ການວາງແຜນເປົ້າໝາຍສູ່ຄວາມສຳເລັດໃນຊີວິດ

 ການວາງແຜນເປົ້າໝາຍສູ່ຄວາມສຳເລັດໃນຊີວິດ

           ມີ​ຄົນ​ຈຳນວນ​ຫຼາຍ​ໃນ​ສັງຄົມ​ທີ່​ບໍ່​ເຂົ້າໃຈ ​ແລະ ​ລະ​ເລີຍ​ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ​ໃນ​ອະນາຄົດ​ວ່າ​ອີກ 5 ປີ 10 ປີຂ້າງ​ໜ້າ​ຢາກ​ຈະ​ໄດ້​ຫຍັງ ຢາກ​ຈະ​ເປັນ​ຫຍັງ ຫຼື ຢາກ​ຈະ​ມີ​ຫຍັງ​ດ້ວຍ ບາງ​ຄົນ​ມີ​ການ​ກຳນົດ​ເປົ້າ​ໝາຍ​ໄວ້​ຊັດເຈນ ແຕ່ກໍ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ ເພາະ​ວ່າ​ກຳນົດ​ເປົ້າ​ໝາຍ​ໃຫ້​ຕົວ​ເອງ​ຍາກ​ເກີນ​ໄປ ເຮັດ​ແນວໃດ​ກໍ​ບໍ່​ສຳ​ເລັດ ເຊັ່ນ ບາງ​ຄົນຕັ້ງ​ເປົ້າ​ໝາຍ​ວ່າ​ຈະ​ເກັບ​ອອມ​ເງິນ​ ໃຫ້​ໄດ້​ປີ​ລະ​ໜຶ່ງ​ແສນ​ບາດ ແຕ່​ໃນ​ຄວາມ​ເປັນ​ຈິງ​ມີ​ລາຍ​ໄດ້​ພຽງ​ປີ​ລະ​ສອງ​ແສນ​ບາດ ຖ້າ​ຄິດເປັນ​ເປີ​ເຊັນ​ເງິນ​ເກັບ​ອອມ​ຕໍ່​ລາຍ​ໄດ້​ແລ້ວ​ຕ້ອງ​ອອມ ປະ​ມານ 50% ຊຶ່ງ​ບໍ່​ໜ້າ​ຈະ​ເປັນ​ໄປ​ໄດ້ ຖ້າ​ທ່ານ​ບໍ່​ມີ​ລາຍ​ໄດ້​ຈາກແຫຼ່ງ​ອື່ນ​ດ້ວຍ ເຫດ​ນີ້​ຈຶ່ງ​ເຮັດໃຫ້​ເປົ້າ​ໝາຍ​ຂອງ​ຫຼາຍ​ຄົນ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ.

         ມີ​ຄົນ​ອີກ​ຈຳນວນ​ບໍ່​ນ້ອຍ​ທີ່​ກຳນົດ​ເປົ້າ​ໝາຍ​ຊີວິດ ແຕ່​ມີ​ການ​ປ່ຽນ​ເປົ້າ​ໝາຍ​ເລື້ອຍ​ເກີນ​ໄປ ຈຶ່ງ​ກາຍ​ເປັນເປົ້າ​ບິນ ເຮັດໃຫ້​ພາດ​ເປົ້າ ເພາະ​ມີ​ເປົ້າ​ໝາຍ​ຫຼາຍ​ເກີນ​ໄປ ເຊັ່ນ: ມື້​ນີ້​ມີ​ຄົນ​ເລົ່າ​ໃຫ້​ຟັງ​ເລື່ອງ​ທຸລະກິດ​ສ່ວນ​ຕົວ​ກໍ​ຕັ້ງ​ເປົ້າ​ເລື່ອງທຸລະກິດ​ສ່ວນ​ຕົວ ພຸ່ງ​ນີ້​ມີ​ຄົນ​ເວົ້າ​ເລື່ອງ​ງານ​ໃໝ່​ເງິນ​ເດືອນ​ດີກວ່າ​ເດີມ ເປົ້າ​ໝາຍ​ໃນ​ການ​ປ່ຽນ​ງານ​ເພື່ອ​ກ້າວ​ສູ່​ການ​ເປັນຜູ້​ບໍລິຫານ​ລະ​ດັບ​ສູງ​ກໍ່ເກີດ​ຂຶ້ນ​ມາ​ອີກ ຈຶ່ງ​ມີ​ເປົ້າ​ໝາຍ​ບໍ່​ແນ່ນອນ ເພື່ອ​ໃຫ້​ທ່ານ​ທີ່​ຕ້ອງ​ການ​ກຳນົດ​ເປົ້າ​ໝາຍ​ໃນ​ຊີວິດ​ໄດ້​ຢ່າງມີ​ປະ​ສິດ​ທິ​ພາບ​ຫຼາຍ​ຢິ່ງ​ຂຶ້ນ ​ແລະ​ ສາມາດ​ກ້າວ​ໄປ​ສູ່​ຄວາມ​ສຳ​ເລັດ​ໃນ​ຊີວິດ​ໄດ້​ດີກວ່າ ​ແລະ ​ໄວ​ກວ່າ​ທີ່​ຄາດ​ຫວັງ​ໄວ້ ພໍ​ຈະ​ສະຫລຸບແນວ​ທາງ​ໃນ​ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ​ໄວ້ດັ່ງ​ນີ້:

1.1.ຫາຄວາມຝັນຂອງຕົນເອງໃຫ້ພົບ.

        ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ກຳນົດ​ເປົ້າ​ໝາຍ​ໃນ​ຊີວິດ​ຄື ການ​ຖາມ​ຕົວ​ເອງ​ວ່າ ໃນ​ອະນາຄົດ​ເຮົາ​ຢາກ​ຈະ​ເປັນ​ຫຍັງຢາກ​ຈະ​ມີ​ຫຍັງ ຢາກ​ຈະ​ໄດ້​ຫຍັງ ຢາກ​ຈະ​ເປັນ​ເໝືອນ​ໃຜ ສຳໃດ ເມື່ອ​ໄດ້ ເພາະ​ຖ້າ​ເຮົາ​ບໍ່​ສາມາດ​ຕອບຄຳ​ຖາມ​ນີ້​ໄດ້ ເຮົາ​ຈະ​ກຳນົດ​ເປົ້າ​ໝາຍ​ທີ່​ດີ​ບໍ່​ໄດ້​ເຊັ່ນ​ກັນ ເໝືອນ​ກັບ​ການ​ທີ່​ເຮົາ​ອອກ​ໄປ​ຕ​ະຫຼາດ​ເພື່ອ​ຊື້​ຂອງ​ມາ​ເຮັດ​ອາຫານຖ້າ​ເຮົາ​ບໍ່​ມີ​ລາຍ​ການ​ອາຫານ​ຢູ່ໃນ​ໃຈ ຄິດ​ພຽງ​ວ່າ​ໄປ​ເບິ່ງ​ກ່ອນ​ແລ້ວ​ກັນ​ຄ່ອຍ​ຄິດວ່າ​ຈະ​ເຮັດ​ຫຍັງ​ຮັບປະທານ ຊຶ່ງ​ຕ້ອງ​ໃຊ້ເວລາ​ຍ່າງ​ຕ​ະຫຼາດ​ດົນ​ຫຼາຍ ແລະ ​ອາດ​ບໍ່​ມີ​ຫຍັງ​ຖືກ​ໃຈ​ເລີຍ​ສັກ​ຢ່າງ​ດຽວ ຜິດ​ກັບ​ຄົົນທີ່​ຄິດ​ລາຍ​ການ​ອາຫານ​ໄປ​ຈາກ​ບ້ານພໍ​ໄປ​ເຖິງ​ຕ​ະຫຼາດ​ກໍ​ສາມາດ​ຍ່າງ​ໄປ​ສະເພາະ​ຈຸດ​ທີ່​ຕ້ອງ​ການ​ຈະ​ຊື້​ໄດ້​ທັນ​ທີ ບໍ່​ຕ້ອງ​ເສຍ​ເວລາ​ຍ່າງ​ວົນ​ໄປວົ​ນ​ມາ​ ເຖິງ​ແມ່ນລາຍ​ການ​ອາຫານ​ທີ່​ເຮົາ​ຕ້ອງ​ການ​ບໍ່​ມີ ແຕ່​ຖ້າ​ເຮົາ​ມີ​ລາຍ​ການ​ອາຫານ​ສຳ​ຮອງ​ຢູ່ ເຮົາ​ກໍ​ສາມາດ​ປ່ຽນ​ລາຍ​ການ​ຊື້​ຂອງ​ໄດ້ທັນ​ທ່ວງ​ທີ ດັ່ງ​ນັ້ນ ໃຜ​ທີ່​ຢັງ​ຄົ້ນ​ຫາ​ຕົວ​ເອງ​ໃຫ້​ພົບ​ກໍ​ບໍ່​ຕ່າງ​ຫຍັງ​ໄປ​ຈາກ​ຄົົນທີ່​ໄປ​ຕະ​ຫຼາດ ແລ້ວ​ຄ່ອຍ​ຄິດວ່າ​ຈະ​ຊື້​ຫຍັງ​ມາເຮັດ​ອາຫານ.

