຝ່າຍສົ່ງເສີມກາຕະຫຼາດ
ຊຶ່ງເຮັດໝ້າທີ່ໃນການວາງແຜນລົງໂຄດສະນາ ແລະ
ກິດຈະກຳສົ່ງເສີມການຕະຫຼາດດ້ານອື່ນໆ ຂອງຜະລິດຕະພັນ
ຝ່າຍຈັດຊື້ຊຶ່ງເຮັດໝ້າທີ່ຈັດຫາວັດຖຸດິບ ວັດດຸອຸປະກອນຕ່າງໆ
ຊຶ່ງມີຜົນຕໍ່ຄຸນນະພາບຂອງຜະລິດຕະພັນ ຫີບຫໍ່ ແລະ ຕົ້ນທຸນຂອງຜະລິດຕະພັນ
ສ່ວນຝ່າຍວິໄຈຕະຫຼາດຊ່ວຍຄົ້ນຫາຂໍ້ມູນຄວາມຕ້ອງການ ແລະ
ພຶດຕິກຳຜູ້ບໍລິໂພກ ຝ່າຍການເງິນຮັບຜິດຊອບໃນການຈັດຫາ
ແລະຈັດສັນເງິນທຶນເພື່ອສະໜັບສະໜູນຜະລິດຕະພັນ ຝ່າຍກົດໝາຍຮັບຜິດຊອບດ້ານກົດໝາຍທີ່ມີຜົນກັບບໍລິສັດ
ຫຼື ລູກຄ້າ.
1.3.ການບໍລິຫານຜະລິດຕະພັນໃຫ້ມີຄຸນນະພາບ.
ໃນການຈັດການຜະລິດຕະພັນໃຫ້ປະສົບຄວາມສຳເລັດຕາມເປົ້າໝາຍ ເພຍສັນ ແລະ ວິນສັນ
ໄດ້ສະເໜີວິທີການເຮັດໃຫ້ການບໍລິຫານຜະລິດຕະພັນມີປະສິດທິພາບໄວ້ໃນໝັງສືການບໍລິຫານການຕະຫຼາດຂອງຟິນລິບ
ອອດສະເຕເລຍໄວ້ 5 ຂັ້ນຕອນ ດັ່ງນີ້:
1.ການກຳນົດບົດບາດ
ແລະ ໝ້າທີ່ຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນ.
ໂດຍການກຳນົດບົດບາດ ແລະ ໝ້າທີ່ຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນໃຫ້ຊັດເຈນ
ເພື່ອໃຫ້ຜູ້ຈັດການຜະລິດຕະພັນເຂົ້າໃຈຂອບເຂດບົດບາດໝ້າທີ່ຂອງຕົນເອງ ແລະ ປະຕິບັດໝ້າທີ່ຄວາມຮັບຜິດຊອບໃຫ້ມີປະສິດທິພາບ.
2.ກຳນົດຂັ້ນຕອນການພັດທະນາກົນລະຍຸດ ແລະ ທົບທວນກົນລະຍຸດ.
ເພື່ອກຳນົດກອບໃນການປະຕິບັດງານຂອງຜູ້ຈັດການຜະລິດຕະພັນໃຫ້ສອດຄ່ອງກັບກົນລະຍຸດ
ແລະ ຜູ້ຈັດການຜະລິດຕະພັນ ສາມາດເຂົ້າໃຈ ແລະ
ປັບກົນລະຍຸດຂອງຜະລິດຕະພັນໃຫ້ສອດຄ່ອງກັບກົນລະຍຸດອົງກອນແລະ
ກົນລະຍຸດຕະຫຼາດ.
3.ກຳນົດບົດບາດຂອງຜູ້ຊ່ຽວຊານແຕ່ລະສາຍງານໃຫ້ຊັດເຈນ.
ເພື່ອລົດຄວາມຂັດແຍ້ງລະຫວ່າງຜູ້ຈັດການຜະລິດຕະພັນ
ແລະ ຜູ້ຊ່ຽວຊານຝ່າຍຕ່າງໆ
ຢ່າງມີປະສິດທິພາບຊ່ວຍໃຫ້ຜູ້ຈັດການຜະລິດຕະພັນ ແລະ
ຜູ້ຊ່ຽວຊານຝ່າຍຕ່າງໆ ປະສານງານກັນຢ່າງມີປະສິດທິພາບ.
4.ການບໍລິຫານຄວາມຂັດແຍ້ງ.
ໂດຍການຈັດຂະບວນການລຸດຄວາມຂັດແຍ້ງຜົນປະໂຫຍດຢ່າງເປັນທາງການລະຫວ່າງການບໍລິຫານຕາມຜະລິດຕະພັນ
ແລະ ການບໍລິຫານຕາມສາຍງານ.
