ຕະຫຼາດຫຼັກຊັບ

  ຕະຫຼາດຫຼັກຊັບແມ່ນຫຍັງ ?

            ຕະຫຼາດຫຼັກຊັບ ແມ່ນສູນກາງໃຫ້ບໍລິການຊື້ຂາຍ-ຫຼັກຊັບ, ສະສາງ-ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດທີ່ນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ. ໃນປະຈຸບັນ ຢູ່ ສປປ ລາວ ມີຕະຫຼາດຫຼັກຊັບ 1 ແຫ່ງ ຄື: ຕະຫຼາດຫຼັກຊັບລາວ (ຕລຊລ). ຕລຊລ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10.10.2010 ໂດຍແມ່ນການຮ່ວມທຶນລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ຖືຮຸ້ນ 51% ແລະ ຕະຫຼາດຫຼັກຊັບ ສ.ເກົາຫຼີ ຖືຮຸ້ນ 49%. 
ใหม่กว่า เก่ากว่า