ການຕັດສິນໃຈກ່ຽວກັບຜະລິດຕະພັນ ແລະ ລາຄາກັບການບໍລິຫານຂອງອົງກອນ

 ການຕັດສິນໃຈກ່ຽວກັບຜະລິດຕະພັນ ແລະ ລາຄາກັບການບໍລິຫານຂອງອົງກອນ

1.1.ຄວາມສໍາພັນລະຫວ່າງຜະລິດຕະພັນ ແລະ ລາຄາກັບສ່ວນປະສົມການຕະຫຼາດອື່ນ.

ຜະລິດຕະພັນ, ລາຄາ, ການຈັດຈໍາໜ່າຍ ແລະ ການສົ່ງເສີມການຕະຫຼາດ ຍ່ອມມີຄວາມສໍາພັນກັນແບບແຍກບໍອອກ ໂດຍເພາະທຸກຕົວເປັນອົງປະກອບຂອງສ່ວນປະສົມການຕະຫຼາດ ການປ່ຽນແປງໃນອົງປະກອບຕົວໃດຕົວໜຶ່ງຍ່ອມມີຜົນກະທົບຕໍອົງປະກອບຂອງສ່ວນປະສົມການຕະຫຼາດອື່ນໆ ສະເໝີເຊັ່ນ: ການປ່ຽນແປງຜະລິດຕະພັນຍ່ອມມີຜົນຕໍລາຄາໃນດ້ານຕົ້ນທຶນທີີ່ຈະນໍາມາພິຈາລະນາກໍານົດລາຄາ ແລະ ການສ້າງຈິນຕາພາບຂອງຜະລິດຕະພັນ ການປ່ຽນແປງ ແລະ ພັດທະນາຜະລິດຕະພັນໃຫ້ມີຄຸນນະພາບສູງເພື່ອສະໜອງຄວາມຕ້ອງການ ແລະ ສ້າງຄວາມພໍໃຈໃຫ້ກັບຜູ້ບໍລິໂພກໄດ້ດີຂຶ້ນອາດຕ້ອງມີຕົ້ນທຶນສູງຂຶ້ນໃນແຕ່ລະໄລຍະຂອງວົງຈອນຊີວິດຜະລິດຕະພັນ ການດໍາເນີນການໃນເລືອງລາຄາ, ການຈັດຈໍາໜ່າຍ ແລະ ການສົ່ງເສີມການຕະຫຼາດ ແມ່ນປ່ຽນແປງໄປຕາມໄລຍະວົງຈອນຊີວິດຜະລິດຕະພັນຜູ້ບໍລິຫານການຕະຫຼາດຈະຕ້ອງປັບອົງປະກອບທຸກຕົວໃຫ້ປະສົມກົມກືນກັນ ການປ່ຽນແປງ ແລະ ພັດທະນາຜະລິດຕະພັນອາດມີຄວາມສໍາພັນກັບການຈັດຈໍາໜ່າຍ ໃນດ້ານການຂົນສົ່ງ, ການເກັບຮັກສາ ແລະ ຜະລິດຕະພັນແຕ່ລະປະເພດອາດຈະມີຄວາມແຕກຕ່າງໃນການໃຊ້ຊ່ອງທາງການຈັດຈໍາໜ່າຍ ການພັດທະນາຜະລິດຕະພັນ ແລະ ການປ່ຽນແປງກ່ຽວກັບຜະລິດຕະພັນຍ່ອມມີຜົນຕໍການກໍານົດອົງປະກອບຂອງສ່ວນປະສົມການຕະຫຼາດ ຄວາມສໍາພັນຂອງຜະລິດຕະພັນກັບອົງປະກອບສ່ວນປະສົມການຕະຫຼາດຕົວອື່ນ. ອາດພິຈາລະນາໄດ້ຈາກການກໍານົດຍຸດທະສາດດ້ານຕ່າງໆ ທີີ່ເປັນອົງປະກອບ ສ່ວນປະສົມການຕະຫຼາດຕາມວົງຈອນຊີວິດຜະລິດຕະພັນ ດັ່ງຕາຕະລາງລຸ່ມນີ້:

ຕາຕະລາງ: ຄວາມສໍາພັນຂອງອົງປະກອບແຕ່ລະຕົວຂອງສ່ວນປະສົມການຕະຫຼາດຕາມວົງຈອນຊີວິດຜະລິດຕະພັນ.

