ແນວຄວາມຄິດກ່ຽວກັບນະໂຍບາຍຜະລິດຕະພັນ

 ແນວຄວາມຄິດກ່ຽວກັບນະໂຍບາຍຜະລິດຕະພັນ

1.1.ແນວທາງການກຳນົດນະໂຍບາຍຜະລິດຕະພັນ.

ທຸລະກິດທີີ່ປະສົບຄວາມສໍາເລັດມີຍອດຂາຍ ແລະ ກໍາໄລສູງມັກຈະເປັນກິດຈະການທີີ່ມີຊືສຽງເປັນທີີ່ຮູ້ຈັກ ຜະລິດຕະພັນຂອງກິດຈະການມັກຈະເປັນຜະລິດຕະພັນທີີ່ໄດ້ຮັບຄວາມນິຍົມຈາກຕະຫຼາດ ເຮັດໃຫ້ກິດຈະການມີສ່ວນແບ່ງຕະຫຼາດສູງກວ່າຄູ່ແຂ່ງຂັນ ຫຼື ອາດເວົ້າໄດ້ວ່າເປັນຜູ້ນໍາຕະຫຼາດນັ້ນເອງ ກາສິນຄ້າເປັນທີີ່ຮູ້ຈັກ ແລະ ຈີ່ຈໍາຂອງກຸ່ມລູກຄ້າເປົ້າໝາຍ ແລະ ເປັນກາສິນຄ້າທໍາອິດ ຫຼື ເປັນກາສິນຄ້າດຽວທີີ່ກຸ່ມລູກຄ້າເຈາະຈົງຊື້ ຄວາມສໍາເລັດດັ່ງກ່າວເຮັດໃຫ້ກິດຈະການໄດ້ປຽບຄູ່ແຂ່ງຂັນໃນຫຼາຍໆ ດ້ານເນືອງຈາກມີອິດທິພົນທາງການຕະຫຼາດເໜືອກວ່າຄູ່ແຂ່ງຂັນ ກິດຈະການສາມາດກໍານົດທິດທາງຂອງຕະຫຼາດເໜືອກວ່າຄ່ແຂ່ງຂັນ ກິດຈະການສາມາດກໍານົດທິດທາງຂອງຕະຫຼາດໄປໃນແນວທາງທີີຕ້ອງການໄດ້ງ່າຍ ບໍວ່າຈະເປັນໃນດ້ານຮບແບບສິນຄ້າ ຫຼື ລາຄາ ທັງກັບກຸ່ມຜູ້ບໍລິໂພກ ແລະ ກັບກຸ່ມຕົວແທນຈໍາໜ່າຍ ຫຼື ຊ່ອງທາງການກະຈາຍຕົວສິນຄ້າເຮັດໃຫ້ຄູ່ແຂ່ງຂັນມີຄວາມຍາກລໍາບາກຫຼາຍຂຶ້ນໃນການເພີີ່ມຍອດຂາຍສ່ວນແບ່ງຕະຫຼາດ ແລະ ກໍາໄລ, ກິດຈະການທີີປະສົບຄວາມສໍາເລັດຈຶ່ງມັກສາມາດຄອງຄວາມເປັນຜູ້ນໍາຕະຫຼາດຢູ່ໄດ້ດົນ, ມີໂອກາດຂະຫຍາຍກິດຈະການໃຫ້ເຕີບໃຫຍ່ບໍວ່າຈະເປັນໃນແນວທາງທຸລະກິດເດີມ, ທຸລະກິດໃກ້ຄຽງ ຫຼື ທຸລະກິດໃໝ່ເຊິີ່ງລ້ວນແຕ່ມີສ່ວນຊ່ວຍເສີມໃຫ້ຖານທຸລະກິດຂອງກິດຈະການແຂງແຮງ ແລະ ໝັ້ນຄົງຫຼາຍຍິີ່ງຂຶ້ນ.

ປັດໄຈທີີ່ສໍາຄັນຢ່າງຍິີ່ງໃນການນໍາກິດຈະການໄປສູ່ຄວາມສໍາເລັດຄື ການມີຜະລິດຕະພັນເປັນທີີ່ນິຍົມຂອງຕະຫຼາດ ເຊິີງຈະເຮັດຂຶ້ນໄດ້ກໍຕໍເມື່ອຜູ້ບໍລິຫານຜະລິດຕະພັນມີຄວາມເຂົ້າໃຈໃນເລີ່ອງຂອງຜະລິດຕະພັນ ແລະ ມີຄວາມເຂົ້າໃຈໃນເລື່ອງຂອງການບໍລິຫານຜະລິດຕະພັນເປັນຢ່າງດີ ຈົນເຮັດໃຫ້ສາມາດພັດທະນາຜະລິດຕະພັນ ທີີ່ຈະຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ເປັນຢ່າງດີ ແລະ ສາມາດນໍາກິດຈະກໍາການຕະຫຼາດທີີ່ເໝາະສົມມາໃຊ້ຈົນເຮັດໃຫ້ຜະລິດຕະພັນເປັນທີີ່ຮູ້ຈັກ ແລະ ເປັນທີີ່ນິຍົມຂອງຕະຫຼາດ ການພັດທະນາ ແລະ ການບໍລິຫານຜະລິດຕະພັນໃຫ້ເປັນທີີ່ຕ້ອງການ ແລະ ນິຍົມຂອງຕະຫຼາດນັ້ນເປັນເລື່ອງທີີ່ຈະຕ້ອງໃຊ້ເວລາ ບໍສາມາດກະທໍາໃຫ້ສໍາເລັດໄດ້ໃນໄລຍະເວລາອັນໃກ້ ກິດຈະການທີີ່ຈະປະສົບຄວາມສໍາເລັດໄດ້ຈຶ່ງຕ້ອງມີແນວທາງ ແລະ ທິດທາງຂອງການພັດທະນາຜະລິດຕະພັນ ແລະ ການບໍລິຫານຜະລິດຕະພັນໄດ້ຢ່າງຖືກຕ້ອງ ແລະ ເໝາະສົມ ໂດຍສະເພາະຢ່າງຍິງໃນໄລຍະເລີີ່ມຕົ້ນຂອງການດໍາເນີນກິດຈະການ ເຊິີ່ງກິດຈະການມັກຈະມີຊັບສິນ ແລະ ຊັບພະຍາກອນທາງທຸລະກິດຢ່າງຈໍາກັດ ຜູ້ບໍລິຫານຈະຕ້ອງສາມາດໃຊ້ຊັບພະຍາກອນທີີ່ມີຢູ່ຈໍາກັດນີຢ່າງເໝາະສົມ ທັງໃນດ້ານການພັດທະນາຜະລິດຕະພັນ ແລະ ໃນດ້ານການບໍລິຫານຜະລິດຕະພັນ ໂດຍຈະຕ້ອງມີແນວທາງ ແລະ ທິດທາງທີີ່ຖືກຕ້ອງແນ່ນອນ ແລະ ຊັດເຈນ ການກໍານົດແນວທາງການພັດທະນາຜະລິດຕະພັນ ແລະ ການບໍລິຫານຜະລິດຕະພັນດັ່ງກ່າວກໍຄືນະໂຍບາຍຜະລິດຕະພັນນັ້ນເອງ ກິດຈະການທີີ່ດໍາເນີນງານໂດຍບໍມີນະໂຍບາຍຜະລິດຈະພັນຈະສ່ຽງຕໍການປະສົບຄວາມລົມເຫຼວ ໃນທາງກົງກັນຂ້າມ ກິດຈະການທີີ່ດໍາເນີນງານໂດຍການມີນະໂຍບາຍຜະລິດຕະພັນຈະເປັນກິດຈະການທີີ່ຫຼຸດອັດຕາຄວາມສ່ຽງຕໍຄວາມລົມເຫຼວ ແລະ ເພີີ່ມໂອກາດໃນການປະສົບຄວາມສໍາເລັດໃຫ້ສູງຂຶື້ນ.

