ບົດຮຽນ ວິຊາ ມະນຸດສຳພັນ ບົດທີ 3 ພື້ນຖານການຮຽນຮູ້ ແລະ ເຂົ້າໃຈຕົນເອງ


ບົດທີ 3
ພື້ນຖານການຮຽນຮູ້ ແລະ ເຂົ້າໃຈຕົນເອງ
ຈຸດປະສົງຄາດໝາຍ
  • ຄາດໝາຍວ່ານັກສຶກສາຮັບຮູ້ ແລະ ເຂົ້າໃຈໃນວິທີການສຳຫລວດເບິ່ງຕົນເອງ ໃນສິ່ງທີ່ຄວນປັບປຸງແກ້ໄຂ ໃນສິ່ງບົກຜ່ອງດ້ວຍວິທີທີ່ເໝາະສົມ.
  • ຄາດໝາຍວ່ານັກສຶກສາທຸກຄົນຈະນຳເອົາຄວາມຮູ້ທີ່ໄດ້ຮຽນມາໃຊ້ເພື່ອປັບປຸງຕົນເອງໃນຊິວິດປະຈຳວັນໃຫ້ເກີດປະໂຫຍດສູງ.
ຂະບວນການທາງດ້ານຈິດຕະວິທະຍາໃນການສ້າງມະນຸດສຳພັນນັ້ນ ເປັນເຕັກນິກ ຫລື ວິທີການປັບປຸງຕົນເອງໃຫ້ສາມາດເຄື່ອນໄຫວໃນສັງຄົມຮ່ວມກັບຄົນອື່ນໆໄດ້ ເຊັ່ນ ການເຂົ້າໃຈຕົນເອງ ແລະ ຍອມຮັບເຖິງຄວາມ ແຕກຕ່າງຂອງຄົນອື່ນ ໂດຍມີການປັບຕົວເຂົ້າຫາຄົນອື່ນທີ່ເຮົາມີຄວາມສຳພັນນຳ ຕ້ອງໃຊ້ການສ້າງມະນຸດສຳພັນທີ່ເໝາະສົມ.

ການເຄື່ອນໄຫວຈິດຈະກຳ ໃນສັງຄົມລອບຂ້າງ ຫາກມີຄວາມບໍ່ເຂົ້າໃຈ ຍ່ອມນຳມາໃຫ້ເກິດຄວາມຂັດແຍ້ງແລະຖົກຖຽງກັນ  ເຮັດໃຫ້ເປັນຜົນນເສຍຫາຍຕໍ່ກັບຄວາມສຳພັນ ເພື່ອປ້ອງກັນບໍ່ໃຫ້ບັນຫາເຫລົ່ານີ້ເກີດຂື້ນໂດຍບໍ່ຈຳເປັນ ຈະຕ້ອງໄດ້ປັບປຸງຕົນເອງ ຫຼື ປະຕິບັດຜົນໃຫ້ສອດຄ່ອງກັບຄວາມຕ້ອງການ ອິກດ້ານໜຶ່ງທັງເປັນການຫຼຸດຜ່ອນບັນຫາຄວາມບໍ່ເຂົ້າໃຈກັນລົດລົງ.

3.1.ຮູບການສຶກສາຕົນເອງ
ໃນການສຶກສາເພື່ອໃຫ້ເຂົ້າໃຈໃນຫລັກການມະນຸດສຳພັນໄດ້ດີນັ້ນຕ້ອງເລີ່ມຕົ້ນ ຈາກການຮູ້ຈັກຕົນເອງ ມະນຸດເຮົາສ່ວນຫລາຍແມ່ນມັກສົນໃຈແຕ່ເລື່ອງລາວຂອງຄົນອື່ນ ສົນໃນຂໍ້ດີ ຂໍ້ເສຍຂອງຜູ້ອື່ນເມື່ອເກີດບັນຫາທຸກເທື່ອ ມັກຈະໄປໂທດໃຫ້ຄົນອື່ນບໍ່ເຄີຍຢ້ອນກັບມາສັງເກັດເບິ່ງຕົນເອງ ແລະ ມັກບໍ່ໂທດໃຫ້ຕົນເອງ ໂດຍຫລັກມັກຖືຕົນເອງເປັນສູນກາງຂອງສິ່ງຕ່າງໆ ຄວາມຈິງແລ້ວການທີ່ເຮົາຮຽນຮູ້ໃຫ້ເກີດຄວາມເຂົ້າໃຈຄົນອື່ນສ້າງຄວາມສຳພັນອັນດີຕໍ່ກັນ ຄວນສ້າງຄວາມເຂົ້າໃຈ ແລະ ສຶກສາຕົນເອງສາກອນ ຄົນເຮົາສ່ວນຫລາຍຍັງບໍ່ຮູ້ຈັກຕົນເອງດີພໍ ບາງເທື່ອຍັງຕັ້ງຄຳຖາມກັບຕົນເອງວ່າມີຫລາຍສິ່ງທີ່ຕົນເອງຍັງບໍ່ເຂົ້າໃຈ ຍັງບໍ່ຮູ້ຈັກສິ່ງເຫລົ່ານີ້ຍ່ອມສ້າງບັນຫາໃຫ້ກັບຕົນ ເອງ ແລະ ກັບຄົນອື່ນຢູ່ສະເໝີການຈະຕິດຕໍ່ສຳພັນກັບຄົນອື່ນໄດ້ດີນັ້ນສິ່ງສຳຄັນຄືເຮົາຕ້ອງຮູ້ຈັກຕົນເອງ ຮູ້ຈັກນິໃສໃຈຄໍອາລົມຄວາມຮູ້ສຶກ ຂໍ້ດີ ຂໍ້ບົກຜ່ອງ ແລະ ຄວາມຮູ້ຄວາມສາມາດຂອງຕົນເອງດ້ວນການສຳຫລວດ ແລະ ສຶກສາພິຈາລະນາຕົນເອງຢ່າງສະໝຳ່ສະເໝີ ກົງໄປກົງມາ ແລະ ບໍ່ລຳອຽງເຂົ້າຂ້າງຕົນເອງ ທັງນັ້ນທັງນີ້ ເຮົາຕ້ອງຄ່ອຍສັງເກັດປະຕິກິລິຍາທີ່ຜູ້ອື່ນສະແດງອອກຕໍ່ເຮົາ ແລະ ຕ້ອງເປີດໃຈກວ້າງຄອຍຮັບເອົາຄຳວິພາກວິຈານທີ່ຜູ້ອື່ນເບິ່ງເຫັນ ແລະ ເກີດຄວາມຮູ້ສຶກຕໍ່ເຮົາ ຮັບຟັງຢ່າງມີເຫດຜົນ ເຮົາຈິ່ງຈະສາມາດສ້າງຄວາມເຂົ້າໃຈກັບຕົນເອງ ແລະ ຮູ້ຈັກ ຕົນເອງໄດ້ຢ່າງແທ້ຈິງ.
       