5.ການປະເມີນຜົນການປະຕິບັດງານ.
ດ້ວຍການສ້າງລະບົບການວັດຜົນງານໃຫ້ສອດຄ່ອງ
ກັບຄວາມຮັບຜິດຊອບຂອງຜູ້ຈັດການຜະລິດຕະພັນ ແລະ ປະເມີນຜົນການປະຕິບັດງານຂອງຜູ້ຈັດການຜະລິດຕະພັນຢ່າງມີປະສິດທິພາບຈາກຂັ້ນຕອນດັ່ງກ່າວ
ຈະເຫັນໄດ້ວ່າການທີ່ຜະລິດຕະພັນຈະປະສົບຄວາມສຳເລັດໄດ້ຮັບການຍອມຮັບຂອງຕະຫຼາດ
ຫຼື ບໍ່ ນັ້ນຂຶ້ນຢູ່ກັບບົດບາດຂອງຜູ້ບໍລິຫານຜະລິດຕະພັນ
ຊຶ່ງຕ້ອງຮັບຜິດຊອບໃນ ການບໍລິຫານຜະລິດຕະພັນ ແລະ ປະຕິບັດຕາມຂະບວນການບໍລິຫານຜະລິດຕະພັນໃຫ້ມີປະສິດທິພາບ.
1.4.ຂະບວນການບໍລິຫານຜະລິດຕະພັນ.
ຂະບວນການບໍລິຫານຜະລິດຕະພັນ (product
management process) ໝາຍເຖິງ ການສ້າງແນວຄວາມຄິດກ່ຽວກັບຜະລິດຕະພັນ
ການວິເຄາະສະຖານນະການຂອງຜະລິດຕະພັນ ການວາງກົນລະຍຸດຜະລິດຕະພັນ ການຈັດອົງກອນເພື່ອບໍລິຫານຜະລິດຕະພັນ
ການປະຕິບັດຕາມແຜນ ແລະ ຄວບຄຸມປຣະເມີນຜົນການດຳເນີນງານກ່ຽວກັບຜະລິດຕະພັນ
ເຊິ່ງສາມາດແບ່ງໄດ້ 8 ຂັ້ນຕອນດັ່ງນີ້:
1.4.1.ວິເຄາະສະຖານນະການຂອງຜະລິດຕະພັນ.
ການວິເຄາະສະຖານນະການຂອງຜະລິດຕະພັນ (product
situation analysis) ເປັນການວິເຄາະສະພາບແວດລ້ອມເພື່ອນຳມາສູ່ການກຳນົດກົນລະຍຸດກ່ຽວກັບຜະລິດຕະພັນ
ຈຶ່ງຕ້ອງມີການວິເຄາະດ້ານຕ່າງໆ ດັ່ງຕໍ່ໄປນີ້:
1.ການສ້າງແນວຄິດກ່ຽວກັບຜະລິດຕະພັນ.
ການສ້າງແນວຄິດກ່ຽວກັບຜະລິດຕະພັນ (product
concept) ເປັນການວິເຄາະຂໍ້ມູນເພື່ອນຳໄປສູ່ການຕັດສິນໃຈສ້າງຜະລິດຕະພັນໂດຍການວິເຄາະພຶດຕິກຳຜູ້ບໍລິໂພກດ້ານຕ່າງໆ
ເຊັ່ນ: ວິເຄາະປັດໄຈທາງຈິດວິທະຍາຂອງຜູ້ບໍລິໂພກ, ປັດໄຈດ້ານສັງຄົມ
ແລະ ວັດທະນະທຳຂອງຜູ້ບໍລິໂພກ
ນຳໄປສູ່ການພິຈາລະນາວ່າຄວນຜະລິດສິນຄ້າຫຍັງ ເພື່ອສະໝອງຄວາມຈຳເປັນ ຫຼື
ຄວາມຕ້ອງການຫຍັງແກ່ຜູ້ບໍລິໂພກກຸ່ມໃດ
ຊຶ່ງໄດ້ອະທິບາຍລາຍລະອຽດເລື່ອງການສ້າງແນວຄິດກ່ຽວກັບຜະລິດຕະພັນ.
2.ການວິເຄາະປັດໄຈພາຍໃນ ແລະ ປັດໄຈພາຍນອກ.
ການວິເຄາະປັດໄຈພາຍໃນ ແລະ
ປັດໄຈພາຍນອກ ເປັນສິ່ງຈຳເປັນທີ່ກິດຈະການຕ້ອງດຳເນີນການ
ເພື່ອໃຫ້ຮູ້ວ່າປັດໄຈເຫຼົ່ານີ້ ມີຜົນກະທົບຕໍ່ກິດຈະການແນວໃດ
ຊີ້ໃຫ້ເຫັນທິດທາງແນວໂນ້ມ ແລະ
ສະຖານນະການທີ່ກິດຈະການຕ້ອງຜະເຊີນໃນພາວະປະຈຸບັນ ແລະ ອະນາຄົດ
ຂໍ້ມູນທີ່ໄດ້ຈາກການວິເຄາະນຳໄປສູ່ການຕັດສິນໃຈກຳນົດກົນລະຍຸດຜະລິດຕະພັນ
ແລະ ລາຄາໄດ້ເໝາະສົມ.
