ການວິໄຈການຕະຫຼາດ ໃນຖານະເຄື່ອງມືສໍາລັບນະໂຍບາຍຜະລິດຕະພັນ

 ການວິໄຈການຕະຫຼາດ ໃນຖານະເຄື່ອງມືສໍາລັບນະໂຍບາຍຜະລິດຕະພັນ

1.1.ຄວາມສໍາຄັນຂອງການວິໄຈການຕະຫຼາດຕໍ່ນະໂຍບາຍຜະລິດຕະພັນ.

ການດໍາເນີນທຸລະກິດໃນປັດຈຸບັນນີ້ ມີຄວາມຫຍຸ້ງຍາກຫຼາຍຂຶ້ນ, ການແຂ່ງຂັນສູງຂຶ້ນ, ເຕັກໂນໂລຊີຕ່າງໆປ່ຽນແປງຢ່າງວ່ອງໄວ, ຜູ້ບໍລິຫານຄວນຈະຕ້ອງໃຫ້ຄວາມສໍາຄັນຂອງການຕະຫຼາດຫຼາຍຂຶ້ນໂດຍສະເພາະດ້ານການວິໄຈເພາະລະບົບຂໍ້ມູນທີີ່ດີຍ່ອມຈະຊ່ວຍຫຼຸດຂໍ້ຜິດພາດອັນອາດຈະເກີດຂຶ້ນໄດ້.

ການຕະຫຼາດສະໄໝໃໝ່ຈະຕ້ອງເຂົ້າໃຈວ່າຜູ້ບໍລິໂພກຸ່ມເປົ້າໝາຍຕ້ອງການຫຍັງ ແລະ ຈະສະໜອງຕອບຄວາມຕ້ອງງການເພື່ອໃຫ້ຜູ້ບໍລິໂພກນັ້ນພໍໃຈໄດ້ແບບໃດ ? ການວິໄຈການຕະຫຼາດຈະເຂົ້າມີມີບົດບາດເພື່ອຊ່ວຍໃຫ້ນັກການຕະຫຼາດໄດູ້ຮັບຮູ້ສິງນັ້ນ, ຜົນຂອງການວິໄຈການຕະຫຼາດຈະຊ່ວຍໃຫ້ຜູ້ບໍລິຫານໄດ້ຕັດສິນໃຈຢ່າງມີຫຼັກເກນຖືກຕ້ອງຍິ່ງຂຶ້ນ ແລະ ຍັງຈະຊ່ວຍໃນການວາງແຜນຍຸດທະສາດວິທີທີີ່ມີປະສິດທິພາບອີກດ້ວຍ ເຖິງຢ່າງໃດກໍຕາມການວິໄຈການຕະຫຼາດຈະບໍ່ສາມາດຕອບບັນຫາທາງການຕະຫຼາດທຸກບັນຫາໄດ້ ແຕ່ການວິໄຈການຕະຫຼາດຈະຊ່ວຍເຮັດໃຫ້ຮູ້ວ່າແມ່ນຫຍັງຄືບັນຫາ ແລະ ຈະຊ່ວຍອະທິບາຍບາງຢ່າງເພື່ອໃຫ້ເກີດຄວາມເຂົ້າໃຈໃນບັນຫາ.ການວິໄຈການຕະຫຼາດ ເປັນສິ່ງທີີ່ກິດຈະການທີີ່ມີຂະໜາດໃຫຍ່ໄດ້ໃຫ້ຄວາມສໍາຄັນຫຼາຍໂດຍສະເພາະສິນຄ້າອຸປະໂພກບໍລິໂພກ ເພາະຂໍ້ມນທີີ່ໄດ້ຈາກການວິໄຈຈະຊ່ວຍໃຫ້ຜູ້ບໍລິຫານການຕະຫຼາດສາມາດນໍາມາໃຊ້ເປັນຍຸດທະສາດການຕະຫຼາດໄດ້, ແຕ່ກໍ່ມີຫຼາຍກິດຈະການທີີ່ປ່ອຍປະຄວາມສໍາຄັນຂອງການວິໄຈການຕະຫຼາດ ແລະ ບໍ່ສົນໃຈທີີ່ຈະເຮັດ ສາເຫດເນື່ອງຈາກຄວາມຄິດທີີ່ວ່າການເຮັດວິໄຈການຕະຫຼາດນັ້ນມີຄ່າໃຊູ້ຈ່າຍສູງ ຜົນທີີ່ໄດ້ບໍ່ຄຸ້ມຄ່າ ຫຼື ຜູ້ບໍລິຫານບໍ່ເຊື່ອວ່າການສຸ່ມຕົວຢ່າງຈໍານວນໜ້ອຍ ຈະເຮັດໃຫູ້ຜົນຂອງການວິໄຈນັ້ນມີຄວາມແນ່ນອນ ຫຼື ເປັນຕົວແທນຂອງຄົນກຸ່ມໃຫຍ່ໄດ້ ຫຼື ຜູ້ບໍລິຫານອາດຈະເຊື່ອໝັ້ນໃນຄວາມຄິດ ແລະ ປະສົບການຂອງຕົນຫຼາຍກວ່າຂໍ້ມູນທີີ່ໄດ້ຈາກການວິໄຈ.ໃນການຕັດສິນໃຈທີີ່ຈະມີການວິໄຈການຕະຫຼາດ ຫຼື ບໍ່ ຜູ້ບໍລິຫານຕ້ອງຕອບຄໍາຖາມຕ່າງໆດັ່ງນີ້:

1. ຕ້ອງການຫຍັງ ນັ້ນຄືຕ້ອງລະບຸໃຫູ້ຊັດເຈນວ່າຂໍ້ມູນປະເພດໃດທີີ່ຢາກຮູ້.

