ແນວທາງການບໍລິຫານຜະລິດຕະພັນ

 ແນວທາງການບໍລິຫານຜະລິດຕະພັນ

ນະໂຍບາຍຜະລິດຕະພັນທີີ່ກໍານົດແນວທາງການບໍລິຫານ ຜະລິດຕະພັນມີຄວາມສໍາຄັນຕໍຜົນສໍາເລັດຂອງກິດຈະການເທົ່າທຽມກັບນະໂຍບາຍ ຜະລິດຕະພັນທີີກໍານົດແນວທາງ ການພັດທະນາຜະລິດຕະພັນ, ກິດຈະການຕ່າງໆ ທີີ່ປະສົບຄວາມສໍາເລັດນອກຈາກຈະຕ້ອງສາມາດພັດທະນາຜະລິດຕະພັນໄດ້ຢ່າງເໝາະສົມ, ຊັດເຈນ, ຖືກກັບຄວາມຕ້ອງການ ແລະ ພາວະຂອງຕະຫຼາດແລ້ວ ຍັງຈະຕ້ອງສາມາດບໍລິຫານຜະລິດຕະພັນ ໃນດ້ານການນໍາຜະລິດຕະພັນເຂົ້າສູ່ຕະຫຼາດ, ການກະຈາຍສິນຄ້າ, ກໍານົດລາຄາຂາຍ, ການບໍລິຫານ, ການສົ່ງເສີມການຕະຫຼາດ ແລະ ການຂາຍ ຈົນເຮັດໃຫ້ຜະລິດຕະພັນເປັນທີີ່ຮູ້ຈັກ ຜູ້ບໍລິໂພກຍິນດີທົດລອງໃຊ້ ຕະຫຼອດຈົນມີການຊື້ຊໍ້າ ເຮັດໃຫ້ຍອດຂາຍເພີີ່ມຂຶ້ນຈົນເຮັດໃຫ້ຜະລິດຕະພັນເປັນທີີ່ຍອມຮັບ ແລະ ນິຍົມຫຼາຍໃນຕະຫຼາດ ການບໍລິຫານຜະລິດຕະພັນເພືອນໍາຜະລິດຕະພັນໄປສູ່ຄວາມນິຍົມຂອງຕະຫຼາດນີ້ຈະຕ້ອງມີແນວທາງທີີ່ຊັດເຈນ ແລະ ຜູ້ບໍລິຫານຈະຕ້ອງດໍາເນີນການຕາມແນວທາງນີ້ຕະຫຼອດ ໂດຍມີການປ່ຽນແປງແຕ່ວິທີການບໍລິຫານຕາມວົງຈອນຊີວິດຜະລິດຕະພັນທີີ່ປ່ຽນແປງໄປຕາມເວລາ ແລະ ພາວະຂອງຕະຫຼາດເທົ່ານັ້ນ, ນະໂຍບາຍຜະລິດຕະພັນທີີກໍານົດແນວທາງການບໍລິຫານຜະລິດຕະພັນຈຶ່ງປະກອບໄປດ້ວຍແນວທາງຫຼັກ ແລະ ແນວທາງສະເພາະຕາມພາວະວົງຈອນຊີວິດຜະລິດຕະພັນ ແລະ ກຸ່ມຜະລິດຕະພັນ.

ແນວທາງຫຼັກໃນການບໍລິຫານຜະລິດຕະພັນຍັງຕ້ອງຢຶດຫຼັກການ 3 ປະການຕາມແນວທາງການພັດທະນາຜະລິດຕະພັນຄື:

-      ຜະລິດຕະພັນທີີ່ມີຕົ້ນທຶນຕໍ່າສຸດ (Overall Cost Leadership)

-      ຜະລິດຕະພັນທີີ່ມີຄວາມແຕກຕ່າງ (Differentiation)

-      ຜະລິດຕະພັນທີີ່ເປັນຜະລິດຕະພັນ (Focus)

1.ຜະລິດຕະພັນທີີ່ມຕົ້ນທຶນລວມຕໍ່າສຸດ (Overall Cost Leadership)

