ຫຼັກການຈັດອົງກອນ

 ຫຼັກການຈັດອົງກອນ

1.1.ຫຼັກ​ການ​ຈັດ​ອ​ົງກອນ​ທີ່​ດີ.

ຫຼັກການຈັດອົງກອນທີ່ດີມີດັ່ງນີ້:

1.ຫຼັກ​ວັດ​ຖຸ​ປະສົງ (Objective)

ແມ່ນອົງກອນ​ຕ້ອງ​ມີ​ວັດ​ຖຸ​ປະສົງ​ທີ່​ກຳນົດ​ໄວ້​ຢ່າງ​ຊັດເຈນ ນອກ​ຈາກ​ນັ້ນ​ຕຳແໜ່ງ​ຍັງ​ຕ້ອງ​ມີ​ວັດ​ຖຸ​ປະສົງ​ຍ່ອຍ​ກຳນົດ​ໄວ້​ເພື່ອ​ວ່າ​ບຸກ​ຄົນ​ທີ່​ດຳ​ລົງ​ຕຳແໜ່ງ​ ຈະ​ໄດ້​ພະຍາຍາມ​ບັນ​ລຸ​ວັດ​ຖຸ​ປະສົງ​ຍ່ອຍ ຊຶ່ງ​ຊ່ວຍ​ໃຫ້​ອ​ົງກອນບັນ​ລຸ​ວັດ​ຖຸ​ປະສົງ​ທັງໝົດ.

2.ຫຼັກ​ຄວາມ​ຮູ້​ຄວາມ​ສາມາດ​ສະເພາະ​ຢ່າງ (Specialization)

ແມ່ນການ​ຈັດ​ແບ່ງ​ງານ​ຄວນ​ຈະ​ແບ່ງ​ຕາມ​ຄວາມ​ຖະນັດ ຂອງພ​ະນັກ​ງານ​ຄວນ​ຈະ​ຮັບ​ມອບ​ໝ້າທີ່​ສະເພາະ​ພຽງ​ຢ່າງ​ດຽວ ​ແລະ ​ງານ​ໝ້າທີ່​ທີ່​ຄ້າຍ​ກັນ ​ຫຼື ​ສຳພັນ​ກັນ ຄວນ​ຈະ​ຕ້ອງ​ຢູ່​ພາຍໃຕ້​ບັງຄັບ​ບັນຊາ​ຂອງ​ຄົນ​ຄົນ​ດຽວ.

3.ຫຼັກ​ການ​ປະ​ສານ​ງານ (Coordination)

ການ​ປະ​ສານ​ງານ​ກັນ ແມ່ນການ​ຫາ​ທາງ​ເຮັດໃຫ້​ທຸກ​ໆ ​ຝ່າຍ​ຮ່ວມ​ມື​ກັນ ​ແລະ ​ເຮັດວຽກ​ສອດ​ຄ່ອງ​ກັນ ໂດຍ​ໃຊ້​ຫຼັກ​ສາມັກຄີທຳ ເພື່ອ​ປະໂຫຍດ​ຂອງ​ອ​ົງກອນ.

4.ຫຼັກ​ຂອງ​ອຳນາດ​ໝ້າທີ່ (Authority)

ແມ່ນທຸກ​ອົງກອນ​ຕ້ອງ​ມີ​ອຳນາດ​ສູງ​ສຸດ ຈາກ​ບຸກ​ຄົນ​ຜູ້​ມີ​ອຳນາດ​ສູງ​ສຸດ​ນີ້ ຈະ​ມີ​ການ​ແຍກ​ອຳນາດ​ອອກ​ເປັນ​ສາຍ​ໄປ​ຍັງ​ບຸກ​ຄົນ​ທຸກ​ໆ​ ຄົນ​ໃນ​ອົງກອນຫຼັກ​ນີ້​ບາງ​ທີ​ເອີ້ນວ່າ: Scalar Principle (ຫຼັກ​ຄວາມ​ລຸດ​ຫຼັ່ນ​ຂອງ​ອຳນາດ) ບາງ​ທີ​ເອີ້ນວ່າ: Chain of command (ສາຍ​ການ​ບັງຄັບ​ບັນຊາ) ການ​ກຳນົດ​ສາຍ​ການ​ບັງຄັບ​ບັຍນຊາ​ນີ້​ກໍ​ເປັນ​ວິທີ​ປະ​ສານ​ງານ​ຢ່າງ​ໜຶ່ງ.

