ຄວາມຮູ້ເບື້ອງຕົ້ນກ່ຽວກັບຜະລິດຕະພັນ

 ຄວາມຮູ້ເບື້ອງຕົ້ນກ່ຽວກັບຜະລິດຕະພັນ

1.1.ແນວຄວາມຄິດກ່ຽວກັບຜະລິດຕະພັນ.

1.1.1.ຄວາມໝາຍຂອງຜະລິດຕະພັນ.

ຜະລິດຕະພັນ (Product) ໝາຍເຖິງ ສິນຄ້າ ແລະ ບໍລິການທີ່ສາມາດຕອບສະໜອງຄວາມຕ້ອງການ ແລະ ຄວາມປາດຖະໜາຂອງຜູ້ບໍລິໂພກໄດ້ ຫຼື ເວົ້າອີກຢ່າງໜຶ່ງກໍຄືສິນຄ້າ ແລະ ບໍລິການທີ່ເປັນປະໂຫຍດຕໍ່ມະນຸດ. ມີມູນຄ່າທີ່ເປັນເງິນ ແລະ ທາງການຄ້າຜະລິດຕະພັນອາດເປັນໄດ້ທັງທີ່ມີຕົວຕົນ(Tangible) ແລະ ບໍ່ມີຕົວຕົນ (Intangible), ຜະລິດຕະພັນທີ່ມີຕົວຕົນຈັບຕ້ອງໄດ້ເຊັ່ນ: ສິນຄ້າຊະນິດຕ່າງໆ ສ່ວນຜະລິດຕະພັນທີ່ບໍ່ມີຕົວຕົນໂດຍທົ່ວໄປ ໝາຍເຖິງບໍລິການ ແລະ ສິນຄ້າທີ່ບໍ່ມີຕົວຕົນອື່ນໆ ທີ່ສາມາດຕອບສະໜອງຄວາມຕ້ອງການ ແລະ ສ້າງຄວາມພໍໃຈໃຫ້ກັບຜູ້ບໍລິໂພກໄດ້ເຊັ່ນ: ການຫຼິ້ນກິລາ, ການຫຼິ້ນດົນຕີ ເປັນຕົ້ນ. ທັງໝົດເປັນການສ້າງຄວາມພໍໃຈໃຫ້ກັບລູກຄ້າຜູ້ສົນໃຈເບິ່ງການຫຼິ້ນກິລາ ແລະ ດົນຕີໄດ້ ໂດຍທົ່ວໄປລວມເຖິງຜະລິດຕະພັນທີ່ມີການບັນຈຸຫຸ້ມຫໍ່, ຮູບແບບຂອງຜະລິດຕະພັນ, ສີສັນ, ຂະໜາດ, ນ້ຳໜັກ, ຄຸນນະພາບ, ສ່ວນປະສົມຜະລິດຕະພັນ, ເງື່ອນໄຂການຮັບປະກັນ, ການໃຫ້ບໍລິການຫຼັງການຂາຍ, ກາສິນຄ້າ, ຊື່ສຽງຂອງຜູ້ຜະລິດ.

ປະໂຫຍດໃນການໃຊ້ຜະລິດຕະພັນ ແລະ ປະໂຫຍດທາງໃຈ ເຊິ່ງປະໂຫຍດໃນການໃຊ້ຜະລິດຕະພັນລວມເຖິງຄວາມປອດໄພຈາກການໃຊ້, ຄວາມທົນທານ, ປະສິດທິພາບໃນການໃຊ້, ຄວາມງ່າຍໃນການບໍາລຸງຮັກສາ, ເສຍຄ່າໃຊ້ຈ່າຍຖືກ ແລະ ອື່ນໆ. ສ່ວນປະໂຫຍດທາງໃຈປະກອບດ້ວຍຮູບລັກທີ່ສວຍງາມ, ກິ່ນຫອມໃຊ້ແລ້ວເຮັດໃຫ້ມີຄວາມນິຍົມສູງ, ແບ່ງຖານະຜູ້ໃຊ້ ສ້າງຄວາມພູມໃຈໃຫ້ກັບຜູ້ໃຊ້ ແລະ ອື່ນໆ ນອກຈາກປະໂຫຍດໃນການໃຊ້ຜະລິດຕະພັນ ປະໂຫຍດທາງໃຈເຮັດໃຫ້ເຂົ້າໃຈໄດ້ວ່າຜະລິດຕະພັນໂດຍທົ່ວໄປມີສ່ວນທີ່ເປັນທັງຮູບປະທຳຄືມີຕົວຕົນ ແລະ ນາມມະທໍາຄືບໍ່ມີຕົວຕົນ ດ້ວຍການຄວບຄຸມຂອງຄວາມໝາຍຂອງຜະລິດຕະພັນດັ່ງກ່າວເອີ້ນວ່າ: ຜະລິດຕະພັນສົມບູນ ແຕ່ໂດຍທົ່ວໄປນິຍົມເອີ້ນສັ້ນໆວ່າ: ຜະລິດຕະພັນ ເຊິ່ງຜະລິດຕະພັນສົມບູນມີອົງປະກອບທີ່ສໍາຄັນ 4 ຢ່າງຄື:

1.ຕົວຜະລິດຕະພັນ. ໝາຍເຖິງ ລັກສະນະຂອງຕົວຜະລິດຕະພັນ, ສ່ວນປະສົມຜະລິດຕະພັນ,ຂະໜາດນ້ຳໜັກ, ຮູບຮ່າງ, ສີສັນ, ກິ່ນ, ຄຸນນະພາບ ແລະ ອື່ນໆ ຕົວຜະລິດຕະພັນນອກຈາກຈະໝາຍເຖິງ ຕົວສິນຄ້າແລ້ວຍັງລວມເຖິງ ບໍລິການອີກດ້ວຍເຊັ່ນ: ບໍລິການຂອງໂຮງແຮມ, ບໍລິການທ່ອງທ່ຽວ, ບໍລິການຕັດຜົມ ແລະ ອື່ນໆ ເປັນຕົ້ນ.

2.ກາສິນຄ້າ. ໝາຍເຖິງ ສັນຍາລັກ ຫຼື ຊື່ເອີ້ນຜະລິດຕະພັນທີ່ສະແດງເຖິງເອກະລັກ ແລະ ຈິນຕະນາການຂອງຜະລິດຕະພັນ.