1.2.ນະໂຍບາຍຜະລິດຕະພັນ.

ນະໂຍບາຍຜະລິດຕະພັນທີີດີ ຈະຕ້ອງເປັນນະໂຍບາຍທີີຕອບສະໜອງນະໂຍບາຍຫຼັກຂອງທຸລະກິດສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ສາມາດເປັນໄປໄດ້ຈາກການດໍາເນີນງານບົນພື້ນຖານມີຊັບພະຍາກອນ ແລະ ຄວາມສາມາດທີີ່ບໍລິສັດມີຢູ່ ຜູ້ວາງນະໂຍບາຍຜະລິດຕະພັນຈຶີ່ງຕ້ອງມີຄວາມຮອບຮູ້ໃນດ້ານການຕະຫຼາດ ແລະ ການບໍລິຫານທຸລະກິດເປັນຢ່າງດີ ສາມາດວິເຄາະຄວາມຕ້ອງການຂອງຕະຫຼາດ, ພຶດຕິກໍາຂອງຜູ້ບໍລິໂພກ, ຄູ່ແຂ່ງຂັນ,ໂອກາດ ແລະ ອຸປະສັກທາງການຕະຫຼາດ ຕະຫຼອດຮອດຕ້ອງມີຄວາມຮູ້ຄວາມເຂົ້າໃຈໃນກິດຈະການຂອງຕົນເອງເປັນຢ່າງດີສາມາດວິເຄາະຈຸດອ່ອນຈຸດແຂງຂອງກິດຈະການ, ຊັບພະຍາກອນ ແລະ ຄວາມສາມາດທີແທ້ຈິງຂອງກິດຈະການ ເພີ່ອນໍາມາໃຊ້ໃນການກໍານົດນະໂຍບາຍຜະລິດຕະພັນທີີເໝາະສົມ ແລະ ມີຄວາມເປັນໄປໄດ້ສູງທີີ່ກິດຈະການຈະສາມາດດໍາເນີນງານຕາມນະໂຍບາຍທີີ່ວາງໄວ້ ເພື່ອການປະສົບຄວາມສໍາເລັດຂອງກິດຈະການໃນການກໍານົດນະໂຍບາຍຜະລິດຕະພັນນັ້ນ ຄວນຄໍານຶງເຖິງ 2 ແນວທາງຫຼັກໆ ດັ່ງຕໍໄປນີ້:

1. ແນວທາງການພັດທະນາຜະລິດຕະພັນ.

2. ແນວທາງການບໍລິຫານຜະລິດຕະພັນ.

1.3.ແນວທາງການພັດທະນາຜະລິດຕະພັນ.

ນະໂຍບາຍຜະລິດຕະພັນທີກໍານົດແນວທາງການພັດທະນາຜະລິດຕະພັນມີຄວາມສໍາຄັນເປັນຕໍຜົນສໍາເລັດຂອງກິດຈະການ, ກິດຈະການຕ່າງໆ ທີີ່ປະສົບຄວາມສໍາເລັດລ້ວນແຕ່ເປັນກິດຈະການທີີ່ສາມາດກໍານົດແນວທາງການພັດທະນາຜະລິດຕະພັນໄດ້ຢ່າງເໝາະສົມ, ຊັດເຈນ, ກົງຕໍຄວາມຕ້ອງການ ແລະ ພາວະຂອງຕະຫຼາດ ແລະ ເປັນແນວທາງທີີ່ກິດຈະການສາມາດດໍາເນີນການໃຫ້ບັນລຸຜົນໄດ້ໂດຍໃຊ້ຊັບພະຍາກອນ ແລະ ຄວາມສາມາດຂອງກິດຈະການທີີ່ມີຢູ່່ໄດ້ຢ່າງເໝາະສົມ ກິດຈະການທີີ່ມີແນວທາງການພັດທະນາຜະລິດຕະພັນທີີ່ດີມັກຈະມີຜະລິດຕະພັນທີີ່ເປັນທີີ່ນິຍົມຂອງຕະຫຼາດ ເນື່ອງຈາກຮູບແບບຂອງຜະລິດຕະພັນທີີ່ມີຈຸດເດັນທີີ່ເໜືອກວ່າຜະລິດຕະພັນຂອງຄູ່ແຂ່ງຂັນ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ດີກວ່າ ແລະ ເປັນຜະລິດຕະພັນທີີ່ຜູ້ບໍລິໂພກເຫັນວ່ມີຄຸນຄ່າສງກວ່າລາຄາ ໃນໄລຍະຍາວກິດຈະການທີີ່ມີແນວທາງການພັດທະນາຜະລິດຕະພັນທີີ່ຊັດເຈນ ແລະ ດໍາເນີນການໂດຍຢຶດຖແນວທາງນັ້ນຈະປະສົບຄວາມສໍາເລັດໃນການພັດທະນາຜະລິດຕະພັນໃໝ່ໆ ອອກສູ່ຕະຫຼາດຢ່າງຕໍ່ເນືອງສະໝໍາສະເໝີ.