ເນື່ອງຈາກ ປັດໄຈຄວາມສໍາເລັດສ່ວນຫຼາຍຂອງຜະລິດຕະພັນ ທີີ່ມີຕົ້ນທຶນລວມຕໍ່າສຸດຢູ່ທີີ່ປະລິມານການຜະລິດທີີສູງ ປະກອບກັບຜະລິດຕະພັນທີມີຄວາມລຽບງ່າຍໃນດ້ານຮບແບບ ແລະ ຄຸນນະພາບການບໍລິຫານຜະລິດຕະພັນຕາມແນວທາງນີ້ຈຶ່ງຕ້ອງເນັ້ນໄປສູ່ຕະຫຼາດມວນຊົນ (Mass Market) ຫຼື ຕະຫຼາດລວມ ດັ່ງນັ້ນ, ການກະຈາຍສິນຄ້າໃຫ້ຄວບຄຸມ, ການໂຄສະນາປະຊາສໍາພັນ ແລະ ການສົ່ງເສີມການຕະຫຼາດ ສໍາລັບຜູ້ບໍລິໂພກສ່ວນໃຫຍ່ ຈຶ່ງເຂົ້າມາມີສ່ວນສໍາຄັນໃນຄວາມສໍາເລັດຂອງແນວທາງນີ້ ແລະ ເມື່ອກຸ່ມເປົ້າໝາຍຄື ຕະຫຼາດລວມ ລາຄາກໍເປັນປັດໄຈທີີ່ສໍາຄັນອີກປັດໄຈໜຶ່ງດ້ວຍເຊັນກັນ ການກໍານົດລາຄາຕ້ອງເປັນລາຄາທີີ່ກະຕຸ້ນໃຫ້ຕະຫຼາດລວມ ຫຼື ຜູ້ບໍລິໂພກສ່ວນໃຫຍ່ສາມາດຊື້ ແລະ ຍິນດີຊື້ໄດ້ ເຊິີ່ງຈະຕ້ອງມີການໂຄສະນາ ແລະ ການສົ່ງເສີມການຂາຍເພື່ອສ້າງໃຫ້ເກີດການຊື້ຊໍ້າ ແລະ ຊື້ຕໍ່ເນື່ອງ.

ສ່ວນແບ່ງຕະຫຼາດ ເປັນຫົວໃຈຂອງຄວາມສໍາເລັດຂອງການບໍລິຫານຜະລິດຕະພັນຕາມນະໂຍບາຍນີ້ ເນື່ອງຈາກການເປັນຜູ້ນໍາຕະຫຼາດຈະເຮັດໃຫ້ກິດຈະການສາມາດດໍາເນີນການຜະລິດໃນ ປະລິມານສູງກວ່າຄູ່ແຂ່ງຂັນລາຍອື່ນໆ ແລະ ຈະເຮັດໃຫ້ກິດຈະການສາມາດຮັກສາຄວາມເປັນຜູ້ຜະລິດທີີ່ມີຕົ້ນທຶນລວມຕໍ່າສຸດໄດ້.

2.ຜະລິດຕະພັນທີີ່ມີຄວາມແຕກຕ່າງ (Differentiation)

ປັດໄຈຄວາມສໍາເລັດຂອງຜະລິດຕະພັນທີີ່ມີຄວາມແຕກຕ່າງ ຢູ່ທີີ່ການສ້າງຄວາມແຕກຕ່າງທີີ່ຜູ້ບໍລິໂພກມັກໃຫ້ເກີດຂຶ້ນ ແລະ ຮັກສາຄວາມແຕກຕ່າງນີ້ໃຫ້ມີຢູ່ ເຖິງແມ່ນວ່າແນວທາງນີ້ຈະເປັນແນວທາງສໍາລັບຜະລິດຕະພັນຂອງຕະຫຼາດມວນຊົນກໍຕາມກຸ່ມລກຄ້າເປົ້າໝາຍ ຍ່ອມມີຈໍານວນໜ້ອຍກວ່າແນວທາງຜະລິດຕະພັນທີີມີຕົ້ນທຶນລວມຕໍ່າສຸດລາຄາບໍແມ່ນປັດໄຈຫຼັກໃນການຕັດສິນໃຈຊື້ຂອງກຸ່ມຜູ້ບໍລິໂພກເນີ່ອງຈາກຜະລິດຕະພັນມີຄວາມແຕກຕ່າງຈາກຂອງຄ່ແຂ່ງຂັນແຕ່ປັດໄຈຫຼັກຄການໃຊ້ກິດຈະກໍາການຕະຫຼາດເຮັດໃຫ້ຜູ້ບໍລິໂພກເຫັນເຖິງຄວາມແຕກຕ່າງ ແລະ ເນັ້ນຄຸນຄ່າຂອງຄວາມແຕກຕ່າງນັ້ນ ນອກຈາກນີ້ຍັງຈະຕ້ອງສາມາດເຮັດໃຫ້ຜູ້ບໍລິໂພກເຫັນວ່າຄວາມແຕກຕ່າງຂອງຮູບແບບຜະລິດຕະພັນມີມູນຄ່າເພີີ່ມສູງກວ່າຄວາມແຕກຕ່າງໃນດ້ານລາຄາ.

ໃນໄລຍະຍາວກິດຈະການຈະຕ້ອງພະຍາຍາມຮັກສາຄວາມແຕກຕ່າງຂອງຜະລິດຕະພັນ ກັບຜະລິດຕະພັນຂອງຄູ່ແຂ່ງສະເໝີ ບໍວ່າຈະເປັນໃນດ້ານການພັດທະນາຮູບແບບຜະລິດຕະພັນ ຫຼື ໃນດ້ານການໃຊ້ສ່ວນປະສົມການຕະຫຼາດ.