1.2.ວິເຄາະຫາຄວາມມັກຂອງຕົນເອງ.

        ບຸກ​ຄົນ​ທີ່​ກຳ​ລັງ​ເຮັດວຽກ​ເປັນ​ລູກ​ຈ້າງ​ຢູ່​ ແລະ​ ຄິດ​ຈະ​ອອກ​ມາ​ເຮັດ​ທຸລະກິດ​ສ່ວນ​ຕົວ ກໍ​ຄວນ​ເລືອກ​ເຮັດ​ໃນ​ສິ່ງ​ທີ່​ຕັວ​ເອງ​ຖະນັດຕົວ​ເອງ​ມັກ​ເປັນ​ອັນ​ດັບ​ແຮກ ເພາະ​ທຸລະກິດ​ທີ່​ເຮົາ​ເຮັດ​ເຮົາ​ຈະ​ຕ້ອງ​ຢູ່​ກັບ​ມັນ​ດົນ ແລະ​ ຖ້າ​ໃຜ​ເລືອກ​ເຮັດ​ທຸລະກິດ​ທີ່​ຕົວ​ເອງ​ບໍ່​ມີຄວາມ​ຮັກ​ຄວາມ​ມັກ​ເປັນ​ພື້ນ​ຖານ​ແລ້ວ ຈະ​ເຮັດ​ໄດ້​ບໍ່​ດີ ເຊັ່ນ ບໍ່​ມັກ​ຫລິ້ນ​ເກມ ແຕ່​ຢາກ​ເຮັດ​ທຸລະກິດ​ຮ້ານ​ວີ​ດີ​ໂອ​ເກມເປັນ​ຕົ້ນ.

1.3.ຕີກອບໃຫ້​ແຄບ​ລົງ.

        ການ​ເລືອກ​ເປົ້າ​ໝາຍ​ທີ່​ເຮົາ​ຕ້ອງ​ການ ຖ້າ​ເຮົາ​ຮູ້​ວ່າ​ເຮົາ​ມັກ​ຫຍັງ ເມື່ອມ​ອງ​ອອກ​ໄປ​ພາຍນອກ​ຈະ​ຄ່ອນ​ຂ້າງ​ງ່າຍເຊັ່ນ ຕ້ອງ​ການເຮັດ​ທຸລະກິດ​ກ່ຽວກັບ​ເສື້ອ​ຜ້າ​ສະຕີ​ນຳ​ສະໄໝ ກຸ່ມ​ເປົ້າ​ໝາຍ​ຄື​ຄົນ​ເຮັດວຽກ ແລະ ​ທຸລະກິດ​ເສື້ອ​ຜ້າ​ທີ່​ລົງ​ທຸນ​ບໍ່​ເກີນ 2 ລ້ານ​ບາດ ຢູ່ໃນ​ເຂດ​ຕົວເມືອງໃຫ່ຍໃດໝຶງຂອງປະເທດ ແລະ ອື່ນໆ ຖ້າ​ເຮົາ​ສາມາດ​ກຳນົດ​ກອບ​ຂອງ​ເປົ້າ​ໝາຍ​ໄດ້​ຊັດເຈນ ​ແລະ ​ຄ່ອຍໆ ຕີກ​ອບ​ນັ້ນ​ໃຫ້​ແຄບ​ລົງໆ ເຮົາ​ຈະ​ຄົ້ນ​ພ​ົບວ່າ ເປົ້າ​ໝາຍ​ນັ້ນ​ເໝາະ​ສົມ​ກັບ​ເຮົາ ​ຫຼື ບໍ່.

1.4.ສຶກ​ສາ​ຂໍ້​ມູນ​ເພື່ອ​ໃຫ້​ໄປ​ສູ່​ເປົ້າ​ໝາຍ.

        ເມື່ອ​ເຮົາ​ໄດ້​ເປົ້າ​ໝາຍ​ທີ່​ຊັດເຈນ ​ແລະ ​ຢູ່ໃນ​ກອບ​ທີ່​ເຮົາ​ສາມາດ​ເຮັດ​ໄດ້ ຂັ້ນ​ຕໍ່​ມາ​ຄື ການສຶກສາ​ຂໍ້​ມູນກ່ຽວກັບ​ເປົ້າ​ໝາຍ​ທີ່​ເຮົາ​ກຳນົດ​ໄວ້​ວ່າ ແນວ​ທາງ​ໃນ​ການ​ໄປ​ສູ່​ເປົ້າ​ໝາຍ​ນັ້ນ​ເປັນ​ແນວໃດ​ ຖ້າ​ຕ້ອງ​ການເຮັດ​ທຸລະກິດສ່ວນ​ຕົວ​ເລື່ອງ​ເສື້ອ​ຜ້າ​ກໍ​ຄວນ​ຈະ​ໄປ​ສຶກ​ສາ​ຈາກ​ຜູ້​ທີ່​ເຄີຍ​ປະ​ສົບ​ຄວາມ​ລົ້ມ​ເຫລວ​ ແລະ​ ຜູ້​ທີ່​ກຳ​ລັງ​ປະ​ສົບ​ຄວາມ​ສຳ​ເລັດ​ໃນປະຈຸບັນ ເພື່ອ​ວິ​ເຄາະ​ເບິ່ງ​ວ່າ​ເຮົາ​ຈັດ​ຢູ່ໃນ​ກຸ່ມ​ໃດ ຫຼື ​ຄວນ​ຫາ​ທາງ​ປ້ອງ​ກັນ​ບໍ່​ໃຫ້​ເຮົາ​ຜິດ​ພາດ​ເໝືອນ​ກຸ່ມ​ທີ່​ເຄີຍລົ້ມ​ເຫລວ​ມາ​ແລ້ວ.

