ຫຼັກການບໍລິຫານງານຄຸນນະພາບໃນອົງກອນ

 ຫຼັກການບໍລິຫານງານຄຸນນະພາບໃນອົງກອນ

1.1.ຫຼັກ​ການ​ບໍລິຫານ​ງານ​ຄຸນນະພາບ.

1.ການ​ໃຫ້​ຄວາມ​ສ​ໍ​າ​ຄັນ​ກັບ​ລູກ​ຄ້າ.

ແມ່ນທຸລະກິດ​ທຸກ​ປະ​ເພ​ດ​ຈ​ໍ​າ​ເປັນ​ຕ້ອງ​ທ​ໍ​າ​ຄວາມ​ເຂົ້າໃຈ​ກັບ​ຄວາມ​ຕ້ອງ​ການ​ຂອງລູກ​ຄ້າ ແລະ ​ດ​ໍ​າ​ເນີນ​ການ​ໃຫ້​ບັນ​ລຸ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ລວມ​ທັງ​ພະຍາຍາມ​ທ​ໍ​າ​ໃຫ້​ເໜືອ​ຄວາມ​ຄາດ​ຫວັງຂອງ ລູກ​ຄ້າ ໂດຍ​ມີ​ຫຼັກ​ກາ​ນວ່າ​ຫຍັງ​ຄື​ສິ່ງ​ທີ່​ລູກ​ຄ້າ​ຕ້ອງ​ການ​ ແລະ​ ຄາດ​ຫວັງ ຊຶ່ງ​ຕ້ອງ​ຕອບສະໝອງ​ສິ່ງ​ທີ່​ລູກ​ຄ້າ​ຕ້ອງ​ການ​ໃຫ້​ດີ ທີ່ສຸດ ເຊັ່ນ ການ​ປະ​ກັນ​ສິນ​ຄ້າ ການ​ຮ້ອງ​ຮຽນ ເປັນ​ຕົ້ນ.

2.ຄວາມ​ເປັນ​ຜູ້​ນ​ໍ​າ.

ຜູ້​ນ​ໍ​າ​ຈະ​ຕ້ອງ​ສະແດງ​ຄວາມ​ມຸ້ງ​ມັ່ນ​ທີ່​ຈະ​ພັດທະນາ​ອົງ​ກອນ​ຢ່າງ​ຊັດເຈນ ຕ້ອງ​ມີ​ພາ​ວະ​ຜູ້​ນ​ໍ​າວາງ​ບັນ​ຍາ​ກາດ​ໃນ​ກາ​ນ​ເຮັດວຽກ​ທີ່​ຈະ​ເອື້ອ​ອ​ໍ​າ​ນວຍ​ໃຫ້​ບຸ​ກຄະລາກ​ນ​ມີ​ສ່ວນ​ຮ່ວມ​ໃນ​ກາ​ນ​ດ​ໍ​າ​ເນີນ​ງານ ເພື່ອ​ໃຫ້ ບັນລຸຜົນ​ຕາມ​ເປົ້າ​ໝາຍ ໂດຍ​ພາ​ວະ​ຜູ້​ນ​ໍ​າ​ກໍ​ຄື ຄວາມ​ສາມາດ​ໃນ​ການ​ເກືອບ​ນ​ໍ​າ​ໂນ້ມ​ນ້າວ​ໃຫ້​ຄົນ​ຄ້ອຍ​ຕາມ ມີ​ເປົ້າ​ໝາຍ​ເຈນ ​ແລະ​ສາມາດ​ນ​ໍ​າ​ຄົນ​ໃຫ້​ປະຕິບັດ​ກິດຈະກຳ​ໃຫ້​​ລ່ວງ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ​ແລະ​ ປະ​ສິດ​ທິ​ຜົນ ໂດຍ​ມີ​ຫຼັກ​ການ ເນັ້ນ​ໃຫ້​ຜູ້​ນ​ໍ​າ​ອົງ​ກອນ​ມີ​ພາ​ວະ​ຜູ້​ນ​ໍ​າ ສະແດງ​ການ​ເປັນ​ຜູ້​ນ​ໍ​າ​ໃນ​ກາ​ນ​ທ​ໍ​າ​ງານ.