3.ຜະລິດຕະພັນທີີ່ເປັນຜະລິດຕະພັນສະເພາະ.

ຜົນສໍາເລັດຂອງຜະລິດຕະພັນ ທີເປັນຜະລິດຕະພັນສະເພາະຢູ່ທີ່ການມີຜະລິດຕະພັນສະເພາະທີີ່ດີທີີ່ສຸດ ຫຼາຍທີີ່ການມີຜະລິດຕະພັນທີີ່ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກສະເພາະກຸ່ມໄດ້ດີທີີ່ສດຸການບໍລິຫານຜະລິດຕະພັນນີ້ຈະນໍາຄວາມສໍາເລັດມາສູ່ຜະລິດຕະພັນສະເພາະນີີ້ກໍ່ຄື ການຮັກສາຄວາມເປັນຜະລິດ ຕະພັນສະເພາະທີີ່ດີທີີ່ສຸດ ຫຼື ການຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກສະເພາະກຸ່ມໃຫ້ດີທີີ່ສຸດ.

ຜູ້ບໍລິຫານການຕະຫຼາດ ຈະຕ້ອງມີຄວາມເຂົ້າໃຈໃນພຶດຕິກໍາ ການໃຊ້ສິນຄ້າ ຂອງກຸ່ມເປົ້າໝາຍນີ້ຢ່າງດີ ແລະ ດໍາເນີນການບໍລິຫານທາງການຕະຫຼາດໃຫ້ສອງຄ່ອງກັບກຸ່ມເປົ້າໝາຍນີ້ບໍວ່າໃນດ້ານຮູບແບບຜະລິດຕະພັນ, ການກະຈາຍສິນຄ້າຈະຕ້ອງເປັນສະຖານທີີ່ທີີ່ກຸ່ມເປົ້າໝາຍນິຍົມໄປຈັບຈ່າຍ ຫຼື ຈະຕ້ອງສາມາດນໍາຜະລິດຕະພັນເຂົ້າເຖິງກຸ່ມເປົ້າໝາຍທີີ່ການໂຄສະນາຈະຕ້ອງເຂົ້າເຖິງກຸ່ມເປົ້າໝາຍທັງທາງສີ່ ແລະ ດ້ວຍຂໍ້ຄວາມທີີ່ເໝາະສົມສອດຄ່ອງກັບວິຖີຊີວິດຂອງກຸ່ມເປົ້າໝາຍນັ້ນໆ ແລະ ຈະຕ້ອງເຮັດໃຫ້ກຸ່ມເປົ້າໝາຍຮັບຮູ້ ແລະ ຝັງໃຈວ່າຜະລິດຕະພັນຂອງກິດຈະການຕອບສະໜອງຄວາມຕ້ອງການຂອງກຸ່ມເປົ້າໝາຍໄດ້ດີທີີ່ສຸດ ການສົ່ງເສີມການຕະຫຼາດຕ້ອງເຮັດໃນຮູບແບບທີີ່ສາມາດກະຕຸ້ນກຸ່ມເປົ້າໝາຍໄດ້

ນອກຈາກນີ້ຜູ້ບໍລິຫານຍັງຈະຕ້ອງມີຄວາມຕືນຕົວຢູ່ຕະຫຼອດເວລາ ແລະ ພ້ອມທີີ່ຈະປັບກິດຈະກໍາການຕະຫຼາດ ຫຼື ປັບປ່ຽນພັດທະນາຜະລິດຕະພັນ ໃນກໍລະນີ້ທີີ່ກຸ່ມເປົ້າໝາຍມີການປ່ຽນແປງທັດສະນະຄະຕິ ແລະ ພຶດຕິກໍາທີີ່ຈະມີຜນກະທົບຕໍ່ການຊື້ ແລະ ການໃຊ້ຜະລິດຕະພັນ.

ນອກຈາກແນວທາງຫຼັກ 3 ປະການທີີ່ແລ້ວ ການບໍລິຫານຜະລິດຕະພັນຈະຕ້ອງປະກອບໄປດ້ວຍແນວທາງການບໍລິຫານຜະລິດຕະພັນຕາມພາວະວົງຈອນຊີວິດຂອງຜະລິດຕະພັນ ແລະ ການບໍລິຫານຕາມຜັງກຸ່ມຜະລິດຕະພັນ (Product Portfolio) ອີກດ້ວຍ.

1.1.ໂຄງການທາງການຕະຫຼາດຂອງຜະລິດຕະພັນ.