3.ໜ້າທີ່ຂອງຜະລິດຕະພັນ. ໝາຍເຖິງ ໜ້າທີ່ໃນການໃຊ້ປະໂຫຍດຂອງຕົວຜະລິດຕະພັນນັ້ນ.

4.ການໃຫ້ບໍລິການ. ຜະລິດຕະພັນບາງປະເພດອາດຈໍາເປັນຕ້ອງມີບໍລິການຕໍ່ເນື່ອງຄວບຄູ່ໄປກັບການໃຊ້ຜະລິດຕະພັນນັ້ນ.

ຜະລິດຕະພັນສົມບູນ ຫຼື ຜະລິດຕະພັນບາງຕົວ ອາດບໍ່ຈຳເປັນຈະຕ້ອງມີອົງປະກອບຄົບທຸກປະການທັງ 4 ຢ່າງດັ່ງກ່າວ ແຕ່ລັກສະນະທີ່ຈຳເປັນທີ່ຜະລິດຕະພັນທຸກຕົວຈະຕ້ອງມີຄື ຕົວຜະລິດຕະພັນ, ກາສິນຄ້າ ແລະ ສັນຍາລັກຂອງຜະລິດຕະພັນ ໃນຄວາມໝາຍຂອງຜະລິດຕະພັນລວມເຖິງສິນຄ້າ ແລະ ບໍລິການ ອົງປະກອບຂອງຜະລິດຕະພັນສົມບນອາດຈໍາແນກອົງປະກອບຂອງສິນຄ້າບໍລິການໄດູ້ເປັນ 3 ລະດັບຄື:

1.ຜະລິດຕະພັນຫັກ: ໝາຍເຖິງປະໂຫຍດຫຼັກຂອງຜະລິດຕະພັນໃນການສະໜອງຄວາມຕ້ອງການ ແລະ ສ້າງຄວາມພໍໃຈໃຫູ້ແກ່ຜູ້ບໍລິໂພກ.

2.ຜະລິດຕະພັນຈັບຕ້ອງໄດ້: ເປັນຜະລິດຕະພັນທີີ່ມີຮູບລັກສະນະ, ມີຕົວຕົນຈັບຕ້ອງໄດ້ປະກອບດ້ວຍຄຸນນະພາບ, ສັນຍາລັກ, ຮູບແບບ, ກາສິນຄ້າ ແລະ ການບັນຈຸພັນ.

3.ຜະລິດຕະພັນສ່ວນເພີີ່ມ: ເຊິ່ງເປັນສ່ວນເພີ່ມເຕີມທີີ່ຈໍາເປັນ ສໍາລັບການໃຊ້ຜະລິດຕະພັນເຊັ່ນ: ການຕິດຕັ້ງ, ການໃຫ້ບໍລິການຫຼັງການຂາຍ, ການສົ່ງມອບ, ການໃຫ້ເຄຣດິດ ແລະ ສິ່ງອືນໆ ທີີ່ສ້າງຄຸນຄ່າແກ່ຜະລິດຕະພັນ, ການຮັບປະກັນ, ການກວດກາ ເປັນແຕ່ລະໄລຍະເປັນຕົ້ນ.

1.1.2.ຄວາມສຳຄັນຂອງຜະລິດຕະພັນ.

ຜະລິດຕະພັນເປັນສ່ວນທີີ່ສໍາຄັນທີີ່ສຸດຂອງສ່ວນປະສົມການຕະຫຼາດ (Marketing Mix) ໂດຍຖ້າຫາກຂາດອົງປະກອບຂອງສ່ວນປະສົມການຕະຫຼາດດ້ານຜະລິດຕະພັນແລ້ວ ການບໍລິຫານກ່ຽວກັບອົງປະກອບຂອງສ່ວນປະສົມການຕະຫຼາດຕົວອື່ນໆ ກໍບໍມີຄວາມຈໍາເປັນ, ຜະລິດຕະພັນທີ່ຜູ້ບໍລິໂພກມີຄວາມຕ້ອງການອາດຈະບໍກົງກັບສິ່ງທີີ່ຜູ້ຂາຍຕ້ອງການຈະຂາຍ. ໃນທາງການຕະຫຼາດ ສິ່ງທີ່ຜູ້ບໍລິຫານການຕະຫຼາດສະເໜີຂາຍຈະຕ້ອງສະໜອງຄວາມຕ້ອງການ ແລະ ຖືກຕ້ອງຕາມຄວາມຕ້ອງການຂອງຜູ້ບໍລິໂພກ ສະນັ້ນ, ການສ້າງການວິໄຈ, ການວິເຄາະຜູ້ບໍລິໂພກ ແລະ ການສຶກສາພຶດຕິກໍາຜູ້ບໍລິໂພກ ສາມາດຊ່ວຍເພີ່ອໃຫ້ແນ່ໃຈວ່າຜະລິດຕະພັນທີີ່ສະເໜີໃຫູ້ກັບລູກຄ້າ ຫຼື ຜູ້ບໍລິໂພກນັ້ນ ກົງກັບສິ່ງທີີ່ຜູ້ບໍລິໂພກມີຄວາມຕ້ອງການຫຼາຍທີ່ສຸດ ຜູ້ບໍລິການການຕະຫຼາດຈະຕ້ອງພັດທະນາຜະລິດຕະພັນໃຫ້ກົງກັບຄວາມຕ້ອງການຂອງຜູ້ບໍລິໂພກເພີ່ອໃຫ້ຜະລິດຕະພັນທີີ່ສະເໜີຂາຍສາມາດຂາຍໃຫ້ກັບຜູ້ບໍລິໂພກໄດ້ຜະລິດຕະພັນໃນຄວາມຄິດຂອງຜູ້ບໍລິໂພກອາດຈະບໍ່ກົງກັບສິ່ງທີີ່ຜູ້ຂາຍຄິດ ແລະ ຕ້ອງການ ຜະລິດຕະພັນທີີ່ຜູ້ສະເໜີຂາຍນໍາອອກຂາຍ ແລະ ຂໍ້ມູນທຸກຢ່າງກ່ຽວກັບຜະລິດຕະພັນຈະຖືກນໍາມາພິຈາລະນາ ແລະ ປະເມີນຄຸນຄ່າໂດຍຜູ້ບໍລິໂພກ,ໃນຈຸດນີ້ເຮັດໃຫ້ສາມາດກ່າວໄດ້ວ່າ ຜະລິດຕະພັນທີີ່ຜູ້ບໍລິໂພກຊື້ຈະຕ້ອງກົງກັບຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ເໝາະສົມກັບພຶດຕິກໍາການຊື້ຂອງຜູ້ບໍລິໂພກແທ້ໆ ຜະລິດຕະພັນມີຄວາມສໍາຄັນຕໍກິດຈະການຫຼາຍຄື ມີຜົນກະທົບໂດຍກົງກັບຜົນກໍາໄລຂອງກິດຈະການ. ການທີີຜະລິດຕະພັນຈະຕອບສະໜອງຄວາມຕ້ອງການ ແລະ ເປັນທີີ່ປາດຖະໜາຂອງຜູ້ບໍລິໂພກໄດູ້ນັ້ນ ຜະລິດຕະພັນຈະຕ້ອງມີຄຸນນະພາບທີີ່ຢູ່ໃນສາຍຕາຂອງຜູ້ບໍລິໂພກ ເຊິີ່ງສິີ່ງທີີ່ຈະພິຈາລະນາຂອງຜູ້ບໍລິໂພກກ່ຽວກັບຄຸນນະພາບຂອງຜະລິດຕະພັນມີຄື:

1.ຄວາມຮຽບຮ້ອຍຂອງຜະລິດຕະພັນບໍ່ມີຕໍານິ, ແຂງແຮງທົນທານ.

2.ການອອກແບບ, ສີສັນ ເຊິີ່ງເປັນຄຸນຄ່າທາງໃຈຜະລິດຕະພັນບາງຕົວ ອາດຈະເນັ້ນທີີ່ການອອກແບບ ແລະ ການໃຫ້ສີສັນທີີ່ເຮັດໃຫ້ເບິີ່ງວ່າແຂງແຮງ ແລະ ສວຍງາມ.

3.ຂະໜາດຄື ຂະໜາດໄດ້ມາດຕະຖານ ບໍນ້ອຍໃຫຍ່ເກີນໄປ.

4.ວັດສະດຸທີີ່ໃຊ້ໃນການຜະລິດໝາຍເຖິງ ໃຊ້ວັດສະດຸທີີ່ມີຄຸນນະພາບຄົງທົນສວຍງາມ.

5.ລັກສະນະຜະລິດຕະພັນ ເຊິ່ງເປັນສິ່ງທີ່ບອກເຖິງມາດຕະຖານ ແລະ ຄວາມທັນສະໄໝຂອງຜະລິດຕະພັນ.

ການທີ່ຈະຜະລິດສິນຄ້າ ຫຼື ບໍລິການໃຫ້ສາມາດຕອບສະໜອງຄວາມຕ້ອງການ ແລະ ຄວາມປາດຖະໜາຂອງຜູ້ບໍລິໂພກໄດ້ ຄວນຫາຂໍ້ມູນຈາກຜູ້ບໍລິໂພກແລ້ວຜະລິດຕາມທີີ່ຜູ້ບໍລິໂພກຕ້ອງການ ຜູ້ຜະລິດ ຫຼື ຜູ້ບໍລິຫານການຕະຫຼາດທີີ່ມີແນວຄວາມຄິດການຕະຫຼາດຈະຕ້ອງຕາມໃຈລູກຄ້າ ສົມທຽບໄດ້ວ່າ: ລູກຄ້າຄືລາຊາ (King). ຜູ້ຂາຍມີຄວາມຕ້ອງການທີ່ຮູ້ຫຍັງກ່ຽວກັບຜະລິດຕະພັນກໍຄວນສອບຖາມຂໍ້ມູນຈາກຜູ້ບໍລິໂພກ ເພີ່ອຜູ້ຂາຍຈະໄດ້ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ຖືກຕ້ອງ.

ສະນັ້ນ, ຄວາມສໍາຄັນຂອງຜະລິດຕະພັນອາດສະຫຼຸບໄດ້ ດັ່ງນີ້:

1.ຄວາມສາມາດໃນການຕອບສະໜອງຄວາມຕ້ອງການ ແລະ ຄວາມປາດຖະໜາຂອງຜູ້ບໍລິໂພກໄດ້ຫຼາຍກໍລະນີເທົ່າໃດ ການສ້າງຄວາມພໍໃຈໃຫ້ຜູ້ບໍລິໂພກຄົນສຸດທ້າຍຈະເຮັດໄດ້ຫຼາຍເທົ່າໃດນັ້ນ ໝາຍເຖິງ ຜະລິດຕະພັນຈະມີຄຸນຄ່າໄດ້ສູງສຸດ ແລະ ດົນທີີ່ສຸດ.

2.ສ່ວນປະກອບຂອງຜະລິດຕະພັນຈະຕ້ອງມີຄວາມຄົບຖ້ວນ ແລະ ຖກຕ້ອງຈະເປັນສິ່ງທີ່ບົ່ງ ບອກເຖິງຄຸນຄ່າ ແລະ ຄວາມທັນສະໄໝຂອງຜະລິດຕະພັນ.

3.ຕົວຜະລິດຕະພັນເປັນສິີ່ງທີີ່ຜູ້ບໍລິໂພກມີຄວາມຕ້ອງການ ແລະ ເປັນປະໂຫຍດຕໍຜູ້ບໍລິໂພກໄດ້ແທ້ຈິງ ແລະ ໄດ້ມາດຕະຖານຕາມທີີ່ຜູ້ບໍລິໂພກມີຢູ່ໃນໃຈ.

4.ຜະລິດຕະພັນແຕ່ລະປະເພດມີຮູບລັກສະນະທີີ່ແຕກຕ່າງກັນ ແລະ ຄວາມແຕກຕ່າງກັນບອກເຖິງລັກສະນະປະເພດຂອງຜູ້ໃຊ້ ທີີ່ບົ່ງບອກເຖິງຖານະ, ຄວາມນິຍົມ ແລະ ລະດັບຂອງຜູ້ບໍລິໂພກ.

