ບົດຮຽນ ວິຊາ ມະນຸດສຳພັນ ບົດທີ 5 ມະນຸດສຳພັນໃນການເຮັດວຽກ ແລະ ການຈຸງໃຈ


ບົດທີ 5

ມະນຸດສຳພັນໃນການເຮັດວຽກ ແລະ ການຈຸງໃຈ

ຈຸດປະສົງຄາດໝາຍ

1.ເພື່ອຫວັງວ່າທຸກຄົນຈະສາມາດເຮັດວຽກຮ່ວມກັນເປັນທິມ  ດ້ວຍການຮຽນຮູ້ວິທີການເຮັດວຽກເປັນໝູ່ຄະນະ ຢ່າງມີປະສິດທິພາບ.

2.ຄາດໝາຍວ່າ ນັກສຶກສາພາຍຫລັງເກີດຈາກການຮຽນຮູ້ກ່ຽວກັບດ້ານສາດ ແລະ ສິນ ແລ້ວ ຈະໄປ ນຳໃຊ້ໃນຊິວິດປະຈຳວັນໃຫ້ເກີດຜົນສຳເລັດສູງແກ່ຕົນເອງ.

5.1.ມະນຸດສຳພັນໃນການເຮັດວຽກ

ມະນຸດນອກຈາກການເພິ່ງພາອາໃສກັນໂດຍລັກສະນະທຳມະຊາດແລ້ວວັດຖຸປະສົງອັນສຳຄັນກໍ່ຄື:ການເຮັດກິດຈະກຳຮ່ວກັນເພື່ອຕອບສະໜອງຄວາມຕ້ອງການຕ່າງໆ  ເຊິ່ງແຕ່ລະຄົນບໍ່ສາມາດປະຕິບັດກິດຈະກຳນັ້ນໂດຍລຳພັງຄົນດຽວໄດ້ໃນເມື່ອໄດ້ອາໃສເພີ່ງພາກັນ ແລະ ດຳເນີນກິດຈະກຳຕ່າງໆ ຮ່ວມກັນເພີ້ມຂື້ນເລື້ອຍໆ ຈິ່ງເກີດມີການສ້າງກະຕິກາ ຫຼື ກົດລະບຽບໃນການປະຕິບັດໃຫ້້ປັນໄປໃນທິດທາງດຽວກັນເພື່ອມຸ່ງຫວັງໃຫ້ການດຳເນີນກິດຈຳຕ່າງໆ ໄປສູ່ຄວາມສຳເລັດ  ດ້ວຍເຫັດນີ້ຈິ່ງເກີດມີຄຳວ່າ “ ອົງກອນ, ອົງການ

5.1.1.ອົງກອນ (Oranization)

ແມ່ນການເກີດຂື້ນຈາກການຮ່ວມຕົວກັນຂອງບຸກຄົນຕັ້ງແຕ່ 2 ຄົນຂື້ນໄປໂດຍມີກິດຈະກຳຈຸດໝາຍອັນໃດໜຶ່ງ  ເພ່ືອໃຫ້ເກີດບັນລຸເປົ້າໝາຍຂອງສະມາຊິກທີ່ວາງໄວ້ຮ່ວມກັນຕ້ອງມີການແບ່ງວຽກງານກັນເຮັດ ກຳໜົດໜ້າທີ່ຄວາມຮັບຜິດຊອບ ແລະ ຄວາມສຳພັນພາຍໃນອົງການໃຫ້ແທດເໝາະ.

1.ໂຄງສ້າງຂອງອົງກອນ  

ຈາກລັກສະນະຂອງອົງການ ຈະເຫັນໄດ້ວ່າອົງການຈະປະກອບດ້ວຍວັດຖຸປະສົງ ຫລື ປະກອບດ້ວຍສ່ວນສຳຄັນຕ່າງໆ ດັ່ງນີ້:

1.ວັດຖຸປະສົງ (Obpective) ແມ່ນເກີດຈາກຫລາຍຄົນເກີດຂື້ນ ທີ່ມີຈຸດໝາຍຄາຍຄືກັນຈິ່ງເກີດການລວມຕົວກັນ ເພື່ອຈຸດມຸ້ງຫວັງອັນດຽວກັນນັ້ນ.

2.ພາລະໜ້າທີ່ (Function) ແຕ່ລະຄົນແມ່ມີຄວາມຮູ້ ຄວາມາສາດທີ່ແຕກຕ່າງກັນໄປຕ່າງຄົນຕ່າງວຽກ ເພື່ອໃຫ້ເກີດການບັນລຸຈຸດປະສົງລວມ ຕ້ອງມີການກຳໜົດອຳນາດໜ້າທີ່ໃນການປະຕິບັດແຕກຕ່າງກັນ.

3.ການແບ່ງວຽກ (Division of Work) ໝາຍເຖິງກິດຈະກຳທີປະຕິບັດ ແລະມີການມອບໝາຍໃຫ້ແຕ່ລະຄົນມີຄວາມຮັບຜິດຊອບ ມີການປະສານວຽກງານກັນ.

4.ສາຍການບັນຊາ (Hierarchy) ໝາຍເຖິງໂຄງສ້າງຄວາມສຳພັນລະດັບຂັ້ນ ເພື່ອສະແດງເຖິງຜູ້ໃດມີອຳນາດໜ້າທີ່ຄວາມຮັບຜິດຊອບລົດຂັ້ນກັນໄປຕາມລຳດັບ.

5.ຂອບເຂດການຄວບຄຸມ (Span of Control) ແມ່ນການສະແດງເຖິງຂອບເຂດຄວາມຮັບຜິດຊອບທີມີຢູ່ບໍ່ຄວນກ້ວາງເກີນໄປ.

6.ສາຍການບັນຊາ  (Unity of Command) ໝາຍເຖິງການບັງຄັບບັນຊາຄວນຈະຢູ່ກັບຄົນດຽວ ຫລຶ ຄະນະດຽວຢ່າງຈະແຈ້ງ ເພື່ອໃຫ້ເກີດຄວາມເປັນເອກະພາບໃນການບໍລິຫານ ແລະບໍ່ໃຫ້ເກີດຄວາມສັບສົນ ຫຼື ປະຕິບັດໜ້າທີ່ກ້າວກ່າຍຕໍ່ກັນ.

2.ປະເພດຂອງອົງກອນ  

ປະເພດຂອງອົງກອນຈາດສາມາດແບ່ງໄດ້ຫລາຍແບບດັ່ງນີ້:

1.ອົງກອນເພື່ອຜົນປະໂຫຍດຂອງສະມາຊິກ  ໝາຍເຖິງການດຳເນີນກິດຈະກຳເພື່ອໃຫ້ເກີດຕໍ່ສະມາຊິກໂດຍກົງ ເຊັ່ນວ່າ ສະຫະກອນ ສະໂມສອນ ພັກການເມືອງ.