ການພິຈາລະນາຫາໂອກາດທາງການຕະຫຼາດຂອງຜະລິດຕະພັນ ສາມາດໃຊ້ຜະລິດຕະພັນ ແລະ ຕະຫຼາດເປັນເກນ ເຊິີ່ງແບ່ງອອກເປັນ 4 ແບບ ດັ່ງນີ້:

1.ຜະລິດຕະພັນເດີມໃນຕະຫຼາດເດີມ ເອີ້ນວ່າ ການເຈາະຕະຫຼາດ (Market Penetration)

2.ຜະລິດຕະພັນເດີມໃນຕະຫຼາດໃໝ່ ເອີ້ນວ່າ ການພັດທະນາຕະຫຼາດໃໝ່ (Market Development)

3.ຜະລິດຕະພັນໃໝ່ໃນຕະຫຼາດເດີມເອີ້ນວ່າ ການພັດທະນາຜະລິດຕະພັນໃໝ່ (Product Development)

4.ຜະລິດຕະພັນໃໝ່ໃນຕະຫຼາດໃໝ່ ເອີ້ນວ່າ ການເພີີ່ມກິດຈະການໃໝ່ທີີ່ແຕກຕ່າງ (Diversification)

1.2.ຜະລິດຕະພັນເກົ່າໃນຕະຫຼາດເດີມ.

ການຊອກຫາໂອກາດທາງການຕະຫຼາດໂດຍພິຈາລະນາຜະລິດຕະພັນເດີມ ແລະ ໃນຕະຫຼາດເດີມ ຫຼື ເອີ້ນວ່າ ຍຸດທະສາດເຈາະຕະຫຼາດ ເປັນໂອກາດທາງການຕະຫຼາດແບບທໍາອິດທີີ່ຜູ້ບໍລິຫານຄວນພິຈາລະນາຢ່າງຮອບຄອບວ່າ ກິດຈະການໄດ້ໃຊ້ໂອກາດທາງການຕະຫຼາດຂອງຜະລິດຕະພັນເດີມໄດ້ຢ່າງຄົບຖ້ວນແລ້ວ ຫຼື ຍັງ ມີໂອກາດທີີ່ຈະເພີີ່ມຍອດຂາຍໄດ້ອີກ ຫຼື ບໍ ໃນກໍລະນີທີີ່ຜູ້ບໍລິຫານສາມາດພົບໂອກາດທາງການຕະຫຼາດ ຫຼື ໃຊ້ແນວທາງທີີ່ຈະເພີີ່ມຍອດຂາຍຜະລິດຕະພັນເດີມໃນຕະຫຼາດໄດ້ ຈະມີໂອກາດປະສົບຄວາມສໍາເລັດໄດ້ງ່າຍ ເນື່ອງຈາກບໍຈໍາເປັນຕ້ອງມີການເຮັດທະນາຜະລິດຕະພັນໃໝ່ ຫຼື ບໍຈໍາເປັນຕ້ອງຫາຕະຫຼາດໃໝ່.

ຜູ້ບໍລິຫານການຕະຫຼາດ ຄວນເລີີ່ມຕົ້ນຈາກການພິຈາລະນາປັດໄຈຕ່າງໆ ທາງດ້ານການຕະຫຼາດສ່ວນປະສົບການຕະຫຼາດ ໂດຍສະເພາະໃນດ້ານຊ່ອງທາງການຈັດຈໍາໜ່າຍ ແລະ ການສົ່ງເສີມການຕະຫຼາດວ່າໄດ້ປະຕິບັດຢ່າງມີປະສິດທິພາບແລ້ວຫຼຍັງ. ໃນກໍລະນີຜະລິດຕະພັນຂາດການກະຈາຍສິນຄ້າ ແລະ ການວາງຈໍາໜ່າຍຢ່າງທົ່ວເຖິງແລ້ວ ການເພີມປະສິດທິພາບຂອງຊ່ອງທາງການຈັດຈໍາໜ່າຍ ແລະ ຈໍານວນຂອງຈຸດຂາຍໃຫ້ເພີີມຂຶ້ນເພື່ອຄວບຄຸມຕະຫຼາດໄດ້ຢ່າງທົ່ວເຖິງດີຂຶ້ນ ກໍຈະເປັນການເພີີ່ມຍອດຂາຍໃຫ້ຫຼາຍຂຶ້ນໄດ້ເຊັ່ນ: ຜະລິດຕະພັນນໍ້າອັດລົມ, ນໍ້າມັນລົດ ເປັນຕົ້ນ ຫຼື ການໃຊ້ການສົງເສີມການຕະຫຼາດໃນດ້ານການໂຄສະນາ ແລະ ການປະຊາສໍາພັນເພື່ອໃຫ້ຜະລິດຕະພັນເປັນທີີ່ຮູ້ຈັກ ແລະ ເປັນທີີ່ຢາກໃຊ້ຂອງຕະຫຼາດເດີມຫຼາຍຍິ່ງຂຶ້ນ ກໍ່ຈະສາມາດເພີີ່ມຍອດຂາຍໄດ້ເຊັ່ນດຽວກັນ ໂດຍຜູ້ບໍລິຫານຈະຕ້ອງມີຄວາມຮອບຮູ້ພຽງພໍ ທີີ່ຈະສາມາດວິເຄາະໄດ້ວ່າກິດຈະການຍັງມີຈຸດອ່ອນທາງການຕະຫຼາດດ້ານໃດ ແລະ ຕະຫຼາດຍັງເປີດໂອກາດໃດໃຫ້ກັບຜະລິດຕະພັນແດ່.