·
ການວິເຄາະປັດໄຈພາຍໃນ:
ເພື່ອຫາຈຸດແຂງ ແລະ ຈຸດອ່ອນຂອງບໍລິສັດເມື່ອທຽບກັບຄູ່ແຂ່ງຂັນ
ແລ້ວນຳຈຸດແຂງມາກຳນົດກົນລະຍຸດດ້ານຜະລິດຕະພັນ ແລະ ແກ້ໄຂຈຸດອ່ອນ.
·
ການວິເຄາະປັດໄຈພາຍນອກ:
ເປັນການວິເຄາະເພື່ອຫາໂອກາດ ແລະ ອຸປະສັກຈາກສິ່ງແວດລ້ອມທີ່ຄວບຄຸມບໍ່ໄດ້
ໄດ້ແກ່ພາວະເສດຖະກິດ ການເມືອງ ແລະ ກົດໝາຍ ພາວະທາງສັງຄົມ ແລະ ວັດທະນະທຳ
ປະຊາກອນ ແລະ ການເຄື່ອນຢ້າຍ ການຈະເລີນກ້າວໜ້າທາງເທກໂນໂລຢີ.
3.ການແບ່ງສ່ວນຕະຫຼາດ ການເລືອກຕະຫຼາດເປົ້າໝາຍ ແລະ
ການວາງຕຳແໜ່ງຜະລິດຕະພັນ.
ຫຼັງຈາກວິເຄາະສະພາບແວດລ້ອມທາງການຕະຫຼາດແລ້ວ
ຂັ້ນຕອນຕໍ່ໄປທຸລະກິດຕ້ອງເລືອກຕະຫຼາດເປົ້າ
ໝາຍທີ່ມີໂອກາດໃນເຊີງທຸລະກິດ ຊຶ່ງເອີ້ນໃນທາງການຕະຫຼາດວ່າ ການຕະຫຼາດເປົ້າໝາຍ
(targetmarketing) ໃນການເລືອກຕະຫຼາດເປົ້າໝາຍມີຂັ້ນຕອນໃຫຍ່
3 ຂັ້ນຕອນ ຄື ການແບ່ງສ່ວນຕະຫຼາດ, ການເລືອກຕະຫຼາດເປົ້າ ໝາຍ ແລະ ການວາງຕຳແໜ່ງຜະລິດຕະພັນມີດັ່ງນີ້:
1.ການແບ່ງສ່ວນຕະຫຼາດ.
·
ກຳນົດຕົວແປເພື່ອແບ່ງສ່ວນຕະຫຼາດ.
·
ກຳນົດໂຄງສ້າງສ່ວນຕະຫຼາດ.
2.ກຳນົດເປົ້າໝາຍຕະຫຼາດ.
·
ປະເມີນສ່ວນຕະຫຼາດ.
·
ເລືອກສ່ວນເປັນຕະຫຼາດເປົ່າໝາຍ.
3.ການວາງຕຳແໝງຜະລິດຕະພັນໃນຕະຫຼາດ.
·
ກຳນົດແນວແບ່ງສ່ວນຜະລິດຕະພັນ.
·
ພັດທະນາ ແລະ
ສື່ສານແນວຄິດຕຳແໝງຜະລິດຕະພັນ.
1.4.2.ການກຳນົດວັດຖຸປະສົງຂອງຜະລິດຕະພັນ.
ບໍລິສັດແຕ່ລະບໍລິສັດມີວັດຖຸປະສົງແຕກຕ່າງກັນອອກໄປຂຶ້ນຢູ່ກັບສະຖານນະການຂອງແຕ່ລະບໍລິສັດທີ່ແຕກຕ່າງກັນ
ວັດຖຸປະສົງຂອງຜະລິດຕະພັນຕ້ອງສອດຄ່ອງກັບວັດຖຸປະສົງທາງການຕະຫຼາດ
ຊຶ່ງສາມາດຈຳແນກວັດຖຸປະສົງຕ່າງໆ ໄດ້ດັ່ງນີ້:
1.ວັດຖຸປະສົງດ້ານກຳໄລ (profitability)
ບໍລິສັດຕ້ອງການກຳໄລຈາກຜະລິດຕະພັນຈຳນວນເທົ່າໃດ
ຊຶ່ງອາດກຳນົດເປັນ ອັດຕາຜົນຕອບແທນຈາກເງິນລົງທຶນ ໃນຜະລິດຕະພັນ ຫຼື
ອັດຕາຜົນຕອບແທນຕໍ່ຍອດຂາຍຂອງຜະລິດຕະພັນ.
