ກິດຈະກຳທາງທຸລະກິດ ແລະ ຄວາມສຳພັນລະຫວ່າງທຸລະກິດກັບບຸກຄົນ

 ກິດຈະກຳທາງທຸລະກິດ ແລະ ຄວາມສຳພັນລະຫວ່າງທຸລະກິດກັບບຸກຄົນ

1.1.ກິດຈະກຳ​ທາງ​ກາ​ນຕະຫຼ​າດ.

            ໃນ​ການ​ດຳ​ເນີນ​ທຸລະກິດ​ມີ​ກິດຈະກຳ​ຕ່າງ​ໆ ຫລວງ​ຫຼາຍ ຕັ້ງ​ແຕ່​ຍັງ​ບໍ່​ມີ​ການ​ຜະລິດ​ສິນ​ຄ້າ ໄປ​ຈົນເຖິງສິນ​ຄ້າ​ນັ້ນ​ເຖິງ​ມື​ຜູ້​ບ​ໍລິ​ໂພກ ຊຶ່ງ​ກິດຈະກຳ​ທາງ​ທຸລະກິດ​ແບ່ງ​ອອກ​ໄດ້​ເປັນ 3 ກຸ່ມ​ໃຫຍ່​ໆຄື:

1.1.1.ກິດຈະກຳ​ທີ່​ກ່ຽວກັບ​ຕົວ​ສິນ​ຄ້າ (Product Activities)

1.ກາ​ນວາງ​ແຜນ​ ແລະ ​ການ​ພັດທະນາ​ຜະລິດຕະພັນ (Product Planning and Product Development).

        ເປັນ​ການ​ກຳນົດ​ຮູບ​ແບບ​ຂອງ​ຜະລິດຕະພັນ​ທີ່​ຕ້ອງ​ການ​ຜະລິດ​ອອກ​ສູ່​ທ້ອງ​ຫຼາດ ການ​ຫາວິທີ​ການ​ຜະລິດ​ທີ່​ຈະ​ເກີດ​ປະ​ສິດ​ທິ​ພາບ​ສູງ​ສຸດ ການ​ກຳນົດ​ວັດ​ຖຸ​ດິບ​ທີ່​ນຳ​ມາ​ໃຊ້​ໃນ​ການ​ຜະລິດ ແລະ ​ການ​ຫາແຫຼ່ງ​ວັດ​ຖຸ​ດິບເປັນ​ຕົ້ນ.

2.ການ​ຊື້ ​ແລະ ​ການ​ຂາຍ (Buying and Selling)

            ເປັນ​ກິດຈະກຳ​ທີ່​ເຮັດໃຫ້​ເກີດ​ລະບົບ​ການແລກ​ປ່ຽນ​ສິນ​ຄ້າ ຫຼື ການ​ປ່ຽນ​ແປງ​ກຳມະສິດ​ໃນ​ຕົວ​ສິນ​ຄ້າ ເກີດ​ຜົນ​ກຳ​ໄລ ​ຂາດ​ທຶນ​ ຈາກ​ການ​ຊື້ ແລະ​ ການ​ຂາຍ.

3.ການ​ຈັດ​ລຳ​ດັບ ​ແລະ​ ມາດຕະຖານ​ສິນ​ຄ້າ (Grading and Standardizing)

        ແມ່ນ​ການ​ຜະລິດສິນ​ຄ້າ​ອອກ​ມາ​ຫຼາຍ​ແບບ​ຫຼາຍ​ຂະໜາດ ແລະ ​ມີ​ຫຼາກ​ຫຼາຍ​ລຸ້ນ ເຮັດໃຫ້​ສິນ​ຄ້າ​ມີ​ຫຼາຍ​ລາ​ຄາ​ເພື່ອ​ໃຫ້​ເໝາະ​ສົມກົງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ ຫຼື ​ຜູ້​ບໍ​ລິ​ໂພກ.

