ການບໍລິຫານງານຄຸນນະພາບ ແລະ ເພີ່ມຜົນຜະລິດໃນອົງກອນ

 ການບໍລິຫານງານຄຸນນະພາບ ແລະ ເພີ່ມຜົນຜະລິດໃນອົງກອນ

ການ​ບໍລິຫານ​ງານ​ຄຸນນະພາບ​ໃນ​ອົງ​ກອນ​ເປັນ​​ຂະ​ບວນ​ການ​ບໍລິຫານ​ງານ​ ທີ່​ປະກອບ​ດ້ວຍ​ນະໂຍບາຍ ວັດ​ຖຸ​ປະສົງ ກາ​ນວາ​ແຜນ​ງານລະບົບ​ການ​ບໍລິຫານ​ຈັດການ ລະບົບ​ການ​ກວດ​ສອບ​ ຫຼື ​ການ​ປະ​ເມີນ​ຜົນ ແລະ ​ການ​ປັບ​ປຸງ​ຢ່າງ​ຕໍ່​ເນື່ອງ ເພື່ອ​ຕອບສະຫນອງ​ຄວາມ​ຕ້ອງ​ການຂອງ​ລູກ​ຄ້າ ພ​ະນັກ​ງານ​ ແລະ​ ຂອງ​ສັງຄົມ ເຮັດໃຫ້​ເຂົ້າໃຈ​ກ່ຽວກັບ​ຫຼັກ​ການ​ບໍລິຫານ​ງານ​ຄຸນນະພາບ ​ແລະ ​ເພີ່ມ​ຜົນ​ຜະລິດ​ເບື້ອງ​ຕົ້ນ ແລະ ​ປະ​ຍຸກໃຊ້ຫຼັກ​ການ​ບໍລິຫານ​ງານ​ຄຸນນະພາບ​ແລະ ​ເພີ່ມ​ຜົນ​ຜະລິດ.

1.1.ຄວາມໝາຍຂອງຄຸນນະພາບ

ຄຸນນະພາບ ໝາຍ​ເຖິງ ການ​ດຳ​ເນີນ​ງານ​ທີ່​ມີ​ປະ​ສິດ​ທິ​ພາບ​ເປັນ​ໄປ​ຕາມ​ຂໍ້​ກຳນົດ​ທີ່​ຕ້ອງ​ການ ໂດຍ​ສິນ​ຄ້າ​ ຫຼື​ບໍລິການ​ນັ້ນ​ສ້າງ​ຄວາມ​ພໍ​ໃຈ​ໃຫ້​ກັບ​ລູກ​ຄ້າ ແລະ​ ມີ​ຕົ້ນ​ທຶນ​ການ​ດຳ​ເນີນ​ງານ​ທີ່​ເໝາະ​ສົມ​ໄດ້​ປຽບ​ຄູ່​ແຂ່ງ​ຂັນ ລູກ​ຄ້າ​ມີ​ຄວາມ​ພຶງ​ພໍ​ໃຈ ແລະ​ ຍອມ​ຈ່າຍ​ຕາມ​ລາ​ຄາ​ເພື່ອ​ຊື້​ຄວາມ​ພໍ​ໃຈ​ນັ້ນ.

ຄຸນສົມບັດ​ຂອງ​ຄຸນນະພາບ ສາມາດ​ພິຈາລະນາ​ໄດ້​ດັ່ງ​ນີ້:

-      ສ​ະມັດ​ທະນະ    

-      ລັກສະນະ​ສະເພາະ 

-      ຄວາມ​ເຊື່ອ​ຖື​ໄດ້   

-      ຄວາມ​ສອດ​ຄ່ອງ​ຕາມ​ທີ່​ກ​ໍ​າ​ນົດ

-      ຄວາມ​ທົນ​ທານ    

-      ຄວາມ​ສາມາດ​ໃນ​ການ​ໃຫ້​ບໍລິການ

-      ເປັນ​ຄວາມ​ສວຍ​ງາມ    

-      ການ​ຮັບ​ຮູ້​ຄຸນນະພາບ ຫຼື ຊື່​ສຽງ​ຂອງ​ສິນ​ຄ້າ

         ຄຸນນະພາບ​ຂອງ​ງານ​ບໍລິການ ສາມາດ​ພິຈາລະນາ​ໄດ້​ດັ່ງ​ນີ້:

-      ຄວາມ​ເຊື່ອ​ຖື​ໄດ້    

-      ມີ​ການ​ຕອບສະໝອງ​ຄວາມ​ຕ້ອງ​ການ

-      ຄວາມ​ສາມາດ   

-      ການ​ເຂົ້າ​ເຖິງ​ໄດ້

-      ຄວາມ​ສຸ​ພາບ   

-      ການ​ຕິດ​ຕໍ່​ສື່​ສານ

-      ມີ​ຄວາມ​ໜ້າ​ເຊື່ອ​ຖື    

-      ຄວາມ​ປອດ​ໄພ

-      ຄວາມ​ເຂົ້າໃຈ​ລູກ​ຄ້າ     

-      ສາມາດ​ຮູ້ສຶກ​ໄດ້​ໃນ​ບໍລິການ

1.2.ການບໍລິຫານງານຄຸນນະພາບ.

ການ​ບໍລິຫານ​ຄຸນນະພາບ (Quality Management) ໝາຍ​ເຖິງ ການ​ບໍລິຫານ​ງານ​ທີ່​ກ່ຽວກັບ ການ​ຈັດການ ທຸກ​ຢ່າງ​ໃນ​ອົງ​ກອນ​ໃຫ້​ມີ​ຄຸນນະພາບ​ຕາມ​ນະໂຍບາຍ​ຄຸນນະພາບ​ຂອງ​ອົງ​ກອນ ລວມ​ເຖິງ​ໂຄງ​ສ້າງ​ອົງ​ກອນ ຄວາມ​ຮັບ​ຜິດຊອບ ວິທີ​ການ ກຣະ​ບວນ​ການ ກິດຈະກຳ ແຜນ​ງານ​ແລະ​ທຣັບ​ຍາກ​ຣ​ທີ່​ຈະ​ນ​ໍ​າ​ມາ​ໃຊ້​ໃນ​ອົງ​ຄົ໌ກ​ຣ ເພື່ອ​ສ້າງ​ຄວາມໝັ້ນ​ໃຈ​ວ່າ​ສິນ​ຄ້າ ຫຼື ​ບໍລິການ​ທີ່​ຜະລິດ​ອອກ​ມາ​ຈະ​ມີ​ຄຸນນະພາບ​ສອດ​ຄ່ອງ​ກັບ​ຂໍ້​ກ​ໍ​າ​ນົດ ​ແລະ​ ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ແລະ​ ໃຫ້​ມີ ຜົນ​ຕອບ​ແທນ​ຕາມ​ເປົ້າ​ໝາຍ​ການ​ລົງ​ທຶນ​ຂອງ​ອົງ​ກອນ.

1.3.ການເພີ່ມຜົນຜະລິດ.

1.3.1.ຄວາມໝາຍຂອງການເພີ່ມຜົນຜະລິດ.

ການ​ເພີ່ມ​ຜົນ​ຜະລິດ (Productivity) ໝາຍ​ເຖິງ ມູນ​ຄ່າ​ຜົນ​ຜະລິດ​ທີ່ເກິດຂື້ນ​ຈາກ​ການ​ໃຊ້​ປັດ​ໄຈ​ການ​ຜະລິດ​ໃນການ​ຜະລິດ​ສິນ​ຄ້າ​ ຫຼື ​ບໍລິການ​ດ້ວຍ​ການ​ໃຊ້​ເທັກ​ນິ​ກຮວມ​ກັບ​ຄຸນຄ່າ​ຂອງ​ປັດ​ໄຈ​ການ​ຜະລິດ​ ແລະ​ ຜົນ​ຜະລິດ ສາມາດ​ວັດ​ໄດ້ຈາກ​ຄວາມ​ສຳພັນ​ຂອງ​ຜົນ​ຜະລິດ (Output) ຕໍ່​ຊັບພະຍາກອນ (Input) ທີ່​ໃຊ້​ໄປ ໂດຍ​ມີ​ການ​ຄຳນວນ​ຄ່າ​ທາງ​ເສດຖະສາດ Output ແລະ Input ຊຶ່ງ​ຕາມ​ຫຼັກ​ແລ້ວ​ຕ້ອງ​ຫຼາຍກວ່າ​ໜຶ່ງ​ ແລະ​ ບໍ່​ໄດ້​ວັດ​ອອກ​ມາ​ເປັນ​ເປີເຊັນ ການ​ວັດ​ອັດຕາການ​ເພີ່ມ​ຜົນ​ຜະລິດ​ສາມາດ​ເຮັດ​ໄດ້ 2 ແບບ ຄື:

1.ການ​ວັດ​ເຊີງ​ກາຍ​ພາບ (Physical Productivity) ເປັນ​ການ​ວັດ​ໃນ​ຮູບ​ຂອງ​ຈຳນວນ​ຊິ້ນ ນ້ຳ​ໜັກ ເວລາຈຳນວນ ແຮງ​ງານ.

2.ການ​ວັດ​ເຊີງ​ຄຸນຄ່າ (Value Productivity) ເປັນ​ການ​ວັດ​ເຊີງ​ເສດຖະສາດ ກ່າວ​ຄື​ກຳນົດ​ເປັນມູນ​ຄ່າ​ທີ່​ເປັນ​​ເງິນ ​ຫຼື ຈຳນວນ​ເງິນ.

1.3.2.ຄວາມສຳຄັນຂອງການເພີ່ມຜົນຜະລິດ.

ປະຈຸບັນ​ການ​ເພີ່ມ​ຜົນ​ຜະລິດ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ຜະລິດ ດັ່ງ​ນັ້ນ​ຜູ້​ປະກອບ​ການ​ທຸກ​ຄົນ​ຈຶ່ງ​ຄວນ​ເຮັດ​ຄວາມເຂົ້າໃຈ​ເຖິງ ຄວາມ​ເປັນ​ມາ ຫຼັກ​ການ ແລະ​ ແນວ​ຄິດ​ຕ່າງໆ ດັ່ງ​ນີ້:

1.ຄວາມ​ເປັນ​ມາ​ ແລະ ​ແນວ​ຄິດ​ຂອງ​ການ​ເພີ່ມ​ຜົນ​ຜະລິດ.