1.4.ຂັ້ນຕອນ ແລະ ວິທີການກຳນົດນະໂຍບາຍຜະລິດຕະພັນເພື່ອການພັດທະນາຜະລິດຕະພັນ.

ການກໍານົດນະໂຍບາຍຜະລິດຕະພັນໃນແນວທາງການພັດທະນາຜະລິດຕະພັນນີ້ມີຂັ້ນຕອນຕ່າງໆ 4 ຂັ້ນຕອນດັ່ງນີ້:

-      ການວິເຄາະຕະຫຼາດ ແລະ ຄູ່ແຂ່ງຂັນ.

-      ການວິເຄາະກິດຈະການ.

-      ການກໍານົດຂອບເຂດຜະລິດຕະພັນ.

-      ການກໍານົດແນວທາງຂອງຜະລິດຕະພັນ.

1.ການວິເຄາະຕະຫາດ ແລະ ຄູ່ແຂ່ງຂັນ.

ຈຸດປະສົງຂອງການວິເຄາະຕະຫຼາດ ແລະ ຄູ່ແຂ່ງຂັນເພືອເປັນການຫາຊ່ອງວ່າງໃນຕະຫຼາດ ໂອກາດ ແລະ ອຸປະສັກທີີອາດເກີດຂຶ້ນໃນຕະຫຼາດຈາກຄວາມຕ້ອງການຂອງຕະຫຼາດຜູ້ບໍລິໂພກ ແລະ ຄູ່ແຂ່ງຂັນການວິເຄາະຈະຕ້ອງກະທໍາຢ່າງເລິກເຊິີງໃນລາຍລະອຽດ ແລະ ໃນຫຼາຍມຸມມອງທີີ່ຈະເຮັດໃຫ້ຄວບຄຸມໃນທຸກໆ ດ້ານເນື່ອງຈາກໂອກາດ ແລະ ຊ່ອງວ່າງການຕະຫຼາດອາດຖກເຊີືອງຊ້ອນຢູ່ໃນຈຸດນ້ອຍໆ ທີີ່ຄາດບໍເຖິງການປ່ອຍປະໃນຈຸດນ້ອຍໆ ຫຼື ການປ່ອຍປະໃນການວິເຄາະຈາກມຸມມອງຕ່າງໆ ຈະເຮັດໃຫ້ກິດຈະການເສຍໂອກາດທີຈະເຫັນຊ່ອງວ່າງການຕະຫຼາດຕ່າງໆ ໄດ້ຂໍ້ມູນທີນຳມາໃຊ້ໃນການວິເຄາະຈະຕ້ອງເປັນຂໍ້ມູນທີແທ້ຈິງ ການໃຊ້ຂໍ້ມູນທີີ່ບໍເປັນຈິງຈະເຮັດໃຫ້ການວິເຄາະຜິດພາດໄດ້ງ່າຍ. ນອກຈາກນ້ການວິເຄາະຈະຕ້ອງໃຊ້ຄວາມຄິດສ້າງສັນ ແລະ ຄວາມຄິດລິເລີີ່ມແປກໆໃໝ່ໆ ມາໃຊ້ ຈຶ່ງຈະເຮັດໃຫ້ສາມາດພົບຊ່ອງວ່າງການຕະຫຼາດໄດ້ ນອກຈາກນີ້ການວິເຄາະຍັງຈະຕ້ອງຄໍານຶງເຖິງເຫດການໃນອະນາຄົດ ເນື່ອງຈາກຜູ້ບໍລິໂພກມີທິດທາງທີີ່ຈະປ່ຽນແປງພຶດຕິກໍາ ແລະ ຄວາມຕ້ອງການໄປຕາມສະພາວະເສດຖະກິດ ແລະ ສັງຄົມ ຄູ່ແຂ່ງຂັນມີຄວາມສາມາດໃນການພັດທະນາຜະລິດຕະພັນໃໝ່ໆ ແລະ ມີທິດທາງທີີ່ຈະປ່ຽນແປງການດໍາເນີນງານໄປຕາມສະພາບການແຂ່ງຂັນໃນຕະຫຼາດ ວິທີການ ແລະ ເຕັກໂນໂລຊີມີການປ່ຽນແປງລວມທັງມີການຄົ້ນພົບສິີ່ງໃໝ່ໆ ເກີດຂຶ້ນຢູ່ຕະຫຼອດເວລາ ການວິເຄາະຕະຫຼາດ ແລະ ຄູ່ແຂ່ງຂັນຈຶີ່ງຈໍາເປັນຕ້ອງນໍາສິີ່ງເຫຼົ່ານີ້ມາພິຈາລະນາດ້ວຍສະເໜີ ເນືອງຈາກການປ່ຽນແປງຕ່າງໆເຫົ່ຼານີ້ກໍໃຫ້ເກີດຊ່ອງວ່າງການຕະຫຼາດ ແລະ ໂອກາດໃໝ່ໆໃນຕະຫຼາດຕະຫຼອດເວລາ.