ຍຸດທະສາດການຕະຫຼາດ

ໄລຍະແນະນຳ

ໄລຍະຈະເລີນເຕີບໃຫ່ຍ

ໄລຍະເຕີບໃຫ່ຍເຕັມທີ

ໄລຍະຕົກຕ່ຳ

ຜະລິດຕະພັນ

ສະເໝີຜະລິດຕະພັນທີມີພື້ນຖານທົ່ວໄປ

ເພີ່ມລັກສະນະຮູບແບບຂອງຜະລິດຕະພັນທີ່ຂາຍທັງການໃຫ້ບໍລິການ ແລະ ການຮັບປະກັນ

ເພີ່ມລັກສະນະຮູບແບບ ແລະ ກາສິນຄ້າໃຫ້ເລືອຫຼາຍຂຶ້ນ

ຫຼຸດລາຍການຜະລິດຕະພັນທີບໍ່ມີກຳໄລ

ລາຄາ

ໃຊ້ຕົ້ນທຶນບວກກຳໄລ

ຕັ້ງລາຄາເພື່ອເຈາະຕະຫຼາດ

ຕັ້ງລາຄາໃຫ້ສອດຄ່ອງ ຫຼື ດີກວ່າຄູ່ແຂງຂັນ

ຕັດລາຄາລົງ

ການຈັດຈຳໝ່າຍ

ຈັດຈຳໝ່າຍແບບຄັດເລືອກ ຫຼື ຜູກຂາດ

ຈັດຈຳໝ່າຍຢ່າງໝາແໝ້ນ

ຈັດຈຳໝ່າຍແບບໝາແໝ້ນຫຼາຍຂຶ້ນ

ມີການເລືອກຕັດຊ່ອງທາງການຈັດຈຳໝ່າຍທີ່ບໍ່ມີກຳໄລ

ການສົ່ງເສີມການຕະຫຼາດ

ສ້າງການຮູ້ຈັກສິນຄ້າໃນລະຫວ່າງບວກຍອມຮັບໃນໄລຍະທຳອິດ ແລະ ຜູ້ຂາຍຄົນກາງໃຊ້ການສົ່ງເສີມການຂາຍທີ່ຫຼາຍ ເພື່ອຊັກຊວນໃຫ້ເກີດການທົດລອງໃຊ້

ສ້າງການຮູ້ຈັກສິນຄ້າ ແລະ ຄວາມສົນໃຈໃນຕະຫຼາດສ່ວນໃຫ່ຍ ຫຼຸດການສົ່ງເສີມການຂາຍເນື່ອງຈາກຄວາມຕ້ອງການຂອງຜູ້ບໍລິໂພກຫຼາຍຂຶ້ນ

ເນັ້ນຄວາມແຕກຕ່າງໃນກາສິນຄ້າ ແລະ ຜົນປະໂຫຍດຂອງສິນຄ້າເພີ່ມຄວາມພະຍາຍາມໃນການກະຕຸ້ນໃຫ້ມີການປ່ຽນມາໃຊ້ກາສິນຄ້າຂອງທຸລະກິດ

ຫຼຸດໂຄສະນາລົງໃຫ້ເຫຼື່ອເທົ່ທີ່ຈຳເປັນສຳລັບລູກຄ້າທີ່ຊື່ສັດຫຼຸດການສົ່ງເສີມການຂາຍລົງຢູ່ໃນລະດັບຕ່ຳ

 