ແມ່ນຖື​ໄດ້​ວ່າ​ປະເທດ​ຍີ່​ປຸ່ນ​ເປັນ​ຜູ້​ນຳ​ຫຼັກ​ການ​ເພີ່ມຜົນ​ຜະລິດ​ມາ​ໃຊ້​ຕັ້ງ​ແຕ່​ຫຼັງ​ສົງຄາມ​ໂລກ​ເທື່ອ​ທີ່ 2 ເພາະ​ສິນ​ຄ້າ​ຂອງ​ຍີ່​ປຸ່ນ​ໃນ​ໄລຍະ​ນັ້ນ​ມີ​ຄຸນນະພາບ​ຕ່ຳ​ຫຼາຍ ເນັ້ນ​ລາ​ຄາຖືກ​ ແລະ ​ເລັ່ງ​ການ​ຜະລິດ​ໃນ​ປະລິມານ​ຫຼາຍໆ ໃຊ້​ການ​ລອກ​ລຽນ​ແບບ​ສິນ​ຄ້າ​ຈາກ​ປະເທດ​ສ​ະຫະລັດ​​ເມ​ຣິ​ກາ​ ຫຼື ​ຢຸ​ໂຣບ ຕໍ່​ມາໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ເລື່ອງ​ການ​ພັດທະນາ​ຄຸນນະພາບ ​ແລະ ​ການ​ເພີ່ມ​ຜົນ​ຜະລິດ ໂດຍ​ຈັດ​ຕັ້ງ​ສູນ​ເພີ່ມ​ຜົນ​ຜະລິດ​ແຫ່ງ​ປະເທດຍີ່​ປຸ່ນ (Japan Productivity Center) ໂດຍ​ນຳ​ເອົາ​ແນວ​ຄິດ “ການ​ບໍລິຫານ​ຄຸນນະພາບ” ທີ່​ເອີ້ນວ່າ TOM (TotalQuality Management) ຫຼື TOC (Total Quality Control) ມາ​ໃຊ້ ອັນ​ເປັນ​ແນວ​ຄິດ​ທີ່​ເນັ້ນ​ຄວາມ​ຮ່ວມ​ມືຂອງ​ບຸກ​ຄະລາກ​ອນ​ທຸກ​ຄົນ​ໃນ​ໝ່ວຍ​ງານ ​ຫຼື ​ອົງ​ກອນ ແລະ ​ຕໍ່​ມາ​ພາຍ​ຫຼັງ​ເອີ້ນວ່າ:  ການ​ຄວບ​ຄຸມ​ຄຸນນະພາບ​ທົ່ວ​ທັງ​ອົງ​​ກອນ (CWOC : Company-Wide Quality Control) ແລະ ​ພັດທະນາ​ມາ​ເປັນ​ວົງ​ຈົນ​ຄວບ​ຄຸມ​ຄຸນນະພາບ (QCCQuality Control Cycle) ໃນ​ປະຈຸບັນ.

ນອກ​ຈາກ​ນີ້​ຍີ່​ປຸ່ນ​ຍັງ​ໄດ້​ນຳ​ລະບົບ​ການ​ເຮັດ​ວຽກງານ ​ແລະ ​ກິດຈະກຳ​ຕ່າງໆ ມາ​ໃຊ້​ພັດທະນາ​ການ​ເພີ່ມ​ຜົນ​ຜະລິດ ເຊັ່ນກິດຈະກຳ 5 ສ. ລະບົບ​ການ​ຜະລິດ​ແບບ​ທັນ​ເວລາ​ພໍ​ດີ (JIT : Just-in-Time) ຂອງ​ເສຍ​ຫາຍ​ເປັນ​ສູນ (ZeroDefect) ເປັນ​ຕົ້ນ ແລະ​ ຍັງ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ປະເທດ​ໃນ​ທວີບ​ເອ​ເຊຍ​ດ້ວຍ​ການ​ຈັດ​ຕັ້ງ​ອ​ົງກອນ​ເພີ່ມ​ຜົນ​ຜະລິດ​ແຫ່ງເອ​ເຊຍ (APO : Asian Productivity Organization) ໂດຍ​ສະໜັບ​ສະໜູນ​ເງິນ​ທຶນ ​ແລະ ​ວິ​ຊາ​ການ​ດ້ານ​ການ​ເພີ່ມ​ຜົນ​ຜະລິດຊຶ່ງ​ປະເທດ​ໄທ​ກໍ​ໄດ້ຮັບ​ຄວາມ​ຊ່ວຍ​ເຫຼືອໂດຍ​ໃນ​ປີ ພ.ສ. 2494 ມີ​ການ​ກໍ່​ຕັ້ງ​ສູນ​ເພີ່ມ​ຜົນ​ຜະລິດ​ແຫ່ງ​ປະເທດ​ໄທ ສັງ​ກັດ​ກົມ​ສົ່ງ​ເສີມ​ອຸດສາຫະກຳ ຂະ​ບວນ​ອຸດສາຫະກຳ ຊຶ່ງ​ໃນ​ປະຈຸບັນ​ໄດ້​ພັດທະນາ​ເປັນ​ອົງ​ກອນ​ອິດສະຫລະ​ ພາຍໃຕ້​ການກຳ​ກັບ​ເບິ່ງ​ແຍງ​ຂອງ​ຂະບວນອຸດສາຫະກຳ​ໃຊ້​ຊື່​ວ່າ ສ​ະຖາ​ບັນ​ເພີ່ມ​ຜົນ​ຜະລິດ​ແຫ່ງ​ຊາດ ຊຶ່ງ​ເປັນ​ໝ່ວຍ​ງານ​ທີ່​ມີບ​ົດບາດ​ສຳຄັນຫຼາຍ​ໃນ​ການ​ພັດທະນາ​ປັບ​ປຸງ​ ແລະ ​ເພີ່ມ​ຜົນ​ຜະລິດ​ຂອງ​ປະເທດ.

2.ວັດ​ຖຸ​ປະສົງ​ຂອງ​ການ​ເພີ່ມ​ຜົນ​ຜະລິດ.

ໃນ​ການ​ຜະລິດ​ທຸກ​ປະ​ເພດ ຜູ້​ປະກອບ​ການ​ຈະ​ຕ້ອງ​ມີ​ການ​ກຳນົດວັດ​ຖຸ​ປະສົງ​ຕ່າງໆ ໄວ້ເພື່ອ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ ດັ່ງ​ນີ້:

-     ເພື່ອ​ເພີ່ມ​ຄຸນນະພາບ​ຂອງ​ຜົນ​ຜະລິດ​ ຫຼື ຜົນ​ຜະລິດ (Output).

-     ເພື່ອ​ຫຼຸດ​ຕົ້ນ​ທຶນ ​ແລະ ​ເພີ່ມ​ກຳ​ໄລ.

-     ເພື່ອ​ເປັນ​ການ​ໃຊ້​ຊັບພະຍາກອນຢ່າງ​ມີ​ປະ​ສິດ​ທິ​ພາບ.

-     ເພື່ອ​ການ​ແຂ່ງ​ຂັນ​ໃນ​ເວ​ທີ​ການ​ຄ້າ​ໂລກ.

-     ເພື່ອ​ເປັນ​ເຄື່ອງ​ມື​ໃນ​ກາ​ນວາງ​ແຜນ​ທັງ​ໃນ​ປະຈຸບັນ ​ແລະ​ ໃນ​ອະນາຄົດ.

3.ເປົ້າ​ໝາຍ​ການ​ເພີ່ມ​ຜົນ​ຜະລິດ.

ເປົ້າ​ໝາຍ​ການ​ເພີ່ມ​ຜົນ​ຜະລິດມີ​ເປົ້າ​ໝາຍ​ທີ່​ສຳຄັນ 2 ປະ​ການ ຄື:

1.ການ​ເພີ່ມ​ຜົນ​ຜະລິດ​ດ້ານ​ຕົ້ນ​ທຶນ (Capital Productivity) ແມ່ນເປັນ​ການ​ເພີ່ມ​ຜົນ​ຜະລິດ​ໂດຍ​ໃຊ້​ເຄື່ອງ​ຈັກ​ອຸປະກອນ ເຄື່ອງ​ມື​ຕ່າງໆ ລວມ​ເຖິງ​ດ້ານ​ເທັກ​ໂນ​ໂລ​ຢີ​ການ​ຜະລິດ (Technology Know - Flow) ການ​ວິ​ໄຈ ແລະ​ ການພັດທະນາ (R&D) ແລະ ອື່ນໆ.

2.ການ​ເພີ່ມ​ຜົນ​ຜະລິດ​ດ້ານ​ກຳ​ລັງ​ຄົນ ແມ່ນເປັນ​ການ​ພັດທະນາ​ຄົນ​ໃຫ້​ມີ​ຄຸນນະພາບ ອັນ​ຈະ​ສົ່ງ​ຜົນ​ເຖິງ​ສິ່ງ​ຂອງ​ທີ່​ຜະລິດໄດ້​ແກ່ ການ​ອົບຮົມ​ໃຫ້​ຄວາມ​ຮູ້ ການ​ພັດທະນາ​ທັກ​ສະ​ ແລະ​ ຝີ​ມື ການສ້າງ​ທັດ​ສະນະຄະຕິ​ທີ່​ດີ​ໃນ​ການ​ເຮັດ​ວຽກງານ ມີ​ລະບຽບ​ວິ​ໄນຕົງຕໍ່​ເວລາ ແລະ ​ມີ​ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກງານ​ເປັນ​ທີມ ຫຼື ​ສາມາດ​ເຮັດວຽກ​ຮ່ວມ​ກັບ​ຜູ້​ອື່ນ​ໄດ້.

1.3.3.ບົດບາດໝ້າທີ່ຂອງການເພີ່ມຜົນຜະລິດ.

ການ​ເພີ່ມ​ຜົນ​ຜະລິດ​ຄື​ພາລະ​ກິດ​ຂອງ​ທຸກ​ຄົນ​ ບໍ່​ແມ່ນ​ໝ້າທີ່​ຂອງ​ໃຜ​ຄົນ​ໃດ​ຄົນ​ໜຶ່ງ ໂດຍ​ສະມາຊິກ​ທຸກ​ຄົນ​ຄວນ​ມີບົດ​ບາດ​ໝ້າທີ່​ດັ່ງ​ນີ້:

1.    ມີ​ທັດ​ສະນະຄະຕິ​ທີ່​ດີ​ໃນ​ການ​ເຮັດ​ວຽກງານ.

2.    ຮູ້​ຈັກ​ການ​ເຮັດ​ວຽກງານ​ເປັນ​ທີມ.

3.    ມີ​ຈິດ​ສຳ​ນຶກ​ໃນ​ຄວາມ​ຮັບ​ຜິດຊອບ​ຮ່ວມ​ກັນ.