1.5.ຕັ້ງເປົ້າໝາຍໃຫ້ທ້າທາຍ.

        ການຕັ້ງ​ເປົ້າ​ໝາຍ​ໃນ​ຊີວິດ​ຄວນ​ຈະ​ເປັນ​ເປົ້າ​ໝາຍ​ທີ່​ທ້າ​ທາຍ ​ຊຶ່ງ​ໝາຍ​ເຖິງ​ເປົ້າ​ໝາຍ​ທີ່​ບໍ່​ງ່າຍ​ຈົນ​ເກີນ​ໄປ ເຊັ່ນກ່ອນ​ກະສຽນອາຍຸຈາກ​ລູກ​ຈ້າງ ຄວນ​ຈະ​ດຳ​ລົງ​ຕຳແໜ່ງ​ເຈົ້າ​ໝ້າທີ່​ອາ​ວຸ​ໂສ (ບໍ່​ແມ່ນ​ບໍ່​ເຮັດ​ຫຍັງ ຢູ່​ໄປ​ດົນໆ ອາ​ຍຸ​ງານຫຼາຍກວ່າ​ຄົນ​ອື່ນ) ແລະ ​ບໍ່​ຄວນ​ຕັ້ງ​ເປົ້າ​ໝາຍ​ທີ່​ຍາກ​ເກີນ​ໄປ ເຊັ່ນ ຕ້ອງ​ການ​ເກັບ​ເງິນ​ເດືອນ ເດືອນ​ລະ​ 1,000,000 ກີບ ໄດ້​ເງິນ​ເດືອນ ເດືອນ​ 2,000,000 ກີບ.

1.6.ຄວນ​ຈະ​ມີ​ເປົ້າ​ໝາຍ​ຫຼັກ​ ແລະ ​ເປົ້າໝາຍ​ສຳຮອງ.

        ການຕັ້ງ​ເປົ້າ​ໝາຍ​ໃນ​ຊີວິດ​ທີ່​ດີ ຄວນ​ຈະ​ມີ​ເປົ້າ​ໝາຍ​ຫຼັກ ​ແລະ ​ເປົ້າ​ໝາຍສຳ​ຮອງ ​ທີ່​ສອດ​ຄ່ອງ​ກັນ ເພາະ​ຖ້າເປົ້າ​ໝາຍ​ຫຼັກ​ມີ​ບັນຫາ​ອຸປະສັກ​ ຫຼື ​ເປັນ​ໄປ​ບໍ່​ໄດ້ ຈະ​ໄດ້​ນຳ​ສິ່ງ​ທີ່​ລົງ​ທຶນ​ໄປ​ກັບ​ເປົ້າ​ໝາຍ​ຫຼັກ​ມາ​ໃຊ້​ປະໂຫຍດ​ກັບເປົ້າ​ໝາຍສຳ​ຮອງ​ໄດ້ ການ​ກຳນົດ​ເປົ້າ​ໝາຍ​ໃນ​ຊີວິດ ​ບໍ່​ຈຳ​ເປັນ​ວ່າ​ຈະ​ກຳນົດ​ເທື່ອ​ດຽວ​ແລ້ວ​ໃຊ້​ໄດ້​ຕະຫຼອດ​ໄປ ເຮົາ​ຄວນ​ຈະທົບ​ທວນ​ຄວາມ​ສຳ​ເລັດ​ຂອງ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້​ເປັນ​ໄລຍະໆ ວ່າຄວນ​ຈະ​ມີ​ການ​ປັບ​ປ່ຽນ​ເປົ້າ​ໝາຍ​ ຫຼື ບໍ່ແນວໃດ.

1.7.ການ​ບໍລິຫານ​ທຸລະກິດ​ຊີວິດ​ສູ່​ຄວາມ​ສຳ​ເລັດ.

            ອາດ​ກ່າວ​ໄດ້​ວ່າ​ການ​ດຳ​ເນີນ​ຊີວິດ​ຂອງ​ຄົນ​ເຮົາ ​ຄື​ການ​ບໍລິຫານ​ທຸລະກິດ​ປະ​ເພດ​ໜຶ່ງ​ທີ່​ເປົ້າ​ໝາຍ​ສຸດ​ທ້າຍ​ຄືກຳ​ໄລ ກຳ​ໄລ​ໃນ​ທີ່​ນີ້​ບໍ່ໄດ້​ໝາຍ​ເຖິງ​ສິ່ງ​ທີ່​ເປັນ​ຕົວ​ເງິນ ແຕ່​ໝາຍ​ເຖິງ “ຄວາມ​ສຳ​ເລັດ” ດັ່ງ​ນັ້ນ ຖ້າ​ເປົ້າ​ໝາຍ​ຂອງ​ທຸລະກິດ​ຊີວິດເຮົາ​ຄື​ຄວາມ​ສຳ​ເລັດ ເຮົາ​ຄົງ​ຕ້ອງ​ເລີ່ມ​ບໍລິຫານ​ຊີວິດ​ຢ່າງ​ມີກ​ົນລະຍຸຫຼາຍ​ຂຶ້ນ​ຫຼາຍ​ຄົນ​ສູນ​ເສຍ​ເວລາ​ແຫ່ງ​ຊີວິດ​ໄປ​ກັບ​ເລື່ອງທີ່​ຂາດ​ສາ​ລະ ປ່ອຍ​ເວລາ​ໃຫ້​ລ່ວງ​ເລີຍ​ໄປ​ກັບ​ເຂັມ​ໂມງ ປ່ອຍ​ໃຫ້​ໂອ​ກາດ​ລ່ອງ​ຟູ​ໄປ​ກັບ​ສາຍ​ລົມ​ ແລະ ​ແສງ​ແດດຄົນ​ຫຼາຍ​ຄົນ​ມີ​ຄຳ​ວ່າ “ເສຍ​ດາຍ” ຢູ່​ເຕັມ​ຫົວ ເພາະ​ມາ​ຮູ້ສຶກ​ຕົວ​ໃນ​ເລື່ອງ​ຕ່າງໆ ຫຼື ​ຄິດ​ໄດ້​ກໍ​ສາຍ​ໄປ​ເສຍ​ແລ້ວ ກວ່າ​ຈະຮູ້​ການ​ອອກ​ກຳ​ລັງ​ກາຍ​ເປັນ​ສິ່ງ​ຈຳ​ເປັນ​ ແລະ​ ສຳຄັນ ກໍ​ເຈັບ​ປ່ວຍ​ໄປ​ຮຽບຮ້ອຍ​ແລ້ວ ກວ່າ​ຈະ​ຮູ້​ວ່າ​ຄອບຄົວ​ສຳຄັນ​ກໍເກີດບັນຫາ​ຄອບຄົວ​ແຕກ​ແຍກ​ໄປ​ແລ້ວ ກວ່າ​ຈະ​ຮູ້​ວ່າ​ຄວາມ​ສາມາດ​ຢັງ​ບໍ່​ເຖິງ​ກໍ​ຕໍ່​ເມື່ອ​ໂອ​ກາດ​ດີ​ຜ່ານ​ໄປ​ແລ້ວ ເພື່ອ​ໃຫ້​ຊີວິດມຸ້ງ​ໄປ​ສູ່​ວັດ​ຖຸ​ປະສົງ​ທີ່​ແທ້​ຈິງ​ຂອງ​ຊີວິດ​ຄື​ຄວາມ​ສຳ​ເລັດ​ເຮົາ​ຈຶ່ງ​ຕ້ອງ​ມີ​ການ​ບໍລິຫານ​ຊີວິດ​ຕາມ​ແນວ​ທາງ​ການ​ບໍລິຫານ​ທຸລະກິດ​ຊີວິດຢ່າງ​ຈິງ​ຈັງ ເພື່ອ​ໃຫ້​ໝັ່ນໃຈ​ໄດ້​ວ່າ ເຮົາ​ບໍ່​ໄດ້​ລະ​ເລີຍ ຫຼົງ​ລືມ​ ຫຼື ​ແກ້ງ​ລືມ​ເຮັດ​ບາງ​ສິ່ງ​ບາງຢ່າງ​ໃນ​ຊີວິດ​ໃນ​ເວລາ​ທີ່​ຄວນຈະ​ເຮັດ​ນັ້ນ​ຄື ປ້ອງ​ກັນ​ວ່າ “ເສຍ​ດາຍ” ຢ່າ​ໃຫ້​ເກີດ​ຂຶ້ນ​ກັບ​ຊີວິດ​ຂອງ​ເຮົາ ຈຶ່ງ​ຂໍ​ແນະ​ນຳ​ທາງ​ໃນ​ການ​ບໍລິຫານ​ທຸລະກິດ​ຊີວິດດັ່ງ​ນີ້:

