ບົດບາດ ແລະ ໜ້າທີ່ຂອງຜູ້ບໍລິຫານຜະລິດຕະພັນ

 ບົດບາດ ແລະ ໜ້າທີ່ຂອງຜູ້ບໍລິຫານຜະລິດຕະພັນ

1.1.ບົດບາດຂອງຜູ້ບໍລິຫານຜະລິດຕະພັນ.

1.1.1.ການຈັດອົງກອນຝ່າຍການຕະຫຼາດ.

ໃນການດໍາເນີນທຸລະກິດໃດໆ ກໍ່ຕາມການຈັດອົງກອນທີີ່ດີຈະເອື້ອອໍານວຍໃຫ້ການມອບໝາຍງານການປະຕິບັດງານ ແລະ ການຄວບຄຸມດໍາເນີນໄປໄດ້ຢ່າງຄ່ອງຕົວ ການຈັດອົງກອນຂອງຝ່າຍການຕະຫຼາດໃນທຸລະກິດຈະຈັດແຕກຕ່າງກັນໄປຕາມລັກສະນະຂອງອົງກອນ ແລະ ປະເພດຜະລິດຕະພັນ ເພື່ອໃຫ້ເໝາະສົມກັບການບໍລິຫານ ແລະ ການຄວບຄຸມ ການຈັດອົງກອນທີີ່ດີຈະຊ່ວຍໃຫ້ການປະຕິບັດງານດໍາເນີນໄປດ້ວຍດີ ເຖິງຢ່າງໃດກໍ່ຕາມການຈັດອົງກອນສາມາດປັບປຸງປ່ຽນແປງໄດ້ຕາມຄວາມເໝາະສົມ ໂດຍຂຶ້ນຢູ່ກັບສະພາບທຸລະກິດທີີ່ປ່ຽນໄປ ນະໂຍບາຍການບໍລິຫານພາຍໃນ, ສະພາບຕະຫຼາດ ແລະ ການແຂ່ງຂັນທີີ່ປ່ຽນແປງໄປ.

            ໃນອະດີດ ແລະ ບາງຄັ້ງໃນປັດຈຸບັນ ທຸລະກິດຫຼາຍແຫ່ງຈະຈັດຕັ້ງອົງກອນຂອງຕົນໂດຍແບ່ງເປັນພະແນກຕ່າງໆຕາມໜ້າທີີ່ຂອງໜ້າວຽກທີີ່ຕ້ອງເຮັດ, ຕົວຢ່າງ ເມື່ອເລີີ່ມດໍາເນີນທຸລະກິດຈັດຕັ້ງບໍລິສັດຂຶ້ນມາຈະຕ້ອງມີເງິນລົງທຶນ ເຊິ່ງຈະຕ້ອງຫາຄົນມາເບິີ່ງແຍງບໍລິຫານການເງິນ ດັ່ງນັ້ນ, ຈຶ່ງມີການຕັ້ງພະແນກການເງິນ ເມື່ອມີເງິນແລ້ວຕ້ອງຈ້າງຄົນເຂົ້າມາບໍລິຫານ ແລະ ດໍາເນີນງານໃນບໍລິສັດຈຶ່ງຈັດຕັ້ງພະແນກບຸກຄະລາກອນ ເພື່ອບໍລິຫານຈັດການດ້ານບຸກຄະລາກອນ ທຸລະກິດທີີ່ຕັ້ງຂຶ້ນມາບໍວ່າຈະດໍາເນີນການຜະລິດ ຫຼື ສັງສິນຄ້າເຂົ້າມາຂາຍຈຶ່ງຕ້ອງມີພະແນກຂາຍ ເພື່ອຮັບຜິດຊອບການຂາຍ ແລະ ເບິີ່ງແຍງພະນັກງານຂາຍໃຫ້ຂາຍໄປຕາມເປົ້າໝາຍ ເມື່ອມີການຂາຍກໍຕ້ອງມີຄົນເບິີ່ງແຍງດ້ານບັນຊີ ຈຶ່ງມີພະແນກບັນຊີ ນັ້ນຄືໂດຍທົ່ວໆ ໄປແລ້ວກິດຈະການທີີ່ຕັ້ງຂຶ້ນມາເພື່ອດໍາເນີນທຸລະກິດ ມີການຈັດອົງກອນທີີ່ແບ່ງເປັນພະແນກຕ່າງໆຄື: ພະແນກຂາຍ, ພະແນກບຸກຄະລາກອນ, ພະແນກການເງິນ ແລະ ພະແນກບັນຊີ

