ລະດັບຂອງການຈັດການ
ລະດັບຂອງການຈັດການມີ 3
ລະດັບດັ່ງນີ:
1.ການຈັດການລະດັບສູງ
(Top Management)
- ມີອຳນາດເຕັມໃນການກຳນົດນະໂຍບາຍ ແລະ ວິທີການບໍລິຫານງານຂອງອົງກອນ.
- ນຳພາ ແລະ ຮັບຜິດຊອບການດຳເນີນງານໂດຍລວມຂອງອົງອນ.
- ຜູ້ບໍລິຫານລະດັບນີ້ໃນສູນຂໍ້ມູນຂ່າວສານ ໝາຍເຖິງຜູ້ອຳນວຍການ
ຮອງຜູ້ອຳນວຍການ ແລະ ຜູ້ຊ່ວຍຜູ້ອຳນວຍການ
2.ການຈັດການລະດັບກາງ (Middle Management)
-
ນຳພາ ແລະ ຮັບຜິດຊອບການດຳເນີນງານ ໃນໝ່ວຍງານຍ່ອຍຂອງອົງກອນ.
-
ຄວາມຮັບຜິດຊອບຫຼັກ ແມ່ນຄວາມສຳເລັດຂອງການປະຕິບັດໝ້າທີພາຍໃນຝ່າຍ.
-
ເຮັດໝ້າທີ່ເປັນຜູ້ປະສານງານລະຫວ່າງ ຜູ້ບໍລິຫານລະດັບສູງ ກັບ ຫົວໝ້າງານ.
-
ຜູ້ບໍລິຫານລະດັບນີ້ໃນຫ້ອງສະໝຸດ ແລະ ຂໍ້ມູນຂ່າວສານ ແມ່ນຫົວໝ້າຝ່າຍ.
3.ການຈັດການລະດັບຕົ້ນ (First
line Management)
- ນຳພາ ແລະ ຮັບຜິດຊອບການປະຕິບັດງານປະຈຳວັນ
ຂອງພະນັກງານໃຫ້ມີປະສິດທິຜົນ ແລະ ປະສິດທິພາບ.
-
ໂດຍການຄວບຄຸ່ມກຳກັບໃຫ້ພະນັກງານແຕ່ລະຄົນ ປະຕິບັດໝ້າທີ່ຕາມເປົ້າໝາຍທີ່ອົງກອນຕັ້ງໄວ້
ແລະ ຜະລິດສິນຄ້າ ຫຼື ບໍລິການທີ່ດີ.
- ຜູ້ບໍລິຫານລະດັບນີ້ໃນຂໍ້ມູນຂ່າວສານ
ແມ່ນຫົວໝ້າງານ ຫຼື ຫົວໝ້າໝ່ວຍ.
v ໝ້າທີຂອງການຈັດການມີດັ່ງນີ້:
-
ວາງແຜນ (Planning)
-
ຈັດການອົງກອນ (Organizing)
-
ຈັດການຊັບພະຍາກອນມະນຸດ (HumanResources
Management)
-
ນຳພາອົງກອນ (Leading)
-
ຄວບຄຸມກຳກັບ (Controlling)























