ການວາງແຜນປະກອບອາຊີບ

 ການວາງແຜນປະກອບອາຊີບ

           ການ​ປະກອບ​ອາ​ຊີບ ໝາຍ​ເຖິງ ການທຳ​ມາ​ຫາ​ກິນ​ຂອງ​ບຸກ​ຄົນ​ໃນ​ສັງຄົມ ໄດ້ຮັບ​ຄ່າ​ຕອບ​ແທນ​ເປັນ​ລາຍ​ໄດ້ນຳ​ມາ​ຈັບ​ຈ່າຍ​ໃຊ້​ສອຍ​ລ້ຽງ​ດູ​ຕົນເອງ​ ແລະ​ ສະມາຊິກ​ໃນ​ຄອບຄົວ​ໃຫ້​ມີ​ຄຸນນະພາບ​ຊີວິດ​ທີ່​ດີ ມີ​ຄວາມ​ເປັນ​ຢູ່​ດີລັດຖະບານ​ມີ​ລາຍ​ໄດ້​ຈາກ​ການ​ເສຍ​ພາ​ສີ​ຂອງ​ບຸກ​ຄົນ​ທີ່​ປະກອບ​ອາ​ຊີບ ນຳ​ມາ​ຈັດ​ສັນ​ຈ່າຍ​ເປັນ​ຄ່າ​ໃຊ້​ຈ່າຍ​ໃນ​ການພັດທະນາ​ປະເທດ. 

          ອາ​ຊີບ ກົງ​ກັບ​ຄຳ​ຫຼາຍ​ຄຳ​ໃນ​ພາສາ​ອັງ​ກ​ິດ ໄດ້​ແກ່ Employment Meatier Occupation Profession Pursuit Vocation Avocation Business Calling Career ຊຶ່ງ​ມີ​ຄວາມໝາຍ​ໄປ​ໃນ​ລັກສະນະ​ດຽວ​ກັນ​ວ່າ​ເປັນອາ​ຊີບ ຊຶ່ງ ວິ​ກິ​ພີ​ເດຍ ສາ​ລາ​ນຸກ​ົມ​ເສ​ລີ ໄດ້​ໃຫ້​ຄວາມໝາຍ​ຂອງ​ຄຳ​ວ່າ “ອາ​ຊີບ” ວ່າ ເປັນ​ຮູບ​ແບບ​ການ​ດຳ​ລົງ​ຊີບ​ໃນສັງຄົມ​ມະນຸດ​ປະຈຸບັນ ອາ​ຊີບ​ເປັນ​ໝ້າທີ່​ຂອງ​ບຸກ​ຄົນ​ໃນ​ສັງຄົມ ການ​ທີ່​ບຸກ​ຄົນ​ປະກອບ​ອາ​ຊີບ​ຈະ​ໄດ້​ມາ​ຊຶ່ງ​ຄ່າ​ຕອບ​ແທນ ຫຼື ​ລາຍ​ໄດ້​ເພື່ອ​ໃຊ້​ຈ່າຍ​ໃນ​ການ​ດຳ​ລົງ​ຊີວິດ.



1.1.ຄວາມ​ສຳຄັນ​ຂອງ​ອາ​ຊີບ.

       ອາ​ຊີບ​ເປັນ​ປັດ​ໄຈ​ສຳຄັນ​ໃນ​ການ​ພັດທະນາ​ຄຸນນະພາບ​ຊີວິດ ເສດຖະກິດ ແລະ​ ສັງຄົມ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່ຄວາມ​ຈະເລີນ​ກ້າວ​ໜ້າ​ຂອງ​ປະເທດ​ຊາດ ອາ​ຊີບ​ມີ​ຄວາມ​ສຳຄັນ​ດັ່ງ​ນີ້:

1.ສົ່ງ​ເສີມ​ຄຸນນະພາບ​ຊີວິດ​ຂອງ​ມະນຸດ​ໃຫ້​ສາມາດ​ດຳ​ລົງ​ຊີວິດ​ຢູ່​ໄດ້​ຢ່າງ​ປົກກະຕິ​ສຸກ.

