ການຈັດທຳເອກະສານແຜນທຸລະກິດ

 ການຈັດທຳເອກະສານແຜນທຸລະກິດ (Business Plan Documentation)

ການຈັດທຳແຜນທຸລະກິດ ຖືເປັນເລື່ອງສຳຄັນຢ່າງຍິ່ງ ເພາະເປັນສ່ວນທີ່ກ່ຽວຂ້ອງກັບການພິຈາລະນາແຜນທຸລະກິດຂອງຜູ້ປະກອບການ ໃນການຂໍຮັບການສະໜັບສະໜູນທາງການເງິນຈາກທະນາຄານ ຫຼື ສະຖາບັນການເງິນ ແຜນທຸລະກິດຄວນຈັດທຳໃຫ້ສວຍງາມສອດຄ່ອງກັບພາບລັກສະນະຂອງອົງກອນ ແລະ ປະທັບໃຈຜູ້ໄດ້ຮັບ ໃນການຈັດເຮັດເອກະສານແຜນທຸລະກິດຄວນປະຕິບັດດັ່ງນີ້:

1.ກະດາດທີ່ໃຊ້ພິມຄວນເປັນກະດາດສີຂາວ ຄຸນນະພາບດີທີ່ສຸດ ຊີ້ນກະດາດຄວນເປັນ 80 ແກມ ຫຼື ເລືອກໃຊ້ກະດາດທີ່ເໝາະກັບການພິມເລເຊີສີ.

2.ເຄື່ອງພິມດີດຄວນໃຊ້ເຄື່ອງພິມເລເຊີສີ.

3.ຈຳນວນເອກະສານຄວນມີປະມານ 30-40 ໜ້າ ແຕ່ບໍ່ຄວນເກີນ 50 ໜ້າ ຊຶ່ງອາດແບ່ງເປັນ.

- ແຜນທຸລະກິດສະບັບຫຍໍ້ ທີ່ໃຊ້ສຳລັບທຸລະກິດລາຍຍ່ອຍ ເຈົ້າຂອງຄົນດຽວ ຫຼື 2-3 ຄົນ ຄວນມີ 12-20 ໜ້າ.

- ແຜນທຸລະກິດມາດຕະຖານ ສຳລັບທຸລະກິດຂະໜາດນ້ອຍ ປະມານ 20-30 ໜ້າ

- ແຜນທຸລະກິດແບບເຕັມຮູບແບບ ທີ່ຕ້ອງການສະແດງລາຍລະອຽດຢ່າງສົມບູນໃຊ້ທັງທຸລະກິດຂະໜາດນ້ອຍ ເຖິງທຸລະກິດຂະໜາດໃຫຍ່ຄວນມີ 30-50 ໜ້າ.

4.ຂະໜາດຕົວອັກສອນ ຄວນເລືອກຟອນ (Font) ຂະໜາດ 14 -16 ພອຍ (Point) ສ່ວນຫົວຂໍ້ຂອງແຜນງານ ຄວນເປັນ 18 - 20 ພອຍ ຫຼື ອາດໃຊ້ຕົວໜາ ຫຼື ຂີດເສັ້ນໃຕ້ ຕົວອັກສອນລຽບງ່າຍບໍ່ມີລວດລາຍ.

5.ຄວນເກັບເອກະສານແຜນທຸລະກິດໄວ້ໃນໄຟ ຂໍ້ມູນຕົ້ນສະບັບທີ່ຮອງຮັບຊຸດໂປແກມທີ່ໃຊ້ເປັນມາດຕະຖານ ແລະ ເກັບສຳເນົາໄວ້ສະເໝີ.

6.ປົກໜ້າ ປະກອບດ້ວຍລາຍລະອຽດເບື້ອງຕົ້ນຂອງແຜນທຸລະກິດ ລະບຸເຖິງການເປັນແຜນທຸລະກິດຊື່ທຸລະກິດທີ່ຢູ່ ໝາຍເລກໂທສັບ, ໂທສານ, ເວັບໄຊ, ອີເມວ, ຊື່ໝ່ວຍງານທີ່ສະເໜີແຜນທຸລະກິດຄວນມີການເພິ່ມເຕິມຮູບພາບຜະລິດຕະພັນທີ່ສະເໜີ ແລະ ຄວນເນັ້ນຄວາມສວຍງາມດ້ວຍ.