1.ກຳນົດ​ວິ​ໃສ​ທັດ​ຂອງ​ຊີວິດ (Life Vision)

        ເຮົາ​ຕ້ອງ​ກຳນົດ​ເປົ້າ​ໝາຍ​ສູງ​ສຸດ​ໃນ​ຊີວິດ​ໃຫ້​ຊັດເຈນ​ວ່າ ເຮົາ​ຕ້ອງ​ການ​ຄວາມ​ສຳ​ເລັດ​ຫຍັງ ເມື່ອໃດ ເຊັ່ນຕ້ອງ​ການ​ເປັນ​ເຈົ້າ​ຂອງ​ກິດຈະການ​ເມື່ອ​ອາ​ຍຸ 35 ປີ ຕ້ອງ​ການ​ເປັນ​ນັກ​ການ​ເມືອງ​ເມື່ອ​ອາ​ຍຸ​ປະ​ມານ 40 ປີ ຫຼື ຕ້ອງ​ການເງິນ​ເກັບ 10 - 20 ລ້ານ​ພາຍ​ໃນ 10 ປີ ແລະ ອື່ນໆ ຄົນ​ຫຼາຍ​ຄົນ​ມັກ​ຈະ​ບອກ​ວ່າ​ບໍ່​ຮູ້​ຈະ​ກຳນົດ​ເປົ້າ​ໝາຍ​ຊີວິດ​ໄດ້​ແນວໃດຈະ​ເລີ່ມ​ຕົ້ນ​ທີ່​ໃດ ຈຶ່ງ​ຂໍ​ແນະ​ນຳ​ວ່າ ການ​ກຳນົດ​ວິໃສ​ທັດ​ຂອງຊີວິດ​ສາມາດ​ກຳນົດ​ໄດ້ 2 ລັກສະນະຄື:

- ກຳນົດ​ຈາກ​ຄວາມ​ຝັນ​ຂອງ​ເຮົາ​ເອງ ຄວາມ​ຝັນ​ຂອງ​ເຮົາ​ອາດຈະ​ເກີດ​ຈາກ​ແຮງ​ດົນ​ໃຈ​ບາງຢ່າງ​ໃນຊີວິດ​ ຫຼື ​ເກີດ​ຈາກ​ຄວາມ​ຍາກ​ລຳ​ບາກ​ໃນ​ຊີວິດ ເຊັ່ນ ບາງ​ຄົນ​ຝັນ​ຢາກ​ເຮັດວຽກ​ມູນ​ນິ​ທິ​ເພື່ອ​ຊ່ວຍ​ເຫຼື່ອ​ເດັກ ເພາະ​ເຄີຍເປັນ​ເດັກ​ກຳ​ພ້າ​ມາ​ກ່ອນ.

- ກຳນົດ​ຈາກ​ແບບ​ຢ່າງ​ຄວາມ​ສຳ​ເລັດ​ຂອງ​ຜູ້​ອື່ນ ໂດຍ​ເຮົາ​ອາດ​ເລືອກ​ໃຜ​ບາງ​ຄົນ​ມາ​ເປັນ​ຕົວ​ຢ່າງເພື່ອ​ສ້າງ​ເປົ້າ​ໝາຍ​ ຫຼື ​ວິ​ໃສ​ທັດ​ໃຫ້​ກັບ​ຕົວ​ເອງ ຫຼື ​ອາດຈະ​ກຳນົດ​ຈາກ​ຄວາມ​ສຳ​ເລັດ​ຂອງ​ຄົນ​ຫຼາຍໆ ຄົນ​ທັງໝົດ​ກັນກໍ​ໄດ້ ເຊັ່ນ ເຮົາ​ຢາກ​ເປັນ​ນັກ​ຂຽນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ເໝືອນ​ ນັກ​ຂຽນ​ບາງ​ຄົົນທີ່​ຊື່ນ​ມັກ ຫຼື ​ຢາກ​ເປັນ​ເຈົ້າ​ຂອງທຸລະກິດ​ຂະໜາດ​ນ້ອຍ​ເໝືອນ​ເຈົ້າ​ຂອງ​ທຸລະກິດ​ບາງ​ຄົົນທີ່​ປະ​ສົບ​ຄວາມ​ສຳ​ເລັດ.

2.ວິ​ເຄາະ​ຈຸດ​ອ່ອນ​ຈຸດ​ແຂງ (SWOT Analysis)

        ເມື່ອ​ເຮົາ​ມີ​ເປົ້າ​ໝາຍ​ໃນ​ຊີວິດ​ທີ່​ຊັດເຈນ​ແລ້ວ ເຮົາ​ກໍ​ຕ້ອງ​ກັບ​ມາ​ວິ​ເຄາະ​ຕົວ​ເຮົາ​ເອງ​ວ່າ ຊີວິດ​ເຮົາ​ສ່ວນ​ໃດ​ດ້ວຍທີ່​ເປັນ​ຈຸດ​ແຂງ​ທີ່​ຈະ​ສາມາດ​ນຳ​ພາ​ເຮົາ​ໄປ​ສູ່​ຈຸດ​ໝາຍ​ທີ່​ກຳນົດ​ໄວ້​ໄດ້ ມີ​ຈຸດ​ໃດ​ແນ່​ທີ່​ເຮົາ​ຍັງ​ຕ້ອງ​ພັດທະນາ​ປັບ​ປຸງ​ເພື່ອລຸດ​ບັນຫາ​ອຸປະສັກ​ທີ່​ອາດຈະ​ເກີດ​ຂຶ້ນ​ລະຫວ່າງ​ທາງ ເຊັ່ນ ເຮົາ​ຕ້ອງ​ການ​ເປັນ​ເຈົ້າ​ຂອງ​ທຸລະກິດ​ຄ້າ​ຂາຍ​ກັບ​ຕ່າງ​ປະເທດທຸກ​ພູມິພາກ​ທົວ​ໂລກ ມີ​ຈຸດ​ແຂງ (Strengths) ຂອງ​ເຮົາ​ຄື ເຮົາ​ມີ​ເງິນ​ລົງ​ທຶນ​ພຽງ​ພໍ ເຄີຍ​ເຮັດ​ທຸລະກິດ​ຄອບຄົວ​ມາ​ກ່ອນແຕ່​ຈຸດ​ອ່ອນ (Weaknesses) ຂອງ​ເຮົາ​ຄື ເຮົາ​ໃຊ້​ພາສາ​ຕ່າງ​ປະເທດ​ບໍ່​ເກັ່ງ​ ຫຼື ​ບໍ່​ຄ່ອຍ​ເຂົ້າໃຈ​ວັດທະນະທຳ​ຂອງຄົນ​ຕ່າງ​ຊາດ.