ເພາະ​ຜູ້​ທີ່​ມີ​ອາ​ຊີບ​ຈະ​ມີ​ລາຍ​ໄດ້ ເຮັດໃຫ້​ມີ​ອຳນາດ​ການ​ຊື້ (Power Purchasing) ສິນ​ຄ້າ​ເພື່ອການ​ອຸປະໂພກ ບ​ໍລິໂພກ ທີ່​ຈຳ​ເປັນ​ຕໍ່​ການ​ດຳ​ເນີນ​ຊີວິດ​ປະຈຳ​ວັນ​ໄດ້.

2.ເຮັດໃຫ້​ເກີດ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ສັງຄົມ.

ຜູ້​ທີ່​ມີ​ອາ​ຊີບ​ຈະ​ໄດ້ຮັບ​ຄວາມ​ເຊື່ອ​ຖື​ຈາກ​ຜູ້​ຄົນ​ໃນ​ສັງຄົມ ເພາະ​ຄ່າ​ນິຍົມ​ໃນ​ສັງຄົມ​ມະນຸດ​ມອງ​ວ່າຄົົນທີ່​ມີ​ອາ​ຊີບ ສາມາດ​ທຳມາ​ຫາ​ກິນ​ລ້ຽງ​ຕົນເອງ ​ໄດ້​ເປັນ​ຄົົນທີ່​ມີ​ຄຸນນະພາບ​ຈະ​ບໍ່​ໄປ ​ສ້າງ​ຄວາມ​ເດືອດ​ຮ້ອນ​ໃຫ້​ເກີດກັບ​ບຸກ​ຄົນ​ອື່ນ ບໍ່​ຕ້ອງ​ໄປ​ລັກ​ເອົາ ບໍ່​ຕ້ອງ​ໄປ​ສົກ​ຊິງ​ວິ່ງ​ລາວ​ຊັບ​ສິນ ​ແລະ​ ສິ່ງ​ຂອງ​ຈາກ​ຜູ້​ອື່ນ.

3.ສ້າງ​ຄວາມ​ເຊື່ອ​ໝັ່ນ​ໃຫ້​ກັບ​ຜູ້​ທີ່​ຈະ​ມາ​ໃຊ້​ຊີວິດ​ຢູ່​ຮ່ວມ​ກັນ.

ເນື່ອງ​ຈາກ​ທຳມະຊາດ​ຂອງ​ມະນຸດ​ຕ້ອງ​ມີ​ການ​ດຳ​ລົງ​ເຜົ່າ​ພັນ ມີ​ການ​ແຕ່ງ​ງານ ຜູ້​ທີ່​ມີ​ອາ​ຊີບຈະ​ສ້າງ​ຄວາມຫມັ້ນ​ໃຈ​ໃຫ້​ກັບ​ຄູ່​ຊີວິດ​ວ່າ​ຈະ​ສາມາດ​ສ້າງ​ຄອບຄົວ​ທີ່​ມີ​ຄວາມ​ສຸກ​ໄດ້​ຢ່າງ​ແນ່ນອນ.

4.ສ້າງ​ລາຍ​ໄດ້​ຈາກ​ການ​ປະກອບ​ອາ​ຊີບ.

ສາມາດ​ເບິ່ງ​ແຍງ​ໃຫ້​ການ​ດຳ​ເນີນ​ຊີວິດ​ຂອງ​ຄອບຄົວ​ເປັນ​ປົກກະຕິ​ສຸກ ມີ​ການ​ເກັບ​ສະ​ສົມ ການ​ອອມ​ໄວ້ໃຊ້​ເມື່ອ​ຢາມ​ເຈັບ​ປ່ວຍ ແຕ່​ຖ້າ​ບໍ່​ມີ​ອາ​ຊີບ​ກໍ​ຈະ​ບໍ່​ມີ​ລາຍ​ໄດ້ ການ​ດຳ​ລົງ​ຊີວິດ​ໃນ​ຄອບຄົວ​ກໍ່​ຈະ​ບໍ່​ມີ​ຄວາມ​ສຸກ.

5.ກິດຈະກຳ​ໃນ​ສັງຄົມ​ມີ​ຄວາມ​ເຄື່ອນ​ໄຫວ.