3.ການ​ມີ​ສ່ວນ​ຮ່ວມ​ຂອງ​ບຸກ​ຄະລາກ​ອນ.

ການ​ທີ່​ບຸກ​ຄະລາກ​ອນ​ມີ​ສ່ວນ​ຮ່ວມ​ໃນ​ອົງ​ກອນ ຈະ​ເຮັດ​ໃຫ້​ທຸກ​ຄົນ​ໄດ້​ໃຊ້​ຄວາມ ສາມາດ​ໃຫ້​ເກີດ​ປະໂຫຍດ​ຕໍ່​ສ່ວນ​ລວມ​ຫຼາຍ​ທີ່ສຸດ ບຸ​ກຄະລາກ​ອນຕ້ອງ​ເອົາ​ໃຈ​ໃສ່​ໃນ​ງານ​ທີ່​ຕົນ​ໄດ້ຮັບ​ມອບ​ໝາຍ​ໄວ້ ໂດຍ​ມີ​ຫຼັກ​ການ​ຄື ເນັ້ນ​ທີ່ພະນັກ​ງານ​ທຸກ​ຝ່າຍ​ຈະ​ຕ້ອງ​ອາໄສ​ຄວາມ​ຮ່ວມ​ມື​ທຸກ​ລະ​ດັບ ແລະ ​ຕ້ອງ​ມີ​ການ​ພັດທະນາ​ຄວາມ ສາມາດ​ຢ່າງ​ສະໝ່ຳ​ສະເໝີ.

4.ຂະ​ບວນ​ກາ​ນດ​ໍ​າ​ເນີນ​ງານ.

ໝາຍ​ເຖິງ ກາ​ນ​ນ​ໍ​າ​ເອົາ​ຊັບພະຍາກອນ ຫຼື ​ປັດ​ໄຊ​ການ​ຜະລິດ​ປ້ອນ​ເຂົ້າ​ສູ່​ລະບົບ ກາ​ນ​ທ​ໍ​າ​ງານ​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ ໂດຍ​ມີ​ຫຼັກ​ການ​ທີ່​ເນັ້ນ​ໃຫ້​ມອງ​ງານ ຂະ​ບວນ​ການ​ ແລະ ​ກິດຈະກຳ​ຕ່າງ​ໆ ທີ່​ກໍ່​ໃຫ້ ເກີດ​ມູນ​ຄ່າ​ເພີ່ມ​ແກ່​ສິນ​ຄ້າ ​ຫຼື ​ເປັນ​ຂະ​ບວນ​ການ​ສະໜັບ​ສະໜູນ ຈະ​ຢູ່ໃນ​ຮູບ​ຂອງ​ຂະ​ບວນ​ການ​ທີ່​ມີ​ທັງ​ປັດ​ໄຈ  ນ​ໍ​າເຂົ້າ (Input) ແລະ​ ປັດ​ໄຈ​ນຳ​ອອກ (ຜົນ​ຜະລິດ = Output).

5.ການ​ບໍລິຫານ​ທີ່​ເປັນ​ລະບົບ.

ການ​ຈັດການ​ຂະ​ບວນ​ການ​ຕ່າງ​ໆ ຢ່າງ​ເປັນ​ລະບົບ ຈະ​ຊ່ວຍ​ໃຫ້​ອົງ​ກອນບັນ​ລຸ​ເປົ້າ​ໝາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ແລະ​ ປະ​ສິດ​ທິ​ພາບ ໂດຍ​ນ​ໍ​າ​ຂະ​ບວນ​ການ​ຕ່າງ​ໆ ມາ​ຮຽງ​ລ​ໍ​າ​ດັບ ​ແລະ ​ສຳພັນ​ກັນ ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ເປັນ​ລະບົບ ໂດຍ​ຫຼັກ​ການ​ຄື​ກາ​ນກ​ໍ​າ​ນົດ​ລະບົບ​ຄວາມ​ສຳພັນ​ຂອງ​ປັດ​ໄຈ ​ແລະ ​ຂະ​ບວນ​ການ ດ​ໍ​າ​ເນີນ​ງານ​ເພື່ອ​ໃຫ້​ອົງ​ກອນ​ຕອບສະໝອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ.