2.ວັດຖຸປະສົງດ້ານສ່ວນຄອງຕະຫຼາດ (market share)
ບໍລິສັດຕ້ອງການສ່ວນຄອງຕະຫຼາດຂອງຜະລິດຕະພັນ
ໂດຍການປຽບທຽບຍອດຂາຍຂອງຜະລິດຕະພັນກັບຍອດຂາຍຜະລິດຕະພັນຊະນິດດຽວກັບຂອງຄູ່ແຂ່ງຂັນ
ໃນອຸດສາຫະກຳດຽວກັນ ໂດຍບໍລິສັດອາດກຳນົດວັດຖຸປະສົງເພື່ອຖືຮັກສາສ່ວນຄອງຕະຫຼາດ
ຫຼື ເພີ່ມສ່ວນຄອງຕະຫຼາດ.
3.ວັດຖຸປະສົງດ້ານການຈະເລີນເຕີບໂຕ (growth)
ບໍລິສັດຕ້ອງການເພີ່ມຍອດຂາຍ ແລະ ສ່ວນຄອງຕະຫຼາດ
ຊຶ່ງສະແດງເຖິງຄວາມສາມາດໃນການແຂ່ງຂັນຂອງບໍລິສັດກັບຄູ່ແຂ່ງ.
4.ວັດຖຸປະສົງຕ້ອງການສ້າງພາບລັກຂອງອົງກອນກາສິນຄ້າ (brand image)
ບໍລິສັດຕ້ອງການໃຫ້ກາສິນຄ້າເປັນທີ່ຍອມຮັບຂອງຜູ້ບໍລິໂພກ
ໂດຍພະຍາຍາມສ້າງພາບລັກສະນະໃຫ້ຜະລິດຕະພັນມີເກດສູງ ຊື່ສຽງ ແລະ ຄຸນນະພາບເປັນທີ່ຍອມຮັບ.
5.ວັດຖຸປະສົງເພື່ອແນະນຳຜະລິດຕະພັນໃໝ່ເຂົ້າສູ່ຕະຫຼາດ (launching new product)
ບໍລິສັດຕ້ອງການໃຫ້ຜະລິດຕະພັນໃໝ່ທີ່ເຂົ້າສູ່ຕະຫຼາດໜ້າສົນໃຈ
ກຸ່ມເປົ້າໝາຍຮູ້ຈັກ ແລະ ຈົດຈຳກາໄດ້ໄວ ແລະ ເກີດການທົດລອງໃຊ້.
1.4.3.ການວິເຄາະຄວາມສຳພັນລະຫວ່າງຜະລິດຕະພັນ ແລະ ຕະຫຼາດ.
ການວິເຄາະຄວາມສຳພັນຂອງຜະລິດຕະພັນ ແລະ
ຕະຫຼາດ ເປັນການພິຈາລະນາລັກສະນະຂອງຜະລິດຕະພັນກັບລັກສະນະຕະຫຼາດມີຄວາມສຳພັນສອດຄ່ອງກັນ
ຫຼື ບໍ່ ເພື່ອນຳໄປສູ່ການກຳນົດກົນລະຍຸດການຕະຫຼາດທີ່ ເໝາະສົມຂອງບໍລິສັດ ຊຶ່ງສາມາດວິເຄາະລັກສະນະຜະລິດຕະພັນ
ແລະ ກຳນົດກົນລະຍຸດຕະຫຼາດໄດ້ດັ່ງນີ້:
1.ຜະລິດຕະພັນມາດຕະຖານ (Standard
product)
ເປັນຜະລິດຕະພັນທີ່ຜູ້ບໍລິໂພກບໍ່ເຫັນຄວາມແຕກຕ່າງຢ່າງຊັດເຈນ
ຜູ້ບໍລິໂພກຮູ້ສຶກວ່າຕອບສະໝອງຄວາມຕ້ອງການໄດ້ຄືກັນ ເຊັ່ນ: ນ້ຳຕານຊາຍໃຫ້ຄວາມຫວານຄືກັນ
ຈຶ່ງຄວນໃຊ້ກົນລະຍຸດຕະຫຼາດບໍ່ແຕກຕ່າງ.
