ຄວາມໝາຍ ແລະ ຄວາມສຳຄັນໃນການຈັດການ

 ຄວາມໝາຍ ແລະ ຄວາມສຳຄັນໃນການຈັດການ

ການ​ລວມ​ຕົວ​ກັນ​ເປັນ​ປະ​ຊາ​ຄົມ​ເສດຖະກິດ​ອາ​ຊຽນ (ASEAN Economic Community : AEC) ຂອງ 10 ປະເທດ​ຈະ​ເຮັດໃຫ້​ປະເທດ​ສະມາຊິກ​ທັງ​ໝົດ​ເປັນ​ຕະຫຼາດ ​ແລະ ​ຖານ​ການ​ຜະລິດ​ດຽວ ຊຶ່ງ​ນັບ​ເປັນ​ຈຸດ​ປ່ຽນ​ທີ່​ສຳຄັນ​ຂອງເສດຖະກິດ ​ແລະ ​ທຸລະກິດ​ຂອງລາວ ເຮັດໃຫ້​ການ​ບໍລິຫານ​ທຸລະກິດ ​ຫຼື ​ການ​ບໍລິຫານ​ອ​ົງກອນ​ມີ​ຄວາມ​ຫຍຸ້ງ​ຍາກ​ຊັບ​ຊ້ອນ​ຫຼາຍ​ຂຶ້ນ ໂດຍຕ້ອງ​ນຳ​ເທກ​ໂນ​ໂລ​ຢີ​ໃໝ່​ໆ ເຂົ້າ​ມາ​ຊ່ວຍ​ໃນ​ການ​ບໍລິຫານ ທັງ​ຕ້ອງ​ຜະເຊີນ​ກັບ​ການ​ຜັນ​ຜວນ​ຂອງ​ເສດຖະກິດ​ຢູ່​ຕະຫຼອດ​ເວລາບໍ່​ວ່າ​ຈະ​ເປັນ​ການ​ກີດ​ກັນ​ທາງ​ການ​ຄ້າ ຫຼື ​ການ​ມີ​ຄູ່​ແຂ່ງ​ເພີ່ມ​ຂຶ້ນ ໂດຍ​ລະບົບ​ການ​ຄ້າ​ເສ​ລີ ຫຼື ​ການ​ເຄື່ອນ​ຢ້າຍ​ແຮງ​ງານຝີ​ມື​ຢ່າງ​ເສ​ລີ ເຮັດໃຫ້​ຜູ້​ບໍລິຫານ​ຈຳ​ເປັນ​ຕ້ອງ​ຫາ​ວິທີ​ການ​ເພື່ອຈະ​ບໍລິຫານ​ ຫຼື ​ຈັດການ​ກັບ​ອ​ົງກອນ​ໃຫ້​ດຳ​ເນີນ​ງານ​ບັນ​ລຸວັດ​ຖຸ​ປະສົງ​ທີ່​ວາງ​ໄວ້ ດັ່ງ​ນັ້ນ​ການ​ຈັດການ​ຈຶ່ງ​ເປັນ​ສິ່ງ​ສຳຄັນ​ຕໍ່​ການ​ບໍລິຫານ ເພາະ​ຖ້າ​ຫາກ​ມີ​ການ​ຈັດການ​ອ​ົງກອນ​ທີ່ດີ​ຈະ​ເຮັດໃຫ້​ອ​ົງ​ນັ້ນ​ປະ​ສົບ​ຜົນ​ສຳ​ເລັດໄປຕາມເປົ້າທີ່ໄວ້.

1.1.ຄວາມໝາຍຂອງການຈັດການ.

 ການ​ບໍລິຫານ ​ແລະ ​ການ​ຈັດການ ໝາຍ​ເຖິງ ກິດຈະກຳ​ໃນ​ການ​ບໍລິຫານກ່າວ​ວ່າ ໃນ​ການ​ປະຕິບັດ​ໝ້າທີ່​ໃນ​ດ້ານ​ການ​ຈັດການ​ນັ້ນ ບົດ​ບາດ​ໝ້າທີ່​ຂອງ​ນັກ​ບໍລິຫານ ຫຼື ​ຫົວ​ໜ້າ​ງານ​ທຸກ​ຄົນ​ຕ່າງ​ຮັບ​ຜິດຊອບ​ໃນ​ພາລະ​ກິດ​ທີ່​ສຳຄັນ 3 ປະ​ການດັ່ງ​ນີ້:

1.ຈະ​ຕ້ອງ​ສາມາດ​ເຮັດໃຫ້​ງານ​ຕ່າງ​ໆ ຂອງ​ກຸ່ມ​ສຳ​ເລັດດ​ດ້ວຍ​ດີ.

2.ຈະ​ເຮັດ​ໂດຍ​ວິທີ​ໃຫ້​ຄົນ​ອື່ນ ຄື​ລູກ​ນ້ອງ​ ຫຼື ​ຜູ້​ໃຕ້​ບັງຄັບ​ບັນ​ຊາ​ເປັນ​ຜູ້​ເຮັດ.

