ບົດຮຽນ ວິຊາ ມະນຸດສຳພັນ ບົດທີ 7 ການສ້າງຄວາມເຊື່ອໝັ້ນ ແລະ ການປະສານສົມທົບ

ບົດທີ 7

ການສ້າງຄວາມເຊື່ອໝັ້ນ ແລະ ການປະສານສົມທົບ

ຈຸດປະສົງຄາດໝາຍ

1.ໃນບົດນນີ້ຄາດໝາຍວ່ານັກສຶກສາ ຫລື ຜູ້ຮຽນຮູ້ຈະໄດ້ເກີດການປະຕິບັດຕົນເອງໃນທາງທີ່ດີຕໍ່ກັບສະຖາບັນທີ່ຕົນເອງສຶກສາ ແລະ ຈົ່ງຮັກພັກດີຕໍ່ໜ່ວຍງານ.

2.ຄາດວ່າ ຜູ້ປະຕິບັດວຽກງານຈະເກີດມີຄວາມຫ້າວຫັນໃນການເຮັດວຽກເພີ່ມຂື້ນ

3.ຄາດວ່າ ຜູ້ປະຕິບັດວຽກງານໃຫ້ການຮ່ວມມືກັບໜ່ວຍງານເປັນຢ່າງດີ.

4.ຄາດວ່າ ຜູ້ປະຕິບັດວຽກງານມີກຳລັງໃຈ ແລະ ມີຄວາມພູມໃຈໃນວຽກທີ່ຕົນເອງກຳລັງເຮັດຢູ່.

ການສ້າງຄວາມເຊື່ອໝັ້ນ ໝາຍເຖິງຄວາມຮູ້ສຶຶກນືກຄິດ  ທັດພສະນະຄະຕິຂອງບຸກຄົນທີ່ມີຕໍ່ສະຖານທີເປັນ ຄວາມສົນໃຈຂອງບຸກຄົນທີ່ມຸ້ງໝັ້ນຕໍ່ຄວາມຮັບຜິດຊອບຂອງຕົນຢ່າງງມານະອົດທົນເສັຽສະລະທາງດ້ານຮ່າງກາຍ ປັນຍາ ​ແລະ ຫົວຄິດປະດິດສ້າງ ເພື່ອໃຫ້ບັນລຸວັດຖຸປະສົງ.

ຄວາເຊືີ່ອໝັ້ນມີຄວາມສຳຄັນຕໍ່ຜົນສຳເລັດຂອງວຽກງານ ,  ການສ້າມງຄວາມເຊື່ອໝັ້ນແມ່ນເປັນຂວັນກຳລັງໃຈທີ່ສຳຄັນຕໍ່ຄວາມສຳເລັດຂອງວຽກງານ ທ່ານລິເບີ  ໄດ້ໃຫ້ຄວາມໝາຍ​​​ໄວ້ວ່າຄວາມເຊື່ອໝັ້ນໝາຍເຖິງຄວາມເປັນອັນໜຶ່ງອັນດຽວກັນ ຂອງຄົນໃນກຸ່ມ ຫລືສະມາຊິກໃນກຸ່ມເຮັດວຽກບ່ອນດຽວກັນ ສ້າງວຽກງານໃຫ້ບັນລຸເປົ້າໝາຍທີ່ກຸມວາງໄວ້.

ນອກຈາກນີ້ຍັງ​​ມີ  ທ່ານເນຍເມີ  ໄດ້ໃຫ້ນິຍາມວ່າ  ຄວາມເຊື່ອໝັ້ນແມ່ນສະພາວະທາງດ້ານຈິດໃຈ  ຄວາມຮູ້ສືກພໍໃຈ ​ແລະ ເບີກບານມ່ວນຊື່ນ ) ເຊິ່ງເຮັດໃຫ້ມະະນຸດເຮົາມີກຳລັງໃຈເຮັດວຽກ  ເຊື່ອໝັ້ນໃນສະພາບອາລົມ ຈິດໃຈ ​ແລະ ນ້ຳໃຈຕໍ່ສູ້ກັບວຽກງານ ​ເຮັດໃຫ້ຜົນຂອງວຽກງານອອກມາ ​ເປັນທີ່ເພີ່ງພໍ​​ໃຈ.

ຈາກຄວາມໝາຍທີ່ກ່າວມານີ້ ຈະເຫັນໄດ້ວ່າ ຄວາມເຊື່ອໝັ້ນໝາຍເຖິງສະພາບຂອງຈິດໃຈທີມຸ້ງໝັ້ນຂອງຄົນໃນກຸ່ມທີມີຈຸດປະສົງດຽວກັນ.

ເມື່ອເວົ້າເຖິງຄວາມເຊື້ອໝັ້ນ ເຮົາມັກໝາຍເຖິງຂວັນ ແລະກຳລັງໃຈຂອງແຕ່ລະຄົນໃນກຸ່ມທັງສອງຢ່າງນີ້ມີການ ກ່ຽວພັນກັບຂວັນແລະກຳລັງໃຈໃນຂອງບຸກຄົນໃດໜຶ່ງບໍ່ດີ ກໍໝາຍເຖິງຂວັນ ແລະ ກຳລັງໃຈຂອງກຸ່ມກໍ່ບໍ່ດີຕາມໄປນຳຈະເປັນຜົນກະທົບໃຫ້ຂວັນ ແລະ ກຳລັງໃຈຂອງແຕ່ລະຄົນເກີດບໍ່ດີຕາມໄປດ້ວຍ.

