ແນວຄວາມຄິດກ່ຽວກັບລາຄາ

 ແນວຄວາມຄິດກ່ຽວກັບລາຄາ

1.1.ຄວາມໝາຍຂອງລາຄາ.

ລາຄາ (Price) ໝາຍເຖິງຈໍານວນເງິນທີີ່ຜູ້ຊື້ຈ່າຍສໍາລັບສິນຄ້າ ແລະ ບໍລິການ ໂດຍກໍານົດຈາກມູນຄ່າຂອງສິນຄ້າໃນຮູບຂອງເງິນຕາ, ລາຄາເປັນອົງປະກອບທີີ່ສໍາຄັນອັນໜຶ່ງຂອງສ່ວນປະສົມການຕະຫຼາດລາຄາເປັນສິ່ງທີີ່ເຮັດໃຫ້ເກີດການຊື້ - ຂາຍແລກປ່ຽນກັນ ລາຄາທີີ່ເກີດການຊື້ຄື ລາຄາທີີ່ຜູ້ຊື້ຍິນດີຊື້ ແລະ ຜູ້ຂາຍຍິນດີຂາຍ ມູນຄ່າຂອງຜະລິດຕະພັນທີີ່ກໍານົດເປັນລາຄາຈຶ່ງເກີດຈາກຄວາມພໍໃຈດ້ວຍກັນທັງສອງຝ່າຍຄືທັງຝ່າຍຜູ້ຊື້ ແລະ ຜູ້ຂາຍ, ລາຄາເປັນຕົວກາງ ຫຼື ສີ່ທີ່ເຮັດໃຫ້ເກີດການປ່ຽນແປງຄວາມເປັນເຈົ້າຂອງ ລາຄາເມື່ອຄຸນກັບປະລິມານການຂາຍຂອງຜະລິດຕະພັນຊະນິດນັ້ນຈະເຮັດໃຫ້ເກີດລາຍໄດ້ຈາກການຂາຍ ແລະ ເຮັດໃຫ້ຜູ້ຊື້ຜະລິດຕະພັນໄດ້ປະໂຫຍດ ແລະ ຄວາມເພິີ່ງພໍໃຈໃນການເປັນເຈົ້າຂອງຜະລິດຕະພັນ ແລະ ບໍລິການນັ້ນ.

ເຖິງວ່າສິນຄ້າ ແລະ ບໍລິການຈະຖືກພັດທະນາຢ່າງຖືກຕ້ອງຕາມເປົ້າໝາຍການຕະຫຼາດ ການຈັດຈໍາໜ່າຍໃນສະຖານທີີ່ ແລະ ເວລາທີີ່ຖືກຕ້ອງກໍຕາມ ແຕ່ກໍບໍໄດ້ໝາຍຄວາມວ່າການຜະລິດຜະລິດຕະພັນຈະຂາຍໄດູ້ຕາມເປົ້າໝາຍທີີ່ກໍານົດໄວ້. ລາຄາຈຶ່ງເປັນກົນໄກທີີ່ສໍາຄັນທີີ່ຈະເຮັດໃຫ້ລູກຄ້າສົນໃຈ ແລະ ຍອມຮັບໃນຜະລິດຕະພັນລາຄາ ເປັນອົງປະກອບທີ່ສໍາຄັນທີ່ຜູ້ບໍລິຫານການຕະຫຼາດຕ້ອງໃຫ້ຄວາມສົນໃຈເປັນພິເສດເພາະລາຄາທີກໍານົດຕ້ອງມີຄວາມເໝາະສົມຈະເປັນສິ່ງທີີ່ຊ່ວຍຊຸກຍູ້ຜະລິດຕະພັນໃຫ້ອອກສູ່ຕະຫຼາດ ແລະ ເປັນທີີ່ຕ້ອງການຂອງຕະຫຼາດເປົ້າ  ໝາຍ. ລາຄາເປັນສິ່ງທີ່ເຮັດໃຫ້ເກີດລາຍໄດ້ຈາກການຂາຍຂອງກິດຈະການ ແລະ ນໍາໄປສູ່ການສ້າງກໍາໄລໃນທີີ່ສຸດ ຄວາມສໍາຄັນຂອງລາຄາອາດສະຫຼຸບໄດ້ດັ່ງນີ້:

1.ເຮັດໃຫ້ເກີດລາຍໄດ້ຈາກການຂາຍ ເພື່ອການເພີີ່ມຂຶ້ນຂອງລາຍໄດ້ຈາກການຂາຍ ແລະ ເພື່ອເປັນການເພີີ່ມເງິນສົດໝູນວຽນ.