4.    ມີ​ຈິດ​ໃຈ​ເສຍ​ສະລະ.

5.    ມີ​ກາ​ນວາງ​ແຜນ​ລ່ວງ​ໜ້າ.

6.    ຮຽນ​ຮູ້​ວິທະຍາ​ການ​ໃໝ່ໆ ແລະ ​ທັກ​ສະ​ໃໝ່ໆ ແລະ ​ນຳ​ມາ​ໃຊ້​ປັບ​ປຸງ​ຕົນ​ເອງ​ຢູ່​ຕະຫຼອດ​ເວລາ.

7.    ຮ່ວມ​ມື​ປະຕິບັດ​ຕາມ​ແຜນ​ການ​ເພີ່ມ​ຜົນ​ຜະລິດ​ທີ່​ຝ່າຍ​ບໍລິຫານ​ໄດ້​ກຳນົດ​ໄວ້.

8.    ໃຊ້​ເວລາ​ຢ່າງ​ມີ​ຄ່າ ​ແລະ ​ເກີດ​ປະໂຫຍດ​ສູງ​ສຸດ.

9.    ມີ​ຄວາມ​ພ້ອມ​ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກັບ​ສະມາຊິກ​ອື່ນ​ຢ່າງ​ເຕັມ​ໃຈ.

10.    ກ້າ​ນຳ​ສະເໜີ​ຂໍ້​ຄິດ​ເຫັນ​ ຫຼື ​ແນວ​ຄິດ​ເພື່ອ​ປັບ​ປຸງ​ງານ.

1.3.4.ອົງປະກອບຂອງການເພີ່ມຜົນຜະລິດ.

ໃນ​ການ​ເພີ່ມ​ຜົນ​ຜະລິດ​ມີ​ອົງ​ປະ​ກອບ​ຫຼັກ​ທີ່​ສຳຄັນ 3 ດ້ານ ຄື: ດ້ານ​ລູກ​ຄ້າ, ດ້ານ​ພ​ະນັກ​ງານ ແລະ ດ້ານ​ສັງຄົມ ມີ​ລາຍ​ລະອຽດ​ດັ່ງ​ນີ້:

1.ດ້ານ​ລູກ​ຄ້າ.

ອົງ​ປະ​ກອບ​ອັນ​ດັບ​ແລກ​ທີ່​ຜູ້​ປະກອບ​ການ​ຕ້ອງ​ຄຳ​ນຶງ​ເຖິງ​ຄື​ການ​ຜະລິດ​ສິນ​ຄ້າ​ ຫຼື ບໍລິການໃຫ້ເປັນ​ໄປ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ ຫຼື ​ຜູ້​ບ​ໍລິ​ໂພກ ມີ​ອົງ​ປະກອບ​ຍ່ອຍໆ ດັ່ງ​ນີ້:

-     ຄຸນນະພາບ​ສິນ​ຄ້າ​ ຫຼື ​ບໍລິການ (Q : Quality)

-     ຄ່າ​ໃຊ້​ຈ່າຍ (C : Cost)

-     ການ​ສົ່ງ​ມອບ​ສິນ​ຄ້າ (D : Delivery)

2.ດ້ານ​ບຸກ​ຄະລາກ​ອນ.

ການ​ໃຫ້​ຄວາມ​ສຳຄັນ​ກັບ​ບຸກ​ຄະລາກ​ອນ​ຂອງ​ສະຖານ​ປະກອບ​ການ ໄດ້​ແກ່: ພະ​ນັກ​ງານ, ລູກ​ຈ້າງໃຫ້​ສາມາດ​ເຮັດວຽກ​ຢ່າງ​ມີ​ປະ​ສິດ​ທິ​ພາບ ຈະ​ສົ່ງ​ຜົນ​ໃຫ້​ຜົນ​ຜະລິດ​ທີ່​ໄດ້​ມີ​ຄຸນນະພາບ​ດ້ວຍ ມີ​ອົງ​ປະ​ກອບ​ຍ່ອຍໆ ດັ່ງ​ນີ້:

1.ຄວາມ​ປອດ​ໄພ (S : Safety) ແມ່ນການ​ເບິ່ງ​ແຍງ ຄຸ້ມ​ຄອງ​ບຸກ​ຄະລາກ​ອນ​ໃນ​ການ​ເຮັດ​ວຽກງານ ໃຫ້​ເຮັດວຽກຢ່າງ​ປອດ​ໄພ ແລະ​ ຖືກລັກ​ອະນາໄມ ເຊັ່ນ: ການ​ຈັດ​ຫາ​ອຸປະກອນ​ປ້ອງ​ກັນ​ທີ່​ເໝາະ​ສົມ​ ແລະ​ ພໍ​ພຽງ ການ​ຈັດ​ສະພາບ​ແວດ​ລ້ອມ ການ​ເຮັດ​ວຽກງານ​ທີ່​ດີ ຊຶ່ງ​ຄວາມ​ປອດ​ໄພ​ໃນ​ການ​ເຮັດ​ວຽກງານ​ຈະ​ເຮັດໃຫ້​ພ​ະນັກ​ງານ​ມີ​ຄວາມຫມັ້ນ​ໃຈ​ໃນ​ການ​ເຮັດ​ວຽກງານ​ໄດ້​ຢ່າງ​ເຕັມ​ທີ່ມີ​ປະ​ສິດ​ທິ​ພາບ.

2.ຂວັນ ​ແລະ​ ກຳ​ລັງ​ໃຈ (M : Morale) ແມ່ນສະພາບ​ທາງ​ຈິດ​ໃຈ​ທີ່​ດີ​ຂອງ​ພະ​ນັກ​ງານ ທີ່​ສົ່ງ​ຜົນ​ໃຫ້​ເກີດ​ການເຮັດວຽກ​ທີ່​ມີ​ປະ​ສິດ​ທິ​ພາບ ແລະ​ ໄດ້​ຜົນ​ຜະລິດ​ທີ່​ດີ​ມີ​ຄຸນນະພາບ​ຕາມ​ມາດຕະຖານ ເຊັ່ນ: ການ​ບໍລິຫານ​ງານ​ບຸກ​ຄົນ​ກ່ຽວກັບ​ຄວາມກ້າວ​ໜ້າ​ໃນ​ໝ້າທີ່ ຄວາມໝັ້ນຄົງ ເງີນ​ເດືອນ​ ຫຼື ​ຄ່າ​ຕອບ​ແທນ ສະ​ວັດ​ດິີການ ຄວາມ​ປອດ​ໄພ​ໃນ​ການ​ເຮັດ​ວຽກງານ ບັນ​ຍາ​ກາດ ແລະ ຄວາມ​ສຳພັນ​ພາຍ​ໃນ​ອົງ​ກອນ ແລະ ອື່ນໆ.

3.ດ້ານ​ສັງຄົມ.

ໄດ້​ແກ່ ການ​ປະກອບ​ກິດຈະການ​ທີ່​ມີ​ຄວາມ​ຮັບ​ຜິດຊອບ​ຕໍ່​ສັງຄົມ ບໍ່​ກໍ່​ໃຫ້​ເກີດ​ອັນຕະລາຍ​ ຫຼື ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ ບໍ່​ທຳລາຍ​ຊັບພະຍາກອນ​ທຳມະຊາດ​ທີ່​ມີ​ຢູ່​ຢ່າງ​ຈຳ​ກັດ ຊຶ່ງ​ມີ​ອົງປະ​ກອບ​ຍ່ອຍຄື:

- ສິ່ງ​ແວດ​ລ້ອມ (E : Environment)

- ຈ​ັນຍາບັນ (E : Ethics)

1.4.ການຈັດຄວາມສູນເສຍ.

ໃນ​ຂະ​ບວນ​ການ​ຜະລິດ​ຕ່າງໆ ຫາກ​ມີ​ຄວາມ​ສູນ​ເສຍ​ເກີດ​ຂຶ້ນ​ຫຼາຍ ກໍ​ຈະ​ເຮັດໃຫ້​ຕົ້ນ​ທຶນ​ການ​ຜະລິດ​ມີ​ຄ່າ​ໃຊ້​ຈ່າຍສູງ ແລະ ​ສິນ​ຄ້າ​ບໍ່​ໄດ້​ຄຸນນະພາບ​ຕາມ​ມາດຕະຖານ ດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ຮູ້​ສາ​ເຫດ​ຂອງ​ບັນຫາ​ ແລະ​ ຫາ​ແນວ​ທາງ​ກຳຈັດ​ຄວາມສູນ​ເສຍ​ທີ່ເກິດຂື້ນ​ໃຫ້​ນ້ອຍ​ລົງ ຄວາມ​ສູນ​ເສຍ​ສຳຄັນ 7 ປະ​ການ ມີດັ່ງນີ້:

1.4.1.ຄວາມສູນເສຍເນື່ອງຈາກການຜະລິດເກີນຈຳເປັນ.

ຄວາມ​ສູນ​ເສຍ​ນີ້​ໄດ້​ແກ່ ການ​ຜະລິດ​ທີ່​ມີ​ປະລິມານ​ຫຼາຍ​ເກີນ​ຈຳ​ເປັນ (Over Production) ຫຼື ​ຜະລິດ​ໄວ້ລ່ວງ​ໜ້າ​ເປັນ​ເວລາ​ດົນ ມີ​ບັນຫາ ​ແລະ ​ແນວ​ທາງ​ແກ້​ໄຂ​ຕ່າງໆ ດັ່ງ​ນີ້:

1.ບັນຫາ​ທີ່ເກິດຂື້ນ.

-     ສິນ​ຄ້າ​ຢູ່ໃນ​ສາງ​ດົນ ເຮັດໃຫ້​ຕົ້ນ​ທຶນ​ຈົມ ເງິນ​ລົງ​ທຶນ​ບໍ່​ໝູນ​ວຽນ.

-     ເກີດ​ການ​ຂົນ​ຍ້າຍ​ຊ້ຳ​ຊ້ອນ​ເນື່ອງ​ຈາກ​ພື້ນ​ທີ່​ການ​ຈັດ​ເກັບ​ມີ​ຈຳ​ກັດ ຫຼື ​ເສຍ​ພື້ນ​ທີ່​ໃນ​ການ​ຈັດ​ເກັບ.

-     ການ​ເກັບ​ສິນ​ຄ້າ​ເປັນ​ເວລາ​ດົນ​ອາດ​ເຮັດໃຫ້​ຊຳ​ລຸດ​ ຫຼື ​ເສຍ​ຫາຍ.