7.1.ສ້າງຄວາມເຊື່ອໝັ້ນຕົນເອງ

ໝາຍເຖິງການເພິ່ງຕົນເອງ,ເຊື່ອໝັ້ນຄວາມສາມາດຂອງຕົນເອງເຖິງຈະມີຄວາມຍຸງຍາກປານໃດກໍຕາມຕົນເອງຕ້ອງມີຄວາມເຊື່ອໝັ້ນ ແລະ ຜ່ານຜ່າໄປໃຫ້ໄດ້, ເຮົາຕ້ອງມີຄວາມດຸໝັ່ນພາກພຽນມີລະບຽບວິໃນເຄົາລົບກົດໝາຍມີນ້ຳໃຈສູ້ຊົນເຮັດອັນໃດໃຫ້ເຮັດສຸດກົກສຸດປາຍບໍ່ເອື່ອຍອິງບໍ່ປະຈົບປະແຈ່ງ ຫຼື ອິງໃສ່ປາລະມີ ແລະ ອິດທິພົນຂອງຜູ້ອື່ນ.

ການດຳລົງຊິວິດໂດຍອາໃສ່ເຫື່ອແຮງສະຕິປັນຍາຂອງຕົນເອງບໍ່ເອື່ອຍອິງໃສ່ຜູ້ອື່ນ ແລະ ການຈັດຈັ້ງບໍ່ອາໄສຈາກການຊ່ອຍເຫຼືອເກີນໄປບໍ່ທໍ້ຖອຍຕໍ່ຄວາມລຳບາກຕັ້ງໜ້າຮຳຮຽນ ແລະ ສະແຫວງຫາຄວາມຮູ້ ແລະຄວາມກ້າວໜ້າມີຈິດໃຈບຸກບືນຜ່ານຜ່າອຸປະສັກປັບປຸງຕົນເອງຢູ່ສະເໝີ ເພື່ອປະຕິບັດໜ້າທີ່ໃຫ້ສຳເລັດຜົນ.

ຄວາມຢ້ານ ແລະ ຄວາມບໍ່ມີວິໄນແມ່ນເປັນປັດໃຈ ຫຼື ສາເຫດເຮັດໃຫ້ຄົນເຮົາຂາດຄວາມໝັ້ນໃຈໃນຕົນ

ເອງພາໃຫ້ການດຳລົງຊີວິດບໍ່ປະສົບຜົນສຳເລັດ,ເຮັດວຽກບໍ່ສຸດກົກສຸດປາຍ,ເຮັດໃຫ້ການຈັດຕັ້ງໝູ່ຄູ່ຂາດຄວາມເຊື່ອ

ໝັ້ນໃນຕົວເຮົາ. 

ສະນັ້ນເຮົາຕ້ອງພະຍາຍາມເອົາຊະນະຄວາມຢ້ານໃຫ້ໄດ້ ແລະ ເຝີກຝົນຕົນເອງໃຫ້ກາຍເປັນຄົນມີລະບຽບວິໄນຢູ່ສະເໝີ.

7.1.1.ຄວາມສຳຄັນໃນຄວາມເຊື່ອໝັ້ນ

ການບໍລິຫານວຽກທີ່ດີຕ້ອງດຳເນີນໃຫ້ໄດ້ ຢ່າງພ້ອມກັນຄື.

·         ຂວັນ ແລະ ກຳລັງໃຈທີດີໃນວຽກງານ.

·         ຜົນງານ ແລະ ນຳໃຈຂອງຜູ້ເຮັດວຽກ. 

ຖືວ່າເປັນການສະແດງອອກໃນຄວາມມີສັດທາ ແລະ ຄວາມພະຍາຍາມໃນການເຮັດວຽກໃຫ້ໄດ້ດີທີ່ສຸດເພື່ອໃຫ້ຜົນງານອອກມາດ້ວຍປະລິມານ ແລະ ຄຸນນະພາບຕະຫຼອດຮອດການປະສານສົມທົບຮ່ວມມືທີ່ດີມີທັດສະນະຄະຕີ ທ່າທີຄວາມຮູ້ສືກອັນດິີໃນການເຮັດວຽກ ເຊິ່ງເປັນສິ່ງຜູ້ບັງຄັບບັນຊາພະຍາຍາມໃຫ້ມີໃນໜ່ວຍງານຂອງຕົນຢູ່ຕະຫຼອດເວລາ.

ຂວັນ ແລະ ກຳລັງໃຈຂອງບຸກຄະລາກອນຈະເກີດຂື້ນ ຕໍ່ເປົ້າໝາຍຂອງໜ່ວຍງານເພື່ອສ້າງໃຫ້ບັນລຸຜົນສຳ ເລັດ ແລະ ສະມາຊິກໃນໜ່ວຍງານ ແຕ່ລະຄົນມີຄວາມສຸກ ແລະ ຄວາມພໍໃຈເກີດຂື້ນຕາມມາ.

7.1.2.ຜົນປະໂຫຍດຂອງຄວາມເຊື່ອໝັ້ນ

ຄວາມເຊື່ອໝັ້ນຂອງຜູ້ປະຕິບັດວຽກງານ ຫຼື ຜູ້ຢູ່ໃນໜ່ວຍງານອັນເຮັດໃຫ້ເກິດປະໂຫຍດທີ່ດີດັ່ງນີ້:

·         ໄດ້ໃນການຮ່ວມມື, ຮ່ວມໃຈໃນການປະຕິວັດວຽກງານໃດໜຶ່ງແລ້ວເກີດການບັນລຸເປົ້າໝາຍຕາມວັດຖຸປະສົງ