6.ການ​ປັບ​ປຸງ​ຢ່າງ​ຕໍ່​ເນື່ອງ.

ເປັນ​ຂະ​ບວນ​ການ​ທີ່​ເກີດ​ວົງ​ຈົນ​ບໍລິຫານ​ງານ​ລະບົບ​ຄຸນນະພາບ ppa ໄດ້​ແກ່ ກາ​ນວາງ​ແຜນ​ກາ​ນ​ດ​ໍ​າ​ເນີນ​ງານ ກາ​ນ​ດ​ໍ​າ​ເນີນ​ງານ ການ​ປັບ​ປຸງ​ແກ້​ໄຂ ແລະ ​ການ​ປັບ​ປຸງ​ຢ່າງ​ຕໍ່​ເນື່ອງ ເຮັດໃຫ້​ເພີ່ມ​ປະ​ສິດ​ທິ​ພາບ​ຂຶ້ນ ຊຶ່ງ​ຄວນ​ຖື​ເປັນ​ເປົ້າ​ໝາຍ​ຖາວອນ​ຂອງ​ອົງ​ກອນ.

7.ການ​ຕັດ​ສິນ​ໃຈ​ເທິງ​ພື້ນ​ຖານ​ຂອງ​ຄວາມ​ເປັນ​ຈິງ.

ການ​ຕັດ​ສິນ​ໃຈ​ທີ່​ຖືກ​ຕ້ອງ ແລະ​ ເກີດ​ປະ​ສິດ​ທິ​ພາບ​ຕໍ່ ການ​ບໍລິຫານ​ງານ​ຕ້ອງ​ຕັ້ງ​ຢູ່​ເທິງ​ພື້ນ​ຖານ​ຂອງ​ຄວາມ​ຈິງ​ທີ່​ຖືກ​ຕ້ອງ ​ແລະ​ ການ​ວິ​ເຄາະ​ຂໍ້​ມູນ​ທີ່​ເປັນ​ລະບົບ​ຕ້ອງ​ມີ​ຂໍ້​ມູນ ຫຼື ​ຂໍ້​ເທັດ​ຈິງ​ສະໜັບ​ສະໜູນ ຊຶ່ງ​ຂໍ້​ມູນ​ໄດ້​ຈາກ​ການ​ເກັບ​ ແລະ ​ນ​ໍ​າ​ມາ​ວິ​ເຄາະ​ທາງ​ສະ​ຖິ​ຕິ ເພື່ອ​ໃຊ້​ເປັນ​ເຄື່ອງ​ມື.

8.ຄວາມ​ສຳພັນ​ກັບ​ຜູ້​ຂາຍ​ເພື່ອ​ປະໂຫຍດ​ຮ່ວມ​ກັນ.

ການສ້າງ​ສຳ​ພັນ​ສະ​ພາບ​ກັບ​ຜູ້​ສົ່ງ​ມອບ​ຄວນ​ຍ່າງ ພື້ນ​ຖານ​ຂອງ​ຄວາມ​ສະເໝີ​ພາກ​ດ້ານ​ຜົນ​ປະໂຫຍດ ເພາະ​ຕ່າງ​ຕ້ອງ​ພຶ່ງ​ພາ​ຊຶ່ງ​ກັນ​ ແລະ​ ກັນ​ຖ້າ​ອົງ​ກອນ ​ແລະ ​ຜູ້​ສົ່ງ​ມອບ ຄວາມ​ເຂົ້າໃຈ ແລະ ​ມີ​ຄວາມ​ສຳພັນ​ອັນ​ດີ​ຕໍ່​ກັນ ຄວນ​ສົ່ງ​ຜົນ​ໃຫ້​ເກີດ​ປະໂຫຍດ​ຮ່ວມ​ກັນ ແລະ​ ຈະ​ຊ່ວຍ​ເພີ່ມ​ຄວາມ​ສາ​ມາດ ໃນ​ການສ້າງ​ຄຸນຄ່າ​ຮ່ວມ​ກັນ​ຂອງ​ທັງ​ສອງ​ຝ່າຍ ໂດຍ​ມີ​ຫຼັກ​ການ​ທີ່​ເນັ້ນ​ການ​ໄດ້ຮັບ​ຜົນ​ປະໂຫຍດ​ຮ່ວມ​ກັນ​ທຸກ​ຝ່າຍ.