2.ອົງກອນທາງດ້ານທຸລະກິດ  ໝາຍເຖິງອົງກອນຕັ້ງຂື້ນເພື່ອສະແຫວງຫາຜົນປະໂຫຍດ ແລະກຳໄລອົງການຕົນເອງ.

3.ອົງກອນເພື່ອບໍລິຫານ  ໝາຍເຖິງອົງກອນມຸ້ງສ້າງຜົນປະໂຫຍດແກ່ສາທາລະນະຊົນເຊັ່ນ ມູນິທິໂຮງໝໍ ໂຮງຮຽນລັດ.

4.ອົງການເພື່ອສະຫວັດດີການສັງຄົມ  ໝາຍເຖິງການຕັ້ງຂື້ນເພື່ອປະໂຫຍດສ່ວມລວມຂອງປະຊາຊົນ ເຊັ່ນ ໜ່ວຍງານຂອງລັດ ກະຊວງທະບວງ ກົມ ແຂວງ ເມືອງ ເປັນຕົນ.

3.ການຈຳແນກກຸ່ມສັງຄົມໃນອົງການ.  

ໝາຍເຖິງບຸກຄົນຫລາຍໆ ຄົນມາຮ່ວມມືກັນປະຕິບັດພາລະກິດອັນເປັນຈຸດໝາຍດຽວກັນ ໃນກິດຈະກຳຢ່າງໃດຢ່າງໜຶ່ງ ເຊິ່ງມີຄວາມສຳພັນກັນ ຕິດຕໍ່ກັນເປັນເວລາອັນສົມຄວນ.

ກຸ່ມສັງຄົມໃນອົງການ ແລະ ອົງກອນນັ້ນປະກອບມີ 2 ປະເພດໃຫຍ່ໆ ຄື ກຸ່ມທີ່ເປັນທາງການ ແລະ ບໍ່ເປັນທາງການ.

1.ກຸ່ມທີ່ເປັນທາງການ:

1.ກຸ່ມບໍລິຫານ (Command Group) ໃນກຸ່ມນີ້ປະກອບມີຜູ້ບໍລິຫານ ແລະ ຜູ້ໃຕ້ບັງຄັບບັນຊາທີ່ຢູ່ໃນສາຍວຽກງານດຽວກັນເຊັ່ນວ່າ  ຜູ້ອຳນວຍການ  ຜູ້ຈັດການ  ຫົວໜ້າໜ່ວຍງານເປັນຕົ້ນ.

2.ກຸ່ມປະຕິບັດງານ (Tast Group) ໃນກຸ່ມນີ້ປະກອບມີກຳມະກອນ ຫລື ສຳມາຊິກກຸ່ມທີ່ເຮັດວຽກຮ່ວມກັນ ໃນໜ່ວຍງານດຽວກັນ  ເພື່ອປະຕິບັດວຽກງານຕຮມທີ່ໄດ້ມອບໝາຍໃຫ້.

2.ກຸ່ມທີ່ບໍ່ເປັນທາງການ

1.ກຸ່ມຜົນປະໂຫຍດ (Interest Group) ເກີດຈາກຜົນປະໂຫຍດບາງສ່ວນຮ່ວມກັນ ຂອງສະມາຊິກໃນກຸ່ມ ໂດຍບໍ່ກ່ຽວຂ້ອງກັບອົງກຳອນ ອົງການ.

2.ກຸ່ມມິດຕະພາບ (Friendships Group) ເກີດຂື້ນຈາກຄວາມຕ້ອງວການຢູ່ຮ່ວມກັນ ມີບາງບາງສ່ວນບາງອັນເໝືອນໆ ກັນ ເຊ່ັນ ກຸ່ມແຮງງານ  ກຸ່ມສະຫະກອນອ່ອມຊັບ ເປັນຕົ້ນ.

4.ອົງປະກອບຂອງອົງການທີ່ດີ 

ການຈັດລະບົບອົງການທີດີຍ່ອມມີຜົນເຮັດໃຫ້ການດຳເນີນວຽກງານຕ່າງໆ ປະສົບຜົນສຳເລັດຕາມວັດຖຸປະສົງທີ່ສະມາຊິກຄາດຫວັງໄວ້  ອົງປະກອບໃນການຈັດລະບົບຂອງອົງກອນ ອົງການນັ້ນມີດັ່ງນີ້:

1.ນະໂຍບາຍຂອງອົງກອນຕ້ອງຈະແຈ້ງ ຍອມຮັບ ແລະເຂົ້າໃຈກົງກັນໃນກຸ່ມ.

2.ຕ້ອງມີສູນກາງອຳນວຍຄວາມສະດວກ ມີຄວາມເປັນເອກະພາບ ທັງໝົດຂື້ນກັບສູນກາງ.

3.ຈັດລະບຽບແບບແຜນທິ່ແນນອນ ເພື່ອຊ່ອຍຈັດບັນຫາຄວາມຂັດແຍ່ງກັນຢ່າງຮຸນແຮງໃນດ້ານຕ່າງໆ.

4.ມີວິທີການແບ່ງວຽກໃຫ້ເໝາະສົມ ແບ່ງວຽກກັນເຮັດ ຕາມຄວາມຮູ້ຄວາມສາມາດຂອງສະມາຊິກໃນອົງກອນ.

5.ຈັດໃຫ້ມີການຕິດຕໍ່ສື່ສານທີ່ສະດວກ ວ່ອງໄວ ແລະ ມີປະສິດທິພາບ.

6.ມີການຕອບສະໜອງ ຕໍ່ເຫດສະພາວະການປ່ຽນແປງເປັນປະຈຳ.

ຖ້າວິເຄາະແລ້ວຫລັກການໃນການບໍລິຫານ ຫຼື ການຈັດອົງກອນ ອົງການໃຫ້ສອດຄ່ອງກັບໂຄງສ້າງ ຂອງອົງກອນ ອົງການ  ການຈັກອົງກອນ ອົງການທີ່ມີລະບຽບຈະເຫັນໄດ້ດັ່ງນີ້:

1.ສານການບັນຊາຕ້ອງໃຫ້ແນ່ນອນ.

2.ມີການຕິດຕໍ່ຕາມສາຍງານ.

3.ຄວາມເປັນເອກະພາບໃນການບັນຊາ.

4.ມີຂອບເຂດໃນການຄວບຄຸມອັນແນ່ນອນ.

