ຄະນະກຳມະການຄຸ້ມຄອງຫຼັກຊັບ

 ຄະນະກຳມະການຄຸ້ມຄອງຫຼັກຊັບ ມີບົດບາດແນວໃດ ?

                ຄະນະກຳມະການຄຸ້ມຄອງຫຼັກຊັບ ມີຊື່ຫຍໍ້ວ່າ: “ຄຄຊ” ຖືກສ້າງຕັ້ງຂຶ້ນໃນເດືອນ ພຶດສະພາ 2009, ຄຄຊແມ່ນການຈັດຕັ້ງໜຶ່ງຂອງລັດຖະບານ ມີສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ມີຊື່ຫຍໍ້ວ່າ: “ສຄຄຊ” ຊຶ່ງຖືກສ້າງຕັ້ງຂຶ້ນໃນເດືອນ ກໍລະກົດ 2009 ເປັນກົງຈັກຊ່ວຍວຽກ. 
                ຄຄຊ ເປັນອົງການຄຸ້ມຄອງວຽກງານຫຼັກຊັບ ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກທາງດ້ານວຽກງານຫຼັກຊັບຢ່າງລວມສູນໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນ ການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຫຼັກຊັບ ໃຫ້ມີປະສິດທິພາບ, ແນໃສ່ເຮັດໃຫ້ການລະດົມທຶນ ແລະ ການພັດທະນາຕະຫຼາດຫຼັກຊັບ ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. 
ใหม่กว่า เก่ากว่า