ການຈັດຫາ ແລະ ການວາງແຜນທາງການເງິນ
ບຸກຄົນແຕ່ລະຄົນຄວນມີເປົ້າໝາຍໃນຊີວິດແຕກຕ່າງກັນ
ດັ່ງນັ້ນ ຈຶ່ງມີການວາງແຜນ ແລະ
ການຈັດການທາງການເງິນທີ່ແຕກຕ່າງກັນໄປດ້ວຍ ໂດຍຕັ້ງເປົ້າໝາຍໃຫ້ສອດຄ່ອງກັບຕົນເອງ
ແລະ ສິ່ງແວດລ້ອມທີ່ເໝາະສົມ ຊຶ່ງການວາງແຜນທາງການເງິນເປັນການຈັດຕຽມຂໍ້ມູນຕ່າງໆ
ດ້ານການເງິນທີ່ຄາດວ່າຈະເກີດຂຶ້ນໃນອະນາຄົດ ແລ້ວນຳມາກຳນົດເພື່ອເປັນແນວທາງໃນການດຳເນີນງານ
ປະສານຂໍ້ມູນຕ່າງໆ ໃຫ້ສຳພັນກັນ ແລະ ມີປະສິດທິຜົນຫຼາຍທີ່ສຸດ.
1.1.ຄວາມໝາຍຂອງເງິນທຶນ.
ເງິນທຶນ (Capital) ໝາຍເຖິງຊັບສິນທີ່ຜູ້ປະກອບການຈັດຫາມາເພື່ອໃຊ້ໃນການດຳເນີນກິດຈະກຳທາງທຸລະກິດເພື່ອໃຫ້ໄດ້ຜົນຕອບແທນຈາກການລົງທຶນທີ່ຄຸ້ມຄ່າ
ຫຼື ໄດ້ກຳໄລສູງສຸດຕາມວັດຖຸປະສົງຂອງກິດຈະການຊຶ່ງຊັບສິນອາດໝາຍເຖິງເງິນສົດ
ຫຼື ສັງຫາລິມະຊັບ ເຊັ່ນ: ທີ່ດິນ ທອງຄຳ, ເຮືອນ ລົດຍົນ ແລະ ອື່ນໆ.
1.2.ການວາງແຜນທາງການເງິນ.
ໝາຍເຖິງ ການກໍາໜົດການໃຊ້ຈ່າຍເງິນຕ່າງໆ
ໃຫ້ສອດຄ່ອງກັບແຜນງານທີ່ ຈັດຕັ້ງຂຶ້ນ ແລະ ລະບຸເຖິງແຫຼ່ງທີ່ມາຂອງເງິນ
ແລະ ການໃຊ້ໄປຂອງເງິນໃນກິດຈະກຳຕ່າງໆ. ການວາງແຜນທາງການເງິນ ສາມາດແບ່ງອອກໄດ້
2 ລັກສະນະໄດ້ແກ່:
1.ການວາງແຜນການເງິນສ່ວນບຸກຄົນ.
2.ການວາງແຜນການເງິນສໍາລັບທຸລະກິດ.
ການວາງແຜນທາງການເງິນເປັນການຈັດຕຽມຂໍ້ມູນຕ່າງໆ
ທາງດ້ານການເງິນທີ່ຄາດວ່າຈະເກີດຂຶ້ນໃນອະນາຄົດ ນໍາມາກໍານົດເພື່ອເປັນແນວທາງໃນການດໍາເນີນງານ
ການປະສານຂໍ້ມູນຕ່າງໆ ໃຫ້ມີຄວາມສຳພັນກັນຢ່າງຕໍ່ເນື່ອງ ແລະ ຄາດວ່າສິ່ງທີ່ໄດ້ຮັບຈະມີປະສິດທິຜົນຫຼາຍທີ່ສຸດ.
1.2.1.ການວາງແຜນການເງິນສ່ວນບຸກຄົນ.
ການວາງແຜນການເງິນສ່ວນບຸກຄົນ
(Personal Financial
Planning) ແມ່ນການບໍລິຫານຈັດການເງິນຫຼື
ລາຍໄດ້ທີ່ໄດ້ມາ ແລະ ໃຊ້ເງິນນັ້ນໄປຢ່າງມີປະສິດທິພາບຫຼາຍທີ່ສຸດ ແລະ
ເປັນສິ່ງທີ່ຈະນໍາໄປສູ່ຄວາມສໍາເລັດຕາມເປົ້າໝາຍທາງການເງິນໄດ້ ຊຶ່ງຄວາມສາມາດໃນການຫາລາຍໄດ້ຂອງບຸກຄົນ
ແຕ່ລະຊ່ວງຊີວິດຈະແຕກຕ່າງກັນ ດັ່ງນັ້ນ ບຸກຄົນຈຶ່ງຕ້ອງວາງແຜນການເງິນໃຫ້ສອດຄ່ອງກັບພາລະຄວາມຮັບຜິດຊອບທີ່ມີ
ຢູ່ເພື່ອໃຫ້ທຸກຊ່ວງຊີວິດມີເງິນໃຊ້ຈ່າຍຢ່າງພຽງພໍ ແລະ ຕໍ່ເນື່ອງກັບລັກສະນະການເງິນໃນແຕ່ລະຊ່ວງຂອງຄອບຄົວ.