·         ສ້າໃຫ້ເກີດຄວາມຊື່ສັດ, ຈົ່ງຮັກພັກດີຕໍ່ໜູ່ຄະນະ ແລະ ອົງກອນ ອົງການ

·         ເສີ້ມສ້າງຄວາມສາມັກຄິໃນໜູ່ຄະນະ, ມີກຳລັງແຮງໃນການຕໍ່ສູ້ກັບອຸປະສັກຕ່າງໆ

·         ສ້າງໃຫ້ເກີດຄວາມເຂ້າໃຈອັນດີ ລະຫວ່າງບຸກຄົນກັບບຸກຄົນໃນໜ່ວຍງານ ລວມທັງນະໂນບາຍ ແລະວັດຖຸປະສົງຂອງໜ່ວຍງານອີກ

·         ສ້າງໃຫ້ເກິດມີຄວາມຄິດສ້າງສັນ, ຫົວຄິດປະດິດສ້າງອັນໃໝ່ໆ ໃນການດຳເນິນງານຕ່າງໆ ຂອງໜ່ວຍງານ

·         ພະນັກງານມີຄວາມເຊື່ອໝັ້ນຕໍ່ຜູ້ບໍລິຫານອົງກອນຫຼາຍຂື້ນ

7.1.3.ການສ້າງຄວາມເຊື່ອໝັ້ນ

ປັດໃຈສ້າງໃຫ້ເກີດຄວາມເຊື້ອໝັ້ນຂວັນ ແລະ ກຳລັງໃຈທີ່ດີມີ ປັດໃຈດັ່ງນີ້:

·         ຄຸນສົມບັດການເປັນຜູ້ນຳໃນການບໍລິຫານວຽກ.

·         ຄວາມພໍໃຈໃນໜ້າທີ່ການງານທີ່ປະຕິບັດ.

·         ຄວາມເຊື່ອໝັ້ນທີ່ມີຕໍ່ນະໂນບາຍ.

·         ຈຸດປະສົງເປົ້າໝາຍຂອງໜ່ວຍງານຈະແຈ້ງ

·         ຄວາມເປັນທຳໃນການພິຈະລະນາໃນວຽກງານຕ່າງໆ ເຊັ່ນການຍ້ອງຍໍຊົມເຊີຍ ການຊຸກຍູ້ສົ່ງເສີ້ມເປັນຕົ້ນ.

·         ສະພາບການຂອງການເຮັດວຽກເໝາະສົມ,ສະບາຍບໍ່ຫຍຸ້ງຍາກ ແລະ ມີຄວາມພໍໃຈ  ດ້ານສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຂອງບຸກຄາລະກອນໃນໜ່ວຍງານແຂງແຮງພໍຈະເຮັດວຽກໃນໜ້າທີ່ດັ່ງກ້າວໄດ້.

7.1.4.ການສະແດງເຖິງຄວາມເຊື່ອໝັ້ນ

ການສະແດງອອກຂອງຄວາມເຊື່ອໝັ້ນ ເຮົາສາມາດສັງເກດອາການໄດ້ຈາກໃນຕົວຂອງຜູ້ປະຕິບັດງານແຕ່ ລະຄົນ ຫຼື ອາການຕ່າງໆ ຂອງແຕ່ລະຄົນທີ່ສະແດງອອກມາຮ່ວມກັນເປັນອາການຂອງກຸ່ມໄດ້ມີດັ່ງນີ້:

·         ການເຄື່ອນໄຫວວຽກງານຮຽບຮ້ອຍ ບໍ່ມີຂ້ໍຂັດແຍ່ງ, ບໍ່ມີຂໍ້ຜິດພາດ, ມີຄວາມຖືກຕ້ອງສູງ ແລະ ໜ້າທີ່ການງານເຊື່ອຖືໄດ້.

·         ການເຮັດວຽກດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມສົນໃຈ ແລະ ຄວາມຕັ້ງໃຈສູງ

·         ສະມາຊິກໃນໜ່ວຍງານຊ່ວຍໃນການປະກອບຄວາມຄິດຄວາມເຫັນ ສະເໜີແນະຂໍ້ຄິດເຫັນໃນການປັບ ປຸງແກ້ໄຂວຽກງານໃຫ້ດີຂື້ນ.

·         ການຕຳນິສົ່ງຂ່າວຊ່ວຍເຫລືອກໍ່ສ້າງເຊິ່ງກັນ ແລະ ກັນ ເຕັມໄປດ້ວຍຄວາມບໍລິສຸດໃຈ.

·         ມີຄວາມເສຍສະລະຊ່ວຍເຫລືອເຊິ່ງກັນ ແລະ ກັນຢຶດຖືຜົນປະໂຫຍດສ່ວນລວມຫລາຍກວ່າສ່ວນຕົວ.

·         ຍອມຮັບໃນໜ້າທີ່ໆ ໄດ້ຮັບມອບໝາຍ.

·         ມີຄວາມເຊື່ອໝັ້ນທຸ່ນທ່ຽງໃນທຸກສະພາບການ.

7.1.5.ອາການຂອງການບໍ່ມີຄວາມເຊື່ອໝັ້ນ

ການສະແດງອອກເຖິງຄວາມບໍ່ມີຄວາມເຊື່ອໝັ້ນ,  ເຮົາສາມາດຮັບຮູ້ອາການໄດ້ໂດຍການສັງເກດດັ່ງນີ:

·         ມີອາການກັງວົນຕື່ນເຕັ້ນຕໍ່ຂ່າວ ແລະ ເຫດການຕ່າງໆ ໄດ້ງ່າຍ ເຖິງແມ່ນວ່າເຫດການນ້ອຍໆ ກໍ່ນຳມາວິພາກວິຈານກັນໃຫ້ກາຍເປັນເລຶ່ອງໃຫ່ຍ ມີຂ່າວລື ຫລື ຊຸບຊິບນິນທາກັນຫລາຍກວ່າເຫດ.