-     ເຄື່ອງ​ມື​ເຄື່ອງ​ຈັກ​ມີ​ການ​ໃຊ້​ງານ​ຫຼາຍ ອາດ​ຊຳ​ລຸດ ເສຍ​ຫາຍ  ຫຼື ​ອາ​ຍຸ​ການ​ໃຊ້​ງານ​ນ້ອຍ​ລົງ.

-     ໃຊ້​ເວລາ​ໃນ​ການ​ຜະລິດ ​ແລະ ​ການ​ເຮັດ​ວຽກງານ​ດົນ​ຂຶ້ນ ເຮັດໃຫ້​ຄ່າ​ໃຊ້​ຈ່າຍ ​ແລະ ​ຄ່າ​ແຮງ​ເພີ່ມ​ຂຶ້ນ.

-     ເພີ່ມ​ງານ​ດ້ານ​ການ​ຄວບ​ຄຸມ​ຄຸນນະພາບ​ ແລະ​ ເບິ່ງ​ແຍງ​ບຳ​ລຸງ​ຖືຮັກສາ​ເຄື່ອງ​ມື​ເຄື່ອງ​ຈັກ​.

2.ແນວ​ທາງ​ການ​ປັບ​ປຸງ​ແກ້​ໄຂ.

-     ສຶກສາປະລິມານການຜະລິດທີ່ເໝາະສົມກັບການຈຳໜ່າຍ ໂດຍບໍ່ເຮັດໃຫ້ສິນຄ້າຂາດ ຫຼື ຫຼາຍເກີນໄປ.

-     ວາງ​ແຜນ​ແຕ່​ລະ​ຂັ້ນ​ຕອນ​ໆ.

-     ຕອນ​ຂອງ​ຂະ​ບວນ​ການ​ຜະລິດ​ໃຫ້​ສຳພັນ​ກັບ​ເວລາ​ໃນ​ປະລິມານ​ທີ່​ເໝາະ​ສົມ.

-     ໃຊ້​ອຸປະກອນ​ກວດ​ຈັບ​ເວລາ​ ຫຼື ປະລິມານ​ການ​ຜະລິດ​ເພື່ອ​ໃຫ້​ຮູ້​ຜົນ​ການ​ຜະລິດ​ທີ່​ເປັນ​ຈິງ ​ແລະ ​ຕົງ.

-     ກັບ​ເປົ້າ​ໝາຍ​ໃນ​ການ​ຜະລິດ​ເພື່ອ​ບໍ່​ໃຫ້​ມີ​ການ​ຜະລິດ​ເກີນ​ຈຳນວນ.

-     ເບິ່ງ​ແຍງ​ບຳ​ລຸງ​ຖືຮັກສາ ຫຼື ​ກຽມ​ເຄື່ອງ​ມື ເຄື່ອງ​ຈັກ​ ​ແລະ ​ອຸປະກອນ​ໃຫ້​ພ້ອມ​ໃຊ້​ງານ ຫຼື ສາມາດ.

-     ປັບ​ປ່ຽນ​ການ​ຜະລິດ​ເປັນ​ຮູບ​ແບບ​ອື່ນໆ ໄດ້​ທັນ​ທີ.

-     ພັດ​ນາພະ​ນັກ​ງານ​ທີ່​ປະຕິບັດການ​ຜະລິດ​ໃຫ້​ສາມາດ​ເຮັດວຽກ​ໄດ້​ຫຼາຍ​ດ້ານ ເພື່ອ​ຮອງ​ຮັບ​ການ​ປັບ​ປ່ຽນການ​ຜະລິດ​ໄດ້​ຢ່າງ​ທັນ​ທ່ວງ​ທີ.

-     ຈັດ​ເກັບ​ສິນ​ຄ້າ​ໃຫ້ເປັນ​ລະບຽບ ມີ​ຄວາມ​ປອດ​ໄພ ແລະ​ ຕາມ​ກຳນົດ​ອາ​ຍຸ ເພື່ອ​ໃຫ້​ສາມາດ​ກວດສອບ​ຄຸນນະພາບ​ສິນ​ຄ້າ​ທີ່​ອາດ​ຊຳ​ລຸດ​ ຫຼື ​ເສຍ​ຫາຍ​ໄດ້​ງ່າຍ.

1.4.2.ຄວາມສູນເສຍເນືອງຈາກການເກັບວັດສະດຸຄ້າງສາງ.

ການ​ຈັດ​ຊື້​ຈັດ​ຫາ​ວັດ​ຖຸ​ດິບ​ມາ​ເກັບ​ໄວ້​ເປັນ​ວັດ​ດຸຄ້າງສາງ (Inventory) ທີ່​ຈະ​ນຳ​ມາ​ກໍ່ການ​ຜະລິດ ຫາກ​ຫຼາຍ​ເກີນຄວາມ​ຈຳ​ເປັນ ຈະ​ກໍ່​ໃຫ້​ເກີດ​ບັນຫາ​ຕ່າງໆ ຊຶ່ງ​ຕ້ອງ​ມີ​ແນວ​ທາງ​ແກ້​ໄຂ ດັ່ງ​ນີ້:

1.ບັນຫາ​ທີ່ເກິດຂື້ນ.

-     ວັດ​ຖຸ​ດິບ​ຢູ່ໃນ​ສາງ​ດົນ ເຮັດໃຫ້​ຕົ້ນ​ທຶນ​ຈົມ ເງິນ​ລົງ​ທຶນ​ບໍ່​ໝູນ​ວຽນ.

-     ວັດ​ຖຸ​ດິບ​ບາງ​ຊະນິດ​ເສື່ອມ​ຄຸນນະພາບ​ເນື່ອງ​ຈາກ​ເກັບ​ໄວ້​ດົນ.

-     ຕ້ອງ​ໃຊ້​ວັດ​ຖຸ​ດິບ​ເກົ່າ​ທີ່​ມີ​ຢູ່ໃນ​ການ​ຜະລິດ ເຮັດໃຫ້​ປ່ຽນ​ແປງ​ຮູບ​ແບບ​ສິນ​ຄ້າ​ໄດ້​ຍາກ.

-     ຕ້ອງ​ໃຊ້​ພື້ນ​ທີ່​ຈັດ​ເກັບ​ວັດ​ຖຸ​ດິບ​ຫຼາຍ​ ແລະ ​ອາດ​ເກີດ​ຄວາມ​ເສຍ​ຫາຍ​ ຫຼື ​ບໍ່​ປອດ​ໄພ.

-     ຕ້ອງ​ໃຊ້​ຄົນ ເຄື່ອງ​ມື ອຸປະກອນ​ໃນ​ການ​ກວດ​ສອບ​ການ​ຮັບ​-​ຈ່າຍ​ວັດ​ຖຸ​ດິບ​ເພີ່ມ​ຂຶ້ນ

-     ຕ້ອງ​ໃຊ້​ອຸປະກອນ​ການ​ຂົນ​ຖ່າຍ​ຫລື​ອຸປະກອນ​ອື່ນໆ ໃນ​ການ​ຈັດການ​ກັບ​ວັດ​ຖຸ​ດິບ​ທີ່​ມີ​ຫຼາຍ​ເກີນ​ໄປ

2.ແນວ​ທາງ​ການ​ປັບ​ປຸງ​ແກ້​ໄຂ.

-     ກຳນົດ​ເປົ້າ​ໝາຍ​ການ​ຈັດ​ຊື້​ວັດ​ຖຸ​ດິບ​ສຳລັບ​ການ​ຜະລິດ​ສິນ​ຄ້າ​ໃຫ້​ເໝາະ​ສົມ​ຊັດເຈນ.

-     ຈັດ​ລະບົບ​ງານ​ພັດສະ​ດຸ​ໃຫ້ເປັນ​ລະບົບ​ ແລະ ​ເບິ່ງ​ເຫັນ​ໄດ້​ງ່າຍ (Visual Control) ເຊັ່ນ: ແຜ່ນ​ທາແຖບ​ສີ ແລະ ອື່ນໆ ເພື່ອ​ໃຫ້​ສາມາດ​ເຂົ້າໃຈ​ ແລະ ​ສັງເກດ​ໄດ້​ງ່າຍ ບໍ່​ມີ​ວັດ​ຖຸ​ດິບ​ຕົກ​ຄ້າງ​ຈົນ​ເສື່ອມ​ຄຸນນະພາບ.

-     ຈັດ​ຫາ​ວັດ​ຖຸ​ດິບ​ທີ່​ນຳ​ມາ​ເປັນ​ວັດ​ດຸ​ງານ ​ຫຼື ​ວັດສະ​ດຸ​ຊ່ວຍ​ງານ​ທີ່​ອາດ​ໃຊ້​ທົດ​ແທນ​ກັນ​ໄດ້ ເພື່ອກຳນົດ​ປະລິມານການ​ເກັບ​ສິນ​ຄ້າ​ໃນ​ສາງ​ທີ່​ເກີນ​ຈຳ​ເປັນ.

-     ປັບ​ປຸງ​ລະບົບ​ການ​ຈັດ​ເກັບ​ເປັນ​ແບບ ເຂົ້າ​ກ່ອນ ອອກ​ກ່ອນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ວັດ​ດຸ​ຕົກ​ຄ້າງ.

1.4.3.ຄວາມສູນເສຍເນື່ອງຈາກການຂົນສົ່ງ ຫຼື ຂົນຍ້າຍ.

ການ​ຂົນ​ສົ່ງ ຫຼື ຂົນ​ຍ້າຍ (Transportation) ໄດ້​ແກ່ ການ​ເຄື່ອນ​ຢ້າຍ​ປ່ຽນ​ແປງ​ສະຖານ​ທີ່​ຂອງ​ວັດ​ສະດຸ​ ຫຼື ຜະລິດຕະພັນ​ສຳ​ເລັດ​ຮູບ​ຕ່າງໆ ເພື່ອ​ໃຫ້​ຂະ​ບວນ​ການ​ຜະລິດ​ດຳ​ເນີນ​ໄປ​ໄດ້​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ຖ້າ​ການ​ຈັດການ​ ແລະ​ຄວບ​ຄຸມການ​ຂົນ​ສົ່ງ​ບໍ່​ເໝາະ​ສົມ​ຈະ​ມີ​ບັນຫາ ​ແລະ​ ແນວ​ທາງ​ແກ້​ໄຂ​ຕ່າງໆ ດັ່ງ​ນີ້:

1.ບັນຫາ​ທີ່ເກິດຂື້ນ.

