ຂໍ້ແນະນຳສຳລັບຜູ້ເລີ່ມປະກອບການ.

ຂໍ້ແນະນຳສຳລັບຜູ້ເລີ່ມປະກອບການ

            ຜູ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການເຮັດ​ທຸລະກິດ​ສ່ວນ​ໃຫຍ່ໃຫ້​ຄຳ​ແນະ​ນຳ 5 ຂັ້ນ​ຕອນ​ດັ່ງ​ນີ້:

ຂັ້ນຕອນ​ທີ່ 1: ລວບລວມ​ຂໍ້​ມູນ​ດ້ານ​ກາ​ນຕະຫຼາດ ຄວນ​ສຶກ​ສາ​ລວບລວມ​ຂໍ້​ມູນ​ກ່ຽວກັບ​ເລື່ອງ​ຕໍ່ໄປ​ນີ້:

-  ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ ໂດຍ​ສະເພາະ​ກຸ່ມ​ເປົ້າ​ໝາຍ.

- ທຳເລ​ທີ່​ຕັ້ງ​ມີ​ລັກສະນະ​ຢ່າງໃດ ບໍລິເວນ​ໃກ້​ຄຽງ​ມີ​ທຸລະກິດ​ຫຍັງ​ທີ່​ກ່ຽວກັບ​ການ​ດຳ​ເນີນ​ງານແຫຼ່ງ​ວັດ​ຖຸ​ດິບຄວາມ​ຕ້ອງ​ການ​ສິນ​ຄ້າ​ທີ່​ຕົນ​ຈະ​ຜະລິດ.

-  ການ​ຄົມ​ນາ​ຄົມ​ ແລະ​ ສາ​ທານ​ະນູບ​ໂພກ​ຂອງ​ແຫຼ່ງ​ທີ່​ຕັ້ງ.

-  ຄູ່​ແຂ່ງ​ຂັນ​ມີ​ທຸລະກິດ​ທີ່​ຄ້າຍ​ກັນ​ຈຳນວນ​ເທົ່າ​ໃດ ປະລິມານ​ການ​ຜະລິດລາ​ຄາ ແລະ ​ສະພາບ​ການບໍລິການ.

ຂັ້ນຕອນ​ທີ່ 2: ເງິນ​ລົງ​ທຶນ​ ແລະ​ ຜົນ​ຕອບ​ແທນ ຄວນ​ພິຈາລະນາ​ຫຼາຍ​ປະ​ການ ເຊັ່ນ:

-  ຕ້ອງ​ໃຊ້​ເງິນ​ລົງ​ທຶນ​ເທົ່າ​ໃດ.

-  ຈຸດ​ຄຸ້ມ​ທຶນ​ຈັກ​ປີ ຈຶ່ງ​ຈະ​ມີ​ກຳ​ໄລ.

-  ຜົນ​ຕອບ​ແທນ ຄິດ​ເປັນ​ຈັກ​ເປີ % ເຊັນ​ຕົກອົງ​ເງິນ​ລົງ​ທຶນ​ຕໍ່​ປີ.

-  ໄລຍະ​ເວລາ​ທີ່​ຄືນ​ທຶນ.

ຂັ້ນຕອນ​ທີ່ 3: ແຫຼ່ງ​ທີ່​ມາ​ຂອງ​ເງິນ​ທຶນ

        ຈະ​ໄດ້​ເງິນ​ທິນ​ມາ​ຈາກ​ໃສ (ຈາກ​ເງິນ​ອອມ ຈາກ​ເງິນ​ກູ້) ດອກ​ເບ້ຍ​ເງິນ​ກູ້ໄລ​ຍະ​ເວລາ​ທີ່​ກູ້​ສຳພັນກັບ​ການ​ດຳ​ເນີນ​ທຸລະກິດ​ ຫຼື ​ບໍ່.

ຂັ້ນຕອນ​ທີ່ 4: ຄວາມ​ພ້ອມ​ຂອງ​ຜູ້​ປະກອບ​ການ ໄດ້​ແກ່

ຄວາມ​ມຸ້ງ​ມັ່ນ ຄວາມ​ອົດ​ທົນ ຄວາມ​ຮູ້​ດ້ານ​ທຸລະກິດ ວິທີ​ແກ້​ບັນຫາ​ເມື່ອ​ທຸລະກິດ​ປະ​ສົບ​ບັນຫາ ແລະ ການ​ປະ​ເມີນ​ຜົນ​ການ​ປະກອບ​ການ.

ຂັ້ນ​ຕອນທີ່ 5: ການ​ຕັດ​ສິນ​ໃຈ

        ນຳ​ຂໍ້​ມູນ​ທັງ​ໝົດ​ຂ້າງ​ຕົ້ນ​ມາ​ປະ​ເມີນ​ເພື່ອ​ຕັດ​ສິນ​ໃຈ​ວ່າ ຈະ​ລົງ​ທຶນ​ ຫຼື ​ບໍ່​ລົງ​ທຶນ ຖ້າ​ໄດ້​ຂໍ້​ມູນທີ່​ລະອຽດ ​ແລະ​ຖືກ​ຕ້ອງ​ແມ່ນ​ຢຳ ແລະ​ ຜູ້​ປະກອບ​ການ​ມີ​ຄວາມ​ພ້ອມ​ຄວນ​ປະ​ສົບ​ຄວາມ​ສຳ​ເລັດ​ໃນການ​ປະກອບ​ທຸລະກິດ.

ใหม่กว่า เก่ากว่า