2. ເປັນຫຍັງຈຶງຈໍາເປັນຕ້ອງຮູ້ແນວໃດ ພິຈາລະນາວ່າຂໍ້ມູນທີຢາກໄດ້ຈະຊ່ວຍໃຫ້ເຮົາແກ້ໄຂບັນຫາໄດ້.

3. ຕ້ອງການຮູ້ຫຼາຍປານໃດ ພິຈາລະນາຈໍານວນຂໍ້ມູນທີີ່ພຽງພໍທີີ່ຈະໃຫ້ຄໍາຕອບ ເບິີ່ງວ່າແມ່ນຫຍັງຈໍາເປັນຕ້ອງຮູ້ ແລະ ແມ່ນຫຍັງທີີ່ຮູ້ແລ້ວດີ ບາງຄັ້ງຕ້ອງເລືອກວ່າແມ່ນຫຍັງຈໍາເປັນຕ້ອງຮູ້ບໍ່ແມ່ນຮູ້ແລ້ວດີ ເພາະເຖິງວ່າຮູ້ແລ້ວດີ ແຕ່ບໍ່ຈໍາເປັນຕ້ອງຮູ້ ຈະເຮັດໃຫ້ເສຍເວລາ ແລະ ຄ່າໃຊ້ຈ່າຍໃນການໄດ້ສິ່ງນັ້ນ.

4. ເມື່ອໃດທີີ່ຈໍາເປັນຕ້ອງໄດ້ຂໍ້ມນ ພິຈາລະນາວ່າຕ້ອງໄດ້ຂໍ້ມນໄວພຽງໃດ ມີໄລຍະເວລາໃນການຕັດສິນໃຈເທົ່າໃດ.

5. ຂໍ່້ມູນທີຕອງການຈະໄດ້ມູນທີີ່ຢາກໄດ້ ມີຄຸນຄ່າຫຼາຍປານໃດພິຈາລະນາວ່າເຮົາຍິນດີຈ່າຍເງິນເທົາໃດສໍາລັບຂໍ້.

6.ຂໍ້ມູນທີີ່ຢາກໄດ້ນັ້ນມີ ຫຼື ບໍຖ້າຂໍ້ມູນທີີ່ເຮົາຢາກໄດ້ມີຢູ່ແລ້ວ ພິຈາລະນາວ່າມັນຈະຊ່ວຍຫຍັງໄດ້ແດ່ໃນການແກ້ໄຂບັນຫາປັດຈຸບັນ ຄ່າໃຊ້ຈ່າຍຈະເປັນເທົ່າໃດທີີ່ຈະໃຫ້ໄດ້ຂໍ້ມູນ ເວລາທີຕ້ອງໃຊ້ໃນການໄປເອົາຂໍ້ມູນ ແລະ ຂໍ້ມູນນັ້ນຈະໝ້າ ຫຼື ຫຼັງ ເມືອໄດ້ມາແລ້ວ.

7.ຈະຕັດສິນໃຈໂດຍບໍມີຂໍ້ມູນໄດ້ ຫຼື ບໍ່ ພິຈາລະນາຜົນທີີ່ຈະເກີດຂຶ້ນຈາກການບໍໄດ້ຂໍ້ມູນ ແລະ ການຕັດສິນໃຈຜິດ.

ຖ້າຜູ້ບໍລິຫານຕອບຄໍາຕອບຂ້າງຕົ້ນໄດ້ແລ້ວ ຈະໃຊ້ເປັນຂໍ້ມູນເພື່ອຕັດສິນໃຈວ່າ ຈໍາເປັນຕ້ອງໄດ້ຂໍ້ມູນການຕະຫຼາດຈາກການວິໄຈເພື່ອຊ່ວຍໃນການຕັດສິນໃຈ ຫຼື ບໍ.

1.2.ການວິໄຈການຕະຫຼາດສຳລັບຜູ້ບໍລິຫານຜະລິດຕະພັນ.

ການເຮັດວິໄຈການຕະຫຼາດມີຫຼາຍຮູບແບບ ຫຼາຍວິທີແຕ່ໃນທີີ່ນີ້ຈະບໍກ່າວເຖິງວິທີ ແລະ ຂັ້ນຕອນການເຮັດວິໄຈແບບຕ່າງໆ ແຕ່ຈະສ້າງພາບໃຫ້ເຫັນວ່າ ການເຮັດວິໄຈຕະຫຼາດໃນເລື່ອງໃດໂດຍເລີີ່ມຕັ້ງແຕ່ຂັ້ນຕອນ.