-     ເສຍ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຂົນ​ສົ່ງ ເຊັ່ນ: ແຮງ​ງານ, ພະລັງ​ງານ, ອຸປະກອນ​ຂົນ​ຖ່າຍ​ວັດ​ສະດຸ.

-     ວັດສະ​ດຸ​ເສຍ​ຫາຍ​ຈາກ​ການ​ຕົກ​ຫຼົ່ນ​ລະຫວ່າງ​ການ​ຂົນ​ສົ່ງ.

-     ວັດ​ດຸ​ສູຍ​ຫາຍ ​ຫຼື ​ຕົກ​ຫຼົ່ນ​ລະຫວ່າງ​ການ​ຂົນ​ສົ່ງ​ດ້ວຍ​ວິທີ​ການ​ຂົນ​ສົ່ງ​ບໍ່​ເໝາະ​ສົມ.

-     ເກີດ​ອຸບັດເຫດ​ຫາກ​ຂາດ​ຄວາມ​ລະ​ມັດ​ລະ​ວັງ.

-     ການ​ຂົນ​ສົ່ງ​ລ່າ​ຊ້າ​ບໍ່​ທັນ​ການ​ຜະລິດ ເຮັດໃຫ້​ເສຍ​ເວລາ​ໃນ​ການ​ລໍຄອຍ​ຖ້າ​ ແລະ ​ສົ່ງ​ມອບ​ລ່າ​ຊ້າ.

2.ແນວ​ທາງ​ການ​ປັບ​ປຸງ​ແກ້​ໄຂ.

-      ວາງ​ຜັງ​ໂຣງ​ງານ​ຕາມ​ຊະນິດ​ຂອງ​ຜະລິດຕະພັນ​ ຫຼື ​ວາງ​ເຄື່ອງ​ຈັກ​​ໃຫ້​ຢູ່ໃນ​ບໍລິເວນ​ດຽວ​ກັນ.

-      ເລືອກ​ໃຊ້​ອຸປະກອນ​ຂົນ​ຖ່າຍ​ວັດ​ສະດຸ​ໃຫ້​ເໝາະ​ສົມ​ກັບ​ຂະ​ບວນ​ການ​ຜະລິດ.

-      ລຸດ​ຂັ້ນ​ຕອນ​ການ​ຂົນ​ສົ່ງ​ ຫຼື ​ເຄື່ອນ​ຍ້າຍ​ທີ່​ຫຍຸ້ງ​ຍາກ​ຊັບ​ຊ້ອນ.

-      ລຸດ​ປະລິມານ​ວັດສະ​ດຸ​ ຫຼື ​ຊິ້ນ​ງານ​ໃນ​ການ​ຂົນ​ສົ່ງ ເພື່ອ​ໃຫ້​ສາມາດ​ເຄື່ອນ​ຍ້າຍ​ໄດ້​ໄວ​ຂຶ້ນ.

1.4.4.ຄວາມສູນເສຍເນື່ອງຈາກການເຄືອນໄຫວ.

ພື້ນ​ທີ່​ທີ່​ໃຊ້​ໃນ​ການ​ເຄື່ອນ​ໄຫວ (Motion) ຕ້ອງ​ມີ​ການ​ກຳນົດ​ຕຳແໜ່ງ​ການ​ເຮັດ​ວຽກງານ​ ຫຼື ​ທ່າ​ທາງ​ໃນ​ການ​ເຮັດ​ວຽກງານເຊັ່ນ: ການ​ເອື້ອມ​ຫຢິບ​ຂອງ ການ​ເຮັດ​ວຽກງານ​ກັບ​ເຄື່ອງ​ມື ​ຫຼື ​ອຸປະກອນ ໃຫ້​ເໝາະ​ສົມ ຖ້າ​ໃນ​ການ​ເຮັດ​ວຽກງານ​ຕ້ອງ​ໃຊ້​ພື້ນ​ທີ່​ໃນການ​ເຄື່ອນ​ໄຫວ​ຫຼາຍ​ກໍ​ຈະ​ເຮັດໃຫ້​ມີ​ບັນຫາ​ຕໍ່​ຕົວ​ຜູ້​ປະຕິບັດ​ງານ​ຊຶ່ງ​ສົ່ງ​ຜົນ​ຕໍ່​ການ​ຜະລິດ​ ມີ​ບັນຫາ​ ແລະ​ ແນວ​ທາງ​ການແກ້​ໄຂດັ່ງ​ນີ້:

1.ບັນຫາ​ທີ່ເກິດຂື້ນ.

- ຄວາມເໜື່ອຍລ້າ ແລະ ​ຄຽດ ສົ່ງຜົນຕໍ່ຄຸນນະພາບຂອງງານ ເພາະອາດເກີດອຸບັດເຫດ ການເຈັບປ່ວຍ ຫຼື ​ຜົນເສຍຕໍ່ສຸກຂະພາບຂອງະນັກງານໃນໄລຍະຍາວ.

- ເກີດ​ໄລຍະທາງ​ໃນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຈຳ​ເປັນ ເຮັດໃຫ້​ກະທົບ​ເຖິງ​ເວລາ​ທີ່​ໃຊ້​ ແລະ​ ປະ​ສິດ​ທິ​ພາບ​ການເຮັດວຽກ​ ແລະ​ ເຮັດໃຫ້​ຕົ້ນ​ທຶນ​ແຮງ​ງານ​ເພີ່ມ​ສູງ​ຂຶ້ນ.

2.ແນວ​ທາງ​ການ​ປັບ​ປຸງ​ແກ້​ໄຂ.

- ສຶກ​ສາ​ການ​ເຄື່ອນ​ໄຫວ​ຂອງ​ຮ່າງກາຍ​ ແລະ ​ອະໄວຍະວະ​ຕາມ​ຫຼັກ “ກາ​ຍຍະ​ສາດ” (Ergonomics) ຊຶ່ງເປັນ​ສາດ ​ຫຼື ​ວິ​ຊາ​ການ​ທີ່​ເປັນ​ການ​ປັບ​ປ່ຽນ​ສະພາບ​ການ​ເຮັດ​ວຽກງານ​ໃຫ້​ເໝາະ​ສົມ​ກັບ​ຜູ້​ປະຕິບັດ​ງານ ຫຼື ​ເປັນ​ການ​ປັບ​ປຸງ​ສະພາບ​ການ​ເຮັດ​ວຽກງານ​ຢ່າງ​ເປັນ​ລະບົບ ເໝາະ​ສົມ ເພື່ອ​ໃຫ້​ມີ​ການ​ເຄື່ອນ​ໄຫວນ້ອຍ​ທີ່ສຸດ.

- ຈັດ​ສະພາບ​ການ​ເຮັດ​ວຽກງານ ເຊັ່ນ: ແສງ​ສະຫວ່າງ ອຸນຫະພູມ ສຽງ ໃຫ້​ເໝາະ​ສົມ​ຕໍ່​ການ​ເຮັດ​ວຽກງານ.

- ປັບ​ປຸງ​ເຄື່ອງ​ມື​ ແລະ​ ອຸປະກອນ​ເຮັດວຽກ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຮ່າງກາຍ​ຂອງ​ຜູ້​ປະຕິບັດ​ງານ.

- ຈັດ​ສ້າງ​ອຸປະກອນ​ຊ່ວຍ​ຈັບ​ຢຶດ​ຊິ້ນ​ງານ (Jigs ແລະ Fixtures) ເພື່ອ​ໃຫ້​ສາມາດ​ເຮັດວຽກ​ໄດ້​ຢ່າງສະ​ດວກ​ວ່ອງໄວ ​ແລະ ​ປອດ​ໄພ​ຫຼາຍ​ຂຶ້ນ.

- ໃຫ້​ພະ​ນັກ​ງານ​ອອກ​ກຳ​ລັງ​ກາຍ​ເພື່ອ​ໃຫ້​ຮ່າງກາຍ​ແຂງ​ແຮງ.

1.4.5.ຄວາມສູນເສຍເນື່ອງຈາກການຜະລິດມີຫຼາຍຂັ້ນຕອນ.

ການ​ຜະລິດ​ທີ່​ມີ​ຂັ້ນ​ຕອນ​ຫຼາຍ ຫຼື ​ຊ້ຳ​ຊ້ອນ​ເກີນ​ຄວາມ​ຈຳ​ເປັນ (Excess Processing) ຈົນ​ເຮັດໃຫ້​ເກີດ​ຄວາມລ່າ​ຊ້າ ມີ​ບັນຫາ​ ແລະ​ ແນວ​ທາງ​ແກ້​ໄຂ​ຕ່າງໆ ດັ່ງ​ນີ້:

1.ບັນຫາ​ທີ່ເກິດຂື້ນ.

-     ເສຍ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ​ເພີ່ມ​ຂຶ້ນ​ໂດຍ​ບໍ່​ຈຳ​ເປັນ.

-     ເສຍ​ເວລາ​ໃນ​ການ​ກຽມ​ການ​ຕ່າງໆ ເຊັ່ນ: ກຽມ​ຊິ້ນ​ງານ, ການ​ຜະລິດ, ເຄື່ອງ​ຈັກ​ ແລະ ​ແຮງ​ງານ.

-     ເພີ່ມ​ພາລະ ​ແລະ ​ລາຍ​ລະອຽດ​ລະຫວ່າງ​ເຮັດວຽກ​ຫຼາຍ​ຂຶ້ນ.

-     ໃຊ້​ພື້ນ​ທີ່​ການ​ເຮັດ​ວຽກງານ​ຂອງ​ແຕ່​ລະ​ຂັ້ນ​ຕອນ​ການ​ຜະລິດ​ຫຼາຍ​ຂຶ້ນ.

2.ແນວ​ທາງ​ການ​ປັບ​ປຸງ​ແກ້​ໄຂ.

- ອອກ​ແບບ​ຜະລິດຕະພັນ ​ແລະ ​ເລືອກ​ໃຊ້​ວັດສະ​ດຸ​ທີ່​ເໝາະ​ສົ​ມ ເໝ​າ​ະ​ສົມ​ເພື່ອ​ໃຫ້​ງ່າຍ​ຕໍ່​ການ​ຜະລິດ ​ແລະ​ການ​ໃຊ້​ງານ.