ໃນ​ຂະນະ​ດຽວ​ກັນ​ຈະ​ຕ້ອງ​ວິ​ເຄາະ​ວ່າ ຊີວິດ​ຂອງ​ເຮົາ​ມີ​ສະພາບ​ແວດ​ລ້ອມ​ພາຍນອກ​ຫຍັງແດ່ ​ທີ່​ເອື້ອ​ອຳ​ນວຍ ຊຶ່ງຮຽກວ່າ​ເປັນ​ໂອ​ກາດ (Opportunities) ແລະ ​ທີ່​ເປັນ​ອຸປະສັກ (Threats) ໃນ​ການເດິນທາງ​ໄປ​ສູ່​ຈຸດ​ໝາຍ ເຊັ່ນເທກ​ໂນ​ໂລ​ຢີ​ການ​ສື່​ສານ​ກ້າວ​ໜ້າ ​ຊ່ວຍ​ໃຫ້​ເຮົາ​ສາມາດ​ຂາຍ​ສິນ​ຄ້າ​ຜ່ານ​ລະບົບ​ອິນ​ເທ​ີ​ເນັດ​ໄດ້ ແຕ່​ເຮົາ​ຈະ​ຕ້ອງ​ປະ​ສົບກັບ​ບັນຫາ​ການ​ກີດ​ກັນ​ທາງ​ການ​ຄ້າ​ຈາກ​ປະເທດ​ຕະເວັນ​ຕົກ ໂດຍ​ໃຊ້​ເງື່ອນ​ໄຂ​ທາງ​ການ​ຄ້າ​ ຫຼື ​ມາດຕະຖານ​ສາກົນ​ປະ​ເພດຕ່າງໆ.

ການ​ວິ​ເຄາະ​ຈຸດ​ອ່ອນ ຈຸດ​ແຂງ ໂອ​ກາດ ​ແລະ​ ບັນຫາ​ອຸປະສັກ​ໃນ​ຊີວິດ​ນັ້ນ ຈະ​ຊ່ວຍ​ໃຫ້​ເຮົາ​ເຂົ້າໃຈ​ຕົວ​ເອງຍອມ​ຮັບ​ຈຸດ​ບົກຜ່ອງ​ຂອງ​ຕົວ​ເອງ ຈະ​ຊ່ວຍ​ໃຫ້​ເຮົາ​ເຂົ້າໃຈ​ຕົວ​ເອງ ຍອມ​ຮັບ​ຈຸດ​ບົກຜ່ອງ​ຂອງ​ຕົວ​ເອງ ແລະ​ ພ້ອມ​ທີ່​ຈະພັດທະນາ​ໃຫ້​ຖືກ​ຕ້ອງ ແລະ ​ເໝາະ​ສົມ​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ​ໃນ​ຊີວິດ​ໄດ້.

3.ກຳນົດ​ປັດ​ໄຈ​ສູງ​ຄວາມ​ສຳ​ເລັດ (Critical Success Factors)

        ການ​ກຳນົດ​ປັດ​ໄຈ​ສູ່​ຄວາມ​ສຳ​ເລັດ ໝາຍ​ເຖິງ ການ​ກຳນົດ​ວ່າ​ຫຍັງ​ຄື​ສິ່ງ​ສຳຄັນ​ທີ່ສຸດ​ທີ່​ຈະ​ນຳ​ເຮົາ​ໄປ​ສູ່ເປົ້າ ​ໝາຍ​ຕາມ​ວິ​ໃສທັດ ເຊັ່ນ ເຮົາ​ຕ້ອງ​ການ​ເປັນ​ເຈົ້າ​ຂອງ​ກິດຈະການ ປັດ​ໄຈ​ສູ່​ຄວາມ​ສຳ​ເລັດ​ອາດຈະ​ປະກອບ​ດ້ວຍ:

- ເງີນ​ລົງ​ທຶນ ເພາະ​ຖ້າ​ບໍ່​ມີ​ເງິນ​ຄົງ​ເປັນ​ເຈົ້າ​ຂອງ​ກິດຈະການ​ບໍ່​ໄດ້.

- ຄວາມ​ຮູ້​ດ້ານ​ການ​ຈັດການ ໃນ​ຖານະ​ເຈົ້າ​ຂອງ​ກິດຈະການ ຈະ​ຕ້ອງ​ມີ​ຄວາມ​ຮູ້​ໃນ​ທຸລະກິດ​ນັ້ນໆ ພຽງ​ພໍ.

- ລູກ​ຄ້າ ຕ້ອງ​ມີກ​ຸ່ມ​ລູກ​ຄ້າ​ທີ່​ສະໜັບ​ສະໜູນ​ສິນ​ຄ້າ​ ຫຼື ​ບໍລິການ​ຂອງ​ເຮົາ.

- ບຸ​ກຄະລາກ​ອນ ຊຶ່ງ​ເປັນ​ຜູ້​ທີ່​ມີ​ສ່ວນ​ສຳຄັນ​ໃນ​ການ​ເຮັດ​ວຽກງານ​ໃຫ້​ກັບ​ເຮົາ.

- ເທກ​ໂນ​ໂລ​ຢີ ຊຶ່ງ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງ​ຂັນ.

·  ແຕ່​ຖ້າ​ເປົ້າ​ໝາຍ​ຊີວິດ​ຂອງ​ເຮົາ​ຄື ການ​ເປັນ​ນັກ​ຂຽນ​ທີ່​ມີ​ຊື່​ສຽງ ປັດ​ໄຈ​ສູ່​ຄວາມ​ສຳ​ເລັດຄື:

- ຄວາມ​ຮູ້ ເພາະ​ຖ້າ​ຂາດ​ຄວາມ​ຮູ້​ຄົງ​ບໍ່​ສາມາດ​ຂຽນ​ໝັງສື​ ຫຼື ​ບົດ​ຄວາມ​ໄດ້.

- ເທກ​ນິກ​ການ​ຂຽນ ເປັນ​ສິນ​ປະ​ການ​ຂຽນ​ທີ່​ມີ​ເອກ​ລັກ​ຊ່ວຍ​ເພີ່ມ​ສີ​ສັນ​ໃຫ້​ກັບ​ສິ່ງ​ທີ່​ຂຽນ.