1.ສຶກສາຄວາມເປັນໄປໄດ້ຂອງຕະຫຼາດ (Market Feasibility Study)

ການສຶກສາຄວາມເປັນໄປໄດ້ເພື່ອຫາໂອກາດ ຫຼື ຄວາມສາມາດຂອງຕະຫຼາດ ແລະ ທິດທາງຂອງຕະຫຼາດຜະລິດຕະພັນນັ້ນໃນອະນາຄົດ ຜົນຂອງການສຶກສາຄວາມເປັນໄປໄດ້ ຈະນໍາມາເພື່ອພິຈາລະນາປະກອບການຕັດສິນໃຈວ່າ ຄວນຈະລົງທຶນພັດທະນາຜະລິດຕະພັນນັ້ນ ຫຼື ບໍ, ຜົນຂອງການພັດທະນາຜະລິດຕະພັນນີຈະຄຸ້ມກັບການລົງທຶນບໍ່ ເຊັ່ນ: ຜູ້ທີີ່ເຮັດທຸລະກິດອະສັງຫາລິມະຊັບ ກ່ອນຈະລົງທຶນພັດທະນາສິນຄ້າຂຶ້ນມາເປັນໂຄງການບ້ານຈັດສັນຈະຕ້ອງມີການສຶກສາຕະຫຼາດເພີ່ອເບິ່ງຄວາມເປັນໄປໄດ້ຂອງໂຄງການ ຈາກທີີຕັ້ງຂອງດິນຄວນຈະສ້າງເປັນໂຄງການແບບໃດຈຶ່ງຈະມີຕະຫຼາດທີີ່ມີກໍາລັງຊື້, ຈະຕ້ອງພັດທະນາວ່າເປັນຕະຫຼາດສ່ວນໃດຈາກການສຶກສາຄວາມເປັນໄປໄດ້ ຂອງຕະຫຼາດຈະຊ່ວຍໃຫ້ຜູ້ບໍລິຫານຕັດສິນໃຈໄດ້ວ່າຄວນຈະລົງທຶນ ຫຼື ບໍຖ້າລົງທຶນຄວນຈະເປັນແບບໃດ.

2.ການວິໄຈຜູ້ບໍລິໂພກ (Consumer Research)

ການວິໄຈຜູ້ບໍລິໂພກ ເພີ່ອສຶກສາພຶດຕິກໍາຜູ້ບໍລິໂພກໃນການໃຊູ້ຈ່າຍຊື້ຜະລິດຕະພັນເຫດຜົນ ແລະ ແຮງຈູງໃຈໃນການຊື້ຜະລິດຕະພັນ ການໃຊ້ຊີວິດຄວາມເປັນຢູ່ ທັດສະນະຄະຕິທີີ່ມີຕໍຜະລິດຕະພັນ ການຍອມຮັບຜະລິດຕະພັນ ຫຼື ຄວາມມັກໃນກາສິນຄ້າ ການວິໄຈຜູ້ບໍລິໂພກຈະຊ່ວຍໃຫ້ຜູ້ບໍລິຫານການຕະຫຼາດສາມາດນໍາຜົນຂອງການວິໄຈມາວາງແຜນຜະລິດຕະພັນ ແລະ ການຕະຫຼາດໄດ້ ເພື່ອສະໜອງຄວາມພໍໃຈ ແລະ ຄວາມຕ້ອງການຂອງກຸ່ມຜູ້ບໍລິໂພກເປົ້າໝາຍ ເຊັ່ນ: ກ່ອນທີີ່ຜູ້ຜະລິດເບຍຈະໃຊ້ບັນຈຸພັນແບບກະປ໋ອງເພື່ອຂາຍກຸ່ມຜູ້ບໍລິໂພກທີີ່ມັກຄວາມສະດວກ ຜູ້ຜະລິດເບຍໄດ້ມີການວິໄຈຜູ້ບໍລິໂພກເພື່ອຫາຂໍ້ມູນວ່າ ຜູ້ບໍລິໂພກມີຄວາມຮູ້ສຶກແບບໃດຕໍ່ເບຍກະປ໋ອງ ແລະຈະຊື້ໄປດື່ມ ຫຼື ບໍ? ຖ້າຊື້ດື່ມຈະຊື້ຈາກໃສ, ດື່ມເພື່ອຫຍັງ? ຜົນຂອງການວິໄຈຈະຊ່ວຍໃຫ້ຜູ້ບໍລິຫານນໍາໄປປະກອບການຕັດສິນໃຈ ແລະ ວາງຍຸດທະສາດຜະລິດຕະພັນໄດ້.