- ວິ​ເຄາະ​ຂະ​ບວນ​ການ​ຜະລິດ​ໂດຍ​ໃຊ້​ແຜນ​ຕາຕະລາງຂະ​ບວນ​ການ​ດຳ​ເນີນ​ງານ (Operation Process

Chart) ເພື່ອ​ສະແດງ​ກິດຈະກຳ​ທີ່ເກິດຂື້ນ​ລະຫວ່າງ​ການ​ເຮັດ​ວຽກງານ 5 ລັກສະນະ ໄດ້​ແກ່:

            1.ການ​ປະຕິບັດງານ

2.ການ​ຂົນ​ຖ່າຍ​ວັດສະ​ດຸ

3.ການ​ເກັບ​ວັດສະ​ດຸ

4.ການ​ກວດ​ສອບ

5.ການ​ລໍ​ຄອຍ​ຖ້າ

ເພື່ອຫາ​ວິທີ​ການ​ປັບ​ປຸງ​ແກ້​ໄຂ​ຕໍ່ໄປ ໂດຍ​ໃຊ້​ຫຼັກ​ການຕັ້ງ​ຄຳ​ຖາມ​ໃນ​ແຕ່​ລະ​ກິດຈະກຳ ເຊັ່ນ: ເຮັດ​ຫຍັງ, ເຮັດ​ແນວໃດ, ເຮັດ​ເມື່ອ​ໃດ, ໃຜ​ເປັນ​ຄົນ​ເຮັດ, ເຮັດ​ເທົ່າ​ໃດ ເປັນ​ຕົ້ນ.

1.4.6.ຄວາມສູນເສຍເນື່ອງຈາກລໍຄອຍ.

ການ​ລໍ​ຄອຍ​ຖ້າ (Delay) ທີ່​ເກີດ​ຈາກ​ເຄື່ອງ​ຈັກ​ ຫຼື ​ພະ​ນັກ​ງານ ຄົນ​ງານ​ຕ້ອງ​ຢຸດ​ການ​ເຮັດ​ວຽກງານ​ເນື່ອງ​ຈາກ​ຕ້ອງລໍ​ຄອຍ​ຖ້າ​ປັດ​ໄຈ​ການ​ຜະລິດ ເຊັ່ນ: ການ​ຈັດ​ຄົນ​ບໍ່​ເໝາະ​ສົມ​ກັບ​ສາຍ​ງານ​ການ​ຜະລິດ ການ​ປ່ຽນ​ລຸ້ນ​ຜະລິດ ການ​ເຄື່ອນ​ທີ່ຂອງ​ການ​ຜະລິດ ມີ​ບັນຫາ ​ແລະ​ ແນວ​ທາງ​ການ​ແກ້​ໄຂ​ຕ່າງໆ ດັ່ງ​ນີ້:

1.ບັນຫາ​ຈາກ​ການ​ລໍ​ຄອຍ​ຖ້າ.

-     ເສຍ​ຄ່າ​ໃຊ້​ຈ່າຍ​ດ້ານ​ແຮງ​ງານ ເຄື່ອງ​ຈັກ​ ໂດຍ​ບໍ່​ກໍ່​ໃຫ້​ເກີດ​ມູນ​ຄ່າ​ເພີ່ມ​ກັບ​ຜະລິດຕະພັນ.

-     ເສຍ​ໂອ​ກາດ ​ແລະ ​ເສຍ​ເວລາ​ທີ່​ຈະ​ໃຊ້​ຄົນ ເຄື່ອງ​ຈັກ​ ອຸປະກອນ​ການ​ຜະລິດ ເພາະ​ຕ້ອງ​ລໍ

-     ຂວັນ ​ແລະ ​ກຳ​ລັງ​ໃຈ​ຂອງ​ພະ​ນັກ​ງານ​ລຸດລົງ ເພາະ​ເກີດ​ຄວາມ​ບໍ່​ແນ່ນອນ​ໃນ​ຂະ​ບວນ​ການ​ຜະລິດ.

-     ເຮັດໃຫ້​ພະ​ນັກ​ງານ​ບໍ່​ຮູ້​ເຖິງ​ແຜນ​ການ​ປະຕິບັດ​ງານ ​ແລະ ​ເປົ້າ​ໝາຍ​ການ​ປະຕິບັດ​ງານ.

2.ແນວ​ທາງ​ການ​ປັບ​ປຸງ​ແກ້​ໄຂ.

-     ວາງ​ແຜນ​ການ​ຜະລິດ ວາງ​ແຜນ​ການ​ຈັດ​ຫາ​ວັດ​ຖຸ​ດິບ ແລະ​ ຈັດ​ລຳ​ດັບ​ການ​ຜະລິດ​ໃຫ້​ຖືກ​ຕ້ອງ​ ແລະ​ປະຕິບັດຕາມ​ແຜນ​ຢ່າງ​ເຄັ່ງຄັດ.

-     ບຳ​ລຸງ​ຖືຮັກສາ​ເຄື່ອງ​ຈັກ​ ​ແລະ​ ອຸປະກອນ​ການ​ຜະລິດ​ໃຫ້​ມີ​ສະພາບ​ພ້ອມ​ໃຊ້​ງານ​ຕະຫຼອດ​ເວລາ.

-     ວາງ​ແຜນ​ຂັ້ນ​ຕອນ​ການ​ປັບ​ປ່ຽນ​ຂະ​ບວນ​ການ​ຜະລິດ ​ແລະ​ ຈັດ​ສັນ​ກຳ​ລັງ​ຄົນ​ໃຫ້​ເໝາະ​ສົມ.

-     ກຽມ​ເຄື່ອງ​ມື​ ແລະ​ ອຸປະກອນ​ທີ່​ຈະ​ໃຊ້​ໃນ​ການ​ປັບ​ປ່ຽນ​ຂະ​ບວນ​ການ​ຜະລິດ​ໃຫ້​ພ້ອມ​ກ່ອນ.

-     ຢຸດ​ການ​ຜະລິດ ​ແລະ​ ໃຊ້​ອຸປະກອນ​ຊ່ວຍ​ໃຫ້​ເກີດ​ຄວາມສະດວກ​ໃນ​ການ​ປັບ​ປ່ຽນ​ຂະ​ບວນ​ການ​ຜະລິດ.

1.4.7.ຄວາມສູນເສຍເນື່ອງຈາກການຜະລິດຂອງເສຍ.

ການ​ທີ່​ບໍ່​ສາມາດ​ກຳຈັດ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ຂອງ​ເສຍ (Defects) ຫຼື ​ເຫຼືອ​ເສ​ສວັດ​ດຸ​ຫລາຍ​ເກີນ​ໄປ​ເຮັດໃຫ້ຕົ້ນ​ທຸນ​ການ​ຜະລິດ​ສູງ​ຂຶ້ນ ມີ​ບັນຫາ​ແລະ​ແນວ​ທາງ​ການ​ແກ້​ໄຂ ດັ່ງ​ນີ້

1.ບັນຫາ​ທີ່ເກິດຂື້ນ.

-     ຕົ້ນ​ທຶນ​ວັດ​ຖຸ​ດິບ ເຄື່ອງ​ຈັກ​ ແຮງ​ງານ ສູນ​ເສຍ​ໄປ​ໂດຍ​ເປລົ່າ​ປະໂຫຍດ

-     ເຮັດໃຫ້​ການ​ຜະລິດ​ສິນ​ຄ້າ​ອື່ນໆ ແລະ ​ການ​ສົ່ງ​ມອບ​ລ່າ​ຊ້າ​ກວ່າ​ກຳນົດ.

-     ເກີດ​ການ​ເຮັດ​ວຽກງານ​ເພື່ອ​ແກ້​ໄຂ​ຊິ້ນ​ງານ ຫຼື ​ຕ້ອງ​ຜະລິດ​ສິນ​ຄ້າ​ໃໝ່​ຊົດ​ເຊຍ​ຂອງ​ເສຍ.

-     ສິ້ນ​ເປືອງ​ສະຖານ​ທີ່​ໃນ​ການ​ຈັດ​ເກັບ ​ແລະ​ ກຳຈັດ​ຂອງ​ເສຍ.

2.ແນວ​ທາງ​ການ​ປັບ​ປຸງ​ແກ້​ໄຂ.

-     ຜູ້​ປະຕິບັດ​ຕ້ອງ​ປະຕິບັດ​ງານ​ຕາມ​ມາດຕະຖານ​ທີ່​ກຳນົດ ທຸກ​ຂັ້ນ​ຕອນ​ການ​ເຮັດ​ວຽກງານ

-     ສ້າງ​ຈິດ​ສຳ​ນຶກ​ໃຫ້​ພ​ະນັກ​ງານ​ທຸກ​ຄົນ​ມີ​ໃຈ​ຮັກ​ ແລະ​ ຮັບ​ຜິດຊອບ​ຕໍ່​ງານ​ທີ່​ເຮັດ.

-     ສ້າງ​ລະບົບ​ ຫຼື ​ເຄື່ອງ​ມື​ທີ່​ກວດ​ສອບ​ ຫຼື ​ປ້ອງ​ກັນ​ຄວາມ​ຜິດ​ພາດ​ຈາກ​ການ​ເຮັດ​ວຽກງານ.

-     ຕັ້ງ​ເປົ້າ​ໝາຍ​ລຸດ​ປະລິມານ​ຂອງ​ເສຍ​ໃນ​ການ​ຜະລິດ​ໃຫ້ເປັນ​ສູນ (Zero Defect)

-     ປັບ​ປຸງ​ການ​ອອກ​ແບບ​ລະບົບ​ການ​ເຮັດ​ວຽກງານ ​ແລະ ​ການ​ບຳ​ລຸງ​ຖືຮັກສາ​ເຄື່ອງ​ມື​ໃຫ້​ທັນ​ສະໄໝ.

1.5.ການຄວບຄຸມຄຸນນະພາບ.

1.5.1.ຄວາມໝາຍຂອງຄຳວ່າຄຸນນະພາບ.