5.ເປັນປັດໄຈທີີ່ກໍານົດຄວາມຈໍາເປັນໃນການດໍາເນີນກິດຈະກໍາຕ່າງໆ ທາງການຕະຫຼາດການບໍລິການລູກຄ້າ.

1.1.3.ປະເພດຂອງຜະລິດຕະພັນ.

ຜະລິດຕະພັນອຸປະໂພກບໍລິໂພກ ເປັນສິນຄ້າ ຫຼື ບໍລິການທີີເນັນຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກສຸດທ້າຍ ເປັນສິນຄ້າທີີ່ພ້ອມໃຊ້ປະໂຫຍດໄດ້ທັນທີີ່ໂດຍບໍຕ້ອງຜ່ານຂະບວນການໃດໆ ເປັນຜະລິດຕະພັນທີີ່ມີຜູ້ບໍລິໂພກຊື້ໄປເພື່ອເນັນໃຊ້ປະໂຫຍດສ່ວນບຸກຄົນ ເພີ່ອການບໍລິໂພກຂັ້ນສຸດທ້າຍ ຫຼື ໃຊ້ໃນຄອບຄົວມີຮູບລັກສະນະທີີ່ໃຊ້ໄດ້ບໍ່ຕ້ອງຜ່ານຂະບວນການຄ່າໃດໆອີກ. ຜະລິດຕະພັນອຸປະໂພກບໍລິໂພກອາດ ຈໍາແນກແບບກວ້າງໆເປັນສິນຄ້າຄົງທົນ (Durable Goods) ແລະ ສິນຄ້າບໍຄົງທົນ (Non-durable Goods) ສິນຄ້າຄົງທົນໂດຍທົວໄປເປັນສິນຄ້າທີີ່ມີມູນຄ່າສູງເຊັ່ນ: ເຄື່ອງໃຊ້ໃນຄອບຄົວ, ຕູ້ເຢັນ, ເຄືອງຊັກເຄືອງ, ເຟີນເຈີ, ລົດ ເປັນຕົນ, ສ່ວນສິນຄ້າບໍຄົງທົນໝາຍເຖິງ ສິນຄ້າທີໃຊ້ເປັນບາງຄັງ ຫຼື ໃຊ້ແລ້ວໝົດໄປເຊັ່ນ: ເສື້ອຜ້າຕາມສະໄໝນິຍົມ, ເຈ້ຍອານາໄມ, ໄມ້ຖູແຂ້ວ, ເຈ້ຍຮອງຈານເປັນຕົ້ນ.

ການຈໍາແນກປະເພດຂອງຜະລິດຕະພັນອຸປະໂພກບໍລິໂພກ ໂດຍທົ່ວໄປມັກນິຍົມທີີຈະຈໍາແນກຕາມອຸປະນິດໄສການຊື້ ຫຼື ພຶດຕິກໍາການຊື້ຂອງຜູ້ບໍລິໂພກຈໍາແນກເປັນ:

1.ສິນຄ້າສະດວກຊື້

2.ສິນຄ້າປຽບທຽບຊື້

3.ສິນຄ້າເຈາະຈົງຊື້

4.ສິນຄ້າ ແລະ ບໍລິການບໍ່ສະແຫວງຫາຊື້

ຕົວຢ່າງ: ສິນຄ້າ ແລະ ບໍລິການທີີ່ຈັດຢູ່ໃນຜະລິດຕະພັນອຸປະໂພກບໍລິໂພກປະເພດຕ່າງໆ ດັ່ງທີີ່ສະແດງໃນຕາຕະລາງ.

ປະເພດ

ສິນຄ້າສະດວກຊື້

ສິນຄ້າປຽບທຽບຊື້

ສິນຄ້າເຈາະຈົງຊື້

ສິນຄ້າ ແລະ ບໍລິການບໍ່ສະແຫວງຫາຊື້

ສິນຄ້າ

ສະບູ່

ຢາຖູແຂ້ວ

ນ້ຳມັນລົດ

ຢາສະຜົມ

ເຄື່ອງນຸ່ງ

ເຟີນິເຈີ້

ເຮືອນ

ລົດ

ອາຫານພິເສດ

ລົດນຳເຂົ້າ

ເຄື່ອງໃຊ້ທີມີລາຄາແພງ

ເຄື່ອງຟອກອາກາດ

ລົດບັນທຸກ

ທີ່ຢູ່ອາໃສ

 

ບໍລິການ

ໂທລະສັບສາທາລະນະ

ບ່ອນຈອດລົດ

ລົດໂດຍສານ

 

ສາຍການບິນ

ປະກັນໄພ

ແປງລົດ

 

ທະນາຄານ

ສະຖາບັນການເງິນຈຸລະພາກ

ພັດຕະຄານ

ໂຮງແຮມ

ປະກັນໄພລົດ

ໄສຍະກຳຕົກແຕ່ງ

ປະດັບປະດາ

 

1.1.3.1.ການຈໍາແນກປະເພດຂອງຜະລິດຕະພັນອຸປະໂພກ - ບໍລິໂພກ

1.ສິນຄ້າສະດວກຊື້ (Convenience Goods)

ໝາຍເຖິງສິນຄ້າທີີ່ສາມາດຊື້ໄດ້ສະດວກໂດຍບໍ່ຕ້ອງເສຍເວລາໃນການເລືອກ ແລະ ຕັດສິນໃຈດົນ ສິນຄ້າພວກນີ້ຈະໃຊ້ແທນກັນໄດ້ ແລະ ເປັນສິນຄ້າທີີ່ຫາຊື້ໄດ້ທົ່ວໄປ ເປັນສິນຄ້າທີີ່ຜູ້ບໍລິໂພກສາມາດຫາຊື້ໄດ້ ຕາມຄວາມ