2.ເຮັດໃຫ້ເກີດຜົນກໍາໄລຈາກການຂາຍ ລວມເຖິງການໄດ້ຜົນຕອບແທນຕາມເປົ້າໝາຍ ໄດ້ກໍາໄລສູງສຸດ ແລະ ມີຜົນເຮັດໃຫ້ການດໍາເນີນທຸລະກິດຂອງກິດຈະການດໍາເນີນຕໍໄປໄດ້ ລາຄາເປັນກົນໄກທີີ່ສໍາຄັນທີີ່ເຮັດໃຫ້ລູກຄ້າສົນໃຈ ແລະ ຍອມຮັບໃນຜະລິດຕະພັນ.

3.ເຮັດໃຫ້ສາມາດເພີີ່ມປະລິມານການຂາຍລວມທັງເຮັດໃຫ້ສາມາດເພີ່ມຍອດຂາຍສາມາດຮັກສາສ່ວນຄອງຕະຫຼາດ ສາມາດເພີີ່ມສ່ວນຄອງຕະຫຼາດ ແລະ ເຮັດໃຫ້ທຸລະກິດຢ່ລອດ.

4.ເຮັດໃຫ້ສາມາດຕໍສູ່ກັບຄ່ແຂ່ງຂັນຄື ສາມາດພົບກັບຄ່ແຂ່ງຂັນ ຫຼີກລ້ຽງການແຂ່ງຂັນ ແລະ ຕັດລາຄາຂອງຄ່ແຂ່ງຂັນ.

5.ສ້າງປະໂຫຍດໃຫ້ກັບສັງຄົມ ໃນດ້ານການຊຸກດັນໃຫ້ການຕະຫຼາດປະຕິບັດຕາມຫຼັກຈັນຍາບັນທີີ່ດີ ແລະ ຊ່ວຍຮັກສາພາບການຈ້າງງານ.

ລາຄານອກຈາກຈະມີຄວາມສໍາຄັນດັ່ງກ່າວແລ້ວ ລາຄາຜະລິດຕະພັນໃນຖານະທີີ່ເປັນອົງປະກອບທີີ່ສໍາຄັນຕົວໜຶ່ງຂອງສ່ວນປະສົມການຕະຫຼາດ ລາຄາຈຶ່ງມີອິດທິພົນຕໍອົງປະກອບໃນສ່ວນປະສົມການຕະຫຼາດອື່ນໆ ທຸກຕົວ ເພາະການກໍານົດລາຄາຍ່ອມມີຜົນກະທົບຕໍຄ່າໃຊ້ຈ່າຍ ເຊິ່ງມີຜົນກະທົບຕໍ່ອົງປະກອບຕົວອື່ນໆ ໃນດ້ານຕົ້ນທຶນ ຄວາມສົນໃຈ ແລະ ການຍອມຮັບຂອງຜູ້ບໍລິໂພກດ້ວຍ.

ລາຄາເປັນກົນໄກອັນໜຶ່ງທີີ່ຈະໃຊ້ຕໍ່ສູ້ຄູ່ແຂ່ງຂັນໃນຂະນະທີີ່ພົບວ່າອົງປະກອບຕົວອື່ນບໍ່ສາມາດເຮັດຫຍັງຄູ່ແຂ່ງຂັນໄດ້ ຜູ້ບໍລິຫານການຕະຫຼາດຈະໃຊ້ລາຄາເປັນອາວຸດຕົວສຸດທ້າຍເມືອມີຄວາມຈໍາເປັນ ຄືບໍ່ໃຊ້ການຫຼຸດລາຄາຕໍ່າເປັນປັດໄຈທໍາອິດໃນການຕໍ່ສູ່ ເພາະຜູ້ບໍລິໂພກຍ່ອມຍິນດີຊື້ຜະລິດຕະພັນໃນລາຄາສງຜູ້ບໍລິຫານສາມາດສ້າງຄຸນຄ່າຂອງຜະລິດຕະພັນໂດຍການໂຄສະນາ, ການສະເໜີຜະລິດຕະພັນໃຫ້ມີປະສິດທິພາບ, ການບໍລິການ ແລະ ການບັນຈຸຫຸ້ມຫໍ ຜູ້ບໍລິໂພກ ຍິນດີທີີ່ຈະຈ່າຍເງິນເທົ່າກັບຄວາມສາມາດຂອງຜະລິດຕະພັນທີີ່ສະໜອງຕອບຄວາມຕ້ອງການຂອງຜູ້ບໍລິໂພກໄດ້ ແລະ ໃນທາງກົງກັນຂ້າມລາຄາກໍສາມາດສະໜອງຄວາມຕ້ອງການຂອງກິດຈະການໃນດ້ານຜົນຕອບແທນຈາການລົງທຶນ, ການເປັນຜູ້ນໍາໃນສ່ວນຄອງຕະຫຼາດ ແລະ ການພົບກັບການແຂ່ງຂັນທີີ່ມີ.