- ຜູ້​ອ່ານ ເປັນ​ຜູ້​ທີ່​ບົ່ງ​ບອກ​ວ່າ​ງານ​ຂຽນ​ຂອງ​ເຮົາ​ປະ​ສົບ​ຄວາມ​ສຳ​ເລັດ ​ຫຼື ​ບໍ່ປະສົບການ ຖື​ເປັນ​ປັດ​ໄຈ​ສຳຄັນ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ກ້າວ​ໄປ​ສູ່​ເສັ້ນ​ທາງ​ນັກ​ຂຽນຈະ​ເຫັນ​ວ່າ ການ​ມີ​ວິ​ໃສ​ທັດເປັນ​ນັກ​ຂຽນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ນັ້ນ ເຖິງ​ແມ່ນ​ເງິນ​ທຶນ​ຈະ​ມີ​ຄວາມ​ຈຳ​ເປັນ ​ແຕ່​ກໍບໍ່​ຖື​ວ່າ​ເປັນ​ປັດ​ໄຈ ​ສູ່​ຄວາມ​ສຳ​ເລັດ​ທີ່​ສຳຄັນ ບໍ່​ເໝືອນ​ກັບ​ການ​ເປັນ​ເຈົ້າ​ຂອງ​ທຸລະກິດ​ສ່ວນ​ຕົວ ດັ່ງ​ນັ້ນ ການ​ກຳນົດ​ປັດ​ໄຈສູ່​ຄວາມ​ສຳ​ເລັດ​ໃນ​ຊີວິດ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ເບິ່ງ​ເຫັນ​ວ່າ​ໃນ​ຊີວິດ​ນີ້​ເຮົາ​ຈະ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ກັບ​ສິ່ງ​ໃດ​ຫລາຍໃຫ້​ຄວາມ​ສຳຄັນກັບ​ສິ່ງ​ໃດ​ນ້ອຍ ຈະ​ຊ່ວຍ​ໃຫ້​ເຮົາ​ສາມາດ​ຈັດ​ລຳ​ດັບ​ຄວາມ​ສຳຄັນ​ໃນ​ຊີວິດ​ໄດ້​ດີ​ຍິ່ງ​ຂຶ້ນ.

4.ກຳນົດ​ເປົ້າ​ໝາຍ​ເຊີງ​ກົນລະ​ຍຸດ (Strategic Aim)

          ເມື່ອ​ຮູ້​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ຊີວິດ​ ແລະ ​ຮູ້​ຈຸດ​ອ່ອນ​ ຈຸດ​ແຂງ ​ຂອງ​ຕົວ​ເຮົາ​ເອງ​ແລ້ວ ກໍ​ຕ້ອງ​ເລີ່ມ​ກຳນົດເປົ້າ​ໝາຍ​ໃນ​ເລື່ອງ​ຕ່າງໆ ໃຫ້​ຊັດເຈນ​ຫຼາຍ​ຍິ່ງ​ຂຶ້ນ ເຊັ່ນ ຖ້າ​ຕ້ອງ​ການ​ເປັນ​ເຈົ້າ​ຂອງ​ກິດຈະການ ເຮົາ​ຈະ​ຕ້ອງ​ມີ​ເງິນ​ທຶນຢ່າງ​ນ້ອຍ 1 ລ້ານ​ບາດ ແຕ່​ປະຈຸບັນ​ເຮົາ​ມີ​ເງິນ​ທຶນ​ພຽງ 5 ແສນ​ບາດ ເຮົາ​ເຫຼືອ​ເວລາ​ອີກ 5 ປີ ໃນ​ການ​ຫາ​ເງິນ​ທຶນ​ໃຫ້ຄົບ ດັ່ງ​ນັ້ນ​ເປົ້າ​ໝາຍ​ເຊີງ​ກົນ​ລະຍຸດໃນ​ແງ່​ຂອງ​ເງິນ​ທຶນ​ຂອງ​ເຮົາ​ຄື 5 ແສນ​ບາດ ພາຍ​ໃນ 5 ປີ.

       ການ​ກຳນົດ​ເປົ້າ​ໝາຍ​ກົນ​ລະຍຸດ ໃຫ້​ກັບ​ຊີວິດ​ໃນ​ແຕ່​ລະ​ດ້ານ​ຈະ​ຊ່ວຍ​ໃຫ້​ເຮົາ​ເບິ່ງ​ເຫັນ​ພາ​ບລວມ​ໄດ້​ຊັດເຈນ​ຂຶ້ນ​ວ່າປັດ​ໄຈ​ຕົວ​ໃດ​ທີ່ຍັງ​ຢູ່​ຫ່າງ​ຈາກ​ເປົ້າ​ໝາຍ ປັດ​ໄຈ​ຕົວ​ໃດ​ທີ່​ໃກ້​ຄຽງ​ກັບ​ເປົ້າ​ໝາຍ​ທີ່​ເຮົາ​ກຳນົດ​ໄວ້ ຊຶ່ງ​ຈະ​ເຮັດໃຫ້​ເຮົາສາມາດ​ຈັດ​ລຳ​ດັບ​ຄວາມ​ສຳຄັນ​ຂອງ​ການ​ໄປ​ສູ່​ເປົ້າ​ໝາຍ​ໄດ້​ງ່າຍ​ຂຶ້ນ ເຊັ່ນ ເປົ້າ​ໝາຍ​ທາງ​ດ້ານ​ເງິນ​ທຶນ​ບໍ່​ຄ່ອຍ​ຍາກ​ນັກເພາະ​ມີ​ເວລາ​ເກັບ​ເງິນ​ອີກ​ຫຼາຍ​ປີ ແຕ່​ເປົ້າ​ໝາຍ​ທາງ​ດ້ານ​ຄວາມ​ຮູ້​ ແລະ​ ປະສົບການ​ໃນ​ການ​ຈັດການ​ທາງ​ທຸລະກິດ​ເຮົາອາດຈະ​ຍັງ​ຫ່າງ​ຈາກ​ເປົ້າ​ໝາຍ​ຢູ່​ຫຼາຍ ດັ່ງ​ນັ້ນ ພຶດຕິກຳ​ໃນ​ການ​ດຳ​ເນີນ​ຊີວິດ​ຂອງ​ເຮົາ​ກໍ​ຄວນ​ຈະ​ຕ້ອງ​ທຸ້ມເທ​ເວລາໃນ​ການ​ຫາ​ຄວາມ​ຮູ້ ​ແລະ ​ປະສົບການ​ຫຼາຍກວ່າ​ການ​ຫາ​ເງິນ​ທຶນ. 

1.8.ກຳນົດທາງເລືອກ (Strategic Option)

        ໃນ​ແຕ່​ລະ​ເປົ້າ​ໝາຍ​ເຊີງ​ກົນ​ລະຍຸດຍ່ອຍ​ໆ ໃນ​ດ້ານ​ຕ່າງ​ໆ ບໍ່​ວ່າ​ຈະ​ເປັນ​ເປົ້າ​ໝາຍ​ດ້ານ​ເງິນ​ທຶນ ເປົ້າ​ໝາຍ​ດ້ານຄວາມ​ຮູ້​ ແລະ​ ປະສົບການ ເຮົາ​ຈະ​ຕ້ອງ​ກຳນົດ​ທາງ​ເລືອກ​ຂຶ້ນ​ມາ​ເພື່ອ​ໃຫ້​ມີ​ຄວາມ​ເໝາະ​ສົມ​ກັບ​ຕົວ​ເອງ​ຫຼາຍ​ທີ່ສຸດ ເຊັ່ນເປົ້າ​ໝາຍ​ຍ່ອຍ​ທາງ​ດ້ານ​ເງິນ​ທຶນ ເຮົາ​ອາດຈະ​ກຳນົດ​ທາງ​ເລືອກ​ໃນ​ການ​ຫາ​ເງິນ​ທຶນ ດັ່ງ​ນີ້:

1.ກູ້​ເງິນ​ຈາກ​ສະ​ຖາ​ບັນ​ການ​ເງິນ ເງື່ອນ​ໄຂ​ຄື ເຮົາ​ຕ້ອງ​ມີ​ຫຼັກ​ຊັບ​ ຫຼື ການ​ຄ້ຳ​ປະ​ກັນ.