3.ຈະ​ເປັນ​ຜູ້​ເຮັດ​ໝ້າທີ່​ປະ​ສານ​ການ​ເຮັດ​ວຽກງານ​ຂອງ​ທຸກ​ຝ່າຍ​ໃຫ້​ເຂົ້າ​ກັນ​ໄດ້.

ທ່ານ ບັນ​ຈົ່ງ ອ​ິນ​ຕິ​ກຸນ ໃຫ້​ຄວາມໝາຍ​ວ່າ ການ​ຈັດການ​ ຫຼື ​ການ​ບໍລິຫານ ແມ່ນການ​ໃຊ້​ຊັບພະຍາກອນ​ຕ່າງ​ໆ ເພື່ອ​ໃຫ້ເກີດ​ຜົນ​ງານ​ຕາມ​ວັດ​ຖຸ​ປະສົງ​ຂອງ​ອ​ົງກອນ.

ທ່ານ ສົມ​ຄິດ ບາງ​ໂມ ໃຫ້​ຄວາມໝາຍ​ວ່າ ການ​ຈັດການ ແມ່ນສິນ​ປະ​ໃນ​ການ​ໃຊ້​ຄົນ ເງິນ ວັດ​ຖຸ ອຸປະກອນ​ຂອງ​ອ​ົງກອນ ແລະ​ ນອກ​ອ​ົງກອນ ເພື່ອ​ໃຫ້​ບັນ​ລຸ​ວັດ​ຖຸ​ປະສົງ​ຂອງ​ອ​ົງກອນ​ຢ່າງ​ມີ​ປະ​ສິດ​ທິ​ພາບຈາກ​ທີ່​ກ່າວ​ມາ​ຈະ​ເຫັນ​ວ່າ ການ​ຈັດການ (Management) ມີບ​ົດ​ບາດ​ຕໍ່​ການ​ບໍລິຫານ​ງານ​ຂອງ​ຜູ້​ບໍລິຫານບໍ່​ວ່າ​ຈະ​ເປັນ​ຜູ້​ບໍລິຫານ​ລະ​ດັບ​ສູງ ກາງ ຫຼື ​ຕົ້ນ ທີ່​ຕ້ອງ​ປະ​ສານ​ງານ​ລະຫວ່າງ​ບຸກ​ຄົນ​ ຫຼື ກຸ່ມ​ບຸກ​ຄົນ ໃຫ້​ດຳ​ເນີນ​ງານໄປ​ຕາມ​ນະໂຍບາຍ​ພາຍ​ໃນ​ຂອບ​ເຂດ​ທີ່​ກຳນົດ ໂດຍ​ໃຊ້​ຊັບພະຍາທີ່​ມີ​ຢູ່​ໃຫ້​ສຳ​ເລັດ​ຕາມ​ວັດ​ຖຸ​ປະສົງ​ທີ່​ວາງ​ໄວ້.

1.2.ຄວາມສຳຄັນຂອງການຈັດການ.