1.2.ປັດໄຈທີ່ຕ້ອງພິຈາລະນາໃນການຕັ້ງລາຄາຂອງຜະລິດຕະພັນ.

ການທີີ່ຈະຕັ້ງລາຄາຂອງຜະລິດຕະພັນໃຫ້ເປັນທີີ່ພໍໃຈຂອງຜູ້ຊື້ ແລະ ເປັນທີີ່ພໍໃຈຂອງຜູ້ບໍລິຫານການຕະຫຼາດນັ້ນ ມີປັດໄຈຫຼັກທີີ່ຈະນໍາມາພິຈາລະນາຄື: ປັດໄຈພາຍໃນ (Internal Factors) ແລະ ປັດໄຈພາຍນອກ (External Factors).

1.ປັດໄຈພາຍໃນ (Internal Factors)

ໝາຍເຖິງປັດໄຈທີີ່ເກີດຂຶ້ນພາຍໃນອົງກອນທີີ່ກິດຈະການສາມາດກໍານົດ ແລະ ຄວບຄຸມໃຫ້ເປັນໄປຕາມເປົ້າໝາຍທີີ່ກິດຈະການກໍານົດໄວ້ເຊິີ່ງປະກອບດ້ວຍປັດໄຈຕ່າງໆ ດັ່ງນີ້:

·      ປັດໄຈໃນການຈັດອົງກອນ (Organization Factor)

ປະກອບດ້ວຍໜ່ວຍງານຕ່າງໆ ທີີ່ກ່ຽວຂ້ອງ ແລະ ມີຜົນຕໍການກໍານົດລາຄາເຊັ່ນ: ຝ່າຍຜະລິດ, ຝ່າຍການຕະຫຼາດ, ຝ່າຍການເງິນ ລວມທັງນະໂຍບາຍໃນການກໍານົດລາຄາຂອງກິດຈະການ.

·      ຈຸດປະສົງໃນການຕັ້ງລາຄາຂອງອົງກອນ (Organization GoodsObjectures)

ເຊັ່ນ ກິດຈະການອາດຈະຕັ້ງຈຸດປະສົງເພື່ອຄອງຕະຫຼາດໃນສ່ວນລຸ່ມທັງໝົດເພາະເປັນຕະຫຼາດໃຫຍ່ ລາຄາທີີ່ຕັ້ງກໍຕ້ອງເປັນລາຄາທີີ່ຕໍ່າ.

·      ຕົ້ນທຶນ (Cost)

ປັດໄຈສໍາຄັນອັນດັບທໍາອິດທີີ່ຈະຕ້ອງນໍາມາພິຈາລະນາຄ ຕົ້ນທຶນຂອງສິນຄ້ານັ້ນ ລາຄາຄືຕົ້ນທຶນບວກກັບກໍາໄລທີີ່ຕ້ອງການ ແຕ່ໃນບາງຄັ້ງກິດຈະການອາດໃຊ້ວີທີການຕັ້ງລາຄາລໍໃຈ (Loss Leader Pricing) ເປັນການຕັ້ງລາຄາຕໍ່າກວ່າຕົ້ນທຶນເພື່ອລໍໃຈໃຫ້ລູກຄ້າເຂົ້າຮ້ານເພື່ອຊື້ສິນຄ້າອືນ ແຕ່ເຖິງຢ່າງໃດກໍຕາມ ລາຄາຕໍ່າສຸດນັ້ນຈະຕ້ອງບໍ່ຕໍ່າກວ່າຕົ້ນທຶນປ່ຽນແປງຕໍ່ໜ່ວຍ.