ສະດວກສ່ວນຫຼາຍຈະເປັນສິນຄ້າທີີ່ຊື້ເລື້ອຍໆ ບໍ່ຕ້ອງໃຊ້ຄວາມພະຍາຍາມໃນການຊື້ຫຼາຍເປັນສິນຄ້າທີີ່ໃຊ້ປະຈໍາວັນ ປະລິມານການຊື້ແຕ່ລະຄັ້ງຈະຊື້ຕາມຄວາມຈໍາເປັນໂດຍບໍ່ຕ້ອງວາງແຜນການຊື້ ຜູ້ຊື້ສາມາດເລືອກຊື້ຕາມຄວາມພໍໃຈຈາກຮ້ານຂາຍຍ່ອຍໃກ້ບ້ານ ລາຄາບໍ່ແພງສິນຄ້າສະດວກຊື້ນີ້ສາມາດແຍກອອກເປັນ 3 ຊະນິດຄື:

·      ສິນຄ້າຊື້ສຸກເສີນ (Emergency Goods)

ເປັນສິນຄ້າສະດວກຊື້ທີີ່ເກີດຂຶ້ນແບບກະທັນຫັນ ໂດຍບໍ່ໄດ້ວາງແຜນໄວ້ກ່ອນ ຜູ້ຊື້ຈະຕັດສິນໃຈຊື້ ໂດຍບໍ່ຄໍານຶງເຖິງລາຄາ ແລະ ຄຸນນະພາບສ່ວນຫຼາຍຈະເປັນການຊື້ເພີ່ອແກ້ໄຂສະຖານະການສະເພາະໜ້າເຊັ່ນ: ຢາແກ້ປວດ ຫຼື ຢາປົວພະຍາດ.

·      ສິນຄ້າຊື້ດ້ວຍການຈູງໃຈແບບກະທັນຫັນ (Impulse Goods)

ເປັນສິນຄ້າທີີ່ຊື້ເພາະໄດ້ຮັບການກະຕຸ້ນທັນທີທັນໃດ ໂດຍບໍ່ໄດ້ມີການວາງແຜນໄວ້ ໃນແຕ່ລະຄັ້ງຂອງການຊື້ ການຊື້ໂດຍແຮງຈູງໃຈກະທັນຫັນນີ້ ຍັງແບ່ງອອກເປັນ 4 ປະເພດຄື:

 1.ການຊື້ດ້ວຍແຮງຈູງໃຈກະທັນຫັນ (Impulse Buying)

ເປັນການຕັດສິນໃຈຊື້ໂດຍບໍ່ເຄີຍຄິດທີີ່ຈະຊື້ສິນຄ້ານັ້ນມາກ່ອນຈະເຫັນສິນຄ້າ ແຕ່ໂດຍບັງເອີນໄປພົບໃນງານສະແດງສິນຄ້າແລ້ວເຂົາເຈົ້າສາທິດວິທີການໃຊ້ສິນຄ້າໃຫ້ເຫັນ ເກີດແຮງຈູງໃຈຊື້ຢ່າງກະທັນຫັນທັນທີ.

2.ການຊື້ດ້ວຍແຮງຈູງໃຈທີນຶກຄິດໄດ້ (Reminder Impulse Buying)

ເປັນການຕັດສິນໃຈຊື້ທີີ່ຜູ້ບໍລິໂພກນຶກຄິດຂຶ້ນມາໄດ້ໃນລະຫວ່າງການເລາະຊື້ເຄື່ອງ ເມື່ອເຫັນສິນຄ້າແລ້ວຄິດຂຶ້ນມາໄດ້ວ່າ ສິນຄ້າຊະນິດນີ້ຢູ່ເຮືອນໝົດພໍດີ.

3.ການຊື້ດ້ວຍແຮງຈູງໃຈຈາກການແນະນໍາ (Suggestion Impulse Buying)

ເປັນການຕັດສິນໃຈຊື້ເພາະແຮງຈງຈາກການເຫັນສິນຄ້າຊະນິດ ໜຶ່ງເຊັ່ນ: ເຫັນຢາສະຜົມແລ້ວຄິດເຖິງຢານວຍ ຫຼື ເປັນແປງຖູແຂ້ວແລ້ວຄິດເຖິງຢາຖູແຂ້ວ.

4.ການຊື້ດ້ວຍແຮງໂດຍມີເປົ້າໝາຍ (Planned Impulse Buying)

ເປັນການຕັດສິນໃຈຊື້ໂດຍວາງແຜນໄວ້ໃນໃຈເຊັ່ນ: ຈະຊື້ເມື່ອມີຂອງແຖມ ຫຼື ຈະຊື້ເມືອຫຼຸດລາຄາ.

·      ສິນຄ້າອຸປະໂພກບໍລິໂພກ (Staple Goods)

ໝາຍເຖິງ ສິນຄ້າຊື້ຕາມຄວາມສະດວກທີີ່ມັກຈະຊື້ເປັນປະຈໍາທີີ່ໃຊ້ປົກກະຕິໃນຊີວິດປະຈໍາວັນ ລາຄາບໍແພງ ແລະ ມີການໃຊ້ຢູ່ເລື້ອຍໆ ເຊັ່ນ: ສະບູ່, ຢາຖູແຂ້ວ, ນ້ຳປາ.

2.ສິນຄ້າປຽບທຽບຊື້ (Shopping Goods)

ເປັນຜະລິດຕະພັນທີີ່ຜູ້ຊື້ຈະປຽບທຽບກ່ອນຕັດສິນໃຈຊື້ປຽບທຽບໃນດ້ານຮູບແບບ, ລາຄາ, ຄຸນນະພາບ, ຄວາມເໝາະສົມທີີ່ຈະນໍາໄປໃຊ້ກາສິນຄ້າ ຕະຫຼອດຮອດການບໍລິການ ສິນຄ້າປະເພດນີ້ມັກຈະວາງຂາຍໃນເຂດທຸລະກິດ ແລະ ມີຂາຍໜ້ອຍກວ່າສິນຄ້າທີີ່ຊື້ຕາມຄວາມສະດວກ, ລາຄາແພງກວ່າ ເຊັ່ນ: ລົດ, ເຟີນິເຈີື້, ເຄື່ອງໃຊ້ໄຟຟ້າ ສິນຄ້າປຽບທຽບຊື້ແບ່ງອອກເປັນ 2 ຊະນິດຄື:

·      ສິນຄ້າແບບດຽວກັນທີີ່ຊື້ໂດຍປຽບທຽບ (Homogeneous Shopping Goods)

ໝາຍເຖິງຜະລິດຕະພັນປຽບທຽບຊື້ ທີີ່ຜູ້ບໍລິໂພກເຫັນວ່າມີລັກສະນະຮູບຮ່າງທົ່ວໄປຄ້າຍຄືກັນ ການຕັດສິນໃຈຊື້ຈຶ່ງຢູ່ທີີ່ລາຄາຕໍ່າສຸດເປັນຫຼັກເຊັ່ນ: ຕູ້ເຢັນ, ໂທລະພາບ.