1.1.2.ກິດຈະກຳ​ກ່ຽວກັບ​ການ​ຈັດ​ຈຳ​ໜ່າຍ (Distributing Function)

1.ການ​ຂົນ​ສົ່ງ (Transportation) ​ແມ່ນການ​ເຄື່ອນ​ຢ້າຍ​ ຫຼື ​ກະ​ຈາຍ​ສິນ​ຄ້າ​ທີ່​ຜະລິດ​ແລ້ວ​ນັ້ນໄປ​ຍັງ​ຜູ້​ບໍ​ລິ​ໂພກ.

2.ການ​ເກັບ​ຖືຮັກສາ​ສິນ​ຄ້າ (Storage) ແມ່ນ​ການ​ເກັບ​ຖືຮັກສາ​ສິນ​ຄ້າ​ເພື່ອ​ລໍ​ການ​ຈຳ​ໜ່າຍ​ ຫຼື ການ​ກະ​ຈາຍ​ສິນ​ຄ້າ​ໄປ​ຍັງ​ຜູ້​ບໍ​ລິ​ໂພກ.

1.1.3.ກິດຈະກຳ​ອຳ​ນວຍ​ຄວາມສະດວກ​ຕ່າງ​ໆ (Facilitation Function)

1.ການ​ເງິນ (Finance).

       ແມ່ນແຫຼ່ງ​ເງິນ​ກູ້​ທີ່​ເປັນ​ເງິນ​ທຶນ​ສຳລັບ​ການ​ດຳ​ເນີນ​ທຸລະກິດ ປະ​ຈຸ​ບັນທະ​ນາ​ຄານທຸລະກິດຕ່າງ​ໆ ຖື​ເປັນ​ແຫຼ່ງ​ເງິນ​ກູ້​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່ສຸດ​ສຳລັບ​ສະຖານ​ປະກອບ​ການ​ ຫຼື ການ​ດຳ​ເນີນ​ທຸລະກິດ ແລະ ​ທັງໝົດລວມ​ເຖິງ​ການ​ເກັບ​ເງິນ​ຄ່າ​ສິນ​ຄ້າ​ທີ່​ຂາຍ​.

2.ການ​ສ່ຽງ​ໄພ (Risk Taking)

        ໝາຍ​ເຖິງ​ການ​ສ່ຽງ​ໄພ​ຈາກ​ການ​ສູຍ​ເສຍ​ໃນ​ຮູບ​ແບບ​ຕ່າງ​ໆ ເຊັ່ນ: ການ​ເສຍ​ຫາຍ​ຈາກ​ໄຟ​ໄໝ້​ໂກ​ດັ່ງ​ສິນ​ຄ້າ ຫຼື ​ສິນ​ຄ້າ​ຕົກ​ຫຼົ່ນ​ເສຍ​ຫາຍ​ລະຫວ່າງ​ຂົນ​ສົ່ງ ເປັນ​ຕົ້ນປະຈຸບັນ​ມີ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປະ​ກັນ​ໄພ​ເຂົ້າ​ມາ​ມີບ​ົດ​ບາດ​ໃນ​ການ​ແບ່ງ​ເບົາ​ພາລະ​ໃຫ້​ກັບ​ຜູ້​ປະກອບ​ການ.

3.ການ​ຫາ​ຂໍ້​ມູນ​ທາງ​ກາ​ນຕະຫຼາດ (Marketing Information).

        ເປັນ​ການ​ຫາ​ຂໍ້​ມູນ​ຄວາມຕ້ອງ​ການ​ຂອງ​ຜູ້​ບ​ໍລິ​ໂພກ ແລະ ​ແນວ​ໂນ້ມ​ຕ່າງ​ໆ ໃນ​ການ​ຊື້​ຂາຍ​ສິນ​ຄ້າ ປະຈຸບັນ​ມີ​ທຸລະກິດ​ທີ່​ຮັບ​ດຳ​ເນີນ​ການດ້ານ​ຄົ້ນ​ຄວ້າ​ວິ​ໄຈ ​ແລະ ​ຫາ​ຂໍ້​ມູນ​ເຂົ້າ​ມາ​ກ່ຽວ​ຂ້ອງ​ຊ່ວຍ​ເຫຼືອ​ໃນ​ການ​ດຳ​ເນີນ​ທຸລະກິດ.

