ຂະບວນການບໍລິຫານຜະລິດຕະພັນ

 ຂະ​ບວນ​ການ​ບໍລິຫານ​ຜະລິດຕະພັນ

               ແນວ​ທາງ​ໃນ​ການ​ບໍລິຫານ​ກາ​ນຕະຫຼາດ​ສ່ວນ​ໃຫຍ່ ​ມີ​ເປົ້າ​ໝາຍ​ທາງ​ກາ​ນຕະຫຼາດ​ເພື່ອ​ມຸ້ງ​ເຮັດໃຫ້​ເກີດ​ການ​ແລກ​ປ່ຽນ​ໂດຍ​ພະຍາຍາມ​ຫາ​ລູກ​ຄ້າ​ລາຍ​ໃໝ່ (New Customer) ແລະ ​ພະຍາຍາມ​ຂາຍ​ສິນ​ຄ້າ​ ຫຼື ບໍລິການ​ໃຫ້​ກັບ​ລູກ​ຄ້າ​ລາຍ​ໃໝ່ ເນື່ອງ​ຈາກ​ບັນຫາ​ທາງ​ດ້ານ​ເສດຖະກິດ ​ແລະ ​ຄູ່​ແຂ່ງ​ຂັນ​ມີ​ຫຼາຍ​ຂຶ້ນ ໃນ​ການ​ກຳນົດ​ກິດຈະກຳ​ທາງ​ ກາ​ນຕະຫຼາດ​ທີ່​ມຸ້ງ​ເນັ້ນ​ການ​ບໍລິຫານ​ກາ​ນຕະຫຼາດ​ໂດຍ​ເນັ້ນ​ຜະລິດຕະພັນ (The Product Concept) ທີ່​ນັກ​ກາ​ນຕະຫຼາດ​ໃຊ້​ເປັນ​ແນວ​ທາງ​ໜຶ່ງ​ໃນ​ການ​ນຳ​ສະເໜີ​ສິນ​ຄ້າ ​ຫຼື ​ບໍລິການ​ທີ່​ມີ​ຄຸນນະພາບ ປະ​ສິດ​ທິ​ພາບ ແລະ ​​ວັດຕະ​ກຳ​ທີ່​ດີ  ດັ່ງ​ນັ້ນ ໝ້າທີ່​ສຳຄັນ​ຂອງ​ບໍລິສັດ​ ແມ່ນພະຍາຍາມ​ພັດທະນາ​ສິນ​ຄ້າ​ຢ່າງ​ຕໍ່​ເນື່ອງ ລວມທັງ​ການ​ວິ​ໄຈ ​ແລະ ​ພັດທະນາ​ຜະລິດຕະພັນ​ ດັ່ງ​ນັ້ນ ຂະ​ບວນ​ການ​ບໍລິຫານ​ຜະລິດຕະພັນ (Product Management Process) ໃນ​ແງ່​ກາ​ນຕະຫຼາດ ຈຶ່ງ​ໝາຍ​ເຖິງ ການສ້າງ  ການ​ວິ​ເຄາະ ການ​ຈັດ​ອົງກອນ  ກາ​ນວາງ​ແຜນ  ການ​ປະຕິບັດ​ຕາມ​ແຜນ ແລະ​ ການ​ຄວບ​ຄຸມ​ໃນ​ຜະລິດຕະພັນ​ເດີມ ​ແລະ ​ຜະລິດຕະພັນ​ໃໝ່​ຂອງ​ອ​ງ​ົງກອນ  ເພື່ອສະໝອງ​ຄວາມ​ຈຳ​ເປັນ ​ແລະ​ ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ໃຫ້​ເກີດ​ຄວາມ​ພຶງ​ພໍ​ໃຈ ຂະນະ​ດຽວ​ກັນ​ກໍ​ບັນ​ລຸ​ວັດ​ຖຸ​ປະສົງ​ຂອງ​ອ​ົງກອນ.​

1.1.ອົງ​ປະກອບ​ຂະ​ບວນ​ການ​ຂອງ​ການ​ບໍລິຫານ​ຜະລິດຕະພັນ.

ອົງ​ປະກອບ​ຂະ​ບວນ​ການ​ບໍລິຫານ​ຜະລິດຕະພັນ​ມີຄວາມສຳຄັນ 4 ປະ​ການດັ່ງນີ້:

-      ມີ​ລັກສະນະ​ເປັນ​ຂະ​ບວນ​ການ​ຂອງ​ການ​ບໍລິຫານ.

