ສະພາບແວດລ້ອມ ແລະ ແຫ່ງຂໍ້ມູນທາງທຸລະກິດ

 ສະພາບແວດລ້ອມ ແລະ ແຫ່ງຂໍ້ມູນທາງທຸລະກິດ

1.1.ສະພາບ​ແວດ​ລ້ອມ​ທາງ​ທຸລະກິດ.

        ສະພາບ​ແວດ​ລ້ອມ​ທາງ​ທຸລະກິດ ໝາຍ​ເຖິງ ສິ່ງ​ຕ່າງ​ໆ ທີ່​ມີ​ຜົນ​ກະທົບ​ຕໍ່​ກິດຈະການ ຊຶ່ງ​ອາດ​ກໍ່​ໃຫ້​ເກີດອຸປະສັກ​ ຫຼື ​ໂອ​ກາດ​ຕໍ່​ການ​ດຳ​ເນີນ​ທຸລະກິດ ໄດ້ແບ່ງ​ອອກເປັນ​ 2 ປະ​ເພດ​ຄື:

1.1.1.ປັດ​ໄຈ​ທີ່​ຄວບ​ຄຸມ​ໄດ້ (Controllable Factors).

        ແມ່ນ ປະກອບ​ດ້ວຍ​ສ່ວນ​ປະສົມ​ທາງ​ກາ​ານຕະຫຼາດ (Marketing Mix) ຫຼື ​ເອີ້ນວ່າ 4Ps ໄດ້​ແກ່ ຜະລິດຕະພັນ (Product), ລາ​ຄາ (Price), ຊ່ອງ​ທາງການ​ຂາຍ (Place) ແລະ​ ການ​ສົ່ງ​ເສີມ​ການ​ຂາຍ(Promotion) ຊຶ່ງ​ປັດ​ໄຈ​ເຫຼົ່າ​ນີ້​ທຸລະກິດ​ສາມາດ​ກຳນົດ ແລະ​ ຄວບ​ຄຸມ​ໃຫ້ເປັນ​ໄປ​ຕາມ​ທີ່​ຕ້ອງ​ການ​ໄດ້.

1.ຜະລິດຕະພັນ (Product): ເປັນ​ສິນ​ຄ້າ​ແລະ​ບໍລິການ​ທີ່​ທຸລະກິດ​ຈະ​ຜະລິດ​ອອກ​ຈຳ​ໜ່າຍ.

2.ລາ​ຄາ (Price): ເປັນ​ເລື່ອງ​ທີ່​ກ່ຽວກັບ​ການ​ພິຈາລະນາ​ຕັ້ງ​ລາ​ຄາ​ສິນ​ຄ້າ ເນື່ອງ​ຈາກ​ລາ​ຄາ​ສິນ​ຄ້າມີ​ຜົນ​ຕໍ່​ການ​ຕັດ​ສິນ​ໃຈ​ຊື້​ຂອງ​ລູກ​ຄ້າ.

3.ຊ່ອງ​ທາງ​ການ​ຈັດ​ຈຳ​ໜ່າຍ (Place): ເປັນ​ການ​ພິຈາລະນາ ​ແລະ ​ກຳນົດ​ວ່າ​ຈະ​ຫາ​ທາງ​ນຳ​ສິນ​ຄ້າໄປ​ສູ່​ຜູ້​ບໍ​ລິ​ໂພກ​ໄດ້​ຢ່າງໃດ ໂດຍ​ວິທີ​ການ​ໃດ.

4.ການ​ສົ່ງ​ເສີມ​ກາ​ນຕະຫຼາດ (Promotion): ເປັນ​ວິທີ​ການ​ທີ່​ຈະ​ເຮັດໃຫ້​ການ​ຊື້​ຂາຍ​ສິນ​ຄ້າ​ເປັນ​ໄປ​ຕາມເປົ້າ​ໝາຍ​ບໍ່​ວ່າ​ໂດຍ​ການ​ປະ​ຊາ​ສຳພັນ ການ​ຂາຍ​ກົງ ຫຼື ການ​ລຸດ​ແລກ​ແຈກ​ແຖມເປັນ​ຕົ້ນ.

1.1.2. ປັດ​ໄຈ​ທີ່​ຄວບ​ຄຸມ​ບໍ່​ໄດ້ (Uncontrollable Factors)

        ແມ່ນເປັນ​ປັດ​ໄຈ​ພາຍນອກ​ກິດຈະການບໍ່​ສາມາດ​ຄວບ​ຄຸມ​ໄດ້ ຈຳ​ເປັນ​ຕ້ອງ​ປັບ​ແຜນ​ ຫຼື ​ນະໂຍບາຍ​ໃຫ້​ເຂົ້າ​ກັບ​ປັດ​ໄຈ​ເຫຼົ່າ​ນີ້ ປະກອບ​ດ້ວຍ:

1.ສະພາ​ບ​ແວດ​ລ້ອມ​ທາງ​ເສດຖະກິດ (Economics Environment).