ໃນກໍລະນີທີີ່ກິດຈະການສາມາດໃຊ້ສ່ວນປະສົມການຕະຫຼາດໄດ້ຢ່າງມີປະສິດທິພາບເຕັມທີີ່ ບໍວ່າຈະເປັນດ້ານຊ່ອງທາງການຈັດຈໍາໜ່າຍ ຫຼື ດ້ານການສົງເສີມການຕະຫຼາດ ຜູ້ບໍລິຫານການຕະຫຼາດຍັງສາມາດເພີີ່ມຍອດຂາຍຜະລິດຕະພັນໄດ້ດ້ວຍການກະຕຸ້ນໃຫ້ຕະຫຼາດມີຂະໜາດໃຫຍ່ຂຶ້ນ ຫຼື ກະຕຸ້ນໃຫ້ຕະຫຼາດມີຄວາມຕ້ອງການເພີີ່ມຫຼາຍຂຶ້ນ ໂດຍສະໜັບສະໜູນໃຫ້ມີການໃຊ້ຜະລິດຕະພັນຫຼາຍຂຶ້ນ ເພີີມປະລິມານການໃຊ້ຕໍ່ຄັ້ງໃຫ້ສູງຂຶ້ນ ຫຼື ເພີີ່ມໂອກາດໃນການໃຊ້ໃຫ້ຫຼາກຫຼາຍຂຶ້ນເຊັນ: ຢາຖູແຂ້ວ ສົງເສີມໃຫ້ຜູ້ໃຊ້ຢາຖູແຂ້ວປ່ຽນພຶດຕິກໍາການໃຊ້ຈາກການຖູແຂ້ວມື້ລະຄັ້ງໃຫ້ເປັນການຖູແຂ້ວມື້ລະສອງສາມຄັ້ງ ເຊິີ່ງປະລິມານການໃຊ້ຢາຖູແຂ້ວຈະເພີີ່ມຂຶ້ນເທົ່າຕົວໃນຂະນະທີີ່ຈໍານວນຜູ້ໃຊ້ຢາຖູແຂ້ວຍັງຄົງເທົ່າເດີມນອກຈາກນີ້ຍັງອາດສົ່ງເສີມໃຫ້ຜູ້ບໍລິໂພກປ່ຽນພຶດຕິກໍາການຖູແຂ້ວມາເປັນທຸກໆ ຄັ້ງຫຼັງອາຫານກໍຈະຍິີ່ງເຮັດໃຫ້ປະລິມານຄວາມຕ້ອງການຢາຖູແຂ້ວເພີີ່ມຂຶ້ນໄປນໍາ.

ການປ່ຽນແປງ ຫຼື ການເພີີ່ມຂະໜາດຂອງບັນຈຸພັນກໍສາມາດສົງຜົນຕໍປະລິມານຄວາມຕ້ອງການໄດ້ໂດຍເຮັດໃຫ້ຜູ້ບໍລິໂພກບໍລິໂພກຜະລິດຕະພັນໃນແຕ່ລະຄັ້ງໃນປະລິມານທີີ່ປ່ຽນແປງໄປເຊັ່ນ: ນໍ້າອັດລົມຕຸກລະລິດສົງເສີມໃຫ້ຜູ້ບໍລິໂພກບໍລິໂພກຫຼາຍຂຶ້ນເນື່ອງຈາກເຫັນວ່າຍັງມີເຫຼືອຫຼາຍ ຫຼື ອາດນໍາມາແບ່ງໄດ້ຫຼາຍຄົນຈົນເຮັດໃຫ້ຜູ້ຮ່ວມວົງທີີ່ບໍຕ້ອງການບໍລິໂພກນໍ້າອັດລົມຕັ້ງແຕ່ເລີີ່ມຕົນປ່ຽນໃຈມາບໍລິໂພກນໍ້າອັດລົມນໍາການປ່ຽນແປງຂະໜາດຂອງບັນຈຸພັນຍັງອາດມີຜົນຕໍຊ່ອງທາງການຈັດຈໍາໜ່າຍ ເຮັດໃຫ້ສະດວກຕໍການເກັບຮັກສາ ແລະ ການຂົນສົງ ເຊິີ່ງຈະເຮັດໃຫ້ເປັນການເພີີ່ມຍອດຂາຍອີກດ້ວຍ.

1.3.ຜະລິດຕະພັນເກົ່າໃນຕະຫຼາດໃໝ່.

