ບົດຮຽນ ວິຊາ ມະນຸດສຳພັນ ບົດທີ 6 ຄວາມສຳພັນນາຍ, ລູກນ້ອງ ແລະ ເພື່ອນຮ່ວມງານ

ບົດທີ 6

ຄວາມສຳພັນນາຍ ລູກນ້ອງ ແລະ ເພື່ອນຮ່ວມງານ

ຈຸດປະສົງຄາດໝາຍ

1.ຄາດຫວັງວ່າຜູ້ຮຽນຮູ້ຈະເອົາໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ຕົນເອງ.

2.ຄາດຫວັງວ່ານັກສຶກສາຈາກການຮຽນຮູ້ແລ້ວ ຈະນຳໄປປະຕິບັດ ສ້າງຄວາມສຳພັນຂອງຕົນເອງໄດ້ຢ່າງເລີກເຊິ່ງ ແລະ ຄ່ອງແຄ້ວ.

3.ຄາດຫວັງວ່າຜູ້ສຶກສາຈະໄດ້ເຂົ້າໃຈເຖິງກົນໄກ,ຂັນ້ຕອນຂອງການພົວພັນ ແລະ ການວາງ ຕົນໃຫ້ສອດຄ່ອງເໝາະສົມກັບຖານະຕົນ ທີ່ມີຢູ່ຢ່າງລາບລື້ນ.

6.1.ຄວວາມສຳພັນໃນດ້ານຕ່າງໆ.

6.1.1.ຄວາມສຳພັນກັບນາຍ

1.ຮຽນຮູ້ນິໃສໃຈຄໍ

ເມື່ອມີຫົວໜ້າ ຫຼື ຫົວໜ້າຫຼາຍຄົນຕ້ອງສຶກສາວ່າເພີ່ນເປັນຄົນໃຈດີ ໃຈຮ້າຍ ຫຼື ວ່າໃຈຮ້ອນ ການທີ່ຮຽນຮູ້ນິໃສໃຈຄໍຫົວໜ້າຈະນຳໄປສູ່ການເຮັດວຽກທີ່ຖືກໃຈ ແລະ ພໍໃຈຫົວໜ້າ ບາງເທື່ອຄົນດຽວກັນ ແຕ່ການເວລາປຽນໄປໜ້າທີ່ປຽນໄປ ແລະ ນິໄສກໍ່ປຽນໄປຄືກັນ.

2.ຫຼີກລ້ຽງການອໍເຊາະ  

ປະຈົບປະແຈ່ງແກ້ງເຮັດ ການເຮັດດີນັ້ນມີຫຼາຍຢ່າງ ບາງເທື່ອດີສຳເຮົາ ແຕ່ບໍ່ແຕ່ດີ ສຳລັບນາຍ ຕ້ອງພະຍາຍາມຊອກຮູ້ໃຫ້ໄດ້ວ່ານາຍມັກຫຍັງ ແລະ ບໍ່ມັກຫຍັງ.

3.ໃຫ້ການສະໜັບສະໜູນ  

ຊ່ອຍວຽກງານຫົວໜ້າຕາມອຳນວຍ ແລະ ໜ້າທີ ທີ່ໃດ້ຮັບມອບໝາຍໃຫ້ ເຮັດໃຫ້ກິດຈະການ ຫຼື ວຽກງານອັນນັ້ນປະກົດເປັນຈິງ ແລະ ສຳເລັດຜົນ.

4.ໃຫ້ຄວາມເຄົາລົບ  

ຄວາມນັບຖື ຫຼື ຜູ້ອາວຸໂສຕາມຖານະ ຂໍ້ປະຕິບັດນີ້ຖືວ່າເປັນສິ່ງທຳມດາ ເພາະເປັນວັດທະນະທຳຂອງຄົນລາວຕ້ອງປະຕິບັດ ເມື່ອມາພົບພໍ້ກັນ ປະຕີບັດຕົນເປັນຜູ້ມີມາລະຍາດ ໂດຍສະເພາະຜູ້ບັງ ຄັບບັງຊາ ຫຼື ຫົວໜ້າຍິ່ງເປັນການສະແດງເຖີງຄວາມສຸພາບຮຽບຮ້ອຍ.

5.ເລື້ອງເລັກໆນ້ອຍໆ

ຄວນປືກສາແຕ່ເລື້ອງເປັນວຽກເປັນງານທີ່ສຳຄັນ  ບໍ່ຄວນເອົາເລື່ອງເລັກໆ ນ້ອຍໆເຂົ້າໄປປືກສາຫາລືເພີ່ນ.

6.ການເຂົ້້າຫາ  

ຕ້ອງໃຫ້ເໜາະສົມກັບໂອກາດ ແລະ ເວລາ ເພາະເພີ່ນມີແຂກ ແລະວຽກງານຫຼາຍຢ່າງ ທີ່ຈະຕ້ອງແກ້ໄຂ.

7.ນິນທານາຍກັບຄົນອື່ນ

ເພາະຄົນອື່ນຈະຫາວ່າລູກນ້ອງແບບນີ້ບໍ່ດີ.

8.ເມືອນາຍໃຫ້ຄວາມສຳຄັນ

ເຮົາຕ້ອງສະແດງຄວາມຂອບໃຈໃນບຸນຄຸນເປັນການກະຕັນຍູ ເຊີ່ງກໍ່ໃຫ້ເກິດ ຄວາມພໍໃຈກັນການສ້າງຄວາມສຳພັນອັນດີລະຫວ່າງເຮົາ ແລະ ຜູ້ບັງຄັບບັນຊາ

9.ສັນລະເສີນຄວາມດີຄວາມງາມ

ໃນໂອກາດອັນເໝາະສົມ ແລະ ຄວນຍົກຍອງຄວາມດີຂອງນາຍໃນໂອ ກາດຕ່າງໆ.

10.ຢ່າຈົ່ມເຖີງຄວາມລຳບາກ

ໃນເມື່ອໄດ້ຖືກມອບໝາຍວຽກງານໃດໜຶ່ງໃຫ້ເຮັດແລ້ວ ຢ່າຈົ່ມເຖິງຄວາມຢາກອອກມາໃຫ້ເພີ່ນຮູ້ ເຊີ່ງຈະພາໃຫ້ພາດໂອກາດທີ່ຈະສະແດງຄວາມສາມາດຂອງຕົນອອກມາ ແລະໂອກາດ ຕໍ່ໄປ ຫົວໜ້າຈະບໍ່ເອີ້ນຫາ ຫຼື ໃຊ້ໃຫ້ເຮັດວຽກອີ່ກ.

11.ຕ້ອງຕິລຄາເຖີ່ງຈຸດດີຈຸດອ່ອນຂອງຕົນ:

ວ່າຜ່ານມາມີຂໍ້ດີ,ຂໍ້ເສຍຫຍັງແດ່ ປະເມີນທຸກໆວັນຍິ່ງເປັນການດີ.

6.1.2.ຄວາມສຳພັນກັບເພື່ອນຮ່ວມວຽກ.

ການທີ່ເຮົາເຮັດວຽກຮ່ວມກັບຫຼາຍໆ ຄົນກໍ່ຍ່ອມມີໂອກາດຈະໄດ້ກະທົບກະແທກ ຂັດແຍ້ງ ຫຼື ບໍ່ເຂ້າໃຈກັນມີລາຍລະອຽດດັ່ງນີ້:

·         ຕ້ອງເປັນຜູ້ທັກທາຍ ຫຼື ເຂົ້າຫາເພືອນກອນ.