·      ລັກສະນະຂອງຜະລິດຕະພັນ (Characteristic of Product)

ກາຍຕັ້ງລາຄາຈະຕ້ອງຄໍານຶງເຖິງຜະລິດຕະພັນດ້ວຍ ເປັນຜະລິດຕະພັນທີີ່ເນັ້ນໃນດ້ານເອກະລັກເປັນຜະລິດຕະພັນທີີ່ເດັນ ເນັ້ນຕະຫຼາດຜູ້ມີລາຍໄດ້ ຫຼື ຜະລິດຕະພັນທີີ່ຂາຍກາສິນຄ້າເປັນສໍາຄັນຄື ຂາຍຊື່ສຽງ ການກໍານົດລາຄາຈະຕ້ອງກໍານົດໃຫ້ສູງ ຖ້າເປັນຜະລິດຕະພັນທີີ່ເປັນສາຍຜະລິດຕະພັນ ຫຼື ຜະລິດຕະພັນເພີື່ອເປັນກາສິນຄ້າທີີ່ສອງ ລາຄາກໍຕ້ອງກໍານົດຮອງລົງມາຈາກກາສິນຄ້າຫຼັກ ນອກຈາກນັ້ນຍັງຕ້ອງຄໍານຶງເຖິງການບໍລິການອື່ນໆ ທີີ່ຈະຕາມມາວ່າການກໍານົດລາຄາກໍ່ຕ້ອງໃຫ້ແຕກຕ່າງຕາມບໍລິການທີີ່ຈະສະເໜີໃຫ້ກັບລູກຄ້າ

·      ລັກສະນະວົງຈອນຊີວິດຜະລິດຕະພັນ.

1.ໄລຍະແນະນໍາ ລາຄາອາດຈະສູງ ຫຼື ຕໍ່າກໍໄດ້ແລ້ວແຕ່ຊະນິດຂອງຜະລິດຕະພັນ ແລະ ລູກຄ້າ.

2.ໄລຍະຈະເລີນເຕີບໃຫຍ່ ທິດທາງອາດຈະຫຼຸດລາຄາລົງເພື່ອຂະຫຍາຍຕະຫຼາດສູ່ກຸ່ມທີີ່ມີລາຍໄດ້ຕຳ່.

3.ໄລຍະຈະເລີນເຕີບໃຫຍ່ເຕັມທີີ່ຄູ່ ແຂ່ງຂັນຫຼາຍຂຶ້ນລາຄາຈະແຕກກັນ (PriceDiscrimination) ຕາມຜະລິດຕະພັນທີີ່ແຕກຕ່າງກັນ (ProductDifferentination).

4.ໄລຍະຕົກຕໍ່າ ລາຄາມີທິດທາງຈະຫຼຸດລົງເພື່ອຮັກສາສັດສ່ວນຕະຫຼາດ ຫຼື ອາດຈະຂຶ້ນລາຄາສໍາລັບລູກຄ້າທີີ່ມີຄວາມຊື່ສັດຕໍກາສິນຄ້າ.

5.ໂປແກຼມການຕະຫາດທີີມີຜົນຕໍ່ການຕັດສິນໃຈດ້ວຍລາຄາ (Marketing Programs in Price Decision) ຕົວຜະລິດຕະພັນ, ການຈັດຈໍາໜ່າຍ ຕະຫຼອດຮອດຄ່າໃຊ້ຈ່າຍໃນການສົ່ງເສີມການຕະຫຼາດລວມທັງບວກກໍາໄລທີີ່ຕ້ອງການດ້ວຍ ຈະຕ້ອງນໍາມາຄິດໄລ່ໃນການກໍານົດລາຄາ.

2.ປັດໄຈພາຍນອກ (External Factors)

ເປັນປັດໄຈທີີ່ກິດຈະການບໍສາມາດຈະຄວບຄຸມໃຫ້ເປັນໄປຕາມທີີ່ຕ້ອງການໄດ້ ແຕ່ກິດຈະການຈະຕ້ອງນໍາມາພິຈາລະນາປະກອບໃນການຕັ້ງລາຄາສິນຄ້າ ເຊ່ິງມີລາຍລະອຽດດັ່ງນີ້:

·      ຄວາມຫົດຢືດຂອງອຸປະສົງ (Elasticity of Demand)

ອຸປະສົງຈະຖືກກໍານົດຈາກປັດໄຈຕ່າງໆ ໄດ້ແກ່: ຂະໜາດຄູ່ແຂ່ງຂັນ, ຈໍານວນຄູ່ແຂ່ງຂັນ, ຄວາມແຕກຕ່າງຂອງຜະລິດຕະພັນ ລວມທັງຄວາມພໍໃຈຂອງຜູ້ຊື້ທີີ່ມີຕໍຜະລິດຕະພັນ ແລະ ລາຄາທີີ່ເຕັມໃຈຈ່າຍ ສິ່ງຕ່າງໆ ເຫຼົ່ານີ້ມີສ່ວນກໍານົດຄວາມຫົດຢືດຂອງອຸປະສົງ.

