ຂັ້ນ​ຕອນ​ການສ້າງ​ທຸລະກິດ​ຂອງ​ຜູ້​ປະກອບ​ການ

 ຂັ້ນ​ຕອນ​ການສ້າງ​ທຸລະກິດ​ຂອງ​ຜູ້​ປະກອບ​ການ

              ຄວາມ​ສຳ​ເລັດ​ຂອງ​ຜູ້​ປະກອບ​ການ​ມາ​ຈາກ​ການ​ສຽງ​ທຸລະກິດ​ທີ່​ເໝາະ​ສົມ​ກັບ​ຕົນເອງ​ ດ້ວຍ​ໃນ​ສ່ວນໜຶ່ງ​ເພາະ​ຜູ້​ປະກອບ​ການ​ແຕ່​ລະ​ຄົນ​ມີ​ຄວາມ​ຖະນັດ​ທີ່​ແຕກ​ຕ່າງ​ກັນ ແຕ່​ບັນຫາ​ທີ່​ພົບ​ເລືອຍ​ແມ່ນ ຜູ້​ທີ່​ສົນ​ໃຈປະກອບ​ກິດຈະການ​ສ່ວນ​ຕົວ​ບໍ່​ຮູ້ວ່າ​ຕົນ​ຄວນ​ເຮັດ​ທຸລະກິດ​ຫຍັງ​ ຫຼື ​ເໝາະ​ກັບ​ທຸລະກິດ​ປະ​ເພດ​ໃດ ແລະ ຕ້ອງ​ເຮັດ​ຫຍັງ​ໂດຍ​ເພື່ອ​ໃຫ້​ທຸລະກິດ​ນັ້ນ​ປະ​ສົບ​ຄວາມ​ສຳ​ເລັດ​ຕາມ​ທີ່​ຄາດ​ຫວັງ ຂັ້ນ​ຕອນ​ການສ້າງ​ທຸລະກິດຂອງ​ຜູ້​ປະກອບ​ການ​ມີ​ດັ່ງ​ຕໍ່ໄປ​ນີ້:

1.ສຶກ​ສາ​ຄວາມ​ຕ້ອງ​ການ​ທີ່​ແທ້​ຈິງ​ຂອງ​ຕົນເອງ.

            ມະນຸດ​ໃຊ້​ເວລາ​ສ່ວນ​ໃຫຍ່​ຂອງ​ຊີວິດ​ໃນການ​ເຮັດ​ວຽກງານ​ຈຶ່ງ​ຄວນ​ເຮັດ​ສິ່ງ​ທີ່​ຕົນເອງ​ມັກ​ ແລະ ​ຖະນັດ ເພາະ​ຈະ​ເຮັດໃຫ້​ຊີວິດ​ມີ​ຄວາມ​ສຸກ​ ແລະ ​ສາມາດມຸ້ງ​ມັ່ນ​ຝ່າ​ແຂ້ວ​ອຸປະສັກ​ໄດ້​ຢ່າງ​ບໍ່​ຫຍໍ້​ທໍ້ ນອກ​ຈາກ​ນັ້ນ​ການ​ໄດ້​ເຮັດ​ໃນ​ສິ່ງ​ທີ່ຕົນ​ມັກ ​ແລະ​ ຖະນັດ​ຍັງ​ຈະຊ່ວຍ​ໃຫ້​ຜູ້​ປະກອບ​ການ​ທຸ້ມເທ​ຄວາມ​ສາມາດ​ໃນ​ການ​ພັດທະນາ​ທຸລະກິດ​ໂດຍ​ບໍ່​ເປືອງ​ແຮງ​ເສຍ​ເວລາ ແລະ ສາມາດ​ແກ້​ໄຂ​ບັນຫາ​ທີ່ເກິດຂື້ນ​ດ້ວຍ​ຄວາມ​ຊ່ຽວ​ຊານ​ຮອບ​ຮູ້​ສະເພາະ​ທາງ​ທີ່​ມີ​ຢູ່.