2.ກູ້​ຢືມ​ເງິນ​ຈາກ​ຍາດ​ພີ່ນ້ອງ ເງື່ອນ​ໄຂ​ຄື ຍາດ​ພີ່ນ້ອງ​ເຮົາ​ມີ​ເງິນ​ ຫຼື ບໍ່ ທ່ານ​ໄວ້​ໃຈ​ເຮົາ​ ຫຼື ​ບໍ່.

3.ເກັບ​ສະ​ສົມ​ເງິນ​ດ້ວຍ​ຕົນເອງ ເງື່ອນ​ໄຂ​ຄື ຕ້ອງ​ໃຊ້​ເວລາ​ດົນ.

4.ລະ​ດົມ​ທຶນ​ຈາກ​ຫຸ້ນ​ສ່ວນ ເງື່ອນ​ໄຂ​ຄື ກິດຈະການ​ນັ້ນ​ຕ້ອງ​ມີ​ຜູ້​ຖື​ຫຸ້ນ​ຫຼາຍ​ຄົນ.

        ຄົນ​ຫຼາຍ​ຄົົນທີ່​ມັກ​ຈະ​ຕາຍ​ນ້ຳ​ຕື້ນ ເຊັ່ນ ມີ​ວິ​ໃສທັດທີ່​ຊັດເຈນ​ວິ​ເຄາະ​ຕົວ​ເອງ​ດີ ມີ​ການ​ກຳນົດ​ເປົ້າ​ໝາຍເຊີງ​ກົນ​ລະຍຸດ​ໄວ້​ຢ່າງ​ດີ ແຕ່​ພໍ​ມາ​ເຖິງ​ການ​ຫາ​ທາງ​ເລືອກ​ກັບ​ຄິດ​ບໍ່​ອອກ ​ບໍ່​ສາມາດ​ຫາ​ທາງ​ເລືອກ​ໃຫ້​ກັບ​ຕົວ​ເອງ​ໄດ້ເພາະ​ຄົນ​ສ່ວນ​ຫຼາຍ​ມັກ​ຈະ​ຄິດ​ໃນ​ເຊີງ​ລົບ ເຊັ່ນ ຄົງ​ເປັນ​ໄປ​ບໍ່​ໄດ້​ດອກ​ເພາະ​ຕ້ອງ​ລົງ​ທຶນ​ເປັນ​ລ້ານ ຄົງ​ຈະ​ຍາກ​ທີ່​ຈະ​ໄປຂໍ​ກູ້​ເງີນ​ເພາະ​ເຮົາ​ບໍ່​ມີ​ຫຼັກ​ຊັບ ຄົນ​ປະ​ເພດ​ນີ້​ມັກ​ຈະ​ຕັດ​ສິນ​ຄວາມ​ຄິດ​ຂອງ​ຕົວ​ເອງ​ດ້ວຍ​ຕັວ​ເອງ ທັງ​ໆ ທີ່ບາງ​ຄວາມ​ຄິດ​ອາດຈະ​ເປັນ​ຈິງ​ຂຶ້ນ​ມາ​ໄດ້ ຖ້າ​ເຮົາ​ລອງ​ລົງ​ມື​ເຮັດ​ແທ້ໆ ເຮົາ​ຕ້ອງ​ທົດລອງ​ເຮັດ​ກ່ອນ​ແລ້ວ​ຄ່ອຍ​ຕັດ​ສິນ​ວ່າໃຊ້ ຫຼື ບໍ່​ແມ່ນ.

       ເຮົາ​ຄົງ​ເຄີຍ​ໄດ້ຮັບ​ຮູ້​ປະຫວັດ​ຂອງ​ເຈົ້າ​ຂອງ​ທຸລະກິດ​ບາງ​ຄົົນທີ່​ເລີ່ມ​ຕົ້ນ​ຈາກ​ສູນ ບໍ່​ມີ​ເງິນ ແຕ່​ມີ​ຄວາມ​ພະຍາຍາມມີ​ຄວາມ​ຂະຫຍັນ ມີ​ຄວາມ​ສຸ​ຈະລິດ ມີ​ນ້ຳ​ໃຈ ມື້​ໜຶ່ງ​ສິ່ງ​ດີ​ໆ​ ທີ່​ທ່ານ​ເຄີຍ​ເຮັດ​ໃນ​ອ​ດີດ​ອາດຈະ​ສົ່ງ​ຜົນ​ຕໍ່​ການ​ສະແຫຼວງ​ຫາ​ທາງ​ເລືອກຂອງ​ທ່ານ​ໄດ້ ເຊັ່ນ ມີ​ຊາຍ​ຄົນ​ໜຶ່ງ​ຢາກ​ມີ​ທຸລະກິດ​ເປັນ​ຂອງ​ຕົວ​ເອງ ໄປ​ຂໍ​ກູ້​ເງິນ​ທີ່​ໃດ​ກໍ​ບໍ່​ມີ​ໃຜ​ໃຫ້ ເພາະ​ບໍ່​ມີ​ຫຼັກ​ຊັບຫຍັງ​ເລີຍ ຈົນ​ມາ​ມື້​ໜຶ່ງ​ທ່ານ​ໄປ​ຂໍ​ກູ້​ເງິນ​ທີ່ທະ​ນາ​ຄານ​ແຫ່ງ​ໜຶ່ງ ພໍ​ເຂົ້າໄປ​ຄຸຍ​ກັບ​ຜູ້​ຈັດການ​ແລ້ວ ຜູ້​ຈັດການ​ທ່ານ​ນັ້ນ​ບໍ່​ໄດ້ໃຫ້​ທ່ານ​ກູ້​ເງິນ​ທ​ະນາ​ຄານ ແຕ່​ທ່ານ​ໃຫ້​ກູ້​ເງິນ​ສ່ວນ​ຕົວ​ຂອງ​ທ່ານ​ເອງ ເພາະ​ເມື່ອ​ຫຼາຍ​ປີ​ກ່ອນ​ຜູ້​ຈັດການ​ທະ​ນາ​ຄານ​ຜູ້​ນີ້​ເຄີຍ​ປະ​ສົບອຸບັດເຫດ​ເກືອບ​ເອົາ​ຊີວິດ​ບໍ່​ຫຼອດ ແຕ່​ໄດ້​ຊາຍ​ຜູ້​ນີ້​ຊ່ວຍ​ເຫລືອ​ໄວ້.