·      ສິນຄ້າຕ່າງແບບທີີ່ຊື້ໂດຍປຽບທຽບ (Heterogeneous Shopping Goods)

ໝາຍເຖິງຜະລິດຕະພັນປຽບທຽບຊື້ທີ່ຜູ້ຊື້ເຫັນວ່າ ມີລັກສະນະຕ່າງກັນ ແລະ ບໍ່ມີຮູບແບບແນ່ນອນ ການ  ຕັດສິນໃຈຈຶ່ງຕ້ອງປຽບທຽບດ້ານຮູບແບບ, ຄຸນນະພາບ, ຄວາມເໝາະສົມ ແລະ ລາຄາເຊັ່ນ: ເຄີ່ອງນຸ່ງ, ເຟີນິເຈີ້.

3.ສິນຄ້າເຈາະຈົງຊື້ (Specialty Goods)

ເປັນສິນຄ້າທີີ່ຜູ້ບໍລິໂພກຈະສົນໃຈໃນເລື່ອງກາສິນຄ້າ ແລະ ຄຸນນະພາບຂອງສິນຄ້າເປັນຫຼັກ ເປັນຜະລິດຕະພັນທີີ່ມີວິທີການຜະລິດສະເພາະຕົວ ແຕກຕ່າງທັງໃນຄຸນນະພາບ ແລະ ລັກສະນະທີີ່ລູກຄ້າຕ້ອງການ ແລະ ລູກຄ້າເຕັມໃຈທີີ່ຈະໃຊ້ຄວາມພະຍາຍາມໃນການໃຫ້ໄດ້ມາຂອງຜະລິດຕະພັນນັ້ນ ແລະ ຍັງມີຄວາມຊີ່ສັດຕໍ່ກາສິນຄ້າ ການຕັດສິນໃຈຊື້ຈຶ່ງຂຶ້ນກັບຄຸນນະພາບ, ຊື່ສຽງ, ຄວາມພາກພູມທີີ່ໄດ້ຮັບຈາກການໃຊ້ຜະລິດຕະພັນນັ້ນເຊັ່ນ: ໂມງກາສິນຄ້າລາຄາແພງໆ, ລົດລຸ້ນພິເສດ ແລະ ການໃຊ້ບໍລິການແພດຜູ້ຊໍານານພິເສດອື່ນໆ. ຜະລິດຕະພັນພວກນີ້ແຕກຕ່າງຈາກຜະລິດຕະພັນປຽບທຽບຊື້ທີີ່ບ່ອນທີີ່ຫາຊື້ໄດ້ຍາກກວ່າ.

4.ຜະລິດຕະພັນທີີ່ບໍສະແຫວງຫາຊື້ (Unsought Goods)

ໝາຍເຖິງຜະລິດຕະພັນທີີ່ຜູ້ຊື້ບໍໄດ້ມີຄວາມຮູ້ມາກ່ອນ ຫຼື ອາດຈະຮູ້ແຕ່ບໍສົນໃຈທີີ່ຈະສະແຫວງຫາ ສ່ວນຫຼາຍຈະເປັນຜະລິດຕະພັນໃໝ່ ແຕ່ຍັງບໍເຫັນຄວາມຈໍາເປັນໃນການໃຊ້ສິນຄ້ານັ້ນ.

1.1.4.ຜະລິດຕະພັນອຸດສາຫະກຳ (Industrial Product)

ຜະລິດຕະພັນເພີ່ອອຸດສາຫະກໍາ ໝາຍເຖິງ ສິນຄ້າ ແລະ ບໍລິການທີີ່ເນັນຈະມອບໃຫ້ກັບຜູ້ໃຊ້ນໍາໄປຜະລິດເປັນສິນຄ້າອື່ນໆ ຫຼື ປ່ຽນສະພາບເປັນບໍລິການ ເປັນສິນຄ້າ ຫຼື ບໍລິການທີີ່ຜູ້ຊື້ ຊື້ໄປເພື່ອໃຊ້ໃນການຜະລິດ, ການໃຫ້ບໍລິການ ຫຼື ການດໍາເນີນງານຂອງກິດຈະການ ເພີ່ອກໍໃຫ້ເກີດການຄ້າຕໍ່ໄປ ຫຼື ເພີື່ອການບໍລິໂພກຕໍ່ໄປເຊັ່ນ: ວັດຖຸດິບ, ເຄື່ອງຈັກ ເຊິີ່ງສາມາດແຍກອອກໃຫ້ເຫັນໄດ້ດັ່ງນີ້:

1.ວັດຖຸດິບ (Material) ເປັນຜະລິດຕະພັນທີີ່ເກີດຂຶ້ນຕາມທໍາມະຊາດ (Natural Product) ເຊັ່ນ: ແຮ່ທາດຕ່າງໆ, ໄມູ້... ສ່ວນວັດຖຸດິບອີກປະເພດໜ່ຶງເກີດຈາກການເພາະປູກ ແລະ ລ້ຽງເຊັ່ນ: ເຂົ້າ, ຜັກ, ໝາກໄມູ້, ສັດລ້ຽງ.

2.ຊິ້ນສ່ວນປະກອບ (Parts) ເປັນວັດຖຸດິບທີີ່ເປັນສ່ວນປະກອບໃນການຜະລິດເປັນສິນຄ້າຂັ້ນສຸດທ້າຍເຊັ່ນ: ຊິ້ນສ່ວນອາໄຫຼລົດ.