ຈຸດປະສົງທາງການເງິນສ່ວນບຸກຄົນ:
1.ລາຍຈ່າຍປະຈໍາທີ່ຕ້ອງຈ່າຍຢ່າງສະໝ່ຳສະເໝີ ແມ່ນລາຍຈ່າຍທີ່ເກິດຂື້ນໃນຊີວິດປະຈໍາວັນ
ໄດ້ແກ່ຄ່າອາຫານ, ຄ່າເຄື່ອງນຸ່ງຫົ່ມ, ຄ່າພາຫະນະ, ຄ່າປະກັນໄພ, ຄ່າຮັກສາພະຍາບານ,
ຄ່າຊ້ອມແຊມທີ່ຢູ່ອາໄສ ແລະ ລາຍຈ່າຍອື່ນໆ ທີ່ຈໍາເປັນໃນການຄອງຊີບ ຊຶ່ງສາມາດປະເມີນການໄດ້ຈາກລາຍຈ່າຍທີ່ເຄີຍເກີດຂຶ້ນແລ້ວ
ໃນອາດີດ ບາງເທື່ອອາດຈະຕ້ອງລຸດງົບປະມານລາຍຈ່າຍລົງດ້ວຍ ເຊັ່ນ: ຫຼຸດລາຍຈ່າຍຄ່າອາຫານ
ຫຼື ປ່ຽນແປງ ປະເພດອາຫານທີ່ບໍລິໂພກໃຫ້ມີລາຄາຖືກລົງ ເຊັ່ນ: ປ່ຽນຈາກຮັບປະທານຊີ້ນສັດມາເປັນຜັກແທນ.
2.ເງິນອອມໄລຍະະສັ້ນ ແມ່ນຈໍານວນເງິນທີ່ຕຽມໄວ້ເພື່ອວັດຖຸປະສົງໃດວັດຖຸປະສົງໜຶ່ງ
ພາຍໃນໄລຍະເວລາບໍ່ດົນໃນອະນາຄົດ ເຊັ່ນ: 2-3 ປີຂ້າງໜ້າ ຊຶ່ງຈະເປັນການອອມໄວ້ໃຊ້ຈ່າຍໄລຍະຟຸ່ມເຟືອຍ
ເຊັ່ນ: ການຊື້ເຄື່ອງວິດີໂອ ການຊື້ລົດຍົນທີ່ສາມາດເລື່ອນໄລຍະເວລາໃນການຊື້ໄປໄດ້
ດັ່ງນັ້ນ ເງິນອອມໃນໄລຍະສັ້ນຈຶ່ງ ໃຊ້ເປັນເຄື່ອງມືໃນການກໍານົດລໍາດັບກ່ອນຫຼັງຂອງຄວາມສໍາຄັນໃນການໃຊ້ຈ່າຍຕາມວັດຖຸປະສົງໄດ້.
3.ເງິນອອມໄລຍະຍາວ ແມ່ນເງິນທີ່ຕຽມໄວ້ເພື່ອໃຊ້ຈ່າຍໃນໄລຍະເວລາເວລາດົນຢ່າງນ້ອຍ
3 ປີຂຶ້ນໄປໄດ້ແກ່:
- ເງິນທຶນເພື່ອໂຄງການພາຍຫຼັງການກະສຽນອາຍຸ
ຄວນມີການເພີ່ມຈໍານວນເງິນໃຫ້ຫຼາຍຂຶ້ນ ເມື່ອທຽບກັບປະຈຸບັນ ເພື່ອຮອງຮັບພາວະເງິນເຟີ້ໃນອະນາຄົດ.
- ເງິນທຶນເພື່ອການສຶກສາຂອງລູກ
ຈໍານວນເງິນຈະຫຼາຍ ຫຼື ນ້ອຍຂຶ້ນຢູ່ກັບແຜນການສຶກສາ ທີ່ຜູ້ປົກຄອງໄດ້ວາງໄວ້ໃຫ້ແກ່ລູກຂອງຕົນ.
- ເງິນລົງທຶນຊື້ຫຸ້ນ ພັນທະບັດ
ຊັບສິນທີ່ເຄື່ອນທີ່ບໍ່ໄດ້ເປັນເງິນລົງທຶນເພິ່ມເຕິມຈາກການ ສະສົມລາຍໄດ້ໃນອາດີດ
ເພື່ອລຸດຜົນກະທົບຫາກເກີດເຫດການທີ່ບໍ່ຄາດຄິດໃນອະນາຄົດ.
1.2.1.ການວາງແຜນການເງິນສໍາລັບທຸລະກິດ.
ການວາງແຜນທາງການເງິນຈໍາເປັນໃນກາຣນດໍາເນີນງານທຸລະກິດ
ໂດຍຈະວາງແຜນລ່ວງໜ້າຕ່າງໆ ເຊັ່ນ:ຊື້ເຄື່ອງຈັກ ແລະ ອຸປະກອນເພື່ອລຸດຕົ້ນທຶນການຜະລິດ
ຫຼື ເພີ່ມປະສິດທິພາບ ການຜະລິດ ການສົ່ງເສີມການຈັດຈໍາໜ່າຍເພື່ອເພີ່ມການຂາຍ
ການເພີ່ມບຸກຄະລາກອນຂອງແຜນການຕ່າງໆ ເພື່ອການຂະຫຍາຍງານ.
ຊັບພະຍາກອນເປັນສ່ວນສໍາຄັນຂອງຂະບວນການວາງແຜນ
ຈະຊ່ວຍຊີ້ໃຫ້ເຫັນວ່າແຜນການເງິນໃນອະນາຄົດ ສອດຄ່ອງກັບເປົ້າໝາຍທຸລະກິດ
ຫຼື ບໍ່ ຫຼື ອາດຈະໃຊ້ຊັບພະຍາກອນເພື່ອຄາດຄະເນບັນຫາຕ່າງໆ ທີ່ຈະເກີດຂຶ້ນ
ແລະ ຈະເປັນແນວທາງເພື່ອແກ້ບັນຫາ ດັ່ງນັ້ນຈຶ່ງຄວນຂຽນແຜນງານທີ່ຈະປະຕິບັດການໃນອະນາຄົດໄວ້ໃນງົບປະມານ
ທາງການເງິນ ເພາະງົບປະມານເປັນເຄື່ອງມືທີ່ສໍາຄັນສໍາລັບຝ່າຍບໍລິຫານ.
ວິທີການວາງແຜນງານ ທາງການເງິນສໍາລັບທຸລະກິດມີ
2 ລັກສະນະຄື:
1.ການກໍາໜົດເປົ້າໝາຍທັງໝົດຂອງທຸລະກິດ.
