ບົດຮຽນ ວິຊາ ມະນຸດສຳພັນ ບົດທີ 4 ການພັດທະນາ ແລະ ຄູນນະທັມມະນຸດສຳພັນ

ບົດທີ 4

ການພັດທະນາ ແລະ ຄູນນະທັມມະນຸດສຳພັນ.

ຈຸດປະສົງຄາດໝາຍ.   

1.ເພື່ອວ່ານັກສຶກສາຈະໄດ້ເຂົ້າໃຈສຳຫລວດຕົນເອງໃນສິ່ງທີ່ຄວນປັບປຸງແກ້ໄຂ ແລະ ຄົ້ນຫາວິທີການ  ປັບປຸງແກ້ໄຂສິ່ທີ່ບົກຜ່ອງ ດ້ວຍວິທີການອັນເໝາະສົມ.

2.ເພື່ອວ່ານັກສຶກສາຈະໄດ້ນຳເອົາຄວາມຮູ້ຈາກການສຶກສາມາໃຊ້ປັບປຸງຕົນເອງໃນຊິວິດປະຈຳວັນໃຫ້ເກີດປະໂຫຍດ.

3.ເພື່ອວ່ານັກສຶກສາຈະໄດ້ນຳເອົາຫລັກມາລະຍາດທາງສັງຄົມໄປໃຊ້ໄດ້ຈິງໃນຊິວິດປະຈຳວັນ ແລະ ສ້າງຄວາມໝັ້ນໃຈໃຫ້ກັບຕົນເອງ.

4.1.ການພັດທະນາມະນຸດສຳພັນ.

ໃນການພັດທະນາມະນຸດສຳພັນຕົນເອງ ອົງປະກອບສຳຄັນຂອງມະນຸດສຳພັນຄືການປັບປ່ຽນຕົນເອງຕົວເຮົາເອງ ໃນດ້ານຮ່າງກາຍ ດ້ານສຸຂະພາບຄວາມສາມາດດ້ານສະຕິປັນຍາດ້ານອາລົມ ແລະ ຈິດໃຈຂອງຕົນເອງໃຫ້ດີຂື້ນເພື່ອວ່າຈະໄດ້ເປັນບຸກຄົນທີ່ສົມບູນທຸກໆ ດ້ານເພື່ອເປັນການຊ່ອຍສ້າງມະນຸດສຳພັນທີດີຕໍ່ກັນໃຫ້ເປັນໄປຢ່າລາບ ລື້ນບໍ່ມີໃຜຮູ້ຈັກຕົວເຮົາດີ ເທົ່າຕົວເຮົາເອງ ແຕ່ມີຄົນສ່ວນຫຼາຍທີ່ບໍ່ຮູ້ຈັກຕົວເອງດີພໍ ບໍ່ຮູ້ວ່າ ຕົວເອງມີຈູດເດັ່ນຫຍັງແດ່ ເຊັ່ນຄວາມຮູ້ຄວາມສາມາດການເວົ້າຈາມີເຫດຜົນສາມາດພັດທະນາໄປໃດ້ໄກ ແລະ ມີຈຸດອ່ອນດ້ານໃດ້ແນ່ທີ່ຕອງແກ້ໄຂປັບປຸງ.

ມະນຸດທຸກຄົນບໍ່ມີໃຜສົມບູນແບບໃນດ້ານມະນຸດສຳພັນ ທຸກຄົນຍ່ອມມີທັງສ່ວນດີ ສ່ວນດ້ອຍ ແລະໃນສ່ວນທີ່ບົກຜ່ອງ ອັນນີ້ຍ່ອມຕ້ອງການແກ້ໄຂໃຫ້ດີຂື້ນທາງດ້ານບຸກຄະລິກກະພາບ ດ້ານຄວາມຮູ້ຄວາມສາມາດເປັນຕົ້ນ.

4.1.1.ການພັດທະນາຕົນເອງ

ການພັດທະນາຕົນເອງ ໝາຍເຖິງ ການນຳໃຊ້ຄວາມພະຍາຍາມໃນການປັບປຸງປ່ຽນແປງຕົນເອງໃນດ້ານສຸຂະພາບຮ່າງ ກາຍ ດ້ານຄວາມສາມາດ ແລະສະຕິປັນຍາ ດ້ານອາລົມແລະຈິດໃຈ ແລະ ດ້ານສັງຄົມຂອງຕົນໃຫ້ດີຂື້ນເພື່ອຈະໄດ້ເປັນບຸກຄົນທີ່ສົມບູນຂື້ນທຸກໆ ດ້ານ ເຊິ່ງຈະເປັນພື້ນຖານສຳຫລັບຊ່ອຍສ້າງມະນຸດສຳພັນກັບຄົນອື່ນ.

ຈຸດໝາຍຂອງການພັດທະນາຕົນເອງມີຄື:

1.ເພື່ອໃຫ້ສາມາດເພິ່ງພາຕົນເອງ ເບິ່ງແຍງ ແລະ ຄວບຄຸມຕົນເອງໄດ້ ແລະສາມາດສ້າງມິດຕະພາບ ແລະສຳພັນທີ່ດີກັບບຸກຄົນທົ່ວໄປໄດ້.

2.ສາມາດປັບປຸງຕົນເອງໃຫ້ມີສຳພັນຕະພາບທີ່ດີ ໃນຄອບຄົວ ໃນຊຸມຊົນ ໃນອົງກອນ ແລະ ໃນ ສັງຄົມ

3.ເພື່ອພັດທະນາຈິດໃຈຂອງຕົນເອງໃຫ້ເປັນຜູ້ມີສຸຂະພາບຈິດດີ ມີຄຸນນະພາບດີຂື້ນ.

ສະຫລຸບວ່າ:  ການພັດທະນາຕົນເອງ ແມ່ນເນັ້ນໃຫ້ບຸກຄົນມີຄວາມສາມາດໃນການເພິ່ງຕົນເອງ ເບິ່ງແຍງຕົນ ເອງ ໃຫ້ເປັນຜູ້ມີຄວາມສາມາດ ມີສຸຂະພາບກາຍ ສຸຂະພາບຈິດທີດີ ມີຄຸນນະພາບຊິວິດທີ່ດີ ເພື່ອສ້າງຮາກຖານໃຫ້ເປັນບຸກຄົນທີ່ມີຄວາມສົມບູນ ແລະ ສາມາດສ້າງສຳພັນຕະພາບທີ່ດີກັບບຸກຄົນໃນສັງຄົມໄດ້ຢ່າງລາບລື້ນ.