3.ວັດສະດຸສິນເປືອງ (Supplies) ເປັນສິນຄ້າອຸດສາຫະກໍາທີີ່ມີອາຍຸການໃຊ້ງານສັ້ນ ໃຊ້ແລ້ວໝົດໄປໃນການດໍາເນີນງານ ເປັນສິນຄ້າທີີ່ຊື້ເປັນປະຈໍາ ແລະ ຊື້ເປັນຈໍານວນຫຼາຍ, ລາຄາຂ້ອນຂ້າງຕໍ່າ ແບ່ງອອກເປັນ:

- ວັດສະດຸບໍາລຸງ (Maintenance items) ເຊັ່ນ: ນ້ຳຢາເຊັດແກ້ວ, ນໍ້າຢາລ້າງຫ້ອງນໍ້າເປັນຕົນ.

- ວັດສະດຸສ້ອມແປງ (Repair Items) ເຊັ່ນ: ຕະປູ, ດອກໄຟ, ຖ່ານໄຟສາຍ.

- ວັດສະດຸໃນການດໍາເນີນງານ (Operation Supplies) ເຊັ່ນ: ເຈ້ຍ, ສໍ, ປາກກາ.

4.ເຄື່ອງກົນຈັກ (Machinery and Equipments) ໝາຍເຖິງ ເຄື່ອງມືອຸປະກອນລາຍການໃຫຍ່ ແລະ ເປັນສິນຄ້າຄົງທົນທີີ່ມີລາຄາແພງທີີ່ໃຊ້ໃນໂຮງງານເຊັ່ນ: ເຄື່ອງຈັກອຸດສາຫະກໍາ ອີ່ນໆ.

5.ບໍລິການ (Services) ການບໍລິການໃນທາງອຸດສາຫະກໍາ (Industrial Service) ເຊັ່ນ: ການບໍລິການໃຫ້ຄໍາປຶກສາແກ່ທຸລະກິດ ແລະ ສ້າງໂຄງການ, ການບໍລິການບໍາລຸງຮັກສາ ແລະ ບໍລິການສ້ອມແປງຕ່າງໆ.

1.1.5.ຂໍ້ຄວນພິຈາລະນາດ້ານການຕັດສິນໃຈກ່ຽວກັບການບໍລິຫານຜະລິດຕະພັນ.

ຜະລິດຕະພັນເປັນສິ່ງສໍາຄັນໃນການສ້າງກໍາໄລໃຫ້ກັບກິດຈະການ ດັ່ງທີີ່ກ່າວມາແລ້ວໃນເບື້ອງຕົນການທີີ່ ຜະລິດຕະພັນຈະສ້າງກໍາໄລ ໃຫ້ກັບກິດຈະການໄດ້ຍ່ອມໝາຍເຖິງການຂາຍໄດ້ ການທີີ່ຈະຂາຍຜະລິດຕະພັນໄດ້ຜະລິດຕະພັນນັ້ນຈະຕ້ອງເປັນທີີ່ຕ້ອງການ ແລະ ສາມາດສ້າງຄວາມເພິງພໍໃຈໃຫ້ ກັບຜູ້ບໍລິໂພກໄດ້ ການສະໜອງຄວາມຕ້ອງການ ແລະ ການສ້າງຄວາມເພິງພໍໃຈໃຫ້ກັບຜູ້ ບໍລິໂພກຂຶ້ນຢູ່ກັບການຕັດສິໃຈ ແລະ ການບໍລິຫານດ້ານຜະລິດຕະພັນ ຂໍ້ຄວນພິຈາລະນາໃນການຕັດສິນໃຈ ແລະ ການບໍລິຫານຜະລິດຕະພັນກໍຄື ວົງຈອນຊີວິດຜະລິດຕະພັນ (Product Life Cycle) ໃນແຕ່ລະໄລຍະຂອງວົງຈອນຊີວິດ ແລະ ການພັດທະນາຜະລິດຕະພັນໃໝ່ (New Product Development) ເຊິີ່ງຜູ້ບໍລິຫານສາມາດນໍາໄປສຶກສາ ເພີ່ອໃຊ້ໃນການບໍລິການ ແລະ ຕັດສິນໃຈກ່ຽວກັບຜະລິດຕະພັນໄດ້ໂດຍການຄາດການລວມໆວ່າ ແຕ່ລະຂັ້ນຕອນຂອງສະພາບຕ່າງໆ ກໍາລັງຢູ່ໃນຂັ້ນຕອນໃດຂອງວົງຈອນຊີວິດຜະລິດຕະພັນ ຜູ້ບໍລິຫານຈະສາມາດສຶກສາ ແລະ ນໍາໄປພັດທະນາຜະລິດຕະພັນຂອງຕົນໃຫ້ເໝາະສົມກັບສະພາບຕະຫຼາດທີີ່ເປັນຢູ່ໃນແຕ່ລະໄລຍະ ແລະ ຖືກຕ້ອງຕາມຄວາມຕ້ອງການຂອງຜູ້ບໍລິໂພກ.

1.1.6.ຜະລິດຕະພັນໃໝ່.

ຜະລິດຕະພັນໃໝ່ (New Product) ໝາຍເຖິງ ສິນຄ້າ ຫຼື ບໍລິການທີີ່ນໍາອອກຈໍາໜ່າຍເປັນຄັ້ງທໍາອິດອາດຈະໂດຍການດັດແປງ ປັບປຸງຜະລິດຕະພັນທີີ່ມີຢູ່ແລ້ວ ຫຼື ໂດຍການວິໄຈ ແລະ ການພັດທະນາຜະລິດຕະພັນໃໝ່ອອກສ່ຕະຫຼາດ ເພື່ອສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ຕໍ່ສູ່ກັບຄູ່ແຂ່ງຂັນ ແລະ ຕິດຕາມສະພາບການ ການປ່ຽນແປງທາງເຕັກໂນໂລຊີ ການທີີ່ຜະລິດຕະພັນຂອງກິດຈະການຜ່ານໄລຍະຕ່າງໆ ຕາມວົງຈອນຊີວິດຜະລິດຕະພັນ. ຜູ້ບໍລິຫານຈະບໍປ່ອຍໃຫ້ຜະລິດຕະພັນທີີ່ຕົນຮັບຜິດຊອບ ຕ້ອງຕາຍຈາກໄປຕໍໜ້າຕໍຕາແບບບໍເຮັດຫຍັງເລີຍ ຜູ້ບໍລິຫານຈະຕ້ອງພັດທະນາຜະລິດຕະພັນເດີມ ແລະ ພັດທະນາຜະລິດຕະພັນໃໝ່ມາທົດແທນຜະລິດຕະພັນເດີມຢູ່ສະ  ເໝີ, ກິດຈະການທຸລະກິດທີີ່ມີຄວາມກ້າວໜ້າຂະຫຍາຍຕົວຈະເນັນທີີ່ການພັດທະນາຜະລິດຕະພັນໃໝ່ເປັນສໍາຄັນ ຈຸດປະສົງຂອງການພັດທະນາຜະລິດຕະພັນໃໝ່ອາດສະຫຼຸບໄດ້ດັ່ງນີ້:

1. ຄາດຫວັງທີີ່ຈະເພີີ່ມຈໍານວນຍອດຂາຍຂອງຜະລິດຕະພັນແຕ່ລະຕົວ ແລະ ສາຍຜະລິດຕະພັນ.