5.ມີການແບ່ງວຽກກັນເຮັດສະເພາະ ຕາມຄວາມຮູ້ຄວາມສາມາດ ແລະ ຄວນແບ່ງອຳນາດໜ້າທີ່ສະເພາະຂອງໜ່ວຍງານນ້ອຍໃນອົງກອນ ອົງການເປັນ 3 ຝ່າຍໄດ້ແກ່:

1.ວຽກໜັກ (line)

2.ວຽກງານທີ່ປືກສາ (Staff)

3.ວຽກງານສະໜັບສະໜູນທັງໜັກ ແລະ ເບົາ (Auxilliary)

  • ມີການປະສົມປະສານກັນຢ່າງໜຽວແໜນ.
  • ມີການແບ່ງໜ້າທີ່ ແລະຮັບຜິດຊອບໃຫ້ຈະແຈ້ງ.
ຢ່າງໃດກໍ່ຕາມ ບໍ່ວ່າຈະຢູ່ໃນກຸ່ມຮູບແບບອົງກອນ ອົງການໃດ ຍັງຄົງຕ້ອງອາໃສຫລັກມະນຸດສຳພັນ ເພື່ອຄວາມເຂົ້າໃຈ ແລະການຢູ່ຮ່ວມກັນອັນເປັນປົກກະຕິ ໂດຍສະເພາະໃນການດຳເນີນວຽກງານຕ່າງໆ ຫາກຂາດຫລັກມະນຸດແລ້ວ ບັນຫາຕ່າງໆ ໃນອົງການຍ່ອມເກີດຂື້ນ ແລະແກ້ໄຂໄດ້ຍາກ ເຊິ່ງເປັນຜົນກະທົບຕໍ່ອົງການໃນທີ່ສຸດ.

5.2.ການຈຸງໃຈ ແລະ ຄວາມພໍໃຈໃນການເຮັດວຽກ.

5.2.1.ການຈຸງໃຈ (MOTIVATION)

ມາຈາກຄ້ຳວ່າ  “ MOVE ” ໝາຍເຖິງການໝຸນຜັກດັນອຳນາດຈາກພາຍໃນ ຫລື ແຮງຈຸງໃຈ (MOTIVE) ແຮງຈຸງໃຈເປັນສ່ວນໜຶ່ງຂອງການສ້າງກຳລັງໃຈໃນການເຮັດວຽກງານຄົນເຮົາຕ້ອງຮູ້ຈັກວິທີເຮັດໃຫ້ຜູ້ອື່ນຮ່ວມໃນການເຮັດວຽກການຈຸງໃຈຄືການນຳໃຊ້ສິລະປະເຮັດໃຫ້ບຸກຄົນຫລືກຸ່ມຄົນເປົ້າໝາຍເກີດມີການປ່ຽນແປງທັດສະນະຄະຕິ ແລະ ແນວທາງປະຕິບັດໄປສູ່ເປົ້າໝາຍທີ່ຕ້ອງການ ການຈຸງໃຈຈະເກີດຂື້ນໄດ້ຕ້ອງເກີດຈາກການຮ່ວມທັງສອງຝ່າຍຄື  ຝ່າຍຈຸງໃຈ ກັບຜູ້ຖືກຈຸງໃຈ  ໝາຍເຖິງຄວາມພໍໃຈທັງສອງຝ່າຍ ເຊີ່ງຈະຕ້ອງອາໃສທັງ ສາດ ແລະ ສິນ ຄືສາດທາງດ້ານຈິດຕະວິທະຍາ ແລະ ຈິດຕະສັງຄົມ ສິລະປະໃນການສ້າງຄວາມເຂົ້າໃຈ ຕລອດເຖິງການເກ້ຍກ່ອມ ແລະໂນ້ມໜ່ຽວທາງດ້ານຈິດໃຈຂອງຜູ້ຖືກຈຸງໃຈໃຫ້ເຫັນດີເຫັນພ້ອມນຳ.  

ສະຫລຸບວ່າ: ການຈຸງໃຈ ກໍ່ຄືການໃຊ້ສິນລະປະເຮັດໃຫ້ບຸກຄົນ ຫລື ກຸ່ມເປົ້າໝາຍປ່ຽນທັດສະນະຄະຕິ ແລະແນວທາງການປະຕິບັດໄປສູ່ເປົ້າໝາຍ ເຊິ່ງຕ້ອງອາໃສການຮ່ວມມືຈາກທັງສອງຝ່າຍຄື:   ຜູ້ຈຸງໃຈ ແລະ ຜູ້ຖືກໃຫ້ຈຸງໃຈ  ໝາຍເຖິງຄວາມເຂົ້າໃຈແລະພໍໃຈເຊິ່ງກັນ ແລະ ກັນ.

1.ອົງປະກອບຂອງການຈຸງໃຈ.

ອົງປະກອບຂອງການຈຸງໃຈມີ 3 ຢ່າງ:

1.ຜູ້ຖືກຈຸງໃຈ  ໝາຍເຖິງບຸກຄົນ ຫລື ກຸ່ມຄົນ  ຜູ້ທີ່ສ້າງ ການຈຸງໃຈຕ້ອງນຳໃຊ້ຂະບວນໃນການຈຸງໃຈ ໃຫ້ເປົ້າໝາຍ ເກີດການເຮັດຕາມ ທີ່ຜູ້ສ້າງການຈຸງໃຈຕ້ອງການ.

2.ເປົ້າໝາຍການຈຸງໃຈ  ຜູ້ສ້າງການຈຸງໃຈ ຄາດຫວັງດ້ານໃດໜຶ່ງໃຫ້ເກີດຂື້ນກັບ ຜູ້ຖືກຈຸງໃຈ.

3.ວິທີການຈຸງໃຈ  ແມ່ນຂະບວນການທີ່ຕ້ອງອາໃສທັງສາດແລະສິນໃນການໂນ້ມນ້າວຈູງໃຈ ແລະ ສ້າງ ອິດທີພົນໃຫ້ຖືກການຈຸງໃຈຄ້ອຍຕາມ ແລະ ເຮັດຕາມ.