ເພາະ​ຄວາມ​ຫຼາກ​ຫຼາຍ​ຂອງ​ອາ​ຊີບ​ກໍ່​ໃຫ້​ເກີດ​ການ​ເຊື່ອມ​ປະ​ສານ​ໃນ​ຈຸດ​ຕ່າງໆ ເກີດ​ການປະຕິ​ສຳພັນ​ກັນ​ລະຫວ່າງ​ຜູ້​ຄົນ​ໃນ​ສັງຄົມ ໄດ້​ແກ່ ການ​ຊື້​ຂາຍ​ສິນ​ຄ້າ ກິດຈະກຳ​ການ​ໃຫ້​ບໍລິການ​ດ້ານ​ຕ່າງໆ ທີ່​ມີຄວາມ​ຈຳ​ເປັນ​ຕໍ່​ການ​ດຳ​ລົງ​ຊີວິດ​ຂອງ​ມະນຸດ ເທກ​ໂນ​ໂລ​ຢີ​ການ​ສື່​ສານ​ທີ່​ມີ​ການ​ພັດທະນາ​ຢ່າງ​ບໍ່​ຍັບຍັ້ງ ໂດຍ​ໃຊ້ເງິນ​ເປັນ​ຕົວ​ກາງ​ໃນ​ການ​ແລກ​ປ່ຽນ.

1.2.ລັກສະນະຂອງອາຊີບ.

ອາ​ຊີບ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສະເພາະ​ດ້ານ ຮຽກວ່າ “ວິ​ຊາ​ຊີບ” ເຊັ່ນ ວິ​ສະວະກອນ, ແພດພະຍາບານ, ທ​ະນາຍຄວາມ ແລະ ​ອາ​ຊີບ​ ທີ່​ຖືກ​ກົດໝາຍ ​ແລະ​ ສິນລະທຳ ຮຽກວ່າ “ສຳ​ມາ​ຊີບ” ເຊັ່ນ ຄ້າ​ຂາຍ ສ່ວນ​ອາ​ຊີບທີ່​ຜິດ​ກົດໝາຍ ຮຽກວ່າ “ມິດ​ສາ​ຊີບ” ເຊັ່ນ ໂຈນອາ​ຊີບ​ອາດ​ມີ​ລາຍ​ໄດ້​ຕ່າງໆ ກັນ​ໄປ ລັກສະນະ​ອາ​ຊີບ​ທີ່​ເປັນ​ລູກ​ຈ້າງ​ຈະ​ໄດ້​ຄ່າ​ຕອບ​ແທນ​ໃນ​ຮູບ​ແບບ​ເງິນ​ເດືອນອາ​ຊີບ​ຄ້າ​ຂາຍ​ ຫຼື ​ປະກອບ​ກິດຈະການ​ສ່ວນ​ຕົວ​ ຫຼື ການ​ລົງ​ທຶນ ຈະ​ໄດ້​ຄ່າ​ຕອບ​ແທນ​ໃນ​ຮູບ​ແບບ​ກຳ​ໄລ ລັກສະນະ​ອາ​ຊີບ ແບ່ງ​ອອກ​ໄດ້ດັ່ງ​ນີ້:

1.ອາ​ຊີບ​ອິດສະຫລະ.

ມີ​ລັກສະນະ​ເປັນ​ເຈົ້າ​ຂອງ​ກິດຈະການ ບໍລິຫານ​ຈັດການ​ດ້ວຍ​ຕົນເອງ ອາດ​ເປັນ​ກິດຈະການ​ຂະໜາດ​ນ້ອຍ ຫຼື ເປັນ​ອຸດສາຫະກຳ​ໃນ​ຄົວ​ເຮືອນ ອາ​ຊີບ​ອິດສະຫລະ​ແຍກ​ຍ່ອຍ​ອອກ​ໄປ​ເປັນ 2 ປະ​ເພດຄື:

- ອາ​ຊີບ​ອິດສະຫລະ​ດ້ານ​ການ​ຜະລິດ ການ​ແປ​ຮູບ​ຜົນ​ຜະລິດ​ເປັນ​ສິນ​ຄ້າ ນຳ​ໄປ​ຈຳ​ໜ່າຍ​ໃນ​ທ້ອງ​ຕ​ະຫຼາດເປັນ​ການ​ຂາຍ​ສິນຄ້າ ​ແລະ ​ຂາຍ​ສົ່ງ ເຊັ່ນ ອາຫານ​ລາວ, ເຂົ້າໜົມ​ລາວ, ຜັກ​ໝາກໄມ້ ແລະ ອື່ນໆ.