1.1.2.ການຈັດອົງກອນເພື່ອການບໍລິຫານຜະລິດຕະພັນ.

ກິດຈະການທີີ່ຂາຍຜະລິດຕະພັນຫຼາຍປະເພດ ຫຼື ມີຜະລິດຕະພັນຫຼາຍກາສິນຄ້າມັກຈະມີການຈັດອົງກອນຕາມປະເພດສິນຄ້າ ຫຼື ກາສິນຄ້າ ການຈັດອົງການເພີີ່ມການບໍລິຫານຜະລິດຕະພັນນີີ້ ບໍ່ເປັນການຈັດອົງກອນເພື່ອມາທົດ ແທນການຈັດອົງກອນແບບຕາມໜ້າທີີ່ (Functional Management Organization) ແຕ່ເພື່ອເປັນສາຍງານອີກຊັ້ນຂອງການບໍລິຫານເທົ່ານັ້ນ. ການບໍລິຫານອົງກອນແບບນີ້ຈະມີ ຜູ້ບໍລິຫານຜະລິດຕະພັນ (Product Manager) ເຊິີ່ງມີໜ້າທີ່ເບິງແຍງ ແລະ ໃຫ້ຄໍາແນະນໍາຕະຫຼອດຮອດຮັບຜິດຊອບສິນຄ້າສະເພາະເຊັ່ນ: ເປັນຜູ້ບໍລິຫານຜະລິດຕະພັນ ສະບໍ່ຝຸ່ນ ຫຼື ອາດຈະມີຜູ້ບໍລິຫານກາສິນຄ້າ (Brand manager) ເຊິີ່ງເປັນຜູ້ເບິີງແຍງ ແລະ ຮັບຜິດຊອບສິນຄ້າກາສິນຄ້າໃດກາສິນຄ້າໜຶ່ງໂດຍສະເພາະ ການຈັດອົງກອນໂດຍມີ ຕໍາແໜ່ງຜູ້ບໍລິຫານຜະລິດຕະພັນ ຫຼື ຜູ້ບໍລິຫານກາສິນຄ້າຈະໄດ້ຜົນກໍຕໍ່ເມື່ອກິດຈະການມີຜະລິດຕະພັນຫຼາກຫຼາຍທີີ່ແຕກຕ່າງກັນ ເຊິີງເກີນຄວາມສາມາດທີີ່ພະແນກການຕະຫຼາດຈະເບິ່ງ ແຍງໄດ້ຢ່າງມີປະສິດທິພາບ ຄວາມເປັນມາຂອງການຈັດອົງກອນທີີ່ມີຜູ້ບໍລິຫານຜະລິດຕະພັນເລີີ່ມຂຶ້ນຄັ້ງທໍາອິດໃນປີ ຄ.ສ 1927 ໂດຍບໍລິໂພກ ພອກເຕີແອນແກມເບິນ ປະເທດສະຫະລັດ ອາເມຮິກາເຫດເກີດ ມາຈາກການຂາຍສະບູ່ ກາສິນຄ້າ Camay ໄດ້ ບໍດີເທົ່າທີ່ຄວນຈະເປັນ ດັ່ງນັ້ນ, ບໍລິສັດຈຶ່ງມອບໝາຍໃຫ້ຜູ້ບໍລິຫານທີີ່ມີຊື່ວ່າ Neil H. McElroy (ເຊິີ່ງຕໍມາພາຍຫຼັງໄດ້ເປັນປະທານບໍລິສັດດັ່ງກ່າວ) ເປັນຜູ້ເບິີ່ງແຍງ ແລະ ໃຫ້ຄວາມສົນໃຈສະເພາະຜະລິດຕະພັນສະບູ່ ດັ່ງກ່າວຢ່າງເຕັມທີີ່ພຽງກາສິນຄ້າດຽວເພືອການພັດທະ ນາ ແລະ ສົ່ງເສີມ ການຂາຍສິນ ຄ້າຕົວນັ້ນ ແລະ ລາວກໍເຮັດໄດ້ສໍາເລັດຕາມທີີ່ ບໍລິສັດຕັ້ງເປົ້າໝາຍໄວ້ ບໍລິສັດຈຶ່ງເຫັນວ່າການຈັດອົງກອນແບບນີ້ມີຜົນເຮັດໃຫ້ກາສິນຄ້າປະສົບຄວາມສໍາເລັດເປັນຢ່າງດີບໍລິສັດ ຈຶ່ງແຕ່ງຕັ້ງຜູ້ບໍລິ    ຫານຜະລິດຕະພັນເພີີ່ມເຕີມໃຫ້ ເບິີ່ງແຍງຮັບຜິດຊອບສິນ ຄ້າຕົວອື່ນ ຂອງບໍລິສັດຕັ້ງແຕ່ນັ້ນມາທຸລະກິດຫຼາຍແຫ່ງໄດ້ເລີີ່ມການຈັດອົງກອນເປັນແບບນີ້ຫຼາຍຂຶ້ນ ໂດຍສະເພາະກິດຈະການທີີ່ຂາຍສິນຄ້າປະເພດອຸປະໂພກ - ບໍລິໂພກ.