     ຈາກ​ເລື່ອງ​ນີ້​ຂໍ​ໃຫ້​ທຸກ​ຄົນ​ຄິດ​ຢູ່​ສະເໝີວ່າ​ທຸກ​ເສັ້ນ​ທາງ​ທີ່​ເຮົາ​ຕ້ອງ​ການ​ຈະ​ໄປ​ເຖິງ​ນັ້ນ ມີ​ທາງ​ອອກ​ຢູ່​ສະເໝີພຽງ​ແຕ່​ທາງ​ອອກ​ສຳລັບ​ຊີວິດ​ຂອງ​ເຮົາ​ອາດຈະ​ແຕກ​ຕ່າງ​ຈາກ​ຄົນ​ທົ່ວ​ໄປ ອາດຈະ​ແຕກ​ຕ່າງ​ຈາກ​ຄົນ​ອື່ນ​ໆ ທັງ​ນີ້​ຂຶ້ນ​ຢູ່​ກັບເບື້ອງ​ໜ້າ ​ແລະ ​ເບື້ອງ​ຫຼັງ​ຊີວິດ​ຂອງ​ແຕ່​ລະ​ຄົນ ຈາກ​ຕົວ​ຢ່າງ​ນີ້​ຈະ​ເຫັນ​ວ່າ​ບໍ່​ແມ່ນ​ຄົນ​ທຸກ​ຄົນ​ຈະ​ໄດ້ຮັບ​ເງິນ​ກູ້​ຈາກ​ຜູ້​ຈັດການທ​ະນາ​ຄານ​ຄົນ​ນີ້ ບາງ​ຄົນ​ອາດຈະ​ໄດ້ຮັບ​ເງິນ​ກູ້​ຈາກ​ພັນລະຍາ​ຜູ້​ຈັດການ ບາງ​ຄົນ​ອາດຈະ​ໄດ້ຮັບ​ເງິນ​ໃຫ້​ເປົ່າ​ຈາກ​ຄົນ​ບາງ​ຄົນບາງ​ຄົນ​ອາດຈະ​ໄດ້​ຄົນ​ມາ​ຮ່ວມ​ລົງ​ທຶນ​ກໍ​ເປັນ​ໄປ​ໄດ້ ດັ່ງ​ນັ້ນ ຈຶ່ງ​ຂໍ​ໃຫ້​ທຸກ​ຄົນ​ເຊື່ອ​ວ່າ “ທຸກ​ບັນຫາ​ມີ​ທາງ​ອອກ​ສະເໝີ” ແຕ່ຈະ​ຕ່າງ​ກັນ​ກົງ​ທີ່​ຄວາມ​ຍາກ​ງ່າຍ ໄວ​ ຫຼື ​ຊ້າ​ເທົ່າ​ນັ້ນ.

1.9.ກຳນົດ​ແຜນ​ກົນ​ລະຍຸດ (Strategic Plan).

        ເມື່ອ​ເຮົາ​ໄດ້​ເລືອກ​ທາງ​ເລືອກ​ເຊີງ​ກົນ​ລະຍຸດ​ໃນ​ດ້ານ​ຕ່າງໆ ໄປ​ແລ້ວ ເຊັ່ນ ເຮົາ​ຈະ​ຫາ​ເງິນ​ໂດຍ​ການ​ເກັບ​ອອມ​ດ້ວຍຕົວ​ເອງ ເຮົາ​ຈະສະແຫຼວງຫາ​ຄວາມ​ຮູ້​ເພິ່ມເຕີມ​ໂດຍ​ການສຶກສາ​ຕໍ່​ປະລິ​ຍາ​ໂທ​ການ​ບໍລິຫານ​ທຸລະກິດ ເຮົາ​ຈະ​ຫາ​ປະສົບການໂດຍ​ເຂົ້າໄປ​ເຮັດວຽກ​ກັບ​ທຸລະກິດ​ຄອບຄົວ​ທີ່​ເປັນ​ມື​ອາ​ຊີບ ເຮົາ​ຈະ​ອ່ານ​ໝັງສື​ດ້ານ​ການເຮັດ​ທຸລະກິດ​ແບບ​ມື​ອາ​ຊີບ​ໃຫ້​ຫຼາຍ​ຂຶ້ນເຮົາ​ຕ້ອງ​ນຳ​ເອົາ​ກົນ​ລະຍຸດ ໃນ​ແຕ່​ລະ​ດ້ານ​ມາ​ຈັດ​ເຮັດ​ເປັນ​ແຜນ​ເຊີງ​ກົນ​ລະຍຸດວ່າ​ໃນ​ແຕ່​ລະ​ຊ່ວງ​ເວລາ​ຂອງ​ຊີວິດ ເຮົາ​ຈະ​ເຮັດ​ຫຍັງກ່ອນ​ຫຼັງ ຫຍັງ​ທີ່​ເຮັດ​ຄອບຄູ່​ກັນ​ໄປ​ໄດ້ ເວົ້າ​ງ່າຍໆ ກໍ​ຄື ເອົາ​ສິ່ງ​ຕ່າງໆ ມາ​ຈັດ​ເຮັດ​ຕາ​ຕະລາງ​ການ​ດຳ​ເນີນ​ຊີວິດ​ໃຫ້​ຊັດເຈນ ຫຼາຍ​ຂຶ້ນ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ ເມື່ອໃດ ຢ່າງໃດ​ນັ້ນ​ເອງສິ່ງ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ບໍ່​ຄວນ​ມອງ​ຂ້າມ ​ໃນ​ເລື່ອງ​ຂອງ​ກາ​ນວາງ​ແຜນ​ ເຊີງ​ກົນ​ລະຍຸດຂອງ​ຊີວິດ ຄື ຕ້ອງ​ມີແຜນ​ສຳ​ຮອງ(Contingency Plan) ກໍລະນີ​ແຜນ​ທີ່​ວາງ​ໄວ້​ບໍ່​ເປັນ​ຕາມ​ທີ່​ເຮົາ​ຕ້ອງ​ການ.

1.10.ນຳ​ໄປ​ປະຕິບັດ​ຕາມ​ວົງ​ຈອນ PDCA

        ເມື່ອ​ເຮົາ​ກຳນົດ​ແຜນ​ງານ​ຊີວິດ​ໄວ້​ຮຽບຮ້ອຍ​ແລ້ວ (Plan) ຈຶ່ງ​ຈະ​ລົງ​ມື​ນຳ​ໄປ​ປະຕິບັດ​ຈິງ (Do) ຈະ​ຕ້ອງ​ມີການ​ກວດ​ສອບ​ເປັນ​ໄລຍະໆ ວ່າສິ່ງ​ທີ່​ໄດ້​ລົງ​ມື​ເຮັດ​ໄປ​ນັ້ນ​ເປັນ​ໄປ​ຕາມ​ແຜນ​ ແລະ ​ເປົ້າ​ໝາຍ​ ຫຼື ​ບໍ່ (Check) ຫຼັງ​ຈາກນັ້ນ​ຖ້າ​ບໍ່​ເປັນ​ໄປ​ຕາມ​ເປົ້າ​ໝາຍ ຈະ​ຕ້ອງ​ມີ​ການ​ແກ້​ໄຂ​ປັບ​ປຸງ​ໃຫ້​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ (Action) ຊຶ່ງ​ເຮົາ​ຈະ​ຕ້ອງຄຳ​ນຶງ​ເຖິງ​ວົງ​ຈົນ​ນີ້​ຢູ່​ຕະຫລອດ​ເວລາ ວົງ​ຈົນ PDCA ນີ້​ໃຊ້​ໄດ້​ທັງ​ວົງ​ຈົນ​ຂອງ​ແຜນ​ໃຫຍ່​ຂອງ​ຊີວິດ​ແລະ​ແຜນ​ສະໜັບ​ສະໜູນ​ຍ່ອຍ​ໆເຊັ່ນ ແຜນ​ດ້ານ​ການ​ເງິນ​ກໍ່​ຕ້ອງ​ໃຊ້ PDCA ແຜນ​ດ້ານ​ການ​ຫາ​ຄວາມ​ຮູ້​ເພິ່ມເຕີມ​ກໍ​່ຕ້ອງ​ໃຊ້​ວົງ​ຈອນ PDCA ເຊັ່ນ​ດຽວ​ກັນ.

ใหม่กว่า เก่ากว่า