ຕໍ່ກັບບັນຫານີ້  ນັກຈິດຕະວາວິດທະຍາໄດ້ມີການສ້າງແບບທົດສອບນາໆ  ຊະນິດຂື້ນມາເຊັ່ນ  ແບບທົດສອບເພື່ອວັດແທກສຸຂະພາບ ທັດສະນະຄະດີ  ຄວາມສາມາດໃນການເປັນຜູ້ນຳ ແລະ ວັດແທກສະຕິບັນຍາ.....ເຊີ່ງໃຊ້ກັນຢ່າງແຜ່ຫຼາຍໃນການຄັດເລືອກຄົນຮຽນໃນຂະເເໜ່ງວິຊາຊິບຕ່າງໆ ແລະ ການຄັດເລືອກເອັາຄົນເຂົ້າເຮັດວຽກເປັນຕົ້ນ ຢ່າງໃດກໍ່ດີນັກສືກສາບໍ່ຄ່ອຍໄດ້ມີໂອກາດເຂົ້າທົດສອບໂດຍການນຳໃຊ້ຂໍ້ທົດສອບຕ່າງໆ ດັ່ງກ່າວນັ້ນ ເພາະໜ່ວຍງານຕ່າງໆ ໃຊ້ສະເພາະໃນກິດຈະການຂອງຕົນເອງ ແລະ ມັກເກັບໃວ້ເປັນຄວາມລັບ ເຮົາຈຶ່ງບໍ່ຮູ້ວ່າເຮົາມີຄວມສະຫຼາດສະໜ່ຽວຫຼາຍສຳໃດ ມີຄວາມຖະນັດທາງໃດ ( ຍັກເວັ້ນ ສິ່ງທີ່ເຮົາມັກຈະເຮັດໄດ້ ປົກກະຕິແລ້ວບໍ່ໄດ້ມີການທົດສອບຢ່າງເປັນທາງການ ) ນັກສຶກສາສ່ວນໃຫຍ່ ຈະບໍ່ຮູ້ລັກສະນະຂອງຕົນເອງໃນດ້ານຕ່າງໆ ຈາກການທົດສອບເປັນທາງການກໍ່ຍັງມີວິທີການຕ່າງໆ  ທີ່ນັກສືກສາອາດຄິດຂື້ນ ຫຼື ນຳມາປະຕິບັດເພື່ອຈະໄດ້ສຳຫຼວດ ແລະ ປະເມີນຕົນເອງຫາທາງປັບປຸງຕົນເອງໃຫ້ດີຂື້ນເຊິ່ງປະກອບດວຍ 3 ວີທີຄື:
1.ໃຊ້ເອກະສານແບບສຳຫຼວດ (ແບບຟຼອມສຳຫຼວດ)
2.ສັງເກດພຶດຕິກຳຂອງຄົນອື່ນທີ່ມີຕໍ່ຕົນເອງແລ້ວປຽບທຽບ.
3.ບັນທຶກເຫດການແລ້ວນຳມາພິຈາລະນາຕາມພາຍຫລັງ.

3.1.1.ການຮຽນຮູ້ຈັກຕົນເອງ
ເຮົາຈຳເປັນຕ້ອງຮຽນຮູ້ກ່ຽວກັບຕົນເອງ ເພື່ອຈະໄດ້ເຂົ້າໃຈຕົນເອງຫລາຍຂື້ນ ການຮຽນຮູ້ຕົນເອງມີຈຸດ ໝາຍ 3 ຢ່າງຄື:
  • ການຮຽນຮູ້ (Know) ເປັນຂັ້ນຕອນຕຳອິດຂອງການຮູ້ຈັກຕົນເອງ ວ່າຕົນເອງມີບຸກຄະລິກກະພາບ ແລະ ນິໃສໃຈຄໍເປັນຢ່າງໃດ.
  • ການເຂົ້າໃຈ (Understand) ເພື່ອຄົ້ນຫາສາເຫດທີ່ເຮັດໃຫ້ຕົນເອງມີບຸກຄະລິກກະພາບ ແລະ ນິໃສໃຈຄໍນັ້ນໆ ໄດ້ມາຢ່າງໃດ ມາຈາກສະພາບແວດລ້ອມ ຫລື ຈາກການອົບຮົມສັງສອນ ລ້ຽງດູ ຫລື ມາຈາກສາເຫດອື່ນ.
  • ການຍອມຮັບ (Accept) ເມື່ອເຮົາເກີດການຮຽນຮູ້ ແລະ ເຂົ້າໃຈຕົນເອງດີແລ້ວ ເຮົາຄວນຍອມ  ຮັບກັບຄວາມເປັນຈິງໃນສິ່ງທີ່ເຮົາເປັນ ຫາກເຮົາຮູ້ວ່າເຮົາມີຂໍ້ບົກຜ່ອງ ກໍ່ຄວນຄົ້ນຫາສາເຫດ ແລະ ວິທີ່ການແກ້ ໄຂ ປັບປຸງ ເພື່ອພັດທະນາຕົນເອງໃຫ້ມີຄວາມສົມບູນຕາມແບບຂອງຕົນ ແລະ ສາມາດຢູ່ຮ່ວມກັບຄົນອື່ນ ອິກທັງສາມາດ ເຮັດໃນສິ່ງທີ່ມີປະໂຫຍດໃຫ້ແກ່ສັງຄົມ.
3.1.2.ເຂົ້າໃຈກ່ຽວກັບຕົນເອງ
ຄວາມເຂົ້າໃຈກ່ຽວກັບຕົນເອງ ແລະ ບົດບາດຂອງຕົນ ຊ່ອຍໃຫ້ເຮົາເກີດການຍອມຮັບຕົນເອງຄົນທີ່ຍອມຮັບຈະເປັນຄົນທີ່ມີສຸຂະພາບຈິດທີ່ດີ ເພາະເປັນຜູ້ທີ່ມີອັດຕະມະໂນທັດ ກົງກັບຄວາມເປັນຕົນທີ່ເປັນຈິງ ຊ່ອຍໃຫ້ເຮົາໝັ້ນໃຈຕົນເອງ ຮູ້ຈັກຄຸນຄ່າຂອງຕົນເອງ ແລະ ຊ່ອຍໃຫ້ເຮົາມີຄວາມສຳພັນກັບຄົນອື່ນໄດ້ເປັນຢ່າງດີສະ ພາບທີ່ເຮົາຍອມຮັບຕົນເອງມັກຈະສະທອນໄປສູ່ຜູ້ອື່ນ ໃນຂະນະຕອນທີ່ເຮົາສ້າງຄວາມສຳພັນຮ່ວມ.

ຄວາມຮູ້ສຶກຂອງບຸກຄົນໃນການຕິດຕໍ່ສື່ສານສຳພັນກັບຜູ້ອື່ນ ແບ່ງໄດ້ເປັນ 3 ລັກສະນະຄື:
  • ດ້ອຍກວ່າ (Inferior) ບາງຄົນຄິດວ່າຕົນເອງຕ່ຳຕ້ອຍສູ້ຜູ້ອື່ນບໍ່ໄດ້ເປັນເພາະຂາດຄວາມໝັ້ນໃຈໃນຕົນເອງ ເຫັນຄຸນຄ່າຂອງຕົນເອງຕຳກວ່າຜູ້ອື່ນ.
  • ດີກວ່າ (Superior) ບາງຄົນມີຄວາມຄິດວ່າຕົນເອງດີກວ່າ ຫລື ເໜືອກວ່າຜູ້ອື່ນເປັນເພາະມີຄວາມໝັ້ນໃຈໃນຕົນເອງສູງ ເຫັນຄຸນຄ່າຂອງຕົນເອງສູງກວ່າຜູ້ອື່ນ.
  • ເທົ່າທຽມກັນ (Equal) ບາງຄົນຄິດວ່າຕົນເອງສະເໝີກັບຄົນອື່ນ ບຸກຄົນຜູ່ຈະເປັນອິດສະລະເຂົ້າໃຈ ຄວາມເທົ່າທຽມກັນ ມີຄວາມສະບາຍໃຈໃນການສະແດງອອກຕໍ່ກັບຄົນອື່ນ.
ຄວາມຮູ້ສືກຂອງບຸກຄົນທ່ີມີຕໍ່ຕົນເອງແມ່ນຂື້ນຢູ່ກັບສະພາບແວດລ້ອມ ຫລື ສະຖານະການທີ່ແຕກຕ່າງກັນອອກໄປ ໃນບາງຄັ້ງເຮົາເອງກໍ່ຮູ້ສືກວ່າຕົນເອງເໜືອກວ່າຄົນອື່ນ ແຕ່ໃນບາງຄັ້ງເຮົາອາດຮູ້ສືກວ່າຕຳຕ້ອຍກວ່າຜູ້ອື່ນ ໄດ້ເໝືອນກັນ  ຢ່າງໃດກໍ່ຕາມການຍອມຮັບ ແລະ ເຂົ້າໃຈໃນຕົນເອງຈະເຮັດໃຫ້ເຮົາຍອມຮັບ ແລະ ເຂົ້າໃຈຜູ້ອື່ນ ເຊີ່ງຈະເຮັດໃຫ້ເຮົາສາມາດສ້າງມະນຸດສຳພັນໄດ້ດີຫລາຍຂື້ນ.