·      ປະເພດຂອງລູກຄ້າ (Type of Customer)

ລູກຄ້າເປົ້າໝາຍທີີ່ມີລາຍໄດ້ສູງ ແລະ ຊື້ດ້ວຍຄວາມພາກພູມໃຈ ກໍຈະກໍານົດລາຄາສູງ ຖ້າລູກຄ້າເປົ້າ     ໝາຍທີີ່ມີລາຍໄດ້ຕໍ່າ ທິດີ່ທາງຂອງການກໍານົດລາຄາຈະຕໍ່າໄປດ້ວຍ ເນື່ອງຈາກກຸ່ມລາຍໄດ້ຕໍ່າມີຄວາມອ່ອນໄຫວຕໍ່ລາຄາຫຼາຍ.

·      ຜູ້ຈໍາໜ່າຍວັດຖຸດິບ (Supplier)

ວັດຖຸດິບເປັນປັດໄຈການຜະລິດທີີ່ຈະຕ້ອງນໍາມາຄິດໄລ່ເປັນຕົ້ນທຶນການຜະລິດຂອງສິນຄ້າ ແລະ ລາຄາສິນຄ້າ ໃນທີີ່ສຸດຖ້າຜູ້ຈໍາໜ່າຍວັດຖຸດິບສະເໜີລາຄາວັດຖຸດິບທີີ່ສູງກໍ່ຈະມີຜົນກະທົບຕໍ່ລາຄາສິນຄ້ານໍາ.

·      ການແຂ່ງຂັນ (Competition)

 ການແຂ່ງຂັນຈະມີຜົນກະທົບຫຼາຍຕໍ່ການຕັດສິນໃຈໃນດ້ານລາຄາ ເມື່ອມີການແຂ່ງຂັນໜ້ອຍກໍານົດລາຄາສູງໄດ້ ແຕ່ກໍານົດສູງເກີນໄປ ແລະ ສ້າງກໍາໄລໄດ້ຫຼາຍ ຄູ່ແຂ່ງຂັນລາຍໃໝ່ກໍ່ຈະເຂົ້າມາແຂ່ງຂັນ.

·      ສະພາບເສດຖະກິດ (Economic Environment)

ໃນພາວະເສດຖະກິດຮຸ່ງເຮືອງ, ກໍາລັງການຊື້ຫຼາຍ, ລາຄາມີທິດທາງຈະສູງຂຶ້ນເນື່ອງຈາກຕົ້ນທຶນສູງແຕ່ໃນພາວະເສດຖະກິດຕົກຕໍ່າອໍານາດການຊື້ຈະຫຼຸດລົງ ເພື່ອກະຕຸ້ນໃຫ້ເກີດການຊື້ລາຄາສິນຄ້າຈະຕໍ່າລົງ.

·      ກົດໝາຍ (Legal)

ລັດຖະບານມີຖານະໃນການຄວບຄຸມ ແລະ ຄຸມຄ້ອງຜູ້ບໍລິໂພກສິນຄ້າບາງຢ່າງ ລັດຖະບານຈະອອກກົດ  ໝາຍກໍານົດລາຄາສູງສຸດໄວ້ເພື່ອບໍໃຫ້ຜູ້ຜະລິດເອົາປຽບຜູ້ບໍລິໂພກ ນອກຈາກນັ້ນອອກກົດລະບຽບການປະກັນລາຄາຂັ້ນສູງກົດໝາຍອາກອນທັງນີ້ເພື່ອປ້ອງກັນການຄ້າກໍາໄລເກີນຄວນ.

·      ຈັນຍາບັນຂອງນັກທຸລະກິດ (Ethical)

ການກໍານົດລາຄາຈະຕ້ອງຄໍານຶງເຖິງຄວາມຮັບຜິດຊອບຕໍ່ສັງຄົມ ຄືບໍຄ້າກໍາໄລເກີນຄວນ ຫຼື ບໍຕັດລາຄາກັນເກີນໄປ.