ຕໍາແໜ່ງ ຂອງການຈັດອົງກອນເພີີ່ມບໍລິຫານຜະລິດຕະພັນຈະມີ 3 ແບບຄື: ຜູ້ບໍລິຫານຜະລິດຕະພັນ, ຜູ້ບໍລິຫານກາສິນຄ້າ ແລະ ຜູ້ບໍລິຫານຜະລິດຕະພັນໃໝ່ ໂດຍມີບົດບາດດັ່ງນີ້:

1.ຜູ້ບໍລິຫານຜະລິດຕະພັນ (Product Manager)

ຮັບຜິດຊອບໃນການວາງແຜນການພັດທະນາ ແລະ ເຮັດໃຫ້ປະເພດຜະລິດຕະພັນທີີ່ຮັບຜິດຊອບນັ້ນມີກໍາໄລ ໃນປະເພດຜະລິດຕະພັນທີີ່ຮັບຜິດຊອບອາດຈະມີຜະລິດຕະພັນຫຼາຍຕົວເຊັ່ນ: ຜູ້ບໍລິຫານຜະລິດຕະພັນຂອງໃຊ້ສ່ວນຕົວ ຈະຕ້ອງເບິ່ງແຍງຮັບຜິດຊອບສະບູ່, ແປ້ງ ແລະ ຄີມ ເປັນຕົ້ນ.

2.ຜູ້ບໍລິຫານກາສິນຄ້າ (Brand Manager)

ຮັບຜິດຊອບການວາງແຜນ ແລະ ເບິີ່ງແຍງສິນຄ້າພຽງກາສິນຄ້າດຽວເພາະເປັນສິນຄ້າທີີ່ມີຄວາມສໍາຄັນທີີ່ຕ້ອງໄດ້ຮັບການເບິີ່ງແຍງສະໜັບສະໜນເປັນພິເສດ, ເປັນສິນຄ້າທີມຍອດຂາຍສງີ່ກິດຈະການ ແລະ ຫຼ ເປັນກາສິນຄ້າທີມຄວາມສໍາຄັນຕໍ

3.ຜູ້ບໍລິຫານຜະລິດຕະພັນໃໝ່ (New Product Manager)