·         ມີຄວາມຈິງໃຈຕໍ່ເພື່ອນ.

·         ຫຼີກລ້ຽງການນິນທາເພື່ອນ.

·         ຢ່າໂຍນຄວາມຜິດໃຫ້ກັບເພືອນ.

·         ຍົກຍ້ອງ ແລະ ຊົມເຊີຍເພື່ອນຕາມຄວາມເໜາະສົມ ຖ້າມີໂອກາດ ໃນເວລາໃດໜຶ່ງ

·         ໃຫ້ຄວາມຮ່ວມມືໃນກິດຈະການຂອງເພືອນ.

·         ຈົງຟັງຄວາມຄິດເຫັນຂອງເພື່ອນ.

·         ຫຼີກລ້ຽງຕີຕົວສູງກ່ວາເພື່ອນ.

·         ວາງຕົວໃຫ້ສະເໝີຕົ້ນສະເໝີປາຍ.

·         ເປີດໃຈກ່ວາງ ແລະ ເອື້ອເຟື້ອເພື່ອແຜ່ກັບເພື່ອນຝຸງ.

·         ອອກໄປພົບປະສ້າງສັນກັບໝູ່ເພືອນບາງຄັ້ງຄາວຕາມຄວາມເໜະສົມ.

·         ໃຫ້ຄວາມອານູເຄາະຊ່ວຍເຫຼືອໝູ່ເພືອນໃນຍາມທຸກຮ້ອນ.

6.1.3.ການສ້າງຄວາມສຳພັນກັບມິດສະຫາຍ

ຄຳວ່າມິດ ໝາຍເຖິງຜູ້ທີ່ມີຄວາມສະນິດສະໜົມກັນ  ສະຫາຍໝາຍເຖີງເພື່ອນຮ່ວມທາງຫຼື ຜູ້ເຮັດວຽກຮ່ວມກັນ ອູດົມການດຽວກັນ  ສະນັ້ນຄົນສ່ວນໃຫຍ່ມັກຈະເອີ້ນກັນວ່າ ມິດສະຫາຍການສ້າງສາຍສຳພັນກັບມິດສະຫາຍຕ້ອງມີການພິຈະລະນາແບ່າງເປັນປະເພດ ໃຫ້ຄວາມສຳຄັນໜ້ອຍຫຼາຍແຕ້ກຕ່າງກັນ ການສ້າງຄວາມສຳພັນກັບມິດສະຫາຍແມ່ນເປັນສິ່ງຈຳເປັນຂອງຊີວິດຂອງຄົນທຸກຄົນ.

·         ເພືອນປະເພດຮູ້ຈັກ  ຍັງບໍ່ຖືວ່າເປັນເພື່ອນສະນິດສະໜົມກັນໄດ້.

·         ເພືອນຫຼີ້ນ ເປັນເພື່ອນທີ່ໄດ້ມາຈາກປະເພດທີໜຶ່ງ.

·         ເພື່ອນແທ້ ຄືເພື່ອນກິນ ເພື່ອນຕາຍນຳກັນ ໄດ້ມາຈາກ ເພື່ອນປະເພດທີ່ 1, 2 ນັ້ນເອງ.

6.1.4.ຄວາມສຳພັນກັບລູກນ້ອງ

ຜູ້ບັງຄັບບັນຊາຄວນຈະປະຕີບັດໂຕຢ່າງໃດ ລູກນ້ອງຈິງຈະເກິດຮັກ ແລະ ຄວາມເຄົາລົບນັບຖືຕົນ  ຄຳວ່າລູກນ້ອງ ມີຄງາມໝາຍສະນິດສະໜົມກັນ  ເພາະເປັນທັງລູກແລະນ້ອງ  ສະນັ້ນຜູ້ເປັນພໍ່ ແມ່ ແລະ ອ້າຍຕ້້ອງໃຫ້ຄວາມຮັກຄວາມອົບອູ່ນເຫັນອົກເຫັນໃຈແກ່ນ້ອງດ້ວຍຄວາມຈິງໃຈສິ່ງທີ່ຜູ້ບັງຄັບບັນຊາ ຫຼື ຫົວໜ້າຕ້ອງປະຕິບັດຕໍ່ລູກນ້ອງ ຫຼື ຜູ້ໃຕ້ບັງຄັບບັນຊາມີດັ່ງນີ້:

1. ການຄວບຄຸມອາລົມ  

ຕ້ອງຮູ້ຈັກຄວບຄຸມອາລົມຕົນເອງໃນການຕັດສິນບັນຫາໃດໜຶ່ງຕ້ອງອາໃສເຫດ ຜົນ ແລະ ຂໍ້ມູນຕ່າງໆ ຫຼາຍດ້ານໃນການຕັດສິນໃຈ ການໃຊ້ອາລົມໃນການຕັດສິນບັນຫາຈະເຮັດໃຫ້ມີຄວາມຜິດ ພາດສູງໄດ້ງ່າຍ ສະນັ້ນ ຜູ້ບັນຊາຄວນຄອບຄຸມອາລົມດັ່ງນີ້

·         ຄວບຄຸມອາລົມໂມໂຫ.

·         ຢ່າຫຼົງຕົນເອງວ່າເກັ່ງກ່ວາຄົນອື່ນໆ

·         ຢ່າໃຊ້ອຳນາດເກີນຄວາມຈຳເປັນ.

·         ຢ່າເລືອກບອນຮັກ - ມັກບອນຊັງ.

2.ສົ່ງເສີມໃຫ້ກຳລັງໃຈລູກນ້ອງ  

ຜູ້ບັງຄັບບັນຊາທີ່ດີ ຕ້ອງຄຳນຶງເຖີງຄວາມຮູ້ສືກຂອງລູກນ້ອງເຊິ່ງອາດຈະວັດແທກຢູ່ທີ່ໜ້າວຽກງານ ກິລິຍາ ທ່າທາງມິຈິດໃຈໝັ້ນຄົງ ແລະ ມິຄວາມກະຕືລືລົ້ນ ຫົວໜ້າຈະຕ້ອງຕິດຕາມແລະສັງເກດເບິ່ງລູກນ້ອງທີ່ຂາດກຳລັງໃຈ ແລະ ຫາທາງສົ່ງເລີ່ມໃຫ້ກຳລັງໃຈ.

6.1.5.ມະນຸດສຳພັນໃນການບໍລິຫານວຽກ.

ໃນການບໍ່ລິຫານວຽກ ຜູ້ບັງຄັບບັນຊາ ຄວນເຮັດວຽກງານດ້ວຍຄວາມສະບາຍອົກສະບາຍໃຈ ການເຮັດວຽກງານບໍລິຫານບໍ່ແມ່ນເຮັດໃນສ່ວນໃດສ່ວນໜຶ່ງນຂອງການບໍ່ລິຫານເທົ່ານັ້ນ ແຕ່ມັນໝາຍເຖີງການບໍລິຫານງານ

ທັງໝົດ  ເພາະວ່າການບໍລິຫານເຄື່ອງຈັກ ວັດຖຸ ອຸປະກອນ ຫຼື ບໍລິສັດ ພວກເຮົາຈະເຮັດໄດ້ ໂດຍການສັ່ງຜ່ານຈາກຄົນທັງນັ້ນ.