ຊ່ອງທາງການຈັດຈໍາໜ່າຍ ນອກຈາກຈະມີຄວາມສໍາພັນກັບຜະລິດຕະພັນດັ່ງກ່າວແລ້ວ ຍັງມີຄວາມສໍາພັນກັບລາຄາໃນດ້ານຕົ້ນທຶນ ການໃຊ້ຊ່ອງທາງບາງຊ່ອງທາງອາດເຮັດໃຫ້ເສຍຄ່າໃຊ້ຈ່າຍສູງ ບາງຊ່ອງທາງອາດເສຍຄ່າໃຊ້ຈ່າຍຕໍ່າແຕກຕ່າງກັນ ການພັດທະນາ ແລະ ປ່ຽນແປງຊ່ອງທາງການຈັດຈໍາໜ່າຍຈຶ່ງມີຜົນກະທົບຕໍລາຄາໃນດ້ານຕົ້ນທຶນ ແລະ ການກໍານົດລາຄາຢູ່ຫຼາຍ ຄວາມສໍາພັນກັບຜະລິດຕະພັນ ການພັດທະນາຊ່ອງທາງອາດມີຜົນຕໍຄວາມຈໍາເປັນໃນການພັດທະນາຜະລິດຕະພັນທີີ່ນອກເໜືອໄປຈາການຂົນສົ່ງເຊັ່ນ: ຮູບແບບຂອງຜະລິດຕະພັນ, ຂະໜາດ, ການບັນຈຸຫຸ້ມຫໍ ແລະ ວັດສະດຸທີີ່ໃຊ້ໃນສ່ວນທີີ່ກ່ຽວກັບການສົ່ງເສີມການຕະຫຼາດນັ້ນກໍຈະມີຄວາມສໍາພັນກັນດ້ວຍເຊັນກັນ ການປັບປ່ຽນພັດທະນາຊ່ອງທາງການຈັດຈໍາໜ່າຍມີຜົນກະທົບຕໍການເລືອກໃຊ້ ແລະ ກໍານົດສັດສ່ວນຂອງອົງປະກອບແຕ່ລະຕົວໃນການສົ່ງເສີມການຕະຫຼາດທີີ່ແຕກຕ່າງກັນອອກໄປ.

ຕາມແນວຄວາມຄິດຂອງສ່ວນປະສົມການຕະຫຼາດຄື “ການປະສົມທີີ່ເຂົ້າກັນໄດ້ຢ່າງດີ ເປັນໜຶ່ງອັນດຽວກັນຂອງການກໍານົດລາຄາ ການສົ່ງເສີມການຕະຫຼາດຜະລິດຕະພັນທີີ່ສະເໜີຂາຍ ແລະ ລະບົບການຈັດຈໍາໜ່າຍ ເຊິີ່ງໄດ້ມີການຈັດອອກແບບເພື່ອໃຫ້ສາມາດເຂົ້າເຖິງກຸ່ມຜູ້ບໍລິໂພກທີີ່ຕ້ອງການ”.

ຈະເຫັນໄດ້ວ່າປັດໄຈຕ່າງໆ ມີຄວາມສໍາຄັນຕໍຄວາມສໍາເລັດຂອງເປົ້າໝາຍການຕະຫຼາດຂອງໜ່ວຍງານນັ້ນ ເຖິງຜະລິດຕະພັນຈະດີພຽງໃດກໍຕາມ ຫາກການຈັດຈໍາໜ່າຍຍັງອ່ອນໂອກາດທີີ່ຈະລົມເຫຼວກໍມີຫຼາຍ.

ຍຸດທະສາດທີີ່ສໍາຄັນຂອງການຈັດການສ່ວນປະສົມການຕະຫຼາດໝາຍເຖິງການເຮັດໃຫ້ອົງປະກອບທຸກຕົວຢູ່ໃນອັດຕາສ່ວນທີີ່ພໍດີກັນ ເຊິີ່ງແບ່ງເປັນອົງປະກອບຕ່າງໆ ໄດ້ເປັນ 4 ຕົວຄື:

1. ສິນຄ້າ ຫຼື ບໍລິການ.

2. ລາຄາ.

3. ການຈັດຈໍາໜ່າຍ.

4. ການສົ່ງເສີມການຕະຫຼາດ.