3.ການວິໄຈຜະລິດຕະພັນ (Product Research)

ການວິໄຈຜະລິດຕະພັນອາດເຮັດໄດ້ເມືອຕ້ອງການອອກຜະລິດຕະພັນໃໝ່ ຫຼື ເມື່ອຜະລິດຕະພັນນັ້ນຢູ່ໃນຕະຫຼາດແລ້ວກໍໄດ້ກໍລະນີກ່ອນທີີຈະຜະລິດສິນຄ້າໃດໆ ອອກມາຂາຍໃນຕະຫຼາດຄວນມີການວິໄຈເພື່ອທົດສອບແນວຄວາມຄິດຜະລິດຕະພັນ (Product Concept Test) ເປັນການທົດສອບຄວາມມັກຂອງຜະລິດຕະພັນຂອງຜູ້ບໍລິໂພກເຊັ່ນ: ຖ້າຕ້ອງການຈະອອກຜະລິດຕະພັນນໍ້າໝາກໄມ້ທີີ່ບໍາລຸງສຸຂະພາບ ແລະ ບໍ່ເຮັດໃຫ້ຕຸ້ຍ ເພາະບໍມີນໍ້າຕານ ແຕ່ໃຊ້ສານຄວາມຫວານແທນ ເຮົາຄວນຈະວິໄຈແນວຄວາມຄິດຜະລິດຕະພັນກ່ອນວ່າຜູ້ບໍລິໂພກຍອມຮັບ ຫຼື ບໍ່ ແລະ ເຂົາເຈົ້າຄິດວ່າເປັນນໍ້າໝາກໄມ້ຫຍັງ, ໃຊ້ດື່ມເວລາໃດເຊັ່ນ: ດື່ມທຸກມື້ເພື່ອບໍາລຸງສຸຂະພາບ ຫຼື ໃຊ້ດື່ມເມື່ອຫິວນໍ້າ ແລະ ຖ້າເປັນແບບນັ້ນເຂົາເຈົ້າຈະມັກ ຫຼື ບໍ ບາງກໍລະນີຕ້ອງການອອກຜະລິດຕະພັນລົດດຊາດໃໝ່ ຄວນຈະຕ້ອງມີການວິໄຈລົດຊາດ ຂອງຜະລິດຕະພັນນັ້ນ (Product TasteTest) ບາງຄັ້ງອາດຕ້ອງມີການທົດສອບການຍອມຮັບຂອງຜູ້ບໍລິໂພກ ຊຶີ່ງໃນນັ້ນກໍຄືວິໄຈເພື່ອຕ້ອງການຮູ້ວ່າ ຜູ້ບໍລິໂພກເຫັນຜະລິດຕະພັນນັ້ນເປັນຜະລິດຕະພັນປະເພດໃດ ຈະພົບໄດ້ທີີ່ໃດແດ່? ຜະລິດຕະພັນຢູ່ໃນລະດັບໃດ?, ລາຄາຄວນຈະເທົ່າໃດ?, ຈະຊື້ຜະລິດຕະພັນໃຊ້ໄດ້ຢູ່ໃສ? ນອກຈາກນັ້ນຍັງຕ້ອງວິໄຈວ່າຜູ້ບໍລິໂພກຈະຍອມຮັບ ແລະ ມີຄວາມສົນໃຈ ເຂົ້າໃຈເຖິງຈຸດເດັນ ຫຼື ຈຸດຂາຍຂອງຜະລິດຕະພັນ ຫຼື ບໍ່ ແລະ ມີແນວໂນ້ມຈະຊື້ຜະລິດຕະພັນ ຫຼື ບໍ, ການວິໄຈຜະລິດຕະພັນອາດລວມໄປເຖິງການວິໄຈກາສິນຄ້າການສຶກສາວ່າຜູ້ບໍລິໂພກຍອມຮັບກາຜະລິດຕະພັນນັ້ນ ຫຼື ບໍ, ການບັນຈຸຫຸ້ມຫໍ ເພື່ອສຶກສາວ່າບັນຈຸຫຸ້ມຫໍນັ້ນຈະເຮັດໃຫ້ຜູ້ບໍລິໂພກເຂົ້າໃຈວ່າເປັນຜະລິດຕະພັນຫຍັງ ຫຼື ມີຜົນຕໍຄວາມຄາດຫວັງໃນຄຸນນະພາບສິນຄ້າ ແລະ ຄວາມຕັ້ງໃຈໃນການຊື້ສິນຄ້ານັ້ນແບບໃດ ເມື່ອເຂົ້າໃຈວ່າເປັນສິນຄ້າຫຍັງແລ້ວຈະຕ້ອງຖາມຕໍວ່າຈະຍອມຮັບສິນຄ້ານັ້ນ ຫຼື ບໍ ນັ້ນຄືການວິໄຈເພືອສຶກສາການຮັບຮູ້ (Perception) ແລະ ການຍອມຮັບ (Acceptance) ຄວາມເດັນຂອງຮູບແບບຂອງການບັນຈຸພັນໃນຮ້ານຄ້າ, ຄວາມຊັດເຈນຂອງຕົວສິນຄ້າ ແລະ ອີ່ນໆ.