4.1.2.ການປັບປຸງບຸກຄະລິກກະພາບ

ບຸກຄະລິກກະພາບປະກອບມີ ສ່ວນ ຄື ຮ່າງກາຍ ແລະ ຈິດໃຈການປັບປຸງບຸກຄະລິກກະພາບຈິ່ງຕ້ອງການ ເຮັດໃນ ລັກສະນະຄື ການປັບປຸງບຸກຄະລິກກະພາບພາຍນອກ ແລະ ພາຍໃນ.

1.ການປັບປຸງບຸກຄະລິກກະພາບພາຍນອກ  

ໄດ້ແກ່ສ່ວນປະກອບຕ່າງໆ ຂອງຮ່າງກາຍດ້ານພາຍນອກທີ່ປະກົດໃຫ້ຄົນອື່ນເຫັນໄດ້ ຫລື ສັງເກດໄດ້ມີລາຍລະອຽດດັງນີ້:

1.ຮູບຮ່າງໜ້າຕາ ບໍ່ໄດ້ໝາຍເຖິງຄວາມສວຍງາມ ແຕ່ໝາຍເຖິງຄວາມສະອາດ ປະນິດ ເບິ່ງດີ ທາງດ້ານໜ້າຕາ  ແຂ້ວ ເລັບມື ເລັບຕິນ ສ່ວນຕ່າງໆ ຂອງຮ່າງກາຍສະອາດປະສາຈາກກິ່ນ ປັບປຸງຮູບຮ່າງຊວດຊົງ ໃຫ້ເບິ່ງງາມ ດ້ວຍສິນລະປະຂອງການແຕ່ງກາຍທີ່ເໝາະສົມ.

2.ຮັກສາສຸຂະພາບ  ການຮັກສາສຸຂະພາບໃຫ້ສົມບູນແຂງແຮງ ໂດຍການອອກກຳລັງກາຍ ກິນອາຫານທີ່ມີປະໂຫຍດ ພັກພ່ອນໃຫ້ພຽງພໍ ລ່າເລິງເບີກບານ.

3.ການແຕ່ງກາຍ  ສະອາດຮຽບຮ້ອຍ ເໝາະສົມ ແລະ ສວຍງາມຖືກກາລະເທສະ.

4.ກິລິຍາທ່າທາງ  ການສະແດງອອກທັງສີໜ້າ ແລະ ແວວຕາ ຄວນສ້າງໃນສິ່ງອ່ອນນ້ອມ ສຸພາບອ່ອນໂຍນ ປະຕິບັດກັບຄົນທົ່ວໄປຖືກຕາມກາລະເທສະ ຕ້ອງມີການຝຶກຕົນເອງໃນດ້ານການໃຊ້ສາຍຕາ ດ້ານຄຳເວົ້າທີ່ອ່ອນຫວານ ກິລິຍາທີ່ເໝາະສົມ ປະຕິບັດຕົນຢ່າງລະມັດລະວັງ.

ການປັບປຸງບຸກຄະລິກກະພາບດ້ານນອກທີ່ດີຍ່ອມເປັນສະເໜ່ດືງດູດໃຈໃຫ້ແກ່ຜູ້ພົບເຫັນ ແລະຜູ້ໃກ້ຊິດ ເປັນການເສີມສ້າງມະນຸດສຳພັນໄດ້ດີ.

2.ການປັບປຸງບຸກຄະລິກກະພາບພາຍໃນ 

ແມ່ນການປັບປຸງດ້ານ ນິໃສໃຈຄໍ ຄວາມຮູ້ສືກ ອາລົມອັນເປັນສິ່ງທີ່ຜູ້ອື່ນສັງເກດເຫັນໄດ້ຍາກ ມີດັງນີ້:

1.ການປັບປຸງອາລົມ ຄວາມຮູ້ສືກ ອຸປະນິໃສ   ໃຫ້ມີຈິດໃຈການເບິ່ງໂລກ ແລະຜູ້ອື່ນໃນແງ່ດີບໍ່ອິດສາລິດສະຫຍາ ມີຈິດໃຈສະຫງົບເຢືອກເຢັນ ຄິດຢ່າງມີເຫັດຜົນ ເຂົ້າໃຈຜູ້ອື່ນ ມີຄວາມໝັ້ນໃຈຕົນເອງ ລ່າເລິງແຈ່ມໃສຢູ່ສະເໝີ.

2.ເມື່ອພົບພໍອຸປະສັກບັນຫາຕ່າງໆ ຕ້ອງພະະຍາຍາມແກ້ດ້ວຍສະຕິປັນຍາໝາຍເຖິງຄວາໝັ້ນຄົງໃນອາລົມ ຫລື ວຸດທິພາວະ ອົດກັ້ນ ລະຫງັບຄວາມຄຽດ ຕ້ອງເອົາຊະນະໃຈຕົນເອງ ໃຫ້ອະໄພ ຮູ້ສືກພໍໃຈໃນ ສະພາບຂອງຕົນເອງ ເພື່ອໃຫ້ຈິດໃຈສະຫງົບ ແລະ ເປັນສຸກ.

3.ສ້າງຈິດໃຈໃຫ້ດີງາມ ມີຄວາມເມດຕາ ຊື່ສັດ ໝາຍເຖິງການໃຫ້ຄວາມຮັກແກ່ຄົນອື່ນ ມີຈິດໃຈກວ້າງ ເຂົ້າໃຈຄົນອື່ນ ຕັ້ງເປົ້າໝາຍອັນດີໃນຊິວິດ ແລະ ມີການປັບປຸງຕົນເອງເປັນປະຈຳ ແລະ ສະແດງອອກເໝາະສົມ ຄ້ອງແຄ້ວວ່ອງໄວ  ສ້າງຄວາມປະທັບໃຈໃຫ້ແກ່ຜູ້ພົບເຫັນ.

ການປັບປຸງບຸກຄະລິກກະພາບພາຍໃນ ແລະ ພາຍນອກນີ້ ແມ່ນຈະຊ່ອຍສ້າງຄວາມສົມບູນໃຫ້ກັບຕົນເອງ.

ລັກສະນະບຸກຄະລິກກະພາບທີດີ:

1.ຄວາມລ່າເລິງ ແຈ່ມໃສ ສົດຊື່ນ.

2.ຄວາມປະນິດ ຮຽບຮ້ອຍ.

3.ຄວາມເປັນມິດ           .

4.ຄວາມເພິ່ງພໍໃຈ.

5.ຄວາມເອື້ອເພື້ອ ຊ່ອຍເຫລືອຜູ້ອື່ນ.