·         ບັນຍາກາດເຄັ່ງຕຶງ ມີອາການສະແດງອອກແບບບໍ່ສົນໃຈບໍ່ປະຕິບັດໜ້າທີ່ວຽກງານ ບໍ່ມັກມາເຮັດວຽກງານ ເຖິງມາກໍ່ມັກບໍ່ເອົາໃຈໃສ ຫລື ໄປບ່ອນອື່ນ.

·         ມັກຂາດວຽກຕິດຕໍ່ກັນເປັນປະຈຳອ້າງເຫດຜົນໃນການເຮັດວຽກເລື່ອຍໆ.

·         ລັກສະນະໃນການເຮັດວຽກມີຄວາມຊັກຊ້າມັກມີຄວາມຜິດພາດເປັນປະຈຳ, ຂາດຄວາມເຊື່ອຖືໄດ້ງາຍ.

·         ມີການລາອອກ, ຍົກຢາຍສັບປ່ຽນບ່ອນເຮັດວຽກໄປເລື່ອຍໆ.

·         ຂາດຄວາມສາມັກຄີມີການຜິດຖ່ຽງບໍ່ເຂົ້າໃຈຕໍ່ກັນກັນ ແລະ ກັນເກີດການກະທົບ ກະແທກລະຫວ່າງສະມາຊິກດ້ວຍກັນ.

·         ສຳມາຊິກເມີນເສີຍຕໍ່ຜູ້ບັນຊາ

·         ສະແດງອາການແຂງກະດ້າງບໍ່ສຸພາບບໍ່ເຊື່ອຟັງ

·         ສະແດງອາການອອກໂດຍບໍ່ສົນໃຈໜ້າທີ່ວຽກງານ ຫລື ບໍ່ເອົາໃຈໃສ່ເພື່ອນຮ່ວມງານ

·         ມັກສະແດງອອກວ່າມີວຽກງານຫລາຍ ບໍ່ຫວ່າງຢູ່ຕະຫລອດວຽກງານອັນສຳຄັນທີ່ມອບໝາຍໃຫ້ບໍ່ສຳ ເລັດຢ່າງວົນໄປວຽນມາ ອອກຫ້ອງນີ້ເຂົ້າຫ້ອງນັ້ນ ບໍ່ໍ່ມີຄວາມຕັ້ງໃຈໃນການເຮັດວຽກ.

·         ມີຂໍ້ສະເໜີຫລາຍຢ່າງ ແຕ່ສ່ວນຫລາຍມັກຂັດກັບນະໂຍບາຍ.

·         ມັກສະແດງອອກທາງດ້ານອາລົມວິຈານໂດຍບໍ່ມີຂອບເຂດ .

7.1.6.ການສ້າງຂວັນກຳລັງໃຈ.

ການສ້າງຄວາມເຊື້ອໝັ້ນຂວັນກຳລັງໃຈໃຫ້ພະນັກງານຜູ້ບໍລິຫານເຮັດໄດ້ຫລາຍວິທີຄື:

·         ຈ່າຍເງິນເດືອນ ຫລື ໃຫ້ຜົນຕອບແທນຢ່າງເປັນທຳ.

·         ມີສະຫວັດດີການຕ່າງໆ ຕາມເງື່ອນໄຂ ແລະ ຄວາມສາມາດ.

·         ໃຫ້ທຸກຄົນມີສ່ວນຮ່ວມໃນການປັບປຸງວຽກງານແກ້ໄຂບັນຫາ,ໃຫ້ໂອກາດອອກຄວາມຄິດຄວາມເຫັນຕໍ່ນະໂຍບາຍ.

·         ໃຫ້ຄວາມກ້າວໜ້າໃນການເຮັດວຽກເທົ່າທຽມກັນ ໂດຍມີມາດຖານໃນການວັດ ແລະ ປະເມີນຜົນ

·         ແກ້ໄຂບັນຫາທີຕົ້ນເຫດ ແລະ ກົງກັບເປົ້າໝາຍ.

ຄວາມເຊື່ອໝັ້ນຂວັນກຳລັງໃຈຂອງພະນັກງານແມ່ນມີຄວາມສຳຄັນ ໃນການສ້າງຄວາມສາມັກຄີ ຮັກແພງໃນໜ່ວຍງານ ເຊີ່ງຜູ້ບໍລິຫານຈະຕ້ອງຖືເປັນໜ້າທີ່ອັນສຳຄັນ ມີສິລະປະໃນການປົກຄອງ.

ຜູ້ບໍລິຫານຕ້ອງຄົ້ນໃຫ້ເຫັນວ່າພະນັກງານມີຄວາມຕ້ອງການດ້ານໃດ ແລະ ຈັດລຽງຕາມລຳດັບ ມີຄວາມພໍ ໃຈ ນ້ອຍຫລາຍພຽງໃດແລ້ວຫາວິທີປັບປຸງແກ້ໄຂ ສ້າງຄວາມເຊື່ອໝັ້ນໃຫ້ແກ່ພະນັກງານແຕ່ລະພາກສ່ວນໃຫ້ດີຂື້ນ.

ຜູ້ບໍລິຫານຕ້ອງຄຳນຶງໃວ້ສະເໝີວ່າຄວາມສຳເລັດວຽກດງານຂອງຜູ້ບໍລິຫານສ່ວນໜຶ່ງແມ່ນຂື້ນຢູ່ກັບຄວາມສາມາດຂອງພະນັກງານ.