2.ຜະລິດຕະພັນສະເພາະ (customized
product)
ຜະລິດຕະພັນມີລັກສະນະພິເສດ ແຕກຕ່າງກັນມຸ້ງຕອບສະໝອງຄວາມຕ້ອງການທີ່ແຕກຕ່າງກັນຂອງຜູ້ບໍລິໂພກສະເພາະກຸ່ມ
ຈຶ່ງຄວນໃຊ້ກົນລະຍຸດມຸ້ງສະເພາະສ່ວນຕະຫຼາດ ເຊັ່ນ: ລົດຍົນກັນກະສຸນ ມຸ້ງຂາຍແກ່ບຸກຄົນສຳຄັນລະດັບຜູ້ນຳປະເທດ
ແລະ ມະຫາເສດຖີ.
3.ຜະລິດຕະພັນທີ່ແຕກຕ່າງ (differentiated
product)
ຜະລິດຕະພັນທີ່ມີຄວາມແຕກຕ່າງກັນ ມຸ້ງຕອບສະໝອງຜູ້ບໍລິໂພກທີ່ມີຄວາມຕ້ອງການແຕກຕ່າງກັນ
ຈຶ່ງຄວນໃຊ້ກົນລະຍຸດການສ້າງຄວາມແຕກຕ່າງ ເຊັ່ນ:
ແປ້ງສຳລັບຜິວສີແຕກຕ່າງກັນ ກາເຟປະສົມສຳເລັດຮູບຊະນິດຊອງທີ່ມີສ່ວນປະສົມຂອງຄີມຫຼາຍນ້ອຍຕ່າງກັນ
ແຊມພູປະສົມຄີມນວດຕ່າງກັນ ບະໝີ່ສຳເລັດຮູບມີຫຼາຍລົດຊາດ.
1.4.4.ກຳນົດງົບປະມານສຳລັບຜະລິດຕະພັນ.
ແມ່ນການກຳນົດງົບປະມານສຳລັບຜະລິດຕະພັນ ເປັນການກຳນົດຄ່າໃຊ້ຈ່າຍຕ່າງໆ
ທີ່ຈຳເປັນຕ້ອງໃຊ້ໃນການບໍລິຫານຜະລິດຕະພັນ ເຊັ່ນ ຄ່າໃຊ້ຈ່າຍໃນການວາງແຜນພັດທະນາຜະລິດຕະພັນ
ຄ່າໃຊ້ຈ່າຍການຈັດຈຳໜ່າຍແລະ ການກະຈາຍສິນຄ້າ ຄ່າໃຊ້ຈ່າຍການສົ່ງເສີມການຂາຍ
ເປັນຕົ້ນ ການກຳນົດຄ່າໃຊ້ຈ່າຍສຳລັບຜະລິດຕະພັນນັ້ນ ບໍລິສັດຕ້ອງພິຈາລະນາວ່າຄວນຈັດສັນງົບປະມານສຳລັບຜະລິດຕະພັນໃດຈຳນວນເທົ່າໃດ.
1.ການຈັດສັນງົບປະມານສຳລັບຜະລິດຕະພັນ.
ແມ່ນການຈັດສັນງົບປະມານສຳລັບຜະລິດຕະພັນ ໃນກໍລະນີທີ່ບໍລິສັດມີຜະລິດຕະພັນຫຼາຍຊະນິດບໍລິສັດຄວນພິຈາລະນາຈັດສັນຊັບພະຍາກອນທາງການເງິນໃຫ້ເໝາະສົມ
ເພື່ອໃຫ້ເກີດປະສິດທິພາບສູງສຸດໃນການໃຊ້ເງິນແລະ
ເກີດຜົນທາງການຕະຫຼາດແກ່ຜະລິດຕະພັນ ຫາກບໍລິສັດບໍລິສັດຈັດສັນງົບປະມານບໍ່ເໝາະສົມ
ເຮັດໃຫ້ຜົນຕອບແທນຕໍ່ຜະລິດຕະພັນຕ່ຳ ອາດສົ່ງຜົນກະທົບໃນໄລຍະຍາວຕໍ່ການແຂ່ງຂັນຂອງຜະລິດຕະພັນໃນຕະຫຼາດ
ເຊັ່ນ:ບໍລິສັດສະໜັບສະໜູນຜະລິດຕະພັນທີ່ຢູ່ໃນໄລຍະຕົກຕ່ຳ
ຊຶ່ງບໍ່ມີໂອກາດເຮັດກຳໄລ ສ່ວນຜະລິດຕະພັນທີ່ກຳລັງເຕີບໂຕກັບບໍ່ໄດ້ຮັບການສະໜັບສະໜູນ
ເຮັດໃຫ້ຄວາມສາມາດໃນການ ແຂ່ງຂັນຂອງຜະລິດຕະພັນທີ່ກຳລັງເຕີບໂຕລຸດລົງ
ສົ່ງຜົນໃຫ້ຜະລິດຕະພັນຂອງບໍລິສັດລົ້ມເຫລວທັງສອງ.
2.ແນວທາງວິເຄາະເພື່ອຈັດສັນຊັບພະຍາກອນທາງການເງິນ.