5.ຫຼັກ​ຄວາມ​ຮັບ​ຜິດຊອບ (Responsibility)

ຫຼັກ​ຂອງ​ຄວາມ​ຮັບ​ຜິດຊອບ ແມ່ນອຳນາດ​ໝ້າທີ່​ຄວນ​ຈະ​ເທົ່າ​ກັບ​ຄວາມ​ຮັບ​ຜິດຊອບ ຄື​ບຸກ​ຄົນ​ໃດ​ເມື່ອ​ໄດ້ຮັບ​ມອບ​ໝາຍ​ຄວາມ​ຮັບ​ຜິດຊອບ​ກໍ​ຄວນ​ຈະ​ໄດ້ຮັບ​ມອບ​ໝາຍ​ອຳນາດ​ໃຫ້​ພຽງ​ພໍ ເພື່ອ​ເຮັດວຽກ​ໃຫ້​ສຳ​ເລັດ​ດ້ວຍ​ດີ.

6.ຫຼັກ​ຄວາມ​ສົມ​ດຸນ (Balance)

ແມ່ນຈະ​ຕ້ອງ​ມອບ​ໝາຍ​ໃຫ້​ໝ່ວຍ​ງານ​ຍ່ອຍ​ເຮັດວຽກ​ໃຫ້​ສົມ​ດຸນ​ກັນ​ ແມ່ນ​ປະລິມານ​ງານ​ຄວນ​ຈະ​ມີ​ປະລິມານ​ທີ່​ໃກ້​ຄຽງ​ກັນ ທັງໝົດ​ທັງ​ຄວາມ​ສົມ​ດຸນ​ລະຫວ່າງ​ງານ​ກັບ​ອຳນາດ​ໝ້າທີ່​ທີ່​ຈະ​ມອບ​ໝາຍ​.

7.ຫຼັກ​ຄວາມ​ຕໍ່​ເນື່ອງ (Continuity)

ໃນ​ການ​ຈັດອົງກອນ​ເພື່ອ​ການ​ບໍລິຫານ​ງານ​ຄວນ​ຈະ​ເປັນ​ການ​ກະທຳ​ທີ່​ຕໍ່​ເນື່ອງ ບໍ່​ແມ່ນເຮັດໆ ຢຸດໆ ຫຼື    ປິດໆ ເປີດໆ ຍິ່ງ​ຖ້າ​ເປັນ​ບໍລິສັດ​ ຫຼື ​ຫ້າງ​ຮ້ານ​ຄົງ​ຈະ​ໄປ​ບໍ່​ຫຼອດ​ແນ່.

8.ຫຼັກ​ການ​ໂຕ້​ຕອບ​ ແລະ​ ການ​ຕິດ​ຕໍ່ (Correspondence)

ແມ່ນຕຳແໜ່ງ ​ທຸກ​ຕຳ​ແໝ່ງ ​ຈະ​ຕ້ອງ​ມີ​ການ​ໂຕ້​ຕອບ​ລະຫວ່າງ​ກັນ ​ແລະ​ ຕິດ​ຕໍ່​ສື່​ສານ​ກັນ ອ​ົງກອນ​ຈະ​ຕ້ອງ​ອຳ​ນວຍ​ຄວາມສະດວກ ຈັດ​ໃຫ້​ມີ​ເຄື່ອງ​ມື​ ແລະ ​ການ​ຕິດ​ຕໍ່​ສື່​ສານ​ທີ່​ເປັນ​ລະບົບ.

9.ຫຼັກ​ຂອບ​ເຂດ​ຂອງ​ການ​ຄວບ​ຄຸມ (Span of control)

ເປັນ​ການ​ກຳນົດ​ຂີດ​ຄວາມ​ສາມາດ​ໃນ​ການ​ບັງຄັບ​ບັນ​ຊາ​ຂອງ​ຜູ້​ບັງຄັບ​ບັນ​ຊາ​ຄົນ​ໜຶ່ງໆ ວ່າ​ຄວນ​ຈະ​ຄວບ​ຄຸມ​ເບິ່ງ​ແຍງ​ຜູ້​ໃຕ້​ບັງຄັບ​ບັນ​ຊາ​ ຫຼື ຈຳນວນ​ໝ່ວຍ​ງານ​ຍ່ອຍ​ຫຼາຍ​ເກີນ​ໄປ ໂດຍ​ປົກກະຕິ​ຫົວ​ໜ້າ​ຄົນ​ງານ​ບໍ່​ເກີນ 6 ຫນ່ວຍ​ງານ.