ໃນ​ອະ​ດີດ​ການ​ດຳ​ເນີນ​ງານ​ຈະ​ອາໄສ​ຄວາມ​ເປັນ​ຈິງ ​ຫຼື ​ປະສົບການ​ຂອງ​ຜູ້​ບໍລິຫານ​ທີ່​ມີ​ຄວາມ​ຮູ້​ຄວາມ​ຊຳ​ນານໃນ​ດ້ານ​ໃດ​ດ້ານ​ໜຶ່ງ ດັ່ງ​ນັ້ນ​ຫາກ​ມີ​ບັນຫາ​ໃນ​ດ້ານ​ທີ່​ຕົນເອງ​ບໍ່​ຊຳ​ນານ ​ກໍ​ເຮັດໃຫ້​ບໍ່​ສາມາດ​ແກ້​ບັນຫາ​ທີ່ເກີດຂື້ນ​ໄດ້ ເພາະການ​ດຳ​ເນີນ​ງານ​ບໍ່​ມີ​ການ​ຈັດການ​ທີ່​ເປັນ​ລະບົບ ເຮັດໃຫ້​ບໍ່​ຮູ້ວ່າ​ຜະລິດຕະພັນ​ຊິ້ນ​ໜຶ່ງ​ນັ້ນ​ໃນ​ລະບົບ​ການ​ຜະລິດ​ຄວນ​ໃຊ້ເວລາ​ເທົ່າໃດ ຊຶ່ງ​ອາດຈະ​ໃຊ້​ເວລາ​ຫຼາຍ​ໄປ ແຕ່​ຜູ້​ບໍລິຫານ​ບໍ່​ຮູ້ວ່າ​ເປັນຫຍັງ​ຈຶ່ງ​ຕ້ອງ​ໃຊ້​ເວລາ​ຫຼາຍ​ ແລະ​ຄວນ​ຈະ​ແກ້​ໄຂ​ແນວໃດເພື່ອ​ໃຫ້​ໃຊ້​ເວລາ​ນ້ອຍ​ລົງ ໃນ​ນີ້​ອາດ​ມີ​ຄວາມ​ເຂົ້າໃຈ​ທີ່​ບໍ່​ຖືກ​ຕ້ອງ​ກ່ຽວກັບ​ການ​ຈັດການ​ວ່າ​ຄົງ​ບໍ່​ມີ​ຫຍັງ​ຫຼາຍ ບໍ່​ຈຳ​ເປັນ​ຕ້ອງສຶກ​ສາ​ກໍ​ໄດ້ ແຕ່​ໃນ​ປະຈຸບັນ​ເປັນ​ທີ່ຍ​ອມ​ຮັບ​ກັນ​ວ່າ ການ​ຈັດການ​ເປັນ​ກິດຈະກຳ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ອ​ົງກອນ ເພາະຖ້າ​ຫາກ​ມີ​ການ​ຈັດການ​ຢ່າງ​ເປັນ​ລະບົບ​ແລ້ວ ຄວນ​ເຮັດໃຫ້​ອ​ົງກອນມີ​ຜົນ​ຜະລິດ​ທີ່​ສູງ​ຂຶ້ນ ມີ​ມາດຕະຖານ​ເປັນ​ທີ່ຍ​ອມ​ຮັບ​ຂອງຕ​ະຫຼາດ ສາມາດ​ລຸດ​ຕົ້ນ​ທຶນ​ຕ່າງ​ໆ ລົງເປັນ​ການ​ເພີ່ມ​ກຳ​ໄລ​ໃຫ້​ກັບ​ອ​ົງກອນ ໃນ​ນີ້​ຫາກ​ອົງກອນ​ໃດ​ມີ​ການ​ຈັດການ​ເປັນ​ລະບົບທີ່​ດີ ມີ​ຂັ້ນ​ຕອນ​ທີ່​ໄຫຼ​ລື່ນ​ບໍ່​ຕິດ​ຂັດ ກໍ​ສາມາດ​ນຳ​ຊັບພະຍາກອນ ​ທີ່​ມີ​ຢູ່​ມາ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ແລະ ​ເຮັດໃຫ້​ເກີດປະໂຫຍດ​ສູງ​ສຸດ​ຕໍ່​ອ​ົງກອນ​ໄດ້ ກໍ​ຄວນ​ເຮັດໃຫ້​ອົງກອນ ​ນັ້ນ​ບັນ​ລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ອີກ​ທັງ​ໃນ​ປະຈຸບັນ​ອົງກອນ ​ມີຄວາມ​ສະ​ລັບ​ຊັບ​ຊ້ອນ​ຫຼາຍ​ຂຶ້ນ ຜູ້​ບໍລິຫານ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຈັດ​ລະບົບ​ການ​ຈັດການ​ໃຫ້​ມີ​ປະ​ສິດ​ທິ​ພາບ​ເພື່ອ​ລຸດ​ຊ່ອງ​ອັດ​ຮອຍ​ຮົ່ວ ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ຂະ​ບວນ​ການ​ຜະລິດ​ ຫຼື ​ຈາກ​ການ​ບໍລິຫານ​ກາ​ນຕະຫຼາດ ຊຶ່ງ​ເຮັດໃຫ້​ເກີດ​ການ​ສູຍ​ເສຍ​ຊັບພະຍາກອນ ຢ່າງ​ບໍ່​ໜ້າ​ຈະ​ຕ້ອງ​ສູຍ​ເສຍ ດັ່ງ​ນັ້ນ​ການ​ຈັດການ​ຈຶ່ງ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ອ​ົງກອນ ​ແລະ ​ຜູ້​ບໍລິຫານ​ທີ່​ຈະ​ຕ້ອງ​ສຶກ​ສາຫາ​ຄວາມ​ຮູ້​ເພີ່ມ​ຕະຫຼອດ​ເວລາ ເພື່ອ​ທີ່​ຈະ​ໄດ້​ແກ້​ບັນຫາ​ຕ່າ​ງ​ໆ ທີ່​ອາດຈະ​ເກີດ​ຂຶ້ນ​ກ່ຽວກັບ​ຜົນ​ຜະລິດ ​ຫຼື ​ລະບົບ​ການ​ເຮັດ​ວຽກ.

ຄວາມສຳຄັນຂອງການຈັດການສາມາດຊ່ວຍຜູ້ບໍລິຫານໄດ້ດັ່ງນີ້:

1.ປະ​ຢັດ​ໃນ​ດ້ານ​ຕ່າງ​ໆ ເຊັ່ນ: ເງິນ, ວັດ​ຖຸ​ອຸປະກອນ, ເວລາ, ຄ່າ​ໃຊ້​ຈ່າຍ​ອື່ນ​ໆ.

2.ເກີດ​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກ.

3.ເກີດ​ປະ​ສິດ​ທິ​ຜົນ​ຂອງ​ງານ.