1.ເງິນ, ວັດຖຸ ແລະ ເຄື່ອງຈັກ

ໃນການດຳເນີນກິດການໃດໆ ເຮົາອາດຄົງຊາບແລ້ວ ວ່າ ປັດໃຈສຳຄັນໃນການດຳເນີນການຄື: ເງີນ ວັດຖຸ ແລະ ເຄື່ອງຈັກ ເຄືອງມືຕ່າງໆ  ແຕ່ຈະຕ້ອງເຂົ້າວ່າໃນຖານະຜູ້ບໍລິຫານນັ້ນ ຍັງຈະຕ້ອງສ້າງປັດໃຈຕ່າງໆ ຕື່ມອີກໃຫ້ເກີດຜົນກຳໄລຫຼືເກີດການດຳເນີນວຽກງານໄດ້ນັ້ນເຮົາຈຳຕ້ອງໄດ້ອາໃສຄົນສະເໝີ ເປັນອົງປະກອບໜຶ່ງ ໃນການບໍລິຫານວຽກງານທັງໝົດສ້າງໃຫ້ເກີດໄປໃນທິດທາງດຽວກັນເພື່ອບໍ່ໃຫ້ເກີດມີທ່າອ່ຽງທາງລົບນັ້ນຕ້ອງເຂົ້າໃຈເຖິງຄວາມຄິດຄວາມຕ້ອງການຂອງຄົນ ສົມມຸດວ່າ ມີ ທ່ານ ວັນນະສຸກ ເປັນຜູ້ບໍລິຫານວຽກງານໃນອົງກອນໃດໜຶ່ງ ຄິດເຖີງແຕ່ວັດຖຸ ເງິນ ສິ່ງຂອງຕ່າງໆ  ເປັນຫລັກໂດຍບໍ່ຄນື່ງວ່າ ທ່ານນາງຜາສຸກ ຜູ້ເປັນລູກນ້ອງຈະມີຄວາມຮູ້ສືກແນວ ໃດໃນການບອກປະຕິເສດ ແລະ ເລື່ອນນັດໄປເລື້ອຍໆ ຈາກຜູ້ເປັນນາຍ  ເຊີ່ງນຜູ້ໃຕ້ບັນຊາເຂົ້າພົບຄັ້ງແລ້ວຄັ້ງເລົ່າຈະ ເຮັດໃຫ້ລາວມີຄວາມຮູ້ສືກຢ່າງໃດ  ລອງຄິດເບີ່ງວ່າ ຖ້າເປັນທ່ານເອງ ທ່ານຈະເສຍໃຈ ແລະ ນ້ອຍໃຈພຽງໃດ ທ່ານກຳລັງຈະກາຍເປັນຜູ້ນຳທີ່ຍິ່ງ ແລະ ຫຼິ້ນຕົວເກີນໄປໃນສາຍຕາຂອງ ນາງຜາສຸກ ຜູ້ເປັນລູກນ້ອງ.

2.ການຈັດການບຸກຄົນ.

ບໍ່ວ່າທ່ານຈະມີລູກນ້ອງ ຫຼື ຜູ້ບັງຄັບບັນຊາ ນ້້ອຍ ຫຼາຍສຳໃດ ສິ່ງສຳຄັນໃນການບໍລິຫານກໍ່ຄືຕົວເຮົາເອງຈະຕ້ອງຮູ້ວິທີ່ໃນການຈັດການ ຜູ້ໃຕ້ບັງຄັບບັນຊາຂອງເຮົາ ເຮົາຈະຕ້ອງເຂົ້າໃຈວິທີ່ການທີ່ຈະເຮັດໃຫ້ອົງການບໍລິສັດ ຫຼື ໜ່ວຍງານຂອງເຮົາເຮັດວຽກໄດ້ຢ່າງລາບລື້ນໃນຄວາມສຳນານ ແລະ ປະສົບການໃນການຈັດການບຸກ ຄົນເປັນປັດໃຈສຳຄັນໃນການບໍລິຫານ ແລະ ຜູ້ບໍລິຫານທີ່່ຈະໄດ້ຮັບການເລື່ອນຕຳແໜ່ງກໍ່ຄືຄົນທີ່ມີຄວາມສາມາດຈັດການວຽກງານບຸກຄົນໄດ້ດີ.

1.ການຕິດແທນຕົວຈິງ

ຖ້າຈະເປັນນັກບໍລິຫານຄອຍນັ່ງສັ່ງວຽກຢູ່ໃນຫ້ອງແອເຢັນໆ  ຄ່ອຍແຕ່ຮັບຟັງການລາຍງານ ຫຼື ບັນທືກຂໍ້ ຄວາມຈາກສະໝູນ ມືຂວາ ມືຊ້າຍ ຂອງທ່ານພຽງຢ່າງດຽວ ທ່ານກໍ່ຈະກາຍເປັນນັກບໍລິຫານຊັ້ນຕາຍໆ ເຂົ້າທຸກມື້ ແນ່ນອນ ການທີ່ສັ່ງວຽກໃນຫ້ອງຍ່ອມສະບາຍກ່ວາການຢ່າງລົງໄປເບີ່ງວຽກດ້ວຍຕົວເອງ.

ການບໍລີຫານງານນັ້ນຈະຕ້ອງລົງເລີກຕົວຈິງ ຮ່ວມ ໃຫ້ຄວາມປືກສາ ແລະແນະນຳ ຫຼື ວ່າມີການຢ່ຽມສອດ ສ່ອງເບິ່ງແຍງຜູ້ໃຕ້ບັງຄັບບັນຊາຂອງທ່ານຢ່າງສະໝຳສະເໝິ.

2.ຄວາມໝັ້ນຄົງໃນຄໍາສັງ

ທ່ານໄດ້ເຄີຍຮັບຟັງ ແລະ ຮັບຮູ້ມາວ່າ ຂໍ້ສຳຄັນໃນການສ້າງມະນຸດສຳພັນທີ່ດີຂອງຜູ້ໃຕ້ບັງຄັບບັນຊາກໍ່ຄືມີຈິດໃຈໂອບອ້ອມອາລີ ຄວາມເຫັນອົກເຫັນໃຈ ແລະ ຄວາມອົດທົນ ແຕ່ທ່ານຈະຕ້ອງບໍ່ລືມວ່າ ພາຍໃຕ້ຄວາມມີນ້ຳ ໃຈຂອງທ່ານຕໍ່ຜູ້ໃຕ້ບັນຊານັ້ນ ທ່ານຈະຕ້ອງມີຄວາມໝັ້ນຄົງກັບຄຳສັງອອກໄປ ທ່ານຈະຕ້ອງອະທິບາຍໃຫ້ເຂົາໃຈຢ່າງຖ່ອງແທ້ວ່າ  ທ່ານມີນ້ຳໃຈ ຈິງຕໍ່ເຂົາເຈົ້ານັ້ນ ບໍ່ໄດ້ໝາຍຄວາມວ່າ ພວກເຂົາຈະເຮັດອັນໃດຕາມໃຈຊອບ.

3.ການນຳໃຊ້ພາສາ.