ໂດຍເລີ່ມຈາກການກໍາໜົດເປົ້າໝາຍທັງໝົດຂອງທຸລະກິດ
ໃນໄລຍະເວລາທີ່ກໍານົດໄວ້ໃນແຜນ ແລ້ວຈຶ່ງພິຈາລະນາເຖິງກິດຈະກຳຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍທີ່ຕັ້ງໄວ້
ເຊັ່ນ: ບໍລິສັດຕ້ອງການເພີ່ມກໍາໄລປີລະ 20%
ເປັນເວລາ 5
ປີ ຈຶ່ງຕ້ອງພິຈາລະນາເຖິງລາຍໄດ້ທີ່ຈະໄດ້ຮັບເພື່ອໃຫ້ບັນລຸເປົ້າໝາຍນັ້ນ
ແລ້ວນໍາເປົ້າໝາຍລາຍໄດ້ນັ້ນມາກໍານົດເປັນທຶນ ແລະ ຄ່າໃຊ້ຈ່າຍອື່ນທີ່ຕ້ອງໃຊ້ທັງໝົດ
ດັ່ງນັ້ນຈຶ່ງຕ້ອງຈັດຕັ້ງ ງົບປະມານ ຫຼື ແຜນງານທັງໝົດຂອງທຸລະກິດຊຶ່ງຈະສອດຄ່ອງກັບເປົ້າໝາຍທຸລະກິດທີ່ໄດ້ກໍາໜົດຂຶ້ນຕັ້ງແຕ່ເລີ່ມຕົ້ນ.
2.ຊັບຍາກອນຂອງແຕ່ລະຝ່າຍ.
ໂດຍເລີ່ມຈາກແຕ່ລະແຜນການ
ຫຼື ສ່ວນງານຊັບພະຍາກອນແຍກກັນໃນ ການຄາດຄະເນປະມານສ່ວນປະກອບຂອງກິດຈະກຳຕ່າງໆ
ໂດຍຄິດເປັນງົບປະມານຂອງແຕ່ລະແຜນການແລ້ວຈຶ່ງ ນໍາມາກຳນົດກັນເປັນແຜນການທາງການເງິນທັງໝົດຂອງທຸລະກິດ.
ການຄວບຄຸມກ່ຽວກັບງົບປະມານ
ຕ້ອງມີການຈັດການໂຄງສ້າງທາງການເງິນຂອງທຸລະກິດ ຊຶ່ງເປົ້າໝາຍ ສ່ວນໝຶ່ງແມ່ນການໃຫ້ເກີດກໍາໄລສູງສຸດ
ແລະ ການລຸດຄວາມສ່ຽງໄພຂອງທຸລະກິດ ໂດຍກໍາໜົດສັດສ່ວນຂອງການຖືຊັບສິນ
ວ່າຄວນຢູ່ໃນຮູບໃດ ເຊັ່ນ: ເງີນສົດ, ການລົງທຶນ ເປັນຕົ້ນ ນອກຈາກນັ້ນຄວນມີການຈັດໂຄງສ້າງທາງການເງິນຂອງທຸລະກິດ
ກ່ຽວກັບການຈັດຫາເງິນທຶນທີ່ຕ້ອງການໃຊ້ ການຈັດສັນເງິນທຶນໝູນວຽນ ການລຸດໜີ້ຜູກພັນ
ການຢຶດເວລາຊໍາລະໜີ້ ການຈັດສັນລົງທຶນຊັບສິນທີ່ມີໃຫ້ເໝາະສົມກັບທຶນ
ແລະ ເງື່ອນເວລາທີ່ຈໍາກັດ ການກໍານົດນະໂຍບາຍການຈ່າຍ
ປັນຜົນໃຫ້ສຳພັນກັບສິນຊັບ ແລະ ໂຄງສ້າງທາງການເງິນ ຊຶ່ງວິທີການຈັດການດ້ານການເງິນເພື່ອປະໂຫຍດໃນ
ການສ້າງກໍາໄລ ແມ່ນການຄວບຄຸມຕົ້ນທຶນຕ່າງໆ ເຊັ່ນ: ຕົ້ນທຶນການຜະລິດ ຄ່າໃຊ້ຈ່າຍຕ່າງໆ
ໂດຍແມ່ນງົບປະມານຄວນຈັດຕັ້ງ ລະບົບບັນຊີ ແລະ ສາມາດວິເຄາະຕົ້ນທຶນຕ່າງໆ
ແລະ ສະເໜີວິທີການລຸດຕົ້ນທຶນໃຫ້ສາມາດເບິ່ງເຫັນພາບຊັດເຈນ ເພື່ອພິຈາລະນາໄດ້
ແລະ ມີຊັບພະຍາກອນຜົນກໍາໄລໃນອະນາຄົດ ໂດຍມີການວາງແຜນການຂາຍ ແລະ ການວາງແຜນການຂະຫຍາຍງານໃນອະນາຄົດ
ເພື່ອໃຫ້ຮູ້ລ່ວງໜ້າວ່າຈະສາມາດສ້າງກໍາໄລເພີ່ມຂຶ້ນໄດ້ຫຼາຍນ້ອຍພຽງໃດ
ແລະ ຕ້ອງມີການຕຽມການລ່ວງໜ້າແນວໃດ ຫຼື ຄວນຈະມີການຕັດສິນໃຈເພື່ອການລົງທຶນ
ຈຸດປະສົງຂອງການວາງແຜນງານ ທາງການເງິນສໍາລັບທຸລະກິດ ເພື່ອໃຫ້ເກີດ (Liquidity) ແລະ ເພື່ອປະໂຫຍດໃນດ້ານການສ້າງກໍາໄລ
(Profitability).
1.3.ຫຼັກການວາງແຜນທາງການເງິນ
ການປ່ຽນແປງທາງສັງຄົມ ວັດທະນະທຳ
ແລະ ວິຖີຊີວິດ ເຮັດໃຫ້ມີຄວາມຈໍາເປັນຕ້ອງວາງແຜນການເງິນຢ່າງ ຮອບຄອບ ແລະ
ບໍ່ປະມາດໃນການໃຊ້ຊີວິດ ດັ່ງນັ້ນ ຫຼັກໃນການວາງແຜນທາງການເງິນທີ່ມີປະສິດທິພາບ.