4.ເກີດ​ຄວາມ​ເປັນ​ທຳ​ໃນ​ການ​ປະ​ເມີນ​ຜົນ​ການ​ເຮັດ​ວຽກ.

5.ເກີດ​ຂວັນ ​ແລະ​ ກຳ​ລັງ​ໃຈ​ໃນ​ການ​ເຮັດ​ວຽກ.

1.3.ບົດບາດ ແລະ ໝ້າທີຂອງນັກບໍລິຫານ.

ນັກ​ບໍລິຫານ (Manager) ແມ່ນຜູ້​ທີ່​ໃຊ້​ຊັບພະຍາກອນ​ຕ່າງ​ໆ ທີ່​ມີ​ຢູ່​ບໍ່​ວ່າ​ຈະ​ເປັນ​ຄົນ ເງິນ ວັດ​ຖຸ​ອຸປະກອນ ທີ່​ມີ​ຢູ່ໃຫ້​ມຸ້ງ​ໄປ​ສູ່​ວັດ​ຖຸ​ປະສົງ​ ແລະ ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ໂດຍ​ອາໄສ​ບຸກ​ຄົນ​ອື່ນ​ເປັນ​ຜູ້​ທີ່​ເຮັດວຽກ​ໃຫ້ ຊຶ່ງ​ນັກ​ບໍລິຫານ​ຈະ​ຕ້ອງ​ມີຄຸນສົມບັດ ​ແລະ ​ທັກ​ສະ​ທີ່​ດີ​ໃນ​ການ​ຈັດການ.

ນັກ​ບໍລິຫານ ​ໂດຍ​ທົ່ວ​ໄປ​ຈະ​ແບ່ງ​ອອກ​ເປັນ 3 ລະ​ດັບ ດັ່ງ​ນີ້:

1.ຜູ້​ບໍລິຫານ​ລະ​ດັບ​ສູງ (Top Management ຫຼື Executives) ເຊັ່ນ: ປະ​ທານ​ກຳມະການຜູ້​ຈັດການ​ໃຫຍ່ ຜູ້​ຈັດການ​ອາ​ວຸ​ໂສ, ກຳມະການ​ຜູ້​ຈັດການ.

2.ຜູ້​ບໍລິຫານ​ລະ​ດັບ​ກາງ (Middle Management ຫຼື Managers) ເຊັ່ນ: ຜູ້​ຈັດການ​ໂຮງ​ງານ ແລະ ​ຜູ້​ຈັດການ​ຝ່າຍ.

3.ຜູ້​ບໍລິຫານ​ລະ​ດັບ​ຕົ້ນ (Supervisors) ເຊັ່ນ: ຫົວ​ໜ້າ​ງານ, ຫົວ​ໜ້າ​ພະແນກ.

ຜູ້​ບໍລິຫານ​ຄວນ​ມີ​ຄຸນສົມບັດ ດັ່ງ​ຕໍ່ໄປ​ນີ້:

1.ເປັນ​ຜູ້​ທີ່​ມີ​ຄວາມ​ຄິດ​ກວ້າງ​ໄກ ສາມາດ​ວິ​ເຄາະ​ສະຖານນະການ​ຕ່າງ​ໆ ໄດ້​ຊັດເຈນ.

2.ເປັນ​ຜູ້​ນຳ​ທັງ​ດ້ານ​ຄວາມ​ຄິດ ​ແລະ ​ການ​ກະທຳ​ໃນ​ດ້ານ​ຕ່າງ​ໆ.

3.ເປັນ​ຜູ້​ທີ່​ມີ​ການ​ຕັດ​ສິນ​ໃຈ​ທີ່​ດີ​ໃນ​ການ​ໃຊ້​ຊັບພະຍາກອບ​ທີ່​ມີ​ຢູ່ ຫຼື ການ​ຕັດ​ສິນ​ໃຈ​ໃນ​ການ​ແກ້​ບັນຫາ​ຕ່າງ​ໆ.

4.ເປັນ​ຜູ້​ປະ​ສານ​ງານ​ທີ່​ດີ ມີມ​ະນຸດ​ສຳພັນ​ຕໍ່​ຜູ້​ຮ່ວມ​ງານ.

5.ເປັນ​ຜູ້​ທີ່​ສາມາດ​ຈູງ​ໃຈ ​ແລະ ​ສ້າງ​ຄວາມ​ສາ​ມັກ​ຄີ​ໃຫ້​ກັບ​ຜູ້​ຮ່ວມ​ງານ.

6.ເປັນ​ຜູ້​ທີ່​ມີ​ຄວາມຍຸດຕິທຳ ໂດຍ​ໃຫ້​ຄວາມຍຸດຕິທຳ​ຕໍ່​ຜູ້​ໃຕ້​ບັງຄັບ​ບັນ​ຊາ​ເທົ່າ​ທຽມ​ກັນ. 