4. ການວິໄຈລາຄາ (Price Research)

ການວິໄຈລາຄາຈະໄດ້ຂໍ້ມູນເພື່ອນໍາໄປໃຊ້ ເປັນແນວທາງໃນການປະເມີນຍອດຂາຍສໍາລັບຜະລິດຕະພັນ   ໃໝ່ທີີ່ຍັງບໍ່ເຄີຍມີໃນຕະຫຼາດມາກ່ອນຜູ້ບໍລິຫານຜະລິດຕະພັນອາດບໍແນ່ໃຈວ່າຈະຕັ້ງລາຄາສິນຄ້ານັ້ນເທົ່າໃດ ຜູ້ບໍລິໂພກຈຶ່ງຈະຍອມຮັບຈຶ່ງຕ້ອງມີການວິໄຈ ຫຼື ບາງກໍລະນີອາດຈະມີການວິໄຈລາຄາຜະລິດຕະພັນກາສິນຄ້າໃໝ່ແຕ່ຖ້າເປັນຜະລິດຕະພັນທີີ່ມີຢູ່ໃນຕະຫຼາດແລ້ວການອອກຜະລິດຕະພັນໃໝ່ບໍວ່າຈະເປັນກໍລະນີໃດຄວນຈະໄດ້ມີການວິໄຈເພື່ອທົດສອບຜູ້ບໍລິໂພກວ່າ ຜູ້ບໍລິໂພກມີທັດສະນະຄະຕິຕໍລາຄາຜະລິດຕະພັນປະເພດນັ້ນແບບໃດ ແລະ ຈະຍອມຮັບທີີ່ຈະຊື້ຜະລິດຕະພັນປະເພດນັ້ນໃນລາຄາລະດັບໃດ ເພື່ອເປັນປະໂຫຍດຕໍຜູ້ບໍລິໂພກໃນການກໍານົດລາຄາຜະລິດຕະພັນ ແລະໃຫ້ຜູ້ບໍລິໂພກຍອມຊື້ຜະລິດຕະພັນໃນລະດັບລາຄາທີີ່ຜູ້ຊື້ພໍໃຈ. ນອກຈາກນີ້ການວິໄຈລາຄາອາດຈະເປັນການພິຈາລະນາຜົນກະທົບຂອງການປ່ຽນແປງລາຄາ ທີີ່ອາດຈະມີຜົນຕໍຍອດຂາຍຜະລິດຕະພັນເຊັນ: ຖ້າຕ້ອງການຮູ້ວ່າການຂຶ້ນລາຄາຜະລິດຕະພັນໃນລະດັບນີ້ ຈະມີຜົນຕໍຍອດຂາຍຜະລິດຕະພັນຫຼາຍໜ້ອຍເທົ່າໃດ ຫຼື ການຫຼຸດລາຄາແຕ່ລະລະດັບຈະຊ່ວຍໃຫ້ໄດ້ສ່ວນແບ່ງຕະຫຼາດເພີີ່ມຂຶ້ນ ຫຼື ບໍ, ຫຼື ການຫຼຸດລາຄາຈະເຮັດໃຫ້ຕະຫຼາດສິນຄ້ານັ້ນຂະຫຍາຍຕົວ ຫຼື ບໍ.

5.ການວິໄຈການກະຈາຍຕົວສິນຄ້າ (Physical Distribution Research)

ສິນຄ້າອຸປະໂພກບໍລິໂພກເປັນສິນຄ້າທີີ່ຕ້ອງໃຫ້ຄວາມສໍາຄັນໃນການກະຈາຍຕົວສິນຄ້າເພາະເປັນສິນຄ້າທີີ່ເຂົ້າຫາມວນຊົນ ການວາງສິນຄ້າໄດ້ທົ່ວເຖິງ ຫຼື ບໍ ແບບໃດເປັນສິງຈໍາເປັນຫຼາຍ ຈຶ່ງຄວນມີການກວດສອບການຄ້າຍ່ອຍ (Retail Audit) ເພື່ອໃຫ້ຮູ້ປະລິມານການຂາຍໃນຮ້ານຂາຍຍ່ອຍ ປະລິມານທີີ່ຜູ້ຄ້າຍ່ອຍຊື້ຈາກຜູ້ສົ່ງ ຫຼື ຜູ້ຜະລິດ ໄລຍະເວລາການລະບາຍສິນຄ້າໃນສາງສ່ວນແບ່ງຕະຫຼາດຂອງແຕ່ລະກາສິນຄ້າ (Brand Share) ເພື່ອໃຫ້ຮູ້ຈຸດອ່ອນຈຸດແຂງຂອງກາສິນຄ້າ ຂອງເຮົາທຽບກັບຄ່ແຂ່ງຂັນ ເພື່ອເປັນຍຸດທະສາດການຕະຫຼາດຕໍໄປ.