        ອັດຕາ​ການ​ຈະເລີນ​ເຕີບໂຕ ແລະ​ແນວ​ໂນ້ມ​ທາງ​ເສດຖະກິດ​ມີ​ຜົນ​ໂດຍ​ກົງ​ຕໍ່​ທຸລະກິດ​ຊະນິດ​ຕ່າງ​ໆ ຜູ້​ປະກອບ​ການ​ ຫຼື ​ຜູ້​ບໍລິຫານ​ຈຶ່ງ​ຕ້ອງເປັນ​ຜູ້​ທີ່ມອງ​ກົນໄກ ຮູ້​ຈັກ​ຄາດ​ຄະ​ເນ​ສະພາ​ວະ​ເສດຖະກິດ​ລ່ວງ​ໜ້າ ບໍ່​ວ່າ​ຈະ​ເປັນ​ພາ​ວະ​ເງີນ​ເຟີ້ ລະ​ດັບລາຍ​ໄດ້​ຂອງ​ປະຊາກອນ ຜົນ​ຜະລິດ​ສ່ວນ​ທັງໝົດຂອງ​ປະເທດ ການ​ຈ້າງ​ງານ ການ​ຜະລິດ ການ​ຈຳ​ໜ່າຍ ກາ​ນບໍ​ລິ​ໂພກ ອັດຕາ​ດອກ​ເບ້ຍ ແລະ ອື່ນໆ ເພື່ອ​ປັບ​ນະໂຍບາຍ​ການ​ດຳ​ເນີນ​ງານ​ໃຫ້​ພ້ອມ​ທີ່​ຈະ​ຮັບ​ການ​ປ່ຽນ​ແປງ​ຕະຫຼອດ​ເວລາ.

2.ສະພາ​ບ​ແວດ​ລ້ອມ​ທາງ​ດ້ານ​ກົດໝາຍ ​ແລະ​ ການ​ເມືອງ (Legal and Political Environ-ment).

       ແມ່ນ ຂໍ້​ກົດໝາຍ​ຕ່າງ​ໆ ທີ່​ກ່ຽວ​ຂ້ອງ​ກັບ​ການ​ດຳ​ເນີນ​ງານ​ຂອງ​ທຸລະກິດ ຕະຫຼອດ​ຈົນ​ແນວທາງ​ນະໂຍບາຍ​ຂອງລັດຖະບານ ເປັນ​ສິ່ງ​ທີ່​ຜູ້​ປະກອບ​ການ​ທາງ​ທຸລະກິດ​ຄວນ​ໃຫ້​ຄວາມ​ສົນ​ໃຈ ​ແລະ​ ສຶກ​ສາ​ຄົ້ນ​ຄວ້າ​ຢູ່​ຕະຫຼອດ​ເວລາ​ໃຫ້ເປັນປະຈຸບັນ ແລະ ສາມາດປະຕິບັດຕາມຂໍ້ກຳນົດກົດໝາຍ ພ້ອມທັງປັບຕົວໃຫ້ທັນກັບແນວທາງນະໂຍບາຍຂອງລັດທີປ່ຽນແປງຢູ່ຕະຫຼອດເວລາໄດ້.

3.ສະພາ​ບ​ແວດ​ລ້ອມ​ທາງ​ສັງຄົມ ​ແລະ ​ວັດທະນະທຳ (Social and Cultural Environ-ment).

        ເປັນ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ເຊື່ອ ທັດ​ສະນະຄະຕິ ວັດທະນະທຳ ແລະ ​ເຂົ້າຄົບ ທຳນຽມ​ຮີບຄອງປະເພນີ​ຂອງຄົນ​ໃນ​ສັງຄົມ ເປັນ​ສິ່ງ​ທີ່​ສັງຄົມ​ຍອມ​ຮັບ ​ແລະ​ ຖື​ປະຕິບັດ​ກັນ​ມາ ແລະ ​ເປັນ​ສິ່ງ​ທີ່​ປ່ຽນ​ແປງ​ໄດ້​ຍາກ ທຸລະກິດໃດ​ທີ່​ຝືນ​ຕໍ່​ຄວາມ​ຮູ້ສຶກ​ ແລະ​ ຄວາມ​ເຊື່ອ​ເຫຼົ່າ​ນີ້ ທຸລະກິດ​ນັ້ນ​ອາດ​ໄປ​ບໍ່​ຮອດ.