7.ເປັນ​ຜູ້​ທີ່​ມີ​ຄວາມ​ສາມາດ​ໃນ​ການ​ຕິດ​ຕໍ່​ສື່​ສານ​ໃນ​ການ​ຮັບ​ຮູ້ ​ແລະ ​ເຂົ້າໃຈ​ການ​ຕິດ​ຕໍ່​ສື່​ສານ ໃນການຮັບຮູ້ ແລະ ເຂົ້າໃຈການຕິດຕໍ່ສື່ສານກັບບຸກຄົນ.

ນອກຈາກຄຸນສົມບັດທີ່ກ່າວມາຂ້າງເທິງນັ້ນແລ້ວ ຜູ້​ບໍລິຫານ​ຄວນ​ຈະ​ມີ​ທັກ​ສະ​ໃນ​ການ​ບໍລິຫານ ຊຶ່ງ​ຜູ້​ບໍລິຫານ​ຕ່າງໆ​ ກໍ​ມີໝ້າທີປະຕິບັດຫຼາຍດ້ານ ​ເພື່ອ​ໃຫ້​ການ​ດຳ​ເນີນ​ງານ​ໄປ​ສູ່​ເປົ້າ​ໝາຍ​ ແລະ ​ປະ​ສົບ​ຜົນ​ສຳ​ເລັດ ດັ່ງ​ນັ້ນ​ຜູ້​ບໍລິຫານ​ຈຶ່ງຈຳ​ເປັນ​ຕ້ອງ​ມີ​ຄວາມ​ຮູ້ ຄວາມ​ສາມາດ ແລະ​ ມີ​ສິນ​ປະ​ໃນ​ການເຮັດໃຫ້​ບຸກ​ຄົນ​ອື່ນ​ເຮັດວຽກ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ແລະ​ ໃນການ​ເຮັດ​ວຽກງານ​ນັ້ນ​ຕ້ອງ​ກົງ​ກັບ​ຄວາມ​ຮູ້​ຄວາມ​ສາມາດ ຜູ້​ບໍລິຫານ​ຈຶ່ງ​ຈຳ​ເປັນ​ຕ້ອງ​ມີ​ທັກ​ສະ 3 ປະ​ການ ດັ່ງ​ນີ້:

1.ທັກ​ສະ​ດ້ານ​ເທກ​ນິກ (Technical Skills)

ໝາຍ​ເຖິງ ມີ​ຄວາມ​ຊຳ​ນານ​ໃນ​ເລື່ອງ​ກ່ຽວກັບ​ການ​ໃຊ້ເຄື່ອງ​ມື ອຸປະກອນ ວິທີ​ການ​ຕ່າງ​ໆ ໃນ​ການ​ປະຕິບັດ​ງານ​ປະ​ເພດ​ໃດ ​ປະ​ເພດ​ໜຶ່ງ​ໂດຍ​ສະເພາະ ທັກ​ສະ​ດ້ານ​ເທກ​ນິກ​ນີ້ຜູ້​ບໍລິຫານ​ລະ​ດັບ​ຕົ້ນ​ຄວນ​ຈະ​ມີ​ຫຼາຍກວ່າ​ຜູ້​ບໍລິຫານ​ລະ​ດັບ​ສູງ​ ຫຼື ລະ​ດັບ​ກາງ.

2.ທັກ​ສະ​ດ້ານ​ຄວາມ​ຄິດ (Conceptual Skills)

ໝາຍ​ເຖິງ ການ​ມີ​ຄວາມ​ຄິດ​ລິ​ເລີ່ມ​ໃນ​ກາ​ນວາງ​ແຜນການ​ສັ່ງ​ງານ ສາມາດ​ວິ​ເຄາະ​ສະຖານນະການ​ຕ່າງ​ໆ ໄດ້​ດີ ສາມາດ​ແກ້​ບັນຫາ​ຕ່າງ​ໆ ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ເຂົ້າໃຈຂອບ​ເຂດ​ຂອງ​ງານ ແລະ ​ຕັດ​ສິນ​ໃຈ​ໄດ້​ຢ່າງ​ວ່ອງໄວ ຖືກ​ຕ້ອງ ແມ່ນ​ຢຳ ທັກ​ສະ​ດ້ານ​ນີ້​ຜູ້​ບໍລິຫານ​ລະ​ດັບ​ສູງ​ມີ​ຄວາມ​ຈຳ​ເປັນຕ້ອງ​ມີ​ຫຼາຍກວ່າ​ຜູ້​ບໍລິຫານ​ລະ​ດັບ​ຕົ້ນ ​ຫຼື ລະ​ດັບ​ກາງ.