3.1.3.ການວິເຄາະຕົນເອງ
ໃນການວິເຄາະຕົນເອງນີ້ໝາຍເຖິງທຸກສ່ວນຂອງຮ່າງກາຍ ແລະ ອິລິຍາບົດມະນຸດເປັນຕົ້ນ ລັກສະນະໜ້າຕາທ່າທາງນິໃສໃຈຄໍສະຕິປັນຍາຄວາມຮູ້ຄວາມສາມາດ ແລະ ຄ່ານິຍົມ ເຊີ່ງເປັນຜົນລວມຂອງຄຸນລັກສະນະຕ່າງໆ ຂອງພຶດຕິກຳ ເປັນເອກກະລັກສະເພາະຕົວເຊີ່ງເຮົາເອີ້ນວ່າ ບຸກຄະລິກກະພາບ (Personality) ອັນເປັນ ຜົນມາຈາກພັນທຸກຳ ແລະ ສິ່ງແວດລ້ອມ.

ການວິເຄາະຕົນເອງນີ້ຄວນເລີ່ມຕົນຈາກການສຳຫລວດ ແລະ ພິຈາລະນາຕົນເອງໃນດ້ານຕ່າງໆ ເຊີ່ງປະ ກອບດ້ວຍລັກສະນະບຸກຄະລິກກະພາບດ້ານຕ່າງໆ ທີ່ສຳຄັນ 4 ດ້ານ:
  • ດ້ານຮ່າງກາຍ  ປະກອບດ້ວຍສຸຂະພາບທາງກາຍ ໝາຍເຖິງ ການເຮັດວຽກການເຄື່ອນໄຫວຂອງອະໄວ      ຍະວະຕ່າງໆ ທີ່ເຮັດໜ້າທີ່ປະສານສຳພັນກັນ ສະພາບຮ່າງກາຍເປັນພື້ນຖານສຳຄັນຂອງບຸກຄົນໃນການດຳເນີນວຽກ ງານທຸກຢ່າງ ແລະ ມີຜົນກະທົບຕໍ່ສະພາບທາງ ອາລົມ ສັງຄົມ ແລະ ສະຕິປັນຍາຂອງບຸກຄົນອິກດ້ວຍ ລວມເຖິງກິລິ ຍາ ທ່າທາງ ແລະ ບຸກຄະລິກກະພາບໂດຍລວມຂອງບຸເກຄົນ.
  • ດ້ານອາລົມ ແລະ ຈິດໃຈປະກອບດ້ວຍສຸຂະພາບຈິດ ໝາຍເຖິງສະພາບຈິດທີ່ມີຄວາມໝັ້ນຄົງ ຫລື ອົດທົນຕໍ່ບັນຫາ ແລະ ອຸປະສັກໄດ້ນ້ອຍຫລາຍສຳໃດ ລວມທັງນິໃສໃຈຄໍ ແລະ ຄວາມມີວິໃນໃນຕົນເອງຄື ຄວາມສາມາດໃນການຄວບຄຸມຕົນເອງ ເຊີ່ງສະທອນໃຫ້ເຫັນເຖິງສະພາວະຈິດໃຈທີ່ເຂັ້ມແຂງ ຫລື ອ່ອນແອ.
  • ດ້ານສັງຄົມ  ໝາຍເຖິງ ຄວາມສາດໃນການຕິດຕໍ່ກ່ຽວຂ້ອງກັບບຸກຄົນອື່ນ ເຊີ່ງປະກອບດ້ວຍຄວາມສາມາດໃນການຕິດຕໍ່ສື່ສານ ພຶດຕິກຳສະແດງອອກ ແລະ ຄວາມສຳພັນກັບຜູ້ອື່ນ.
  • ດ້ານສະຕິປັນຍາຄວາມສາມາດ  ປະກອບດ້ວຍຄວາມຮູ້ທົ່ວໄປເຊີ່ງແຕ່ລະຄົນໄດ້ສຶກສາຮຽນຮູ້ຈາກຂໍ້  ມູນຕ່າງໆ ທ່ີກ່ຽວຂ້ອງກັບການດຳເນີນຊິວິດ ແລະ ການປະກອບກິດຈະການຕ່າງໆ ການຕັດສິນໃຈ ແລະ ການແກ້ບັນ ຫາ ເຊີ່ງພັດທະນາມາຈາກການມີຄວາມຮູ້ໃນສິ່ງຕ່າງໆ ແລະ ຄວາມສາມາດພິເສດໃນດ້ນຕ່າງໆ.
ການວິເຄາະຕົນເອງສາມາດເຮັດໄດ້ຫລາຍວິທີ:
  • ສັງເກດຕົນເອງ ໂດຍການເຍືອງແວ່ນເບິ່ງຮູບຮ່າງຂອງຕົນເອງ ການແຕ່ງກາຍ ກິລິຍາທ່າທາງສີໜ້າ ແລະ ແວວຕາຂອງຕົນເອງ.
  • ໃຫ້ຄົນອື່ນວິພາກວິຈານ ຫລື ບອກຈຸດອ່ອນທີ່ເຮົາບໍ່ເຫັນ.
  • ໃຊ້ໃນຮູບແບບການປະເມີນຕົນເອງ.
  • ສຶກສາ ແລະ ປະເມີນຕົນເອງໃນທຸກດ້ານທັງດ້ານດີ ແລະ ຂອດບົກຜ່ອງ.
  • ຍອມຮັບ ແລະ ເອົາໃຈໃສໃນຄວາມຕ້ອງການທີ່ຈະປັບປຸງຕົນເອງ.
  • ມີແຮງໃນການຈຸງໃຈຕົນເອງ.
  • ວາງແຜນໃນການປັບປຸງຕົນເອງ.
3.2.ການຝືກຕົນເອງ
ໃນດ້ານການຝືກຕົນເອງມີດັ່ງນີ້:
1.ດ້ານທັດສະນະນິໃສ
  • ຄວາມຄິດຕ້ອງມີຄວາມຮູ້ສືກຢ້າກຄົບຫາສະມາຄົມເປັນມິດກັບຄົນ ຖ້າບໍ່ທັນມີຈຸດນີ້ ຕ້ອງພະຍາຍາມສ້າງຕົວເອງເປັນຄົນຍິ້ມແຍ້ມແຈ່ມໃສ ມັກເວົ້າຈາກັບຜູ້ອື່ນ.
  • ຝືກໃຫ້ຕົນເອງເປັນຄົນມີນ້ຳໃຈເອື້ອເຟືອເພື່ອແພ່ ຊ່ວຍເຫຼືອຄົນອື່ນດ້ວຍຄວາມເຕັມໃຈ.
  • ຢ່າເປັນຄົນຂີ້ຖີ່ ຈົ່ງແບ່ງປັນໃຫ້ກັບເພືອນ ເຖີງຈະແມ່ນຂອງນ້ອຍກໍ່ຕາມ.
  • ມີຄວາມຮັບຜິດຊອບຕໍ່ໜ້າທີວຽກງານໃຫ້ໄດ້ດີ.
  • ຢ່າເປັນຄົນແຂ່ງກະດ້າງ ຝືກຝົນໃຫ້ເປັນຄົນອ່ອນນ້ອມຖ່ອມຕົນ ເພື່ອໃຫ້ເກິດຄວາມປະທັບໃຈຂອງຄົນທົ່ວໄປ.
  • ມີຄວາມເກງໃຈຜູ້ອື່ນ ບໍ່ລ່ວງລ່ຳສິດທິຂອງຜູ້ອື່ນບໍ່ເອົາປຽບຜູ້ອື່ນ.
  • ຝືກເປັນຄົນໃຫ້ຄວາມຮ່ວມມືໃນການສ້າງປະໂຫຍດສ່ວນລວມ.