ບໍ່ວ່າຄົນທີ່ເຮົາກຳລັງເວົ້າ ຫຼື ສົນທະນານຳ ຈະເປັນຄົນລະດັບໃດກໍຕສາມ ເຮົາກໍຄວນໃຊ້ວາຈາໃຫ້ສຸພາບ ເໝາະສົມກັບຖານະຂອງເຂົາເຈົ້າ ການເວົ້າສະນິດຟັງແລ້ວບໍ່ເຂົ້າຫູຄົນນອກຈາກ ຈະເປັນການສະແດງອອກນິໃສຂອງເຮົາແລ້ວຍັງເປັນການທຳລາຍຄວາມເຊືອຖື ແລະ ສັດທາໃນຕົວເຮົາອີ່ກດ້ວຍ ບາງຄັ້ງຄຳເວົ້າບໍ່ທໍ່ໃດຄຳທີ່ເຮົາເປັ່ງອອກໄປອາດທຳລາຍໄມຕີທີ່ມີມາຊ້ານານໄດ້ຫາຍໄປໃນພິບຕາດຽວ  ສະນັ້ນກ່ອນຈະເອີ່ຍອັນໃດອອກໄປຄວນຄິດໃຫ້ຖີ່ ຖ່ວນສະກ່ອນ.

4.ພ້ອມເປັນທີ່ປືກສາ.

ເມື່ອຜູ້ໃຕ້ບັນຊາຂໍເຂົ້າພົບເພື່ອຂໍຄຳແນະນຳກ່ຽວກັບບັນຫາສ່ວນຕົວ ສະແດງວ່າເຂົາໄດ້ໃຫ້ຄວາມໄວ້ວາງໃຈເຮົາເປັນຢ່າງຍິ່ງ ເຊີ່ງເປັນການສະທ່ອນເຖີງຄວາມສຳພັນທະພາບທີ່ດີ ລະຫວ່າງເຮົາ ກັບພະນັກງານ ແລະ ເຮົາຄວນຮັກສາຄວາມສຳພັນໄວ້  ເມື່ອເຂົາເລີ່ມຕົ້ນເລົ່າເລື້ອງທຸກຮ້ອນໃຈທີ່ເກິດຂື່ນກັບເຂົາ ຈົ່ງຕັ້ງອົກຕັ້ງໃຈຟັງ ຢ່າຄັດຄໍ ຫຼື ຄັດຈັງຫວະ ປ່ອຍໃຫ້ເຂົາລະບາຍຄວາມໃນໃຈອອກມາ ຢ່າຄິດວ່າເຮົາກຳລັງຮັບຮູ້ເລື້ອງໄຮ້ສະລະຂອງເຂົາເຈົ້າ ເຮົາຕ້ອງພ້ອມໃຫ້ຄວາມປືກສາ ແລະ ໃຫ້ທິດເຍືອງທາງກັບເຂົາເຈົ້າເທົ່າທີ່ເຮົາຈະເຮັດໄດ້.

5.ໃຫ້ຄວາມສຳຄັນ

ການໃຫ້ຄວາມເຫັນອົກເຫັນໃຈຕໍ່ຜູ້ໃຕ້ບັນຊາພຽງເລັກນ້ອຍ ກໍ່ຈະໄດ້ຜົນຢ່າງມະຫາສານ ຕໍ່ຄວາມສຳພັນທະພາບລະຫວາງເຮົາກັບເຂົາ ຖ້່າມີຄົນໃດ້ໜຶ່ງຢູ່ໃນກຸ່ມພວກເຂົາ ລາວຽກໄປຢ້ຽມແມ່ ເມຍ ຫຼຶ ລູກທີ່ກຳລັງເຈັບຢູ່ຈົງໃຫ້ຄວາມສົນໃຈ ສອບຖາມວ່າເກີດຫຍັງຂື້ນ ເປັນແນວໃດ ມີຫຍັງໃຫ້ພວກເຮົາຊ່ອຍແດ່ບໍ ອັນໃດທາງພວກເຮົາຊ່ອຍໄດ້ພວກເຮົາຈະຊ່ອຍເຕັມທີ່ ຂໍໃຫ້ບອກມາເປັນຄຳຖສະເໜີຄືນ ສິ່ງເລົ່ານີ້ເຫັນວ່າບໍ່ໄດ້ເປັນເລື້ອງຍາກທີ່ຈະເຮັດ

6.2.ຄຸນສົມບັດມະນຸດສຳພັນກັບວຽກ

ຢ່າໄດ້ວາດພາບຕົນເອງວ່າການເປັນນັກບໍລິຫານທີ່ດີ ຈະຕ້ອງແຕ່ງກາຍໃຫ້ສະຫງາງາມ ສິ່ງເຫຼົ່ມັນບໍ່ເຮັດໃຫ້ເຮົາເປັນນັກບໍລິຫານທີ່ດີໃນສາຍຕາຂອງຜູ້ໃຕ້ບັນຊາຂອງເຮົາດອກສິ່ງທີ່ພວກເຂົາຢ່າງຮູ້ກໍ່ຄື ຜູ້ບັງຄັບັນຊາຂອງພວກເຂົາເຫັນຄວາມສຳຄັນຂອງພວກເຂົາ ຫຼື ນັກບໍລິຫານທີ່ດີຈະຕ້ອງໃຫ້ຄວາມສຳຄັນຕໍ່ຜູ້ໃຕ້ບັນຊາທຸກຄົຕ້ອງເຮັດໃຫ້ພວກເຂົາໝັ້ນໃຈວ່າ  ເຂົາທຸກຄົນມີຄວາສຳຄັນຕໍ່ໜວຍງານທີ່ເຂົາຢູ່ ຫຼື ຄວາມສຳຄັນຕໍ່ສັງຄົມພວກເຂົາກໍຈະເຮັດໃນສິ່ງທີ່ມີຄວາມໝາຍໃຫ້ແກ່ອົງການເປັນສິ່ງຕອບແທນຄືນ

1.ການລົງໂທດ

ການລົງໂທດ ຫຼຶ ປະຈານຜູ້ໃຕ້ບັນຊາ ຜູ້ທີ່ເຮັດວຽກບໍ່ໄດ້ຕາມທີ່ຕົນ ເອງຕ້ອງການ ເຮົາຄວນພິຈາລະນາໃຫ້ຖີຖ້ວນ   ລະອຽດສາກອນ ເພາະມັນເປັນ ເລື່ອງລະອຽດອ່ອນ ຕ້ອງຄຳນືງເຖິງໃນດ້ານບວກ ແລະ ດ້ານລົບນຳ ການລົງໂທດດ້ວຍ ວິທີຮຸນແຮງໄລອອກນັ້ນບໍ່ແມ່ນວິທີ່ການທີ່ໃດ້ຜົນສະເໝິໄປ ພວກເຂົາໃຫຍ່ໝົດແລ້ວພວກເຂົາບໍ່ຢ້າກໃຫ້ເຮົາປົກຄອງເຂົາຢ່າງດຽວຄື ຄູກັບນັກຮຽນລົງໂທດຜູ້ທີ່ເຮັດວຽກຜິດພາດ ນອກຈາກຈະບໍ່ເກິດຜົນດີຕໍ່ເຂົາຍັງເຮັດໃຫ້ເຂົາອັບອາຍແລະ ອາດຈະຍິ່ງກະທຳຜິດເປັນການປະຊົດອີ່ກດ້ວຍ ຕ້ອງປຽ່ນວິທິໃໝ່ດ້ວຍການເອີ້ນຜູ້ກະ ທຳຄວາມຜິດມາພົບແລ້ວບອອກເຂົາ ໃນທ່າເສຍໃຈຫຼາຍທີ່ເຂົາເຮັດວຽກຜິດ ຫລຶ ບໍ່ໃດ້ຕາມຕ້ອງການ.