3.ທັກ​ສະ​ດ້ານ​ມ​ະນຸດ​ສຳພັນ (Human Skitts)

ໝາຍ​ເຖິງ ຄວາມ​ສາມາດ​ໃນ​ການ​ຕິດ​ຕໍ່​ສື່​ສານ ຫຼື ​ການສ້າງ​ຄວາມ​ສຳພັນ​ທີ່​ດີ ການສ້າງ​ຄວາມ​ຮູ້ສຶກ​ທີ່​ດີ ການສ້າງ​ແຮງ​ຈູງ​ໃຈ ການສ້າງ​ຄວາມ​ສາ​ມັກ​ຄີ ຄວາມ​ພັກ​ດີຕໍ່​ອ​ົງກອນໃຫ້​ເກີດ​ຂຶ້ນ​ກັບ​ຜູ້​ຮ່ວມ​ງານ​ທັກ​ສະ​ດ້ານ​ມ​ະນຸດ​ສຳພັນ​ນີ້​ມີ​ຄວາມ​ຈຳ​ເປັນ​ສຳລັບ​ຜູ້​ບໍລິຫານ​ທຸກ​ລະ​ດັບ ເພາະທັກ​ສະ​ດ້ານ​ນີ້​ສາມາດ​ເຮັດໃຫ້​ການ​ເຮັດ​ວຽກງານ​ໃນ​ອ​ົງກອນ​ເກີດ​ເອກ​ພາບ​ ແລະ ​ມີ​ຄວາມ​ຮັກ​ສາ​ມັກ​ຄີ​ຕໍ່​ກັນ.

          ດັ່ງນັ້ນບໍລິຫານຈຶ່ງເປັນຜູ້ເຮັດໝ້າທີ່ຄອຍ ປະສານງານກັບທຸກຝ່າຍໃຫ້ດຳເນີນງານໄປສູ່ວັດຖຸປະສົງຂອງອົງກອນ ພ້ອມດ້ວຍການກວດສອບປະສິດທິພາບ ແລະ ປະສິດທິຜົນໃນການດຳເນີນງານວ່າ ໄດ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ຫຼື ບໍ່.

1.4.ຂະ​ບວນ​ການ​ຈັດການ.

ການ​ບໍລິຫານ​ເປັນ​ຂະ​ບວນ​ການ​ສາກົນ​ສຳລັບ​ອ​ົງກອນ ​ທຸກ​ປະ​ເພດ ​ແລະ​ ທຸກ​ລະ​ດັບ ຊຶ່ງ​ຂະ​ບວນ​ການ​ຈັດການນັບ​ເປັນ​ສິ່ງ​ສຳຄັນ​ຕໍ່​ຜູ້​ບໍລິຫານ​ທີ່​ຈະ​ໃຊ້​ຢຶດ​ເປັນ​ຫຼັກ​ໃນ​ການ​ປະຕິບັດ​ງານ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຢ່າງ​ມີ​ປະ​ສິດ​ທິ​ພາບຂະ​ບວນ​ການ​ຈັດການ​ປະກອບ​ດ້ວຍ 5 ຂັ້ນ​ຕອນ ດັ່ງ​ນີ້:

1.ກາ​ນວາງ​ແຜນ (Planning) ແມ່ນການ​ຄາດ​ກາ​ນ ການ​ເຮັດ​ວຽກງານ​ໃນ​ອະນາຄົດ​ວ່າ​ຕ້ອງ​ເຮັດ​ຫຍັງ
ເຮັດ​ແນວໃດ ເພື່ອ​ໃຫ້​ການ​ດຳ​ເນີນ​ງານ​ບັນ​ລຸ​ວັດ​ຖຸ​ປະສົງ​ທີ່​ວາງ​ໄວ້.

2.ການ​ຈັດ​ອ​ົງກອນ (Organizing) ແມ່ນການ​ຈັດ​ໂຄງ​ສ້າງ​ຂອງ​ອ​ົງກອນ ແບ່ງ​ສ່ວນ​ງານ ແລະ ​ຕຳແໜ່ງ ທັງໝົດ ທັງ​ກຳນົດ​ອຳນາດ​ໝ້າທີ່​ໄວ້​ຢ່າງ​ຊັດເຈນ.

3.ການ​ຈັດ​ບຸກ​ຄົນ​ເຂົ້າ​ເຮັດວຽກ (Staffing) ແມ່ນການ​ຈັດ​ບຸກ​ຄົນ​ເຂົ້າ​ເຮັດວຽກ​ຕາມ​ຕຳແໜ່ງ​ທີ່​ໄດ້ກຳນົດ​ໄວ້.

4.ການ​ສັ່ງ​ການ (Directing) ແມ່ນການ​ມອບ​ໝາຍ​ໃຫ້​ບຸກ​ຄົນ​ເຮັດວຽກ​ຕາມ​ຄວາມ​ຮັບ​ຜິດຊອບເພື່ອ​ໃຫ້​ບັນ​ລຸ​ວັດ​ຖຸ​ປະສົງ​ທີ່​ວາງ​ໄວ້.