ເມື່ອບໍສາມາດຫາໂອກາດທາງການຕະຫຼາດຂອງຜະລິດຕະພັນເດີມໃນຕະຫຼາດເດີມໄດ້ແລ້ວຈຸດຕໍໄປທີີ່ຄວນພິຈາລະນາກໍ່ຄືການຫາໂອກາດໃນການເພີີ່ມຕະຫຼາດໃໝ່ໆ ໃຫູ້ກັບຜະລິດຕະພັນເດີມ.

ຜູ້ບໍລິຫານການຕະຫຼາດຂອງຜະລິດຕະພັນຄີມຖະໜອມຜິວເດັກນ້ອຍ ອາດເຫັນໄດ້ໂອກາດທີີຈະເພີມຕະຫຼາດໃໝ່ໃຫ້ກັບຜະລິດຕະພັນນີ້ ໂດຍເນັ້ນໄປຫາກຸ່ມເປົ້າໝາຍທີີ່ເປັນໄວໜຸ່ມຍິງເພີີ່ມເຕີມຈາກກຸ່ມເປົ້າໝາຍເດີມຄືເດັກນ້ອຍ ໂດຍໃຊ້ສີ່ໂຄສະນາເພື່ອເຮັດໃຫ້ກຸ່ມເປົ້າໝາຍໃໝ່ໃຫ້ຄວາມສົນໃຈໃນຜະລິດຕະພັນນີ້ດ້ວຍການບອກວ່າ ເມືອຜະລິດຕະພັນນີ້ເໝາະສໍາລັບຜິວຂອງເດັກນ້ອຍ ກໍຈະເໝາະສົມສໍາລັບຜິວຂອງແມ່ຍິງ ເນື່ອງຈາກມີຄວາມອ່ອນນຸ້ມ ແລະ ສະບາຍຕໍຜິວ.

ການຫາໂອກາດທາງການຕະຫຼາດໃນຕະຫຼາດໃໝ່ໆ ຍັງລວມເຖິງຕະຫຼາດສົ່ງອອກ ຫຼື ຕະຫຼາດອືນໆ ທີີ່ກິດຈະການຍັງບໍເຄີຍເຈາະຕະຫຼາດນັ້ນໆ ມາກ່ອນ.

ການປ່ຽນແປງບັນຈຸຫຸ້ມຫໍກໍເປັນຫົນທາງໜຶ່ງທີີ່ຈະເຮັດໃຫ້ກິດຈະການສາມາດນໍາຜະລິດຕະພັນເດີມເຂົ້າສູ່ຕະຫຼາດໃໝ່ໄດ້ເຊັ່ນ: ການທີີ່ນໍ້າອັດລົມບັນຈຸຫຸ້ມຫໍໃນຕຸກນ້ອຍລາຄາຖືກ ເພື່ອເຈາະຕະຫຼາດກຸ່ມເດັກນ້ອຍນັກຮຽນ ຫຼື ກຸ່ມຜູ້ມີລາຍໄດ້ໜ້ອຍ ຜະລິດຕະພັນນໍ້າມັນພືດບັນຈຸໃນຂະໜາດໃຫຍ່ ເພື່ອໃຫ້ເໝາະກັບຕະຫຼາດອຸດສາຫະກໍາເຊັ່ນ: ພັດຕະຄານ, ຮ້ານອາຫານ ຫຼື ໃນກໍລະນີກັບກັນ ສິນຄ້າອຸດສາຫະກໍາອາດປ່ຽນແປງບັນຈຸຫຸ້ມຫໍ ເພື່ອນໍາຜະລິດຕະພັນເຂົ້າສູ່ຕະຫຼາດຜູ້ບໍລິໂພກ ດ້ວຍກໍໄດ້ເຊັນກັນ.

ໃນກໍລະນີທີີ່ກິດຈະການຕ້ອງການເຂົ້າສູ່ຕະຫຼາດໃໝ່ທີີ່ແຕກຕ່າງຈາກການຕະຫຼາດເດີມເຊັ່ນ: ຕະຫຼາດເທິງ ແລະ ຕະຫຼາດລຸ່ມເພີີ່ມເຕີມຈາກເດີມທີີ່ຂາຍຢູ່ໃນຕະຫຼາດກາງ ແຕ່ກໍຍ້ານວ່າຈະບໍໄດ້ຮັບການຍອມຮັບ ຫຼື ອາດຈະເຮັດໃຫ້ພາບພົດຜະລິດຕະພັນເສຍຫາຍ ກໍສາມາດໃຊ້ກາສິນຄ້າທີີ່ແຕກຕ່າງໄປຈາກເດີມໄດ້.

ໂອກາດທາງການຕະຫຼາດຂອງຜະລິດຕະພັນເດີມໃນຕະຫຼາດໃໝ່ຈຶ່ງເປັນການນໍາຜະລິດຕະພັນເດີມທີີ່ບໍມີການປ່ຽນແປງເຂົ້າຕະຫຼາດໃໝ່ ຫຼື ເປັນການນໍາຜະລິດຕະພັນເດີມທີີ່ມີການປ່ຽນແປງບັນຈຸຫຸ້ມຫໍ ຫຼື ກາສິນຄ້າ ເພີ່ອໃຫູ້ເໝາະສົມກັບພາວະຂອງຕະຫຼາດໃໝ່ກໍໄດ້.