7.2.ການປະສານມະນຸດສຳພັນ

ການຢູ່ຮ່ວມກັນຫລາຍຝ່າຍ ຫລາຍຄົນ ຫລາຍໜ່ວຍງານ ຫລາຍທິມ ແມ່ນມີຄວາມຈຳເປັນຕ້ອງຮູ້ຈັກໃນແບບການປະສານງານ ໃນພາລະບົດບາດ ແລະ ໜ້າທີ່ກວ້າງຂວາງ ສະລັບສັບຊອນຫລາຍຂື້ນ ການປະສານງານກໍ່ຍິ່ງມີຄວາມສຳຄັນແບບເພີ່ມທະວີຕົວ ມີຄົນນ້ອຍໃນວຽກງານກໍ່ຂັດແຍ້ງກັນນ້ອຍ ຖ້າມີຄົນຫລາຍໃນວຽກງານຂໍ້ຂັດແຍ້ງຫລາຍຂື້ນເປັນເງົາຕາມຕົວ.

ການປະສານງານຈິ່ງເປັນເຄື່ອງມືອັນຈຳເປັນໃນການບໍລິຫານຈັດການແບບສະໄໝໄໝ່ ຮູບແບບການປະ ສານງານ ໝາຍເຖິງການຈັດການກຽ່ວກັບປັດໃຈໃນການບໍລິຫານຄົນວຽກເງິນ ວັດຖຸ ວິທີການ ແລະ ຈິດໃຈ ສິ່ງດ່ັ່ງກ່າວນັ້ນເປັນການຊຸກຍູ້ໃຫ້ພະນັກງານຮ່ວມມືຮ່ວມໃຈເປັນໜຶ່ງດຽວກັນ.

ການປະສານງານເປັນການປະສານຄວາມຮູ້ ຄວາມສາມາດຂອງແຕ່ລະຄົນໃຫ້ເຂົ້າກັນຢ່າງມີລະບົບ ເພື່ອໃຫ້ເກີດກຳລັງແຮງ ແຕ່ລະຄົນເຮັດວຽກເປັນຈັງຫວະໄປໃນທິດທາງດຽວກັນ.  

ການປະສານງານຈິ່ງເປັນເລື່ອງກຽ່ວກັບ (ຄົນ ເງິນ ວັດຖຸ ວິທີການ ແລະ ຈິດໃຈ) ພາຍໃຕ້ການຊີ້ນຳຂອງຜູ້ບໍລິຫານ ເຊິ່ງ ບໍ່ຕ່າງກັບວົງດົນຕຣີ ຕ້ອງມີຜູ້ຄອບຄຸມໃຫ້ຈັງຫວະ ຜູ້ບໍລິຫານຕ້ອງເປັນຜູ້ປະສານກັບທຸກຝ່າຍເປັນ ຕົ້ນ ຄົນ ວຽກ ເງິນ ວັດຖຸ ວິທີການ ຈິດໃຈ ແລະ ອື່ນໆ ໃຫ້ປະສານກັນເປັນໜຶ່ງດຽວ.

1.ລັກສະນະການປະສານ. 

ເພື່ອເຮັດໃຫ້ວຽກງານເດີນໄປໃນທິດທາງດຽວກັນ ແມ້ນຢຳ ຖືກຕ້ອງ ແມ່ນມີຄວາມຈຳເປັນຫລາຍທີ່ຈະຕ້ອງມີການປະສານງານກັນ ເຊີ່ງການປະສານງານນີ້ ແມ່ນມີຫລາຍຮູບແບບ ແລະ ຫລາຍລັກສະນະດັ່ງນີ້

·    ການປະສານຄວາມຮູ້ ຄວາມສາມສາມາດຂອງຄົນໃຫ້ເກີດກຳລັງແຮງໃນການເຮັດວຽກ ເຊິ່ງລວມໄປເຖິງຈິດໃຈ ຄວາມຮູ້ ຄວາມສາມາດ.

·         ໃຫ້ທຸກຄົນເຮັດວຽກໄປຕາມຈັງຫວະໃນເວລາດຽວກັນ.

·         ປະສານຄວາມສາມາດເລງໄປທິດທາງອັນດຽວ.

·         ປະສານງານເລີ່ມແຕ່ລະດັບຕ່ຳໄປຫາລະດັບສູງ ຫລື ຈາກສູງລົງມາຕ່ຳ.

2.ປະເພດການປະສານ.

·         ການປະສານງານພາຍໃນ.

·         ການປະສານງານພາຍນອກ.

·         ການປະສານງານຕາມສາຍຕັ້ງ.

·         ການປະສານງານຕາມສາຍຂວາງ.

·         ການປະສານງານຕາມຮູບແບບສະເພາະກິດ.

3.ວິທີການປະສານ

·         ທາງການ (ດ້ວຍໜັງສືຄໍາຮ້ອງພົວພັນມາເປັນທາງການ.)

·         ບໍ່ເປັນທາງການ (ສ່ວນຕົວ)

4.ການປະສານທີບັນລຸເປົ້າໝາຍ.

·         ປະສານດ້ານນະໂຍບາຍ ແລະ ວັດຖຸປະສົງ.

·         ປະສານຂະບວນການຂັ້ນຕອນດຳເນີນວຽກງານ.

·         ປະສານກັບພະນັກງານໂດຍກົງ.

·         ປະສານກັບໜ່ວຍງານອື່ນໆ ທີ່ກ່ຽວຂ້ອງ.

·         ປະສານກັບດ້ານເຕັກນິກການບໍລິຫານ.

·         ປະສານກ່ຽວກັບສື່ຄວາມໝາຍ.

·         ປະສານຄວາມຄິດເຫັນ ແລະ ຂໍ້ສະເໜີແນະ.

·         ປະສານກັບໜ່ວຍງານບໍລິຫານ.