1.3.ຂໍ້ຄວນພິຈາລະນາໃນການຕັດສິນໃຈກ່ຽວກັບການບໍລິຫານດ້ານລາຄາ.

ການພິຈາລະນາການຕັດສິນໃຈກ່ຽວກັບການບໍລິຫານດ້ານລາຄາ ຄວນຕ້ອງພິຈາລະນາຈາກຈຸດປະສົງ ຂອງການຕັ້ງລາຄາ ເຊິ່ງການຕັດສິນໃຈໃນເລື່ອງລາຄາໂດຍທົ່ວໄປທີີ່ຖືປະຕິບັດກັນມາເປັນວຽກງານດ້ານບັນຊີ. ການຕັ້ງລາຄາຂອງທຸລະກິດຜະລິດສິນຄ້າອຸປະໂພກບໍລິໂພກ ແລະ ສິນຄ້າອຸດສາຫະກໍາ ໂດຍທົ່ວໄປຜູ້ກໍານົດລາຄາຄືນັກບັນຊີແລ້ວມອບໃຫ້ພະນັກງານຂາຍເປັນຜູ້ບໍລິຫານຕາມແນວປະຕິບັດດັ່ງກ່າວມີເຫດຜົນທີສໍາຄັນຄື: ເມື່ອລາຄາໂດຍທົ່ວໄປມາຈາກຖານຂອງຕົ້ນທຶນ ຝ່າຍບັນຊີຈະເປັນຜູ້ຄວນຄຸມຂໍ້ມູນທີີ່ຖືກຕ້ອງທີີ່ີ່ສຸດ ໃນການທີີ່ຈະນໍາໄປໃຊ້ໃນການຕັດສິນໃຈປະກອບກັບຜູ້ບໍລິຫານສ່ວນໃຫຍ່ບໍມັກທີີ່ຈະມີບັນຫາກັບປັດໄຈການຕັ້ງລາຄາເພາະເປັນສະພາບການຕະຫຼາດ ໃນອະດີດຈະເນັນທີີ່ການຂາຍຢ່າງດຽວ ແລະ ຝ່າຍການຕະຫຼາດຍອມໃຫ້ຝ່າຍບັນຊີເປັນຜູ້ກໍານົດລາຄາຕໍໄປ ເມື່ອໃດທີີ່ລະດັບລາຄານັ້ນຍັງຢູ່ໃນລະດັບທີີ່ຜູ້ບໍລິຫານຍັງສາມາດໃຫ້ສ່ວນຫຼຸດການຄ້າໄດ້ຕາມທີີ່ຕ້ອງການ.

ເມື່ອແນວຄວາມຄິດການຕະຫຼາດໄດ້ພັດທະນາມາແບບນັ້ນ ທຸລະກິດຈຶ່ງເຫັນຄວາມຈໍາ ເປັນທີ່ຈະຕ້ອງປະສານຕົວແປຕ່າງໆ ໃນສ່ວນປະສົມການຕະຫຼາດ ຜົນຈຶ່ງເຮັດໃຫ້ຄວາມຮັບຜິດຊອບໃນການຕັດສິນໃຈເລື່ອງການຕັ້ງລາຄາ ປ່ຽນມາເປັນຄວາມຮັບຜິດຊອບທາງການຕະຫຼາດ ຜູ້ບໍລິຫານທຸລະກິດທັງຫຼາຍໄດ້ເຫັນວ່າ: ການຮັບຜິດຊອບໃນກິດຈະກໍາດ້ານລາຄານັ້ນຝ່າຍການຕະຫຼາດຈະປະຕິບັດໄດ້ດີກວ່າ. ນອກນັ້ນການພັດທະນາລະບົບຂໍ້ມູນຂ່າວສານໄດ້ເອື້ອໃຫ້ຝ່າຍການຕະຫຼາດໄດ້ຮັບປະໂຫຍດໃນດ້ານການຂາຍ ແລະ ມີຂໍ້ມູນກ່ຽວກັບຕົ້ນທຶນ ເຖິງແມ່ນວ່າການຕັ້ງລາຄາເບິງຄວ່າເປັນໜ້າທີີ່ຂອງການຕະຫຼາດກໍຕາມ ຫຼັກໃນການຕັ້ງລາຄາຂອງແຕ່ລະກິດຈະການຍັງມີຄວາມຫຼາກຫຼາຍ.