10.ຫຼັກ​ເອກ​ພາບ​ໃນ​ການ​ບັງຄັບ​ບັນ​ຊາ (Unity of command)

ໃນ​ການ​ຈັດ​ອ​ົງກອນທີ່​ດີ ຄວນ​ໃຫ້​ເຈົ້າ​ໝ້າທີ່​ຮັບ​ຄຳ​ສັ່ງ​ຈາກ​ຜູ້​ບັງຄັບ​ບັນຊາ ​ຫຼື ຫົວ​ໜ້າ​ງານ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ເພື່ອ​ໃຫ້​ເກີດ​ເອກ​ພາບ​ໃນ​ການ​ບັງຄັບ​ບັນ​ຊາ​ຈຶ່ງ​ຖື​ຫຼັກ​ກາ​ນວ່າ "One man one boss".

11.ຫຼັກ​ຕາມ​ລຳ​ດັບ​ຂັ້ນ (Ordering)

ໃນ​ການ​ທີ່​ນັກ​ບໍລິຫານ​ ຫຼື ​ຫົວ​ໜ້າ​ງານ​ຈະ​ອອກ​ຄຳ​ສັ່ງ​ແກ່​ຜູ້​ໃຕ້​ບັງຄັບ​ບັນ​ຊາ ຄວນ​ປະຕິບັດການ​ຕາມ​ລຳ​ດັບ​ຂັ້ນ​ຂອງ​ສາຍ​ການ​ບັງຄັບ​ບັນ​ຊາ​ບໍ່​ຄວນ​ອອກ​ຄຳ​ສັ່ງ​ຂ້າມ​ໜ້າ​ຜູ້​ບັງຄັບ​ບັນ​ຊາ ຫຼື ​ຜູ້​ທີ່​ມີ​ຄວາມ​ຮັບ​ຜິດຊອບ​ໂດຍ​ກົງ ເຊັ່ນ: ອາ​ທິ​ການ​ຈະ​ສັ່ງ​ການ​ໃດໆ ແກ່​ຫົວ​ໜ້າ​ພາ​ກຄະນະວິ​ຊາ​ຄວນ​ທີ່​ຈະ​ສັ່ງ​ຜ່ານ​ ຫົວ​ໜ້າ​ຄະນະ​ພາ​ກວິ​ຊາ​ນັ້ນ​ສັງ​ກັດ​ຢູ່ ຢ່າງ​ນ້ອຍ​ທີ່ສຸດ​ກໍ​ຄວນ​ຈະ​ໄດ້​ແຈ້ງ​ຫົວ​ໜ້າ​ຄະນະ​ວິ​ຊາ​ນັ້ນໆ ຮູ້​ດ້ວຍ ເພື່ອ​ປ້ອງ​ກັນ​ຄວາມ​ເຂົ້າໃຈ​ຜິດ ແລະ ​ອາດຈະ​ເປັນ​ການເຮັດ​ງານ​ຂວັນ ​ແລະ ​ຈິດ​ໃຈ​ໃນ​ການ​ເຮັດ​ວຽກງານ​ຂອງ​ຜູ້​ໃຕ້​ບັງຄັບ​ບັຍນຊາ​ໂດຍ​ບໍ່​ຕັ້ງ​ໃຈ.

12.ຫຼັກ​ການ​ເລື່ອນ​ຂັ້ນ​ເລື່ອນ​ຕຳແໜ່ງ (Promotion)