2.ແບບວິທີການຈຸງໃຈ

ການຈຸງໃຈມີຢູ່ 2 ປະເພດໃຫຍ່ດັ່ງນີ້:

1.ການຈຸງໃຈທາງບວກ  ໝາຍເຖິງການໃຫ້ລາງວັນ ຫລຶ ການສົງເສີມກຳລັງໃຈໃນການປະຕິບັວຽກງານໂດຍໃຫ້ສິ່ງຈຸງໃຈໃນທາງບວກ ເຊັ່ນ ເງິນເດືອນ ຄຳຊົມເຊີຍ ສະຫວັດດີການຕ່າງໆ

2.ການຈຸງໃຈທາງລົບ  ເປັນການຈຸງໃຈໃນດ້ານການບັງຄັບ ຂົ່ມຂູ່ ລົງໂທດ ເພື່ອໃຫ້ຜູ້ຖືກການຈຸງໃຈ ປະ ຕິບັດຕາມໂດຍອາໃສຄວາມຢ້ານກົວເປັນພື້ນຖານ ໂດຍອາໃສສິ່ງຈຸງໃຈທາງລົບ ເຊັ່ນ ການລົງໂທດ ການຕຳນິ ການກ່າວໂທດ ລົດຂັ້ນເງິນເດືອນ ເປັນຕົ້ນ:

ເທກນິກວິທີການຈຸງໃຈສາມາດສຶກສາໄດ້ 2 ວິທີດັ່ງນີ້

1.ແບການບໍລິຫານມີຄື:

  • ຈັດແຜນແບ່ງວຽກງານໃຫ້ຖືກຕ້ອງແນ່ນອນ.
  • ມອບໝາຍວຽກໃຫ້ເໝາະສົມກັບຄວາມຮູ້ ຄວາມສາມາດ.
  • ກຳໜົດຄ່າອບແທນເປັນທຳ.
  • ສ້າງຄວາມກ້າວໜ້າໃນວຽກງານ.
  • ສ້າງຜູ້ນຳໃນວຽກໃຫ້ເໝາະສົມກັບລັກສະນະຂອງວຽກ.

2.ແບສະຫວັດດີການຄືນອກຈາກເງິນເດືອນແລ້ວ ການຈັດສະຫວັດດີການໃຫ້ກັບພະນັກງານແມ່ນສາມາດຈຸງໃຈພະນັກງານໄດ້ເປັນຢ່າງ ໃນຮູບຂອງຄວາມຊ່ອຍເຫລືອດ້ານຕ່າງໆ ທາງອົງການຈັດໃຫ້ພະນັກງານໄດ້ແກ່:

  • ບຳເນັດບຳນານ.
  • ດ້ານພະຍາບານ.
  • ທີຢູ່ອາໃສ.
  • ອຳນວຍຄວາມສະດວກໃນການເດີນທາງ.
  • ປະກັນຊິວິດ.
  • ເງິນປັນຜົນ.
  • ການຈັດສະຖານທີ່ພັກຜ່ອນ ແລະ ຫ້ອງສະໝຸດ.
  • ບໍລິການເງິນກູ້ດອກເບ້ຍຕຳ.

3.ຫລັກການໃຫ້ເກີດແຮງຈຸງໃຈ.

ເຮົາຄວນພິຈາລະນາປັດໃຈພື້ນຖານທີ່ຈະກໍ່ໃຫ້ເກີດແຮງຈຸງໃຈໃນເລື່ອງຕ່າງໆ ດັ່ງນີ້:

1.ຄວາມເທົ່າທຽມກັນ ບໍ່ຖືເຂົາ ຖືເຮົາ. 

2.ຄວາມເປັນທຳ ໝາຍເຖິງຄວາມຜິດ ຖືກ ເລື່ືອນຊັ້ນຂັ້ນຕ່ຳແໜ່ງ ຕ້ອງຖືເອົາລະບົບຄຸນນະທຳເປັນຫລັກການ.

3.ບໍ່ຢືດຫລັກການອຸປະຖຳ ບໍ່ປົກປ້ອງ ຜູ້ກະທຳຄວາມຜິດ.

4.ຖືຄວາມທ່ຽງກົງ ທ່ຽງທຳ.

5.ເປັນແບບຢ່າງໃນດ້ານຄວາມຊື່ສັດ ຊື່ກົງ ມີສິນລະທຳ ແລະ ອຸທິດຕົນຕໍ່ວຽກເຕັມສ່ວນ.

ຈາກຫລັກການດັ່ງກ່າວ ເຮົາຄວນໃຊ້ແນວທາງແລະເທກນິກວິທີການຈຸງໃຈທີ່ເປັນຫລັກການໃຫຍ່ໆ ດັ່ງນີ້:

  • ໃຫ້ຜົນຕອບແທນທາງດ້ານເສດຖະກິດ.
  • ສ້າງບັນຍາກາດ ແລະ ຂວັນກຳລັງໃຈອັນດີໃນການດຳເນີນວຽກງານ.
  • ເປີດໂອກາດໃຫ້ທຸກພາກສ່ວນໄດ້ຮັບການພັດທະນາຄວາມສາມາດຂອງຕົນຢ່າງເຕັມສ່ວນ.
  • ຄວບຄຸມ ແລະ ບໍລິຫານທີດີ.
  • ສ້າງ ແລະ ສົງເສີມໃຫ້ທຸກຄົນເກີດແນວຄວາມຄິດທີດີຕໍ່ກັບອົງການ.
  • ສ້າງ ແລະ ສົງເສີມໃຫ້ທຸກຄົນເພິ່ງພໍໃຈໃນການເຮັດວຽກໃຫ້ຫລາຍຂື້ນ.

4.ສາດ ແລະ ສິນໃນການຈຸງໃຈ

1.ສາດ (ຄວາມຮູ້)

ເຊິ່ງເປັນປັດໃຈສຳຄັນທີ່ມີອິດທີພົນຕໍ່ການຕັດສີນໃຈຂອງຜູ້ຖືກຈຸງໃຈໃຫ້ເຫັນດີ ນຳພືດຕິກຳຂອງຜູ້ຈຸງໃຈ ການຈຸງໃຈເປັນວຽກລະອຽດອ່ອນເພາະຄົນເຮົາມີຄວາມຮູ້ສືກ ຄວນເຂົ້າໃຈວ່າພືດດຕິກຳທຳມະຊາດຂອງຄົນມີຫຍັງແດ່ ໂດຍໃຊ້ການສັງເກດດັ່ງນີ້:

1.ເຂົ້າໃຈວ່າຄົນເຮົາມັກໃຫ້ຄວາມສຳຄັນ.

2.ເຂົ້າໃຈວ່າຄົນເຮົາຄວາມເປັນພວກດຽວກັນ ຕະຫລອດໃຫ້ຄວາມສົນ ແລະ ເອົາໃຈໃສ່.

3.ເຂົ້າໃຈວ່າຄົນເຮົາຍົກຍ້ອງຫລາຍຂື້ນ.

4.ເຂົ້າໃຈວ່າຄົນເຮົາຫາຄວາມກ້າວໜ້າໄປເລື້ອຍໆ.

5.ເຂົ້າໃຈວ່າຄົນເຮົາມັກຫາປະສົບການໃໝ່ໆ.

6.ເຂົ້າໃຈວ່າຄົນເຮົາມັກໃຫ້ຄຳປືກສາແກ່ຄົນອື່ນ ຫລາຍກວ່າໃຫ້ຄົນອື່ນມາແນະນຳຕົນເອງ.

7.ເຂົ້າໃຈວ່າຄົນເຮົາມັກເວົ້າຫລາຍກວ່າຟັງ.

8.ບໍ່ມັກການຄວບຄຸມຫລືບັງຄັບ.

