ບໍລິສັດອອກຈຳໜ່າຍຫຼັກຊັບ ແລະ ບໍລິສັດຈົດທະບຽນ

ບໍລິສັດອອກຈຳໜ່າຍຫຼັກຊັບ ແລະ ບໍລິສັດຈົດທະບຽນ ແມ່ນບໍລິສັດແນວໃດ?

1.ບໍລິສັດອອກຈຳໜ່າຍຫຼັກຊັບ 

    ໝາຍເຖິງ ບໍລິສັດໃດໜຶ່ງທີ່ໄດ້ຜ່ານການຮັບຮອງຈາກອົງການຄຸ້ມຄອງວຽກງານຫຼັກຊັບ (ໃນ ສປປ ລາວ ແມ່ນ ຄະນະກຳມະການຄຸ້ມຄອງຫຼັກຊັບ ຫຼືຂຽນຫຍໍ້ວ່າ: ຄຄຊ) ໃຫ້ລະດົມທຶນຜ່ານຕະຫຼາດທຶນ ໂດຍການນຳເອົາຫຼັກຊັບຂອງຕົນອອກຈຳໜ່າຍໃຫ້ແກ່ຜູ່ລົງທຶນທັງພາຍໃນ ແລະ ຕ່າງປະເທດ.

2.ບໍລິສັດຈົດທະບຽນ

        ໝາຍເຖິງ ບໍລິສັດອອກຈຳໜ່າຍຫຼັກຊັບ ໃດໜຶ່ງທີ່ໄດ້ນຳເອົາຫຼັກຊັບຂອງຕົນອອກຈຳໜ່າຍໃຫ້ແກ່ຜູ່ລົງທຶນທັງພາຍໃນ ແລະ ຕ່າງປະເທດ ສຳເລັດ ແລະ ນຳຫຼັກຊັບຂອງຕົນເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ.
        ປະຈຸບັນໃນ ສປປ ລາວ ມີ ບໍລິສັດອອກຈຳໜ່າຍຫຼັກຊັບ ແລະ ບໍລິສັດຈົດທະບຽນ 5 ບໍລິສັດ ຄື: ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ບໍລິສັດ ລາວເວີນ ມະຫາຊົນ (ລວມຊ), ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ (ປທສ) ແລະ ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ (ສ.ວ.ນ). 
ใหม่กว่า เก่ากว่า