ຄຳ​ວ່າ “ຄຸນນະພາບ” ໃນ​ທີ່​ນີ້​ມີ​ຄວາມໝາຍ​ມຸ້ງ​ເນັ້ນ​ໄປ​ທີ່​ຕົວ​ລູກ​ຄ້າ​ ຫຼື ​ຜູ້​ບໍ​ລິ​ໂພກ​ເປັນ​ຫຼັກຕາມ​ແນວ​ຄວາມ​ຄິດຂອງ​ກາ​ນຕະຫຼາດ​ສະໄໝ​ໃໝ່​ອາດຈະ​ສະຫລຸບ​ໄດ້​ວ່າ “ຄຸນນະພາບ” ໝາຍ​ເຖິງ ຄວາມ​ພະຍາຍາມ​ຂອງ​ອົງ​ກອນ​ທີ່​ຈະ​ຜະລິດ​ສິນ​ຄ້າ ຫຼື ບໍລິການ​ໃຫ້​ໄດ້​ຕາມ​ຂໍ້​ກຳນົດ ​ແລະ​ ມາດຕະຖານບໍ່​ວ່າ​ອົງ​ກອນ​ນັ້ນ​ຈະ​ເປັນ​ອົງ​ກອນ​ທີ່​ສະແຫວງ​ຫາ​ກຳ​ໄລ ຫຼື ​ບໍ່​ສະແຫວງຫາ​ກຳ​ໄລກໍ​ຕາມ ທັງ​ຜູ້​ຜະລິດ​ ຫຼື ​ຜູ້​ໃຫ້​ບໍລິການ​ຕ່າງໆ ລ້ວນ​ມີ​ຂໍ້​ກຳນົດ (Specifications) ແລະ ມາດຕະຖານ (Standards) ທີ່​ເປັນ​ຂອງ​ຕົນເອງ ເພື່ອ​ໃຫ້​ໄດ້​ຜົນ​ການ​ປະຕິບັດ​ງານ (Performance) ຕາມ​ທີ່​ຕ້ອງ​ການ ແລະ​ ເພື່ອ​ປັບ​ປຸງ​ແກ້​ໄຂ​ໃຫ້​ດີຂຶ້ນ​ຢ່າງ​ຕໍ່​ເນື່ອງ ຫຼື ເພື່ອ​ໃຫ້​ຜົນ​ລັບ​ທີ່​ໄດ້​ມີ​ຄວາມ​ບ່ຽງ​ເບນ​ຈາກ​ລະ​ດັບ​ທີ່​ຄາດ​ຫວັງ​ໄວ້​ນ້ອຍ​ທີ່ສຸດ.

1.5.2.ຄວາມສຳຄັນຂອງການຄວບຄຸມຄຸນນະພາບ (Quality Control : QC)

ການ​ຄວບ​ຄຸມ​ເບິ່ງ​ແຍງ​ກິດຈະກຳ​ຕ່າງໆ ໃນ​ທຸກ​ຂັ້ນ​ຕອນ​ຂອງ​ການ​ຜະລິດ​ໃຫ້ເປັນ​ໄປ​ຕາມ​ແຜນ​ງານ ​ແລະ​ຂັ້ນ​ຕອນ​ທີ່ກຳນົດ ມີ​ວັດ​ຖຸ​ປະສົງ​ເພື່ອ​ໃຫ້​ຜົນ​ຜະລິດ​ທີ່​ໄດ້​ມີ​ຄຸນນະພາບ​ຕາມ​ມາດຕະຖານ​ທີ່​ກຳນົດ ເໝາະ​ສົມ​ກັບ​ລາ​ຄາ ປະກອບດ້ວຍ​ກິດຈະກຳ​ຕ່າງໆ ທີ່​ກຳນົດ​ໄວ້​ເປັນ​ມາດຕະຖານ.

ຄວາມ​ເປັນ​ມາ​ຂອງ​ການ​ຄວບ​ຄຸມ​ຄຸນນະພາບ ຫຼັງ​ຈາກ​ປະເທດ​ຍີ່​ປຸ່ນ​ພ່າຍແພ້​ສົງຄາມ​ໂລກ​ເທື່ອ​ທີ່ 2 ເຮັດໃຫຍີ່​ປຸ່ນ​ຕ້ອງ​ມຸ້ງ​ຟື້ນ​ຟູ​ເສດຖະກິດ ແລະ ​ພັດທະນາ​ຂະ​ບວນ​ການ​ຜະລິດ​ໃຫ້​ມີ​ປະ​ສິດ​ທິ​ພາບ​ຫຼາຍ​ຍິ່ງ​ຂຶ້ນ ໂດຍ​ມີສະຫະລັດອາເມລິກາ ເປັນ​ຜູ້​ໃຫ້​ການ​ສະໜັບ​ສະໜູນ ແລະ ​ມີ ດຣ ເດມ​ມິ່ງ (Dr. W.E. Deming) ຜູ້​ຊ່ຽວ​ຊານ​ດ້ານ​ການ​ຄວບ​ຄຸມ​ຄຸນນະພາບ ຊາວອ​າເມ​ຣິ​ກັນ ມາ​ເປັນ​ທີ່​ປຶກ​ສາ ​ແລະ ​ໃຫ້​ຄວາມ​ຮູ້.

ຍີ່​ປຸ່ນ​ຮັບ​ເອົາ​ແນວ​ຄວາມ​ຄິດ​ດັ່ງ​ກ່າວ​ມາ​ໃຊ້ ໂດຍ​ສາ​ດສະດາຈານ ​ຄາ​ໂອ​ຣຸ ອິ​ຊິ​ຄາ​ວາ (Prof Kaoru Ichikawa) ແຫ່ງ​ມະຫາ​ວິທະຍາ​ໄລ​ໃຫຍ່​ກຽວ ໄດ້​ຈັດ​ໃຫ້​ມີ​ການ​ລວມ​ຕົວ​ກັນ​ຂອງ​ພະ​ນັກ​ງານ​ໃນ​ບໍລິສັດ​ໂທ​ສັບ ​ແລະ​ ໂທລະ​ເລກ​ແຫ່ງ​ປະເທດຍີ່​ປຸ່ນ​ເປັນ​ກຸ່ມມ​ຄິວ​ຊີ​ເຊ​ອ​ຣ​໌​ເຄີນ (Quality Control Circle : QCC) ກຸ່ມ​ແລກ ໃຊ້​ຊື່​ກຸ່ມ​ວ່າ Matsuyama Carrier Equipment Circle” ຈາກ​ນັ້ນ​ກໍ​ມີ​ການ​ຂະຫຍາຍ​ຜົນ​ໄປ​ຍັງ​ໝ່ວຍ​ງານ​ອື່ນໆສຳລັບ​ປະເທດ​ໄທ​ ອົງກອນ​ທີ່ນຳ​ເອົາ​ຄິວ​ຊີ​ເຊ​ອ​ຣ​໌​ເຄີນ​ມາ​ໃຊ້​ເປັນ​ແຫ່ງ​ແລກ ໄດ້​ແກ່: ບໍລິສັດ ໄທ​ບ​ຣິດ​ຈົດ​ໂຕນ ຈຳ​ກັດ ແລະ ບໍລິສັດ ໄທ​ຮີ​ໂນອຸດສາຫະກຳ ຈຳ​ກັດ ໃນ​ປີ ພ.ສ. 2518 ແລະ ພ.ສ. 2519 ຕາມ​ລຳ​ດັບ.

1.5.3.ລັກສະນະບົດບາດ ແລະ ໝ້າຂອງກຸ່ມຄຸນນະພາບ.

ການ​ຄວບ​ຄຸມ​ຄຸນນະພາບ​ດ້ວຍ​ກິດຈະກຳ​ກຸ່ມ (Quality Control Circle : QCC) ມີ​ລັກສະນະ ບົດ​ບາດ ແລະ​ ໝ້າທີ່​ດັ່ງ​ນີ້:

1.ລັກສະນະ​ຂອງ​ກຸ່ມ​ຄຸນນະພາບ.

ເກີດ​ຈາກ​ຄວາມ​ຮ່ວມ​ມື​ຮ່ວມ​ໃຈ​ຂອງ​ກຸ່ມ​ບຸກ​ຄົນ​ໃນ​ອົງ​ກອນທີ່​ຕ້ອງ​ການສ້າງ​ຜົນ​ງານ​ໃຫ້​ໄດ້​ຄຸນນະພາບ​ຕາມ​ເປົ້າ​ໝາຍ ໂດຍ​ການ​ຄົ້ນ​ຫາ​ຈຸດ​ອ່ອນ ແລະ ​ຫາ​ສາ​ເຫດ​ແຫ່ງ​ບັນຫາ ແລ້ວ​ລະ​ດົມ​ປັນຍາ ແກ້​ໄຂ​ປັບ​ປຸງ​ ແລະ ​ວາງ​ແຜນ​ຄຸນນະພາບ​ຢ່າງ​ເປັນ​ລະບົບ ໂດຍ​ໃຊ້​ວົງ​ຈົນ​ຄວບ​ຄຸມ​ຄຸນນະພາບ (QCC) ໃນ​ການ​ຄິດ ​ແລະ ປັບ​ປຸງ​ແກ້​ໄຂ​ບັນຫາ​ຂໍ້​ບົກຜ່ອງ​ທີ່ເກິດຂື້ນ​ໃນ​ງານ​ໃຫ້​ດີ​ຂຶ້ນ ແຕ່​ລະ​ກຸ່ມ​ມີ​ຈຳນວນ​ສະມາຊິກ 3-10 ຄົນ ໂດຍ​ມີກ​ຸ່ມບຸກ​ຄົນ​ທີ່​ມີບ​ົດ​ບາດ​ໃນ​ການ​ດຳ​ເນີນ​ການ​ໃນ​ແຕ່​ລະ​ລະ​ດັບເຊັ່ນ:

-      ກຸ່ມ​ຄຸນນະພາບ​ລະ​ດັບ​ຫົວ​ໜ້າ​ໝ່ວຍ​ງານ (Circle)

-      ກຸ່ມ​ຄຸນນະພາບ​ລະ​ດັບ​ຫົວ​ໜ້າ​ກຸ່ມ​ກິດຈະກຳ (Sub Circle)

-      ກຸ່ມ​ຄຸນນະພາບ​ລະ​ດັບ​ພະ​ນັກ​ງານ (Mini Circle)

2.ບົດ​ບາດ​ຂອງ​ກຸ່ມ​ຄຸນນະພາບ.

ກລຸ່ມ​ຄຸນນະພາບ​ທີ່​ຕັ້ງ​ຂຶ້ນ​ມີບ​ົດ​ບາດ ດັ່ງ​ນີ້:

-      ສະມາຊິກ​ທຸກ​ຄົນ​ໃນ​ກຸ່ມ​ມີ​ສ່ວນ​ຮ່ວມ​ດ້ວຍ​ຄວາມ​ສະໝັກ​ໃຈ​ ແລະ ​ເຕັມ​ໃຈ.

-      ການ​ປະຕິບັດ​ກິດຈະກຳ​ເປັນ​ໄປ​ໂດຍ​ອິດສະຫລະ ແລະ ​ນຳ​ເອົາ​ເທັກ​ນິກ​ຄວບ​ຄຸມ​ຄຸນນະພາບ​ ຫຼື OCC ມາ​ໃຊ້.