·         ປະສານຫກັບສະພາບແວດລ້ອມທີຕິດພັນ.

7.1.1.ອຸປະສັກໃນການປະສານ.

ການປະສານງານນັ້ນບໍ່ໝາຍຄວາມວ່າຈະສະດວກສະບາຍຕາມທີຄາດໝາຍເອົາໄວ້ ເຖິງແຕ່ລະຝ່າຍຈະນໍາໃຊ້ຫລັກວິທີການຕ່າງໆ ແຕ່ກໍ່ຍັງມີປັດໃຈອື່ນໆ ເຂົ້າມາພົວພັນເຮັດໃຫ້ບໍ່ສາມາດບັນລຸຜົນ ແລະ ອຸປະສັກໃນການປະສານໂດຍພິຈາລະນາແລ້ວມີດັ່ງນີ້

1.ຂາດມະນຸດສໍາພັນໃນການເຮັດວຽກ, ການປະສານງານແມ່ນເລື່ອງຈິດໃຈຂອງຄົນເປັນສ່ວສຳຄັນດັ່ງນັ້ນ; ການຂາດມະນຸດສຳພັນແລ້ວກໍ່ເຮັດໃຫ້ຜົນໄດ້ຮັບຍາກ.

2.ການວ່າງແຜນເຮັດວຽກບໍ່ຖືກ ຜູ້ເຮັດວຽກບໍ່ເຂົ້າໃຈ ເຮັດວຽກຜິດພາດທິດທາງການເຮັດວຽກຜິດເປົ້າໝາຍຂອງວຽກ ເກີດການຫຽໍ້ທໍ້ ແລະ ຂັດແຍ້ງກັນ.

3.ຄວາມສາມາດຂອງຜູ້ເຮັດວຽກຕ່າງກັນຫລາຍ

4.ການສື່ສານບໍ່ລະອຽດ ຜິດພາດເປັນປະຈຳ.

5.ກ້າວກ່າຍໜ້າທີກັນເຫັນຜົນປະໂຫຍດຂອງໜ່ວຍງານຕົນຫລາຍກວ່າຜົນປະໂຫຍດສ່ວນລວມ.

6.ນະໂຍບາຍຕ່າງກັນ.

7.ກຳໜົດນະໂຍບາຍບໍ່ຈະແຈ້ງ ກຳທິດທາງໄດ້ຍາກ.

8.ສະພາບແວດລ້ອມຂອງອົງການຈັດຕັ້ງຕ່າງກັນ.

9.ຄວາມຂັດແຍ້ງທາງດ້ານຄວາມຄິດ ເປັນຄວາມຂັດແຍ້ງ ທີເກີດຈາກການຄວບຄຸມອຳນາດ ຫລື ກະຈ່າຍອຳນາດຫລາຍເກີນໄປ.

7.1.2.ປະໂຫຍດຂອງການປະສານ.

1.ຫລຸດຜ່ອນຂໍ້ຂັດແຍ້ງໃນການເຮັດວຽກໜ້ອຍລົງ ເກີດຄວາມເຂົ້າໃຈ ແລະ ຄວາມສາມັກຄີຮັກແພງຂອງພະນັກງານດີຂື້ນ.

2.ຕັດບັນຫາການເຮັດວຽກຊໍາຊ້ອນ ແລະ ນໍາໃຊ້ງົບປະມານຟຸມເຟືອຍ.

3.ພະນັກງານເຂົ້າໃຈນະໂຍບາຍ ຈຸດປະສົງ ແລະ ເປົ້າໝາຍຫລາຍຂື້ນ.

7.2.ຄວາມຂັດແຍ້ງ.

ສົງຄາມຢູ່ໃນຕົວມະນຸດເຮົານັ້ນມີ 2 ຢ່າງຄື  ສົງຄາມເຫດຜົນ ແລະ ສົງຄາມກິເຣດ  ການຢູ່ຮ່ວມກັນໂດຍປະສາຈາກຂໍ້ຂັດແຍ້ງກັນ ແລະ ກັນ ນັ້ນເປັນສິ່ງທີ່ປະເສີດ ເຊິ່ງ ສາມາດເຮັດໃຫ້ທຸກຄົນມີຄວາມສຸກທາງໃຈ.

ການສ້າງບັນຍາກາດທີ່ດີ ແລະ ຈຳກັດຄວາມຂັດແຍ້ງໃນໜ່ວຍງານຖືເປັນພາລະໜ້າທີ່ຂອງຜູ້ບໍລິຫານ ແລະ ຜູ້ຮ່ວມງານທຸກໆ ຄົນ ທຸກພາກສ່ວນຕ້ອງເຂົ້າໃຈຄວາມຄັດແຍ້ງຂອງບຸກຄົນໃນທາງສ້າງສັນ ການແຂ່ງຂັນກັນເຮັດວຽກເພື່ອສ່ວນຮວມນັ້ນ ບໍ່ແມ່ນເປັນເລື່ອງຈຸດອ່ອນ ຫລື ເປັນສິ່ງທີ່ມີອະຄະຕິຕໍ່ກັນ ມັນເປັນການແຂ່ງຂັນຢ່າງມີຄຸນຄ້າ ຫາກນໍາໃຊ້ຄວາມຂັດແຍ້ງເລົ່ານັ້ນມາວິເຄາະ ແລະ ຮຽນຮູ້ ເພື່ອປັບປຸງແກ້ໄຂໃນການດໍາເນີນວຽກງານໂດຍລວມແລ້ວເຫັນວ່າມີການປ່ຽນແປງໃນທິດທາງດີຂື້ນ.