1.4.ຜະລິດຕະພັນໃໝ່ໃນຕະຫຼາດເກົ່າ.

ເນືອງຈາກກິດຈະການເປັນທີີ່ຍອມຮັບ ແລະ ເຊື່ອຖືໃນຕະຫຼາດເດີມກິດຈະການມີຄວາມເຂົ້າໃຈໃນກົນໄກຂອງຕະຫຼາດເປັນຢ່າງດີທັງໃນດ້ານຊ່ອງທາງການຈັດຈໍາໜ່າຍ ແລະ ກຸ່ມຜູ້ບໍລິໂພກກິດຈະການຈຶີ່ງມີຄວາມໄດ້ປຽບໃນການນໍາຜະລິດຕະພັນໃໝ່ໆ ມາວາງໃນຕະຫຼາດເດີມ ຜະລິດຕະພັນໃໝ່ຂອງກິດຈະການຈະໄດ້ຮັບຄວາມເຊືອຖື ແລະ ຍອມຮັບທັງຈາກຊ່ອງທາງການຈັດຈໍາໜ່າຍ ແລະ ຈາກກຸ່ມຜູ້ບໍລິໂພກນໍາ ຈຶ່ງເປັນການງ່າຍທີຈະນໍາຜະລິດຕະພັນເຂົ້າຕະຫຼາດໃນກໍລະນີທີີ່ສິນຄ້າມີຮູບຮ່າງ ແລະ ຄຸນນະພາບທີີ່ດີຕອບສະໜອງໄດ້ຖືກຕາມຄວາມຕ້ອງການຂອງຕະຫຼາດ ສິນຄ້າກໍຈະເປັນທີີ່ໜ້າເຊື່ອຖື ແລະ ຍອມຮັບໄດ້ງ່າຍທັງໃນໄລຍະສັ້ນ ແລະ ໄລຍະຍາວ.

ຜະລິດຕະພັນໃໝ່ທີີ່ນໍາເຂົ້າສູ່ຕະຫຼາດນີ້ ອາດເປັນຜະລິດຕະພັນໃນປະເພດດຽວກັບຜະລິດຕະພັນເດີມເຊັ່ນ: ຢາສະຜົມກິີ່ນໃໝ່, ຢາສະຜົມປ້ອງກັນຮັງແຄ ຫຼື ອາດເປັນຜະລິດຕະພັນອື່ນໆ ທີີ່ຢູ່່ໃນປະເພດດຽວກັນຄື ຜະລິດຕະພັນບໍາລຸງຮັກສາເສັ້ນຜົມເຊັນ: ນໍ້າມັນໃສ່ຜົມ, ນໍ້າຢາບໍາລຸງເສັ້ນຜົມ ເປັນຕົ້ນ ຫຼື ອາດເປັນຜະລິດຕະພັນໃກ້ຄຽງກັນເຊັນ: ສະບູ່, ຢາຖູແຂ້ວ ເປັນຕົ້ນ ໃນບາງຄັ້ງຜະລິດຕະພັນໃໝ່ອາດແຕກຕ່າງຈາກຜະລິດຕະພັນເດີມໄປເລີຍເຊັ່ນ: ຜູ້ຜະລິດສິນຄ້າອຸປະກອນເຄືອງໃຊ້ສ່ວນຕົວໃນຫ້ອງນໍ້າ ເພີີ່ມສາຍຜະລິດຕະພັນອາຫານເຂົ້າສູ່ຕະຫຼາດເດີມ ຜ່ານຊ່ອງທາງການຈັດຈໍາໜ່າຍເດີມຄື: ສູນການຄ້າ, ຮ້ານຄ້າຍ່ອຍເພືອກຸ່ມຜູ້ບໍລິໂພກເດີມ.

ໂອກາດທີີຈະປະສົບຄວາມສໍາເລັດສໍາລັບຜະລິດຕະພັນເດີມໃນຕະຫຼາດໃໝ່ຈະມີຫຼາຍກວ່າໃນກໍລະນີຜະລິດຕະພັນໃໝ່ເປັນຜະລິດຕະພັນປະເພດດຽວກັບຜະລິດຕະພັນເດີມ ຫຼື ໃກ້ຄຽງກັບຜະລິດຕະພັນເດີມເນືອງຈາກຕະຫຼາດຈະຍອມຮັບໄດ້ງ່າຍກວ່າໃນກໍລະນີທີີ່ຜະລິດຕະພັນໃໝ່ແຕກຕ່າງໄປຈາກຜະລິດຕະພັນເດີມໄປເລີຍ.

1.5.ຜະລິດຕະພັນໃໝ່ໃນຕະຫຼາດໃໝ່.