  • ຕ້ອງບໍ່ເລືອກພົບ ເລືອກເວົ້າສະເພາະຄົນບາງຄົນເທົ່ານັ້ນ ຄວນຈະທັກທາຍ ແລະ ເວົ້າໂອ້ລົມກັບຄົນທົ່ວໄປ.
  • ຫຼີ່ກລ້ຽງການໂຕ້ຖຽງ ການຂັດແຍ້ງ ຈົ່ງພະຍາຍາມພີກຕົວໄປ ຫຼື ໃຊ້ວິທີສົນທະນາອື່ນໆ.
  • ຝືກເປັນຄົນຄິດກ່ອນເວົ້າ ກ່ອນກະທຳສະເໝີ.
  • ຝືກກົງຕໍ່ເວລາໃນການນັດໝາຍ.
  • ມີຄວາມຈິງໃຈ ແລະ ສັດຊື່ຕໍ່ເພືອນມິດສະຫາ.
  • ບໍ່ຮັບຂອງເພື່ອນແຕ່ພຽງຝ່າຍດຽວ ຈະຕ້ອງໃຫ້ສິ່ງຕອບແທນເຂົາ ໃນເມື່ອມີໂອກາດ.
  • ຢ່າໃຊ້ຄຳເວົ້າທີ່ຫຍາບຄາຍກະດ້າງ ແຕ່ຕ້ອງເວົ້າຄວາມສຸພາບນ້ຳສຽງ ແລະ ກິລິຍາຕ້ອງຮຽບຮ້ອຍ.
  • ບໍ່ນິນທາຜູ້ອື່ນ ຫຼື ໃສ່ຮ້າຍປ້າຍສີຜູ້ອື່ນອັນກໍ່ເກິດທາງດ້ານເສຍຫາຍ.
2.ດ້ານສັງຄົມ
  • ສຶກສາມາລະຍາດວັດທະນະທຳ  ແລະ ລະບຽບຂອງສັງຄົມຢ່າປະຕິບັດຕົນໄປໃນທາງທີ່ສັງຄົມບໍ່ຍອມຮັບ.
  • ຝືກເປັນຄົນມັກເຂົ້າຮ່ວມກິດຈະກຳທາງສັງຄົມເຊັ່ນ ກິລາ ດົນຕຣີ ງານລ້ຽງ ແລະ ອື່ນໆ.
  • ຢ່າເປັນຄົນໃຊ້ຈ່າຍຟູມເຟືອຍຈົນກາຍເປັນໜີສິນຜູ້ອື່ນ.
  • ຄວນເລືອກພົບເພືອນທີ່ດີ ແລະ ໃຫ້ຫ່າງຈາກຄົນຊົ່ວ.
3.ດ້ານສະຕິປັນຍາ
  • ສົນໃຈ ໃຊ້ເວລາອ່ານໜັງສືຫາຄວາມຮູ້ໃສ່ກັບຕົນເອງໃຫ້ຫຼາຍໆ ຟັງລາຍການຂ່າວຕາມວິທະຍຸ ຫຼື ເບີິ່ງໂທລະພາບ ເພື່ອເອົາມານຳໃຊ້ໃຫ້ເກິດປະໂຫຍດກັບຊີິວິດປະຈຳວັນ.
  • ໃຊ້ການຕັດສິນໃຈດ້ວຍເຫດຝົນບໍ່ແມນດ້ວຍອາລົມ.
  • ສະແຫວງຫາຄວາມຮູ້ ເພື່ອເສີມສະໝອງ ແລະ ສະຕິເປັນຍາຂອງຕົນເອງ ໃນດ້ານອື່ນໆ.
  • ຄິດເຖິງຜົນບວກ ແລະ ຜົນລົບທີ່ຈະເກິດຂື້ນຈາກການກະທຳຂອງຕົນເອງ.
4.ດ້ານການເຮັດວຽກ
  • ເຮັດວຽກບໍ່ສ້າງບັນຫາ ແລະ ບໍ່ສ້າງຄວາມນຸງຍາກໃຫ້ກັບຜູ້ອື່ນ
  • ເອັາໃຈໃສ່ ແລະ ຕັ້ງໃຈເຮັດວຽກໃຫ້ດີສະເໝີ.
  • ເຮັດວຽກດ້ວຍຄວາມຈົງລັກພັກດີ ແລະ ສັດຊື່ຕໍ່ໜ້າທີ່ວຽກງານ  ບໍ່ຜິດສິນລະທຳ ບໍ່ຜິດກົດໝາຍ.
  • ບໍ່ໜີວຽກ.
  • ບໍ່ໂຍນຄວາມຜິດໃຫ້ແກ່ຄົນອື່ນໆ.
  • ຮັກສາເວລາ.
5.ດ້ານກິລິຍາສະແດງອອກ
ການສ້າງມະນຸດສຳພັນໃຫ້ໄດ້ຮັບຄວາມສຳເລັດນັ້ນ ມີຄຸນລັກສະນະຫຼາຍຢ່າງທີ່ຕ້ອງຄຳນຶງເຖິງ ໃນການປັບປຸງແກ້ໄຂ ແລະ ສ້າງໃຫ້ເກິດໃນຕົວຂອງລະບຸກຄົນມດັ່ງນີ້:
  • ການມີທ່າທາງ ທີ່ມີລັກສະນະເຂົ້າກັບຄົນອື່ນ ກິລິຍາຮຽບຮ້ອຍ  ເວົ້າແບບເປັນກັນເອງ.
  • ບຸກຄະລີກການແຕ່ງກາຍ ການເຄື່ອນໄຫວ ກິລິຍາໃນການເວົ້າ.
  • ມີຄວາມເປັນເພືອນກັບບຸກຄົນອື່ນໆ ເປັນປະຈຳ.
  • ມີຄວາມອ່ອນນ້ອມຖ່ອມຕົນ.
  • ມີນ້ຳໃຈຊ່ວຍເຫຼືອເກື້ອກູນ.
  • ມີການສ້າງສັນ ສົນທະນາ ໃນໂອກາດອັນເໝາະສົມ.
  • ມີຄວາມຮັບຜິດຊອບຕໍ່ການກະທຳ.
  • ສ້າງຕົນເປັນຄົນມີອາລົມດີ.
  • ມີຄວາມກະຕືລືລົ້ນໃນໜ້າທີ່ການງານ.
  • ມີຄວາມອົດທົນ ແລະ ເຂັ້ມແຂງ.
  • ມີຄວາມດູໜັ່ນ ຕໍ່ການເຮັດວຽກກ
  • ມີໄຫວພິກ ແລະ ຄວາສະຫຼາດໃນການສ້າງບັນຍາກາດ.
  • ສ້າງຕົນເປັນປະໂຫຍດຕໍ່ສັງຄົມ ໂດຍບໍ່ຫວັງສິ່ງໃດສິ່ງໜຶ່ງຈົນເກີນໄປ.
3.3.ການພັດທະນາຕົນເອງ (Self Development)  
ການພັດທະນາຕົນເອງເປັນບັນຫາສຳຄັນອັນໜຶ່ງເນື່ອງຈາກວ່າ ກ່ອນເຮົາຈະໄປສອນ ຫຼືແນະນຳຜູ້ອື່ນເຮົາເອງຕ້ອງໄດ້ຮູ້ວິທີການພັດທະນາຕົນເອງສາກອນເພື່ອເປັນແບບຢ່າງ ຫຼື ຕົ້ນແບບທີ່ດີໃຫ້ແກ່ຄົນອື່ນ; ຖ້າບໍ່ດັ່ງນັ້ນຈະບໍ່ມີຜູ້ໃດໃຫ້ຄວາມເຊື່ອຖືແລະໃຫ້ຄວາມເຄົາລົບ.