7.ການເຂົ້າເລ່ມເອກະສານ ຄວນເປັນການເຂົ້າເລ່ມດ້ວຍຫ່ວງພາລາດສະຕິກແບບກະດູກງູ ຂະໜາດເໝາະສົມກັບຈຳນວນໜ້າ ແລະ ເໝາະທີ່ຈະຖອດຖ່າຍເອກະສານ.

8.ຖ້າ​ຕ້ອງ​ການ​ຖືຮັກສາ​ຄວາມ​ລັບ​ຂອງ​ແຜນ​ທຸລະກິດ ຄວນ​ພິມ​ດ້ວຍ​ວ່າ ບໍ່​ອະນຸຍາດ​ໃຫ້​ຖ່າຍ​ສຳ​ເນົາ ແລະ​ແຈ້ງ​ເຈົ້າ​ໝ້າທີ່​ໃນ​ການ​ຂໍ​ຮັບ​ຄືນ.

9.ການ​ໃຊ້​ພາບ​ປະກອບ ແຜນ​ພູ​ມິ ກາບຟິກ ແລະ ​ຕາ​ຕະລາງ ຄວນ​ມີ​ຂະໜາດ​ທີ່​ເໝາະ​ສົມ ​ແລະ ສວຍ​ງາມ.

10.ແຫຼ່ງ​ຂໍ້​ມູນ​ ແລະ​ ການ​ອ້າງ​ອີງ​ຂໍ້​ມູນ​ຄວນ​ຂຽນ​ໃຫ້​ຖືກ​ຕ້ອງ.

11.ພາສາ​ທີ່​ຂຽນ ຄວນ​ໃຊ້​ພາສາ​ຂຽນ​ທີ່​ເຂົ້າໃຈ​ງ່າຍ ໄດ້​ຄວາມໝາຍ​ຄົບ​ຖ້ວນ.

12.ຄວາມ​ສອດ​ຄ່ອງ​ ແລະ​ ຄວາມ​ຖືກ​ຕ້ອງ ຂໍ້​ມູນ​ຕ່າງ​ໆ ຕ້ອງ​ຖືກ​ຕ້ອງ​ສອດ​ຄ່ອງ​ເປັນ​ເຫດເປັນ​ຜົນ​ກັນ ຊຶ່ງ​ຈະ​ຊ່ວຍ​ສ້າງ​ຄວາມ​ໜ້າ​ເຊື່ອ​ຖື​ໃນ​ແຜນ​ທຸລະກິດ ແລະ ​ຈະ​ຕ້ອງ​ມີ​ການ​ກວດ​ກາຮູ້ຕົວ​ອັກສອນຢ່າງ​ດີ ບໍ່​ມີ​ຜິດ​ພາດ.

13.ການ​ປັບ​ປຸງ​ແຜນ​ທຸລະກິດ ຄວນ​ປັບ​ປຸງ​ໃຫ້​ທັນ​ສະໄໝ​ຢ່າງ​ນ້ອຍ​ປີ​ລະ 1 ເທື່ອຈະ​ຊ່ວຍ​ໃຫ້ຜູ້​ປະກອບ​ການ​ສາມາດ​ຕິດ​ຕາມ ກວດ​ສອບ ທົບ​ທວນ ແລະ ​ແກ້​ໄຂ ເພື່ອ​ໃຫ້​ການ​ດຳ​ເນີນ​ງານ​ໄດ້​ຜົນຕາມ​ທີ່​ວາງ​ໄວ້.

14.ແຜນ​ທຸລະກິດ​ທີ່​ຈັດ​ເຮັດ​ຂຶ້ນ​ນັ້ນ ຈະ​ຕ້ອງ​ມີ​ຄວາມ​ເປັນ​ຈິງ ອ່ານ​ແລ້ວ​ເຂົ້າໃຈ​ຊັດເຈນ ແນວໃດກໍ​ຕາມ ແຜນ​ທຸລະກິດ​ສ່ວນ​ໃຫຍ່​ມັກ​ຈະ​ສ້າງ​ຂຶ້ນ​ໂດຍ​ໃຊ້​ໂຄງ​ສ້າງ​ຂອງ​ແຜນ​ງານ​ຫຼາຍ​ແບບ​ມາ​ລວມກັນ ແລະ ​ຂຶ້ນ​ຢູ່​ກັບ​ຮູບ​ແບບ​ທີ່ສະຖາ​ບັນ​ການ​ເງິນ​ຈັດ​ເຮັດ​ຂຶ້ນ ຊຶ່ງ​ແຕ່​ລະ​ແຫ່ງ​ອາດ​ມີ​ຮູບ​ແບບ​ຕ່າງ​ກັນ.