ການວິເຄາະຄູ່ແຂ່ງຂັນ ຈະຊ່ວຍໃຫ້ເຫັນໂອກາດ ແລະ ຊ່ອງວ່າງການຕະຫຼາດ ບໍວ່າຄູ່ແຂ່ງຂັນຈະມີຂະໜາດໃຫຍ່ມີຊັບພະຍາກອນ ແລະ ຄວາມສາມາດຫຼາຍພຽງໃດກໍຕາມ ຄູ່ແຂ່ງຂັນກໍຈະຕ້ອງມີຈຸດອ່ອນຄວບຄູ່ກັນໄປສະ    ເໝີ ຂໍ້ໄດ້ປຽບຕ່າງໆ ຂອງຄູ່ແຂ່ງຂັນຍ່ອມຂຶື້ນຢູ່ກັບສະພາບການຂອງຕະຫຼາດ ແລະ ຂຶື້ນຢ່ສະເພາະກັບກຸ່ມຜູ້ບໍລິໂພກພຽງບາງກຸ່ມເທົ່ານັ້ນ. ຂໍ້ໄດ້ປຽບເຫຼົ່ານີ້ຈຶ່ງບໍອາດເຮັດໃຫ້ຄູ່ແຂ່ງຂັນໄດ້ປະໂຫຍດເມືອສະຖານະການມີການປ່ຽນແປງໄປ ຫຼື ເມືອນໍາມາໃຊ້ກັບກຸ່ມຜູ້ບໍລິໂພກທີີ່ແຕກຕ່າງກັນອອກໄປເຊ່ນ: ການທີີ່ສາຍການບິນຂະໜາດໃຫຍ່ຂອງໂລກປະສົບພາວະຂາດທຶນໃນໄລຍະນໍ້າມັນຂຶ້ນລາຄາ ແລະ ເສດຖະກິດຕົກຕ່ຳໃນຂະນະທີີ່ສາຍການບິນຂະໜາດນ້ອຍສາມາດສ້າງກໍາໄລໄດູ້. ກິດຈະການຜູ້ຜະລິດສິນຄ້າອຸປະໂພກບໍລິໂພກຂະໜາດໃຫຍ່ຈະໄດ້ປຽບສະເພາະກຸມຜູ້ບໍລິໂພກສ່ວນໃຫຍ່ເທົ່ານັ້ັ້ນ, ແຕ່ບໍສາມາດຜະລິດສິນຄ້າທີີ່ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກກຸ່ມນ້ອຍໄດ້ດີເທົ່າກັບກິດຈະການຂະໜາດນ້ອຍ ດັ່ງນັ້ນ,ຈຶີ່ງຈະມີຊ່ອງວ່າງການຕະຫຼາດສະເໝີ ພຽງແຕ່ວ່າຈະສາມາດຄົ້ນພົບຊ່ອງວ່າງການຕະຫຼາດດັ່ງກ່າວມາໃຊ້ໃຫ້ສອດຄ່ອງ ແລະ ເກີດປະໂຫຍດກັບກິດຈະການໄດ້ດີພຽງໃດ ຂັ້ນຕອນການວິເຄາະຕະຫຼາດ ແລະ ຄ່ແຂ່ງຂັນຈຶີ່ງມີຄວາມສໍາຄັນຫລາຍ ຕໍການກໍານົດນະໂຍບາຍຜະລິດຕະພັນໃນດ້ານແນວທາງການພັດທະນາຜະລິດຕະພັນ ແລະ ຈໍາເປັນຈະຕ້ອງກະທໍາດ້ວຍຄວາມລະອຽດຮອບຄອບສະເໝີ.

2.ການວິເຄາະກິດຈະການ.

ໃນຂັ້ນຕອນຂອງການວິເຄາະຕະຫຼາດ ແລະ ຄູ່ແຂ່ງຂັນອາດເຮັດໃຫ້ພົບຊ່ອງວ່າງ ແລະ ໂອກາດທາງການຕະຫຼາດຫຼາກຫຼາຍ, ແຕ່ຊ່ອງວ່າງ ແລະ ໂອກາດທາງການຕະຫຼາດເຫຼົ່ານັ້ນ ອາດບໍ່ມີຄວາມໝາຍ ແລະ ປະໂຫຍດກັບກິດຈະການເລີຍຖ້າຫາກກິດຈະການບໍມີຄວາມສາມາດພຽງພໍທີີ່ຈະດໍາເນີນການພັດທະນາຜະລິດຕະພັນສໍາລັບຊ່ອງວ່າງ ແລະ ໂອກາດທາງການຕະຫຼາດນັ້ນໆ ການວິເຄາະກິດຈະການຈຶ່ງມີຄວາມສໍາຄັນຕໍການກໍານົດນະໂຍບາຍຜະລິດຕະພັນ ໃນດ້ານແນວທາງການພັດທະນາຜະລິດຕະພັນ ກິດຈະການຈະຕ້ອງຮູ້ຈັກເລອກຊ່ອງວ່າງ ແລະ ໂອກາດທາງການຕະຫຼາດທີີ່ກິດຈະການມີຄວາມສາມາດສູງສຸດໃນການພັດທະນາຜະລິດຕະພັນສໍາລັບຊ່ອງວ່າງ ແລະ ໂອກາດດັ່ງກ່າວ ແລະ ນອກຈາກນີ້ກິດຈະການຍັງຈະຕ້ອງມີຄວາມສາມາດທີີ່ຈະດໍາເນີນກິດຈະກໍາການຕະຫຼາດເພືອໃຫ້ຜະລິດຕະພັນເປັນທີີ່ຮູ້ຈັກ ແລະ ເປັນທີີ່ນິຍົມຂອງຕະຫຼາດ.

ການວິເຄາະຈຶ່ງຕ້ອງເຮັດຢ່າງລະອຽດຮອບຄອບໃນທຸກໆ ດ້ານບໍ່ພຽງແຕ່ສະເພາະດ້ານການຕະຫຼາດເທົ່ານັ້ນ ແຕ່ຍັງລວມເຖິງການເງິນ, ການຜະລິດ ແລະ ດ້ານບຸກຄະລາກອນອີກດ້ວຍ. ການວິເຄາະຈະຕ້ອງພິຈາລະນາປັດໄຈຕ່າງໆເຫຼົ່ານີ້ ທັງໃນດ້ານທີີ່ເປັນຈຸດແຂງ ແລະ ໃນດ້ານທີີ່ເປັນຈຸດອ່ອນ ໂດຍຈະຕ້ອງພິຈາລະນາຢ່າງເປັນກາງ ບໍມີຄວາມລໍາອຽງອະຄະຕິຄິດລົບໃນການເບິີ່ງວ່າກິດຈະການມີຈຸດແຂງ ຫຼື ຈຸດອ່ອນຫຼາຍເກີນຄວາມເປັນຈິງເພາະການວິເຄາະທີີ່ບໍຢູ່ບົນພື້ນຖານແຫ່ງຄວາມເປັນຈິງຈະເຮັດໃຫ້ການວິເຄາະຜິດພາດ ແລະ ຈະນໍາຄວາມລົມເຫຼວມາສູ່ການວາງນະໂຍບາຍຜະລິດຕະພັນໄດ້.