1.ການປະເມີນສະຖານນະການ ເປັນການເກັບຂໍ້ມູນຕ່າງໆ ກ່ຽວກັບຕົນເອງ ແລະ ສິ່ງແວດລ້ອມ ເພາະຈະຊ່ວຍໃຫ້ສາມາດປະເມີນລາຍຮັບ
- ລາຍຈ່າຍໄດ້ ນອກຈາກນີ້ຍັງສາມາດປະເມີນຊັບສິນທີ່ມີ ເຊັ່ນ: ເງິນສົດ, ອາຄານຫຼື
ທີ່ດິນ ທັງໝົດເຖິງໜີ້ສິນຕ່າງໆ ເພື່ອນໍາໄປປະມານການ ແລະ ວາງແຜນທາງການເງິນຕໍ່ໄປ.
2.ກໍາໜົດເປົ້າໝາຍ ແມ່ນການວາງແຜນການເງິນ ໂດຍກໍານົດໃຫ້ຢູ່ໃນຮູບຂອງເງິນ ໄລຍະເວລາເທົ່າໃດ
ແລະ ເປົ້າໝາຍທີ່ເປັນໄປໄດ້ໂດຍໃຫ້ສອດຄ່ອງກັບລາຍຮັບ - ລາຍຈ່າຍ ແລະ ໜີ້ສິນທີ່ມີຢູ່ແມ່ນການວາງແຜນການເງິນ
ຄວນແຍກເປັນເປົ້າໝາຍໄລຍະສັ້ນ ໄລຍະກາງ ແລະ ໄລຍະຍາວ ເພື່ອໃຫ້ປະຕິບັດຕາມເປົ້າໝາຍທີ່ກໍານົດໄວ້ຢ່າງຊັດເຈນ.
3.ການຈັດຕັ້ງແຜນທາງການເງິນ ແມ່ນການວາງແຜນທາງການເງິນ
ນັ້ນຄວນຈັດຕັ້ງແຜນດ້ວຍຄວາມລະອຽດ ແລະ ຮອບຄອບ ໂດຍຄໍານຶງເຖິງບຸກຄົນ ແລະ
ຊັບພະຍາກອນທີ່ກ່ຽວຂ້ອງ ແລະ ຈັດລໍາດັບຄວາມສໍາຄັນວ່າຫຍັງຄວນຈັດຕັ້ງກ່ອນ
ຫຼື ຫຼັງເພື່ອໃຫ້ປະຕິບັດໄດ້ຈິງ ແລະ ຖືກຕ້ອງຕາມແຜນທີ່ກໍາໜົດໄວ້.
4.ການນໍາແຜນໄປປະຕິບັດ ແມ່ນເປັນການເຮັດຕາມແຜນທີ່ກໍານົດໄວ້ໂດຍ ຕ້ອງມີວິໄນໃນການປະຕິບັດຢ່າງເຄັ່ງຄັດ.
5.ການວັດຜົນ ແລະ ການປັບປຸງແກ້ໄຂ ແມ່ນເປັນສິ່ງທີ່ຈະສ້າງໃຫ້ຮູ້ວ່າ
ແຜນນັ້ນສາມາດປະຕິບັດໄດ້ຈິງຕົງຕາມເປົ້າໝາຍ ຫຼື ບໍ່ ແລະ ສາມາດນໍາຜົນທີ່ໄດ້ໄປພັດທະນາ
ແລະ ປັບປຸງຜົນການປະຕິບັດໃນອະນາຄົດໄດ້.
ບຸກຄົນທີ່ກ່ຽວຂ້ອງກັບການວາງແຜນທາງການເງິນ
ໄດ້ແກ່:
1.ລັດຖະບານ (Government) ເປັນຜູ້ຈັດຫາສິນຄ້າ ຫຼື ບໍລິການສາທາລະນະ
ເຊັ່ນ: ກໍານົດກົດໝາຍເພື່ອ ຄຸ້ມຄອງປະຊາຊົນ, ຕໍາຫຼວດ, ຖະໜົນ, ສາທາລະນະສຸກ
ເປັນຕົ້ນ ຊຶ່ງລັດຖະບານມີບົດບາດ ໃນການກໍານົດກົດລະບຽບ ຂໍ້ບັງຄັບຕ່າງໆ
ຊຶ່ງນໍາມາໃຊ້ໃຫ້ສອດຄ່ອງກັບສະພາບເສດຖະກິດພາຍໃນປະເທດດັ່ງນີ້:
- ລັດຖະບານເປັນແຫຼ່ງທີ່ມາຂອງລາຍໄດ້ຂອງທຸລະກິດ
ແລະ ຄ່າຈ້າງຂອງຜູ້ບໍລິໂພກ ລັດຖະບານຈະມີອິດທິພົນ ຕໍ່ການກໍານົດພາສີ
ແລະ ກົດລະບຽບຂໍ້ບັງຄັບຕ່າງໆ ໄວ້ເອງ ເພື່ອຈັດເກັບພາສີໃນການພັດທະນາປະເທດ.
- ການຈັດເກັບພາສີ ອາກອນ ຈະເກັບຈາກລາຍໄດ້ບຸກຄົນ
ພາສີການຄ້າ ແລະ ພາສີຊັບສິນ ໃນອັດຕາກ້າວໜ້າ.
- ການກໍານົດກົດລະບຽບຂໍ້ບັງຄັບ
ລັດຖະບານຈັດຕັ້ງເພື່ອຄຸ້ມຄອງຄວາມເປັນຢູ່ຂອງປະຊາຊົນໃນ ການເອົາລັດເອົາປຽບທີ່ອາດເກີດຂຶ້ນໄດ້
ທັງໝົດລວມທັງການອອກກົດໝາຍເພື່ອຄຸ້ມຄອງຜູ້ບໍລິໂພກ ແລະ ຜູ້ຈັດຈໍາໜ່າຍສິນຄ້າ.