5.ການ​ຄວບ​ຄຸມ (Controlling) ແມ່ນການ​ຄວບ​ຄຸມ​ການ​ເຮັດ​ວຽກງານ​ຂອງ​ບຸກ​ຄົນ​ໃຫ້ເປັນ​ໄປ​ຕາມມາດຕະຖານ​ລະບຽບ​ຂໍ້​ບັງຄັບ​ທີ່​ກຳນົດ​ໄວ້

ດັ່ງນັ້ນຜູ້ບໍລິຫານຄວນຈະສຶກສາຂະບວນການຈັດການ ໃຫ້ຮູ້ເຖິງຂັ້ນຕອນປະຕິບັດຕ່າງໆ ເພື່ອໃຫ້ການດຳເນີນງານບັນລຸວັດຖຸປະສົງຂອງອົງກອນທີ່ວ່າງໄວ້.

1.5.ຈັນຍາບັນໃນການຈັດການ.

ການ​ບໍລິຫານ​ໃນ​ປະຈຸບັນ​ທີ່​ມີ​ການ​ພັດທະນາ​ທາງ​ດ້ານ​ເທກ​ໂນ​ໂລ​ຢີ​ ທີ່​ເຮັດໃຫ້​ຜູ້​ບໍລິຫານ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ ຂ່າວ​ສານຄວາມ​ເຄື່ອນ​ໄຫວ​ໃນ​ດ້ານ​ຕ່າງ​ໆ ໄດ້​ຢ່າງ​ວ່ອງໄວ​ເພື່ອ​ໃຊ້​ເປັນ​ເຄື່ອງ​ມື​ໃນ​ການ​ຊ່ວຍ​ໃຫ້​ການ​ບໍລິຫານ​ຈັດການ​ສາມາດເປັນ​ໄປ​ໄດ້​ຢ່າງ​ເໝາະ​ສົມ ​ແລະ ​ທັນ​ກັບ​ສະຖານນະການ​ທີ່​ປ່ຽນ​ແປງ​ໄດ້​ທັນ​ທ່ວງ​ທີ ຂະນະ​ດຽວ​ກັນ​ຜູ້​ບໍລິຫານ​ກໍ​ຕ້ອງ​ມີ​ການຈັດການ​ອ​ົງກອນ​ໃນ​ການ​ໃຊ້​ງານຊັບພະຍາກອນ​ທີ່​ມີ​ຢູ່​ຢ່າງ​ຈຳ​ກັດ​ໃຫ້​ຄຸ້ມ​ຄ່າ ແລະ ​ເກີດ​ປະໂຫຍດ​ຫຼາຍ​ທີ່ສຸດ ຊຶ່ງ​ຊັບພະຍາກອນທີ່​ສຳຄັນ​ຂອງ​ອ​ົງກອນກໍ​ຄື​ບຸ​ກຄະລາກ​ອນ ເພາະ​ຫາກ​ອ​ົງກອນ​ມີ​ບຸ​ກຄະລາ   ກ​ອນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ມີ​ຄວາມ​ຊ່ຽວ​ຊານໃນ​ໝ້າທີ່​ການ​ງານ​ທີ່​ຕົນ​ຮັບ​ຜິດຊອບ​ກໍ​ຈະ​ເກີດ​ຜົນ​ດີີ​ຕໍ່​ອ​ົງກອນ ເຮັດໃຫ້​ການ​ເຮັດ​ວຽກງານ​ມີ​ປະ​ສິດ​ທິ​ພາບ​ ແລະ ​ເກີດ​ປະ​ສິດ​ທິ​ຜົນບັນ​ລຸ​ວັດ​ຖຸ​ປະສົງ​ຂອງ​ອ​ົງກອນ ຊຶ່ງ​ການ​ທີ່​ຈະ​ເຮັດໃຫ້​ບຸກ​ຄະລາກ​ອນ ໃນ​ອ​ົງກອນສາມາດ​ດຳ​ເນີນ​ງານ​ເພື່ອ​ໃຫ້ເປັນ​ໄປ​ຕາມວັດ​ຖຸ​ປະສົງ​ນັ້ນ ຜູ້​ທີ່​ມີ​ສ່ວນ​ສຳຄັນ​ໃນ​ການ​ພັກ​ດັນ ຄື ຜູ້​ບໍລິຫານ ດັ່ງ​ນັ້ນ​ເພື່ອ​ໃຫ້​ການ​ບໍລິຫານ​ຈັດການ​ເປັນ​ໄປ​ດ້ວຍ​ດີຜູ້​ບໍລິຫານ​ຄວນ​ຈະ​ຕ້ອງ​ມີຈັນຍາບັນເຈົ້າ​ທຳ​ເປັນ​ຫຼັກ​ໃນ​ການ​ບໍລິຫານ​ຈັດການ​ງານ​ໃນ​ອ​ົງກອນ.

ດັ່ງນັ້ນ ຈັນຍາບັນ ແມ່ນ ການຄິດດີ ປະພຶດດີ ມີສິນທຳ ເປັນຫຼັກຍຶດໝັນໃນການດຳເນີນງານເພື່ອຜົນປະໂຫຍດຂອງສ່ວນລວມ.

1.5.1.ຄວາມສຳຄັນຂອງຈັນຍາບັນ.