ການວິເຄາະກິດຈະການຈຶງຈໍາເປັນຕ້ອງກະທໍາໂດຍບຸກຄົນທີີ່ມີຄວາມຮູ້ຄວາມເຂົ້າໃຈໃນກິດຈະການຢ່າງແທ້ຈິງ ຮອບຮູ້ໃນເລື່ອງສະພາບຂອງຕະຫຼາດ, ຄູ່ແຂ່ງຂັນ, ທິດທາງພຶດຕິກໍາຜູ້ບໍລິໂພກ ຕະຫຼອດຮອດສະພາບເສດຖະກິດ ແລະ ສັງຄົມເປັນຢ່າງດີ.

3.ການກໍານົດຂອບເຂດຂອງຜະລິດຕະພັນ.

ເມືອໄດ້ທໍາການວິເຄາະຕະຫຼາດຄູ່ແຂ່ງຂັນ ແລະ ວິເຄາະກິດຈະການແລ້ວ ຜູ້ບໍລິຫານຈະສາມາດເບິີງເຫັນຊ່ອງທາງ ແລະ ໂອກາດທາງການຕະຫຼາດທີີ່ເໝາະສົມກັບກິດຈະການຂອງຕົນເອງ ໂດຍຈະສາມາດເບິີງເຫັນວ່າ ກິດຈະການຈະປະສົບຄວາມສໍາເລັດໄດ້ຈາກການພັດທະນາຜະລິດຕະພັນໃດ ເຊິີງແນ່ນອນວ່າຈະຕ້ອງເປັນຜະລິດຕະພັນທີີ່ກິດຈະການມີຄວາມຮູ້, ຄວາມຊໍານານ ຫຼື ມີປະສົບການຫຼາຍກວ່າຜະລິດຕະພັນອື່ນໆ ຫຼື ອາດເປັນຜະລິດຕະພັນທີີ່ກິດຈະການມີຄວາມໄດ້ປຽບເໜືອຄູ່ແຂ່ງຂັນອື່ນໆ ໃນດ້ານແຫຼງວັດຖຸດິບ, ເຄືອຂ່າຍທຸລະກິດ ຫຼື ມີຄວາມໄດ້ປຽບທາງດ້ານຊ່ອງທາງການຈັດຈໍາໜ່າຍ ຫຼື ຊ່ອງທາງການຕະຫຼາດອືນໆ ຜະລິດຕະພັນທີີ່ກິດຈະການເຫັນວ່າເໝາະສົມກັບກິດຈະການ ແລະ ມີໂອກາດສູງທີີ່ຈະປະສົບຄວາມສໍາເລັດນັ້ນ ອາດຈະເປັນຜະລິດຕະພັນດຽວ ຫຼື ອາດເປັນກຸ່ມຂອງຜະລິດຕະພັນທີີ່ມີລັກສະນະໃກ້ຄຽງກັນກໍໄດ້ ນອກຈາກນີ້ຜູ້ບໍລິຫານຍັງອາດເຫັນໂອກາດທີີ່ຈະພັດທະນາຜະລິດຕະພັນໄດ້ຫາກຫຼາຍ, ເນືອງຈາກເຫັນວ່າກິດຈະການມີຄວາມສາມາດສູງໃນຫຼາຍໆ ດ້ານ ແລະ ຍັງມີໂອກາດການຕະຫຼາດທີີ່ເປີດໃຫ້ເລືອກໄດ້ຢ່າງກວ້າງຂວາງດ້ວຍ ການກໍານົດຂອບເຂດຂອງຜະລິດຕະພັນຈຶ່ງມີຄວາມສໍາຄັນຢ່າງຍິງ ໃນການໃຊ້ເປັນແນວທາງສໍາລັບການພັດທະນາຜະລິດຕະພັນ.