ການຕັດສິນໃຈຈັດສັນຊັບພະຍາກອນທາງການເງິນແກ່ຜະລິດຕະພັນ
ບໍລິສັດອາດໃຊ້ແນວທາງວິເຄາະເພື່ອຈັດສັນຊັບພະຍາກອນທາງການເງິນ ໂດຍໃຊ້ BCG Matrix ຊຶ່ງຄິດຄົ້ນໂດຍກຸ່ມທີ່ປຶກສາແຫ່ງເມືອງບອດຕັນ
(Boston
Consulting Group) ເປັນໝ່ວຍງານທີ່ໃຫ້ຄຳປຶກສາດ້ານການບໍລິຫານຈັດການ.
ການໃຊ້ BCG Matrix ເປັນການພິຈາລະນາປຽບທຽບລະຫວ່າງອັດຕາການຈະເລີນເຕີບໂຕຂອງຕະຫຼາດ
(market growth
rate) ກັບ ສ່ວນຄອງຕະຫຼາດປຽບທຽບ
(relative
market share) ຊຶ່ງແບ່ງຜະລິດຕະພັນເປັນ
4 ກລຸ່ມຄື: ຜະລິດຕະພັນດາລາ, ຜະລິດຕະພັນມີບັນຫາ,
ຜະລິດຕະພັນເຮັດເງິນ ແລະ ຜະລິດຕະພັນຕົກຕ່ຳ ຊຶ່ງມີລາຍລະອຽດດັ່ງນີ້:
1.ຜະລິດຕະພັນທີ່ເປັນດາລາ (stars)
ເປັນຜະລິດຕະພັນມີສ່ວນຄອງຕະຫຼາດປຽບທຽບສູງ
ແລະ ອັດຕາຈະເລີນເຕີບໂຕຂອງຍອດຂາຍສູງ ຜະລິດຕະພັນກຸ່ມນີ້ຈຶ່ງເປັນຜະລິດຕະພັນກຸ່ມທີ່ເຮັດເງິນໃຫ້ບໍລິສັດ
ບໍລິສັດຈຶ່ງຄວນສະໜັບສະໜູນທາງການເງິນເພື່ອຖືຮັກສາສ່ວນຄອງຕະຫຼາດ ແລະ
ສະໜັບສະໜູນໃຫ້ຈະເລີນເຕີບໂຕຕໍ່ໄປ.
2.ຜະລິດຕະພັນທີ່ມີບັນຫາ (question
marks)
ເປັນຜະລິດຕະພັນທີ່ເຣີ່ມເຂົ້າສູ່ດລາດ ຈຶ່ງມີສ່ວນຄອງຕລາດປຽບທຽບຕ່ຳ
ແຕ່ມີອັດຕາຈະເລີນເຕີບໂຕສູງ ບໍລິສັດຄວນສະໜັບສະໜູນທຣັບຍາກຣທາງການເງີນໃຫ້ກັບຜະລິດຕະພັນກລຸ່ມນີ້ສູງ
ເນື່ອງຈາກມີແນວໂນ້ມການຈະເລີນເຕີບໂຕສູງ ການເຂົ້າສູ່ດລາດໃໝ່ຄ່າໃຊ້ຈ່າຍການສົ່ງເສີມຕລາດ
ເປັນຕົ້ນ
3.ຜະລິດຕະພັນເຮັດເງິນ (cash
cows)
ເປັນຜະລິດຕະພັນມີສ່ວນຄອງຕະຫຼາດປຽບທຽບສູງ
ແຕ່ມີອັດຕາຈະເລີນເຕີບໂຕຂອງຍອດຂາຍຕ່ຳ ຈັດເປັນກຸ່ມຜະລິດຕະພັນເຮັດເງິນໃຫ້ກັບບໍລິສັດຫຼາຍ
ການຈັດສັນຊັບພະຍາກອນທາງການເງິນສຳລັບກຸ່ມນີ້ຈະນ້ອຍລົງ ເນື່ອງຈາກເລີ່ມເຂົ້າສູ່ໄລຍະອິ່ມຕົວ.
4.ຜະລິດຕະພັນທີ່ຕົກຕ່ຳ (dogs)
ເປັນຜະລິດຕະພັນມີສ່ວນຄອງຕະຫຼາດປຽບທຽບຕ່ຳ
ແລະ ມີອັດຕາຈະເລີນເຕີບໂຕຂອງຍອດຂາຍຕ່ຳ ຈັດເປັນກຸ່ມຜະລິດຕະພັນເຮັດເງິນໃຫ້ບໍລິສັດນ້ອຍຫຼາຍເນື່ອງຈາກຕະຫຼາດເສື່ອມຄວາມນິຍົມ
ບໍລິສັດຈຶ່ງບໍ່ຄວນຈັດສັນຊັບພະຍາກອນທາງການເງິນແກ່ກຸ່ມຜະລິດຕະພັນນີ້ຫຼາຍ
ເພາະແນວໂນ້ມຂອງຍອດຂາຍລຸດລົງເລື້ອຍໆ ໃນທີ່ສຸດບໍລິສັດອາດຕ້ອງຖອນຜະລິດຕະພັນກຸ່ມນີ້ອອກຈາກຕະຫຼາດ.