ບົດສະຫຼຸບ.

ແຜນ​ທຸລະກິດ​ນັບ​ເປັນ​ເຄື່ອງ​ມື​ທີ່​ມີ​ຄວາມ​ສຳຄັນ​ຢ່າງຍິ່ງ​ສຳລັບ​ຜູ້​ປະກອບ​ການ ​ທີ່​ລິ​ເລີ່ມ​ຈະ​ກໍ່​ຕັ້ງກິດຈະການ ແຜນ​ນີ້​ເປັນ​ຜົນ​ສະຫລຸບ​ ຫຼື ​ຜົນ​ລວມ​ແຫ່ງ​ຂະ​ບວນ​ການ​ຄິດ​ພິຈາລະນາ ແລະ ​ການ​ຕັດ​ສິນ​ໃຈ​ທີ່​ຈະປ່ຽນ​ຄວາມ​ຄິດ​ຂອງ​ຜູ້​ປະກອບ​ການ​ອອກ​ມາ​ເປັນ​ໂອ​ກາດ​ທາງ​ທຸລະກິດ​ ແຜນ​ທຸລະກິດ​ປຽບ​ເໝືອນ​ແຜນ​ທີ່ໃນ​ການເດິນທາງ​ທີ່​ຈະ​ຊ່ວຍ​ຊີ້​ແນະ​ຂັ້ນ​ຕອນ​ຕ່າງ​ໆ ເທື່ອ​ລະ​ຂັ້ນ​ຕອນ​ໃນ​ຂະ​ບວນ​ການ​ກໍ່​ຕັ້ງ​ກິດຈະການ ແຜນຈະໃຫ້​ລາຍ​ລະອຽດ​ຕ່າງ​ໆ ທັງ​ໃນ​ເລື່ອງ​ກາ​ນຕະຫຼາດ ການ​ແຂ່ງ​ຂັນ ກົນ​ລະຍຸດການ​ດຳ​ເນີນ​ທຸລະກິດ ການ​ຄາດຄະ​ເນ​ທາງ​ການ​ເງິນ ທີ່​ຈະ​ຊີ້​ນຳ​ຜູ້​ປະກອບ​ການ​ໄປ​ສູ່​ຄວາມ​ສຳ​ເລັດ ຫຼື ​ຊີ້​ໃຫ້​ເຫັນ​ເຖິງ​ຈຸດ​ອ່ອນ​ ແລະ ​ຂໍ້ຄວນ​ລະ​ວັງ ແຜນ​ທຸລະກິດ​ປຽບ​ເໝືອນ​ລາຍ​ແທງ​ແຜນ​ທີ່​ນຳ​ທຸລະກິດ​ໄປ​ສູ່​ຂຸມ​ຊັບ​ຄວາມ​ສຳ​ເລັດ ເປັນ​ສິ່ງທີ່​ຊ່ວຍ​ຖ່າຍ​ທອດ​ຄວາມ​ຄິດ​ທີ່​ຈັບ​ຕ້ອງ​ບໍ່​ໄດ້​ໃຫ້​ກາຍ​ເປັນ​ຮູບ​ທຳ​ຫຼາຍ​ຂຶ້ນ ມີ​ອົງ​ປະະ​ກອບ​ຫຼັກ​ເຊັ່ນ: ເປົ້າ​ໝາຍ, ວັດ​ຖຸ​ປະສົງ, ການ​ເງິນ, ກາ​ນຕະຫຼາດ ແລະ ​ກົນ​ລະຍຸດຕ່າງ​ໆ ໂດຍ​ກຳນົດ​ວິທີ​ການເຮັດທຸລະກິດ​ໄວ້​ຢ່າງ​ເປັນ​ຂັ້ນ​ເປັນ​ຕອນ ລວມເຖິງ​ການ​ວິ​ເຄາະ​ຈຸດ​ແຂງ​ ຈຸດ​ອ່ອນ ​ແລະ ​ທາງ​ວິທີຄິດ​ໄລ່​ຂອງ​ທຸລະກິດເອົາ​ໄວ້​ ໂດຍຊຶ່ງ​ປະໂຫຍດ​ຂອງ​ການ​ຈັດ​ເຮັດ​ແຜນ​ທຸລະກິດໄດ້​ແກ່:

1.ຫຼຸດ​ຄວາມ​ສ່ຽງ​ໃນ​ທຸລະກິດ ເນື່ອງ​ຈາກ​ໃນ​ການ​ຈັດ​ເຮັດ​ແຜນ​ທຸລະກິດ​ນັ້ນ ຜູ້​ປະກອບ​ການ​ຕ້ອງວິ​ເຄາະ​ທຸລະກິດ​ຂອງ​ຕົນ​ເອງ​ຢ່າງ​ຕົງ​ໄປ​ຕົງ​ມາ ບໍ່​ວ່າ​ຈະ​ເປັນ​ຈຸດ​ແຂງ ຈຸດ​ອ່ອນ ໂອ​ກາດ ແລະ ອຸປະສັກ​ຂອງ​ທຸລະກິດ​ຢ່າງ​ຮອບ​ຄອບ ເຮັດໃຫ້​ຜູ້​ປະກອບ​ການ​ເບິ່ງ​ເຫັນ​ຂໍ້​ບົກຜ່ອງ​ໃນ​ທຸລະກິດ​ຂອງ​ຕົນເອງ​ເພື່ອ​ຫາ​ທາງ​ແກ້​ໄຂ ປ້ອງ​ກັນ​ບັນຫາ​ຫຼື​ຂໍ້​ບົກຜ່ອງ​ທີ່​ອາດ​ເກີດ​ຂຶ້ນ​ໄດ້ ນັ້ນ​ເທົ່າ​ກັບ​ເປັນ​ການ​ຫຼຸດຄວາມ​ສ່ຽງ​ຕ່າງ​ໆ ທີ່​ອາດ​ເກີດ​ຂຶ້ນ​ໃນ​ທຸລະກິດ​ລົງ​ໄດ້​ນັ້ນ​ເອງ.

2.ເພີ່ມ​ໂອ​ກາດ​ຄວາມ​ສຳ​ເລັດ ການ​ວິ​ເຄາະ​ພາ​ບລວມ​ຂອງ​ກິດຈະການ ແນວ​ໂນ້ມ​ຂອງ​ຕ​ະຫຼາດ ກໍເໝືອນ​ການ​ຊີ້​ເປົ້າ​ໃຫ້​ຜູ້​ປະກອບ​ເຫັນ​ວ່າ​ທຸລະກິດ​ຂອງ​ຕົນ​ເອງ​ມີ​ຂໍ້​ໄດ້​ປຽບ​ແນວ​ໃດ ຈຶ່ງ​ສາມາດກຳນົດ​ທິດ​ທາງ ​ແລະ​ ກົນ​ລະຍຸດ​ທຸລະກິດ​ເພື່ອ​ຊ່ວງ​ຊິງ​ໂອ​ກາດ​ຄວ້າ​ຄວາມ​ສຳ​ເລັດ​ໄດ້​ຢ່າງ​ທັນ​ທ່ວງ​ທີໂດຍ​ບໍ່​ຕ້ອງ​ເສຍ​ເວລາ​ຫຼົງ​ປະ​ເດັນ.

3.ເປັນ​ແນວ​ທາງ​ປະຕິບັດ ໃນ​ແຜນ​ທຸລະກິດ​ຈະ​ປະກອບ​ໄປ​ດ້ວຍ​ແນວ​ທາງ​ໃນ​ການ​ປະຕິບັດ​ງານ​ທຸກຂັ້ນ​ຕອນ​ຢ່າງ​ລະອຽດ ຕັ້ງ​ແຕ່​ການ​ເລີ່ມ​ລົງ​ທຶນ ​ແລະ ​ການ​ດຳ​ເນີນ​ງານ​ຕະຫຼອດ​ຈົນ​ແຜນ​ຂະຫຍາຍ​ກິດຈະການລຳ​ດັບ​ໃນ​ການ​ລົງ​ມື​ປະຕິບັດ​ວ່າ​ເລື່ອງ​ໃດ​ຕ້ອງ​ເຮັດ​ກ່ອນ​ເຮັດ​ຫຼັງ ຮຽກວ່າ​ເປັນ​ຄູ່​ມື​ ຫຼື ແຜນ​ທີ່​ໃນ​ການເຮັດວຽກ​ກໍ​ວ່າ​ໄດ້.