ການກໍານົດຂອບເຂດຂອງຜະລິດຕະພັນຈະຕ້ອງມີຄວາມຊັດເຈນພຽງພໍທີີ່ຈະເຮັດໃຫ້ຜູ້ນໍາໄປປະຕິບັດເຂົ້າໃຈ ແລະ ປະຕິບັດຕາມໄດ້ຢ່າງຖືກຕ້ອງ ນອກຈາກນີ້ການກໍານົດຂອບເຂດຂອງຜະລິດຕະພັນຈະຕ້ອງມີຄວາມຫົດຢືດ ແລະ ມີຂອບເຂດທີີ່ກວ້າງພໍທີີ່ຈະເຮັດໃຫ້ສາມາດພັດທະນາຜະລິດຕະພັນທີີ່ເໝາະສົມໄດ້ຢ່າງເຕັມທີີຕາມຄວາມສາມາດຂອງກິດຈະການ ກິດຈະການຜູ້ຜະລິດເຄື່ອງດື່ມນໍ້າອັດລົມອາດກໍານົດຂອບເຂດຂອງຜະລິດຕະພັນວ່າ: ກິດຈະການຈະພັດທະນາ ແລະ ດໍາເນີນທຸລະກິດຢູ່ໃນສາຍຜະລິດຕະພັນນຳ້ອັດລົມ ກິດຈະການຜູ້ຜະລິດເຄື່ອງດື່ມນ້ຳອັດລົມນີ້ຈະຕ້ອງເນັ້ນພັດທະນາຜະລິດຕະພັນທີີ່ເປັນນໍ້າອັດລົມເທົ່ານັ້ນ ໂດຍອາດມີຜະລິດຕະພັນນໍ້າອັດລົມຫຼາຍລົດຊາດຫຼາຍຊະນິດສໍາລັບຜູ້ບໍລິໂພກຫຼາຍໆກຸ່ມ ແຕ່ຜູ້ຜະລິດເຄີ່ອງດີ່ມນໍ້າອັດລົມນີ້ຈະບໍພັດທະນາຜະລິດຕະພັນອືນໆ ທີີ່ໃກ້ຄຽງກັນ ແລະ ສາມາດໃຊ້ຄວາມຮູ້ຄວາມສາມາດ ຫຼື ຊັບພະຍາກອນທາງການຕະຫຼາດທີີ່ມີຢ່ເພີ່ອໃຫ້ໄດ້ຜົນຕອບແທນທີີ່ຫຼາຍຂຶ້ນ ຫຼື ຄວບຄຸມຜູ້ບໍລິໂພກຈໍານວນຫຼາຍຂຶ້ນໄດ້ເຊ່ັນ: ຜະລິດຕະພັນນໍ້າດື່ມບໍລິສຸດ ຫຼື ຜະລິດຕະພັນໂຊດາ ຫຼື ສ່ວນປະສົມສໍາລັບເຄື່ອງດື່ມອືນໆ ເຊິີ່ງຈະເກີດຂຶຶ້ນໄດ້ກໍຕໍເມືອປ່ຽນການກໍານົດຂອບເຂດຈາກການດໍາເນີນທຸລະກິດໃນສາຍຜະລິດຕະພັນນໍາອັດລົມໃຫ້ກວ້າງຂຶ້ນ ເປັນການດໍາເນີນທຸລະກິດໃນສາຍຜະລິດຕະພັນເຄືອງດືມ ກົງກັນຂ້າມຫາກບໍລິສັດຜູ້ຜະລິດເຄືອງດືມນຳ້ອັດລົມກໍານົດຂອບເຂດຂອງຜະລິດຕະພັນໄວ້ກວ້າງຫຼາຍຄືກິດຈະການຈະພັດທະນາ ແລະ ດໍາເນີນທຸລະກິດໃນສາຍຜະລິດອາຫານ, ກິດຈະການກໍອາດມີການພັດທະນາຜະລິດຕະພັນທາງດ້ານອາຫານ ອື່ນໆ ເຊັນ: ກິດຈະການອາດມີການພັດທະນາໝີີ່ສໍາເລັດຮູບ ເຊິີ່ງບໍມີຄວາມໃກ້ຄຽງກັບເຄືອງດື່ມນຳ້ອັດລົມເລີຍເຮັດໃຫ້ຊັບພະຍາກອນກິດຈະການທີີ່ມີຢູ່ຖກນໍາໄປໃຊ້ແບບບໍເໝາະສົມ ເພາະກິດຈະການອາດບໍໄດ້ມີຄວາມຊໍານານ ຫຼື ໄດ້ປຽບກວ່າຄ່ແຂ່ງຂັນແທນທີີ່ຈະພັດທະນາຜະລິດຕະພັນ ແນວທາງທີີ່ໃກ້ຄຽງກັບຜະລິດຕະພັນເດີມເຊິີ່ງມີໂອກາດປະສົບຄວາມສໍາເລັດສູງກວ່າ.

4.ການກໍານົດແນວທາງຂອງຜະລິດຕະພັນ.

ເຖິງແມ່ນວ່າຜູ້ບໍລຫານຈະສາມາດວິເຄາະຕະຫຼາດ, ຄູ່ແຂ່ງຂັນ ເພືອກໍານົດຊ່ອງວ່າງ ແລະ ໂອກາດິການຕະຫຼາດ ການວິເຄາະກິດຈະການເພືອກໍານົດຊ່ອງວ່າງ ແລະ ໂອກາດການຕະຫຼາດທີີ່ ເໝາະສົມກັບກິດຈະການ ແລະ ກໍານົດຂອບເຂດຂອງຜະລິດຕະພັນແລ້ວ ຜູ້ບໍລິຫານຍັງຈະຕ້ອງກໍານົດແນວທາງຜະລິດຕະພັນ ເພື່ອໃຊ້ເປັນແນວທາງໃນການພັດທະນາຜະລິດຕະພັນອີກດ້ວຍ.

ແນວທາງການພັດທະນາຜະລິດຕະພັນ ທີີ່ຈະເຮັດໃຫ້ກິດຈະການປະສົບຄວາມສໍາເລັດນັ້ນມີ 3 ແນວທາງດ້ວຍກັນ ກິດຈະການຈະຕ້ອງເລືອກກໍານົດແນວທາງການພັດທະນາຜະລິດຕະພັນໃນແນວທາງໃດແນວທາງໜຶີ່ງຈາກ 3 ແນວທາງດັ່ງຕໍໄປນີ້:

-      ຜະລິດຕະພັນທີີ່ມີຕົ້ນທຶນລວມຕໍ່າສຸດ (Overall Cost Leadership)

-      ຜະລິດຕະພັນທີີ່ມີຄວາມແຕກຕ່າງ (Differentiation)

-      ຜະລິດຕະພັນທີີ່ເປັນຜະລິດຕະພັນສະເພາະ (Focus)

1.ຜະລິດຕະພັນທີີ່ມີຕົ້ນທຶນລວມຕໍ່າສຸດ (Overall Cost Leadership)