6.ການວິໄຈໂຄສະນາ ແລະ ການສົ່ງເສີມການຂາຍ (Advertising and Sale Promotion Campaign Research)

ເມືອຜະລິດສິນຄ້າແລ້ວ ແລະ ຕ້ອງການໂຄສະນາສິນຄ້າເພື່ອໃຫ້ຜູ້ບໍລິໂພກຮູ້ຈັກ ແລະ ຊື້ສິນຄ້າ ດັ່ງນັ້ນ, ຈະຕ້ອງຫາແນວຄວາມຄິດໃນການສະເໜີຂາຍຜະລິດຕະພັນ ຊຶີ່ງຈະຕ້ອງມີການວິໄຈເພີ່ອສຶກສາເບິີ່ງວ່າ ແນວຄິດການໂຄສະນານັ້ນຈະເປັນທີີ່ຍອມຮັບຂອງຜູ້ບໍລິໂພກ ພຽງໃດເມື່ອເຫັນໂຄສະນາແລ້ວເຂົ້າໃຈວ່າສິນຄ້ານັ້ນເປັນສິນຄ້າຫຍັງ,ເປັນສິນຄ້າແບບໃດ, ລະດັບໃດ, ເພື່ອໃຜ, ຄວນຈະຫາຊື້ໄດ້ຈາກໃສ ແລະ ໂຄສະນານັ້ນຈະກະຕຸ້ນໃຫ້ຜູ້ບໍລິໂພກຍາກທົດລອງສິນຄ້າ ຫຼື ບໍ, ນັ້ນກໍຄືການທົດສອບແນວຄິດການໂຄສະນາ, ການໂຄສະນາສິນຄ້າມີສ່ວນສໍາຄັນຫຼາຍຕໍພາບພົດຜະລິດຕະພັນ ແລະ ຈະມີຜົນຕໍການຊື້ສິນຄ້ານັ້ນດ້ວຍ ການວິໄຈໂຄສະນາຈະຊ່ວຍໃຫ້ຜູ້ບໍລິຫານກາສິນຄ້ານັ້ນໄດ້ຮູ້ວ່າຜູ້ບໍລິໂພກມີຄວາມຄິດແບບໃດ ຫຼື ຮູ້ສຶກແບບໃດຕໍກາສິນຄ້ານັ້ນ ເມື່ອທຽບກັບຂອງຄູ່ແຂ່ງຂັນ ຈະເຮັດໃຫ້ຜູ້ບໍລິຫານກາສິນຄ້ານັ້ນໄດ້ຮູ້ຈຸດແຂງຂອງຕົນ ຫຼື ຈຸດອ່ອນເພື່ອແກູ້ໄຂ. ການວິໄຈການສົ່ງເສີມການຂາຍ ຈະຊ່ວຍໃຫ້ຜູ້ບໍລິຫານກາສິນຄ້ານັ້ນໄດ້ຮູ້ປະສິດທິຜົນຂອງການສົ່ງເສີມການຂາຍນັ້ນ ເພື່ອໃຫ້ຮູ້ວ່າການສົ່ງເສີມການຂາຍນັ້ນຊ່ວຍເພີ່ມການຊື້ແບບບໍໄດ້ຕັ້ງໃຈ ຫຼື ບໍ, ຜູ້ບໍລິໂພກມີຄວາມເຂົ້າໃຈໃນການສົ່ງເສີມການຂາຍຫຼາຍໜ້ອຍພຽງໃດ, ມີີຄວາມຕ້ອງການຮ່ວມໃນການສົງເສີມນັ້ນ ຫຼື ບໍ, ມັກ ຫຼື ບໍ, ການສົງເສີມການຂາຍຊ່ວຍເພີີ່ມຄວາມຈົງຮັກພັກດີໃນກາສິນຄ້າ ຫຼື ບໍ, ສິີ່ງເຫຼົ່ານີ້ຈະຊ່ວຍໃຫ້ປະເມີນຜົນຜົນໄດ້ວ່າປະສົບຄວາມສໍາເລັດ ຫຼື ບໍ, ມີຂໍ້ຜິດພາດທີີ່ຈະຕ້ອງແກ້ໄຂຢູ່ໃສແດ່ ຖ້າຈະມີການສົ່ງເສີມການຂາຍໃນອະນາຄົດ.

1.3.ການນຳເອົາຜົນການວິໄຈໄປໃຊ້ໃນການບໍລິຫານຜະລິດຕະພັນ.

