ຈຸດມຸ້ງໝາຍ ແລະ ປັດໄຈພື້ນຖານຂອງການປະກອບທຸລະກິດ

 ຈຸດມຸ້ງໝາຍ ແລະ ປັດໄຈພື້ນຖານຂອງການປະກອບທຸລະກິດ

1.1.ຈຸດ​ມຸ້ງ​ໝາຍ​ຂອງ​ການ​ປະກອບ​ທຸລະກິດ.

            ການ​ດຳ​ເນີນ​ທຸລະກິດ​ທຸກ​ປະ​ເພດ​ຕ່າງ​ກໍ​ມີ​ຈຸດ​ມຸ້ງ​ໝາຍ​ໃນ​ການ​ດຳ​ເນີນ​ກິດຈະການ ຊຶ່ງ​​ສະຫລຸບ​ໄດ້ມີ​ດັ່ງ​ນີ້​:

1.ຕ້ອງ​ການ​ກຳ​ໄລ.

            ການ​ປະກອບ​ທຸລະກິດ​ໃດ​ໆ ກໍ່​ຕາມຕ້ອງມີ​ຈຸດ​ມຸ້ງ​ໝາຍ​ໃນ​ການ​ດຳ​ເນີນ​ການ​ຄືກັນແມ່ນ ຕ້ອງ​ການ​ຜົນ​ຕອບ​ແທນ​ຈາກ​ການ​ລົງ​ທຸນ​ ຫຼື ​ກຳ​ໄລ ​ໃນ​ອັດຕາ​ທີ່​ສູງ​ທີ່ສຸດ (Maximizing Profit) ແລະ ພະຍາຍາມ​ຫຼຸດ​ຕົ້ນ​ທຶນ​ໃຫ້​ເຫຼືອ​ຕ່ຳ​ທີ່ສຸດ (Minimizing Cost).

2.ຕ້ອງ​ການ​ໃຫ້​ສິ່ງ​ທີ່​ດີ​ທີ່ສຸດ​ແກ່​ຜູ້​ບ​ໍລິ​ໂພກ.

           ພາຍໃຕ້​ເງື່ອນ​ໄຂ​ຂອງ​ລາ​ຄາ ​ແລະ​ ການ​ແຂ່ງ​ຂັນ ຕ້ອງສະເໜີ​ສິນ​ຄ້າ​ ຫຼື ມີ​ບໍລິການ​ທີ່​ຫຼາກ​ຫຼາຍ ມີ​ທາງ​ເລືອກ​ທີ່​ຈະ​ຕອບສະໝອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບ​ໍລິ​ໂພກ​ໄດ້ຫຼາຍ​ຂຶ້ນ ​ເພື່ອ​ຊຶ່ງ​ຄວາມ​ໄດ້​ປຽບ​ທາງ​ການ​ກົດ​ລາຄາ​ຈາກ​ຄູ່​ແຂ່ງ​ຂັນ​ທາງ​ທຸລະກິດ.

3.ຕ້ອງ​ການ​ຄວາມໝັ້ນຄົງ​ທາງ​ທຸລະກິດ.

           ເມື່ອ​ໄດ້​ລົງ​ທຶນ​ດຳ​ເນີນ​ກິດຈະການ​ໄປ​ແລ້ວ ຜູ້​ປະກອບ​ການ​ກໍ່ຄວນ​ຕ້ອງ​ການ​ທີ່​ຈະ​ດຳ​ເນີນ​ກິດຈະການ​ນັ້ນ​ຕໍ່ໄປ​ເລື່ອຍ​ໆ.

4.ຕ້ອງ​ການ​ຄວາມ​ກ້າວ​ໜ້າ​ຈະເລີນ​ເຕີບໂຕ.

           ນອກ​ຈາກ​ຄວາມໝັ້ນຄົງ​ທາງ​ທຸລະກິດ​ແລ້ວ ​ຜູ້​ປະກອບ​ການຄວນ​ຕ້ອງ​ການ​ຂະຫຍາຍ​ກິດຈະການ​ໃຫ້​ໃຫຍ່​ໂຕ​ຂຶ້ນ ຕ້ອງ​ການ​ຜະລິດ​ສິນ​ຄ້າ​ ຫຼື ​ບໍລິການ​ເພີ່ມ​ຂຶ້ນ ມີ​ຖານະ​ການ​ເງິນໝັ້ນຄົງ ແລະ ​ມີ​ຊື່​ສຽງ​ເປັນ​ທີ່ຍ​ອມ​ຮັບ​ໃນ​ສັງຄົມ.