        ເຊິີ່ງອົງປະກອບທັງ 4 ຕົວນີ້ເນື່ອງຈາກມີຄວາມສໍາພັນກັນແບບແຍກບໍ່ອອກຈຶ່ງຕ້ອງມີການພັດທະນາຄວບຄູ່ກັນໄປເພືອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ຫຼື ຜູ້ຊື້ ຄວາມສໍາເລັດຂອງການຕະຫຼາດຈຶ່ງຢູ່ທີີ່ການປຸງແຕ່ງ “ສ່ວນປະສົມການຕະຫຼາດ” ເພື່ອຕອບສະໜອງຄວາມຈໍາເປັນ ແລະ ຄວາມຕ້ອງການຂອງ “ຕະຫຼາດເປົ້າໝາຍ” ການພັດທະນາສ່ວນປະສົມການຕະຫຼາດໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ຢ່າງແທ້ຈິງ ຜູ້ບໍລິຫານການຕະຫຼາດຈະຕ້ອງສຶກສາຕະຫຼາດເປົ້າໝາຍ ຈຶ່ງໝາຍເຖິງຜູ້ບໍລິໂພກໃຫ້ຮູ້ໄດ້ວ່າຜູ້ບໍລິໂພກຕ້ອງການຫຍັງ, ມີພຶດຕິກໍາການຊື້ແບບໃດ ເພື່ອໃຫ້ສາມາດດໍາເນີນການຍຸດທະສາດທາງການຕະຫຼາດໃນດ້ານຕ່າງໆ ທີີ່ເປັນອົງປະກອບຂອງສ່ວນປະສົມການຕະຫຼາດໃຫູ້ເໝາະສົມ, ປະສົມກົມກນກັນເປັນຢ່າງດີ ເພືອໃຫ້ສາມາດຕອບສະໜອງຕະຫຼາດເປົ້າໝາຍໄດ້ຢ່າງແທ້ຈິງ 

1.2.ບົດບາດພຶດຕິກຳຜູ້ບໍລິໂພກຕໍ່ຜະລິດຕະພັນ ແລະ ລາຄາ.

ພຶດຕິກໍາຜູ້ບໍລິໂພກຕໍຜະລິດຕະພັນ ແລະ ລາຄາ ພຶດຕິກໍາຜູ້ບໍລິໂພກມີບົດບາດສໍາຄັນຕໍຜະລິດຕະພັນ ແລະ ລາຄາຫຼາຍ ຕາມແນວຄວາມຄິດການຕະຫຼາດ ຜູ້ບໍລິຫານຈະປະສົບຜົນສໍາເລັດໃນດ້ານການຕະຫຼາດ ຫຼື ບໍ ແມ່ນຂຶ້ນກັບຄວາມສາມາດໃນການສະໜອງຄວາມຕ້ອງການ ແລະ ສ້າງຄວາມເພິງພໍໃຈໃຫ້ກັບຜູ້ບໍລິໂພກ, ການຜະລິດຜະລິດຕະພັນຈະຕ້ອງກົງຕໍຄວາມຕ້ອງການຂອງຜູ້ບໍລິໂພກ ການກໍານົດລາຄາຈະຕ້ອງເປັນລາຄາທີີ່ຜູ້ບໍລິໂພກພໍໃຈສາມາດສ້າງພາບພົດໃຫູ້ແກ່ຜະລິດຕະພັນໄດູ້ ຂໍ້ມູນທີີ່ສໍາຄັນທີີ່ນໍາມາໃຊ້ໃນການພັດທະນາຜະລິດຕະພັນ ແລະ ກໍານົດລາຄາໃຫູ້ກົງຕາມຄວາມຕ້ອງການ ແລະ ສ້າງຄວາມເພິີ່ງພໍໃຈໃຫູ້ຜູ້ບໍລິໂພກໄດູ້ ຂໍ້ມນນັ້ນຄວນເປັນຂໍ້ມູນທີີ່ໄດ້ມາຈາກຜູ້ບໍລິໂພກ.