6.ຄວາມບໍ່ເຫັນແກ່ຕົນ.

7.ການມີອາລົມດີ.

8.ຄວາມຮອບຄອບ ລະມັດລະວັງ  ໄຄຄວັນ ໄຕ່ຕອງ.

9.ຄວາມມານະອົດທົນ ຈິດໃຈໝັ້ນຄົງ.

ລັກສະນະບຸກຄະລິກກະພາບທີບໍ່ດີ ອັນນີ້ເປັນຂໍ້ບົກຜ່ອງທີ່ຄວນໄດ້ຮັບການແກ້ໄຂ: 

1.ການຂາດໃນການສັງເກດການ.

2.ການມີນິໃສຊ້າ ນັດອິກນັດແລ້ວ.

3.ບໍ່ມັກເຮັດວຽກ.

4.ຂາດຄວາມຄິດລິເລີ່ມ.

5.ຂາດຄວາມລະມັດລະວັງ.

6.ຂາດຄວາມສາມາດໃນການເຮັດວຽກ.

7.ບໍ່ມັກສະແດງອອກ.

8.ບໍ່ປັບປຸງຕົນເອງດີຂື້ນ.

ສະຫລຸບແລ້ວ  ການປັບປຸງຕົນເອງບຸກຄະລິກກະພາບແມ່ນຊ່ອຍໃຫ້ເຮົາມີຄວາມພາກພູມໃຈ ເຊື່ອໝັ້ນໃນຕົນເອງ ເຫັນຄຸນຄ່າຂອງຕົນເອງ ເປັນການຊ່ອຍໃຫ້ເຮົາເຂົ້າໃຈຜູ້ອື່ນ ຍອມຮັບ ໃຫ້ຄວາມສົນໃຈ ແລະ ເຫັນ ຄຸນຄ່າຂອງຜູ້ອື່ນເໝືອນກັນ.

ວິທີການແກ້ໄຂຕ້ອງ:

1.ເປັນຄົນມັກຮ່ວມມືກັບຄົນອື່ນ.

2.ເປັນຕົວຕົນຂອງຕົນເອງ.

3.ຫາຄຳແນະນຳຈາກຜູ້ຮູ້.

4.ເຮັດໄປເລື້ອຍໆ ຈົນວ່າມັນຖືກຕ້ອງ.

5.ກວດສອບໃນດ້ານຄວາມກ້າວໜ້າຂອງຕົນເອງ.

ວິທີການເສິມສ້າງ:

ໃນຫລັກການເສີມສ້າງບຸກຄະລິກລັກສະນະທີ່ຕ້ອງອາໃສການຝືກຝົນ ການ ປັບປຸງກິລິຍາ ແລະ ລັກສະນະຕ່າງໆ ມີດັ່ງນີ້:

1.ການເບິ່ງ  ຄວນໃຊ້ສາຍຕາເບິ່ງດ້ວຍຄວາມຮັກ ເມດຕາ ປານີ ຈິງໃຈ ຢ່າເບິ່ງດ້ວຍຄວາມ ກຽດຊັງ ອັນເປັນດູຖຸກຢຽບຫຍາມ ເພາະວ່າດວງຕາຂອງຄົນເຮົາປຽບເໝືອນໜ້າຕ່າງຂອງຫົວໃຈ ຄົນອື່ນຍ່ອມຮັບ ຮູ້ໄດ້ເຖິງຄວາມຮູ້ສືກທີສະແດງອອກມາ ສະນັ້ນເຮົາຄວນປະຕິບັດໃຫ້ຖືກຕ້ອງ.

2.ການແຕ່ງກາຍ  ຕ້ອງສະອາດຮຽບຮ້ອຍ ເໝາະສົມກັບຮູບຮ່າງຂອງຕົນເອງ ນິໃສໃຈຄໍທ່າທາງ ແລະກາລະເທສະ ຕ້ອງປັບປຸງຕົນເອງໃຫ້ດີຂື້ນ ບໍ່ຫລາຍ ແລະ ບໍ່ໜ້ອຍເກີນໄປ.

3.ການເວົ້າ  ແມ່ນເປັນສິ່ງສຳຄັນທິ່ສຸດອີກ ຕ້ອງເວົ້າດ້ວຍຄຳທີ່ສຸພາບ ມ່ວນ ອ່ອນຫວານ ໃຊ້ຄຳເວົ້າທີ່ເປັນປະໂຫຍດ ມີເຫດຜົນ ມີສິລະປະໃນການເວົ້າ ເພື່ອໃຫ້ເຂົ້າກັບຄົນໄດ້ທຸກລະດັບ.

4.ການຢ່າງ  ຕ້ອງຍ່າງ ໃນທ່າສະຫງ່າຜ່າເຜີຍ ລະມັດລະວັງ ບໍ່ໃຫ້ເສຍບຸກຄະລິກ ແລະ ລົບກວນ.

5.ການສະແດງທ່າທາງ ມີການຝືກແອບທ່າທາງໂດຍການສ່ອງແວ່ນເປັນປະຈຳ ຫລຶ ສອບຖາມ ຈາກຄົນໃກ້ຊິດເຮົາ ພະຍາຍາມເຮັດໃຫ້ເປັນທຳມະຊາດ ມີການດັດແປງບໍ່ນ້ອຍ ແລະ ກະບໍ່ຫລາຍເກີນໄປ.

6.ຮູບແບບໃນການເຮັດວຽກ ຄວນຝືກມີການສຳນານໃນວຽກງານຂອງຕົນຈົນເກີດການຄອງ.

7.ສຸຂະພາບ ສຸຂະພາບຕ້ອງແຂງແຮງ ແລະ ສົມບູນສະເໝີ.                