-      ເປັນ​ຜະລິດຕະພັນ​ເດີມ ​ແລະ ​ຜະລິດຕະພັນ​ໃໝ່​ຂອງ​ທຸລະກິດ.

-      ມີ​ວັດ​ຖຸ​ປະສົງ​ການ​ບໍລິຫານ​ຜະລິດຕະພັນ​ຕາມ​ແນວ​ຄວາມ​ຄິດ​ທາງ​ກາ​ນຕະຫຼາດ.

-      ຕ້ອງ​ບັນ​ລຸ​ວັດ​ຖຸ​ປະສົງ​ຂອງ​ອ​ົງກອນ.

1.2.ລຳ​ດັບ​ຂັ້ນ​ຕອນ​ໃນ​ຂະ​ບວນ​ການ​ບໍລິຫານ​ຜະລິດຕະພັນ.

ລຳ​ດັບ​ຂັ້ນ​ຕອນ​ໃນ​ຂະ​ບວນ​ການ​ບໍລິຫານ​ຜະລິດຕະພັນປະກອບ​ດ້ວຍ​ລາຍ​ລະອຽດດັ່ງ​ນີ້:

1.ການສ້າງ​ຄວາມ​ຄິດ​ກ່ຽວກັບ​ຜະລິດຕະພັນ (Generating) ໂດຍ​ທຸລະກິດ​ຈະ​ພິຈາລະນາ​ວ່າ ຄວນ​ຈະ​ຜະລິດ​ສິນ​ຄ້າ​ຫຍັງ ເພື່ອສະໝອງອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ກຸ່ມ​ໃດ.

2.ການ​ວິ​ເຄາະ (Analytical)  ໝາຍ​ເຖິງ ການ​ວິ​ເຄາະ​ເຖິງ​ລັກສະນະ​ຄວາມ​ຕ້ອງ​ການ​ຂອງ​ພຶດຕິກຳ​ຕ​ະຫຼາດ (ລູກ​ຄ້າ)  ທີ່​ເປັນ​ເປົ້າ​ໝາຍ​ທີ່​ມີ​ຕໍ່​ຄວາມ​ຄິດ​ດ້ານ​ຜະລິດຕະພັນ​ຂອງ​ບໍລິສັດ ລວມທັງ​ສິ່ງ​ແວດ​ລ້ອມ​ດ້ານ​ການ ແຂ່ງ​ຂັນ ເສດຖະກິດ ສັງຄົມ ການ​ເມືອງ ກົດໝາຍ ເທກ​ໂນ​ໂລ​ຢີ  ຊັບພະຍາກອນ ແລະ ອື່ນໆ  ຊຶ່ງ​ຂໍ້​ມູນ​ກ່ຽວກັບ​ລູກ​ຄ້າ​ ແລະ ສິ່ງ​ແວດ​ລ້ອມ​ທີ່​ໄດ້​ຈາກ​ການ​ວິ​ເຄາະ​ຈະ​ເຮັດໃຫ້​ຮູ້ວ່າ  ຄວາມ​ຄິດ​ເຫັນ​ດ້ານ​ຜະລິດຕະພັນ​ຂອງ​ບໍລິສັດ​ມີ​ຄວາມ​ເປັນ​ໄປ​ໄດ້​ຫຼາຍ​ນ້ອຍ​ພຽງ​ໃດ.

3.ການ​ຈັດ​ອ​ົງກອນ (Organizing)  ເປັນ​ການ​ກຳນົດ​ໝ້າທີ່ ​ແລະ ​ຄວາມ​ຮັບ​ຜິດຊອບ​ຂອງ​ບຸກ​ຄະລາກ​ອນ​ທີ່​ມີ​ຕໍ່​ການ​ບໍລິຫານ​ຜະລິດຕະພັນ  ຫຼັງ​ຈາກ​ຜ່ານ​ການ​ວິ​ເຄາະ​ຂໍ້​ມູນ​ໃນ​ຂັ້ນ​ທີ່ 2  ແລ້ວ ຊຶ່ງ​ຈະ​ອະທິບາຍ​ໃນ​ບົດ​ບາດ ​ແລະ​ ຫນ້າທີ່​ຂອງ​ຜູ້​ຈັດການ​ຜະລິດຕະພັນ.