ການທີກິດຈະການມີຕົ້ນທຶນລວມຕໍ່າສຸດຈະເຮັດໃຫ້ກິດຈະການໄດ້ປຽບຄູ່ແຂ່ງຂັນ ໃນດ້ານຕົ້ນທຶນ ແລະ ສາມາດຈະແຂ່ງຂັນໃນດ້ານລາຄາ ກິດຈະການຈະສາມາດຫຼຸດລາຄາຜະລິດຕະພັນໄດ້ຕຳ່ກວ່າຄູ່ແຂ່ງຂັນເຮັດໃຫ້ກິດຈະການຂາຍຜະລິດຕະພັນໄດ້ເປັນຈໍານວນຫຼາຍກວ່າຄູ່ແຂ່ງຂັນໃນກໍລະນີທີີ່ກິດຈະການບໍຈໍາເປັນຕ້ອງແຂ່ງຂັນໃນດ້ານລາຄາ ກິດຈະການຈະມີກໍາໄລຕໍໜ່ວຍສູງກວ່າຄ່ແຂງຂັນ ເນືອງຈາກມີຕົ້ນທຶນທີີ່ຕຳ່ກວ່າ ກິດຈະການສາມາດສ້າງກໍາໄລໄດ້ຫາຍກວ່າຄູ່ແຂ່ງຂັນທີໃຊ້ໃນດ້ານການພັດທະນາຜະລິດຕະພັນ ຫຼື ໃຊ້ໃນດ້ານກິດຈະກໍາການຕະຫຼາດອື່ນໆ ທີີຈະຊ່ວຍເພີີມຄວາມເປັນຜູ້ນໍາໃຫ້ກັບກິດຈະການ ໃນກໍລະນີທີີມີການແຂ່ງຂັນໃນດ້ານລາຄາກິດຈະການຈະສາມາດຫຼຸດລາຄາໄດ້ຫຼາຍກວ່າຄູ່ແຂ່ງຂັນ ຫຼື ໃນຊ່ວງຄູ່ແຂ່ງຂັນຫຼຸດລາຄາຈົນຢູ່ໃນສະພາບຂາດທຶນ ແຕ່ກິດຈະການອາດຈະຍັງຄົງຢູ່ໃນພາວະເທົ່າທຶນ ຫຼື ຍັງອາດມີກໍາໄລຢູ່ກໍເປັນໄດ້.

ແນວທາງນີ້ ເໝາະສໍາລັບຜະລິດຕະພັນທີີ່ບໍມີຄວາມແຕກຕ່າງໃນເລື່ອງຂອງຮູບແບບຜະລິດຕະພັນ ແລະ ຄຸນນະພາບ ຫຼື ເປັນຜະລິດຕະພັນທີີ່ຜູ້ຊື້ໃຊ້ລາຄາເປັນປັດໄຈຫຼັກໃນການຕັດສິນໃຈຊື້ເຊັ່ນ: ສິນຄ້າກະສິກໍາ, ເຂົ້າ, ນໍ້າຕານ, ສິນຄ້າວັດຖຸດິບຈາກທໍາມະຊາດ, ສິນຄ້າອຸປະໂພກບໍລິໂພກ ທີີ່ມີອາຍຸການໃຊ້ງານສັນ ຫຼື ສິນຄ້າໃນຕະຫຼາດເປັນຕົ້ນ.

ໃນການພັດທະນາຜະລິດຕະພັນ ໂດຍການໃຊ້ແນວທາງຕົ້ນທຶນຕໍ່າສຸດນີ້ ການບໍລິຫານຜະລິດຕະພັນຈະເນັ້ນໃນດ້ານຕົ້ນທຶນການຜະລິດຫຼາຍກວ່າຮູບແບບ ຫຼື ຄຸນນະພາບຂອງຜະລິດຕະພັນ ຜະລິດຕະພັນຈະມີຄວາມລຽບງ່າຍໃນດ້ານຮູບແບບ ແລະ ຄຸນນະພາບ ເຊິີງຈະເຮັດໃຫ້ສາມາດຫຼຸດຕົ້ນທຶນໃນການຜະລິດໄດ້ ປັດໄຈອື່ນໆ ທີີສໍາຄັນຕໍຕົ້ນທຶນກໍຄືປະລິມານການຜະລິດ ຜະລິດຕະພັນທີີ່ມີປະລິມານການຜະລິດສູງຈະມີຕົ້ນທຶນລວມຕໍໜ່ວຍຕໍາລົງ ເນື່ອງຈາກຕົ້ນທຶນຄົງທີີ່ຖກກະຈາຍດ້ວຍປະລິມານຜະລິດທີີ່ສູງຂຶ້ນ ນອກຈາກນີ້ກິດຈະການຈະເກີດຄວາມຊໍານານໃນການຜະລິດ ປະສິດທິພາບໃນການຜະລິດຈະເພີີ່ມສູງຂຶ້ນ ເຮັດໃຫ້ຕົ້ນທຶນທັງຄົງທີີ່ ແລະ ປ່ຽນແປງຫຼຸດລົງໄດ້.

2.ຜະລິດຕະພັນທີີ່ມີຄວາມແຕກຕ່າງ (Differentiation)

ເມື່ອຜະລິດຕະພັນທີີມີຄວາມແຕກຕ່າງຈາກຄູ່ແຂ່ງຂັນ ຜູ້ຊື້ຈະເຫັນຄຸນຄ່າ ແລະ ມີຄວາມເພິີງພໍໃຈກັບຜະລິດຕະພັນຂອງກິດຈະການຫຼາຍກວ່າຄູ່ແຂ່ງຂັນ ແລະ ຈະຍິນດີຊື້ຜະລິດຕະພັນ ເຖິງແມ່ນວ່າຜະລິດຕະພັນຂອງກິດຈະການຈະມີລາຄາສງກວ່າຜະລິດຕະພັນຂອງຄູ່ແຂ່ງຂັນ.

ເຖິງແມ່ນວ່າກິດຈະການຈະບໍ່ສາມາດຜະລິດຜະລິດຕະພັນທີີ່ມີຕົ້ນທຶນຕໍ່າສຸດໄດ້ກິດຈະການກໍສາມາດມີກໍາໄລເພີີ່ມຂຶ້ນໄດ້ຈາກການທີີ່ສາມາດຂາຍຜະລິດຕະພັນໃນລາຄາທີີ່ສູງຂຶ້ນ ຈຶີ່ງເຮັດໃຫ້ກິດຈະການສາມາດປະສົບຜົນສໍາເລັດໄດ້.