ຮັບຜິດຊອບໃນການພັດທະນາຜະລິດຕະພັນໃໝ່ ໃນບາງທຸລະກິດທີີ່ຕ້ອງການເນັ້ນໃຫ້ມີການອອກຜະລິດຕະພັນໃໝ່ອອກສ່ຕະຫຼາດ ຈຶ່ງໃຫ້ຄວາມສໍາຄັນກັບການຕັ້ງຜູ້ບໍລິຫານຜະລິດຕະພັນໃໝ່ ຫຼື ບາງກິດຈະການອາດຈະເອີ້ນວ່າເປັນຜູ້ບໍລິຫານການພັດທະນາຜະລິດຕະພັນໃໝ່ ເຊິີ່ງເປັນຜູ້ຮັບຜິດຊອບທີີ່ຈະຫາຕະຫຼາດໃໝ່ໃຫ້ກັບຜະລິດຕະພັນຂອງກິດຈະການ.

1.1.3.ໜ້າທີ່ຂອງຜູ້ບໍລິຫານຜະລິດຕະພັນ.

ຜູ້ບໍລິຫານຜະລິດຕະພັນມີໜ້າທີີ່ຕ້ອງພັດທະນາ, ວາງແຜນຜະລິດຕະພັນ, ເບິງແຍງ ແລະ ຕິດຕາມວ່າແຜນນັ້ນໄດ້ຮັບການນໍາໄປໃຊ້ກວດສອບຜົນການດໍາເນີນງານ ແລະ ຫາທາງແກ້ໄຂໃຫ້ດີຂຶ້ນ.ວຽກງານທີີ່ຮັບຜິດຊອບອາດແຍກອອກໄດ້ດັງນີ້:

1.ການພັດທະນາຍຸດທະສາດການແຂ່ງຂັນສໍາລັບຜະລິດຕະພັນໃນໄລຍະຍາວ.

2.ການຈັັດການສ້າງແຜນການຕະຫຼາດ ແລະ ການຂາຍປະຈໍາປີ.

3.ປະຕິບັດໜ້າທີີ່ ແລະ ປະສານກັບພະແນກໂຄສະນາ ຫຼື ບໍລິສັດຜູ້ຮັບສ້າງໂຄສະນາຜະລິດຕະພັນຂອງກິດຈະການ ພັດທະນາໂປແກຼມການໂຄສະນາ, ການເຜີຍແຜ່ໂຄສະນາ ແລະ ການສົ່ງເສີມການຂາຍ.

4.ກະຕຸ້ນໃຫ້ຝ່າຍຂາຍ ແລະ ຜູ້ແທນການຈັດຈໍາໜ່າຍຊ່ວຍຂາຍ ແລະ ສະໜັບສະໜນຜະລິດຕະພັນຂອງກິດຈະການ.

5.ລວບລວມຂໍ້ມູນກ່ຽວກັບການປະຕິບັດງານຂອງຕົວຜະລິດຕະພັນ ທັດສະນະຄະຕິຂອງລູກຄ້າ ແລະ ຕົວແທນຜູ້ແທນຂາຍ ທີີ່ມີຕໍຕົວຜະລິດຕະພັນ ແລະ ກິດຈະການ ບັນຫາທີີ່ເກີດຂຶ້ນລວມທັງໂອກາດໃໝ່ໆ ທີີ່ໜ້າຈະເກີດຂຶື້ນ.

6.ລິເລີີ່ມໃຫ້ມີການພັດທະນາປັບປຸງຜະລິດຕະພັນເກີດຂຶ້ນເພື່ອໃຫ້ທັນຕໍການປ່ຽນແປງໃນຕະຫຼາດທີີ່.

7.ສຶກສາຄວາມຕ້ອງການ ແລະ ພຶດຕິກໍາຜູ້ບໍລິໂພກເປົ້າໝາຍ ຕະຫຼອດຈົນສຶກສາຂໍ້ມູນຂອງຄູ່ແຂ່ງຂັນ ເພື່ອໃຫ້ທັນກັບສະພາບການຕະຫຼາດທີີ່ປ່ຽນແປງ.