2.ລະງັບອາລົມຮ້າຍ

ເມື່ອເຮົາຮູ້ສືກຢ້າກເຮັດອັນໃດໃນເວລາມີອາລົມໂມໂຫ ຈົງຢຸດແລ້ວນັບໜຶ່ງເຖິງສິບສາກ່ອນ ຖ້າຍັງສືບຕໍ່ບໍ່ທັນເຊົາ ໃຫ້ນັບເຖີງຮ້ອຍ ຢ່າເຮັດອັນໃດ ຫຼື ສິ່ງໃດໃນຂະນະໂມໂຫ ຫຼື ການທີ່ນັບໜຶ່ງເຖີງຮ້ອຍບາງຄັ້ງກໍແມ່ນເລື້ອງທີ່ເກິດຂື້ນໄດ້ງ່າຍ ແຕ່ຖ້າເຮົາເຮັດ ແລະ ຝືກຢູ່ສະເໝີ ຜົນຮັບຈະມີຄຸນຄ່າຫຼວງຫຼາຍເກີນກ່ວາທີເຮົາຄາດໄວ້ຊ້ຳ.

3.ຄວາມຊົງຈຳຕ້ອງດີ

ການຈື່ຊື່ຂອງຄົນຖືເປັນເລື້ອງສຳຄັນທີ່ສຸດປະການໜຶ່ງ ເພາະຊື່ໃຜໆ ກໍ່ຕ້ອງຄິດວ່າສຳຄັນທີ່ສຸດສະເໝີ ການພະຍາຍາມຈືຊື່ຜູ້ໃຕ້ບັນຊາ ແລະ ເອີ້ນຊື່ເຂົາທຸກເທ່ືອ ຫຼື ໃນເວລາທີ່ເຮົາສັ່ງວຽກງານ ມັນສ້າງໃຫ້ເຂົາຮູ້ສືກວ່າຕົນເອງມີຄວາມໝາຍຕໍ່ຜູ້ບັນຊາເຊີ່ງ ມັນສົ່ງຜົນສະທ້ອນຕໍ່ການເຮັດວຽກຂອງເຂົາແລ້ວຄວາມຮູ້ສືກທີ່ດີຕໍ່ເຮົາ ແຕ່ເຮົາຈະຕ້ອງໝັ້ນໃຈວ່າຈຳຊື່ໃຫ້ແນ່ນອນກ່ອນຈະ ເອີ່ຍປາກ ເອີ່ຍຊື່ເຂົາ ເພາະຖ້າເຮົາເອີ້ຍຊື່ເຂົາຜິດ ມັນກໍຍິ່ງເປັນການຮ້າຍໄປກ່ວາເຮົາໄປເຂົາຖາມວ່າ  ຂ້ອຍລືມໄປແລ້ວວ່າເຈົ້າຊື່ຫຍັງ.

4.ຄວາມຊອບຄວາມຜິດ.

         ເມື່ອຜົນງານຂອງໜ່ວຍງານອອກມາດີ ໄດ້ຮັບຄວາມນິຍົມຊົມຊອບ  ເຮົາກໍ່ເປັນຜູ້ອອກໜ້າອອກຕາຮັບເອົາຄວາມດີ ຄວາມຊອບໄດ້  ແຕ່ເມື່ອໃດເກີດມີບັນຫາ ຫຼື ຄວາມເສຍຫາຍເຮົາຊຳ່ພັດປັດຄວາມຜິດໃຫ້ແກ້ຜູ້ອື່ນ ຫຼື ບໍ່ກໍ່ຫາເຫດຜົນມາອ້າງວ່າຄວາມຜິດທີ່ເກີດຂື້ນນັ້ນ ບໍ່ໄດ້ເກິດຈາກຕົວເຮົາເອງ ບາງທີ່ອ້າງລູກນ້ອງ ອ້າງດິນຟ້າອາກາດ ອ້າງຄອມພິວເຕິເຮັດຜິດກໍ່ມີ ຖ້າເຮົາເປັນຜູ້ບໍລິຫານປະເພດນີ້ແລ້ວເຮົາຢ່າພາກພູມໃຈໃນຕົວເອງເລີຍ ເພາະເຮົາບໍ່ແມ່ນນັກບໍລິຫານຊັ້ນເລີດນຳເຂົາດອກ ບັນດາຜູ້ໃຕ້ບັນຊາຂອງເຮົາ ເຂົາຕ້ອງການນາຍທີ່ມີຄວາມພ້ອມອອກມາຢື່ນປະກາດຮັບຜິດເມື່ອເກີດບັນຫາ  ບໍ່ແມ່ນຈະຮັບເອົາແຕ່ຄວາມດີຄວາມຊອບຢ່າງດຽວ.

5.ຢ່າຢ້ານເສຍປຽບ ຫຼື ເສຍກຽດ.

ເມືອລູກນ້ອງກະສຽນອາຍູ ຫຼື ຕາຍຈາກໄປ ມັກຈະກ່າວຄຳຊົມເຊີຍໃນການເຮັດວຽກຂອງເຂົາຢ່າງຫວງຫຼາຍ ຕອນທີ່ເຂົາກຳລັງດຳເນີນງານຢູ່ມີຈັກຄັ້ງທີ່ເຮົາເອີ່ຍຄຳຊົມເຊີຍຜົນງານຂອງເຂົາ ໃຫ້ເຂົາຊື້ນໃຈຈັກໜ່ອຍໜຶ່ງໃນທາງກົງຂ້າມ ເມື່ອເຂົາເຮັດອັນໃດຜິດເລັກໆ ນ້ອຍໆ  ເຮົາກໍ່ເວົ້າໃຫ້ເຂົາແບບເສຍຫາຍ  ຢ່າຄິດວ່າເປັນການເສຍປຽບເສຍກຽດເລີຍ ຫາກເຮົາຄິດເອີ່ຍປາກຊົມເຊີຍລູກນ້ອງຂອງເຮົາ  ເພາະຄຳວ່າຊົມເຊີຍນີ້ໃຊ້ໄດ້ກັບທຸກເລື້ອງ ວ່າໄດ້ແມ່ນແຕ່ກັບເລຂາຮຸ່ນອ້ວນໆ ຫຼື ຂີ້ຮ້າຍຂອງເຮົາ ຖ້າເຮົາໃຊ້ຄຳຊົມເຊີຍທີ່ເໜາະສົມກັບເຂົາຈັກໜ່ອຍ  ໃຫ້ເຂົາຮູ້ສືກວ່າຕົນເອງງາມ ແລະ ຮູບຮ່າງດີຮັບຮອງວ່າເຂົາຈະເຮັດວຽກໃຫ້ເຮົາຢ່າງບໍ່ຮູ້ຈັກອິດເມື່ອຍ.