9.ເຂົ້າໃຈວ່າຄົນເຮົາບໍ່ມັກການຕໍ່ຕ້ານຢ່າງຮຸນແຮງ.

10.ເຂົ້າໃຈວ່າຄົນເຮົາມັກສົນໃຈໃນເລື່ອງຄວາມລັບຫລື ຄວາມເສຍຫາຍຂອງຄົນອື່ນມັກຢາກຮູ້ຄວມລັບ ຄວາມເສຍຫາຍຂອງຄົນອື່ນ.

2.ສິນ (ສິນລະປະ ຮູບແບບ ວິທີການ)

ວິທີສ້າງຄວາມຮ່ວມມືມີ ເງື່ອນໄຂດັ່ງນີ້:

ອ້າງສະຫວັນຊັ້ນຟ້າ ໂດຍການອ້າງວ່າເປັນຄວາມປາດຖະໜາຂອງພະເຈົ້າ ຖ້າບໍ່ປະຕິບັດຕາມຈະມີຄວາມເປັນໄປຕ່າງໆ ນາໆ  ເຮັດໃຫ້ທຸກຄົນມີຄວາມຢ້ານ ແລະ ປະຕິບັດຕາມ ວິທີອ້າງສະຫວັນຊັ້ນຟ້ານັ້ນມັກໃຊ້ໃນສະໄໝບູຮານ ຫລື ໃນສະຖານທີ່ທີ່ມີການສຶກສາຕຳ່ ຕ່ໍກຸ່ມຄົນຍັງດ້ອຍຄວາມຄິດ . 

  • ອ້າງຮິດຄອງປະເພນີ ຄວາມເຊື່ອຖືໃນການປະຕິບັດສືບເນື່ອງກັນມາ.
  • ໃຊ້ກຳລັງ ອຳນາດຂົ່ມຂູ່ບັງຄັບ ໃຊ້ອິດທິພົນໃນທາງກົງ ແລະ ທາງອ້ອໃຫ້ເກີດຄວາມຢ້ານ.
  • ໃຊ້ວັດຖຸສິ່ງຂອງແລກປ່ຽນໃຊ້ເງິນຈ້າງ ຫລື ລາງວັນເພຶ່ອເຮັດໃຫ້ເກີດຄວາມຕ້ອງການ ແລະ ປະຕິບັດຕາມ.
  • ກະຕຸ້ນໃຫ້ກຳລັງໃຈດ້ວຍວິທີຕ່າງໆ ການໃຊ້ກຳລັງອາດຈະໃຊ້ໃນສະຖານທີທີ່ຂາດການພັດທະນາ  ການສຶກສາຍັງຕ່ຳ ອິດທິພົນມືດມີສັກສະນະມີການແອບແຝງ ສ່ວນທີ່ເຫຼືອອາດພິຈາລະນາໃຊ້ຕາມລັກສະນະ ແລະໂອກາດອັນສົມຄວນ ເພາະການສ້າງສັນການພົວພັນຍ່ອມຖື ຫຼັກຄວາມສຸຈາຣິດ  ມີຄວາມເປັນທຳ ແລະຈັນຍາບັນ  ສິ່ງທີ່ກ່າວມານີ້  ນັບວ່າມີຄວາມສຳຄັນ ແລະ ຈຳເປັນ ຫົວໜ້າ ຫຼື ຜູ້ນຳຕ້ອງໄດ້ຮັບການພັດທະນາທາງດ້ານຄວາມຄິດ ທັດສະນະຄະຕິ ປະສົມການ ການສຶກສາອົບຮົມຈາກໄວເດັກ ແລະ ກ້າວເຂົ້າສູ່ໄວຊະລາ.
ມະນຸດໄດ້ຮັບຄວາມເພີ່ມພຸນຄວາມຮູ້ຕ່າງໆ ໄວ້ຢ່າງຫຼວງຫຼາຍ ໃນແຕ່ລະດ້ານເຊັ່ນ ໄດ້ຮັບຈາກທາງໄຊຍະສາດທີ່ມີຄວາມສັບຊອນ ພະຍາກອນຄາດຄະເນ ຫລື ເດົາ  ເຊື່ອຖືໂຊກລາງ ຜີສາງນາງໄມ້ ເຮັດໃຫ້ມີສິ່ງຍຶດໝັ້ນມີກຳລັງໃຈ.

ການຈູງໃຈພຽງໜຶ່ງຄົນ ຫລື ສອງຄົນອາດເຮັດໄດ້ດ້ວຍວິທີງາຍ ແລະ ເບິ່ງເຫັນຈຸດໝາຍໄດ້ຢ່າງຊັດເຈນ ຖ້າເປັນການຈູງໃຈກຸ່ມຄົນທີ່ມີຈຳນວນຢ່າງຫລວງຫລາຍຕ່າງເພດ ຕ່າງໄວ ຕ່າງພື້ນຖານຄວາມຮູ້ ຕ່າງທ້ອງຖີ່ນ ແລະເບື່ອງຫລັງ  ແມ່ນມີຄວາມຫຍຸ້ງຍາກສັບສົນ ມີຄວາມສະຫລັບຊັບຊ້ອນ ແລະ ຕ້ອງໃຊ້ເວລາຍາວນານໃນການດຳ ເນີນການຈູງໃຈ  ເພື່ອໃຫ້ບັນລຸເປົ້າໝາຍ  ຕ້ອງຄຳນືງລາຍລະອຽດທີ່ຈະຕ້ອງເພີ່ມຂື້ນເຊັ່ນ ຂັ້ນຕອນການປ່ຽນແປງທັດສະນະຄະຕິ ແລະ ກົນໄກຂອງຂະບວນການຈູງໃຈໃນຊິວິດປະຈຳວັນຂອງຄົນເຮົານັ້ນໃຊ້ການຈູງໃຈຢູ່ຕະຫລອດເວລາຢ່າງບໍ່ຮູ້ສືກ ແຕ່ການຈູງໃຈນັ້ນຈະຕ້ອງລະມັດລະວັງຢ່າໃຫ້ຮູ້ສືກໃນທັນທີວ່າ  ເປັນການເວົ້າເກີນຄວາມຈິງທີ່ບໍ່ມີເຫດຜົນ ຕ້ອງມີເຈດຕະນາດີ ມຸ້ງຫວັງປະໂຫຍດສ່ວນລວມເປັນຫລັກ ບໍ່ແມ່ນປະໂຫຍດສ່ວນຕົວຂອງຜູ້ເວົ້າ.

5.ພື້ນຖານຂອງການຈູງໃຈ.