ແມ່ນຂໍ້ມູນຈາກການວິໄຈຈະສາມາດນໍາເອົາໄປໃຊ້ໃນການບໍລິຫານຜະລິດຕະພັນໃຫ້ມີປະສິດທິພາບຫຼາຍຂຶ້ນຕັ້ງແຕ່ກ່ອນຈະເລີ່ມນໍາສິນຄ້າອອກສູ່ຕະຫຼາດ ຈົນເຖິງອອກຕະຫຼາດໄປແລ້ວ. ການໃຊ້ຂໍ້ມູນຜົນການວິໄຈຈະຊ່ວຍໃນດ້ານການເລືອກຕໍາແໜ່ງຜະລິດຕະພັນ ເຊິີ່ງຜະລິດຕະພັນຄວນຈະມີຈຸດເດັ່ນຫຍັງ, ມີພາບພົດແບບໃດຈຶ່ງຈະບໍ່ຊໍ້າ ຫຼື ຄ້າຍຄືກັບຜະລິດຕະພັນຄູ່ແຂ່ງ ນອກຈາກນີ້ຂໍ້ມູນຈາກການວິໄຈຈະຊ່ວຍໃຫ້ຜູ້ບໍລິຫານຮູ້ວ່າຍັງມີຊ່ອງວ່າງໃນຕະຫຼາດຢູ່ໃສ ທີີ່ຈະວາງຕໍາແໜ່ງຜະລິດຕະພັນທີີ່ບ່ອນນັ້ນໄດ້ ເພາະການວາງຕໍາແໜ່ງຜະລິດຕະພັນໃນຊ່ອງວ່າງຂອງຕະຫຼາດຄື ການເຂົ້າໄປສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໃນຈຸດທີີ່ຜູ້ບໍລິໂພກມີຄວາມຕ້ອງການສູງ ແຕ່ຍັງບໍມີຜະລິດຕະພັນໃດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກກຸ່ມນັ້ນໄດ້ ການທີີ່ເຮົາເຂົ້າໄປໃນຊ່ອງວາງຂອງຕະຫຼາດນັ້ນ ຈະເປັນຜະລິດຕະພັນທີີ່ແກ້ບັນຫາຂອງຜູ້ບໍລິໂພກໄດ້ກົງກັບທີີ່ຜູ້ບໍລິໂພກຕ້ອງການ.

ຂໍ້ຄວນລະວັງໃນການໃຊ້ຂໍ້ມູນ:

ການທີີ່ຈະນໍາຂໍ້ມູນ ມາໃຊ້ເປັນເຄື່ອງມືໃນການຕັດສິນຂອງຜູ້ບໍລິຫານນັ້ນຈະຕ້ອງມີຄວາມລະວັງໃນການໃຊ້ຂໍ້ມູນ ເພາະຂໍ້ມູນທີີ່ໄດ້ຈາກການວິໄຈອາດຈະບໍຖືກຕ້ອງນັ້ນຄືຕ້ອງໝັ້ນໃຈວ່າການວິໄຈນັ້ນເລີີ່ມຕົ້ນດ້ວຍວິທີການທີີ່ຖກຕ້ອງ ຕະຫຼອດຈົນນໍາຂໍ້ມູນທີີ່ໄດ້ນັ້ນມາວິເຄາະຢ່າງຖືກຕ້ອງ. ດັ່ງນັ້ນ, ຜູ້ບໍລິຫານຄວນຈະຕ້ອງໃສ່ໃຈໃນສິີ່ງເຫຼົ່ານີ້:

1. ການເລືອກວິທີການວິໄຈຖືກຕ້ອງ ຫຼື ບໍ.

2. ການສຸ່ມຕົວຢ່າງເຮັດໃຫ້ເກີດຄວາມລໍາອຽງ ຫຼື ບໍ.

3. ແບບສອບຖາມທີີ່ໃຊ້ນັ້ນເປັນຄໍາຖາມນໍາ ຫຼື ບໍ ມີຄວາມເປັນກາງ ຫຼື ບໍ.

4. ການຄວບຄຸມການອອກສະໜາມຂອງຜູ້ວິໄຈເຊັ່ນ: ໄລຍະເວລາທີີ່ອອກວິໄຈ, ການເລືອກ ແລະ ການອົບຮົມພະນັກງານວິໄຈ ແລະ ການກວດສອບຂໍ້ມູນ.

          5. ການເລືອກໃຊ້ສະຖິຕິໃນການວິເຄາະຂໍ້ມູນຖືກຕ້ອງ ຫຼື ບໍ.

ບາງຄັ້ງຜົນຂອງການວິໄຈທີີ່ໄດ້ມາກົງກັບຄວາມຄິດ ຫຼື ຄວາມເຊື່ອຂອງຜູ້ບໍລິຫານ ກໍຈະເຮັດໃຫ້ຜູ້ບໍລິຫານມີຄວາມເຊື່ອ ແລະ ໝັ້ນໃຈໃນການຕັດສິນໃຈ ແຕ່ບາງຄັ້ງຂໍ້ມູນທີີ່ໄດ້ຈາກການວິໄຈອາດຈະກົງກັນຂ້າມກັບຄວາມຄິດ ຫຼື ການເບິ່ງຕະຫຼາດຂອງຜູ້ບໍລິຫານ ເຖິງຢ່າງໃດກໍຕາມ ຖ້າເປັນເຊັນນັ້ນຄວນຈະກວດສອບເບິງວ່າ ເປັນຫຍັງຂໍ້ມູນຈຶ່ງຕ່າງໄປຈາກການພິຈາລະນາຂອງເຮົາອາດຈະເປັນໄປໄດ້ວ່າຂໍ້ມູນວິໄຈອາດຈະບໍຖືກຕ້ອງເພາະວິທີການວິໄຈ ຫຼື ການສຸ່ມຕົວຢ່າງດັ່ງທີີ່ໄດ້ກ່າວແລ້ວຂ້າງຕົ້ນ ຖ້າເປັນເຊັ່ນນັ້ນກໍອາດຈະຕ້ອງມີການສຶກສາ ຫຼື ມີການວິໄຈໃໝ່ ເພື່ອໃຫ້ເກີດຄວາມໝັ້ນໃຈ ແຕ່ຖ້າການວິໄຈເຮັດຢ່າງຖືກຕ້ອງ ແລະ ມີແບບແຜນຜູ້ບໍລິຫານຄົງຈະຕ້ອງເປີດໃຈຍອມຮັບຜົນຂອງການວິໄຈທີີ່ບໍ່ກົງກັບຄວາມຄິດຂອງຕົນເອງ.