3.ການປະເມີນບຸກຄະລີກໂຕເອງ

          ກ່ອນອື່ນຕ້ອງປະເມີນບຸກຄະລີກຂອງຕົວເອງກ່ອນໂດຍການປະເມີນໃນຂໍ້ດີ ແລະ ຂໍ້ບົກຜ່ອງ ຂອງຕົນເອງສາກ່ອນ ການປະເມີນແມ່ນເປັນເລື້ອງຍາກ ເພາະຄົນເຮົາສ່ວນໃຫຍ່ແມ່ນຊິນເຄີຍກັບຮູບຮ້າງ ການແຕ່ງກາຍ ນິໄສແລະ ອື່ນໆ...ສິ່ງເລົ່ານັ້ນອາດເຮັດໃຫ້ຄົນເຮົາເບິ່ງບໍ່ເຫັນຈຸດບົກຜ່ອງຕົນເອງ ການປະເມີນໂຕເອງໄດ້ນັ້ນຄວນເບິ່ງເທື່ອລະໜ່ອຍ ແລະ ແນວລະຢ່າງ ໂດຍໃຈທ່ຽງທຳບໍ່ຫຼອກຕົນເອງ ຫຼື ພິຈາລະນາຈາກຄຳເວົ້າຂອງຄົນລອບຂ້າງຕົນເອງ ຖ້າເປັນສິ່ງທີ່ດີ ແລະ ອັນໜ້າພູມໃຈເຮົາຕ້ອງຮັກສາມັນເອົາໄວ້ ຖ້າເປັນຂໍ້ບົກຜ່ອງຍິ່ງຕ້ອງຮັບເອົາມາພິຈາລະນາ  ເຖີງແມ່ນບັນຫາຈະກະທົບກະເທືອນຕໍ່ສະພາບຈິດໃຈກໍ່ຕາມ ຖ້າເຮົາບໍ່ຍອມຮັບໃນຄວາມຈິງແລ້ວ ກໍ່ບໍ່ສາມາດປັບ ປຸງຕົວເອງໄດ້ເລີຍ ນອອກຈາກນີ້ແລ້ວເຮົາຍັງສາມາດສັງເກດບຸກຄະລີກຂອງຜູ້ອື່ນບໍ່ປາດຖະໜາເຊັ່ນ ມັກຈົມ ມັກສະແດງຕົວເອງເກີນຕົວ ເວົ້າຈາແຂ່ງກະດ້າງ ດູຖຸກ.

ເຮົາຕ້ອງບໍ່ໃຫ້ອັນແບບນີ້ເກິດຂື້ນກັບຕົນເຮົາເອງບຸກຄົນທີ່ຈະມີບຸກຄະລີກກະພາບໄດ້ດີນັ້ນ ລ້ວນແຕ່ພື້ນຖານໃນການສຳລວດ  ຫຼື ມີແນວຄິດມັກວິຈານ ແລະ ປຽບທຽບລະຫວ່າງຕົນເອງກັບຄົນອື່ນໆ ຢູ່ສະເໝິເປັນຕົ້ນວ່າ   ການເຄືອນໄຫວ  ການສະແດງອອກທາງດ້ານສີໜ້າ ແລະ ຕາ ການແຕ່ງກາຍ ການເວົ້າຈາກິລິຍາ ແລະ ທ່າທາງໃນບັນຫາອື່ນໆ ໃນຕົວເຮົາ ແລະ ຄົນອື່ນ  ເພື່ອເນັ້້ນໜັກເຖີງຄວາມສຳຄັນໃນການປັບປຸງບຸກຄະລີກກະພາບ ແລະ ປະເມີນຕົນເອງໃນຂໍ້ດີ ແລະ ຂໍ້ເສຍ ແລ້ວຈາກນັ້ນ ຄວນສຶກສາຫາວິທີີ່່ປັບປຸງຂໍ້ບົກຜ່ອງດ້ວຍວິທີ່ການ  ທີ່ມີປະສິດທີພາບ ແລະ ປະຕິບັດດ້ວຍຄວາມມຸ້ງໝັ້ນຈີງຈັງ ແລະ ສະໝຳສະເໝິ.

4.ຄວາມຮູ້ ແລະ ຄວາມສາມາດ.

ເມື່ອມີບຸກຄະລີກທີ່ດີ ການແຕງກາຍສຸພາບດີແລ້ວຄວາມຮູ້ຄວາມສາມາດກໍ່ແມ່ນສ່ວນໜຶ່ງທີ່ເຮັດໃຫ້ຄົນເຮົາໄດ້ຮັບການຍົກຍົກຍ້ອງນັບຖືແຕ່ຕ່າງກັນ  ການສືກສາຫາຄວາມຮູ້ໃຫ້ແກ້ຕົນເອງແມ່ນມີຄວາມຈຳເປັນສຳລັຄົນມີຄວາມຮູ້ຫຼາຍ ແລະ ຮູ້ຫຼາຍດ້ານກໍ່ສາມາດ ດຳລົງຊີວິດໄດ້ດີກ່ວາ ຄົນມີຄວາມຮູ້ໜ້ອຍ ເພາະສາມາດປັບຕົວເຂົ້າກັບສີ່ງແວດລ້ອມໄດ້ໄວ ແລະ ໄດ້ດີກ່ວາ ໂດຍສະເພາະໃນໜ້າທີ່ການງານຕ້ອງໄດ້ສຶກສາຫາຄວາມຮູ້ເຕັກໂນໂລຊີໃໝ່ໆ  ທີທັນສະໄໝ ເພື່ອທີ່ຈະນຳມາປັບແກ້ໄຂວຽກງານໃຫ້ດີຂື້ນ.

ການມັກອ່ານໜັງສືໃຫ້ຫຼາຍໆ  ຟັງວິທະຍຸ ຟັງຂ່າວບົດຄວາມປາຖະກາຖາ  ແລະ ເກັບສິ່ງທີ່ໄດ້ຟັງ ໄດ້ອ່ານມາກັນຕອງແລ້ວ  ປັບປຸງຕໍ່ເຕີມໃຫ້ເປັນຄວາມຄິດຂອງຕົນເອງ ເພື່ອຈະຊ່ວຍເປັນແນວທາງ ຫຼື ເພີມເຕີມໃນເລື້ອງເຮົາຈະເວົ້າ ຫຼື ການສົນທະນາເປັນຕົ້ນ. 