2.ມອງ​ຮອບ​ດ້ານ​ເພື່ອ​ຄົ້ນ​ຫາ​ທຸລະກິດ​ທີ່​ມີ​ໂອ​ກາດ​ກ້າວ​ໜ້າ​ ແລະ​ ເຮັດ​ເງິນ​ໄດ້.

        ການ​ກໍ່​ຕັ້ງທຸລະກິດ​ຈຶ່ງ​ຕ້ອງ​ຄຳ​ນຶງ​ເຖິງ​ຊ່ວງ​ເວລາ​ໃນ​ວົງ​ຈົນ​ຊີວິດ​ ທີ່​ຕ້ອງ​ຜ່ານ​ຊ່ວງ​ເລີ່ມ​ຕົ້ນ ເຕີບໂຕ ອິ່ມ​ຕົວ ແລະ ​ຕົກ​ຕ່ຳແຕ່​ລະ​ທຸລະກິດ​ມີ​ຊ່ວງ​ເວລາ​ຕ່າງ​ໆ ເຫຼົ່າ​ນີ້​ບໍ່​ເທົ່າ​ກັນ ບາງ​ທຸລະກິດ​ມີ​ຊ່ວງ​ເວລາ​ທີ່​ຢືນ​ຍາວ ເຊັ່ນ: ທຸລະກິດ​ທີ່ກ່ຽວ​ຂ້ອງ​ກັບ​ປັດ​ໄຈ 4 ໃນ​ການ​ດຳ​ລົງ​ຊີວິດ ແຕ່​ບາງ​ທຸລະກິດ​ເປັນ​ທີ່​ນິຍົມ​ຊົ່ວ​ຄາວ​ຊົ່ວ​ຍາມ ທຸລະກິດ​ທີ່​ມີ​ອະນາຄົດຮຸ່ງ​ເຮືອງ​ທີ່ສຸດ​ຄື ທຸລະກິດ​ທີ່​ຜ່ານ​ຊ່ວງ​ເລີ່ມ​ຕົ້ນ​ມາ​ແລ້ວ​ ແລະ ​ກຳ​ລັງ​ເຂົ້າ​ສູ່​ຊ່ວງ​ເຕີບໂຕ ສ່ວນ​ທຸລະກິດ​ທີ່​ອິ່ມ​ຕົວ ຫຼື ​ເຂົ້າ​ສູ່​ຊ່ວງ​ຕົກ​ຕ່ຳ​ຄວນ​ບໍ່​ສາມາດ​ສ້າງ​ລາຍ​ໄດ້​ໃນ​ໄລຍະຍາວ ໃຫ້​ແກ່​ຜູ້​ປະກອບ​ການ ຊຶ່ງ​ການສ້າງທຸລະກິດ​ທີ່​ລອກ​ລຽນ​ແບບ​ຜູ້​ອື່ນ​ມັກ​ຈະ​ພົບ​ບັນຫາ​ເຊັ່ນ​ນີ້​ສະເໝີ.