ຈ​ັນຍາບັນເປັນ​ສິ່ງ​ທີ່​ນຳ​ຄວາມ​ສຸກ​ ແລະ ​ຄວາມ​ຈະເລີນ​ກ້າວ​ໜ້າ​ມາສູ່​ອ​ົງກອນ​ເພາະ​ຫາກ​ຜູ້​ທີ່​ເຮັດວຽກ​ໃນ​ອ​ົງກອນ​ມີ​ຄວາມ​ປະພຶດ​ດີ ຄິດ​ດີ ປະຕິບັດ​ຕົວ​ຢູ່ໃນ​ກົດ​ລະບຽບ​ທີ່​ເປັນ​ມາດຕະຖານ​ກໍ​ຈະ​ເຮັດໃຫ້​ອ​ົງກອນນັ້ນ​ມີ​ຄວາມ​ຈະເລີນ​ກ້າວ​ໜ້າ​ດັ່ງ​ນັ້ນ ​ຈ​ັນຍາບັນ​ຈຶ່ງ​ມີ​ຄວາມ​ສຳຄັນ​ດັ່ງ​ນີ້:

1.ເຮັດໃຫ້​ບຸກ​ຄະລາກ​ອນ​ມີ​ລະບຽບ​ວິ​ໄນ ອົດ​ທົນ.

2.ເຮັດໃຫ້​ບຸກ​ຄະລາກ​ອນ ​ຄິດ​ດີ ເຮັດ​ດີ ສ້າງສັນ​ແຕ່​ສິ່ງ​ດີ.

3.ເຮັດໃຫ້​ການ​ດຳ​ເນີນ​ງານ​ເປັນ​ໄປ​ດ້ວຍ​ຄວາມ​ລາບ​ລື່ນ ສຸກ​ສະຫງົບ.

4.ເຮັດໃຫ້​ເກີດ​ຄວາມ​ສາ​ມັກ​ຄີ​ໃນ​ອ​ົງກອນ.

5.ເຮັດໃຫ້​ເກີດ​ຄວາມ​ຊື່ສັດ ຂະຫຍັນ ມີ​ນ້ຳ​ໃຈ ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ​ກັນ.

6.ເຮັດໃຫ້​ເກີດ​ປະໂຫຍດ​ຕໍ່​ຕົນເອງ ​ແລະ​ ອ​ົງກອນ.

ການ​ມີຈັນຍາບັນສາມາດ​ຊ່ວຍ​ລຸດ​ຄວາມ​ຂັດ​ແຍ້ງ ​ແລະ​ ບັນຫາ​ທີ່ເກິດຂື້ນ​ໃນ​ອ​ົງກອນ​ລົງ​ໄດ້ ເພາະ​ຜູ້​ປະຕິບັດ​ງານ​ປະພຶດ​ດີ ຄິດ​ດີ ເຮັດ​ດີ ມີ​ນ້ຳ​ໃຈ​ຕໍ່​ກັນ ຊ່ວຍ​ເຫຼືອເກື້ອ​ກູນ​ກັນ ຂະຫຍັນ ຊື່ສັດ ອົດ​ທົນ ຄິດ​ເຖິງ​ແຕ່​ປະໂຫຍດ​ຂອງ​ສ່ວນ​ລວມ ຮ່ວມ​ມື​ຮ່ວມ​ໃຈ​ກັນ​ປະຕິບັດ​ງານ​ຢ່າງ​ເຕັມ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນເອງ ເພື່ອ​ໃຫ້​ບັນ​ລຸ​ວັດ​ຖຸ​ປະສົງ​ຂອງ​ອ​ົງກອນ.

1.5.2.ການບໍລິຫານງານຕາມຫຼັກຈັນຍາບັນ.

ການ​ບໍລິຫານ​ງານ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ນັ້ນ ຜູ້​ບໍລິຫານ​ຈະ​ຕ້ອງ​ມີຈັນຍາບັນເຈົ້າ​ທຳ​ເປັນ​ຫຼັກ​ຢຶດ​ໃນ
ການ​ຈັດການ​ບັນຫາ ​ແລະ ​ອຸປະສັກ​ທີ່ເກິດຂື້ນ ເພື່ອ​ໃຫ້​ການ​ດຳ​ເນີນ​ງານ​ເປັນ​ໄປ​ຕາມ​ວັດ​ຖຸ​ປະສົງ ຜູ້​ບໍລິຫານ​ຄວນ​ມີ
ຫຼັກ​ການ​ດັ່ງ​ນີ້:

-      ມີຄວາມຮັບຜິດຊອບ.

-      ມີຄຸນນະທຳ.

-      ມີການປະຢັດ.

-      ມີຄວາມໂປ່ງໃສ.

-      ມີຄວາມເສຍສະຫຼະ

-      ມີຄວາມຍຸດຕິທຳ

-      ມີເມດຕາກະລຸນາ

-      ມີຄວາມສາມັກຄີ.

ใหม่กว่า เก่ากว่า