6.ຕົວະ ຫຼື ຫຼອກໃຊ້

ການຫຼອກ ຫຼື ຕົບຕາຄົນອື່ນໄດ້ເປັນເວລາດົນນານ ອາດເບິ່ງທ່າທີ່ເປັນຄົນສະຫງົບສະຫງ່ຽມ ແລະ ເຊື່ອຟັງເຮົາດີ  ແຕ່ເມືອເກີດບັນຫາໃດໜຶ່ງ ເຊີ່ງກ່ຽວຂ້ອງກັບຜົນປະໂຫຍດຂອງພວກເຂົາຮັບຮອງໄດ້ວ່າເຂົາຈະຕໍ່ສູ້ເຖີງທີ່ສຸດ  ດັ່ງນັ້ນ;  ເຮົາຕ້ອງຈຳໄວ້ສະເໝິວ່າໃນການຄົບຫາ ຫຼື ຕິດຕໍ່ກັບບຸກຄົນນັ້ນ ຄວາມສະຫຼາດ ແລະໄຫວພິບພຽງຢ່າງດຽວຍັງບໍ່ພຽງພໍທີ່ຈະຜູກໃຈຄົນໄດ້ ເຮົາຕ້ອງມີຄວາມຈິງໃຈນຳອີກ ຢ່າຄິດວ່າເຮົາຈະຕົບຕາຄົນອື່ນໄດ້ງ່າຍໆ  ເພາະເຂົາບໍ່ໄດ້ໂງ່ຢ່າງທີ່ເຮົາຄິດສະເໝິໄປ.

7.ຄວາມມິວິໄນ

ການມີວິໄນຂອງຄົນໃນອົງການ ຫຼື ໜ່ວຍງານ ຄືໝາກຫົວໃຈຄວາມສຳເລັດຂອງວົງການ ລອງພິຈະລະນາການປົກຄອງໃນກອງທັບເບິ່ງວ່າ ເປັນຫຍັງເລົ່າທະຫານທັງຫລາຍເມື່ອຢູ່ໃນສະໜາມຮົບຈິ່ງຍອມເຊື່ອຟັງຜູ້ບັງຄັບບັນຊາ ທັງທີ່ຮູ້ວ່າວຽກງານເປັນວຽກອັນຕະລາຍເຖິງກັບຊີວິດຕົນເອງ  ເຂົາເຈົ້າທັງຫລານຍກໍ່ບໍ່ໄດ້ຮັບຄ່າຈ້າງລາງວັນທີ່ສູງພໍປານໃດ ຫຼື ຢາ້ນການລົງໂທດ ແຕ່ສິ່ງສຳຄັນຄືຄວາມມີວິໃນ ທີ່ພວກທະຫານໄດ້ຝືກ ແລະ ປຸກຝັງມາເປັນເວ ລາດົນນານ ວິໄນຊຶ່ງຜູ້ບັງຄັບບັນຊາຄ່ອຍດູແລໃຫ້ພວກເຂົາໄດ້ຮັບການຝືກຜົນຢ່າງມີລະບົບ ໃຫ້ຄວາມດູແລ ແລະ ເອົາໃຈໃສ່ ເບິ່ງຄວາມສຸກ ທຸກດິບ ໃຫ້ການຝືກອົບຮົມທາງທິດສະດີ ແລະ ພາກສະໜາມໃນການຮົບ ວິທີ່ນີ້ສາມາດນຳມາໝຸນໃຊ້ກັບມະນຸດສຳພັນໃນການບໍລິຫານວຽກງານອົງກອນຂອງເຮົາໄດ້ເຊັນດຽວກັນ ເຮົາຈະຕ້ອງເຮັດໃຫ້ລູກນ້ອງຂອງເຮົາຮູ້ສືກວ່າເຂົາໄດ້ຮັບການເບິ່ງແຍງເອົາໃຈໃສ່ທາງດ້ານການງານ ແລະ ດ້ານຄອບຄົວຂອງເຂົາ ມີຄວາມໝັ້ນໃຈໃນດ້ານສະຫວັດດີພາບຂອງຕົນເອງ ແລະ ຄອບຄົວ ຖ້າເຮົາເຮັດໄດ້ດັ່ງນີ້  ຮັບຮອງວ່າພວກເຂົາຈະເຮັດວຽກງານໃຫ້ເຮົາຢ່າງແບບຖວາຍຊີວິດເລີຍ.

1.ຜົນງານຕ້ອງມາກ່ອນ

ບາງທີ່ຄວາມຊົມເຊີຍເພື່ອເຫັນອົກເຫັນໃຈຜູ້ໃຕ້ບັນຊາຫຼາຍເກີນໄປກໍ່ຈະບໍ່ເກິດປະໂຫຍດຫຍັງໄດ້  ຖ້າເຮົາສ້າງກໍ່ຜົນງານເຮົາຕ້ອງເຂົ້າໃຈວ່າໜ້າທີ່ຫຼັກຂອງເຮົາຄື ເຮັດໃຫ້ອົງການ ຫຼື ໜ່ວຍງານ ຜົນງານ ຫຼື ຜົນຜະລິດອອກມາ.

ດັ່ງນັ້ນ,ໃນບາງຄັ້ງການໃຊ້ວາຈາກ້າວລ້າວ ຫຼືແຂງກະດ້າງອາດເປັນການຈຳເປັນ  ເພື່ອໃຕ້ຜູ້ບັນຊາຂອງເຮົາຍອມເຮັດວຽກ  ເຮົາຈະພົບຜູ້ບໍລີການບາງຄົນເຊິ່ງມີບຸກຄະລິກເຢັນຊາ ເບິ່ງຄືບໍ່ມັກຄົບຄ້າກັບໃຜ  ແຕ່ມີຄວາມສາມາດບໍລິຫານໃຫ້ຄົນໃນໜ່ວຍງານເຮັດໃຫ້ຜົນງານອອກມາຕາມເປັ້າໝາຍທີ່ຕັ້ງໄວ້  ແຕ່ມັນບໍ່ແມ່ນວິທີ່ການທີ່ດີທີ່ສຸດ ນັກບໍລິຫານທີ່ດີ ຈະຕ້ອງເດີນສາຍກາງຄື ຈະຕ້ອງຮູ້ຈັກວາງຕົວໃຫ້ເໝາະສົມວ່າເມື່ອໃດຄວນເຄັ່ງຄັດ ແລະ ເມື່ອໃດຄວນອ່ອນໂຍນຕໍ່ຜູ້ໃຕ້ບັນຊາ.

2.ຕ່ຳແໜ່ງບໍ່ຈຳເປັນຕ້ອງສູງ

ຫລາຍໆ ຄົນໃຜກໍ່ຕ້ອງການຢາກເປັນຜູ້ບໍລິຫານລະດັບສູງສຸດຂອງອົງການ ຫຼື ໜ່ວຍງານທີ່ຕົນເຮັດວຽກຢູ່ນັ້ນ ແຕ່ເຮົາຕ້ອງຮູ້ດີວ່າຕ່ຳແໜ່ງດັ່ງກ່າວນັ້ນ ມີພຽງຕຳ່ແໜ່ງດຽວເຊິ່ງ ມີພຽງຈຳນວນຫຍິບມືໜຶ່ງເທົ່ານັ້ນ  ດັ່ງນັ້ນຖ້າເຮົາຍັງມີໂອກາດໄດ້ຮັບການເລື່ອນຕ່ຳແໜ່ງໃຫ້ສູງຂື່ນ ການມີຕ່ຳແໜ່ງສູງໆ ເປັນການເຊິດໜ້າຊູຕາ ແລະ ມີກຽດແຕ່ການທີ່ເຮົາຈະເປັນຄົນມີກຽດມີຄົນຍົກຍ້ອງນັບຖືນັ້ນ ບໍ່ຈຳເປັນຕ້ອງມີຕ່ຳແໜ່ງທີ່ສູງກໍ່ໄດ້ ເຮົາເປັນນັກກິລານັກດົນຕຣີ ນັກແຕ້ມຮູບເກັ່ງໆ ກໍ່ເປັນຄົນມີກຽດໄດ້. 