2.ທຸລະກິດ (Business) ທຸລະກິດເປັນຜູ້ຈັດຫາສິນຄ້າ
ແລະ ບໍລິການ ຊຶ່ງໃນການຜະລິດສິນຄ້າທີ່ຕ້ອງການແຮງງານ ທີ່ດິນ ແລະ ປັດໄຈການຜະລິດອື່ນໆ
ທີ່ກ່ຽວຂ້ອງ ຕ້ອງມີຄ່າໃຊ້ຈ່າຍທັງສິ້ນ ໃນຂະນະດຽວກັນທຸລະກິດກໍເປັນແຫຼ່ງທີ່ເຮັດໃຫ້
ລາຍໄດ້ໝູນວຽນໃນລະບົບການຄ້າເສລີ ແລະ ເປັນຜູ້ເຮັດໃຫ້ເກີດມີການແຂ່ງຂັນເພື່ອໃຫ້ຜູ້ບໍລິໂພກມີໂອກາດໄດ້ເລືອກຊື້
ສິນຄ້າ ແລະ ໃຊ້ບໍລິການໄດ້ຕາມຕ້ອງການ.
3.ຜູ້ບໍລິໂພກ (Consumer) ເປັນຜູ້ມີບົດບາດໃນການວາງແຜນທາງການເງິນຫຼາຍ
ແມ່ນການຕັດສິນໃຈໃນ ການເລືອກຊື້ສິນຄ້າ ຫຼື ບໍລິການຂອງຜູ້ບໍລິໂພກຈະມີຜົນກະທົບຕໍ່ການໝູນວຽນຂອງລາຍໄດ້ໃນຂະນະດຽວກັນກໍຈະຊ່ວຍໃຫ້ເສດຖະກິດຂອງປະເທດຟື້ນຕົວເພາະ
ມີການໃຊ້ຈ່າຍເກີດຂຶ້ນໃນຕະຫຼາດ ແຕ່ທຸກຄົນກໍຕ້ອງປະຕິບັດໄປຕາມ ກົດລະບຽບຂໍ້ບັງຄັບທີ່ລັດຖະບານເປັນຜູ້ກໍານົດຂຶ້ນທຸກປະການ.
1.4.ການຈັດການທາງການເງິນ
ໝາຍເຖິງ ການວາງແຜນການຈັດລະບຽບ ແລະ ການຄວບຄຸມກໍາກັບກິດຈະກຳທາງການເງິນ
ເຊັ່ນ: ການຈັດຊື້ ແລະ ການໃຊ້ປະໂຫຍດຈາກເງິນທຶນ ຊຶ່ງໃຊ້ຫຼັກທົ່ວໄປຂອງຊັບພະຍາກອນທາງການເງິນຂອງທຸລະກິດ.
1.4.1.ຈຸດປະສົງຂອງການຈັດການທາງການເງິນ
ການຈັດການທາງການເງິນໂດຍທົ່ວໄປກ່ຽວກັບການຈັດຫາ
ແຫຼ່ງເງິນທຶນ ເຊັ່ນ: ການກູ້ຢືມ ຫຼື ການຄວບຄຸມການໃຊ້ຈ່າຍຂອງເງິນທຶນ ຊຶ່ງສາມາດແບ່ງຈຸດປະສົງອອກໄດ້ດັ່ງນີ້:
1.ເພື່ອໃຫ້ມີເງິນທຶນພຽງພໍທີ່ຈະດໍາເນີນທຸລະກິດໄດ້ຢ່າງຕໍ່ເນື່ອງໃນໄລຍະຍາວ.
2.ເພື່ອໃຫ້ໄດ້ຮັບຜົນຕອບແທນຈາກການລົງທຶນໃນໂຄງການຕ່າງໆ ຫຼື ເຂົ້າໄປຖືຫຸ້ນໃນບໍລິສັດຕ່າງໆ
ໃນຕະຫຼາດຫຼັກຊັບ ໃຫ້ຜົນຕອບແທນດ້ານເງິນປັນຜົນທີ່ພຽງພໍ ແລະ ຄຸ້ມຄ່າກັບການລົງທຶນ.
3.ເພື່ອໃຫ້ການລົງທຶນໃນໂຄງການຕ່າງໆ
ຫຼື ກິດຈະການຕ່າງໆ ເປັນໄປຢ່າງເໝາະສົມ ແລະ ຖືກຕ້ອງ ຕາມຈຸດປະສົງຂອງການເບີກຈ່າຍເງິນໄປໃຊ້.
4.ເພື່ອໃຫ້ເງິນທຶນທີ່ມີຢູ່ຖືກໃຊ້ໃນທຸລະກຳຕ່າງໆ
ຢ່າງເໝາະສົມ ແລະ ຖືກຕ້ອງຕາມມາດຕະຖານ ການລົງທຶນທາງການເງິນ ແລະ ໄດ້ຜົນຕອບແທນຕາມທີ່ກໍານົດໄວ້ລ່ວງໜ້າ.
5.ເພື່ອໃຫ້ແຜນການລົງທຶນຕ່າງໆ
ທີ່ໄດ້ວິເຄາະແລ້ວ ໄດ້ດໍາເນີນການຕາມທີ່ວາງແຜນໄວ້ ແລະ ໄດ້ຮັບ ຜົນຕອບແທນຄຸ້ມກັບການວາງແຜນໄວ້ລ່ວງໜ້າ
ມີຄວາມຖືກຕ້ອງແມ່ນຢໍາ ຫຼື ມີຄວາມຜິດພາດໃນສ່ວນໃດ ຈະໄດ້ນໍາ ກັບມາແກ້ໄຂປັບປຸງສໍາລັບການວາງແຜນທາງການເງິນໃນເທື່ອຕໍ່ໄປ.