ການພັດທະນາຜະລິດຕະພັນ ໂດຍການໃຊ້ແນວທາງຄວາມແຕກຕ່າງນີ້ຈະຕ້ອງເນັ້ນເຖິງຮູບແບບ, ປະໂຫຍດໃຊ້ສອຍ ຫຼື ຄຸນນະພາບທີີ່ແຕກຕ່າງໄປຈາກຜະລິດຕະພັນຂອງຄູ່ແຂ່ງຂັນ ຄວາມແຕກຕ່າງນີ້ຈະຕ້ອງເປັນຄວາມແຕກຕ່າງທີີ່ຜູ້ບໍລິໂພກເຫັນຄຸນຄ່າ ແລະ ໃຫ້ຄວາມສໍາຄັນເຊັ່ນ: ລົດທີີ່ປະຢັດນໍ້າມັນ ເປັນຈຸດເດັ່ນແຕກຕ່າງທີີ່ຜູ້ບໍລິໂພກເຫັນວ່າມີຄວາມສໍາຄັນຫຼາຍກວ່າ ລົດທີີ່ມີຄວາມແຕກຕ່າງພຽງແຕ່ໃນເລືອງຂອງສີເປັນຕົ້ນ.

ນອກຈາກນີ້ ການໃຊ້ແນວທາງພັດທະນາຜະລິດຕະພັນໂດຍການສ້າງຄວາມແຕກຕ່າງນີ້ ຍັງຈໍາເປັນທີີ່ຈະຕ້ອງຮັກສາຄວາມແຕກຕ່າງໃຫ້ຄົງຢູ່ຕະຫຼອດເວລາ ເມື່ອຄູ່ແຂ່ງຂັນມີການພັດທະນາຜະລິດຕະພັນເຂົ້າມາໃກ້ຄຽງກັບຜະລິດຕະພັນຂອງກິດຈະການ ເມື່ອໃດກິດຈະການຈະຕ້ອງມີການພັດທະນາຜະລິດຕະພັນໃນຮູບແບບໃໝ່ໆ ອອກມາຢູ່ສະເໝີ ເພື່ອຮັກສາຄວາມເປັນຕໍໃນເລື່ອງນີ້ໄວ້ໃຫ້ໄດ້.

3.ຜະລິດຕະພັນທີີ່ເປັນຜະລິດຕະພັນສະເພາະ (Focus)

ເມືອກິດຈະການເນັ້ນພັດທະນາຜະລິດຕະພັນສະເພາະ ຫຼື ເນັ້ນພັດທະນາຜະລິດຕະພັນເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າສະເພາະກຸ່ມ ກິດຈະການຈະເກີດຄວາມຊໍານານ ແລະ ຄວາມຮອບຮູ້ສະເພາະທາງຫຼາຍກວ່າຄູ່ແຂ່ງຂັນ ກິດຈະການສາມາດພັດທະນາຜະລິດຕະພັນທີີ່ມີຮູບແບບ ແລະ ຄຸນລັກສະນະທີີ່ເໜອກວ່າຄູ່ແຂ່ງຂັນກິດຈະການຈະສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ສະເພາະກຸ່ມນັ້ນໆ ໄດ້ດີກວ່າຄູ່ແຂ່ງຂັນ ຫຼື ກິດຈະການອາດຈະເປັນພຽງຜູ້ດຽວທີີ່ພັດທະນາຜະລິດຕະພັນດັ່ງກ່າວຂຶ້ນມາໄດ້ ກິດຈະການຈຶ່ງມີຂໍ້ໄດ້ປຽບຄູ່ແຂ່ງຂັນ ເນືອງຈາກຜະລິດຕະພັນຂອງກິດຈະການເປັນທີີ່ຕ້ອງການຂອງຕະຫຼາດ ຜູ້ບໍລິໂພກຈະຍິນດີຈ່າຍເງິນຊື້ຜະລິດຕະພັນໃນລາຄາທີີ່ສູງກວ່າ ເຊິີ່ງເຮັດໃຫ້ກິດຈະການສາມາດສ້າງກໍາໄລໄດ້ ເຖິງແມ່ນວ່າຈະມີຈານວນຜະລິດຕະພັນທີີ່ຂາຍໄດ້ໜ້ອຍ ເນື່ອງຈາກເປັນສິນຄ້າສະເພາະ ຫຼື ເປັນລູກຄ້າສະເພາະກຸ່ມ ເຊິງມີຈໍານວນບໍຫຼາຍເທົ່າກັບລູກຄ້າທີີ່ເປັນຕະຫຼາດລວມ.

ຄວາມສໍາເລັດຂອງແນວທາງນີ້ຂຶ້ນຢູ່ກັບຄວາມສາມາດ ແລະ ຊັບພະຍາກອນຂອງກິດຈະການທີີ່ຈະຕ້ອງສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າສະເພາະກຸ່ມໄດ້ ຫຼື ຈະຕ້ອງສາມາດພັດທະນາຜະລິດ ຕະພັນສະເພາະກຸ່ມແບບໃດເຊັ່ນ: ອຸປະກອນເຄືອງມທີີ່ໃຊ້ໃນຫ້ອງທົດລອງວິທະຍາສາດຂັ້ນສູງ, ເຄືອງສຸຂະພັນສໍາລັບຄົນພິການ ຫຼື ຜູ້ສູງອາຍຸ ນອກຈາກນີ້ຜູ້ບໍລິຫານຍັງຈະຕ້ອງສາມາດແບ່ງສ່ວນຕະຫຼາດ (Market Segmentation) ແລະ ຮູ້ຈັກເລືອກເອົາສ່ວນຕະຫຼາດທີີ່ໜ້າສົນໃຈ ແລະ ມີຂະໜາດໃຫຍ່ພຽງພໍມາປະກອບກັບການພັດທະນາຜະລິດຕະພັນດ້ວຍ ຈຶ່ງຈະສາມາດປະສົບຜົນສໍາເລັດໄດ້.

ແນວທາງທີີ່ກ່າວເຖິງທັງ 3 ແບບນີ້ ເປັນແນວທາງພາບກວ້າງເພື່ອກໍານົດແນວທາງການພັດທະນາຜະລິດຕະພັນ ກິດຈະການຈະຕ້ອງເລືອກດໍາເນີນການຕາມແນວທາງໃດແນວທາງໜຶ່ງໃນສາມແບບ ແລະ ດໍາເນີນການພັດທະນາຜະລິດຕະພັນໃຫ້ເປັນໄປຕາມແນວທາງນັ້ນ.

ใหม่กว่า เก่ากว่า