ດັ່ງນັ້ນ; ຈົ່ງຢ່າໄດ້ຮູ້ສືກຜິດຫວັງອັນໃຫຍ່ຫລວງຈົນບໍ່ເປັນອັນກິນອັນນອນ ຖ້າເຮົາຍັງບໍ່ມີໂອກາດເປັນນາຍໃຫຍ່ ເຮົາອາດມີຄວາມສາມາດຢ່າງໃດໜຶ່ງ ທີ່ເຈົ້ານາຍຂອງເຮົາບໍ່ມີກໍ່ໄດ້  ເຊິ່ງຄວາມສາມາດທີ່ເຮົາມີຢູ່ນັ້ນຕີຄຸນຄ່າແລ້ວ ບໍ່ໜ້ອຍໄປກ່ວາຕຳ່ແໜ່ງວຽກງານເລີຍ.

3.ຄໍາໝັ້ນສັນຍາ.

ການເອີ່ຍປາກໃຫ້ຄຳໝັ້ນສັນຍາໃດໜຶ່ງກັບຜູ້ໃຕ້ບັນຊາ ຢ່າໄດ້ກ່າວລອຍໆ ຊົງເດດເປັນອັນຂາດ ໂດຍສະເພາະກ່ຽວກົບການເລື່ອນຊັ້ນຂັ້ນ ຕ່ຳແໜ່ງ ຂັ້ນເງິນເດືອນ  ເພາະເຂົາຈະຈຳຄຳສັນຍາໄປຕະຫຼອດ ແລະ ກໍຄ່ອຍເບິ່ງວ່າເຮົາ ຈະເຮັດຕາມສັນຍາບໍ່  ເວລາໃດທີ່ໃຫ້ຄຳສັນຍາ ຕ້ອງໃຫ້ໃນສິ່ງທີ່ເຮົາສາມາດເຮັດໄດ້ເທົ່ານັ້ນ ແລະ ຕ້ອງແນໃຈ ແລະ ໝັ້ນໃຈວ່າເຮົາສາມາດເຮັດໄດ້  ຜູ້ໃຕ້ບັນຊາຂອງເຮົາ ຈະຕ້ອງໄປຕີຄວາມໝາຍເປັນຄຳສັນຍາຈາກເຮົາ.

ການມີມະນຸດສຳພັນບໍ່ໄດ້ໝາຍຄວາມວ່າ ເຮົາຈະຕ້ອງດີໃຈ ຫລື ເຫັນອົກເຫັນໃຈຕໍ່ຜູ້ໃຕ້ບັນຊາຕະຫລອດການເປັນຜູ້ບໍລິຫານທີ່ດີຈະຕ້ອງຮູ້ວ່າ ຜູ້ໃຕ້ບັນຊາຄົນໃດທີ່ສົມຄວນຖືກຕັກເຕືອນ ຫລື ໄລ່ອອກ  ແຕ່ບາງຄັ້ງມັນກໍ່ເປັນເລື່ອງຈະຕ້ອງເຮັດ ຖ້າເຂົາເຮັດໃຫ້ອົງການ ຫລື ໜ່ວຍງານທີ່ເຂົາຢູ່ນັ້ນເກີດຄວາມເສຍຫາຍ ຖ້າເຮົາຍັງເຫັນອົກເຫັນໃຈກັບພະນັກງານປະເພດນີ້ ແລະ ຜູ້ໃຕ້ບັນຊາຄົນອື່ນໆ ຈະຂາດກຳລັງໃຈໃນການເຮັກວຽກ ເຊິ່ງຈະເປັນຜົນເສຍຫາຍໃຫ້ກັບພາກສ່ວນນລວມໂດຍກົງ.

ການພັດທະນາຄົນ ການຄຸ້ມຄອງຄົນ ບໍ່ແມ່ນການສັ່ງວຽກງານໃຫ້ຄົນເຮັດຕາມທີ່ຕ້ອງການ  ແຕ່ເປັນການພັດທະນາຄົນໃຫ້ເຮັດວຽກຮ່ວມກັນ  ນີ້ແມ່ນຄຳກ່າວຂອງ  ລໍເຣນຊ໌ເອຟີ  ປະທານສະມາຄົມຈັດການແຫ່ງສະຫາພັນອາເມຣິກາ ເມື່ອຫລາຍປີຜ່ານມາ ແລະ ຄວາມເປັນຈິງວຽກຫລັກຂອງຜູ້ບໍລິຫານຄື ການພັດທະນາຄົນ ເຊິ່ງເຮັດວຽກພາຍໃຕ້ບັນຊາຂອງເຂົາ ໃນສ່ວນທີ່ໃຫ້ເຮັດ ແລະ ຊ່ອຍເຫລືອເທົ່ານັ້ັນ.

ຖ້າຜູ້ບໍລິຫານເຮັດໄດ້ດັ່ງທີ່ວ່າມາ ບໍ່ພຽງແຕ່ພວກເຂົາຈະໄດ້ຜົນງານ ຫລື ການເລື່ອນຂັ້ນຕ່ຳແໜ່ງທີ່ດີ  ແຕ່ເຂົາຍັງຈະໄດ້ຜູ້ໃຕ້ບັນຊາ ທີ່ເຮັດວຽກຢ່າງມີປະສິດທິພາບ ແລະ ເຮັດຢ່າງສຸດຄວາມສາມາດຂອງພວກເຂົາອີກ.

4.ເອົາໃຈເຂົາໃສ່ໃຈເຮົາ.

ການເຮັດວຽກກັບຄົນສຳນວນຫລາຍ ແລະ ວຽກຈະສຳເລັດລົງໄດ້ກໍ່ຍ່ອມອາໃສຄົນພວກນັ້ນ ເອົາໃຈເຂົາມາໃສໃຈຕົນເອງເບິ່ງເພື່ຶອຈະໄດ້ຮູ້ວ່າເຂົາມີຄວາມຮູ້ສືກຢ່າງໃດ ກ່ອນທີ່ທ່ານຈະຕັດສິນໃຈໃນການສັ່ງວຽກຫລືເຮັດຫຍັງລົງໄປລອງຄິດໃນທາງກັບກັນວ່າ ຖ້າທ່ານເປັນຄົນທີ່ຖືກສັ່ງ​​ໃຫ້ເຮັດ ທ່ານຈະມີຄວາມຮູ້ສືກຢ່າງໃດພິຈາລະນາໃຫ້ລະອຽດແລ້ວຈິ່ງຕັດສິນໃຈສັ່ງ.