ການປະຕິບັດໜ້າທີີ່ຂອງຜູ້ບໍລິຫານຜະລິດຕະພັນ ຈະຕ້ອງກ່ຽວຂ້ອງກັບການປະຕິບັດງານຂອງໜ່ວຍງານຫຼາຍໜ່ວຍງານພາຍໃນກິດຈະການ ແລະ ພາຍນອກກິດຈະການ ໃນດ້ານຜະລິດຕະພັນຈະຕ້ອງມີການແບ່ງງານນັບຕັ້ງແຕ່ການອອກແບບໄປຈົນເຖິງການບັນຈຸຫຸ້ມຫໍຕ້ອງມີການເຮັດການວິໄຈດ້ວຍວ່າຜູ້ບໍລິໂພກມີທັດສະນະຄະຕິແບບໃດ? ແລະ ຍອມຮັບແບບການບັນຈຸພັນແບບນັ້ນ ຫຼື ບໍ ? ຈະຕ້ອງຕິດຕໍກັບຜູ້ຈໍາໜ່າຍວັດສະດຸເປັນສ່ວນປະສົມຂອງສິນຄ້ານັ້ນ ຈະຕ້ອງແນະນໍາວ່າຜະລິດຕະພັນນີຄວນຈະຂາຍຜ່ານຊ່ອງທາງໃດ ຫຼື ວິທີໃດ? ເຖິງຢ່າງໃດກໍຕາມ ຜະລິດຕະພັນນັ້ນຈະຕ້ອງມີການພັດທະນາປັບປຸງຫຍັງແດ່? ເຊິີ່ງຈະຕ້ອງມີການວິໄຈຜູ້ບໍລີໂພກລວມທັງຕ້ອງປຶກສາກັບທາງຜູ້ຈາໜ່າຍວັດສະດຸ ແລະ ໂຮງງານ ຕ້ອງຕິດຕໍກັບບໍລິສັດໂຄສະນາ ເພີ່ອວາງແຜນ ແລະ ຍຸດທະສາດການໂຄສະນາ ການສ້າງແຜນການສົ່ງເສີມການຂາຍ, ການບໍລິຫານການສົ່ງເສີມການຂາຍໃນຮ້ານຄ້າ, ຄັດເລືອກຂອງແຖມ ຫຼື ເຮັດບັດສົ່ງເສີມການຂາຍ ຕ້ອງກ່ຽວຂ້ອງກັບໜ່ວຍງານລັດທີີ່ຄວບຄຸມການໂຄສະນາ ແລະ ອື່ນໆ ອີກຫຼາຍຢ່າງ.