ຄວາມຮູ້ຄວາມສາມາດມັກຈະໄດ້ຍິນຄູ່ກັນສະເໝີຄວາມສາມາດແມ່ນສິ່ງຈຳເປັນຕ້ອງສ້າງຂື້່ນມາດ້ວຍ  ຕົນເອງບາງຄົນມີຄວາມຮູ້ທີ່ໄດ້ຈາກການສຶກສາຄົ້ນຄົ້ວຈົບຈາກສະຖາບັນມາ  ພ້ອມກັນນັ້ນກໍ່ສາມາດນຳມາໃຊ້ການເຮັດວຽກ ເຮັດໃຫ້ວຽກງານມີຄວາມກ້າວໜ້າ ແລະໄດ້ຮັບຜົນສຳເລັດ ບາງຄົນມີຄວາມຮູ້ໜ້ອຍ ແຕ່ສາມາດປະຕິບັດວຽກງານທີ່ໄດ້ມອບໝາຍໃຫ້ປະສົບຜົນສຳເລັດດັ່ງທີ່ຕັ້ງໃຈໃວ້   ຄວາມສາມາມາດຈິງຢູ່ທີ່ການນຳເອົາຄວາມ ຮູ້ທັງ ຫຼາຍທີ່ມີຢູ່  ມາພັດທະນາ ແລະນຳໃຊ້ເຂົ້າໃນການປະຕີບັດວຽກງານໃນຊີວິດຕົວຈິງໄດ້ດີພຽງໃດຍັ້ນ ມັນເປັນສິລະປະຢ່າງໜຶ່ງທີ່ທຸກຄົນອາດຮຽນຮູ້ໄດ້ເທົ່າໆກັນ ແຕ່ການນຳເອົາໄປປະຕິບັດນັ້ນໄດ້ບໍ່ຄືກັນ ການທີ່ນຳໃຊ້ຮູ້ໃຫ້ເກິດປະໂຫຍດຕໍ່ວຽກງານ ແລະ ສັງຄົມນັ້ນຄືຄວາມສາມາດ.

5.ການປະພຶດ ແລະ ທັດສະນະຄະຕິ       

ຄວາມປະພືດນັ້ນເປັນເລື້ອງຂອງກາຍ ວາຈາ ໃຈ  ທຸກຄົນຢາກຄົບຫາທີ່ມີຄວາມປະພຶດດີ ມີຄວາມອ່ອນນ້ອມຖອມຕົວ ບໍ່ຍົກຕົວຂົ່ມເພີນ   ຄົງຈະບໍ່ໃຜທີ່ຈະຄົບກັບຄົນທີ່ມີການປະພຶດຊົ່ວ  ເພາະເຮັດຕົນເອງຖືກຕຳນິຕິຕຽນເປັນທີ່ບໍ່ນິຍົມຊົມຊອບຂອງສັງຄົມ ຄົນຜູ້ທີ່ມີການເວົ້າຈາອ່ອນຫວານມ່ວນຫູ ມິກິລິຍາມາລະຍາດດີແມ່ນເກິດຈາກຈິດໃຈທີ່ສູພາບຮຽນຮ້ອຍ ມີສິນລະທຳ  ການແກ້ງເຮັດຍ່ອມຈະເຮັດໄດ້ບໍ່ດົນ ຕ້ອງສຸດຈະລິດ ທາງກາຍວາຈາໃຈ ຖ້າໃຈສະບາຍກໍ່ສະແດງອອກໃນດ້ານຄຳເວົ້າທີ່່ມ່ວນຫູສຸພາບ ຖ້າໃຈບໍ່ດີ ຫຼື ໃຈໂມໂຫກໍ່ສະແດງກິລິຍາບໍ່ດີອອກມາ ອາດຈະກະທົບກະແທກຕໍ່ຜູ້ທີ່ຢູ່ອ້ອມຂ້າງ.

ສະນັ້ນ ເພື່ອໃຫ້ເກິດຄວາມສຳພັນທີ່ດີຈະຕ້ອງໄດ້ຝືກຜົນຕົນເອງທາງກາຍ ແລະ ວາຈາໃຈ ຝືກຫັດການເວົ້າຈາເປັນອັນທຳອິດ  ສ່ວນໃຈນັ້ນບາງເທື່ອອາດຈະຕ້ອງໄດ້ໃຊ້ເວລາດົນນານພໍສົມຄວນ  ເພື່ອຈະໄດ້ທຳໃຈ ແລະກໍ່ຕ້ອງຫັດລະງັບໃວ້ໃຫ້ໄດ້ຜູ້ອື່ນໆເບິ່ງເຫັນເຮົາເລື້ອງກິລິຍາມາລະຍາດກໍ່ເປັນເລື້ອງສຳຄັນຕ້ອງສູພາບອ່ອນນ້ອມ ຮູ້ຈັກກະລະເທສະ ໜ້າຕາຕ້ອງໃຫ້ຍິ້ມແຍ້ມແຈ່ມໃສໃວ້ ແລະ ໃຫ້ຈືຄຳວ່າ  ນ້ຳຂູ່ນໃວ້ທາງໃນ ນ້ຳໃສໃວ້ນອກ  

ສະຫຼຸບຄື  ຕ້ອງສະແດງກລິຍາໃຫ້ສູພາບຮຽບຮ້ອຍຕໍ່ກັບທຸກຄົນ ບໍ່ວ່າກັບຜູ້ນ້ອຍ ຫຼື ຜູ້ໃຫຍ່  ການເວ້າຈາຕ້ອງໃຫ້ສູພາບ ແລະນຸ້ມນວນ  ເວລາເວົ້າກັບຜູ້ນ້ອຍບໍ່ຈຳເປັນຕ້ອງໃຊ້ສຽງຂົ່ມຂູ່ ສະແດງອຳນາດມີທັດສະນະອະຄະຕິ

4.2.ຄຸນນະທັມພື້ນຖານມະນຸດສຳພັນ

ພຸດທະສາດສະໜາມີຫຼັກການໃນການສອນໃຫ້ຄົນເປັນຄົນດີ ມີຄຸນນະທຳ ມີມະນຸດສຳພັນດ້ວຍການປະພືດຫຼັກທັມ ທຸດຈະຣິດ ຄຳວ່າທຸດຈະລິດ ໝາຍເຖິງການປະພືດບໍ່ດີ ໃນທາງໃດທາງໜຶ່ງມີດັ່ງນີ້:

1.ທຸດຈາຣິດທາງກາຍ  

  • ຂ້າສັດຕັດຊີວິດ ( ໝາຍເຖິງສັດຈະທັມ ຄວາມດີ  ຄວາມງາມຂອງຕົນເອງ ແລະ ຄົນອື່ນໆ ).
  • ລັກຊັບ ຫຼື ຂີ້ຕວະຕໍ່ຕົນເອງ ແລະ ຜູ້ອື່ນ.
  • ປະພືດຜິດໃນກາມມະລົມ (ໝາຍເຖິງ ກາມມະລົມກັບຄັນມີເຈົ້າຂອງ ແລະ ຜິດຕໍ່ກົດຂໍ້ຫ້າມຂອງສັງຄົມ).

2.ທຸດຈາຣິດທາງວາຈາ

  • ເວົ້າເລື້ອງບໍ່ເປັນຈິງ ເຮັດໃຫ້ຄົນອື່ນເກີດຄວາມເສຍຫາຍ.
  • ເວົ້າສຽດສີ  ສັບຊໍໃຫ້ເກີດການແຕກແຍກຄວາມສາມັກຄີ.
  • ໃຊ້ຄຳເວົ້າທີ່ແຂ່ງກະດ້າງ ຫຍາບຄາຍ ເປັນການທຳລາຍຄວາມຈິງໃຈຂອງຄົນອື່ນ.