1.3.ການ​ບໍລິຫານ​ຜະລິດຕະພັນ​ກັບ​ການ​ບໍລິຫານ​ງານ​ດ້ານ​ອື່ນໆ.

ການ​ບໍລິຫານ​ດ້ານ​ຜະລິດຕະພັນ​ຈະ​ກ່ຽວ​ຂ້ອງ​ກັບ​ການ​ບໍລິຫານ​ງານ​ດ້ານ​ອື່ນໆ ດັ່ງ​ນີ້:

1.ການ​ຜະລິດ (Manufacturing) 

ແມ່ນເປັນ​ຂະ​ບວນ​ການ​ນຳ​ປັດ​ໄຈ​ການ​ຜະລິດມາ​ຜະລິດ​ສິນ​ຄ້າ ​ຫຼື ບໍລິການ ກຳ​ລັງ​ການ​ຜະລິດ​ຈະ​ເປັນ​ຕົວ​ກຳນົດ​ຄວາມ​ສາມາດ​ໃນ​ການ​ຜະລິດ​ສິນ​ຄ້າ ມີ​ການ​ຄາດ​ຄະ​ເນຍ​ອດ​ຂາຍ​ຂອງ​ຜະລິດຕະພັນ​ຈະ​ເປັນ​ສິ່ງ​ຈຳ​ເປັນ​ໃນ​   ກາ​ນວາງ​ແຜນ​ຕາ​ຕະລາງ​ການ​ຜະລິດ​ໃຫ້​ມີ​ປະ​ສິດ​ທິ​ພາບ.

2.ການ​ເງິນ (Financing) 

ທຸລະກິດ​ຕ້ອງ​ຫາ​ຂໍ້​ມູນ​ດ້ານ​ການ​ເງິນ​ກ່ຽວກັບ​ຕົ້ນ​ທິນ ລາຍ​ໄດ້​ຈາກ​ການ​ຂາຍ ແລະ ​ກຳ​ໄລທີ່​ຈະ​ເກີດ​ຈາກ​ການ​ສະເໜີ​ຂາຍ​ຜະລິດຕະພັນ ຕະຫຼອດ​ຈົນ​ການ​ຈັດ​ເຮັດ​ງົບ​ການ​ເງິນ​ສຳລັບ​ຜະລິດ​ຕະພັນ​ແຕ່​ລະ​ຊະນິດ ຂໍ້​ມູນ​ດ້ານ​ການ​ເງິນ​ຈະ​ຖືກ​ນຳ​ໄປ​ໃຊ້​ໃນ​ການ​ຕັດ​ສິນ​ໃຈ​ກ່ຽວກັບ​ຜະລິດຕະພັນ​ໃໝ່ ​ແລະ ​ປະ​ເມີນ​ຜົນ​ການ​ດຳ​ເນີນ​ງານ ລວມ​ທັງ​ການ​ຈັດ​ຫາ​ ແລະ​ ຈັດ​ສັນ​ເງິນ​ທຶນ​ສຳລັບ​ຜະລິດຕະພັນ​ເກົ່າໆ ແລະ​ ຜະລິດຕະພັນ​ໃໝ່​.

3.ການ​ບັນ​ຊີ (Accounting)

ເປັນ​ການ​ບັນ​ທຶກ​ຂໍ້​ມູນ​ທາງ​ການ​ບັນຊີ ​ຊຶ່ງ​ຈະ​ກ່ຽວ​ຂ້ອງ​ກັບ​ລາຍ​ໄດ້ ລາຍ​ຈ່າຍ ຕົ້ນ​ທຶນ​ຂອງ​ຜະລິດຕະພັນ ຈະ​ເຮັດໃຫ້​ຮູ້​ເຖິງ​ຜົນ​ການ​ດຳ​ເນີນ​ງານ​ສຳລັບ​ຜະລິດຕະພັນ​ແຕ່​ລະ​ຊະນິດ  ຕະຫຼອດ​ທັງ​ຮູ້​ເຖິງ​ໂຄງ​ສ້າງ​ຕົ້ນ​ທຶນ ກຳ​ໄລ​ສ່ວນ​ເກີນ ​ແລະ​ ກຳ​ໄລ​ສຸດ​ທິ  ສຳລັບ​ຜະລິດຕະພັນ​ຕ່າງໆ ຂອງ​ກິດຈະການ​ຊຶ່ງ​ຂໍ້​ມູນ​ເຫຼົ່າ​ນີ້​ຈະ​ຖືກ​ໃຊ້​ເປັນ​ການ​ປະ​ເມີນ​ຜົນ​ການ​ບໍລິຫານ​ຜະລິດຕະພັນ​ຂອງ​ທຸລະກິດ.