ໜ້າທີີ່ຕ່າງໆເຫຼົ່ານັ້ນ ເປັນວຽກງານຂັ້ນພື້ນຖານທີີ່ຜູ້ບໍລິຫານຜະລິດຕະພັນ ບໍ່ວ່າຈະເປັນສິນຄ້າອຸປະໂພກ ຫຼື ສິນຄ້າອຸດສາຫະກໍາຄວນຈະຕ້ອງເຮັດ ເຖິງແມ່ນວ່າຈະມີຄວາມແຕກຕ່າງກັນບາງຢ່າງກໍ່ຕາມການເນັ້ນໃນໜ້າທີີ່ວຽກງານ ອາດຈະບໍ່ຄືກັນລະຫວ່າງສິນຄ້າສອງປະເພດດັ່ງກ່າວ. ຜູ້ບໍລິຫານສິນຄ້າອຸປະໂພກຈະບໍລິຫານເບິີ່ງແຍງສິນຄ້າ  ໜ້ອຍຊະນິດກວ່າຜູ້ບໍລິຫານສິນຄ້າອຸດສາຫະກໍາເພາະຈະຕ້ອງໃຊ້ເວລາສ່ວນຫຼາຍໃນການເບິ່ງແຍງເລື່ອງການໂຄສະນາ ແລະ ການສົ່ງເສີມການຂາຍ, ຜູ້ບໍລິຫານສິນຄ້າອຸປະໂພກບໍລິໂພກຈະຕ້ອງເປັນຜູ້ປະສານງານທີີ່ດີລະຫວ່າງພະແນກຕ່າງໆ ໃນບໍລິສັດ ແລະ ບໍລິສັດໂຄສະນາ ບໍລິສັດວິໄຈການຕະຫຼາດ ຜູ້ບໍລິຫານຜະລິດຕະພັນມັກຈະເປັນຜູ້ທີີ່ມີອາຍຸບໍ່ຫຼາຍປານໃດ ແຕ່ເປັນຜູ້ທີີ່ມີການສຶກສາດີ ຄວນມີບຸກຄະລິກ ແລະ ມະນຸດສໍາພັນທີີ່ດີ ສ່ວນຜູ້ບໍລິຫານຜະລິດຕະພັນຂອງສິນຄ້າປະເພດອຸດສາຫະກໍາ ມັກຈະເປັນຜູ້ທີີ່ຕ້ອງໃຊ້ຄວາມຄິດໃນການພັດທະນາ ແລະ ການອອກແບບຜະລິດຕະພັນ ເຊິ່ງອາດຈະຕ້ອງກ່ຽວຂ້ອງກັບທາງດ້ານເຕັກນິກ ໂດຍຈະຕ້ອງໃຊ້ເວລາສ່ວນໃຫຍ່ຢູ່ໃນຫ້ອງທົດລອງປະຕິບັດການ ຫຼື ເຮັດວຽກຮ່ວມກັບວິສະວະກອນ ຜູ້ບໍລິຫານສິນຄ້າອຸດສາຫະກໍາເຮັດວຽກຮ່ວມກັບຝ່າຍຂາຍ ແລະ ລູກຄ້າລາຍໃຫຍ່ ໂດຍບໍຈໍາເປັນຕ້ອງສົນໃຈດ້ານການໂຄສະນາ ການສົ່ງເສີມການຂາຍ ຫຼື ດ້ານລາຄາ.

1.1.4.ປະໂຫຍດຂອງການຈັດອົງກອນແບບການບໍລິຫານຜະລິດຕະພັນ.

ການຈັດອົງກອນແບບ ແຕ່ງຕັ້ງຕໍາແໜ່ງຜູ້ບໍລິຫານຜະລິດຕະພັນເພີ່ອໃຫ້ເບິ່ງແຍງຮັບຜິດຊອບສະເພາະກາສິນຄ້ານັ້ນໆ ມີປະໂຫຍດດັ່ງນີ້:

1. ຜູ້ບໍລິຫານຜະລິດຕະພັນສາມາດພັດທະນາສ່ວນປະສົມການຕະຫຼາດສໍາລັບຜະລິດຕະພັນນັ້ນໄດ້ຢ່າງມີປະສິດທິພາບເພາະເປັນຜູ້ທີີ່ມຸ່ງເນັ້ນ ແລະ ໃຫ້ຄວາມສົນໃຈສະເພາະກັບຕົວຜະລິດຕະພັນນັ້ນໆ.

2. ຜູ້ບໍລິຫານຜະລິດຕະພັນສາມາດແກ້ບັນຫາທີີ່ເກີດຂຶ້ນໃນຕະຫຼາດໄດ້ວ່ອງໄວ ແລະ ທັນເຫດການເພາະເປັນຜູ້ເບິີ່ງແຍງ ແລະ ຮັບຜິດຊອບໂດຍກົງ.

3. ສິນຄ້າບາງຕົວທີີ່ມີຍອດຂາຍໜ້ອຍຂອງຜູ້ບໍລິຫານຜະລິດຕະພັນ.

4. ການມີຕໍາແໜ່ງນີ້ເປັນສິ່ງທີີ່ດີທີີ່ຈະຝຶກຝົນຜູ້ບໍລິຫານໄວໜຸ່ມ ໃຫ້ມີຄວາມຮູ້ຄວາມສາມາດຮອບດ້ານທີີ່ກ່ຽວຂ້ອງກັບການດໍາເນີນງານຂອງກິດຈະການ.

1.1.5.ຂໍ້ຈຳກັດຂອງການຈັດອົງກອນແບບການບໍລິຫານຜະລິດຕະພັນ.