1.4.2.ໝ້າທີ່ຂອງການຈັດການທາງການເງິນ.
1.ການປະເມີນຄ່າຂອງຄວາມຕ້ອງການຂອງການລົງທຶນ: ແມ່ນເປັນການວາງແຜນທາງ ການເງິນ
ເພື່ອໃຫ້ບັນລຸຈຸດປະສົງຕາມຜົນຕອບແທນທາງການເງິນ ແລະ ຈະຕ້ອງບໍລິຫານຄ່າໃຊ້ຈ່າຍໃນການລົງທຶນ
ທາງການເງິນໃຫ້ມີຄວາມເໝາະສົມ ກັບປະລິມານເງິນທຶນ.
2.ຄວາມມຸ້ງໝັ່ນໃນການລົງທຶນ: ເມື່ອໄດ້ວາງແຜນການລົງທຶນຕ່າງໆ ດ້ວຍສັດສ່ວນທາງການເງິນທີ່ຊັດເຈນ
ແລະ ອັດຕາຜົນຕອບແທນທີ່ຄາດວ່າຈະໄດ້ຮັບຈາກການລົງທຶນໃນທຸລະກຳທາງການເງິນໃນແຕ່ລະປະເພດ.
3.ແຫຼ່ງທີ່ມາຂອງເງິນທຶນ: ການເພີ່ມເງິນກອງທຶນຂອງທຸລະກິດມີທາງເລືອກຫຼາຍທາງ
ເຊັ່ນ:
- ການຂາຍຫຸ້ນສາມັນບໍລິສັດ
- ການຂາຍຫຸ້ນກູ້ໄລຍະກາງ ແລະ ໄລຍະຍາວ
- ການກູ້ຢືມທະນາຄານ ແລະ ສະຖາບັນການເງິນ.
4.ແຜນການລົງທຶນ: ຈະຕ້ອງມີການຕັດສິນໃຈກ່ຽວກັບວິທີການລົງທຶນໃນທຸລະນກຳທາງການເງິນໃນຮູບແບບຕ່າງໆ
ທີ່ມີຄວາມເໝາະສົມ ປອດໄພ ແລະ ໃຫ້ຜົນຕອບແທນທີ່ຄຸ້ມຄ່າ.
5.ການຈັດການດ້ານກໍາໄລສ່ວນເກີນຕ່າງໆ: ແມ່ນຈໍາເປັນຕ້ອງມີການວາງແຜນຈັດການເງິນທຶນທີ່ເປັນກໍາໄລສ່ວນເກີນ
ເຊັ່ນ: ຮ້ານຄ້າຂາຍຍ່ອຍແຫ່ງໜຶ່ງຂາຍສິນຄ້າອຸປະໂພກ ຄົບ ບໍລິໂພກ ເປີດບໍລິການ
24 ຊັ່ວໂມງ ເຮັດໃຫ້ມີເງິນສົດໝູນວຽນເຂົ້າມາ
ໃນກິດການຈໍານວນຫຼາຍ ດັ່ງນັ້ນ ຈຶ່ງຕ້ອງມີການຈັດການລົງທຶນດ້ານເງິນສົດທີ່ມີຫຼາຍ
ແລະ ຄົງຢູ່ໃນໄລຍະສັ້ນໃຫ້ເກີດ ປະໂຫຍດສູງສຸດ ແລະ ມີຄວາມປອດໄພເພາະເປັນເງິນທຶນໄລຍະສັ້ນ.
6.ການຄວບຄຸມທາງການເງິນ: ຈະຕ້ອງມີເຄື່ອງມືໃນການວິເຄາະອັດຕາເງິນສົດໄຫຼເຂົ້າ ແລະ ອັດຕາເງິນສົດໄຫຼອອກໄດ້ດ້ວຍຄວາມແມ່ນຢໍາຖືກຕ້ອງຕາມຊ່ວງເວລາຕ່າງໆ.
1.4.3.ປັດໄຈທີ່ກໍານົດລາຍໄດ້ຂອງບຸກຄົນ.
1.ອາຍຸ: ມີຄວາມສຳພັນຕໍ່ການຫາລາຍໄດ້ຂອງບຸກຄົນ ບຸກຄົນທີ່ສູງໄວ ແລະ ໜຸ່ມສາວເມື່ອເລີ່ມເຮັດວຽກງານກໍ່ຈະມີລາຍໄດ້ບໍ່ສູງຫຼາຍ
ເມື່ອທຽບກັບຜູ້ທີ່ຢູ່ໃນໄວກາງຄົນ ຊຶ່ງມີອາຍຸລະຫວ່າງ 35 - 55 ປີ ໂດຍທົ່ວໄປໃນໄວນີ້ຈະມີ ຄວາມສາມາດໃນການຫາລາຍໄດ້ສູງ
ເນື່ອງຈາກຢູ່ໃນໄວທີ່ມີຮ່າງກາຍແຂງແຮງໃນການເຮັດງານ.
2.ການສຶກສາ: ຈະເປັນເຄື່ອງກໍານົດລາຍໄດ້ຂອງບຸກຄົນ ຜູ້ທີ່ສໍາເລັດການສຶກສາສູງຄວນມີລາຍໄດ້ສູງກວ່າ
ຜູ້ມີການສຶກສາຕ່ຳ ຫຼື ບໍ່ໄດ້ຮັບການສຶກສາ.
3.ອາຊີບ: ການເລືອກອາຊີບມີຄວາມສຳພັນກັບການສຶກສາ ຂອງບຸກຄົນອາຊີບບາງຢ່າງຈະຕ້ອງຜ່ານການ
ສຶກສາສະເພາະດ້ານ ເຊັ່ນ: ແພດ, ນັກກົດໝາຍ, ສະຖາບນິກ, ວິສະວະກອນ ເປັນຕົ້ນ ແຕ່ບາງອາຊີບເຖິງແມ່ນຈະບໍ່ຮຽນມາ
ໂດຍກົງກໍນໍາຄວາມຮູ້ມາປະຍຸກໃຊ້ເຮັດວຽກໄດ້ ເຊັ່ນ: ຜູ້ທີ່ຮຽນສັງຄົມສາດ
ອາດຈະປະກອບອາຊີບໄດ້ຫຼາຍຢ່າງ ໄດ້ແກ່ ອາຈານ, ພະນັກງານ, ພະນັກງານຂອງລັດຖະບານ,
ລັດວິສາຫກິດ ຕະຫຼອດຈົນທຸລະກິດເອກຊົນຕ່າງໆ.