- ອາ​ຊີບ​ອິດສະຫລະ​ດ້ານ​ການ​ໃຫ້​ບໍລິການ ເປັນ​ອາ​ຊີບ​ທີ່​ນິຍົມ​ກັນ​ແພ່ຫຼາຍ ເນື່ອງ​ຈາກ​ມີ​ຄວາມ​ສ່ຽງນ້ອຍ ການ​ລົງ​ທຶນ​ຕ່ຳ ເຊັ່ນ ບໍລິການ​ເຮັດ​ຄວາມ​ສະ​ອາດ ທຳນາຍ​ໂຊກ​ຊະ​ຕາ ບໍລິການ​ຊັກ​ລີດ​ເສື້ອ​ຜ້າ ຊ່າງ​ຊ່ອມ​ອື່ນໆ.

2.ອາ​ຊີ​ຮັບ​ຈ້າງ.

ເປັນ​ການ​ເຮັດ​ວຽກງານ​ທີ່​ມີ​ເຈົ້າ​ນາຍ​ມອບ​ໝາຍ ໄດ້ຮັບ​ຄ່າ​ຕອບ​ແທນ​ເປັນ​ເງິນ ເຊັ່ນ ງານ​ກໍ່​ສ້າງພະ​ນັກ​ງານ​ໃນ​ບໍລິສັດ​ຫ້າງ​ຮ້ານ ແລະ ​ໂຮງ​ງານ.

3.ອາ​ຊີບ​ງານ​ຝີ​ມື.

ເປັນ​ອາ​ຊີບ​ທີ່​ປະຕິບັດ​ງານ​ໂດຍ​ໃຊ້​ປະສົບການ​ ແລະ​ ຄວາມ​ຊຳ​ນານ​ສະເພາະ​ດ້ານ ເຊັ່ນ ງານ​ສິນ​ປະງານ​ຫັດ​ຖະ​ກຳ ງານ​ປະ​ຕິ​ມາ​ກຳ.

4.ອາ​ຊີບ​ຂ້າ​ລະຊາ​ການ ​ຫຼື ເຈົ້າ​ໝ້າທີ່​ຂອງ​ລັດ ແລະ ​ພ​ະນັກ​ງານ​ລັດ​ວິ​ສາ​ຫ​ກິດ.

ເປັນ​ອາ​ຊີບ​ທີ່​ໃຫ້​ບໍລິການ​ແກ່​ປະຊາຊົນ.

1.3.ແນວທາງການເລືອກອາຊີບ.

ອາ​ຊີບ​ມີ​ຫຼາຍ​ປະ​ເພດ ມີ​ລັກສະນະ​ແຕກ​ຕ່າງ​ກັນ ການ​ເລືອກ​ອາ​ຊີບ​ຕ້ອງ​ພິຈາລະນາ​ຈາກ​ປັດ​ໄຈ​ຕ່າງໆດັ່ງ​ນີ້:

1.ຄວາມ​ສົນ​ໃຈ ສຳ​ຫຼວດ​ຄວາມ​ຖະນັດ ຄວາມ​ສົນ​ໃຈ ຕະຫຼອດ​ຈົນ​ປະສົບການ​ຕ່າງໆ ໃຫ້​ເໝາະ​ສົມ​ກັບຕົນເອງ​ຫຼາຍ​ທີ່ສຸດ ເພື່ອ​ເປັນ​ແນວ​ທາງ​ການ​ເລືອກ​ອາ​ຊີບ​ທີ່​ເໝາະ​ສົມ.

2.ແນວ​ໂນ້ມ​ດ້ານ​ອາ​ຊີບ ເປັນ​ອາ​ຊີບ​ທີ່​ຈະເລີນ​ກ້າວ​ໜ້າ ແລະ ​ເປັນ​ທີ່​ຕ້ອງ​ການ​ຂອງ​ສັງຄົມ ການ​ປ່ຽນ​ແປງ
ດ້ານ​ທຸລະກິດ ແລະ ​ດ້ານ​ອຸດສາຫະກຳ ຊຶ່ງ​ປະກອບ​ດ້ວຍ​ດ້ານ​ການ​ສື່​ສານ ດ້ານ​ອີ​ເລັກໂທນິກດ້ານ​ລະບົບ​ຄວບ​ຄຸມ
ອັດ​ໂນ​ມັດ ແລະ​ ດ້ານ​ທຸລະກິດ​ລະ​ດັບ​ຊຸມ​ຊົນ.