ສະນັ້ນ;ຜູ້ທີ່ຈະໄປພັດທະນາຄົນອື່ນ ຈະຕ້ອງພະຍາຍາມເຮັດແນວໃດໃຫ້ຕົນເອງເກິດມີຜົນງານອອກມາຢ່າງເປັນຮູບປະທຳ ໝາຍເຖິງວ່າວາງທິດສະດີແລ້ວແລະ ຍັງຕ້ອງຮູ້ນຳພາຈັດຕັ້ງປະຕິບັດຕົວຈິງ ຖືວ່າເປັນບຸກຄົນຜູ້ທີ່ມີຄວາມຮູ້ຢ່າງແທ້ຈິງ.

1.ຄວາມໝາຍຂອງການພັດທະນາຕົນເອງ.
  • ການພັດທະນາຕົນເອງໝາຍເຖິງການເສີມສ້າງຕົນເອງໃຫ້ບັນລຸຈຸດໝາຍຂອງຊີວິດໂດຍບໍ່ບຽດບຽນສິດທິຂອງຜູ້ອື່ນ.
  • ເປັນການເສີມສ້າງການພັດທະນາຊີວິດແລະ ວຽກງານຂອງຕົນໃຫ້ສູງເດັ່ນຂື້ນ.
2.ຂັ້ນຕອນໃນການພັດທະນາຕົນເອງ.
.ມີການສຳຫຼວດ: ໂດຍແຍກໃຫ້ເຫັນດ້ານດີ ແລະ ດ້ານອ່ອນຂອງຕົນເອງໃນໄລຍະຜ່ານມາ ຫລັງຈາກນັ້ນຈິ່ງກຳນົດເພື່ອຫາວິທີແກ້ໄຂໃນຕໍ່ໜ້າຄືແນວໃດ.
                     
.ມີການວິເຄາະ: ໝາຍເຖີງການສັງເກດຕົນເອງວ່າເປັນຄົນແນວໃດ ໂດຍໄດ້ແຍກໃຫ້ເຫັນເຖິງຄວາມຕັ້ງໜ້າ ແລະ ຄວາມຫຍໍ້ທໍ້ຂອງຕົນເອງມີຄືແນວໃດຈາກນັ້ນຕ້ອງມີການກຳນົດວິທີເພື່ອແກ້ໄຂ ຫຼື ຫາທາງອອກໃນຕໍ່ໜ້າໃຫ້ກັບຕົນເອງ.

.ມີການວາງແຜນຊີວິດໃຫ້ກັບຕົນເອງ ໝາຍເຖີງຈຸດມຸ້ງໝາຍເພື່ອຈະມີການປັບປຸງ ແລະ ພັດທະນາຕົນເອງຈະຕ້ອງມີການສຶກສາຫາລືກັບຄົນອື່ນ ເພື່ອເຮັດໃຫ້ການວາງແຜນຊີວິດມີປະສິດທິພາບ ແລະ ບັນລຸເປົ້າໝາຍຂອງຊີວິດໄດ້.
  • ການວາງແຜນຊີວິດຈະຕ້ອງມີຄົນອື່ນຊ່ວຍເຫລື່ອ, ມີທີ່ປຶກສາໃນການວາງແຜນຊີວິດຕົນເອງເພ່ືເຮັດໃຫ້ການວາງແຜນມີປະສິດທິພາບ ແລະ ບັນລຸຜົນຕາມຄາດໝາຍທີ່ໄດ້ກຳນົດ ແລະ ສຳເລັດຕາມແຜນການທີ່ວາງໄວ້.
  • ການວາງແຜນຊີວິດຕ້ອງເລີ່ມແຕ່ປັດຈຸບັນເປັນຕົ້ນໄປຈົນເຖິງວັນທີ່ເຮົາວາງແຜນຄາດຄະເນເອົາໄວ້.
3.ຄວາມສຳຄັນຂອການພັດທະນາຕົນເອງ.
.ເສີມສ້າງຕົນເອງ.
  • ທາງດ້ານກາຍ: ຕ້ອງເສີມສ້າງພັດທະນາທາງດ້ານສຸຂະພາບຮ່າງກາຍແຂງແຮງ ແລະ ສົມບູນເປັນປະຈຳ.
  • ທາງດ້ານຈິດ: ເສີມສ້າງຝືກຄວາມແຂງແກ່ນທາງດ້ານຈິດ ໃຫ້ຄົນເຮົາປະຕິບັດວຽກງານທີ່ຫຍຸ້ງຍາກຕ່າງໆ ຜ່ານໄປໄດ້ເພື່ອກະຕຸ້ນໃຫ້ຄົນເຮົາມີຄວາມອົດທົນ ມີຄວາມພະຍາຍາມໜັກເອົາ-ເບົາສູ້ ບໍ່ທໍ້ຖອຍ.
  • ທາງດ້ານຄວາມຄິດ: ຕ້ອງເສີມສ້າງຝືກຄວາມຄິດໃຫ້ເປັນຄົນມັກອ່ານ, ມັກຟັງ ແລະ ຮູ້ຈັກອະທິບາຍຊີ້ແຈ້ງ ວິເຄາະຢ່າງມີເຫດຜົນ 
ນອກນີ້ຍັງຕ້ອງພັດທະນາຕື່ມອີກຄື:
  • ຝືກຕົນເອງໃຫ້ເປັນຄົນມັກຊອກຮູ້ຮຳຮຽນ.
  • ຝືກໃຫ້ຕົນເອງເປັນຄົນທີ່ຮູ້ຈັກການເລີ່ມຕົ້ນສະສົມຂໍ້ມູນຕ່າງໆ.
  • ຝືກໃຫ້ຕົນເອງເປັນຄົນທີ່ຮູ້ຈັກຕັ້ງຄຳຖາມ ແລ້ວຝືກຕອບຄຳຖາມ.
ເວົ້າລວມແລ້ວການພັດທະນາທາງດ້ານຄວາມຄິດຄື ເປັນການຝືກຄິດຕໍ່ບັນຫາຕ່າງໆ ຢູ່ສະເໝີການທີ່ເຮົາມີການຝືກຄິດຢູ່ຕະຫລອດເວລາ ຈະພາໃຫ້ເຮົາໄດ້ຂໍ້ມູນໃໝ່ໆ.