1.4.ໂຄງສ້າງ ແລະ ທິດທາງຂອງພຶດຕິກຳຜູ້ບໍລິໂພກ ທີ່ຜູ້ບໍລິຫານຜະລິດຕະພັນຄວນຮູ້.

ການບໍລິຫານຜະລິດຕະພັນໃຫ້ປະສົບຄວາມສໍາເລັດ ຈະຕ້ອງເຂົ້າໃຈວ່າຜູ້ບໍລິໂພກຕ້ອງການຫຍັງ ມີພຶດຕິກາການຊື້ ແລະ ການໃຊ້ສິນຄ້າແບບໃດ ເປັນຫຍັງຈຶງມັກ ຫຼື ບໍມັກກາສິນຄ້ານັ້ນໆ, ການໂຄສະນາມີຄວາມສໍາຄັນຕໍພາບພົດກາສິນຄ້າແບບໃດ ແລະ ມີຜົນເຮັດໃຫ້ຜູ້ບໍລິໂພກຕັດສິນໃຈຊື້ແບບໃດ, ການບັນຈຸຫຸ້ມຫໍແບບໃດຈຶ່ງຈະສ້າງການຍອມຮັບໃນຕົວສິນຄ້າ ຊື່ກາສິນຄ້າກໍ່ມີສ່ວນຕໍ່ຄວາມສໍາເລັດ ຫຼື ຄວາມລົມເຫຼວຂອງຜະລິດຕະພັນໄດ້ເຊັ່ນກັນ ສິີ່ງເຫຼົ່ານີ້ຜູ້ບໍລິຫານຜະລິດຕະພັນ ຫຼື ຜູ້ບໍລິຫານການຕະຫຼາດຈະຮູ້ໄດ້ແບບໃດ ຖ້າບໍ່ມີການເກັບຂໍ້ມູນຈາກຄວາມຄິດເຫັນຂອງຜູ້ບໍລິໂພກກຸ່ມເປົ້າໝາຍ ນັ້ນຄືຈະຕ້ອງມີການວິໄຈຢ່າງມີລະບົບ ແລະ ຂັ້ນຕອນຢ່າງເໝາະສົມເພື່ອນໍາມາໃຊ້ປະກອບການຕັດສິນໃຈ.

ເຫດຜົນຂອງການວິໄຈການຕະຫຼາດ ກໍເນື່ອງມາຈາກແນວຄວາມຄິດທາງການຕະຫຼາດທີີ່ຕ້ອງການສະໜອງຕອບຄວາມຕ້ອງການຂອງຜູ້ບໍລິໂພກ ການແຂ່ງຂັນໃນຕະຫຼາດມີຫຼາຍຂຶ້ນ ແລະ ທະວີຄວາມຮຸນແຮງຂຶ້ນເລື້ອຍໆ. ການພັດທະນາ ແລະ ປ່ຽນແປງຜະລິດຕະພັນມີຢ່າງວ່ອງໄວ ການຕັດສິນໃຈຜິດຈະກໍໃຫ້ເກີດຄວາມເສຍຫາຍທັງການລົງທຶນ ແລະ ເວລາປະກອບກັບຜູ້ບໍລິໂພກມີພຶດຕິກຳ ແລະ ການໃຊ້ຊີວິດຄວາມເປັນຢູ່ ຈຶ່ງຕ້ອງມີການວິໄຈການຕະຫຼາດ.

ຜູ້ບໍລິຫານຜະລິດຕະພັນ ຄວນມີວິໄສທັດທີີ່ກວ້າງໄກ ໂດຍມີການສຶກສາວິເຄາະເຖິງລັກສະນະເສດຖະກິດ ແລະ ສັງຄົມ, ລາຍໄດ້ປະຊາກອນ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກ ເພື່ອໃຫ້ເຫັນພາບໂຄງສ້າງລວມຂອງສັງຄົມ ເຊິີ່ງຈະຊ່ວຍໃຫ້ເຫັນໂອກາດໃໝ່ໆ ໃນອະນາຄົດໄດ້.

ใหม่กว่า เก่ากว่า