5.ຍອມຮັບບັນຫາ

ການຢູ່ຮ່ວມກັນຫລາຍຄົນແນ່ນອນຕ້ອງພົບກັບບັນນາໆ ປະການ  ເພາະຕ່າງຄົນຕ່າງມີແນວຄວາມຄິດອາດຈະບໍ່ກົງກັນ, ເກີດຄວາມຂັດແຍ່ງກັນເຮັດໃຫ້ສະພາບເຄັ່ງຕືງໃນວຽກງານສິ່ງໜຶ່ງຈະຊ່ອຍໃຫ້ທ່ານຜ່ອນລົງໄດ້ກໍຄືການທຳໃຈຍອມຮັບກັບສະພາບຄວາມເປັນຈິງທີ່ມັນໄດ້ເກີດຂື້ນບໍວ່າເຮັດຫຍັງກໍຕາມມັນກໍຕ້ອງມີບັນຫາສະໝີ,ບັນຫານົັ້ນມັນຢູ່ກັບໂລກມາຫຼາຍລ້ານປີແລ້ວມັນເກີດຂື້ນແລ້ວກໍສະຫຼາຍຫາຍໄປບັນຫາທີທ່ານກຳລັງປະເຊີນຢູ່ນີ້ປຽບທຽບແລ້ວກໍດັ້ງເມັດຊາຍໃນມະຫາສະໝຸດເພາະໃນໂລກໃບນີ້ບັນຫາຂອງທ່ານເປັນພຽງໜຶ່ງບັນຫາທີ່ເກີດຂື້ນ.ດັ່ງນັ້ນຖ້າທ່ານເກີດມີບັນຫາຫຼືມີໃຜມາເຮັດໃຫ້ບໍສະບາຍໃຈກໍຈົ່ງແກ້ໄຂແລະເຮັດໃຫ້ດີທີ່ສຸດຫຼືຄວາມສາມາດຍັງແກ້ບັນຫາບໍ່ໄດ້ກໍ່ຈົ່ງທຳໃຈ ເກັບສະໝອງ ແລະ ອາລົມຂອງທ່ານໄວ້ປະເຊີນບັນຫາທີ່ຈະຕາມມາອີກໃນຕໍ່ໜ້າ.

8.ວິໃສທັດໃນການບໍລິຫານ  New vision Management

ການເປັນຜູ້ນຳທີ່ດີນັ້ນຕ້ອງຮູ້ເຖີງວິວັດທະນາການຂອງທິດສະດີ ແລະ ແນວຄິດກ່ຽວກັບພາວະຜູ້ນຳ ແລະການຈຸງໃຈມີດັ່ງນີ້:

1.ຫຼັກວິທະຍາສາດໃນການບໍລິຫານ (Scienetific in Management)

ການບໍລິຫານໃນສະໄໜກອນລະຫວ່າງຕົ້ນສະຕະວັດທີ  XVII – IIXX ນັກບໍລິຫານໃນສະໄໜນັ້ນເຊື່ອວ່າມະນຸດຈະເຮັດວຽກດ້ວຍຄວາມຫ້າວຫັນ ແລະ ເອົາໃຈໃສ ຖ້າຫາກວ່າໄດ້ຮັບຄ່າຕອບແທນທີ່ສູງຂື້ນ ຫຼືເອີ້ນວ່າວີທີການຍອດນ້ຳມັນເຊິ່ງມີວິທີການຈູງໃຈອີກແບບໜື່ງວ່າ ຖ້າໄດ້ຄ່າຕອບແທນເທົ່າກັນກໍໃຫ້ເຮັດວຽກໜ່ອຍລົງ ຫຼື ອາດຈະໃຊ້ວິທີອື່ນເຊັ່ນ ໃຫ້ການເລື່ອນຊັ້ນຂັ້ນຕ່ຳແໜ່ງສູງຂື້ນກວ່າເກົ່າເປັນຕົ້ນ  ແຕ່ວ່າໃນຍຸກປັດຈຸບັນນີ້ຖືເອາຜົນງານຫຼາຍກວ່າ ເຊິ່ງເປັນທິດສະດີຂອງ Taylor.

ທິດສະດີມະມຸດສຳພັນ Human relation theory) Eiton mayo ບໍ່ມັກວິທີການແບບຂອງ Taylor  ທີ່ເຫັນຄົນເປັນເຄື່ອງຈັກ ມີການສືກສາທົດລອງໂຄງການ Hawthorne studies ໂດຍມີການທົດລອງການເຮັດວຽກໃນໂຮງໄຟຟ້າ ເຊິ່ງ ກ່ຽວກັບສະພາບແວດລ້ອມວ່າມີຜົນຕໍ່ການເຮັດວຽກ ຫຼື ບໍ່  ໂດຍທົດລອງການເພີ່ມລະດັບແສງໄຟຟ້າໃຫ້ສະຫວ່າງຂື້ນ ປະກົດວ່າປະລິມານຄົນເຮັດວຽກຫຼາຍຂື້ນ ແລະຕໍ່ມາຜົນງານກໍ່ກັບມາເໝືອນເດີມ  ແລ້ວຈາກນັ້ນໄດ້ທົດລອງປັບແສງສະຫວ່າງຂອງໄຟໃຫ້ນ້ອຍລົງປະກົດວ່າປະລິມານຄົນເຮັດວຽກດີຂື້ນໃນຕ່ອນທຳອິດ ແລະ ຕໍ່ມາກໍເໝືອນເດີມ.

ສະຫຼຸບໄດ້ວ້າ: ທຸກເທື່ອທີ່ມີການປຽນແປງບັນຍາກາດໃນການເຮັດວຽກສັ້ນໆ ຈະເຮັດໃຫ້ຜົນການດີຂື້ນເອີ້ນການທົດລອງນີ້ວ່າ Haw thorne effect ການສືກສາຕໍ່ມາຈຶ່ງໄດ້ພົບວ່າສະພາບແວດລ້ອມທີ່ສຳຄັນທີ່ສຸດໃນການເຮັດວຽກງານນັ້ນຄື  ຄວາມສຳພັນລະຫວ່າງເພື່ອນຮ່ວມງານກັບການຮູ້ສຶກໃນການລໍຖ້າເຮັດວຽກ ເຫັນໄດ້ວ່າດ້ານຜົນງານແມ່ນອອກມາດີ ແລະ ມີຜະລິດຕະພັນເພີ່ມຂື້ນດີຫຼາຍ.

ທິດສະດີຈັດລະດັບຄວາມຕ້ອງການ (Maslowsh need hierarchyນັກຈັດຕະວິທະຍາຊື່ວ່າ Mr Abrahamh maslow ໄດ້ສະເໜີທິດສະດີຄວາມຕ້ອງການ 5 ລະດັບຄື:

1.ຄວາມຕ້ອງການທາງດ້ານຮ່າງກາຍ.

2.ຄວາມຕ້ອງການທາງດ້ານຄວາມປອດໄພ.

3.ຄວາມຕ້ອງການທາງດ້ານຄວາມເປັນເຈົ້າຂອງ.

4.ຄວາມຕ້ອງການໄດ້ຮັບການຍົກຍ້ອງ.

5.ຄວາມຕ້ອງການຈັດການແຫ່ງຕົນເອງ

ຄຳຖາມ

1.ຄວາມສຳພັນລະຫວ່າງ ລູກນ້ອງກັບນ້າຍຕ້ອງເຮັດຫຍັງແດ່ ?

2.ຄວາມສຳພັນນາຍກັບລູກນ້ອງ ໜ້າທີ່ຂອງນ້າຍຈະຕ້ອງປະຕິບັດຄືຫຍັງ ? ອາທິບາຍໂດຍສັງເຂບ ?

3.ຄຸນສົມບັດມະນຸດສຳພັນກັບວຽກງານຂອງຜູ້ບໍລິຫານຕ້ອງເຮັດມີຫຍັງແດ່ ?

4.ນັກຈິດຕະວິທະຍາໄດ້ສະເໜີທິດສະດີຄວາມຕ້ອງການຂອງມະນຸດເຮົາໄວ້ມີຈັກຂັ້ນ?


ใหม่กว่า เก่ากว่า