1.2.ລະບົບ​ການ​ບໍລິຫານ​ງານ​ຄຸນນະພາບ (Quality Management System) 

ຂໍ້​ກຳນົດ​ລະບົບ​ບ​ໍລິ​ຫານ​ງານ​ຄຸນນະພາບ​ຢູ່ໃນ​ມາດຕະຖານ ISO 9001, 2000 ໂດຍ​ອົງ​ກອນ​ຕ້ອງ​ຈັດ​ລະບົບ​ການ​ບໍລິຫານ​ງານ​ທີ່​ສົ່ງ​ຜົນ​ໃຫ້​ບັນ​ລຸ​ເປົ້າ​ໝາຍ ແລະ ​ວັດ​ຖຸ​ປະສົງ​ຄຸນນະພາບ​ຂອງ​ອົງ​ກອນລະບົບ​ບໍລິຫານ​ງານ​ໝາຍ​ເຖິງ ໂຄງ​ສ້າງ​ ແລະ ​ໝ້າທີ່​ຂອງ​ໝ່ວຍ​ງານ​ຕ່າງ​ໆ ພາຍ​ໃນ​ອົງ​ກອນ ລະບົບ​ບໍລິຫານ​ງານ​ຈະ​ເກີດ​ປະ​ສິດ​ທິ​ພາບ​ແລະ​ ສ້າງ​ຄຸນນະພາບ​ໄດ້​ຂຶ້ນ​ຢູ່​ກັບ​ອົງ​ປະ​ກອບ​ຕໍ່ໄປ​ນີ້:

1.ການ​ກຳນົດ​ນະໂຍບາຍ​ ແລະ ​ວັດ​ຖຸ​ປະສົງ​ຄຸນນະພາບ ເພາະ​ນະໂຍບາຍ ​ແລະ​ ວັດ​ຖຸ​ປະສົງ​ຂອງ​ອົງ​ກອນ ແມ່ນ​ແນວ​ທາງ​ຫຼັກ​ທີ່​ໝ່ວຍ​ງານ​ທຸກ​ໝ່ວຍ​ງານ​ຕ້ອງ​ຢືດ​ມັ່ນ​ ແລະ​ ປະຕິບັດ​ງານ​ໃຫ້​ບັນ​ລຸ​ວັດ​ຖຸ​ປະສົງ​ຄຸນນະພາບ​ການ​ກຳນົດ​ນະໂຍບາຍ ​ແລະ ​ວັດ​ຖຸ​ປະສົງ​ຄຸນນະພາບ ມີຂະ​ບວນ​ການ​ດັ່ງ​ນີ້:

- ການສຶກສາ ​ແລະ ​ວິ​ໄຈຕະຫຼາດ ເປັນ​ການສຶກສາ 2 ມິ​ຕິ ໄດ້​ແກ່: ມິ​ຕິ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ​ແລະ ​ມິ​ຕິ​ຂອງ​ຄູ່​ແຂ່ງ​ໃນ​ຕ​ະຫຼາດ.

- ການສຶກສາ ​ແລະ​ ວິ​ເຄາະ​ຜະລິດຕະພັນ ເປັນ​ການ​ທົບ​ທວນ ທົດສອບ ​ແລະ ​ປະ​ເມີນ​ຜົນ​ຜະລິດຕະພັນງານ​ບໍລິການ​ທີ່​ດຳ​ເນີນ​ການ​ຢູ່ ຫຼື ທີ່​ຄິດ​ຄົ້ນ​ຂຶ້ນ​ໃໝ່​ວ່າ ກົງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ແລະ ​ສາມາດ​ແຂ່ງ​ຂັນ​ໃນ    ຕ​ະຫຼາດ​ໄດ້.