ຄວາມຮັບຜິດຊອບຂອງຜູ້ບໍລິຫານໃນການຕັດສິນໃຈດ້ານລາຄາຕ້ອງຂໍຄວາມເຫັນຈາກບຸກຄົນຫຼາຍຝ່າຍ ເພື່ອຈະໄດ້ແງ່ມຸມຕ່າງໆ ຂອງຜະລິດຕະພັນ ຫຼື ອາດຈັດໃຫ້ມີຄະນະກໍາມະການພິຈາລະນາກໍານົດລາຄາຂຶ້ນມາດໍາເນີນການ ຄະນະກໍາມະການດັ່ງກ່າວອາດປະກອບດ້ວບບຸກຄົນທາງດ້ານວິໄຈການຕະຫຼາດ, ການຂາຍ, ການໂຄສະນາ, ການຜະລິດ ແລະ ການເງິນ ຄະນະກໍາມະການອາດສະເໜີລາຄາທີີ່ຕັດສິນໃຈ ແຕ່ຄວາມຮັບຜິດຊອບຈະຢູ່ທີີ່ຜູ້ບໍລິຫານທີີ່ຮັບຜິດຊອບໂດຍໜ້າທີີ່.

ຜູ້ບໍລິຫານທີີ່ເປັນຜູ້ຕັດສິນໃຈໃນການຕັ້ງລາຄາຄວນໄດ້ຄິດສະເໝີວ່າ ຄວາມສົນໃຈຂອງຕົວຜູ້ບໍລິຫານເອງຍ່ອມມີອິດທິພົນຕໍການຕັດສິນໃຈຂອງເຂົາເຈົ້າ ໂດຍເພາະເຈດຕະນາທີີ່ເກີດຂຶ້ນຈະລວມໄປເຖິງບາງບັນຫາດັ່ງນີ້:

1.ບາງຈຸດປະສົງທີີ່ແອບແຝງຢູ່ ເຊິີງບາງຄົນອາດຈະເຫັນດີຕາມການສະເໜີຂອງຄະນະກໍາມະການແຕ່ບໍ່ເຖິງສິ່ງທີີ່ບໍຈໍາເປັນທີີ່ຕົນໃຫ້ຄວາມສົນໃຈ.

2.ຈຸດປະສົງທີີ່ຈະໃຫ້ເກີດຄວາມປອດໄພໃນກໍລະນີແບບນີ້ ການຕັດສິນໃນເລືອກທາງເລືອກໃນການຕັ້ງລາຄາອາດເລືອກຕັ້ງລາຄາທີີ່ໃຫ້ຜົນກໍາໄລຕໍ່າສຸດ ແຕ່ມີຄວາມສ່ຽງໜ້ອຍ ເຊິີ່ງມັກຈະເກີດຈາກການເລືອກຕັດສິນໃຈກໍານົດລາຄາທີີ່ໃກ້ຄຽງກັບຄູ່ແຂ່ງຂັນ ການຕັດສິນໃຈໃນກໍລະນີດັ່ງກ່າວ ດໍາເນີນໄດ້ງ່າຍກວ່າດ້ວຍການຄິດໄລ່ຕົ້ນທຶນ, ຄວາມຕ້ອງການ, ກໍາໄລ ຫຼື ການວິເຄາະຈຸດກຸ້ມທຶນ.

3.ຈຸດປະສົງທີີ່ຈະສະແດງໃຫ້ເປັນທີີ່ຍອມຮັບການສະເໜີຕັດສິນໃຈຕັ້ງລາຄາທີີ່ບໍເປັນທີີ່ຍອມຮັບ ຫຼື ການປ່ຽນແປງນະໂຍບາຍທີີ່ບໍປົກກະຕິອາດເຮັດໃຫ້ຜູ້ຮັບຜິດຊອບຕ້ອງເຂົ້າມາເບິີ່ງແຍງເປັນພິເສດ ການພິຈາລະນາອາດຕ້ອງເບິ່ງທີີ່ຜົນກໍາໄລຜູ້ບໍລິຫານທີີ່ຮັບຜິດຊອບອາດເຂົ້າມາຊ່ວຍໃນການໃຫ້ການແນະນໍາ ແຕ່ນັ້ນໝາຍເຖິງວ່າວີທີການໃໝ່ນັ້ນຈະຕ້ອງມີຄວາມຖືກຕ້ອງຊັດເຈນ.