ໂດຍສະຫລຸບແລ້ວຄວາມຂັດແຍ້ງມັກເກີດຈາກ ສາເຫດໃຫຍ່ຄື :

1.ທັດສະນະຄະຕິ ຫລື ຄວາມຄິດເຫັນບໍ່ກົງກັນ.

2.ຜົນປະໂຫຍດຂັດກັນ.

ຄວາມແຕກຕ່າງດ້ານຄວາມຮູ້ ຂໍ້ມູນຂ່າວສານ ຄວາມເຊື່ອຖື ຄວາມຄິດເຫັນສ່ວນຕົວ ຂໍ້ຂັດແຍ້ງທາງດ້ານຄວາມຄິດນີ້ມັກເກີດຢູ່ສະເໝີແລະເປັນການຊີ້ໃຫ້ເຫັນວ່າວິທີການແກ້ໄຂໂດຍການໃຫ້ຂໍ້ມູນເພີ່ມເຕີມຫລືພິຈາລະນາຂໍ້ມູນທີ່ມີຢູ່ແລ້ວໃຫ້ລະອຽດໃນກໍລະນີມີຄວາມຂັດແຍ້ງເກີດຂື້ນ.

ກ. ຄວາມຂັດແຍ້ງທາງດ້ານຄວາມຄິດ

ແມ່ນຊ່ອຍໃຫ້ເກີດແນວຄວາມຄິດສ້າງສັນ ເປັນສ່ອງທາງລະບາຍຄວາມອືດອັດທີມີຢູ່ໃນໃຈຫລາຍກົ່ວການໃຊ້ອາລົມເໜືອເຫດຜົນ. ນັກຈິດຕະຊີ້ໃຫ້ເຫັນວ່າມະນຸດມີຄວາມຂັດແຍ້ງກັນຢູ່ເປັນປະຈໍາ ແລະ ຫລີກໄດ້ຍາກ ຄວາມຂັດແຍ້ງແມ່ນຄວາມເຫັນບໍ່ກົງກັນກັບທັດສະນະຄວາມຕ້ອງການ ແຕ່ລະຄົນບໍ່ສາມາດເສຍສະລະໃຫ້ກັນໄດ້ ຄວາມຂັດແຍ້ງເກີດຂື້ນຍ້ອນອໍານາດການຕັດສິນໃຈຂອງແຕ່ລະຄົນ ເຊິ່ງພື້ນຖານ ແລະ ປະສົບການແຕກຕ່າງກັນ ບາງຄັ້ງກໍ່ເກີດຈາກຄວາມຄິດຂອງຕົນເອງເຊັ່ນ ການເລື້ອກເຄື່ອງ ສິ່ງຂອງອັນໃດໜຶ່ງເປັນຕົ້ນ.

ຄວາມຂັດແຍ້ງທາງຜົນປະໂຫຍດ  

ແມ່ນເກີດຈາກຄວາມຕ້ອງການທາງດ້ານຄ່ານິຍົມເປົ້າໝາຍສ່ວນບຸກຄົນອໍານາດອິດທິພົນເງິນເວລາຕົນເອງບໍ່ໄດ້ຮັບຜົນປະໂຫຍດ. ສິ່ງກ່າວມານີ້ແມ່ນເກີດຈາກຄູ່ກໍລະນີ ເຊິ່ງພະຍາຍາມກັ່ນແກ້ງຂັດຂວາງຄວາມຂັດແຍ້ງທາງດ້ານຜົນປະໂຫຍດ ເປັນບັນຫາໜຶ່ງທີ່ມີຜົນກະທົບຕໍ່ວຽກງານ ແລະ ແກ້ໄຂງ່າຍກວ່າຄວາມຂັດແຍ້ງທາງດ້ານແນວຄວາມຄິ.

ຄ. ວິທີແກ້ໄຂບັນຫາ

ເມື່ອເກີດການຂັດແຍ້ງຂື້ນຜູ້ບໍລິຫານຄວນເລືອກເອົາ ຢ່າງໃດຢ່າງໜຶ່ງເຂົ້າມາແກ້ໄຂ ໂດຍສັງລວມແລ້ວປະກອບມີດັ່ງນີ້:

1.ຫລີກລ້ຽງການປະເຊີນໜ້າ ແລະ ຄອບຄຸມອາລົມ.

2.ຖ່ວງດຶງເວລາແກ້ໄຂ ແລ້ວຫາວິທີແກ້ໄຂບັນຫາທາງອ້ອມ.

3.ໃຊວິທີການຕໍ່ລອງແບບນ້ຳເພິ່ງເຮືອ ເສືອເພິ່ງປ່າ ຄ່ອຍໆ ເຂົ້າຫາກັນທັງສອງຝ່າຍຍອມຮັບໃນຂໍ້ຜິດພາດໃນບາງສ່ວນ ເອີ້ນວ່າພົບກັນເຄິ່ງທາງ.

4.ປະເຊີນໜ້າກັນເພື່ອແກ້ໄຂບັນຫາ; 

ໃນວິທີນີ້ແບ່ງອອກເປັນສອງແບບແກ້ໄຂດັ່ງນີ້:

·         ໃຊ້ກຳລັງ , ໃຊ້ອຳນາດລົງໂທດໃຫ້ຝ່າຍໃດໜຶ່ງຊະນະ.

·         ເຈລະຈາເຮັດການຕົກລົງ ວິທີນີ້ມີຜົນສະທ້ອນທາງລົບໜ້ອຍ ແລະ ເກີດຄວາມສະບາຍໃຈທັງສອງຝ່າຍ.

5.ເລືອກເວລາໂອກາດທີ່ເໝາະສົມທັງສອງຝ່າຍ.