ໃນ​ການ​ພິ​ຈາ​ຄວາມ​ດີ​ຄວາມ​ຄວາມ​ມັກ ​ແລະ​ ການ​ໂອນ​ຕຳແໜ່ງ​ຄວນ​ຖື​ຫຼັກ​ວ່າ ຜູ້​ບັງຄັບ​ບັນ​ຊາ​ໂດຍ​ກົງ​ຄວນ​ເປັນ​ຜູ້​ທີ່​ປະຕິບັດ​ງານ ​ກ່ຽວກັບ​ໃຕ້​ບັງຄັບ​ບັນ​ຊາ​ຂອງ​ຕົນ​ໂດຍ​ໃກ້​ຊິດ​ ແລະ​ ຄວນ​ຮູ້​ພຶດຕິກຳ​ໃນ​ການ​ເຮັດ​ວຽກງານ​ຂອງ​ຜູ້​ໃຕ້​ບັງຄັບ​ບັນ​ຊາ​ໄດ້​ດີກວ່າ​ຜູ້​ອື່ນ ດັ່ງ​ນັ້ນ​ການ​ພິຈາລະນາ​ໃຫ້​ເຈົ້າ​ ແລະ​ ໂທດ​ແກ່​ຜູ້​ທີ່​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ໃດ​ກໍ​ຄວນ​ໃຫ້​ຜູ້​ນັ້ນ​ຮູ້​ ແລະ​ ມີ​ສິດ​ທິ​ມີ​ສຽງ​ໃນ​ການ​ພິຈາລະນາ​ດ້ວຍ​ເພື່ອ​ຄວາມ​ເປັນ​ທຳ​ແກ່​ໃຕ້​ບັງຄັບ​ບັນ​ຊາ​ຂອງ​ທ່ານ ແລະ ​ເພື່ອ​ເປັນ​ການ​ເສີມ​ສ້າງ​ຂວັນ​ໃນ​ການ​ເຮັດ​ວຽກງານ​ຂອງ​ບຸກ​ຄົນ​ໃນ​ອ​ົງກອນ.

1.2.ຂະ​ບວນ​ການ​ຈັດ​ອົງກອນ (Process of Organizing)

          ຂະບວນການຈັດອົງກອນ ປະກອຍດ້ວຍ 3 ຂັ້ນດັ່ງນີ້:

1.ພິຈາລະນາ​ແຍກ​ປະ​ເພດ​ງານ ຈັດ​ກຸ່ມ​ງານ ແລະ ​ອອກ​ແບບ​ງານ​ສຳລັບ​ຜູ້​ເຮັດວຽກ​ແຕ່​ລະ​ຄົນ (Identification of Work & Grouping Work)

ກ່ອນ​ອື່ນ​ຜູ້​ບໍລິຫານ​ຈະ​ຕ້ອງ​ພິຈາລະນາ​ກວດ​ສອບ​ແຍກ​ປະ​ເພດ​ເບິ່ງ​ວ່າ ກິດຈະການ​ຂອງ​ຕົນ​ນັ້ນ​ມີ​ງານ​ຫຍັງ​ແນ່ທີ່​ຈະ​ຕ້ອງ​ຈັດ​ເຮັດ​ເພື່ອ​ໃຫ້​ກິດຈະການ​ໄດ້ຮັບ​ຜົນ​ສຳ​ເລັດ​ຕາມ​ວັດ​ຖຸ​ປະສົງ ຂັ້ນ​ຕໍ່​ມາ​ກໍ​ຄື ການ​ຈັດ​ກຸ່ມ​ງານ ​ຫຼື ​ຈຳ​ແນກ​ປະ​ເພດ​ງານ​ອອກ​ເປັນ​ປະ​ເພດ ໂດຍ​ມີ​ຫຼັກ​ທີ່​ວ່າ​ງານ​ທີ່​ຄືກັນ​ຄວນ​ຈະ​ທັງໝົດ​ຢູ່​ນຳກັນ ເພື່ອ​ໃຫ້ເປັນ​ໄປ​ຕາມ​ຫຼັກ​ການ​ຂອງ​ການ​ແບ່ງ​ງານ​ກັນ​ເຮັດ ໂດຍ​ການ​ຈັດ​ຈຳ​ແນກ​ງານ​ຕາມ​ໝ້າທີ່​ແຕ່​ລະ​ຊະນິດ​ອອກ​ເປັນ​ກຸ່ມໆ ຕາມ​ຄວາມ​ຖະນັດ ແລະ ​ຕາມ​ຄວາມ​ສາມາດ​ຂອງ​ຜູ້​ທີ່​ຈະ​ປະຕິບັດ.