4.ສະພາ​ບ​ແວດ​ລ້ອມ​ທາງ​ການ​ແຂ່ງ​ຂັນ (Competitor Environment).

        ເປັນ​ສິ່ງ​ທີ່​ສະແດງ​ໃຫ້ເຫັນ​ໂອ​ກາດ​ ແລະ ​ຊ່ອງ​ທາງ​ໃນ​ການ​ລົງ​ທຶນ ມີ​ຜົນ​ກະທົບ​ຕໍ່​ຜູ້​ປະກອບ​ການ​ໃນ​ການ​ທີ່​ຈະ​ກຳນົດ​ວິທີ​ການດຳ​ເນີນ​ທຸລະກິດ​ຂອງ​ຕົນ​ໃຫ້​ຢູ່​ຫຼອດ​ ແລະ​ ມີ​ກຳ​ໄລ ເຊັ່ນ: ການ​ພັດທະນາ​ຜະລິດຕະພັນ ທັງໝົດ​ທັງ​ເຄື່ອງ​ມື ວິທີ​ການຜະລິດ​ໃຫ້​ເໜືອກ​ວ່າ​ຄູ່​ແຂ່ງ, ຫຼຸດ​ຕົ້ນ​ທືນ, ຫຼຸດ​ການ​ສູຍ​ເສຍ ແລະ​ ການ​ໃຊ້​ຊັບພະຍາກອນທີ່​ມີ​ຢູ່​ໃຫ້​ເກີດ​ປະໂຫຍດສູງ​ສຸດ.

5.ສະພາ​ບ​ແວດ​ລ້ອມ​ທາງ​ເທກ​ໂນ​ໂລ​ຢີ ​ແລະ​ ຄວາມ​ກ້າວ​ໜ້າ​ທາງ​ວິ​ຊາ​ການ (Technology Eni-ronment).

    ທຸລະກິດ​ໃດ​ກໍ​ຕາມ​ທີ່​ມີ​ເທກ​ໂນ​ໂລ​ຢີ​ທີ່​ທັນ​ສະໄໝ ​ແລະ ​ກ້າວ​ໜ້າ​ທາງ​ວິ​ຊາ​ການ​ເໜືອ​ຄູ່​ແຂ່ງ ຈະ​ສາມາດຮັບ​ຮູ້​ຂໍ້​ມູນ​ໄດ້​ວ່ອງໄວ ສາມາດ​ຕັດ​ສິນ​ໃຈ​ໄດ້​ຢ່າງ​ຖືກ​ຕ້ອງ​ ແລະ ​ແມ່ນ​ຢຳ ຜູ້​ປະກອບ​ການ​ຈຶ່ງ​ຕ້ອງ​ສຶກ​ສາຄວາມ​ກ້າວ​ໜ້າ​ທາງ​ເທກ​ໂນ​ໂລ​ຢີ​ຢູ່​ສະເໝີ ເພື່ອ​ນຳ​ມາ​ປັບ​ປຸງ​ ແລະ ​ພັດທະນາ​ວິທີ​ການ​ດຳ​ເນີນ​ງານ ເປັນ​ການເພີ່ມ​ຄວາມ​ໜ້າ​ເຊື່ອ​ຖື​ໃຫ້​ກັບ​ຜະລິດຕະພັນ ເຊັ່ນ: ຈາກ​ການ​ໃຊ້​ແຮງ​ງານ​ຄົນ​ປ່ຽນ​ມາ​ໃຊ້​ອຸປະກອນ​ເຄື່ອງ​ຈັກ​ທີ່​ທັນ​ສະໄໝ ການ​ໃຊ້​ເທກ​ໂນ​ໂລ​ຢີ​ເຂົ້າ​ມາ​ຊ່ວຍ​ນີ້​ຈະ​ຊ່ວຍ​ໃຫ້​ປະ​ຢັດ​ຄ່າ​ໃຊ້​ຈ່າຍ ເພີ່ມ​ຜົນ​ຜະລິດ ແລະ ​ເພີ່ມ​ກຳ​ໄລ.

6.ພຶດຕິກຳ​ຂອງ​ຜູ້​ບໍ​ລິ​ໂພກ (Consumer Behavior).