        ພຶດຕິກໍາຜູ້ບໍລິໂພກທີີ່ມີອິດທິພົນຕໍຜະລິດຕະພັນ ແລະ ລາຄາ ໝາຍເຖິງການສະແດງອອກຂອງຜູ້ບໍລິໂພກໃນການຈັດຫາສິີ່ງຈໍາເປັນສໍາລັບຄວາມເປັນຢູ່ໃນຊີວິດປະຈໍາວັນ ຄືສິນຄ້າ ແລະ ບໍລິການໃນລະດັບລາຄາທີີ່ເພິີ່ງພໍໃຈ ຄວາມເຂົ້າໃຈພຶດຕິກໍາ ແລະ ຂະບວນການຊື້ຂອງຜູ້ບໍລິໂພກ ຈະເຮັດໃຫ້ຜູ້ບໍລິຫານການຕະຫຼາດສາມາດທໍານາຍພຶດຕິກໍາຂອງຜູ້ບໍລິໂພກ ຜົນຈາກການທໍານາຍພຶດຕິກໍາຜູ້ບໍລິໂພກເຮັດໃຫູ້ນັກການຕະຫຼາດສາມາດອອກແບບ ແລະ ກໍານົດຍຸດທະສາດດ້ານຜະລິດຕະພັນ ແລະ ລາຄາໃຫູ້ສາມາດເຂົ້າເຖິງຜູ້ບໍລິໂພກ ແລະ ສ້າງອິດທິພົນທີີ່ຈະໃຫ້ຜູ້ບໍລິໂພກຊື້ຜະລິດຕະພັນທີີ່ຜູ້ບໍລິຫານການຕະຫຼາດນໍາສະເໜີໃນຕະຫຼາດ ຈຶງກ່າວໄດ້ວ່າຄວາມຮູ້ກ່ຽວກັບພຶດຕິກໍາຜູ້ບໍລິໂພກ ຈະເຮັດໃຫ້ປະສົບຄວາມສໍາເລັດໃນການກໍານົດຍຸດທະສາດການຕະຫຼາດ

ພຶດຕິກໍາຜູ້ບໍລິໂພກມີລັກສະນະທີີ່ສໍາຄັນ 3 ປະການ ຫຼື ອາດເອີ້ນໄດ້ວ່າ: ເປັນປັດໄຈທີີ່ເຮັດໃຫ້ເກີດພຶດຕິກໍາ ຄື:

1.ມີສາເຫດທີີ່ເຮັດໃຫ້ເກີດພຶດຕິກໍາ.

2.ມີແຮງກະຕຸ້ນທີີ່ເຮັດໃຫ້ເກີດພຶດຕິກໍາ.

3.ມີຈຸດມຸ່ງໝາຍ.

ປັດໄຈສໍາຄັນທີມີອິດທິພົນຕໍການຊື້ຂອງຜູ້ບໍລິໂພກຄື:

1.ວັດທະນະທໍາເຊິີ່ງປະກອບດ້ວຍວັດທະນະທໍາຍ່ອຍ ແລະ ຊັ້ນທາງສັງຄົມ ເຊິ່ງແຕ່ລະວັດທະນະທໍາຍ່ອຍ ແລະ ແຕ່ລະລະດັບຊັ້ນສັງຄົມ ມີພຶດຕິກໍາການຊື້ທີີ່ແຕກຕ່າງກັນ.

2.ສັງຄົມປະກອບດ້ວຍກຸ່ມອ້າງອີງ, ຄອບຄົວ, ບົດບາດ ແລະ ສະຖານະພາບຂອງບຸກຄົນ.

3.ຕົວບຸກຄົນ ເຊິ່ງປະກອບດ້ວຍ ອາຍຸ, ວັດທະຈັກຄອບຄົວ, ອາຊີບ, ໂຄງສ້າງເສດຖະກິດ, ແບບການດໍາເນີນຊີວິດ ແລະ ບຸກຄະລິກລັກສະນະ.

4.ຈິດຕະວິທະຍາ ເຊິ່ງປະກອບດ້ວຍການຈູງໃຈ, ການຮັບຮູ້, ການຮຽນຮູ້, ຄວາມເຊື່ອ ແລະ ທັດສະນະຄະຕິ.

ປັດໄຈທັງ 4 ປະການດັ່ງກ່າວ ເປັນສິີ່ງທີີ່ເຮັດໃຫ້ພຶດຕິກໍາການຊື້ຂອງຜູ້ບໍລິໂພກແຕ່ລະລາຍແຕກຕ່າງກັນຕາມສາເຫດແຮງກະຕຸ້ນ ແລະ ເປົ້າໝາຍ ການຊື້ຂອງຜູ້ບໍລິໂພກອາດຈໍາແນກຂະບວນການຊື້ຂອງຜູ້ບໍລິໂພກອອກເປັນ 5 ຂັ້ນຕອນຄື:

1. ການຮັບຮູ້ຄວາມຕ້ອງການ ເປັນການຮັບຮູ້ຂອງຜູ້ບໍລິໂພກວ່າ ຕ້ອງການຜະລິດຕະພັນໃດໃນລະດັບລາຄາໃດ.