2.ເຮັດ​ຄຳ​ບັນລະຍາຍ​ລັກສະນະ​ງານ (Job Description & Delegation of Authority & Responsibility)

ລະ​ບຸ​ຂອບ​ເຂດ​ຂອງ​ງານ ​ແລະ​ ມອບ​ໝາຍ​ງານ ພ້ອມ​ທັງ​ກຳນົດ​ຄວາມ​ຮັບ​ຜິດຊອບ ແລະ​ ໃຫ້ອຳນາດ​ໝ້າທີ່ ຊຶ່ງ​ມີ​​ລາຍ​ລະອຽດດັ່ງ​ນີ້:

- ລະ​ບຸ​ໃຫ້​ເຫັນ​ເຖິງ​ຂອບ​ເຂດ​ຂອງ​ງານ​ທີ່​ແບ່ງ​ໃຫ້​ສຳລັບ​ແຕ່​ລະ​ຄົນ​ຕາມ​ທີ່​ໄດ້ plan ໄວ້​ໃນ​ຂັ້ນ​ແຮກ ເພື່ອ​ໃຫ້​ຮູ້ວ່າ ງານ​ແຕ່​ລະ​ຊິ້ນ​ທີ່​ໄດ້​ແບ່ງ​ອອກ​ແບບ​ໄວ້​ນັ້ນ​ຈະ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ຫຍັງ ຊະນິດ​ໃດ ມີ​ຂອບ​ເຂດ ​ແລະ​ປະລິມານ​ຫຼາຍ​ນ້ອຍ​ຊຳ​ໃດ ໂດຍ​ການ​​ລະ​ບຸ​ຊື່​ເປັນ​ຕຳແໜ່ງ​ພ້ອມ​ກັບ​ໃຫ້​​ລາຍ​ລະອຽດ​ກ່ຽວກັບ​ງານ​ຊິ້ນ​ນັ້ນ​ເອົາ​ໄວ້.

- ຂັ້ນ​ຕໍ່​ມາ ຜູ້​ບໍລິຫານ​ກໍ​ຈະ​ດຳ​ເນີນ​ການ​ພິຈາລະນາ​ມອບ​ໝາຍ (Delegation) ໃຫ້ ແກ່​ຜູ້​ເຮັດວຽກ​ໃນ​ລະ​ດັບ​ຮອງ​ລົງ​ໄປ (ສຳລັບ​ງານ​ທີ່ມ​ອບ​ໝາຍ​ໄດ້).

- ການ​ມອບ​ໝາຍ​ງານ​ປະກອບ​ດ້ວຍ​ການ​ກຳນົດ​ຄວາມ​ຮັບ​ຜິດຊອບ (Responsibility) ທີ່​ແຈ່ມ​ແຈ້ງ​ກ່ຽວກັບ​ງານ​ທີ່ມ​ອບ​ໝາຍ​ໃຫ້​ເຮັດ ພ້ອມ​ກັນ​ນັ້ນ​ກໍ​ມອບ​ໝາຍ​ອຳນາດ​ໝ້າທີ່ (Authority) ໃຫ້ເພື່ອ​ໃຊ້​ສຳລັບ​ການ​ເຮັດ​ວຽກງານ​ຕາມ​ຄວາມ​ຮັບ​ຜິດຊອບ (Responsibility) ທີ່​ໄດ້ຮັບ​ມອບ​ໝາຍ​ໃຫ້​ສຳເລັດ​ສິ້ນ​ໄປ​ໄດ້.

3.ຈັດ​ວາງ​ຄວາມ​ສຳພັນ (Establishment of Relationship)

ການ​ຈັດ​ວາງ​ຄວາມ​ສຳພັນ​ຈະ​ເຮັດໃຫ້​ຮູ້ວ່າ ໃຜ​ຕ້ອງ​ລາຍ​ງານ​ຕໍ່​ໃຜ ເພື່ອ​ໃຫ້​ງານ​ສ່ວນ​ຕ່າງ​ໆ ດຳ​ເນີນ​ໄປ​ໂດຍ​ປາດສະຈາກ​ຂໍ້​ຂັດ​ແຍ້ງ ມີ​ການ​ເຮັດ​ວຽກງານ​ຮ່ວມ​ກັນ​ຢ່າງ​ເປັນ​ລະບຽບ​ເພື່ອ​ໃຫ້​ທຸກ​ຝ່າຍ​ຮ່ວມ​ມື​ກັນ​ເຮັດວຽກ​ມຸ້ງ​ໄປ​ສູ່​ຈຸດ​ໝາຍ​ອັນ​ດຽວ​ກັນ.

ใหม่กว่า เก่ากว่า