ຊຶ່ງ​ຈຸດ​ມຸ້ງ​ໝາຍ​ຂອງ​ຜູ້​ປະກອບ​ການ​ທຸລະກິດ ໂດຍ​ສະເພາະ​ຄວາມ​ຕ້ອງ​ການ​ຜົນ​ກຳ​ໄລ​ສູງ​ສຸດ​ນັ້ນ ຖື​ໄດ້ວ່າ​ເປັນ​ຈຸດ​ມຸ້ງ​ໝາຍ​ຫຼັກ​ທີ່​ຜູ້​ປະກອບ​ການ​ຕ້ອງ​ການ​ຫຼາຍ​ທີ່ສຸດ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຕ້ອງ​ກອບ​ໂກຍ ຜົນ​ກຳ​ໄລໃຫ້​ຫຼາຍ​ທີ່ສຸດ​ພຽງ​ຢ່າງ​ດຽວ ໂດຍ​ບໍ່​ຄຳ​ນຶງ​ເຖິງ​ສິ່ງ​ອື່ນ​ໃດ ຜູ້​ປະກອບ​ການ​ຕ້ອງ​ມີ​ຄວາມ​ຮັບ​ຜິດຊອບ ແລະ ​ຄຳ​ນຶງ​ເຖິງ​ຜົນ​ກະທົບ​ທີ່​ມີ​ຕໍ່​ສັງຄົມ​ສ່ວນ​ທັງໝົດ​ດ້ວຍ ເຊັ່ນ: ການຕັ້ງ​ໂຮງ​ງານ​ອຸດສາຫະກຳ​ຄວນ​ມີ​ລະບົບ ການ​ກຳຈັດ​ຂອງ​ເສຍ​ທີ່​ດີ ບໍ່​ປ່ອຍ​ຂອງ​ເສຍ​ຈາກ​ໂຣງ​ງານ ຈົນ​ເກີດ​ເປັນ​ພິດ​ໄພ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຊີວິດ​ທັງ​ຂອງ​ມະນຸດ ສັດ ແລະ ​ສິ່ງ​ແວດ​ລ້ອມ​ຕ່າງ​ໆນັ້ນ​ເອງ.

1.2.ປັດ​ໄຈ​ພື້ນ​ຖານ​ຂອງ​ການ​ປະກອບ​ທຸລະກິດ.

        ການ​ປະກອບ​ທຸລະກິດ​ຈຳ​ເປັນ​ຕ້ອງ​ອາໄສ​ປັດ​ໄຈ​ຕ່າງ​ໆ ເພື່ອ​ໃຫ້​ການ​ດຳ​ເນີນ​ກິດຈະການ​ເປັນ​ໄປ​ດ້ວຍ​ດີບັນ​ລຸ​ຕາມ​ວັດ​ຖຸ​ປະສົງ ​ແລະ ​ຈຸດ​ມຸ້ງ​ໝາຍ​ທີ່​ຕັ້ງ​ໄວ້ ປັດ​ໄຈ​ພື້ນ​ຖານ​ທີ່​ສຳຄັນ​ຂອງ​ການ​ປະກອບ​ທຸລະກິດປະກອບ​ດ້ວຍ:

1. ຄົນ (Man).

        ໝາຍ​​ເຖິງ ​ບຸກ​ຄົນທັງໝົດ​ທຸກ​ລະ​ດັບ​ໃນ​ອົງ​ກອນ​​ທຸລະກິດ ຕັ້ງ​ແຕ່​ຜູ້​ໃຊ້​ແຮງ​ງານ ພະ​ນັກ​ງານຈົນເຖິງລະ​ດັບ​ຜູ້​ບໍລິຫານ ຖື​ເປັນ​ປັດ​ໄຈ​ພື້ນ​ຖານ​ອັນ​ດັບ​ແຮກ​ສຸດ ແລະ ​ເປັນ​​ການ​ບໍລິຫານຈັດການ​ທີ່​ສຳຄັນ​ທີ່ສຸດ ເພາະ​ຄົນ​ເປັນຜູ້​ຄວບ​ຄຸມ ​ແລະ ​ບໍລິຫານ​ຈັດການ​ປັດ​ໄຈ​ອື່ນ​ໆທັງ​ໝົດ.

2. ເງິນ​ທຶນ (Money).

        ເປັນ​ປັດ​ໄຈສຳຄັນ​ສຳລັບ​ການ​ລົງ​ທຶນ ເພາະ​ຫຼາຍ​ໆປັດ​ໄຈ​ທີ່​ນຳ​ມາ​ໃຊ້​ໃນ​ການ​ລົງ​ທຶນ ຈຳ​ເປັນ​ຕ້ອງຈັດ​ຫາ​ມາ​ໄດ້​ດ້ວຍ​ເງິນ ບໍ່​ວ່າ​ຈະ​ເປັນ​ການຈັດ​ຊື້​ທີ່​ດິນ ການ​ກໍ່​ສ້າງ​ໂຮງ​ງານ ການ​ຈ້າງບຸກ​ຄົນ​ເຂົ້າ​ເຮັດວຽກ ຫຼື ​ຄ່າ​ໃຊ້​ຈ່າຍ​ຕ່າງ​ໆ ທີ່ຈະ​ເກີດ​ຂຶ້ນ​ໃນ​ການ​ດຳ​ເນີນ​ທຸລະກິດ ຊຶ່ງ​ເງິນ​ທຶນໃນ​ທີ່​ນີ້​ໝາຍ​ເຖິງ ເງິນສົດ ແລະ ​ຊັບ​ສິນ.