3.ຊັບພະຍາກອນ​ທ້ອງ​ຖິ່ນ ຈະ​ຊ່ວຍ​ປະ​ຢັດ​ຕົ້ນ​ທຶນ ແລະ ​ຄ່າ​ໃຊ້​ຈ່າຍ ເປັນ​ການສ້າງ​ງານ​ໃຫ້​ຄົນ​ໃນ​ທ້ອງ​ຖິ່ນ.

4.ວິ​ໃສທັດ ການ​ເປັນ​ຄົົນທີ່​ມີ​ຄວາມ​ຄິດ​ລິ​ເລີ່ມ​ສ້າງສັນ ແລະ ​ມອງ​ກາ​ນໄກ ຈະ​ໄດ້​ປຽບ​ໃນເຊີງ​ທຸລະກິດ​ຫຼາຍກວ່າ​ຄົນ​ອື່ນ.

5.ທັກ​ສະ​ໃນ​ການ​ປະກອບ​ອາ​ຊີບ ຈະ​ຕ້ອງ​ມີ​ທັກ​ສະ ຫຼື ຄວາມ​ຊຳ​ນາຍນໃນ​ວິ​ຊາ​ຊີບ​ສາ​ຂາ​ນັ້ນໆ.

1.4.ປະໂຫຍດຂອງອາຊີບ.

ປະໂຫຍດ​ຂອງ​ອາ​ຊີບ​ມີ​ຫຼາຍ​ດ້ານ ດັ່ງ​ນີ້:

1.ດ້ານ​ຕົນເອງ ເປັນ​ຄົົນທີ່​ຮູ້​ຄຸນຄ່າ​ຂອງ​ເງິນ ໃຊ້​ຈ່າຍ​ເງິນ​ຢ່າງ​ປະ​ຢັດ ວາງ​ແຜນ​ການ​ໃຊ້​ຈ່າຍ​ເງິນການ​ເກັບ​ອອມ​ເງິນ​ເພື່ອ​ຄວາມໝັ້ນຄົງ​ຂອງ​ຊີວິດ.

2.ດ້ານ​ຄອບຄົວ ການ​ມີ​ອາ​ຊີບ​ຈະ​ສ້າງ​ຄຸນຄ່າ​ໃຫ້​ກັບ​ຕົນເອງ ແລ ະ​ສະມາຊິກ​ໃນ​ຄອບຄົວ ເປັນຕົວ​ຢ່າງ​ແກ່​ຄົນ​ໃນ​ຄອບຄົວ ແລະ ​ບຸກ​ຄົນ​ອື່ນໆ.

3.ດ້ານ​ຊຸມ​ຊົນ ເປັນ​ການສ້າງ​ລາຍ​ໄດ້​ໃຫ້​ຊຸມ​ຊົນ ເຮັດໃຫ້​ເສດຖະກິດ​ຊຸມ​ຊົນ​ດີ​ຂຶ້ນ ເຮັດໃຫ້​ຊຸມ​ຊົນ​ເຂັ້ມແຂງພຶ່ງ​ພາ​ຕົນເອງ​ໄດ້.

4.ດ້ານ​ປະເທດ​ຊາດ ເມື່ອ​ປະຊາຊົນ​ມີ​ອາ​ຊີບ ມີ​ລາຍ​ໄດ້ ລັດ​ສາມາດ​ເກັບ​ພາ​ສີ​ຈາກ​ປະຊາຊົນ​ໄດ້ສາມາດ​ນຳ​ລາຍ​ໄດ້​ຈາກ​ການ​ເກັບ​ພາ​ສີ​ໄປ​ພັດທະນາ​ປະເທດ​ໃນ​ດ້ານ​ຕ່າງໆ ໄດ້.

ใหม่กว่า เก่ากว่า