ໃນດ້ານພຶດຕິກໍາ ຫຼື ທາງປະຕິບັດພຽງຕ້ອງການຈະຊີື້ໃຫ້ເຫັນວ່າການຕັດສິນໃຈໃນເລື່ອງລາຄາ ໃນບາງຄັ້ງກະທໍາຕາມຄວາມສົນໃຈຂອງຜູ້ມີອໍານາດຕັດສິນໃຈ ເຊິີ່ງອາດມີຜົນເສຍແກ່ກິດຈະການໃນພາບລວມໄດ້ ເຊິີ່ງກໍເປັນແຕ່ພຽງຄວາມຫວັງວ່າຈະບໍ່ມີຄວາມຂັດແຍ່ງໃນການກໍານົດລາຄາ. ການຕັດສິນໃຈໃນການຕັ້ງລາຄາສິນຄ້າ ຫຼື ບໍລິການຄວນຕ້ອງພິຈາລະນາປັດໄຈດ້ານຕ່າງໆ ຫຼາຍດ້ານຄື:

1.ວົງຈອນຊີວິດຜະລິດຕະພັນ ການຕັ້ງລາຄາຄວນໄດ້ກໍານົດໃຫ້ເໝາະສົມກັບແຕ່ລະໄລຍະຂອງວົງຈອນຊີວິດຜະລິດຕະພັນ ເພື່ອຍືດອາຍຸຜະລິດຕະພັນໃຫ້ໄລຍະບັນປາຍຂອງຊີວິດຜະລິດຕະພັນໃຫ້ຊ້າລົງ.

2.ສາຍຜະລິດຕະພັນການຕັງລາຄາຜະລິດຕະພັນບາງ ຊະນິດບໍອາດກະທໍາໄດ້ໂດຍອິດສະຫຼະເນື່ອງຈາກຜະລິດຕະພັນນັ້ນມີຄວາມສໍາຄັນກັບຜະລິດຕະພັນຊະນິດອື່ນໆ ໂດຍອາດຈະມີອຸປະສົງທີີ່ສໍາພັນກັນ ຕົ້ນທຶນທີີ່ສໍາພັນກັນ ແລະ ຜະລິດຕະພັນທີີ່ສໍາພັນກັນນັ້ນຢູ່ໃນສະພາບການແຂ່ງຂັນທີີ່ແຕກຕ່າງກັນ ການຕັ້ງລາຄາຈຶງຕ້ອງຄໍານຶງເຖິງຜົນກະທົບທີີ່ອາດເກີດກັບຜະລິດຕະພັນອື່ນໆ ໃນສາຍຜະລິດຕະພັນດຽວກັນ ໂດຍເພາະການຕັ້ງລາຄາຂອງຜະລິດຕະພັນມີຈຸດປະສົງເພື່ອເຮັດໃຫ້ກໍາໄລລວມຂອງທັງສາຍຜະລິດຕະພັນສູງສຸດ.

3.ຍຸດທະສາດ ຫຼື ເຕັກນິກທີີ່ໃຊ້ໃນການຕັ້ງລາຄາ ເຕັກນິກໃນການຕັ້ງລາຄາເປັນຫຼັກເກນໃນການຕັ້ງລາຄາຕາມສະພາບການຕ່າງໆ.

4.ຕົ້ນທຶນ ການຕັ້ງລາຄາຈະຕັ້ງຄວບຄຸມຕົ້ນທຶນທີີ່ຈະເກີດຂຶ້ນທັງໝົດ ບໍວ່າຈະເປັນຕົ້ນທຶນໃນສ່ວນທີີ່ກ່ຽວກັບການຜະລິດ, ການຕະຫຼາດ ແລະ ການດໍາເນີນການທັງໝົດ.

5.ອຸປະສົງຜະລິດຕະພັນ ເປັນການພິຈາະລະນາລະດັບລາຄາທີມີຜົນຕໍປະລິມານຄວາມຕ້ອງການອັນເນື່ອງມາຈາກອໍານາດການຊື້ຂອງຜູ້ບໍລິໂພກ.

6.ການແຂ່ງຂັນ ເປັນການໃຫ້ຄວາມສົນໃຈໃນລາຄາຂອງຄູ່ແຂ່ງຂັນ ການຕັ້ງລາຈຶ່ງພິຈາລະນາພາວະການຄູ່ແຂ່ງຂັນໃນຕະຫຼາດແລ້ວນໍາມາກໍານົດລາຄາທີີ່ເໝາະສົມ.

ใหม่กว่า เก่ากว่า