ຈາກການຄົ້ນຄົວບຸກຄົນ ຫຼື ກຸ່ມເປົ້າໝາຍທີ່ໄດ້ຮັບການຈຸງໃຈ ແລ້ວເກີດມີພືດຕິກຳການປ່ຽນແປງທັດສະນະຄະຕິບຸກຄົນໃດໜຶ່ງນັ້ນຕ້ອງມີການຍອມຮັບກອນ ສິ່ງສຳຄັນຄືການຮັບຟັງຮັບພິຈາລະນາສິ່ງທີ່ເຂົາສະເໜີອອກມາ ບໍ່ວ່າຈະເປັນແນວຄວາມຄິດວິທີ່ການອື່ນໆ ເຊີ່ງຖືວ່າເປັນສິ່ງສຳຄັນໃນການຈຸງໃຈສິ່ງທີ່ຄວນສືກສາຄື:

  • ຖ້າເປົ້າໝາຍເປັນບຸກຄົນດຽວອຸບປະສັກໃນການຈຸງຈກໍ່ມີນ້ອຍ.
  • ຖ້າເປັນກຸ່ມຄົນກໍ່ຈະມີຫລາຍບັນຫາສະຫລັບສັບຊ້ອນເພີ່ມຂື້ນຝ່າຍຈຸງໃຈກໍ່ຕ້ອງໄດ້ນໍາໄປສືກສາທຸກບັນຫາກ່ອນຄື:

1.ກຸ່ມຄົນ: 

ເປັນສິ່ງທີຈະຕ້ອງຮູ້ຈັກ ແລະ ພິຈາລະນາໂດຍຝ່າຍຈຸງໃຈເປັນອັນດັບທໍາອິດ   ກຸ່ມຄົນຈະສົນໃຈຮັບຮູ້ ແລະຮັບຟັງ ເລື່ອງການພິຈາລະນາແກ້ໄຂບັນຫາທີ່ພວກເຂົາປະເຊີນຢູ່ໃນຊິວິດປະຈໍາວັນ ແລະ ພວກເຂົາແກ້ມາແລ້ວບໍ່ສຳ ເລັດຖ້າແກ້ໄຂສໍາເລັດພວກເຂົາຈະໄດ້ຮັບປະໂຫຍດເພີ່ມຂື້ນແກ່ຕົນເອງ ແລະ ສ່ວນລວມຂອງພວກເຂົາ ກົງກັນຂ້າມຈະຖືກປະຕິເສດທັນທີໃນກໍລະນີພວກເຂົາເສຍຜົນປະໂຫຍດ.

2.ຄວາມຕ້ອງການຂອງກຸ່ມ

ເປັນສິ່ງທີສຳຄັນຂອງທຸກຄົນທີດີ້ນຮົນຫາຄວາມສຳເລັດໃນສິ່ງທີ່ຄາດຫວັງ ແລະຄວາມຕ້ອງການທີ່ມີຢູ່ ຜູ້ຈຸງໃຈຕ້ອງພະຍາຍາມເຮັດໃຫ້ຜູ້ຖືກຈຸງໃຈຮູ້ສືກ ວ່າມີຄວາມຫວັງໃນຄວາມຕ້ອງການທີມີຢູ່  ຫລື ຄວາມຕ້ອງການໃໝ່ເພື່ອໄປສູ່ເປົ້າໝາຍຂອງການຈຸງໃຈໃຫ້ເຂົ້າກັນ ບາງຄັ້ງກໍ່ບໍງ່າຍສະເໝີໄປ ເພາະລະດັບຄວາມຕ້ອງວການຂອງກຸ່ມຄົນ ແຕ່ລະບ່ອນມີຄວາມແຕກຕ່າງກັນ ເຖິງວ່າຈະເປັນບັນຫາດຽວກັນກໍ່ຕາມ.

3.ອຸປະສັກການຈຸງໃຈ

ຂໍ້ຈຳກັດເປັນອຸບປະສັກຂອງການຈຸງໃຈໃນຂັ້ນຕອນຕ່າງໆ ເປັນຕົ້ນພື້ນຖານການສຶກສາ  ອາຍຸ ເພດໄວ ຮິດຄອງປະເວນີ ປະສົບການ ສາດສະໜາ ແລະ ຖ້າວ່າໄດ້ຮັບການສຶກສານ້ອຍຍິ່ງມີຄວາມເປັນອຸບປະສັກຫລາຍໃນການສ້າງຄວາມເຂົ້າໃຈກັນ.

ການຕັດສິນໃຈຕ້ອງໄດ້ອາໃສຜູ້ອື່ນເຂົ້າມາຊ່ອຍເຊັ້ັນ  ຫົວໜ້າຄອບຄົວ ນາຍບ້ານ ເປັນຕົ້ນ ຜູ້ຕັດສິນໃຈແທນ ບັນຫາໃນການຈຸງໃຈບາງຄັ້ງກໍ່ບໍ່ງ່າຍຂື້ນ  ເພາະຜູ້ຖືກປະຕິບັດອາດຂັດຕໍ່ເຈດຕະນາລົມຂອງຕົນເອງນອກຈາກນັ້ນວັດທະນະທໍາ ແລະ ຄ່ານິຍົມໃນຊຸມຊົນເປັນອຸບປະສັກຕໍ່ການຍອມຮັບ ຫລື ປະຕິບັດໃນພືດຕິກຳໃໝ່ໆ ບາງຢ່າງໄດ້ເຊັ່ນກັນ.

4.ວິທີການຈຸງໃຈ.

ວິທີການຈຸງໃຈເປັນທັງສາດ ແລະ ສິນ ຖ້າຜູ້ຈຸງໃຈສາມາດສຶກສາເຂົ້າໃຈກັບກຸ່ມຄົນເປົ້າໝາຍໄດ້ໂດຍຕາຂັ້ນຕອນດັ່ງນີ້: 

1.ກະຕຸ້ນດ້ວຍການສຶກສາໃຫ້ເກີດຄວາມຮັກ ຄວາມສາມັກຄີ ຄວາມສຳຄັນ ແລະ ຜົນປະໂຫຍດ ສ້າງໃຫ້ເຂົາໄວ້ວາງໃຈຕໍ່ຜູ້ຈຸງໃຈ ເກີດຄວາມຮູ້ສືກເປັນເພື້ອນ ເປັນສະຫາຍ ເຊິ່ງອຳນວຍຄວາມສະດວກ ແລະ ຕອບສະໜອງຜົນປະໂຫຍດໄດ້.

2.ສ້າງໃຫ້ເຂົາເກີດຄວາມເຂົ້າໃຈໃນເລື່ອງທີມີບັນຫາໃຫ້ຖືກຕ້ອງແຈ່ມແຈ້ງ ຄືສາມາດວິເຄາະ ແລະ ແກ້ໄຂບັນຫາດ້ວຍຕົນເອງ ຂັ້ນຕອນນີ້ຕ້ອງໄດ້ໃຊ້ສິນລະປະເຂົ້າຊ່ອຍ.