3.ທຸດຈາຣິດທາງໃຈ

  • ຄິດໂລບຢາກໄດ້ຂອງຜູ້ອື່ນມາເປັນຂອງຕົນ.
  • ຄິດບຽດບຽນປອງຮ້າຍຜູ້ອື່ນ.
  • ຄິດຜິດທຳນອງຄອງທັມ  (ອັນບໍ່ເປັນສາລະ ຂາດເຫດຜົນ).

ຄຳສັງສອນສຳລັບສັງຄົມ   ຄຳວ່າ ສັງຄົມ ໝາຍເຖີງກຸ່ມຄົນທີ່ລວມກັນຕັ້ງແຕ່ 2 ຄົນຂື່ນໄປ  ການຢູ່ຮ່ວມກັນໃນສັງຄົມນີ້ ຍ່ອມມີບັນຫາທີ່ເກີດຂື້ນຢູ່ສະເໝິເຊັ່ນ  ການກະທົບກະທັ້ງກັນ ດ້ວຍກາຍ ວາຈາໃຈ ການບຽດ ບຽນກັນ  ສັງຄົມໃດກໍ່ຕາມຖ້າຫາກມີການບຽດບຽນກັນ ສັງຄົມນັ້ນກໍ່ຈະຫາຄວາມສະຫງົບສຸກບໍ່ໄດ້ ການປະຕິບັດໃຫ້ຢູ່ຮ່ວມກັນໃນສັງຄົມໄດ້ຢ່າງລາບລື່ນມີຄວາມສຸກ ແລະ ເກີດຄວາມສຳພັນດີນັ້ນ  ພະພຸດທະເຈົ້າໄດ້ໃຫ້ຫຼັກທັມທີ່ເປັນຫຼັກໃນການສຳພັນຂອງສັງຄົມເປັນຫຼັກທັມທີ່ໃຊ້ປະຕິບັດຕໍ່ກັນມາ ເພື່ອໃຫ້ມິມະນຸດສຳພັນຕໍ່ກັນມີດັ່ງນີ້:

ສັງຄະວັດຖຸ  ໝາຍເຖິງ ວັດຖຸ ສິ່ງຂອງ ຫລື ສິ່ງທີຄວນອານຸເຄາະຊ່ອຍເຫລືອກັນ ແລະ ກັນ.

1.ການໃຫ້  ໝ​າຍເຖິງການໃຫ້ສິ່ງຂອງແກ່ຜູ້ອື່ນ ຖືວ່າເປັນຫຼັກສຳຄັນເບື້ອງຕົ້ນ ເພາະການຜູກໃຈກັນນັ້ນຕ້ອງອາໃສການໃຫ້ເປັນເບື້ອງຕົນ  ການໃຫ້ເປັນການສະແດງອອກຂອງໄມ້ຕີຈິດຂອງຜູ້ໃຫ້  ຜູ້ຮັບຍ່ອມພໍໃຈ ການເອື້ອເຟື້ອແພຕໍ່ກັນນັ້ນ ເປັນຄວາມອົບອຸ່ນຂອງຊີວິດ  ສະນັ້ນຈົງເອື້ອເຟື້ອຕໍ່ກັບໝູ່ເພື່ອນມິດຕະພາບເຊັ່ນ ການແບ່ງ ປັນ ເຄື່ອງຂອງ ອາຫານໃຫ້ກັບຜູ້ທີ່ມີຄວາມຂັດສົນ  ເມື່ອເຂົາເຈົ້າເອີ່ຍປາກຂໍຄວາມຊ່ວຍເຫຼືອ ກໍ່ຄວນໃຫ້ຕາມສະ ພາບ ເມື່ອເພື່ອນບ້ານມີງານບຸນກໍ່ເສຍສະລະເວລາໄປຮ່ວມ.

2.ການໃຫ້ວາຈາ  ໝາຍເຖິງການເວົ້າຈາດ້ວຍຖ້ອຍຄຳທີ່ສຸພາບ ອ່ອນຫວານ ເປັນຫຼັກສຳຄັນ  ຮອງລົງມາຈາກການໃຫ້ ການນຳໃຊ້ຄຳເວົ້າທີ່ອ່ອນຫວານແມ່ນຊ່ວຍຖ່ວງດືງຄຳເວົ້າທີ່ມ່ວນຫູຕໍ່ກັນທັກທາຍ ກັບເພືອນສະ ຫາຍ ແລະ ຜູ້ມາຕິດຕໍ່ສື່ສານນຳ.

3.ສ້າງຕົນເອງເປັນປະໂຫຍດຕໍ່ຜູ້ອື່ນແລະສັງຄົມໝາຍຄວາມວ່າເມື່ອມີງານໃດໆທີ່ຄົນອື່ນຂໍຄວາມຊ່ວຍເຫຼືອ

4.ປະຕິບັດຕົນສະໝຳສະເໝີກັບຄົນອື່ນ  ໝາຍຄວາມວ່າວາງຕົວໃຫ້ເໝາະສົມ ບໍ່ຖືຕົວ ບໍ່ດູມິ່ນປະມາດ ບໍ່ເປັນຄົນຍົກຕົນຂົ່ມເພີ່ນ ເມືອເປັນຜູ້ໃຫຍ່ມີຊັ່ນຕ່ຳແໜງກໍໍໍໍໍໍໍ່ບໍ່ຄວນໃຊ້ອຳນາດ ຫຼື ໜ້າທີມາຂົ່ມຂູ່ຜູ້ນ້ອຍ ຖ້າເປັນຜູ້ນ້ອຍກໍ່ຕ້ອງໃຫ້ຄວາມເຄົາລົບນັບຖື ອ່ອນນ້ອມຕໍ່ຜູ້ໃຫຍ່ຕາມຄວາມເໝາະສົມ.

 4.ຫລັກທີ່ຄວນເຄົາລົບ

1.ພຣະພຸດ (ພຣະສາດສະດາເອກ).

2.ພຣະທັມ (ຄໍາສອນໃນສາດສະໜາ).

3.ພຣະສົງ (ສາວົກຜູ້ສືບທອດຜູ້ເຜີຍແຜ່).

4.ພໍ່ແມ່ (ຜູ້ໃຫ້ກຳເນິດ ແລະ ໃຫ້ເກີດ)

5.ການສຶກສາ.