1.4.5.ການວາງແຜນກຸນລະຍຸດດ້ານຜະລິດຕະພັນ.
ການວາງແຜນກົນລະຍຸດຜະລິຕະພັນ
ເປັນການກຳນົດລາຍລະອຽດຂອງຜະລິດຕະພັນໃນເລື່ອງຕ່າງໆເຊັ່ນ:
-
ກົນລະຍຸດສ່ວນປະສົມຜະລິດຕະພັນ
-
ກົນລະຍຸດບັນຈຸພັນ
-
ກົນລະຍຸດປ້າຍສະຫຼາກ ແລະ ຫັດແທງ
-
ກົນລະຍຸດວົງຈອນຊີວິິດຜະລິດຕະພັນ
-
ກົນລະຍຸດພັດທະນາຜະລິດຕະພັນໃໝ່
-
ກົນລະຍຸດຜະລິດຕະພັນບໍລິການ
1.4.6.ການຈັດອົງກອນເພື່ອບໍລິຫານຜະລິດຕະພັນ.
ການຈັດອົງກອນເພື່ອບໍລິຫານຜະລິດຕະພັນເປັນການກຳນົດພາລະງານ
ແລະ ໝ້າທີ່ຄວາມຮັບຜິດຊອບຂອງບຸກຄົນໃນແຜນການຕະຫຼາດ ເພື່ອສາມາດປະຕິບັດງານໃຫ້ບັນລຸເປົ້າໝາຍ
ຊຶ່ງສາມາດແບ່ງອົງກອນເພື່ອບໍລິຫານຜະລິດຕະພັນໄດ້ 4 ແນວທາງດັ່ງນີ້:
1.ການຈັດອົງກອນຕາມໝ້າທີ່ (functional
organization)
ແມ່ນເປັນການຈັດໂຄງສ້າງອົງກອນໂດຍແບ່ງເປັນແຜນການຕ່າງໆ
ຕາມຄວາມຈຳເປັນຂອງແຕ່ລະອົງກອນສະແດງການຈັດອົງກອນຕາມໝ້າທີ່ ຊຶ່ງແບ່ງເປັນ
ຝ່າຍໂຄສະນາ, ຝ່າຍຂາຍ, ຝ່າຍຂົນສົ່ງ ແລະ ຄັງສິນຄ້າ, ຝ່າຍຜະລິດຕະພັນໃໝ່ ແລະ
ຝ່າຍວິໄຈຕະຫຼາດ.
ການຈັດອົງຕາມໝ້າທີ່ມີຂໍ້ດີ
ແມ່ນຈັດໂຄງສ້າງອົງກອນໄດ້ງ່າຍ ແຕ່ລະແຜນການມີໝ້າທີ່ແຍກກັນຊັດເຈນ ແຕ່ມີຂໍ້ເສຍໃນກໍລະນີທີ່ບໍລິສັດມີຈຳນວນຜະລິດຕະພັນຫຼາຍຂຶ້ນເຮັດໃຫ້ເບິ່ງແຍງຜະລິດຕະພັນໄດ້ບໍ່ທົ່ວເຖິງ
ເຮັດໃຫ້ເສຍໂອກາດທາງການຕະຫຼາດໄປໄດ້.
2.ການຈັດອົງກອນຕາມລູກຄ້າ (Customer
organization)
ແມ່ນເພື່ອຕອບສະໝອງຄວາມຕ້ອງການຂອງລູກຄ້າທີ່ມີລັກສະນະທີ່ແຕກຕ່າງກັນ
ນິຍົມໃຊ້ໃນກໍລະນີທີ່ອົງກອນນັ້ນມີລູກຄ້າແຕກຕ່າງກັນ ເຊັ່ນພຶດຕິກຳໃນການຊື້
ຂັ້ນຕອນການຈັດຊື້ ຫຼື ຮອບໄລຍະເວລາການຈັດຊື້ ເປັນຕົ້ນ ດັ່ງພາບທີ່ສະແດງການຈັດອົງກອນຕາມລູກຄ້າໃນແຜນການຂາຍ
ຊຶ່ງແບ່ງເປັນ ແຜນການຂາຍຮ້ານຄ້າສົ່ງ ແຜນການຂາຍຮ້ານຄ້າຍ່ອຍ ແຜນການຂາຍສ່ວນຕະຫຼາດການ
ແລະ ອົງກອນ ແຜນການຂາຍໂຮງງານອຸດສາຫະກຳ.