4.ຝ່າຍ​ຈັດ​ຊື້ (Procurement)

ຈະ​ກ່ຽວ​ຂ້ອງ​ກັບ​ການ​ຈັດ​ຫາ​ວັດ​ຖຸ​ດິບ​ໃນ​ການ​ຜະລິດ​ສິນ​ຄ້າ ຫຼື ຈັດ​ຫາ​ສິນ​ຄ້າ​ສຳ​ເລັດ​ຮູບ​ມາ​ຈຳ​ໜ່າຍ   ການ​ເຮັດ​ວຽກງານ​ດ້ານ​ການ​ຈັດ​ຊື້​ທີ່​ມີ​ປະ​ສິດ​ທິ​ພາບ ຈຶ່ງ​ຕ້ອງ​ຮ່ວມ​ມື​ກັບ​ຝ່າຍ​ບໍລິຫານ​ຜະລິດຕະພັນ ແຕ່​ປະຈຸບັນ   ໝ່ວຍ​ງານ​ຈັດ​ຊື້​ ຫຼື ຝ່າຍ​ຈັດ​ຊື້ (Procurement) ນັບ​ວ່າ​ເປັນ​ໝ່ວຍ​ງານ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ຜົນ​ປະກອບ​ການ​ຂອງ​ອົງ​ກອນ ເນື່ອງ​ຈາກ​ເປັນ​ໝ່ວຍ​ງານ​ທີ່​ໃຊ້​ຈ່າຍ​ເງິນ​ໃນ​ການ​ຈັດ​ຊື້​ວັດ​ຖຸ​ດິບສິນ​ຄ້າ ຫຼື ​ບໍລິການ ເພື່ອ​ໃຫ້​ໄດ້​ຕົງ​ຕາມ​ຄວາມ​ຕ້ອງ​ການ​ ຫຼື ​ຕົງ​ຕາມ​ເຈົ້າ​ລັກສະນະ​ຂອງ​ຜະລິດຕະພັນ (Specifications) ຂອງ​ໝ່ວຍ​ງານ​ຕ່າງໆ ແລ້ວ ຍັງ​ຕ້ອງ​ເຮັດ​ໝ້າທີ່​ຄວບ​ຄຸມ​ເຖິງ​ຂະ​ບວນ​ການ​ຈັດ​ຫາ​ແຫຼ່ງ​ສິນ​ຄ້າ ວັດ​ຖຸ​ດິບ ການ​ຄັດ​ເລືອກ​ຜູ້​ຂາຍ ຕະຫຼອດ​ຈົນ​ເທັກ​ນິກ​ໃນ​ການ​ເຈລະຈາ​ຕໍ່​ລອງ ເປັນ​ຕົ້ນ.

5.ຝ່າຍ​ວິ​ໄຈ ​ແລະ ​ພັດທະນາ (Research and Development) 

ຝ່າຍ​ນີ້​ຈະ​ຮັບ​ຜິດຊອບ​ໃນ​ການ​ຄົ້ນ​ຫາ​ຄວາມ​ຕ້ອງ​ການ​ຂອງ​ຕ​ະຫຼາດ​ທີ່​ມີ​ຕໍ່​ຜະລິດຕະພັນ ແລະ ​ການ​ໃຊ້​ຄວາມ​ພະຍາຍາມ​ໃນ​ການ​ພັດທະນາ​ຜະລິດຕະພັນ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕ​ະຫຼາດ  ດັ່ງ​ນັ້ນ ຈຶ່ງ​ຕ້ອງ​ປະ​ສານ​ງານ​ກັບ​ຝ່າຍ​ກາ​ນຕະຫຼາດ, ຝ່າຍ​ວາງ​ແຜນ​ຜະລິດຕະພັນ  ແລະ ​ຝ່າຍ​ຈັດການ​ດ້ານ​ເທັກ​ໂນ​ໂລ​ຢີ.