    ຄວາມ​ຕ້ອງ​ການ​ ຫຼື ​ລັກສະນະ​ພຶດຕິກຳຂອງ​ຜູ້​ບ​ໍລິ​ໂພກ​ຈະ​ມີ​ການ​ປ່ຽນ​ແປງ​ຢູ່​ຕະຫຼອດ​ເວລາ ທຸລະກິດ​ໃດ​ໆ ກໍ່​ຕາມ​ຈະ​ບໍ່​ສາມາດ​ບັງຄັບ​ໃຫ້​ລູກ​ຄ້າຄົງ​ຄວາມ​ຕ້ອງ​ການ ຫຼື ​ຄົງ​ພຶດຕິກຳ​ນັ້ນ​ໄດ້​ຕະຫຼອດ​ໄປ ຕ້ອງ​ມີ​ການ​ກຳນົດ​ແຮງ​ຈູງ​ໃຈ ການ​ພັດທະນາ​ຕົວຜະລິດຕະພັນ ທັງໝົດ​ທັງ​ສ້າງ​ຄວາມ​ແຕກ​ຕ່າງ ​ແລະ​ ຄວາມ​ຫຼາກ​ຫຼາຍ​ຂອງ​ຜະລິດຕະພັນ ຕະຫຼອດ​ຈົນ​ຄຸນນະພາບ.

1.2. ແຫຼ່ງ​ຂໍ້​ມູນ​ທາງ​ທຸລະກິດ.

ຂໍ້​ມູນ​ທາງ​ທຸລະກິດ​ມີ​ຄວາມ​ສຳຄັນ​ຢ່າງ​ຢິ່ງ​ໃນ​ການ​ດຳ​ເນີນ​ທຸລະກິດ​ ທັງ​ໃນ​ດ້ານ​ການ​ຜະລິດ ການ​ຈຳ​ໜ່າຍການ​ເງິນ ແລະ ​ການ​ຈັດການ ການ​ມີ​ຂໍ້​ມູນ​ທາງ​ທຸລະກິດ​ທີ່​ພຽງ​ພໍ​ຈະ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ກາ​ນວາງ​ແຜນ ແລະ ການ​ກຳນົດ​ຍຸດທະວິທິ​ໃນ​ການ​ປະກອບ​ການ​ໃຫ້ເປັນ​ໄປ​ຢ່າງ​ຖືກ​ຕ້ອງ​ ແລະ​ ແມ່ນ​ຢຳ ເໜືອກ​ວ່າ​ຄູ່​ແຂ່ງ​ຂັນ​ທາງທຸລະກິດ ຊຶ່ງ​ແຫຼ່ງ​ຂໍ້​ມູນ​ທີ່​ຜູ້​ປະກອບ​ສາມາດ​ຫາ​ຂໍ້​ມູນ​ທາງ​ທຸລະກິດ​ໄດ້ ແບ່ງ​ອອກ​ເປັນ 2 ປະ​ເພດ ໄດ້​ແກ່.

1.ແຫຼ່ງ​ຂໍ້​ມູນ​ພາຍ​ໃນ​ກິດຈະການ (Internal Sources)

ແມ່ນເປັນ​ຂໍ້​ມູນ​ທີ່​ໄດ້​ຈາກ​ພາຍ​ໃນ​ກິດຈະການຂອງ​ຕົນເອງ ເຊັ່ນ: ເອກະສານ​ຕ່າງ​ໆ ປະຫວັດ​ການ​ຊື້​ຂາຍ ເອກະສານ​ທາງ​ການ​ບັນ​ຊີ, ງົບ​ທາງ​ການ​ເງິນ ລາຍ​ງານ. ປະຈຳ​ວັນ​ຂອງ​ພະ​ນັກ​ງານ ຊຶ່ງ​ແຫຼ່ງ​ຂໍ້​ມູນ​ເຫຼົ່າ​ນີ້ ສາມາດ​ນຳ​ມາ​ປະກອບ​ກາ​ນວາງ​ແຜນ ບອກ​ແນວ​ໂນ້ມ ແລະ​ ກຳນົດ​ວິທີ​ການ​ດຳ​ເນີນ​ງານ​ຂອງ​ທຸລະກິດ​ໃນ​ອະນາຄົດ​ໄດ້.

2.ແຫຼ່ງ​ຂໍ້​ມູນ​ພາຍນອກ​ກິດຈະການ (External Sources)

ແມ່ນເປັນ​ຂໍ້​ມູນ​ທີ່​ໄດ້​ຈາກ​ການສຶກສາຄົ້ນ​ຄວ້າ ຊຶ່ງ​ສາມາດ​ຫາ​ໄດ້​ຈາກ​ໝັງສື ນິ​ຕິ​ສານ ຫຼື ຂ່າວ​ສານ​ຕ່າງ​ໆ ທັງ​ຈາກ​ໝ່ວຍ​ງານ​ຂອງ​ລັດ ​ແລະ ພາກ​ເອກ​ຊົນ ໂດຍ​ສະເພາະ​ຜົນ​ງານ​ການ​ວິ​ໄຈ ງານ​ວິ​ຊາ​ການ ລ້ວນ​ເປັນ​ສິ່ງ​ທີ່​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ ທາງ​ທຸລະກິດໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ใหม่กว่า เก่ากว่า