3.ສ້າງໃຫ້ເຂົາຍອມຮັບໃນຄວາມຮູ້ໃໝ່ໆ ອັນເປັນທາງປ່ຽນແປງທັດສະນະຄະຕິໃນທາງຂອງຜູ້ຈຸງໃຈ

4.ໃຫ້ເຂົາຕັດສິນດ້ວຍຕົນເອງໂດຍການຊັກຈຸງໃຫ້ສອດຄອງກັບເປົ້າໝ່າຍ.

5.ໃຫ້ຄວາມສົນໃຈຕິດຕາມການຊ່ອຍເຫລືອແກ້ໄຂບັນຫາເມື່ອເຂົາມີບັນຫາ.

ວິທີທັງ 5 ຢ່າງ ທີ່ກ່າວມານີ້ຈະເຫັນໄດ້ວ່າການຈຸງໃຈເປັນສິ່ງທີ່ຕ້ອງເຮັດຕໍ່ເນື່ອງ ໂດຍບໍ່ມີມື້ສິ້ນສຸດນອກ ຈາກນີ້ແລ້ວ ຍັງຈະຕ້ອງເສຍສະລະເວລາຕິດຕາມການດຳເນີນການຕໍ່ໄປອິກ ຈົນໝັ້ນໃຈວ່າເຂົາຈະບໍ່ມີພືດຕິກຳເດີມ ອິກ  ເຊື່ອກັນວ່າແຮງຈຸງໃຈທີ່ສຳຄັນໃນການເຮັດວຽກຄື  ເງິນ  ແຕ່ຜົນສຳຫລວດປະກົດວ່າ  ເງິນຢ່າງດຽວບໍ່ແມ່ນປັດໃຈທີ່ເຮັດໃຫ້ແກ່ພະນັກງານກຳມະກອນຍັງມີປັດໃຈທີ່ສຳຄັນຫລາຍຢ່າງໃນການກະຕຸ້ນຄວາມຕ້ອງການຄື:

  • ໄດ້ຮັບຄວາມເຄົາລົບ ນັບຖືຕາມອັດຕະພາບທີ່ຕົນມີ.
  • ຄວາມໝັ້ນຄົງໃນວຽກງານ.
  • ເຮັດວຽກຕາມຄວາມຮູ້ ຄວາມສາມາດ.
  • ມີເພື່ອນຮ່ວມງານທີ່ດີ.
  • ມີຜູ້ບັງຄັບບັນຊາທີ່ດີ.
  • ມີໂອກາດກ້າວໜ້າ.
  • ໂອກາດສະແດງຄວາມຄິດເຫັນ.
  • ຊົ່ວໂມງເຮັດວຽກເໝາະສົມ.
  • ເຮັດວຽກຕາມຕົນເອງຖະໜັດ.
ສິ່ງງດັ່ງກ່າວຂ້າງເທິງນີ້ເປັນຄວາມຕ້ອງການທີ່ສຳຄັນ ແກ່ພະນັກງານຜູ້ບໍລິຫານ ຕ້ອງລະວັງເປັນພິເສດໃນການຈັດຫາຄວາມຕ້ອງການໃຫ້ຜູ້ກ່ຽວຂ້ອງ ຖ້າເວົ້າເຖິງໃນດ້ານບໍລິຫານ ການຄຸ້ມຄອງແມ່ນໄດ້ຜົນດີຂື້ນ  ຖ້າເປັນວຽກທາງທຸລະກິດຍິ່ງຊ່ອຍໃຫ້ເພີ່ມກຳໄລ.

6.ຈຸງໃຈດ້ວຍການສະເໜີ

ບໍ່ໝາຍວ່າທຸກຄົນເຮົາຈະຕ້ອງເຊື່ອດ້ວຍເຫດ ແລະ ຜົນສະເໝີໄປ ແຕ່ໃນບາງຄັ້ງບາງທີຍັງຈະຕ້ອງຫລົງເຊື່ອໃນສິ່ງທີ່ບໍ່ຄວນຈະເຊື່ອຖືໄດ້ ທັງໆ ທີ່ເກີດຈາກການສະເໜີແນະນຳຈາກຄົນອື່ນໆຄົນເຮົາພັດຕອບສະໜອງຕາມການສະເໜີໃຫ້ເຊື່ອຖື  ແຕ່ຢ່າລືມວ່າ ການສະເໜີຂອງເຮົາສາມາດສ້າງຄວາມພໍໃຈໃຫ້ເກີດຄວາມເຊື່ອ ຫຼື ເຊື່ອບໍ່ໄດ້.

7.ຈຸງໃຈດ້ວຍການໂຄສະນາ

ຄົນເຮົາມີຄວາມສາມາດ ແຕ່ບໍ່ມີໂອກາດໄດ້ສະແດງອອກເໝືອນດັງສິນຄ້າ ຄົນເຮົາສ່ວນຫລາຍແລ້ວມັກນິ ຍົມນຳໃຊ້ສິນຄ້າທີ່ມີການໂຄສະນາ  ເພາະການໂຄສະນາໄດ້ດຶງດູດເອົາລູກຄ້າໄດ້ຢ່າງຫລວງຫລາຍ ເຊັ່ນດຽວກັນກັບຜູ້ທີ່ມີຄວາມຮູ້ ຄວາມສາມາດ ແຕ່ບໍ່ຮູ້ວິທີແນະນຳຕົນເອງໃຫ້ຄົນອື່ນເກີດຄວາມເຂົ້າໃຈໄດ້ ປຽບເໝືອນໂຮງງານຜະລິດສິນຄ້າທີ່ທັນສະໃໝ ແຕ່ບໍ່ຮູ້ວິທີການວາງແຜນຈຳໜ່າຍ  ການມີຄວາມຮູ້ຄວາມສາມາດນັ້ນຍັງບໍ່ພຽງພໍ ຕ້ອງມີວິ ທີການປະພືດໃນດ້ານໃດໜຶ່ງອອກມາ  ເພື່ອສະແດງເຖິງຄວາມຮູ້ ຄວາມສາມາດໃຫ້ປະກົດຜົນຂື້ນໃນກຸ່ມຄົນ ແລະໜ່ວຍງານ ຢ່າໃຫ້ຄວາມສາມາດຂອງເຮົາຖືກຄົນອື່ນຢື່ມໄປໃຊ້ ໂດຍທີ່ເຮົາບໍ່ໄດ້ຫຍັງຕອບແທນເລີຍ.

ການໂຄສະນາໃຫ້ຄົນອື່ນຮູ້ຈັກນັ້ນຖືວ່າເປັນການດີ ແຕ່ຄວນພິຈາລະນາໃຫ້ເໝາະສົມ ຖ້າຫລາຍເກີນໄປຈະມີຜົນສະທ້ອນໃນດ້ານລົບກັບມາສູຕົວເຮັາໄດ້.