-      ມີ​ການ​ຄວບ​ຄຸມ ​ແລະ​ ຕິດ​ຕາມ ຕະຫຼອດ​ຈົນ​ດຳ​ເນີນ​ການ​ປັບ​ປຸງ​ຢ່າງ​ຕໍ່​ເນື່ອງ.

-      ຫົວຂໍ້​ເລື່ອງ​ໃນ​ການເຮັດ​ກິດຈະກຳເຊັ່ນ: ຄຸນນະພາບ​ສິນ​ຄ້າ ຄວາມ​ປອດ​ໄພ ຄວາມ​ສະ​ອາດ ການ​ປະ​ຢັດ ຫຼື ​ການ​ລຸດ​ຄ່າ​ໃຊ້​ຈ່າຍ ການ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກງານ ແລະ ອື່ນໆ

3.ໝ້າທີ່​ຂອງ​ກຸ່ມ​ຄຸນນະພາບ ໂຄງ​ສ້າງ​ການ​ບໍລິຫານ​ຂອງ​ກຸ່ມ​ຄຸນນະພາບ​ຕາມ​ສາຍ​ງານ ສະແດງ​ດັ່ງ​ແຜນ​ຕາຕະລາງ.

ບົດ​ບາດ ​ແລະ​ ໝ້າທີ່​ຕາມ​ໂຄງ​ສ້າງ​ການ​ບໍລິຫານ​ກິດຈະກຳ​ກຸ່ມ​ຄຸນນະພາບມີ​ດັ່ງ​ນີ້:

1.ກຳມະການ​ຜູ້​ຈັດການ ມີບ​ົ​ບາດ​ໃນ​ການ​ກຳນົດ​ນະໂຍບາຍ​ພັດທະນາ​ຄຸນນະພາບ ໃຫ້​ການ​ສະໜັບ​ສະໜູນ​ທັງ​ດ້ານການ​ເງິນ ​ແລະ​ ເວລາ ເພື່ອ​ໃຫ້​ເກີດ​ລະບົບ​ການ​ຄວບ​ຄຸມ​ຄຸນນະພາບ (QC) ແລະ ​ຈັດ​ຕັ້ງ​ກລຸ່ມ​ຄຸນນະພາບ (QCC).

2.ຜູ້​ຈັດການ​ຝ່າຍ ເປັນ​ຄະນະ​ບໍລິຫານ​ງານ ມີບົດ​ບາດ​ໃນ​ການ​ສະໜັບ​ສະໜູນ​ຄະນະ​ເຮັດວຽກ ປະ​ສານ​ງານ​ກັບຜູ້​ບໍລິຫານ​ລະ​ດັບ​ສູງ​ກ່ຽວກັບ​ກາ​ນວາງ​ແຜນ​ໄລຍະຍາວ ການ​ຝຶກ​ອົບຮົມ ການ​ນຳ​ສະເໜີ​ບັນຫາ​ອຸປະສັກ ​ແລະ​ແນວ​ທາງ​ແກ້​ໄຂ.

3.ຄະນະ​ເຮັດວຽກ​ກຸ່ມ​ຄຸນນະພາບ ມີບ​ົດ​ບາດ​ໃນ​ການ​ກຳນົດ​ນະໂຍບາຍ​ຫຼັກ (OC) ຈັດ​ຕັ້ງ ​ແລະ ​ຮັບ​ລົງ​ທະ​ບຽນກຸ່ມ​ຄຸນນະພາບ (QCC) ຈັດ​ຕັ້ງ​ທີ່​ປຶກ​ສາກ​ຸ່ມ ກຳນົດ​ແຜນ​ໄລຍະ​ກາງ ​ແລະ ​ໄລຍະ​ສັ້ນ​ໃຫ້​ສອດ​ຄ່ອງ​ກັບ​ແຜນ​ໄລຍະຍາວ ແກ້​ໄຂ​ບັນຫາ​ອຸປະສັກ ຈັດ​ກິດຈະກຳ​ກຸ່ມ​ຄຸນນະພາບ ເຊັ່ນ: ຈັດ​ນິເ​ທດ​ການ ການ​ນຳ​ສະເໜີ​ຜົນ​ງານ ການ​ກວດປະ​ເມີນ​ຜົນ ການ​ມອບ​ລາງ​ວັນ ແລະ ອື່ນໆ ລວມ​ເຖິງ ປະ​ສານ​ງານ ຄວບ​ຄຸມ​ຕິດ​ຕາມ ສະຫລຸບ ​ແລະ​ ລາຍ​ງານ​ຜົນ​ໃຫ້​ຝ່າຍ​ບໍລິຫານຮູ້.

4.ທີ່​ປຶກ​ສາກ​ຸ່ມ ມີບ​ົດ​ບາດ​ໃນ​ການ​ເບິ່ງ​ແຍງ​ ແລະ​ ພັກ​ດັນ​ໃຫ້​ກຸ່ມ​ດຳ​ເນີນ​ກິດຈະກຳ​ຢ່າງ​ຕໍ່​ເນື່ອງ ເຂົ້າ​ຮ່ວມປະ​ຊຸມ ແລະ ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ແນະ​ນຳ​ກັບ​ກຸ່ມ​ຄຸນນະພາບ.

5.ສະມາຊິກ​ກຸ່ມ​ຍ່ອຍ ເປັນ​ກຸ່ມ​ພ​ະນັກ​ງານ​ປະຕິບັດ​ງານ​ທີ່​ມີບ​ົດ​ບາດ​ໃນ​ການ​ປັບ​ປຸງ​ ແລະ ​ແກ້​ໄຂ​ບັນຫາ​ທີ່

ຕົນ​ເຮັດວຽກ ຊຶ່ງ​ມີ​ການ​ບໍລິຫານ​ກຸ່ມ​ຍ່ອຍ ​ແລະ​ ມີ​ໝ້າທີ່​ຕ່າງໆ ຕາມ​ໂຄງ​ສ້າງ ດັ່ງ​ແຜນ​ຕາຕະລາງ​.

ບົດ​ບາດ ​ແລະ ​ໝ້າທີ່​ຕາມ​ໂຄງ​ສ້າງ​ຂອງ​ສະມາຊິກ​ກຸ່ມ​ຍ່ອຍມີ​ດັ່ງ​ນີ້:

1.ຫົວ​ໜ້າ​ກຸ່ມ​ຍ່ອຍ ເປັນ​ຜູ້​ທີ່​ຕ້ອງ​ມີ​ຄວາມ​ຮູ້​ເລື່ອງ​ກິດຈະກຳ​ກຸ່ມ​ຄຸນນະພາບ ມີ​ຄວາມ​ສາມາດ ​ແລະ​ ທັກ​ສະການ​ເປັນ​ຜູ້​ນຳ ເຊັ່ນ: ມີມ​ະນຸດສຳພັນ ມີ​ຄວາມ​ສາມາດ​ເປັນ​ປະ​ທານ​ໃນ​ການ​ປະ​ຊຸມ ຮູ້​ຈັກ​ການ​ປະ​ສານ​ງານລາຍ​ງານ ສາມາດ​ກະຕຸ້ນ​ໃຫ້​ສະມາຊິກ​ກຸ່ມ​ທຸກ​ຄົນ​ມີ​ສ່ວນ​ຮ່ວມ ປ້ອງ​ກັນ​ ແລະ ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ພາຍ​ໃນ​ກຸ່ມ (ຖ້າ​ມີ) ແລະ ​ຈັດ​ຫາ​ຄວາມ​ຮູ້​ເພິ່ມເຕິມ​ໃຫ້​ແກ່​ສະມາຊິກ​ກຸ່ມ.

2.ສະມາຊິກ​ກຸ່ມ​ຍ່ອຍ ເປັນ​ຜູ້​ທີ່​ຕ້ອງ​ມີບ​ົດ​ບາດ​ເປັນ​ຜູ້​ຕາມ​ທີ່​ດີ ສາມາດ​ເຮັດ​ຄວາມ​ເຂົ້າໃຈ​ບັນຫາ ​ແລະ ​ສະ ເໜີຫົວຂໍ້​ເລື່ອງ​ທີ່​ຈະ​ດຳ​ເນີນ​ການ​ແກ້​ໄຂ ເຂົ້າ​ຮ່ວມ​ປະ​ຊຸມ​ຢ່າງ​ສ​ະໝ່ຳ​ສະເໝີ ​ແລະ​ ສະເໜີ​ຄວາມ​ຄິດ​ເຫັນ​ໃນ​ທີ່​ປະ​ຊຸມ ເຮັດວຽກ​ຮ່ວມ​ກັນ​ເປັນ​ທີມ ຮັບ​ຜິດຊອບ​ຕໍ່​ງານ​ທີ່​ຕົນ​ໄດ້ຮັບ​ມອບ​ໝາຍ​ຈາກ​ກລຸ່ມ ແລະ ​ແກ້​ບັນຫາ​ໂດຍ​ໃຊ້​ຫຼັກ​ການ​ແກ້​ບັນຫາ​ຕາມ​ແນວ​ທາງ​ການ​ຄວບ​ຄຸມ​ຄຸນນະພາບ (QC).

3.ເລ​ຂາ​ນຸ​ການ​ກຸ່ມ ເປັນ​ຜູ້​ທີ່​ເຂົ້າໃຈ​ໃນ​ບົດ​ບາດ​ ແລະ​ ໝ້າທີ່​ຂອງ​ງານ​ເລ​ຂາ​ນຸ​ການ ເພື່ອ​ໃຫ້​ກຸ່ມ​ສາມາດຈັດ​ກິດຈະກຳ​ໄດ້​ຕາມ​ວັດ​ຖຸ​ປະສົງ ໄດ້​ແກ່ ຊ່ວຍ​ຈັດ​ກຽມ​ການ​ປະ​ຊຸມ ຈັດ​ບັນ​ທຶກ​ການ​ປະ​ຊຸມ​ກຸ່ມ ສະຫລຸບ ​ແລະ​ ລາຍ​ງານ​ການ​ປະ​ຊຸມ ປະ​ສານ​ງານ​ຕ່າງໆ ໃນ​ກຸ່ມ ຕິດ​ຕາມ​ຄວາມ​ຄືບ​ໜ້າ​ຂອງ​ງານ ຈັດ​ເກັບ​ເອກະສານ​ຕ່າງໆ ໃນ​ການ​ດຳ​ເນີນ​ງານ​ຂອງ​ກຸ່ມ ຕິດ​ຕໍ່​ປະ​ສານ​ງານ​ກັບ​ຄະນະ​ເຮັດວຽກ​ກຸ່ມ​ຄຸນນະພາບ​ອື່ນໆ.


ใหม่กว่า เก่ากว่า