3.ການຈັດອົງກອນຕາມຜະລິດຕະພັນ ແລະ ກາສິນຄ້າ (product and
brand organization)
ແມ່ນເປັນການຈັດອົງກອນເພື່ອໃຫ້ເບິ່ງແຍງຜະລິດຕະພັນ
ແລະ ກາຜະລິດຕະພັນໄດ້ທົ່ວເຖິງ ຊຶ່ງອາດຈັດເປັນຜູ້ຈັດການກຸ່ມຜະລິດຕະພັນ
ແລະ ຜູ້ຈັດການກາຜະລິດຕະພັນແຕ່ລະກາອີກທີ ໂດຍຂຶ້ນຢູ່ກັບຂະໜາດຂອງບໍລິສັດ
ມີຈຳນວນກຸ່ມຜະລິດຕະພັນ ແລະ ກາຫຼາຍນ້ອຍພຽງໃດ ໃນການຈັດອົງກອນແບບນີ້ນິຍົມໃຊ້ສຳລັບບໍລິສັດທີ່ມີຜະລິດຕະພັນມີຄວາມຫຼາກຫຼາຍແຕກຕ່າງກັນ
ເພື່ອເບິ່ງແຍງຍອດຂາຍຂອງແຕ່ລະຜະລິດຕະພັນໄດ້ທົ່ວເຖິງ ແລະຕອບໂຕ້ຄູແຂ່ງຂັນໄດ້ວ່ອງໄວ
ແຕ່ບໍ່ເໝາະສຳລັບບໍລິສັດທີ່ຍອດຂາຍຂອງຜະລິດຕະພັນມີນ້ອຍ ເພາະເຮັດໃຫ້ຄ່າໃຊ້ຈ່າຍສູງເກີນຄວາມຈຳເປັນ.
ຕົວຢ່າງການຈັດອົງກອນຕາມຜະລິດຕະພັນສະແດງການຈັດອົງກອນຕາມກຸ່ມຜະລິດຕະພັນ
ແລະ ກາຊຶ່ງແບ່ງເປັນ 3
ກຸ່ມຜະລິດຕະພັນ ແມ່ນເສື້ອຜ້າສຳເລັດດຮູບ, ຊຸດຊັ້ນໃນ ແລະ
ຊຸດກິລາ.
4.ການຈັດອົງກອນຕາມພື້ນທີ່ (geographical
organization)
ແມ່ນກະຈາຍຕາມສະພາບພູມສາດ ນິຍົມໃຊ້ກໍລະນີທີ່ກິດຈະການມີອານາເຂດຂາຍກະຈາຍຕາມພູມິພາກຕ່າງໆ
ການຈັດແບບນີ້ເພື່ອຕອບສະໝອງລູກຄ້າທີ່ກະຈາຍຢູ່ຕາມພື້ນທີ່ຕ່າງໆ ໄດ້ທົ່ວເຖິງ
ແລະ ຕອບສະໝອງຄວາມຕ້ອງການທີ່ແຕກຕ່າງກັນຂອງແຕ່ລະພູມິພາກເຊັນ: ພາກເໝືອ,
ພາກກາງ, ພາກໃຕ້.
1.4.7.ການປະຕິບັດຕາມແຜນ ການຄວບຄຸມ ແລະ ປະເມີນຜົນ.
ການປະຕິບັດຕາມແຜນ (implementing) ເປັນຂັ້ນນຳແຜນທີ່ວາງໄວ້ສູ່ການປະຕິບັດ
ໂດຍການມອບ ໝາຍພາລະໝ້າທີ່ໃຫ້ບຸກຄະລາກອນໃນແຜນການງານຕ່າງໆ
ຂອງອົງກອນນຳໄປປະຕິບັດ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້.
ການຄວບຄຸມ ແລະ ປະເມີນຜົນ (controlling and evaluation) ເປັນຂັ້ນຕອນສຸດທ້າຍຂອງຂະບວນການບໍລິຫານຕະຫຼາດ ແລະ ບໍລິຫານຜະລິດຕະພັນ ເພື່ອກວດສອບຜົນການປະຕິບັດງານຜະລິດຕະພັນ ແລະ ວັດຜົນງານ ແລະ ປຽບທຽບຜົນງານກັບເກນມາດຕະຖານທີ່ວາງໄວ້ ຫາກບໍ່ໄດ້ຕາມເກນ ຫຼື ພົບຂໍ້ບົກຜ່ອງຈະໄດ້ນຳໄປສູ່ການປັບປຸງແກ້ໄຂຕໍ່ໄປ.























