ບໍລິສັດຫຼັກຊັບ

  ບໍລິສັດຫຼັກຊັບ ແມ່ນຫຍັງ ?

        ບໍລິສັດຫຼັກຊັບ ແມ່ນໜຶ່ງໃນສະຖາບັນສື່ກາງດ້ານຫຼັກຊັບ ທີ່ເຄື່ອນໄຫວທຸລະກິດຫຼັກຊັບຕາມປະເພດທີ່ໄດ້ຮັບອະນຸຍາດ, ບໍລິສັດຫຼັກຊັບ ເຮັດໜ້າທີ່ໄດ້ 3 ປະເພດ ຄື:
  • ເປັນຜູ່ຄ້ຳປະກັນການອອກຈຳໜ່າຍຫຼັກຊັບ
  • ເປັນນາຍໜ້າຊື້-ຂາຍຫຼັກຊັບ
  • ເປັນທີ່ປຶກສາດ້ານການເງິນ.
        ໃນປະຈຸບັນ ຢູ່ ສປປ ລາວ ມີບໍລິສັດຫຼັກຊັບ 4 ບໍລິສັດ, ຊຶ່ງໃນນັ້ນມີ 3 ບໍລິສັດ ເຮັດໜ້າທີ່ໄດ້ທັງ 3 ປະເພດ ຄື: ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດຫຼັກຊັບ ລາວ-ຈີນຈຳກັດ, ສ່ວນອີກ 1 ບໍລິສັດ ຄື: ບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ ເຮັດໜ້າທີ່ເປັນພຽງທີ່ປຶກສາດ້ານການເງິນ.
ใหม่กว่า เก่ากว่า