2.ການ​ກຳນົດ​ຄວາມ​ຄາດ​ຫວັງ, ມາດຕະຖານ, ເປົ້າ​ໝາຍ​ຂອງ​ຜະລິດຕະພັນ​ ຫຼື ​ງານ​ບໍລິການ​ຈາກ​ການສຶກສາ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ​ແລະ ​ຕ​ະຫຼາດ ເພື່ອ​ໃຫ້​ຝ່າຍ​ຜະລິດ ແລະ ​ຝ່າຍ​ຕ່າງ​ໆ ທີ່​ກ່ຽວ​ຂ້ອງ​ມີ​ຄວາມ​ຊັດເຈນ​ໃນ​ການ​ດຳ​ເນີນ​ງານ.

3.ການ​ກຳນົດ​ຂະ​ບວນ​ການ​ຜະລິດ ການ​ບໍລິການ ເມື່ອ​ມີ​ຄວາມ​ຊັດເຈນ​ດ້ານ​ມາດຕະຖານ​ນ ​ແລະ ​ເປົ້າ​ໝາຍ​ຂອງ​ຜະລິດຕະພັນ ​ແລະ ​ງານ​ບໍລິການ​ເຮົາ​ກໍ​ສາມາດ​ກຳນົດ.

- ຂະ​ບວນ​ການ​ຜະລິດ ການ​ບໍລິການ ຕາມ​ຂະ​ບວນ​ການ​ບໍລິຫານ​ງານ​ຄຸນນະພາບ​ໃນ​ແຜນ​ຕາຕະລາງໄດ້.

- ສ້າງ​ຄວາມ​ເຊື່ອ​ມັ່ນ​ໃນ​ຂະ​ບວນ​ການ​ຜະລິດ ການ​ບໍລິການ ດ້ວຍ​ມາດຕະຖານ​ການ​ກວດ​ສອບ​ ແລະ​ ເຄື່ອງ​ມື​ທີ່​ໃຊ້​ກວດ​ສອບ​ທີ່​ມີ​ປະ​ສິດ​ທິ​ພາບ.

4.ກາ​ນວາງ​ແຜນ​ງານ​ຄຸນນະພາບ​ເພື່ອ​ກຳນົດ​ການ​ໃຊ້​ຊັບພະຍາກອນ ໃນ​ການ​ຜະລິດ ​ຫຼື ​ການ​ໃຫ້​ບໍລິການ​ຢ່າງ​ເໝາະ​ສົມ ພໍ​ພຽງ ແລະ​ ເກີດ​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກງານ ແຜນ​ງານ​ຫຼັກ ແຜນ​ງານ​ປະຈຳ​ປີ ຫຼື ແຜນ​ພັດທະນາ​ອົງ​ກອນ ເປັນ​ຕົ້ນ ແລະ ​ມີ​ກາ​ນວາງ​ແຜນ​ກົນລະຍຸດ ເພື່ອ​ນຳ​ໄປ​ສູ່​ຄວາມ​ສຳ​ເລັດດ​ຕາມ​ວັດ​ຖຸ​ປະສົງ​ຄຸນນະພາບ​ທີ່​ຕັ້ງ​ໄວ້.

5.ການ​ປັບ​ປຸງ​ງານ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຖືຮັກສາ​ໄວ້​ຊຶ່ງ​ມາດຕະຖານ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ໂດຍ​ການ​ກວດ​ສອບ​ຜົນ​ການ​ປັບ​ປຸງ​ງານ​ຕໍ່ໄປຄວາມ​ຄາດ​ຫວັງ​ ແລະ ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ລວມເຖິງ​ສະພາບ​ການ​ແຂ່ງ​ຂັນ​ໃນ​ຕ​ະຫຼາດ​ບໍ່​ຄົງ​ທີ່​ແນ່ນອນ ມີ​ການ​ປ່ຽນ​ແປງ​ຕາມ​ສະພາ​ວະ​ຂອງ​ເສດຖະກິດ ​ແລະ​ ສັງຄົມ ດັ່ງ​ນັ້ນ ການສຶກສາ​ ແລະ ​ວິ​ໄຈຕະຫຼາດ​ຈຶ່ງ​ດຳ​ເນີນ​ການ​ຢ່າງ​ຕໍ່​ເນື່ອງ ຄອບຄູ່​ກັບ​ການ​ປັບ​ປຸງ​ງານ​ຢ່າງ​ຕໍ່​ເນື່ອງ​.