2. ການຄົ້ນຫາຂໍ້ມູນ ເພື່ອສະໜອງຄວາມຕ້ອງການຜູ້ບໍລິໂພກຈະຫາຂໍ້ມູນກ່ຽວກັບຜະລິດຕະພັນທີີ່ຕົນມີຄວາມຕ້ອງການລວມເຖິງລາຄາຂອງຜະລິດຕະພັນໃນລະດັບທີີ່ພໍໃຈ.

3. ການປະເມີນຜົນຜູ້ບໍລິໂພກຈະປະເມີນຜະລິດຕະພັນ ແລະ ລາຄາວ່າເໝາະສົມ ຫຼື ບໍ.

4. ການຕັດສິນໃຈຊື້.

5. ພຶດຕິກໍາຫຼັງຊື້ ເປັນປະຕິກິລິຍາຫຼັງການຊື້ຫາກຜູ້ບໍລິໂພກມີຄວາມພໍໃຈໃນຜະລິດຕະພັນຜູ້ບໍລິໂພກກໍຈະຊື້ຊໍາ ແລະ ເປັນລູກຄ້າທີີ່ຊື່ສັດຕໍຜະລິດຕະພັນຕໍໄປ.

ໃນດ້ານພຶດຕິກໍາການຕັດສິນໃຈຊື້ຂອງຜູ້ບໍລິໂພກ ຜູ້ບໍລິໂພກຈະພິຈາລະນາປັດໄຈ 3 ຢ່າງຄື:

1. ທັດສະນະຄະຕິຂອງຄົນອື່ນ.

2. ສະພາບການທີີ່ຄາດຄະເນໄວ້.

3. ສະພາບການທີີ່ບໍໄດ້ຄາດຄະເນ.

ທັງນີ້ເພາະເຖິງຜູ້ບໍລິໂພກຈະໄດ້ປະເມີນຜົນຈາກຂໍ້ມູນຕ່າງໆ ທີີ່ໄດ້ຮັບຈົນມາເປັນຄວາມຕັ້ງໃຈຊື້ແລ້ວກໍຕາມ ກ່ອນທີີ່ຈະຕັດສິນໃຈຊື້ກໍຍັງຕ້ອງມາພິຈາລະນາປັດໄຈດັ່ງກ່າວທັງ 3 ປະການກ່ອນຈະຕັດສິນໃຈຊື້ໃນທີີ່ສຸດ ການຊື້ຂອງຕະຫຼາດຜູ້ບໍລິໂພກ ແລະ ຕະຫຼາດຜູ້ຜະລິດມີຂະບວນການທີີ່ແຕກຕ່າງກັນຂະບວນການຊື້ຂອງຜູ້ບໍລິໂພກຈະສັນກວ່າຂະບວນການຊື້ຂອງຜູ້ຜະລິດ ຫຼື ອຸດສາຫະກໍາ ການປຽບທຽບລະຫວ່າງຂະບວນກນຊື້ໃນຕະຫຼາດຜູ້ບໍລິໂພກກັບຕະຫຼາດຜູ້ຜະລິດ ດັ່ງພາບລຸ່ມນີ້.

ການພິຈາລະນາກໍານົດຍຸດທະສາດການຕະຫຼາດ ຈະປະສົບຜົນສໍາເລັດກໍຢູ່ທີີ່ຜົນການທໍານາຍພຶດຕິກໍາຜູ້ບໍລິໂພກ ຫາກສາມາດທໍານາຍພຶດຕິກໍາໄດ້ຖືກຕ້ອງແລ້ວ ການກໍານົດຍຸດທະສາດທາງການຕະຫຼາດຈະສອດຄ່ອງກັບພຶດຕິກໍາຜູ້ບໍລິໂພກ ໃນເລືອງກ່ຽວກັບຍຸດທະສາດການຜະລິດ, ຍຸດທະສາດລາຄາ, ຍຸດທະສາດການຈັດຈໍາໜ່າຍ ແລະ ຍຸດທະສາດການສົ່ງເສີມການຕະຫຼາດ.

ใหม่กว่า เก่ากว่า