6.ຄວາມບໍ່ປະໝາດ .

7.ການປະຕິສັນຖານຕ້ອນຮັບ.

5.ທັມເຮັດໃຫ້ຜູ້ໃຫຍ່ໝັ້ນຄົງໃນໜ້າທີ່

1.ເມດຕາ (ໃຫ້ຄວາມຮັກ ຄວາມອົບອຸ່ນຕໍ່ຜູ້ດ້ອຍ).

2.ກະຣຸນາ (ສົງສານຕໍ່ຜູ່ດ້ອຍກວ່າ ຂາດໂອກາດ).

3.ມຸທິຕາ (ສ້າງຄວາມອ່ອນນອມຖອມຕົນຢູ່ສະເໝີ).

4.ອຸເປກຂາ (ວາງຕົວເອງເປັນກາງໃນເມື່ອ ເຫັນວ່າຕົນເອງຍັງບໍ່ພ້ອມໃນດ້ານໃດດ້ານໜຶ່ງ).

6.ທັມເຮັດໃຫ້ຜູ້ໃຫຍ່ເສື່ອມອໍານາດ

1.ເສື່ອມເພາະຮັກກັນ (ຄວາມໃກ້ຊິດ ລື່ງເຄີຍ  ຄວາມຜຸກພັນ).

2.ເສື່ອມເພາະຊັງກັນ (ຄວາມຄິດເຫັນບໍ່ກົງກັນ ຕ້ານແນວທາງຂອງຕົນ).

3.ເສື່ອມເພາະບໍ່ຮູ້  (ໂງ່ ບໍ່ຮູ້ຈັກວຽກ).

4.ເສື່ອມເພາະຢ້ານ (ບໍ່ເປັນຕົວເອງ ໃຫ້ຜູ້ອື່ນຈູງດັງ).

7.ຈະຣິຍະທຳໃນອາຊິບ.

ການປະກອບອາຊິບວຽກເຮັດໃດໜຶ່ງມັນເປັນວຽກໜຶ່ງທີ່ມີຄວາມມຸ້ງໝາຍໃນການບໍລິການສັງຄົມ ຜູ້ປະກອບວຽກນັ້ນຄວນມີຈັນຍາບັນ ຫລື ຈະຣິຍະທຳໃນອາຊິບ ບຸກຄົນທີ່ປະກອບອາຊິບນັ້ນ ຄວນຮູ້ເຖິງເປົ້າໝາຍຂອງອາຊິບ ແລະ ວິຖີຊີວິດຂອງອາຊິບຕົນ ແລະ ຢືດຖືຈະຣິຍະທຳ ຫຼື ຈັນຍາບັນທີ່ສອດຄ່ອງກັບອາຊິບຂອງຕົນ ເຊັ່ນ:

1.ຈະຣິຍະທຳ ຫຼື ຈັນຍາບັນຂອງຄູ.

ເປົ້າໝາຍຂອງການເປັນຄູຄື:

  • ເພື່ອຄົ້ນຫາຄວາມຮູ້ເພິ່ມເຕີມ.
  • ເພື່ອບໍລິການສັງຄົມ ໃນການສ້າງຄຸນນະພາບຂອງເຍົາວະຊົນ.

ຄູຈິງຄວນປະຕິບັດຕົນເປັນແບບຢ່າງທີ່ດີ ມີເມດຕາທຳ ມີໄມຕຣີຈິດ ຫຼີກເວັ້ນອະບາຍຍະມຸກຮັບຜິດຊອບໃນການໃຫ້ຄວາມຮູ້ ແລະ ການພັດທະນາບຸກຄະລິກກະພາບຂອງນັກຮຽນ.

2.ຈະຮິຍະທຳຂອງແພດ.

ເປົ້າໝາຍຂອງການເປັນແພດຄື:

  • ເພື່ອບໍລິການສັງຄົມໃນດ້ານສຸຂະພາບອະນາໄມ.
  • ເພື່ອສ້າງບຸກຄະລິກກະພາບຂອງຕົນໃນການຮັກສາພະຍາບານ.

ແພດໝໍຈິ່ງຄວນປະຕິບັດຕົນຄົ້ນຄວ້າຫາຄວາມຮູ້ໃນການຮັກສາພະຍາບານ ການຕໍອາຍຸຂອງຄົນໄຂ້ຊ່ອຍໃຫ້ ຜູ້ປ່ວຍມີສຸຂະພາບດີ ເຫັນຄຸນຄ່າຂອງຊີວິດເໜືອວັດຖຸ ແລະ ຜົນປະໂຫຍດໃດໆ ຮັກສາຄວາມຫຼັບຂອງຜູ້ປ່ວຍ ແລະ ຮັກສາຜູ້ປ່ວຍບໍ່ຫວັງສິ່ງຕອບແທນ.

8.ທັມມາພິບານ.

ທຳມາພິບານ (Good Governance)  ໝາຍເຖິງ ການປົກຄອງປະເທດ ການບໍລິຫານໂດຍລັດທີ່ມີ ຄວາມຖືກຕ້ອງ ມີປະສິດທິພາບ ມີຄວາມທ່ຽງທຳ ເພື່ອປະໂຫຍດສ່ວນຮ່ວມ “ ທັມມາທິປະໄຕ ໝາຍເຖິງການປົກ ຄອງທີດີ ຖືເອົາຄວາມຖືກຕ້ອງເປັນຫລັກ 

ລັກສະນະຂອງທຳມາພິບານ:

1.ເປັນລະບອບທຳມານິຍົມ ບໍ່ແມ່ນອຳນາດນິຍົມ ໃຊ້ຫລັກສິນລະທຳ ແລະ ຈິດໃຈໃນການປົກຄອງ.

2.ຖືທຳເປັນຈຸດໝາຍສູງສຸດ ບໍ່ແມ່ນເສລີພາບ.

3.ຫລັກອຳນາດອະທິປະໄຕ ບໍ່ຢູ່ພາຍໃຕ້ອຳນາດຂອງອົງການໃດ.

4.ກົດໝາຍຕ້ອງສອດຄ່ອງກັບທຳມະ

5.ຜູ້ປົກຄອງລັດ ຄື ຜູ້ຈັດການເປັນການຮ່ວມກັນເຮັດວຽກ ຜູ້ປົກຄອງເປັນພຽງຜູ້ຮັບຜິດຊອບຈັດການ.

6.ມຸງຫວັງສ້າງຄົນໃຫ້ມີຄຸນນະທຳ ຄວາມດີ.

