ການປະເມີນຄວາມພ້ອມທີຈະເປັນຜູ້ປະກອບການ

 ການປະເມີນຄວາມພ້ອມທີຈະເປັນຜູ້ປະກອບການ

            ຜູ້​ປະກອບ​ການ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ກ່ອນ​ເລີ່ມ​ກິດຈະການ​ຈະ​ຕ້ອງ​ມີ​ຄວາມ​ພ້ອມ​ໃນ​ຫຼາຍ​ໆດ້ານ ຄວນ​ປະ​ເມີນ​ຄວາມ​ພ້ອມ​ໃນ​ດ້ານ​ທີ່​ສຳຄັນ​ໆ ດັ່ງ​ນີ້:

1.ຄວາມ​ພ້ອມ​ຂອງ​ຕົນເອງ.

1.ມີ​ຄວາມ​ຮູ້ ​ແລະ​ ປະສົບການ​ໃນ​ທຸລະກິດ​ນັ້ນ​ໆ ຫຼື ​ບໍ່.

2.ພ້ອມ​ທີ່​ຈະ​ເຮັດວຽກ​ໜັກ.

3.ມີ​ຄວາມໝັ້ນ​ໃຈ​ໃນ​ຕົນເອງມີ​ຄວາມ​ມຸ້ງ​ໝັ້ນ​ພຽງ​ໃດ.

4.ມີມ​ະນຸດ​ສຳພັນ​ທີ່​ດີ.


2.ຄວາມ​ພ້ອມ​ດ້ານ​ການ​ເງິນ.

1.ຄວນ​ມີ​ເງິນ​ທຶນ​ຂອງ​ຕົນເອງ​ດ້ວຍ ບໍ່​ແມ່ນ​ກູ້​ເງິນ​ທັງ​ໝົດ​ມາ​ລົງ​ທຶນ.

2.ຮູ້​ແຫຼ່ງ​ເງິນ​ທຶນ ຮູ້​ແຫຼ່ງ​ສະໜັບ​ສະໜູນ​ຈາກ​ລັດ.


3.ຄວາມ​ພ້ອມດ້ານການຕະຫຼາດ.

1.ໄດ້​ສຶກ​ສາ​ຄວາມ​ຕ້ອງ​ການ​ຂອງ​ຕ​ະຫຼາດ ຫຼື ບໍ່.

2.ກຸ່ມ​ເປົ້າ​ໝາຍ​ຄື​ໃຜ.

3.ມີ​ຄູ່​ແຂ່ງ​ ຫຼື ​ບໍ່ ຫຼາຍ​ນ້ອຍ​ພຽງ​ໃດ.


4.ຄວາມ​ພ້ອມ​ດ້ານ​ການ​ບໍລິຫານ​ຈັດການ.

1.ຮູ້​ຈັກ​ກາ​ນວາງ​ແຜນ​ທຸລະກິດ.

2.ຮູ້​ຈັກ​ການ​ບໍລິຫານ​ຄົນ (ໃນ​ກໍລະນີ​ທີ່​ລູກ​ຈ້າງ​ຈຳນວນ​ຫຼາຍ).

3.ຮູ້​ຈັກ​ວິທີ​ການ​ປະ​ເມີນ​ຜົນ​ການ​ປະກອບ​ການ.

4.ມີ​ຄວາມ​ຮູ້​ດ້ານ​ບໍລິຫານ​ຈັດການ​ດ້ວຍ​ຄວາມເໝາະ​ສົມຄວນ.

            ຖ້າ​ຜູ້​ປະກອບ​ການ​ໄດ້​ຂຽນ​ແຜນ​ທຸລະກິດ​ໄດ້​ຄົບ​ຖ້ວນ​ໂດຍ​ເກັບ​ຂໍ້​ມູນ​ຢ່າງ​ຈິງ​ຈັງ​ຖືກ​ຕ້ອງຢ່າງ​ແທ້​ຈິງ ຄວນ​ເປັນ​ເຄື່ອງ​ບົ່ງ​ຊີ້​ວ່າ​ມີ​ຄວາມ​ພ້ອມ​ທີ່​ຈະ​ປະກອບ​ການ​ແລ້ວ ໂອ​ກາດ​ປະ​ສົບ​ຄວາມສຳ​ເລັດ​ມີ​ສູງ​ຫຼາຍ.

ใหม่กว่า เก่ากว่า