ການຈັດອົງກອນແບບການບໍລະຫານຜະລິດຕະພັນ ເຖິງຈະມີປະໂຫຍດຫຼາຍຢ່າງ ແຕ່ສິ່ງທີີ່ຈະເກີດິຂຶ້ນກັບການບໍລິຫານອົງກອນແບບຜູ້ບໍລິຫານຜະລິດຕະພັນ ທີີ່ເປັນຂໍ້ກໍາຈັດມີດັ່ງນີ້:

1.ເກີດຄວາມສັບສົນ ແລະ ຂໍ້ຂັດແຍ່ງ ໂດຍທົ່ວໄປຜູ້ບໍລິຫານຜະລິດຕະພັນຈະບໍ່ໄດ້ຮັບອໍານາດເຕັມທີີ່ຈະປະຕິບັດໜ້າທີີ່ຮັບຜິດຊອບໄດ້ຢ່າງອິດສະຫຼະ ເພາະຈະຕ້ອງເພິີ່ງພາ ພະແນກອືນຫຼາຍພະແນກ ແລະ ຈະຕ້ອງມີຄວາມສາມາດທີີ່ຈະຈູງໃຈໃຫ້ຝ່າຍອື່ນຮ່ວມມກັບຕົນເຊັນ: ຝ່າຍຂາຍ, ຝ່າຍໂຮງງານ ແລະ ອື່ນໆ ຈະຕ້ອງເປັນຜູ້ປະສານງານທີີ່ດີກັບໜ່ວຍງານຕ່າງໆ ທີີ່ຕ້ອງກ່ຽວຂ້ອງເພື່ອໃຫ້ບັນລຸເປົ້າໝາຍຂອງໜ້າທີີ່ຄວາມຮັບຜິດຊອບ. ດັ່ງນັ້ນຜູ້ບໍລິຫານຜະລິດຕະພັນຈະເປັນຜູ້ທີີ່ຕ້ອງພົບກັບຄວາມຂັດແຍ່ງ ແລະ ເກີດຄວາມສັບສົນໄດູ້ໃນບາງຄັ້ງ.

2. ຜູ້ບໍລິຫານຜະລິດຕະພັນຈະກາຍເປັນຜູ້ຊ່ຽວຊານໃນຜະລິດຕະພັນທີີ່ຮັບຜິດຊອບ ແຕ່ບໍເປັນຜູ້ຊ່ຽວຊານໃນໜ້າທີີ່ອື່ນໆ ແລະ ຈະເປັນຮູ້ຮອບຮູ້ແຕ່ບໍເລິກເທົ່າຜູ້ປະຕິບັດງານຂອງພະແນກນັ້ນໆ.

3. ລະບົບການຈັດອົງກອນແບບນີ້ໃນທີີ່ສຸດອາດຈະເສຍຄ່າໃຊ້ຈ່າຍຫຼາຍກວ່າການຈັດອົງກອນແບບບໍມີຜູ້ບໍລິຫານຜະລິດຕະພັນເພາະຜູ້ບໍລິຫານຜະລິດຕະພັນຈະມີວຽກງານທີີ່ຕ້ອງເຮັດຫຼາກຫຼາຍລວມທັງເອກະສານ ດັ່ງນັ້ນ, ຜູ້ບໍລິຫານຜະລິດຕະພັນອາດຈະຂໍແຕ່ງຕັ້ງຜູ້ຊ່ວຍບໍລິຫານຜະລິດຕະພັນ ຫຼື ທີມງານໃນຝ່າຍທີີ່ຮັບຜິດຊອບ ເພື່ອຊ່ວຍຫຼຸດພາລະວຽກງານທີີ່ຫຼາຍ ດັ່ງນັ້ນ, ໃນທີີ່ສຸດອາດຈະເຮັດໃຫ້ກິດຈະການຕ້ອງມີຄ່າໃຊ້ຈ່າຍເພີີ່ມຂຶ້ນ.

ใหม่กว่า เก่ากว่า