ຜູ້​ປະກອບ​ການ​ຈຶ່ງ​ຕ້ອງ​ໝັ່ນ​ສັງເກດ​ຄວາມ​ເປັນ​ໄປ​ຮອບຕົວ ທັງ​ແນວ​ໂນ້ມ​ການ​ປ່ຽນ​ແປງຂອງ​ເສດຖະກິດ ສັງຄົມ ເທັກ​ໂນ​ໂລ​ຢີ ວັດທະນະທຳ ຊັບພະຍາກອນ​ທຳມະຊາດ ຕ​ະຫຼາດ​ສາກົນ ເປັນ​ຕົ້ນ ອັນເປັນ​ສິ່ງ​ແວດ​ລ້ອມ​ເຊີງ​ມະຫາ​ພາກ​ປະກອບ​ກັບ​ພົນ​ວັດ​ພາຍ​ໃນ​ອຸດສາຫະກຳ ແລະ​ ການ​ປ່ຽນ​ແປງພຶດຕິກຳ​ກາ​ນບໍລິໂພກ​ຂອງ​ລູກ​ຄ້າ ຫຼັງ​ຈາກ​ພິຈາລະນາ​ຢ່າງ​ລະ​ມັດ​ລະ​ວັງ​ແລ້ວ ຜູ້​ປະກອບ​ການ​ຄວນຈັບ​ຄູ່​ຄວາມ​ຕ້ອງ​ການ​ຂອງ​ຕົນເອງ ​ເຂົ້າ​ກັບ​ທຸລະກິດ​ທີ່​ມີ​ໂອ​ກາດ​ກ້າວ​ໜ້າ​ຄື ເລືອກ​ດຳ​ເນີນ​ທຸລະກິດ​ທີ່ຕົນ​ຖະນັດ ແລະ ​ເປັນ​ທຸລະກິດ​ທີ່​ມີ​ຄວາມ​ຕ້ອງ​ການ​ຂອງ​ຕ​ະຫຼາດ​ຮອງ​ຮັບ.

3.ສ້າງ​ແຜນ​ທຸລະກິດ​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ເລີ່ມ​ຕົ້ນ.

        ແມ່ນການ​ດຳ​ເນີນ​ງານ​ໄປ​ໄດ້​ຢ່າງຕະຫຼອດ​ຮອດ​ຝັ່ງ ຜູ້​ປະກອບ​ການ​ຕ້ອງ​ມີກ​ົນລະຍຸດການ​ດຳ​ເນີນ​ງານ​ທີ່​ຊັດເຈນ ໂດຍ​ໃຊ້​ຄວາມ​ຕ້ອງ​ການ​ຂອງຕ​ະຫຼາດ​ເປັນ​ທີ່​ຕັ້ງ ແລະ ​ສ້າງ​ຄວາມ​ຊ່ຽວ​ຊານ​ສະເພາະ​ທາງ​ ຫຼື ​ຈຸດ​ເດັ່ນ​ຂອງ​ທຸລະກິດ ໂດຍ​ຈຸດ​ເດັ່ນ​ນັ້ນເໜືອກ​ວ່າ​ທຸລະກິດ​ແບບ​ດຽວ​ກັນ​ທີ່​ດຳ​ເນີນ​ການ​ຢູ່​ ແລະ ​ເປັນ​ສິ່ງ​ທີ່​ລູກ​ຄ້າ​ຕ້ອງ​ການ ລາຍ​ລະອຽດ​ກ່ຽວກັບ​ການສ້າງ​ແຜນ​ທຸລະກິດ​ຢູ່ໃນ​ບົດ​ທີ່ 7.

4.ປະ​ເມີນ​ການ​ຊັບພະຍາກອນ​ທີ່​ຕົນ​ຕ້ອງ​ໃຊ້​ໃນ​ການ​ປະກອບ​ກິດຈະການ.

            ທຸລະກິດ​ທີ່​ປະກອບດ້ວຍ​ແນວ​ຄິດ​ທີ່​ດີ​ພຽງ​ໃດ​ກໍ​ຕາມ​ຈະ​ບໍ່​ສາມາດ​ເປັນ​ຈິງ​ໄດ້ ຫາກ​ຜູ້​ປະກອບ​ການ​ບໍ່​ມີ​ຊັບພະຍາກອນ​ໃນ​ການສ້າງ ​ແລະ ​ດຳ​ເນີນ​ທຸລະກິດ​ນັ້ນ​ຢ່າງ​ພຽງ​ພໍ ຫຼື ​ອີກ​ຢ່າງ​ໜຶ່ງ​ແມ່ນ ໃນ​ການສ້າງ​ກິດຈະການ ຜູ້​ປະກອບ​ການຕ້ອງ​ມີ​ຄວາມ​ພ້ອມ​ທັງ​ທຶນ​ຊັບສິນ ​ແລະ ​ຕາຕະລາງປັນຍາ ບໍ່​ດັ່ງ​ນັ້ນ​ຈະ​ບໍ່​ສາມາດ​ປະ​ສົບ​ຄວາມ​ສຳ​ເລັດ​ເຕັມທີ່​ຢ່າງ​ທີ່​ຄາດ​ໄວ້ ຜູ້​ປະກອບ​ການ​ທີ່​ດີ​ຈຶ່ງ​ຕ້ອງ​ຮູ້​ຈັກ​ສະ​ສົມ​ທຶນ​ຊັບສິນ​ຄອບຄູ່​ກັບ​ການ​ສະແຫວງຫາ​ໂອ​ກາດທາງ​ທຸລະກິດ​ທີ່ຕົນ​ສົນ​ໃຈ​ຢາກ​ເຮັດ.