.ສຶກສາແບບຢ່າງຈາກບຸກຄົນສຳຄັນ.
ເຮົາຕ້ອງຄິດວ່າ ຄົນຜູ້ໜຶ່ງຈະປະສົບຜົນສຳເລັດໄດ້, ຈະເປັນບຸກຄົນທີ່ເຮັດໃຫ້ສັງຄົມເຄົາລົບນັບຖືປະກອບຄື ມີຄຸນສົມບັດ ແລະ ມາດຖານເງື່ຶອນໄຂດັ່ງນີ້:
  • ເປັນຄົນທີ່ມີມະນຸດສຳພັນທີ່ດີ ແລະ ມີຄວາມສັດຊື່ສຸດຈະຣິດ.
  • ເປັນຄົນທີ່ມີຄວາມຈົງຮັກພັກດີຕໍ່ຊາດ ຕໍ່ປະຊາຊົນ.
  • ເປັນຄົນທີ່ມີວິໃສທັດຄິດກ້ວາງ ເຫັນໄກ.
  • ມີລະບຽບວິໃນດີ.
  • ເປັນຜູ້ມີທັດສະນະມະຫາຊົນ.
ພາຍຫລັງສຶກສາຮັບຮູ້ແລ້ວ ເຮົາກໍຫັນມາປຽບທຽບກັບຕົນເອງ, ເອົາແບບຢ່າງທີ່ດີຈາກບຸກຄົນເລົ່ານັ້ນ ນຳມາວາງແຜນພັດທະນາຕົນເອງໄປຕາມເງື່ອນໄຂດັ່ງກ່າວໃຫ້ປະສົບຜົນສຳເລັດ ແລະ ກາຍເປັນບຸກຄົນທີ່ສັງເຄົາລົບນັບຖື.

ສະນັ້ນ; ຮູບແບຂອງການຮຳຮຽນເອົາແບບຢ່າງທີ່ດີ ຈາກບຸກຄົນທີ່ສຳຄັນ ໄວ້ໃຫ້ກັບຕົນເອງ ຖືວ່າເປັນວິທີ ການຢ່າງໜຶ່ງທີ່ສຳຄັນຂອງອົງປະກອບການພັດທະນາຕົນເອງໃຫ້ປະສົບຄວາມສຳເລັດ.

4.ປະໂຫຍດການພັດທະນາຕົນເອງ.
  • ເປັນການເພີ່ງພາຕົນເອງໄດ້ ແລະ ສາມາດລ້ຽງຕົນເອງ ແລະ ຄອບຄົວໄດ້.
  • ເປັນການປະສົມຜົນສຳເລັດໃນຊີວິດ ແລະ ເປັນການສ້າງປະໂຫຍດໃຫ້ແກ່ສັງຄົມ.
  • ເພື່ອຍົກຖານະໃນດ້ານຕ່າງໆ ຂອງຕົນເອງໃຫ້ສູງຂື້ນ.
  • ໄດ້ເຮັດຕົນເອງເກີດມີຄວາມພາກພູມໃຈຕໍ່ຜົນສຳເລັດ ແລະ ຄວາມກ້າວໜ້າຂອງຕົນເອງທີ່ໄດ້ສ້າງຂື້ນ ມານັ້ນ.
5.ອຸປະສັກຂອງການພັດທະນາຕົນເອງ.
  • ບໍ່ເຊື່ອໝັນຕົນເອງ: ຄວາມກຽດຄ້ານ, ມັກສະບາຍ ແລະ ຖືເບົາໃນສິ່ງຕ່າງໆ ມີແນວຄິດທໍ໊ຖອຍ ຂາດຄວາມບຸກບືນ.
  • ຍ້ອນຄົນອື່ນ: ຄົນອື່ນບໍ່ໃຫ້ໂອກາດເງື່ອນໄຂໃນການສົ່ງເສີມກໍ່ສ້າງ.
  • ຍ້ອນເວລາ ແລະ ໂອກາດມີຈຳກັດ.
ສະນັ້ນ ເຮົາບໍ່ຄວນປ່ອຍໃຫ້ເວລາຜ່ານໄປ ໂດຍບໍ່ມີຜົນປະໂຫຍດຫຍັງ ກ່ອນໂອກາດດີນັ້ນຈະຜ່ານເຮົາໄປດື້ໆບຸກຄົນໃດມທີການກຽມໂຕພ້ອມເອົາໄວ້ຢູ່ສະເໝີ ບຸກຄົນນັ້ນກໍຈະບໍ່ຄ່ອຍປະປ່ອຍ ໃຫ້ຕົນເອງພາດໂອກາດນັ້ນໄປໄດ້

3.4.ການເຂົ້າໃຈຜູ້ອື່ນ.
ເຖິງແມ່ນວ່າມະນຸດເຮົາທຸກຄົນຈະມີຄວາມແຕກຕ່າງກັນ ອັນເປັນຜົນມາຈາກອິດທີພົນຂອງພັນທຸກຳ ແລະສິ່ງແວດລ້ອມ ແລະ ການເຮັດໃຫ້ຜູ້ອື່ນເຂົ້າໃຈບໍ່ແມ່ນເປັນເລື່ອງງ່າຍດາຍ ແຕ່ໂດຍທຳມະຊາດຂອງມະນຸດຍ່ອມມີອົງປະກອບຫລາຍຢ່າງເຊີ່ງສາມາດຮຽນຮູ້ໄດ້ ທັງນີ້ໂດຍອາໃສການສຶກສາສັງເກດພຶດຕິກຳຂອງຄົນ ມີພຶດຕິກຳໂຕ້ຕອບແລະ ພຶດຕິກຳລະຫວ່າງກັນ ການຮຽນຮູ້ພຶດຕິກຳຂອງຄົນແມ່ນຈະຊ່ອຍໃຫ້ເຮົາເກີດຄວາມເຂົ້າໃຈຄົນອື່ນໄດ້ດີຂື້ນດັ່ງນີ້:
  • ການພິຈາລະນາໃບໜ້າຂອງບຸກຄົນ ເປັນການສັງເກດເບິ່ງການສະແດງອອກທາງສີໜ້າ ແລະ ອາລົມການ ສະແດງອອກທາງສີໜ້າແມ່ນບົງບອກເຖິງລະດັບຂອງອາລົມວ່າເປັນໄປແບບໃດ.
  • ສັງເກດຈາກສາຍຕາ ຫລື ແວວຕາ  ໃນນັ້ນປະລິມານຄວາມກ້ວາງຂອງດວງຕາ ແລະ ລະດັບການເບິ່ງຂອງ ສາຍຕາອັນສະແດງເຖິງພຶດຕິກຳອັນປົກກະຕິ ຫລື ຜິດປົກກະຕິ
  • ພິຈາລະນາຈາກບຸກຄະລິກກະພາບ ສັງເກດກິລິຍາທ່າທາງຂອງສ່ວນຕ່າງໆ ຂອງຮ່າງກາຍ ເຊັ່ນ ມື ອາກັບກິລິຍາ ຕະຫລອດຮອດການເວົ້າຈາ ວ່າມີຄວາມຮູ້ສືກ ແລະ ອາລົມເປັນຢ່າງໃດ.
  • ພິຈາລະນາຈາກບຸກຄົນ  ສັງເກດວ່າພືດຕິກຳທີ່ເຂົາເຈົ້າສະແດງອອກອັນເຖິງເຈດຕະນາ ຫລື ມີສາເຫດມາຈາກອັນໃດ.
ໃນການພິຈາລະນາຜູ້ອື່ນຕາມແນວຄິດດັ່ງກ່າວນັ້ນ ເຮັດໃຫ້ເຮົາສາມາດຮູ້ ແລະ ເຂົ້າໃຈຜູ້ອື່ນໄດ້ ພໍສົມຄວນ  ທັງນີ້ເພື່ອໃຫ້ເກີດຄວາມເຂົ້າໃຈຜູ້ອື່ນເພີ່ມຫລາຍຂື້ນ ຄວນພິຈາລະນາເຖິງປັດໃຈທີ່ມີອິດທິພົນຕໍ່ການເກີດພຶດຕິກຳ ຂອງແຕ່ລະບຸກຄົນດັ່ງນີ້:
1.ອິດທິພົນຂອງສະພາບພື້ນຖານຂອງຊິວະວິທະຍາ  
ໝາຍເຖິງ ລັກສະນະໂຄງສ້າງທາງດ້ານກາຍຍະວິພາກ ເຊັ່ນ ການເຮັດວຽກຂອງລະບົບອາໄວຍະວະຕ່າງໆ ໃນຮ່າງກາຍເຊິ່ງມີອິດທິພົນຕໍ່ການເກີດພຶດຕິກຳ ໄດ້ແກ່ລະບົບກ້າມເນື້ອ ຕ່ອມຕ່າງໆ ລວມເຖິງລະບົບປະສາດ ເຊິ່ງໄດ້ຮັບອິດທິພົນມາຈາກພັນທຸກຳ ແຕ່ລະບຸກຄົນຍ່ອມໄດ້ຮັບການຖ່າຍທອດທາງພັນທຸກຳມາແຕກຕ່າງກັນ.