4.ໃຊ້​ຄວບ​ຄຸມ​ ແລະ ​ປະ​ເມີນ​ຜົນ ແຜນ​ການ​ເຮັດ​ວຽກງານ​ທີ່​ດີ​ຈະ​ຕ້ອງ​ມີ​ການ​ວັດ​ຜົນ​ງານ ດັ່ງ​ນັ້ນນອກ​ຈາກ​ການ​ກຳນົດ​ເປົ້າ​ໝາຍ​ໃນ​ການ​ເຮັດ​ວຽກງານ​ແລ້ວ ຜູ້​ປະກອບ​ການ​ຈະ​ຕ້ອງ​ກຳນົດ​ວິທີ​ການ​ຄວບ​ຄຸມ ແລະ​ ການ​ປະ​ເມີນ​ຜົນ​ງານ ເພື່ອ​ໃຊ້​ວັດ​ປະ​ສິດ​ທິ​ພາບ​ການ​ດຳ​ເນີນ​ງານ​ເອົາ​ໄວ້​.

5.ຊ່ວຍ​ລະ​ດົມ​ທຶນ ເນື່ອງ​ຈາກ​ບັນຫາ​ຂອງ​ຜູ້​ປະກອບ​ການ ​SME ແມ່ນເລື່ອງ​ການ​ເຂົ້າ​ເຖິງ​ແຫຼ່ງເງິນ​ທຶນ​ຍາກ ດັ່ງ​ນັ້ນການ​ກຽມ​ຕົວ​ ແລະ​ ກຽມ​ເອກະສານ​ໃຫ້​ພ້ອມ​ກ່ອນ​ຈະ​ເຂົ້າໄປ​ຂໍ​ສິນ​ເຊື່ອ​ຈຶ່ງ​ເປັນສິ່ງ​ທີ່​ຜູ້​ປະກອບ​ການ​ຄວນ​ໃຫ້​ຄວາມ​ສຳຄັນ ຊຶ່ງ​ແຜນ​ທຸລະກິດ​ກໍ​ເປັນ​ເອກະສານ​ທີ່​ຊ່ວຍ​ເພີ່ມ​ຄວາມ​ໜ້າ​ເຊື່ອ​ຖືໃຫ້​ທຸລະກິດ​ໄດ້ ເພາະ​ສະແດງ​ໃຫ້​ທ​ະນາ​ຄານ​ ຫຼື ​ສ​ະຖາ​ບັນ​ການ​ເງິນ​ເຂົ້າໃຈ​ທຸລະກິດ​ໄດ້​ຫຼາຍ​ຂຶ້ນ ເນື່ອງ​ຈາກ​ສະແດງພາ​ບລວມ​ຂອງ​ທຸລະກິດ ໂອ​ກາດ​ທາງ​ກາ​ນຕະຫຼາດ ແລະ ​ກົນ​ຍຸດ​ທີ່​ທຸລະກິດ​ຈະ​ໃຊ້​ເພື່ອ​ນຳ​ໄປ​ສູ່​ຄວາມ​ສຳ​ເລັດ ຈຶ່ງເພີ່ມ​ໂອ​ກາດ​ໃນ​ກາ​ນລໍອະນຸມັດ​ເງິນ​ທຶນ.

ເມື່ອ​ແຜນ​ທຸລະກິດ​ ແມ່​ນແນວ​ທາງ​ໃນ​ການ​ບໍລິຫານ​ງານ ແລະ ​ເປັນ​ຄູ່​ມື​ການ​ເຮັດ​ວຽກງານ​ໃຫ້​ນຳ​ໄປ​ປະຕິບັດຈຶ່ງ​ຄວນ​ມີ​ເນື້ອ​ຫາກ​ະ​ຊັບ​ບໍ່​ຢືດ​ຍາວ ເຂົ້າໃຈ​ງ່າຍ ແຕ່​ຂໍ້​ມູນ​ຕ້ອງ​ຄົບ​ຖ້ວນ ຖືກ​ຕ້ອງ ເປັນ​ຄວາມ​ຈິງ ແລະ​ ທັນ​ສະໄໝ ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າໃຈ​ກົງ​ກັນ ສາມາດ​ດຳ​ເນີນ​ງານ​ໄດ້​ຕາມ​ແຜນ ຊຶ່ງ​ຈະ​ຊ່ວຍ​ໃຫ້​ທຸລະກິດເຄື່ອນ​ໄປ​ສູ່​ຈຸດ​  ໝາຍ​ໄດ້​ຢ່າງ​ວ່ອງໄວ ຮູ້​ແນວ​ນີ້ແລ້ວ​ໃຜ​ທີ່​ຍັງ​ບໍ່​ໄດ້​ເຮັດ​ແຜນ​ທຸລະກິດ​ຮີບ​ລົງ​ມື​ເຮັດຕອນ​ນີ້​ກໍ​ຍັງ​ບໍ່​ສາຍ.

ใหม่กว่า เก่ากว่า