6.ຝ່າຍ​ບຸກ​ຄົນ (Personnel) 

ເປັນ​ຝ່າຍ​ທີ່​ເຮັດ​ໝ້າທີ່​ຈັດ​ຫາ ຝຶກ​ອົບຮົມ ແລະ​ ຈັດການ​ກ່ຽວກັບ​ບຸກ​ຄະລາກ​ອນ ໃຫ້​ສອດ​ຄ່ອງ​ກັບ​ນະໂຍບາຍ​ການ​ບໍລິຫານ​ຜະລິດຕະພັນ​ຂອງ​ບໍລິສັດ.

7.ຝ່າຍ​ບໍລິຫານ​ລະ​ດັບ​ສູງ (Top Management) 

ເປັນ​ຝ່າຍ​ທີ່​ມີບ​ົດ​ບາດ​ສຳຄັນ​ຕໍ່​ການ​ກຳນົດ​ນະໂຍບາຍ​ຜະລິດຕະພັນ ແລະ​ ຈັດ​ສັນງ​ົບ​ປະ​ມານ​ໃຫ້​ກັບ​ຜະລິດຕະພັນ​ທຸກ​ຊະນິດ​ຂອງ​ກິດຈະການ ກ່ຽວ​ຂ້ອງ​ກັບ​ງານທີ່​ປະຕິບັດ​ງານ​ຢູ່ໃນ​ລະ​ດັບ​ສູງ​ສຸດ​ຂອງ​ອົງ​ກອນ ມີ​ອຳນາດ​ໝ້າທີ່​ໃນ​ການ​ກຳນົດ​ເປົ້າ​ໝາຍ​ຂອງ  ອົງ​ກອນ​ໃນ​ຮູບ​ຂອງ ວິ​ໄສທັດ ພະລະກິດ​ ກົນລະຍຸດ ແລະ​ ນະໂຍບາຍ ເພື່ອ​ເປັນ​ກອບ ແລະ ​ແນວ​ທາງ​ໃນ​ການ​ດຳ​ເນີນ​ງານ​ຂອງ​ອ​ົງກອນ ເປັນ​ຜູ້​ຕັດ​ສິນ​ໃຈ ນຳ​ອົງ​ກອນ​ເພື່ອ​ຄວາມ​ຢູ່​ຫຼອດ ຜູ້​ບໍລິຫານ​ລະ​ດັບ​ສູງຈະ​ໃຊ້​ເວລາ​ສ່ວນ​ໃຫຍ່​ໄປ​ກັບ​ການ​ປະ​ຊຸມ ​ຫຼື ​ສື່​ສານ​ກັບ​ພະ​ນັກ​ງານ​ລະ​ດັບ​ສຳຄັນໆ ຂອງ​ອົງ​ກອນ ເປັນ​ຕົວ​ແທນ​ອົງ​ກອນ ​ໃນ​ງານ​ສາທາລະນະ​ຕ່າງໆ ເປັນ​ຕຳແໜ່ງ​ທີ່​ມີ​ຄວາມ​ກົດ​ດັນ​ໃນ​ງານ​ສູງ ມີ​ເວລາ​ພັກ​ຜ່ອນ​ນ້ອຍ​ແລະ ​ເວລາ ສ່ວນ​ຕົວ​ນ້ອຍ ມີ​ຕາ​ຕະລາງ​ການ​ເຮັດ​ວຽກງານ​ທີ່​ແໜ້ນ​ຕະຫຼອດ​ວັນ ຜູ້ບໍລິຫານ​ລະ​ດັບ​ສູງ​ຈຶ່ງ​ເປັນ​ບຸກ​ຄົນ​ທີ່​ຕ້ອງ​ມີ​ຄວາມ​ສາມາດ​ໃນ​ການ​ຕັດ​ສິນ​ໃຈ​ທີ ວ່ອງໄວ ​ແລະ ​ແມ່ນ​ຢຳ ມີ​ທັກ​ສະ​ໃນ​ການ​ແກ້​ໄຂ​ບັນຫາ​ ແລະ​ ວິກິດ​ຕ່າງໆ ໄດ້​ເປັນ​ຢ່າງ​ດີ.

 

ใหม่กว่า เก่ากว่า