2.ອິດທິພົນທາງດ້ານສະພາບແວດລ້ອມອື່ນໆໄດ້ແກ່:
  • ສະພາບແວດລ້ອມທາງທຳມະຊາດ ໝາຍເຖິງ ສະພາບທາງດ້ານພູມິສາດ ດິນຟ້າອາກາດ ລັກສະ ນະພູມິອາກາດ ການດຳເນີນຊິວິດ ອາຊິບທ້ອງຖິ່ນ.
  • ສະພາຍແວດລ້ອມທາງສັງຄົມ ໝາຍເຖິງສະຖາບັນທາງສັງຄົມທີ່ກຽວຂ້ອງກັບການດຳເນີນຊິວິດເຊັ່ນ ຄອບຄົວ ໂຮງຮຽນ ກຸ່ມເພື່ອນຝຸງ ສະຖາບັນການສຶກສາ ສາດສະໜາ.
  • ສະພາບແວດລ້ອມທາງວັດທະນະທຳ ໝາຍເຖິງ ສ່ວນທີ່ກຽວຂອງກັບການດຳເນີນຊິວິດຂອງກຸ່ມໄດ້ແກ່ ຈາຣິດປະເພນີ ກົດໝາຍ ກົດລະບຽບ ທຳນຽມ ພາສາ ຄວາມເຊື່ອຖື ຫລື ແບບແຜນການດຳເນີນຊິວິດ ເຊິ່ງມີອິດທິພົນຕໍ່ບຸກຄະລິກກະພາບ ແລະ ວິຖີຊິວິດຂອງບຸກຄົນ.
3.ສະພາບຄວາມເປັນຕົວຕົນຂອງບຸະກຄົນ 
ເຊິ່ງປະກອບດ້ວຍຄຸນລັກສະນະທີ່ປະກົດເປັນຈິງທີ່ມີຢູ່ ລວມ ທັງ ຄວາມຮູ້ສືກນຶກຄິດທີ່ບຸກຄົນມີຕໍ່ຕົນເອງ ຫລື ( ອັດຕະມະໂນທັດ ) ນັ້ນເອງ.
ສິ່ງທີ່ຄວນສຶກສາ ແລະ ສ້າງຄວາມເຂົ້າໃຈຜູ້ອື່ນໄດ້ແກ່:
  • ຄວາມຮູ້ ຄວາມສາມາດ.
  • ຄວາມສົນໃຈ ຄວາມຖະນັດ.
  • ຈຸດເດັ່ນ ຈຸດດ້ອຍ.
  • ຄວາມຕ້ອງການທາງດ້ານຮ່າງກາຍ ແລະ ຈິດໃຈ.
  • ອາລົມ ຄວາມຮູ້ສືກ ນິໃສໃຈຄໍ.
  • ຄວາມຄາດຫວັງ.
3.4.1.ການຍອມຮັບຜູ້ອື່ນ
ການຍອມຮັບຜູ້ອື່ນເປັນການສະແດງອອກ ເຊິງປັນການຕອບສະໜອງຄວາມຕ້ອງການຂອງມະນຸດ ໂດຍທົ່ວໄປບຸກຄົນຄວນຍິນດີ ພາກພູມໃຈ ແລະ ຮູ້ສືກເປັນສຸກ ເມື່ອໄດ້ຮັບການຍອມຮັບນັບຖືຈາກຜູ້ອື່ນວ່າ ເປັນ ຄົນມີຄຸນຄ່າ ແລະມີກຽດ ແມ່ນຈະສົ່ງຜົນດີຕໍ່ຄວາມສຳພັນ ເຮັດໃຫ້ເກີດຄວາມໄວ້ວາງໃຂ ແລະ ຊ່ອຍໃຫ້ຜົນງານ ຂອງກຸ່ມມີປະສິດທິພາບ.