ຮູບ​ທີ່ 2.2. ປັດ​ຈັຍ​ພື້ນ​ຖານ​ຂອງ​ການ​ປະກອບ​ທຸລະກິດທັງໝົດ​ເຖິງ​ເງິນ​ກູ້​ດ້ວຍ.

3. ວັດ​ຖຸ​ອຸປະກອນ (Materials).

        ເປັນ​ເຄື່ອງ​ມື​ເຄື່ອງ​ໃຊ້​ທີ່​ຊ່ວຍ​ອຳ​ນວຍ​ຄວາມສະດວກ ​ໃນ​ການດຳ​ເນີນ​ທຸລະກິດ​ໃຫ້​ມີ​ປະ​ສິດ​ທິ​ພາບ ເຊັ່ນ: ເຄື່ອງ​ໃຊ້​ສຳ​ນັກ​ງານ, ໂຕະ, ເກົ້າ​ອີ້ ເປັນ​ຕົ້ນ ທັງໝົດ​ຈົນ​ເຖິງ​ວັດ​ຖຸ​ດິບຕ່າງ​ໆ ທີ່​ຈະ​ຕ້ອງ​ນຳ​ມາ​ຜະລິດ​ເປັນ​ສິນ​ຄ້າ ທຸລະກິດ​ຕ້ອງ​ມີ​ຄວາມໝັ້ນ​ໃຈ​ວ່າ​ສາມາດ​ຫາ​ວັດ​ຖຸ​ດິບ​ໄດ້​ຕະຫຼອດ​ເວລາ ຕະຫຼາດ​ຈົນ​ມີ​ການ​ຫາ​ແຫຼ່ງ​ວັດ​ຖຸ​ດິບ​ສຳ​ຮອງ​ໄວ້​ດ້ວຍ.

4. ເຄື່ອງ​ຈັກ​ (Machines).

        ເປັນ​ປັດ​ໄຈ​ສຳຄັນ​ໃນ​ການ​ຜະລິດ​ສິນ​ຄ້າ ຊຶ່ງ​ມີ​ຜົນ​ຕໍ່​ຄຸນນະພາບ ແລະ​ ຕົ້ນ​ທຶນ​ຂອງ​ສິນ​ຄ້າ​ບ່ອນ​ເຮັດວຽກ​ຜະລິດ ການ​ຜະລິດ​ໃຫ້​ໄດ້​ປະລິມານ​ຫຼາຍ ແລະ​ ໃນ​ເວລາ​ວ່ອງໄວ​ດ້ວຍ​ການ​ໃຊ້ເຄື່ອງ​ຈັກ​ທີ່​ທັນ​ສະໄໝ​ຖື​ເປັນ​ການ​ຫຼຸດ​ຕົ້ນ​ທຶນ​ອີກ​ວິທີ​ໜຶ່ງ.

5. ຄວາມ​ຮູ້​ໃນ​ການ​ບໍລິຫານ​ຈັດການ (Management).

            ເປັນ​ຄວາມ​ຮູ້​ຄວາມ​ສາມາດ​ຂອງຜູ້​ປະກອບ​ການ​ໃນ​ອັນ​ທີ່​ຈະ​ເບິ່ງ​ແຍງ ແລະ ​ດຳ​ເນີນ​ກິດຈະການ​ໃຫ້​ສຳ​ເຣັດ​ລຸ​ລ່ວງ​ຕາມ​ວັດ​ຖຸ​ປະສົງ​ທີ່​ຕ້ອງ​ການ ຊຶ່ງຄວາມ​ຮູ້​ໃນ​ການ​ຈັດການ​ນີ້​ອາດ​ໄດ້​ຈາກ​ປະສົບການ​ໃນ​ການ​ເຮັດ​ວຽກງານ​ຂອງຕົນເອງ ຫຼື ​ຈາກ​ປະສົບການຂອງ​ທຸລະກິດ​ອື່ນ​ໆ ແລະ ​ຈາກ​ການສຶກສາ​ຮຽນ​ຮູ້​ຈາກ​ຕຳ​ລາ ງານ​ວິ​ໄຈ​ຕ່າງ​ໆ ຫຼື​ການ​ຝຶກ​ອົບຮົມເປັນ​ຕົ້ນ.

ใหม่กว่า เก่ากว่า