1.2.ຄວາມ​ສຳພັນ​ລະຫວ່າງ​ເສດຖະກິດ​ກັບ​ບຸກ​ຄົນ.

        ໃນ​ການ​ປະກອບ​ທຸລະກິດ​ເພື່ອ​ໃຫ້​ບັນ​ລຸ​ວັດ​ຖຸ​ປະສົງ ທຸລະກິດ​ຕ້ອງ​ມີ​ຄວາມ​ສຳພັນ​ກັນ​ຢ່າງ​ຕໍ່​ເນື່ອງ​ກັບ​ບຸກ​ຄົນ​ ຫຼື ກຸ່ມບຸກຄົນ ​ຕ່າງ​ໆ​ດັ່ງ​ນີ້:

1.ເຈົ້າ​ຂອງ​ກິດຈະການ ເປັນ​ບຸກ​ຄົນ​ທີ່​ລົງ​ທຶນ​ເຮັດ​ທຸລະກິດ​ໃນ​ການ​ຜະລິດ​ສິນ​ຄ້າ ຫຼື ບໍລິການ.

2.ລູກ​ຈ້າງ​ ຫຼື ​ພະ​ນັກ​ງານ ກໍ່ຄືກຸ່ມ​ບຸກ​ຄົນ​ທີ່​ເປັນ​ຜູ້​ມີ​ໝ້າທີ່​ຜະລິດ​ສິນ​ຄ້າ​ ແລະ ​ບໍລິການ ຫຼື ເຮັດ​ໝ້າທີ່​ອື່ນ​ໆ​ ກ່ຽວ​ຂ້ອງ​ໃນ​ກິດຈະການ​ນັ້ນ.

3.ຜູ້​ຂາຍ ໃນ​ທີ່​ນີ້​ໄດ້​ແກ່ ຜູ້​ທີ່​ເຮັດ​ໝ້າທີ່​ຈັດ​ຫາ​ສິນ​ຄ້າ​ສຳ​ເລັດ​ຮູບ​ເພື່ອ​ການ​ຈຳ​ໜ່າຍ​ຕໍ່ໄປ​ຍັງ​ຜູ້​ບໍ​ລິ​ໂພກ.

4.ຜູ້​ຊື້​ ຫຼື ​ຜູ້​ບໍ​ລິໂພກ ໄດ້​ແກ່​ບຸກ​ຄົນ​ທີ່​ຊື້​ສິນ​ຄ້າ ​ແລະ ​ບໍລິການ​ເພື່ອ​ຕອບສະໝອງ​ຄວາມ​ຕ້ອງ​ການ​ຂອງ​ຕົນເອງ.

5.ເຈົ້າ​ໜີ້ ໄດ້​ແກ່ ແຫຼ່ງ​ເງິນ​ທຶນ​ທີ່​ຜູ້​ປະກອບ​ການ​ໄປ​ຕິດ​ຕໍ່ ເພື່ອ​ຂໍ​ຢື່ມ​ເງຶນ​ທຶນ​ໃນ​ການ​ປະກອບ​ທຸລະກິດ.

6.ຄູ່​ແຂ່ງ​ຂັນ ກໍ່ຄືກຸ່ມ ​ຜູ້​ປະກອບ​ທຸລະກິດ​ຊຶ່ງ​ຜະລິດ​ສິນ​ຄ້າ ແລະ ​ບໍລິການ​ປະ​ເພດ​ດຽວ​ກັນ.

7.ລັດຖະບານ ການ​ປະກອບ​ທຸລະກິດ​ຕ່າງ​ໆ ​ຕ້ອງ​ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ເບິ່ງ​ແຍງ​ຂອງ​ລັດຖະບານ ຕ້ອງ​ປະຕິບັດ​ຕາມ​ຕາມ​ກົດ​ລະບຽບ ແລະ ກົດໝາຍຕ່າໆ​ທີ່​ລັດ​ກຳນົດ​ຂຶ້ນ.

ใหม่กว่า เก่ากว่า