2. ເພື່ອຮັກສາໃບອະນຸຍາດໃນການດໍາເນີນທຸລະກິດ.

3. ເພື່ອການແຂ່ງຂັນ.

4. ເພື່ອປັບຕົວໃຫ້ເຂົ້າກັບຄວາມຕ້ອງການຂອງຕະຫຼາດ ແລະ ວັດຖຸດິບທີີ່ມີຈໍາໜ່າຍ.

5. ເພື່ອໃຊ້ກໍາລັງການຜະລິດທີີ່ເຫຼືອໃຫ້ໄດ້ປະໂຫຍດສູງສຸດ.

ເຊິງໃນຈຸດປະສົງທັງໝົດດັ່ງກ່າວເປັນເລືອງຂອງການບໍລິຫານ ແລະ ການຕັດສິນໃຈຜະລິດຕະພັນໃໝ່ອາດຈໍາແນກອອກໄດ້ 3 ລັກສະນະຄື:

1.ຜະລິດຕະພັນນະວັດຕະກໍາ (Innovation Product) ໝາຍເຖິງຜະລິດຕະພັນທີີ່ແນວຄວາມຄິດລິເລີີ່ມອອກມາເປັນຄັ້ງທໍາອິດ ໂດຍທີີ່ຍັງບໍ່ເຄີຍມີມາກ່ອນໃນຕະຫຼາດ.

2.ຜະລິດຕະພັນປັບປຸງໃໝ່ (Modified Product) ໝາຍເຖິງ ຜະລິດຕະພັນເດີມທີີ່ນໍາມາປັບປຸງ ແລະ ພັດທະນາໃນລັກສະນະແປກໃໝ່ ເຮັດໃຫ້ເປັນຜະລິດຕະພັນໃໝ່ອອກສູ່ຕະຫຼາດ.

3.ຜະລິດຕະພັນຮຽນແບບ (Me-too Product) ໝາຍເຖິງ ຜະລິດຕະພັນໃໝ່ຂອງທຸລະກິດໂດຍຮຽນແບບຜະລິດຕະພັນຂອງຄູ່ແຂ່ງຂັນທີີ່ມີຢູ່ໃນຕະຫຼາດແລ້ວ. ການພັດທະນາຜະລິດຕະພັນໃໝ່ຈະເຮັດໄດ້ສໍາເລັດ ຫຼື ບໍ ຈະຢູ່ທີີ່ຄວາມສົນໃຈຂອງຝ່າຍບໍລິການເພາະການຕັດສິນໃຈຢູ່ທີີ່ຜູ້ບໍລິຫານການພັດທະນາຜະລິດຕະພັນໃໝ່ນັ້ນກ່ອນທີີ່ຈະຕັດສິນໃຈຜະລິດຜະລິດຕະພັນອອກຈໍາໜ່າຍ ຜູ້ບໍລິຫານການຕະຫຼາດຈໍາເປັນທີີ່ຈະຕ້ອງຮູ້ໃຫ້ໄດ້ວ່າ: ຈະຜະລິດຫຍັງ ? ແລະ ມີຮູບຮ່າງລັກສະນະແບບໃດ ? ແລະ ການວາງແຜນພັດທະນາຜະລິດຕະພັນໃໝ່ຄວນດໍາເນີນການດັ່ງນີ້:

1. ສຶກສາຄົື້ນຄວ້າແນວຄວາມຄິດຜະລິດຕະພັນໃໝ່;

2. ປະເມີນຄ່າ ແລະ ເລືອກແນວຄວາມຄິດທີີ່ເໝາະສົມເພື່ອນໍາໄປພັດທະນາຜະລິດຕະພັນ.

3. ເລີີ່ມບໍລິການຜະລິດຕະພັນໃໝ່.

ການພັດທະນາຜະລິດຕະພັນໃນທາງປະຕິບັດ ອາດເຮັດເປັນຂັ້ນຕອນໂດຍລະອຽດ ເພື່ອໃຫ້ເກີດຄວາມ     ເໝາະສົມທັງໃນດ້ານການບໍລິຫານການຕັດສິນໃຈຜະລິດຕະພັນ ທັງໃນດ້ານການຜະລິດ ແລະ ການຕະຫຼາດ ຂະບວນການໃນການພັດທະນາຜະລິດຕະພັນໃໝ່ອາດດໍາເນີນການຕາມຂັ້ນຕອນໄດ້ 8 ຂັ້ນຕອນດັ່ງນີ້: (ລາຍລະອຽດແຕ່ລະຂັ້ນຕອນຈະໄດ້ນໍາສະເໜີໃນບົດທີ 3 )

1. ສຶກສາຄົ້ນຄວ້າແນວຄວາມຄິດກ່ຽວກັບຜະລິດຕະພັນ.

2. ການກັນຕອງຄວາມຄິດ.

3. ການພັດທະນາ ແລະ ທົດສອບແນວຄວາມຄິດ.

4. ກໍານົດຍຸດທະສາດການຕະຫຼາດ.

5. ການວິເຄາະທາງທຸລະກິດ.

6. ການພັດທະນາຜະລິດຕະພັນໃໝ່.

7. ການທົດສອບຕະຫຼາດ.

8. ການດໍາເນີນການທາງທຸລະກິດ.

ใหม่กว่า เก่ากว่า