4.ຄຸນສົມບັດສະເພາະຕົວ: ບຸກຄົນແຕ່ລະຄົນຈະແຕກຕ່າງກັນໂດຍສະເພາະໃນສ່ວນທີ່ເປັນຄຸນສົມບັດສະເພາະຕົວ
ເຊັ່ນ: ຄວາມສາມາດ (Abilities), ຄວາມຊໍານານ (Skills), ບຸກຄະລິກກະພາບ (Personality), ແຮງກະຕຸ້ນ (Drive), ທັດສະນະຄະຕິ (Aptitudes) ຂວັນ ແລະ ກໍາລັງໃຈ (Motivation) ແລະ ຄ່ານິຍົມຕ່າງໆ (Value) ຊຶ່ງຈະມີອິດທິພົນຕໍ່ການ ກໍານົດລະດັບລາຍໄດ້ຂອງບຸກຄົນ.
5.ແຫຼ່ງລາຍໄດ້ຕ່າງໆ ຂອງບຸກຄົນ: ແມ່ນການເຮັດວຽກແຕ່ລະອາຊີບຄວນມີຜົນຕອບແທນໄດ້ແກ່ເງິນເດືອນຄ່າຈ້າງ
ແລະ ສວັດດິການຕ່າງໆ ໃນການພິຈາລະນາລາຍໄດ້ຂອງບຸກຄົນ ນອກຈາກຈະຄໍານຶງເຖິງລາຍໄດ້ທີ່ເປັນຈຳນວນເງິນແລ້ວຍັງຕ້ອງ
ຄໍານຶງເຖິງສະວັດດິການ ຫຼື ຜົນປະໂຫຍດອື່ນໆ ທີ່ຄວນຈະໄດ້ຮັບ ຊຶ່ງແຫຼ່ງລາຍໄດ້ທີ່ສໍາຄັນ
ໄດ້ແກ່:
-
ເງິນເດືອນ
-
ລາຍໄດ້ພິເສດ
-
ລາຍໄດ້ດອກເບ້ຍເງິນຝາກປະຈຳ
-
ລາຍໄດ້ຈາກງານອານິເລດ
-
ລາຍໄດ້ສະວັດດີການ
1.4.4.ຫຼັກເກນໃນການຈັດຕັ້ງງົບປະມານ.
ຫຼັກເກນໃນການຈັດຕັ້ງງົບປະມານມີດັ່ງນີ້:
- ວາງເປົ້າໝາຍທີ່ເປັນໄປໄດ້.
- ງ່າຍຕໍ່ການເຂົ້າໃຈ
- ຊ່ວຍໃນການຄວຍຄ່ມຄ່າໃຊ້ຈ່າຍຕ່າງໆ.
1.4.5.ຂັ້ນຕອນການຈັດຕັ້ງງົບປະມານ.
ຂັ້ນຕອນການຈັດຕັ້ງງົບປະມານມີດັ່ງນີ້:
- ການປະເມີນລາຍໄດ້.
- ການປະເມີນລາຍຈ່າຍ
- ການຈັດນຕັ້ງງົບປະມານ
- ການສະຫຼຸບງົບປະມານເມື່ອຈັດຕັ້ງງົບປະມານ
- ການຄວບຄຸ່ມ ແລະ ປັບປຸ່ງງົບປະມານລາຍໄດ້ ແລະ ລາຍຈ່າຍ.
1.4.6.ຂະບວນການຈັດຕັ້ງງົບປະມານສ່ວນບຸກຄົນ.
ການຈັດຕັ້ງງົບປະມານສ່ວນບຸກຄົນ ເປັນເລື່ອງກ່ຽວກັບການກໍານົດທີ່ມາຂອງລາຍໄດ້ສ່ວນບຸກຄົນທັງໝົດ
ວ່າໄດ້ມາແນວໃດ ຈົນເຖິງຂັ້ນຕອນການຕັດສິນໃຈຈັດການກັບລາຍໄດ້ດັ່ງກ່າວ ຊຶ່ງຈັດຕັ້ງງົບປະມານສ່ວນບຸກຄົນມີດັ່ງນີ້:
-
ກໍານົດແຫຼ່ງທີ່ມາຂອງລາຍໄດ້ໃນງົບປະມານ.
-
ຈັດໝວດໝູ່ຂອງລາຍຈ່າຍໃນງົບປະມານ.
-
ຈັດຕັ້ງສະມຸດບັນທຶກສໍາລັບລາຍຈ່າຍໃນງົບປະມານ.
-
ກວດສອບ ແລະ ຄວບຄຸມສະມຸດບັນທຶກຂອງລາຍຈ່າຍໃນງົບປະມານ.
-
ຈັດໝວດໝູ່ ແລະ ເຮັດການແກ້ບັນຫາທີ່ເກີດຂື້ນໃນງົບປະມານສ່ວນບຸກຄົນ.
1.5.ແຜນທາງການເງິນ.