5.ສ້າງ​ກົນ​ວິທີ ​ແລະ​ ຂະ​ບວນ​ການ​ໃນ​ການ​ດຳ​ເນີນ​ງານ​ຕາມ​ແຜນ​ທຸລະກິດ ​ແລະ ​ກົນ​ລະຍຸດທີ່​ວາງ​ໄວ້.

            ທຸລະກິດ​ບໍ່​ອາດ​ປະ​ສົບ​ຄວາມ​ສຳ​ເລັດ​ຫາກ​ວາງ​ແຜນ​ໄວ້ ​ຢ່າງ​ງາມ​ລູ​ແຕ່​ເຮັດ​ຈິງ​ບໍ່​ໄດ້​ໃນ​ການດຳ​ເນີນ​ງານ​ມັກ​ຈະ​ປະ​ສົບ​ກັບ​ບັນຫາ​ທີ່​ອາດ​ບໍ່​ຄາດ​ຄິດ​ມາ​ກ່ອນ​ຢູ່​ສະເໝີ ຊຶ່ງ​ເປັນ​ທຳມະດາ​ຂອງ​ການລົງ​ມື​ກໍ່ການ​ຢ່າງ​ໃດ​ຢ່າງ​ໜຶ່ງ ການ​ປະຕິບັດ​ງານ​ຈິງ​ອາດ​ຕ້ອງ​ມີ​ການ​ປັບ​ໃຫ້​ເຂົ້າ​ກັບ​ສະຖານນະການທັງ​ພາຍ​ໃນ ​ແລະ ​ພາຍນອກ​ທຸລະກິດ ດັ່ງ​ນັ້ນ​ທຸລະກິດ​ຈະ​ຍ່າງ​ໜ້າ​ບໍ່​ໄດ້​ຖ້າ​ດຳ​ເນີນ​ການ​ບໍ່​ໄດ້ ຜູ້​ປະກອບ​ການຈຶ່ງ​ຕ້ອງ​ຄຳ​ນຶງ​ເຖິງ​ການ​ດຳ​ເນີນ​ງານ​ຈິງ​ ໂດຍຜູ້​ປະກອບ​ການ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ອາດ​ບໍ່​ໂຊ​ຄະດີ​ຕັ້ງ​ແຕ່​ການ​ດຳ​ເນີນ​ທຸລະກິດ​ແລກ ແລະ​ ຄວາມສຳ​ເລັດ​ກໍ​ອາດ​ບໍ່​ຢັ່ງ​ຢືນ​ໃນ​ໄລຍະຍາວ​ຫາກ​ບໍ່​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະຖານນະການ​ທີ່​ປ່ຽນ​ແປງ​ໄປ ການດຳ​ເນີນ​ທຸລະກິດ​ທີ່​ຢັ່ງ​ຢືນ​ຕ້ອງ​ອາໄສ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສ​ະໝ່ຳ​ສະເໝີ ແລະ​ ການ​ປັບ​ຕົວ​ໃຫ້​ສອດ​ຄ່ອງກັບ​ສະຖານນະການ​ພາຍນອກ​ອີກດວ້ຍ.

ใหม่กว่า เก่ากว่า