ໂອກາດທາງການຕະຫຼາດສໍາລັບຜະລິດຕະພັນໃໝ່ໃນຕະຫຼາດໃໝ່ ເປັນການເລີ່ມຕົ້ນພິຈາລະນາທັງຕະຫຼາດຄູ່ແຂ່ງຂັນ ແລະ ກິດຈະການ ໂດຍຊອກຫາຄວາມຕ້ອງການຂອງຕະຫຼາດ ຊ່ອງວ່າງການຕະຫຼາດ ແລະ ຄວາມສາມາດຂອງກິດຈະການທີີ່ຈະຍາດແຍ່ງໂອກາດຈາກຊ່ອງວ່າງການຕະຫຼາດນັ້ນໆ.

ການຫາຄວາມຕ້ອງການຂອງຕະຫຼາດເຮັດໄດ້ໂດຍການວິເຄາະກຸ່ມຜູ້ບໍລິໂພກແນວທາງໃນການດໍາລົງຊີວິດ, ພຶດຕິກໍາການບໍລໂພກ, ພຶດຕິກໍາການຊື້, ຄ່ານິຍົມ, ແນວຄິດ, ທັດສະນະຄະຕິ ແລະ ລາຍລະອຽດຍ່ອຍອື່ນໆ ນອກຈາກນີ້ຍັງຕ້ອງວິເຄາະສະພາບແວດລ້ອມ ການປ່ຽນແປງຕາມສະພາບພມສາດ, ເສດຖະກິດ, ສັງຄົມ ແລະ ຄວາມຈະເລີນກ້າວໜ້າທາງວິທະຍາສາດຕ່າງໆ ສິີ່ງເຫຼົ່ານີ້ຈະຊ່ວຍເຮັດໃຫ້ສາມາດວິເຄາະຄວາມຕ້ອງການຂອງຕະຫຼາດໄດ້ເຊັນ: ຈາກອັດຕາການເຕີບໃຫຍ່ຂອງຈໍານວນປະຊາກອນ ເຮັດໃຫ້ຄວາມຕ້ອງການໃນດ້ານຕ່າງໆເພີີມຂຶ້ນເຊັ່ນ: ດ້ານທີີ່ຢູ່ອາໄສ, ດ້ານການສຶກສາ, ດ້ານການເບິີ່ງແຍງສຸຂະພາບນອກຈາກນີ້ການເພີີ່ມຈໍານວນປະຊາກອນເຮັດໃຫ້ເກີດບັນຫາຕ່າງໆ ເຊັ່ນ: ດ້ານການຈະລາຈອນ ເຊິີ່ງເຮັດໃຫ້ເກີດຄວາມຕ້ອງການຕ່າງໆ ຕາມມາເພື່ອແກ້ໄຂບັນຫານັ້ນໆໄດ້ແກ່: ລະບົບຂົນສົ່ງມວນຊົນ ເປັນຕົ້ນ ການປ່ຽນແປງສະພາບສັງຄົມທີີ່ເຮັດໃຫ້ປະຊາກອນມີການສຶກສາ ແລະ ຄວາມຮູ້ທີີ່ດີຂຶ້ນ ເຮັດໃຫ້ເກີດຄວາມຕ້ອງການດ້ານຂໍ້ມູນຂ່າວສານ ແລະ ຄວາມຮູ້ເພີີ່ມຂຶ້ນ ທັດສະນະຄະຕິທີີ່ປະຊາຊົນຫັນມາໃຫ້ຄວາມສົນໃຈກັບສຸຂະພາບຫຼາຍຂຶ້ນ ກໍໃຫ້ເກີດຄວາມຕ້ອງການທາງດ້ານສິນຄ້າປອດສານພິດ ເປັນຕົ້ນ.

ຈາກການທີີ່ກຸ່ມຜູ້ບໍລິໂພກມີຂະໜາດໃຫຍ່ຂຶ້ນ ແລະ ຈາກການທີີ່ຜູ້ບໍລິໂພກມີຄວາມແຕກຕ່າງກັນໃນທຸກໆດ້ານ ຈຶ່ງເປັນໂອກາດທີີຈະມີຜະລິດຕະພັນໃໝ່ທີີ່ພັດທະນາຂຶ້ນສໍາລັບຄົນສະເພາະກຸ່ມເຊັ່ນ: ຮ້ານອາຫານສໍາລັບໄວ  ໜຸ່ມ, ເຄືອງນຸ່ງສໍາລັບນັກທຸລະກິດ ເປັນຕົ້ນ ການຫາໂອກາດທາງການຕະຫຼາດ ສໍາລັບຜະລິດຕະພັນຈຶ່ງອາດປະສົບຄວາມສໍາເລັດຈາກການພິສູດຜູ້ບໍລິໂພກກຸ່ມຍ່ອຍ.

ใหม่กว่า เก่ากว่า