ການວາງແຜນທາງການເງິນ ໃນພາບລວມນັ້ນ ເກີດຈາກການພັດທະນາການແຜນການເງິນໃນຫຼາກຫຼາຍດ້ານທີ່ກ່ຽວຂ້ອງໂດຍກົງກັບບຸກຄົນທຸກຄົນມາຣຽງຮ້ອຍເຂົ້ານຳກັນ
ທັງໃນສ່ວນຂອງການຈັດເຮັດງົບການເງິນ ແລະ
ງົບປະມານສ່ວນບຸກຄົນ, ການວາງແຜນການລົງທຶນ,
ການວາງແຜນການປະກັນໄພ, ການວາງແຜນພາສີ ແລະ ການ
ວາງແຜນເພື່ອໄວກະສຽນ ຊຶ່ງແຕ່ລະແຜນທາງການເງິນຈະມີບົດບາດ
ແລະ ໝ້າທີ່ທີ່ສຳຄັນແຕກຕ່າງກັນໄປ ທີ່ຈະຊ່ວຍໃນການສົ່ງເສີມ ແລະ ສະໜັບສະໜູນໃຫ້ແຕ່ລະບຸກຄົນສາມາດບັນລຸເປົ້າໝາຍທາງການເງິນໄດ້ຕາມທີ່ຕ້ອງການ.
1.6.ການຈັດການເງິນສົດ
ແລະ ຊັບສິນສະພາບຄ່ອງ.
1.ການຈັດການເງິນສົດ (Cash Management) ແມ່ນການບໍລິຫານທີ່ກ່ຽວກັບປະສິດທິພາບໃນການ
ເກັບລວບລວມເງິນສົດ ການຈ່າຍເງິນສົດ ແລະ ການລົງທຶນ ການຈັດຕັ້ງງົບປະມານເງິນສົດເປັນເຄື່ອງມືໃນການ
ຈັດການເງິນສົດ ເພື່ອໃຊ້ຊັບພະຍາກອນຄວາມຕ້ອງການເງິນສົດໃນອະນາຄົດ ແລະ ການຄວບຄຸມການດໍາເນີນການຕ່າງໆ
ໃຫ້ເປັນໄປຕາມງົບປະມານ.
2.ສິນຊັບສະພາບຄ່ອງ (Liquid Asset) ແມ່ນສິນຊັບໃນຮູບຂອງເງິນສົດ ແລະ ສິນຊັບອື່ນທີ່ມີສະພາບ ໃກ້ຄຽງເງິນສົດ
ແຕ່ສາມາດປ່ຽນເປັນເງິນສົດໄດ້ງ່າຍພາຍໃນໄລຍະເວລາເວລາບໍ່ເກີນ 1 ປີ ເຊັ່ນ: ເງິນຝາກກະແສລາຍວັນ ເງິນຝາກອອມຊັບ
ແລະ ເງິນລົງທຶນໄລຍະສັ້ນອື່ນໆ ບຸກຄະລາກອນຈໍາເປັນຕ້ອງມີສິນຊັບສະພາບຄ່ອງໃຫ້ພຽງພໍຕໍ່ການ
ໃຊ້ຈ່າຍປະຈໍາວັນ ເພື່ອຈະໄດ້ບໍ່ເກີດບັນຫາເງິນຂາດມື ສ່ວນບັນຫາທາງການເງິນມັກຈະເກີດຂຶ້ນກັບທຸກຄອບຄົວ
ຖ້າບໍ່ມີການຕຽມຄວາມພ້ອມໄວ້ອາດນໍາຄວາມເດືອດຮ້ອນມາສູ່ສະມາຊິກພາຍໃນຄອບຄົວໄດ້
ຈຶ່ງຈໍາເປັນທີ່ທຸກຄອບຄົວ ຕ້ອງມີເງິນ ສົດສໍາຮອງໄວ້ຈໍານວນໜຶ່ງ ເພາະຈະເຮັດໃຫ້ທຸກຄອບຄົວມີຄວາມເປັນຢູ່ທີ່ດີ
ແລະສຸກສະບາຍໃນອະນາຄົດ.
ເງິນສົດສໍາຮອງ ໝາຍເຖິງ ເງິນທີ່ໄດ້ເກັບອອມໄວ້
ສາມາດນໍາມາໃຊ້ໄດ້ທັນທີທີ່ຈໍາເປັນເງິນສົດທີ່ສໍາຮອງໄວ້ຈະ ບໍ່ກໍ່ໃຫ້ເກີດປະໂຫຍດຖ້າບໍ່ນໍາມາໃຊ້
ຈຶ່ງຕ້ອງຫາທາງບໍລິຫານເງິນສົດສໍາຮອງໃຫ້ມີຄ່າເພີ່ມຂຶ້ນຢ່າງມີປະສິດທິພາບ
ໂດຍນໍາໄປລົງທຶນໃນຫຼັກຊັບອື່ນໆ ເພື່ອໃຫ້ມູນຄ່າຂອງເງິນເພີ່ມຂຶ້ນ ເຊັ່ນ:
ຊື້ພັນທະບັດ ລັດຖະບານ ຊື້ຫຸ້ນສາມັນ.
ກົນລະຍຸດການບໍລິຫານການເງິນບຸກຄົນ ໝາຍເຖິງ ການບໍລິຫານການເງິນຂອງບຸກຄົນຢ່າງສະຫລາດ
ດ້ວຍການນໍາ ຫຼັກ ແລະ ວິທີການບໍລິຫານການເງິນທີ່ມີປະສິດທິພາບມາໃຊ້ໃນການຕັດສິນໃຈຈົນເຮັດໃຫ້ເກີດຜົນ
ສໍາເລັດຕາມເປົ້າໝາຍ ທີ່ກໍານົດໄວ້ ຊຶ່ງຄວບຄຸ່ມເຖິງເລື່ອງການບໍລິຫານການເງິນໂດຍທົ່ວໄປ
ລາຍໄດ້ ແລະ ການບໍລິຫານລາຍໄດ້ຂອງບຸກຄົນ ການບໍລິຫານລາຍຈ່າຍຕ່າງໆ ຂອງບຸກຄົນ
ການບໍລິຫານຄວາມສ່ຽງ ແລະ ການປະກັນຄວາມໝັ້ນຄົງຂອງບຸກຄົນ ການບໍລິຫານດ້ານການລົງທຶນຂອງບຸກຄົນ
ຕະຫຼອດຈົນການວາງແຜນເພື່ອກະສຽນອາຍຸ.