6.ສ້າງ​ລະບົບ ​ຫຼື ​ໝ່ວຍ​ງານ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ປະຕິບັດ​ງານ​ຂອງ​ອົງ​ກອນ ນອກ​ເໜືອ​ຈາກ​ໝ່ວຍ​ງານ​ທີ່​ມີ​ຢູ່ ເຊັ່ນ: ຝ່າຍ​ການ​ຈັດ​ຊື້, ຝ່າຍ​ຄັງ​ສິນ​ຄ້າ, ຝ່າຍ​ຜະລິດ, ຝ່າຍ​ການ​ເງີນ ແລະ ອື່ນໆ ຈະ​ຕ້ອງ​ສ້າງ​ລະບົບ​ ຫຼື ​ໝ່ວຍ​ງານ​ເພີ່ມ​ປະ​ສິດ​ທິ​ພາບ​ດັ່ງ​ຕໍ່ໄປ​ນີ້:

- ລະບົບ​ການ​ສື່​ສານ​ທີ່​ມີ​ປະ​ສິດ​ທິ​ພາບ​ເຮັດໃຫ້​ການ​ເຊື່ອມ ​ໂຢງ​ໝ່ວຍ​ງານ​ຕ່າງ​ໆ​ ມີ​ຄວາມ​ສຳພັນ​ກັນ ເຂົ້າໃຈ​ກົງ​ກັນ ແລະ ​ສ້າງ​ຄຸນນະພາບ​ຮ່ວມ​ກັນ​ລະບົບ​ການ​ສື່​ສານ​ຄວນ​ເປັນ​ລະບົບ​ສື່​ສານ ແບບ 2 ທາງ ແມ່ນເຮັດ​ໄດ້​ທັງ​ສົ່ງ​ຂໍ້​ມູນ​ ແລະ ​ຮັບ​ຂໍ້​ມູນ.

- ລະບົບ​ການ​ປະ​ເມີນ​ຄຸນນະພາບ​ ແລະ​ ລະບົບ​ການ​ກວດ​ສອບ​ຄຸນນະພາບ​ທີ່​ມີ​ມາດຕະຖານ ມີ​ຄວາມ​ຊັດເຈນ ມີ​ຂໍ້​ບົ່ງ​ຊີ້​ທີ່​ທຸກ​ໝ່ວຍ​ງານ​ຮັບ​ຮູ້​ຮ່ວມ​ ແລະ​ ຕ້ອງ​ມີ​ແຜນ​ການ​ກວດ​ສອບ​ທີ່​ແນ່ນອນ​.

- ລະບົບ​ການ​ຝຶກ​ອົບຮົມ ພັດທະນາ​ບຸ​ກຄະລາກ​ອນ ທີ່​ມີ​ການ​ດຳ​ເນີນ​ງານ​ຢ່າງ​ຕໍ່​ເນື່ອງ​ສຳພັນ​ກັບ​ລະບົບ​ການ​ປັບ​ປຸງ​ງານ.

- ລະບົບ​ລູກ​ຄ້າ​ສຳພັນ ທີ່​ສາມາດ​ສ້າງ​ເຄືອ​ຂ່າຍ​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ເຊື່ອມ​ໂຢງ ​ແລະ​ ແລກ​ປ່ຽນ​ຂໍ້​ມູນ​ລະຫວ່າງ​ຜູ້​ຜະລິດ​ ແລະ ​ຜູ້​ຈຳ​ໜ່າຍ​ ຫຼື ​ລູກ​ຄ້າ.

ใหม่กว่า เก่ากว่า