ການຍອມຮັບຜູ້ອື່ນຈະສະແດງອອກເປັນພືດຕິກຳທາງກາຍ ວາຈາ ແລະ ໃຈ ໄດ້ແກ່ ການສະແດງກິລິຍາໃນດ້ານການຍິນດີ ຕ້ອນຮັບດ້ວຍທ່າທີອ່ອນໂຍນ ນຸ້ມນວນ ຈິງໃຈ ເປັນມິດ ການເວົ້າຈາໃນທາງສົ່ງເສີມ ສ້າງສັນ ແລະ ໃຫ້ກຽດ ໃຫ້ກຳລັງໃຈຕໍ່ກັນ ການເອົາໃຈໃສສົນໃຈຟັງ ການໃຫ້ຄວາມສົນໃຈ ແລະ ການໃຫ້ຄວາມສຳຄັນກັບຜູ້ອື່ນ ໂດຍບໍ່ຄຳນຶງເຖິງຄວາມແຕກຕ່າງ ແລະ ປະສາຈາກເງື່ອນໄຂ ໃຫ້ໂອກາດຜູ້ອື່ນໄດ້ສະແດງອອກ ແລະ ການສະໜອງ ຕອບ ດ້ວຍຄວາມກະຕືລືລົນໃຫ້ຄວາມໄວວາງໃຈ ປືກສາຫາລືກັນ ສົ່ງເສີມໃຫ້ການສະໜັບສະໜູນກັນຍ່ອມຈະສ້າງໃຫ້ຄວາມເພິ່ງພໍໃຈ ແລະ ກໍ່ໃຫ້ເກິດສຳພັນຕະພາບທີ່ດີຕໍ່ກັນ.                    
3.4.2.ການສຶກສາໃຈຜູ້ອື່ນ 
ໃນການສຳພັນຫຼືການຄົບຫາສະມາຄົມກ່ຽວຂ້ອງກັບຄົນອື່ນນັ້ນເຮົາຕ້ອງຮູ້ຈັກຜ່ອນສັ້ນ ຜ່ອນຍາວເອົາ ສາກອນເພື່ອເປັນແບບຢ່າງ ຫຼື ຕົ້ນແບບທີ່ດີໃຫ້ແກ່ຄົນອື່ນ; ຖ້າບໍ່ດັ່ງນັ້ນຈະບໍ່ມີຜູ້ໃດໃຫ້ຄວາມເຊື່ອຖືແລະເຂົ້າໃຈເຮົາຜ່ອນໜັກ ຜ່ອນເບົາ ຈຶ່ງສາມາດຄົບຫາກັນໄດ້ຍາວນານ ເພາະຄົນເຮົາຕ່າງຈິດຕ່າງໃຈ ແລະ ໂອກາດທີ່ຈະກະ ທົບ ກະທັ້ງກັນຍ່ອມເກິດຂື້ນໄດ້ສະເໝີຍິ່ງເຮົາເຮັດວຽກກັບຄົນໃນຈຳນວນຫຼາຍໆ ກໍ່ຍິ່ງຕ້ອງພະຍາຍາມຮຽນຮູ້ແລະສ້າງຄວາມເຂົ້າໃຈກັບຄົນອື່ນໃຫ້ຫຼາຍຂື້ນຈຶ່ງຈະເປັນຜົນດີໃນການສ້າງສາຍສຳພັນກັບຄົນອື່ນເຫຼົ່ານັ້ນ ດັ່ງຄຳແນະນຳຢ່າງກ້ວາງ , ຕໍ່ໄປນີ້ເພືອໃຫ້ນັກສືກສານຳໄປປະຕິບັດໃນການທີ່ຈະພະຍາຍາມເຊົ້າໃຈຄົນອື່ນ ແລະ ສາມາດເຂົ້າກັບຄົນເຫຼົ່ານັ້ນໄດ້ເປັນຢ່າງດີ.
  • ພະຍາຍາມຮຽນຮູ້ນິໃສໃຈຄໍແຕ່ຄົນ ແລະ ພະຍາຍາມຈື່ຈຳໄວ້ວ່າໃຜມັກຫຍັງ ແລະ ບໍ່ມັກຫຍັງເພື່ອຈະປະ ຕິບັດຕົນໃຫ້ສອດຄ່ອງ
  • ເບິ່ງຄົນອື່ນໃນດ້ານດີ  ເພື່ອຈະນຳເອົາສິ່ງທີ່ດີງາມນັ້ນ  ມາເປັນຕົວຢ່າງໃນການປັບປຸງຕົນເອງ ແລະ ຄວາມດີຂອງບຸກຄົນເຫຼົ່ານັ້ນ ສາມາດປິດບັງຂໍ້ບົກຜ່ອງຂອງເຂົາໄດ້  ເຮົາຈະໃດ້ສະບາຍໃຈທີ່ຈະຄົບຫາສະມາຄົມກັບເຂົາໄດ້ຢ່າງໄກ້ຊິດ.
  • ຮັບຄວາມຈິງວ່າຄົນຍ່ອມມີຂໍບົກຜ່ອງ ມີຈຸດອ່ອນສະເພາະຕົວ ຢ່າຕັ້ງຄວາມຫວັງສຸງເກີນໄປ ໃນການທີ່ຄົບຫາຄົນອື່ນ ສະນັ້ນ ຈະຜິດຫວັງລ ຈະເຮັດໃຫ້ໂຕເອງມີທັດສະນະຄະຕິບໍ່ດີຕໍ່ຄົນອື່ນໆໄດ້.
  • ພະຍາຍາມເຂົ້າໃຈ ແລະ ຍອມຮັບໃນພືດຕິກຳ ແລະການສະແດງອອກຂອງຄົນເຫຼົ່ານັ້ນ ພະຍາຍາມສຶກສາຫາສາຍເຫດວ່າເປັນຫຍັງເຂົາຈິ່ງສະແດງພືດຕີກຳເຫຼົ່ານັ້ນອອກມາ ເພື່ອໃຫ້ເຂົ້າໃຈ ແລະແກ້ໄຂສະຖານະການ ຫຼື ໃຫ້ຄວາມສ່ວຍເຫຼືອຕາມສົມຄ່ວນ ແທນທີ່ຈະກຽດຊັງ ຫຼື ຖົກຖຽງກັນ.
  • ຈື່ໄວ້ສະເໝີວ່າສິ່ງໃດເຮົາບໍ່ມັກ ຄົນອື່ນກະທຳຕໍ່ເຮົາ ຄົນອື່ນກໍ່ບໍ່ມັກໃຫ້ເຮົາກະທຳກັບເຂົາເຊັ່ນດຽວກັນການເອົາປຽບຄົນອື່ນຈາກການເວົ້າຈາຖ່ອຍຄຳທີ່ບໍ່ເປັນຕາໜ້າຟັງ ເຍາະເຍີ້ຍ ພະຍາຍາມຫຼີ່ກລຽງການກະທຳອັນນີ້ກເປັນການດີ.
  • ປັບຕົວເອງໃຫ້ເຂົ້າກັບຄົນອື່ນ ຢ່າໃຫ້ຄົນອື່ນຕ້ອງອ່ອນຍອມເຮົາແຕ່ຝ່າຍດຽວ ຄົນເຮົາຈະຢູ່ຮ່ວມກັນ ໄດ້ ຕ້ອງມີຜ່ອນສັ້ນ ຜ່ອນຍາວ ແລະ ອາໃສເຊີ່ງກັນ ແລະ ກັນ.
  • ເປັນຜູ້ຟັງທີ່ດີ ເມືອຜູ້ອື່ນເລົ່າເລື້ອງຕ່າງໆ ໃຫ້ຟັງ ບໍ່ວ່າຈະເປັນເລື້ອງສ່ວນໂຕ ໃນຄວາມສຸກ ຄວາມທຸກຫຼື ບັນຫາຕ່າງໆ ຮັບຟັງດ້ວຍຄວາມເຫັນອົກເຫັນໃຈ ຢ່າຂັດຈັງຫວະ ຢ່າສະແດງຄວາມບໍ່ພໍໃຈອອກມາ ຄວນຊັກຖາມ ສະແດງຄວາມເຫັນໃຈຢ່າງຈິ່ງຈັງ ແລະ ໃຫ້ຄຳແນະນຳ ຫຼື ຄວາມຊ່ວຍເຫຼືອຕາມສົມຄວນ.
  • ເປິດໃຈກ່ວາງ ເປິດເຜີຍຄວາມຄິດອ່ານ ແລະ ທັດສະນະຄະຕິຂອງຕົວເອງເພື່ອວ່າຈະເບິ່ງໂລກໃນແງ່ດີ
  • ຢ່າຕຳນິຕົວເອງສະເໝືອນວ່າຢຕຳນິຄົນອື່ນ ເຮົາບໍ່ມີສິດທິທີ່ຈະເຮັດແນວນັ້ນ ແລະ ເປັນນິໄສຂອງຜູ້ໃຈແຄບເຫັນແກຕົວ ຈື່ໃວ້ວ່າເມື່ອການເອີ່ຍປາກຕຳນິຜູ້ໃດ້ຜູ້ໜຶ່ງຕ້ອງຢຸດ ແລະ ຄິດເຫັນຕົວເອງເສຍກ່ອນ ຖ້າເຮົາຢູ່ໃນສະຖານະການແບບນັ້ນ ຫຼື ຖ້າເຮົາເປັນເຂົາຈະເຮັດຢ່າງທີ່ເຂົາເຮັດ ຫຼືບໍ່ ເພາະຫຍັງ.
  • ພະຍາຍາມສະນິດສະໜົມໃຫ້ຄວາມຮັກໄຄ່ເປັນກັນເອງກັບຄົນອື່ນໆ.
 
ຄຳຖາມ
1. ການສືກສາຮຽນຮູ້ກ່ຽວກັບຈັກຕົນເອງເພື່ອຈະໄດ້ເຂົ້າໃຈຕົນເອງໃຫ້ຫລາຍຂື້ນນັ້ນມີຫຍັງແດ່?
2. ໃນການວິເຄາະຕົນເອງໝາຍເຖິງອັນໃດ?  ແລະ ກອບລັກສະນະບຸກຄະລິກດ້ານແດ່ ?
3. ການຝືກຝົນຕົນເອງ ໃຫ້ໄດ້ດີມີຫຍັງແດ່ ? ອາທິບາຍໃນດ້ານໃດໜຶ່ງມາໂດຍສັງເຂບ ?
4. ການສຶກສາເພື່ອໃຫ້ເຂົ້າໃຈຄົນອື່ນນັ້ນມີຂັ້ນຕອນແນວໃດແດ່ ?
5. ປະໂຫຍດຂອງການພັດທະນາຕົນເອງມີຫຍັງແດ່ ?
6. ອຸປະສັກຂອງການພັດທະນາຕົນເອງມີຈັກເງື່ອນໄຂ ຂຽນມາໃຫ້ຄົບ ພ້ອມທັງຂະຫຍາຍຄວາມ ?
 

ใหม่กว่า เก่ากว่า