8.ຈຸງໃຈດ້ວຍການໃຫ້ເຄື່ອງຂອງ.

ການຈຸງໃຈດ້ວຍການໃຫ້ສິ່ງຂອງນີ້ປຽບເໝືອນນ້ຳໃຈທີ່ສ້າງຄວາມສາມັກຄີຮັກແພງເຊິ່ງກັນແລະກັນ ການໃຫ້ຂອງຂວັນຕ້ອງໃຫ້ໃນວາລະໂອກາດຕ່າງໆ  ເຊັ່ນ  ງານກິນດອງ ຂື້ນເຮືອນໃໝ່ ຫລື ສະຫລອງຜົນສຳເລັດວຽກງານອື່ນໆ  ບາງຄົນຖືເລືອງນີ້ເປັນເລື່ອງທຳມະດາ  ເບິ່ງຂ້າມຄວາມສຳຄັນຂອງການໃຫ້  ບາງຄົນກໍ່ຖືເປັນເລື່ອງໜ້າທີ່ຈະຕ້ອງໃຫ້  ແຕ່ຜູ້ໄດ້ຮັບຄວນສະແດງຄວາມຂອບໃຈເມື່ອໄດ້ຮັບ ເພື່່ອເຮັດໃຫ້ມີຄວາມຊາບຊື່ງໃນຈິດໃຈເຊັ່ນ ຄຳວ່າຂອບໃຈ ບໍ່ໝາຍຄວາມວ່າໄດ້ຮັບຂອງແລ້ວເຮັດໜ້າຕາເສີຍໆ ບໍ່ສະແດງຄວາມຮູ້ສືກຫຍັງທັງນັ້ນ.

9.ຈຸງໃຈໃນເພດກົງກັນຂ້າມ.

ຈາກການສຳຫຼວດພົບເຫັນວ່າຫ້ອງການໃດມີແຕ່ຜູ້ຊາຍ ຫຼື ມີແຕ່ຜູ້ຍິງລ້ວນໆ ນັ້ນຈະບໍ່ຄ່ອຍມີຊິວິດຊິວາຄວາມຍິ້ມແຍ້ມແຈ່ມໃສ ຕະຫລອດຮອດການພົວພັນລະຫວ່າງສາມະຊິກໃນໜ່ວຍງານ ຈະຫລຸດນ້ອຍຖອຍລົງເວົ້າລວມແລ້ວຄວາມມີຊິວິດຊີວາໃນການເຮັດວຽກເກື່ອບບໍ່ມີກົງກັນຂ້າມຖ້າເຮົາແບ່ງໜ່ວຍງານປະສົມຍິງຊາຍເຂົ້າ ກັນເຄີ່ງໜຶ່ງຈະສັງເກດເຫັນວ່າການປະຕິບັດວຽກງານຫ້າວຫັນແຂ່ງຂັນກັນເຮັດວຽກຕະຫລອດຮອດການສ້າງສາພົວພັນກັນດີຂື້ນຄືກັບວ່າມີພະລັງ.

10.ຄວາມພໍໃຈໃນການເຮັດວຽກ.

ໝາຍເຖິງຄວາມຮູ້ສືກຂອງຄົນທີ່ມີຕໍ່ການເຮັດວຽກໃນດ້ານບວກເຊິ່ງສະແດງອອກເປັນພືດຕິກຳຕ່າງໆ ເຮົາສາມາດສັງເກດໄດ້ຈາກສິ່ງຕໍໄປນີ້:

1.ຄວາມຄິດ  ໝາຍເຖິງຄວາມພໍໃຈຕໍ່ວຽກງານມີຄ່າ ມີປະໂຫຍດ .

2.ອາລົມຄວາມຮູ້ສືກ  ໝາຍເຖິງໃນເວລາເຮັດວຽກ ມີຄວາມຕື່ນເຕັ້ນ ສະໜຸກສະໜານ.

3.ການກະທຳ  ໝາຍເຖິງການສະແດງອອກໃນດ້ານຄວາມຂະຫຍັນອົດທົນ ກະຕືລືລົນ ມຸ້ງໝັ່ນ.

11.ປັດໃຈໃຫ້ເກີດຄວາມພໍໃຈໃນວຽກງານ

1.ຄ່າຈ້າງແຮງງານໝາຍເຖິງຄວາມພໍໃຈໃນຄ່າຕອບແທນເໝາະສົມ.

2.ລັກສະນະວຽກງານທີ່ເຮັດໝາຍເຖິງຄວາມພໍໃຈໃນວຍກງານທີ່ຕົນເອງມັກ.

3.ເພື່ອນຮ່ວມວຽກງານໝາຍເຖິງເພື່ອນເຂົ້າໃຈກັນໄດ້ດີ.

4.ຫົວໜ້າ ແລະຜູ້ບໍລິຫານໝາຍເຖິງຫົວໜ້າມີຄວາມຍຸດຕິທຳ ເປັນກັນເອງ

5.ຄວາມໝັ້ນຄົງໃນວຽກໝາຍເຖິງຄວາມເຊື່ອໝັ້ນໃນລະບົບຂອງວຽກ.

6.ໂອກາດຄວາມກ້າວໜ້າໝາຍເຖິງຄວາມກະໂດດກ້າວໄປເບື້ອງໜ້້າທາງດ້ານໜ້າທີ່ ແລະ ເງິນເດືອນ.

7.ຄວາມມີລະບຽບໝາຍເຖິງການປະຕິບັດລະບຽບຕ້ອງເທົ່າທຽມກັນ.

8.ສິ່ງແວດລ້ອມອື່ນໆໝາຍເຖິງສິ່ງອຳນວຍຄວາມສະດວກໃນດ້ານຕ່າງໆຂອງໜ້າວຽກ ແລະ ຄວາມສະອາດເປັນຕົ້ນ.

ຄຳຖາມ

1.ປະເພດຂອງອົງກອນມີຫຍັງແດ່ ?

2.ອົງປະກອບຂອງການຈຸງໃຈມີຫຍັງແດ່ ?

3.ພື້ນຖານໃນການຈຸງໃຈມີຫຍັງແດ່ ?

4.ສິນລະປະໝາຍເຖິງຮູບແບບ, ວິທີການ ແລະ  ເຕັກນິກໃນການສ້າງໃຫ້ຮ່ວມມືມີອັນໃດແດ່ ?

5.ວິທີການຈຸງໃຈເຮົາຕ້ອງນຳໃຊ້ເຄື່ອງມືດ້ານໃດແດ່ ? ແລະ ຕ້ອງມີການສຶກສາເປົ້າໝາຍຂັ້ນຕອນໃດແດ່ ?

ใหม่กว่า เก่ากว่า