9.ບັນສັດພິິບານ.

ບັນສັດພິບານ ( Good Corporate ) Corporate Governance ໝາຍເຖິງວິທີທາງແຫ່ງການດຳລົງຢູ່ຂອງບໍລິສັດ ຫຼື ອົງກອນທຸລະກິດ ເພື່ອໄປສູ່ເປົ້າໝາຍທີ່ຕ້ອງການ ເພື່ອການຂະ;ຍາຍໂຕທີ່ຢັ້ງຢືນ ແລະ ມີຄວາມສຸກ ເພື່ອປະໂຫຍດຂອງທຸກຝ່າຍ.

ບັນສັດພິບານ ຖືຫລັກຄວາມໂປ່ງໃສ ເປັນທຳ ເປີດເຜີຍຂໍ້ມູນໄດ້ ສາມາດກວດສອບຂໍ້ມູນໄດ້ ຈຸດເນັ້ນຢູ່ທີ່ການເສີມສ້າງຈິດສຳນຶກ ອຸດົມການ ແລະ ຫລັກການໃນການຕັດສິນໃຈຂອງຜູ້ບໍລິຫານ.

ຫຼັກບັນສັດພິບານ:

1.ຄວາມສຳນຶກໃນໜ້າທີ (Accountability) ໝາຍເຖິງຫລັກຄວາມສຳນຶກຮັບຜິດຊອບຕໍ່ການຕັດສິນໃຈ ແລະ ການການທຳຂອງຕົນທີ່ສາ ມາດຊີ້ແຈ້ງ ອະທີບາຍໄດ້.

2.ຄວາມຮັບຜິດຊອບ (Responsibility) ໝາຍເຖິງ ຫລັກຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ດ້ວຍຂິດຄວາມສາມາດ ແລະ ປະສິດທິພາບສູງສຸດ.

3.ການປະຕິບັດຕໍ່ຜູ້ມີສ່ວນກ່ຽວຂ້ອງຢ່າງສະເໝີພາກ (Equitable Treatment) ໝາຍເຖິງ ຫຼັກການ

4.ຄວາມໂປ່ງໃສ (Transparency) ໝາຍເຖິງ ມີຄວາມໂປ່ງໃສໃນການດຳເນີນວຽກງານ ທີ່ສາມາດກວດສອບໄດ້ ແລະ ມີການການເປີດເຜີຍຂໍ້ມູນຢ່າງໂປ່ງໃສແກ່ຜູ້ທີ່ກ່ຽວຂ້ອງທຸກຝ່າຍ.

5.ການສ້າງຄຸນຄ່າຂອງທຸລະກິດໃນໄລຍະຍາວ (Vision to Creat long Value) ໝາຍເຖິງ ການມີວິໃສທັດໃນການສ້າງຄຸນຄ່າແກ່ອົງກອນ ແລະ ການສ້າງມູນຄ່າເພີ່ມແກ່ກິດຈະການໃນໄລຍະຍາວ.

6.ມຸ່ງສູ່ຄວາມເປັນເລິດ (Excellency) ແລະ ຫລັກຈະຣິຍະທຳ (Ethics) ໝາຍເຖິງ ການມີຈະຣິຍະທຳ ແລະ ຈັນຍາບັນໃນການປະກອບທຸລະກິດ ມີຄວາມຮັບຜິດຊອບຕໍ່ລູກຄ້າ ແລະ ຜູ້ບໍລິໂພກ ຮັບຜິດຊອບຕໍ່ພະນັກງານ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

ການສ້າງສັກກະຍະພາບໃນການແຂ່ງຂັນໃຫ້ແກ່ທຸລະກິດ ສົ່ງເສິມການປະຕິບັດເປັນເລິດແກ່ບຸກຄະລາ ກອນທຸກຝ່າຍ ແລະ ສົ່ງເສິມໃຫ້ການປະຕິບັດວຽກງານທຸກດ້ານມຸ່ງສູ່ຄວາມສົມບູນແບບ.

ຈະເຫັນໄດ້ວ່າ ຈະຣິຍະທຳ ເປັນຫລັກໃນການພັດທະນາຊີວິດໃຫ້ໄປສູ່ຄວາມຈະເລີນກ້າວໜ້າ ງອກງາມ ບັນລຸສ່ຈຸດມຸ້ງໝາຍ ແລະ ຄວາມສຳເລັດໃນຊີວິດສົມບູນຢັ້ງຍືນຍົງ ຂະຈັດບັນຫາຄວາມທຸກຍາກເດືອດຮ້ອນ ຄວາມຂັດແຍ້ງບຽດບຽນ ເອົາລັດເອົາປຽບເຊິ່ງກັນ ແລະ ກັນໃນສັງຄົມ ສ້າງສັນສັງຄົມໃຫ້ມີຄວາມສຸກ ສ້າງຄວາມສຳພັນອັນດີໃຫ້ເກິດຂື້ນໃນສັງຄົມ ກໍ່ໃຫ້ເກິດມະນຸດສຳພັນໃນສັງສັງຄົມ ແລະ ໃນໂລກປັດຈຸບັນ.

ຄຳຖາມ

1.ການພັດທະນາຕົນເອງ ໝາຍເຖິງຫຍັງ ?  ແລະ ມີຫຍັງແດ່?

2.ການປັບປຸງບຸກຄະລິກກະພາບພາຍນອກ   ປັບປຸງດ້ານໃດ ? ມີຫຍັງແດ່ ?

3.ການປັບປຸງບຸກຄະລິກກະພາບພາຍໃນ  ປັບປຸງດ້ານໃດ ? ມີຫຍັງແດ່ ?

4.ຫລັກສັດຈະທຳທີຜູໃຫຍ່ໝັ້ນຄົງ ແລະ ເສື່ອມລົງໄປນັ້ນ ມີຫຍັງແດ່ ? ອາທິບາຍໂດຍສັງເຂບ ?

5.ທຳມາພິບານໝາຍເຖິງຫຍັງ ?

6.ລັກສະນະທຳມາພິບານມີຈັກລັກສະນະ ? ຂຽນມາຈັກສອງລັກສະນະ ພ້ອມທັງອະທີບາຍ ?

7.ໂດຍລວມຈະຣິຍະທຳໃນອາຊິບໝາຍເຖິງຫຍັງ ?

8.ບັນສັດພິບານ ມີຈັກຫຼັກການ ? ໃຫ້ຂຽນມາຈັກ 3 ຫຼັກການ ?

ใหม่กว่า เก่ากว่า