6.ຈືປະເດັນສາຍເຫດຂໍ້ຂັດແຍ້ງໃຫ້ຖືກ ຊັດເຈນ ແລ້ວນໍາມາພິຈາລະນານໍາກັນ.

7.ໃຊກົນລະຍຸດເຂົ້າແກ້ (ຫລີກລ້ຽງເອົາຄໍາວ່າແພ້ ຫລື ຊະນະຈາກທັງສອງຝ່າຍ).

8.ຢືດຫລັກການ ແລະ ເຫດຜົນຫລາຍກວ່າອໍານາດຕໍາແໜ່ງຂອງບຸກຄົນອັນເກີດຄວາມເສຍຫາຍທາງດ້ານຄວາມເປັນທໍາ ແລະ ຖືກຕ້ອງ.

ງ.ວິທີຄົ້ນຄ້ວາບັນຫາ

1.ເບິ່ງລັກສະນະຂອງບັນຫາວ່າປະເພດໃດເຊັ່ນ ການຂັດແຍ້ງທາງຜົນປະໂຫຍດທາງດ້ານຄວາມຄິດ ຄ່ານິຍົມ ແລະ ສໍາພັດໄດ້ ຫລື ບໍ່ໄດ້

2.ເບິ່ງທ່າທີສໍານຽງສຽງເວົ້າ; ເລີ່ມຕົ້ນສົນທະນາດ້ວຍອາລົມອົບອຸ່ນ ໂນ້ມນາວເຂົ້າຫາກັນໃນຈຸດຂໍ້ຂັດແຍ້ງ, ຢ່າສົນທະນາໃນແບບສາດນໍ້າເຂົ້າໃສ່ກັນ.

3.ຟັງໃຫ້ເຂົ້າໃຈ, ຢ່າຫາຂໍ້ໂຕຖຽງ.

4.ການຄວມຄຸມອາລົມທີ່ສະແດງອອກທາງສີໜ້າ, ແວວຕາ; ທ່າທາງນໍ້າສຽງ ແລະ ຄໍາເວົ້າຂອງຕົນ, ແຕ່ສຶກສາເຂົ້າໃຈເຖິງກິລິຍາອາລົມຄວາມຕ້ອງການຂອງອິກຝ່າຍໜຶ່ງທີ່ບໍ່ໄດ້ຄອບຄຸມ.

5.ຄາດຄະເນປະຕິກິລິຍາຄໍາເວົ້າຈາກການອ່ານຄວາມຮູ້ສືກ ຈາກກິລິຍາສະແດງອອກ.

6.ໃຊ້ຄວາມສຸກຂຸມ, ສຸພາບຮອບຄອບ, ສ້າງບັນຍາກາດສົນທະນາມີລັກສະນະຂໍຮ້ອງຄວາມຮ່ວມມື

7.ໃຊ້ຫລັກການທິດສະດີວິຊາການເຂົ້າຊ່ວຍ.

ຈ.ຫລັກການຢູ່ຮ່ວມກັບຄົນອື່ນ.

ການປະຕິບັດຮ່ວມກັບຜູ້ອື່ນເພື່ອໃຫ້ເກີດຄວາມເຂົ້າໃຈຄວນສືກສາດັ່ງນີ້:

·         ສ້າງຄວາມຮັກໃນອາຊິບປະຕິບັດຕົນໃຫ້ມີນໍ້າໃຈຮັບພິດຊອບໃນວຽກງານ.

·         ຍອມຮັບນະໂຍບາຍມີວິໃນ ແລະ ປະຕິບັດຕາມຄໍາສັ່ງ.

·         ປະຕິບັດຕົນເປັນຜູ້ນໍາທີ່ດີ.

·         ຕົງຕໍ່ເວລາ ; ມີຄວາມພ້ອມໃນການເຮັດວຽກ ແລະ ບໍ່ເອົາປຽບເພື່ອນຮ່ວມງານ.

·         ເປັນຄົນມີເຫດຜົນ ໃຈກວ້າງ ຮູ້ຈັກເຄົາລົບ ລະຮັບຟັງຄວາມຄິດເຫັນຄົນອື່ນ.

·         ບໍ່ເຄັ່ງຂຶມ ເຄັ່ງຄຽດຫລາຍໃນວຽກງານເກີນໄປ ຄວນມີນະໂຍບາຍໃນບາງຄັ້ງ ບາງເລື່ອງ ແຕ່ບໍ່

·         ຄວນອ່ອນແອ ຍ່ອນຍານໃນລະບຽບ ແລະ ຫລັກການເກີນໄປ ຈົນບໍ່ມີບ່ອນອະທິບາຍ.

·         ຮູ້ຈັກກະລະເທສະ ອ່ອນນ້ອມຖອມຕົວ ສົນທະນາໄປໃນທິດທາງດີ ຈັກປະມານຕົນມີອັດຕະຍາໃສບໍ່ແຂງກະດ້າງ.

·         ຫລິກເວັ້ນການສ້າງສັດຕູ ໂດຍສະເພາະເພື່ອນຮ່ວມງານ.

·         ມີຄວາມເຜື່ອແຜ່ ມີນ້ຳໃຈຮັກແພງ ຈັກຜ່ອນສັນຜ່ອນຍາວ.

·         ໃຊ້ພາສາສຸພາບ ແລະ ມີຄວາມຈິງໃຈ.

·         ເຂົ້າໃຈ ແລະ ຍອມຮັບເຖິງຄວາມແຕກຕ່າງຂອງເພດ ໄວ ແລະ ໃຫ້ກຽດຍ້ອງຍໍ.

·         ຮູ້ຈັກແກ້ໄຂບັນຫາສະເພາະໜ້າ ແລະ ຮັບຜິດຊອບຕໍ່ວຽກງານ.

ສ .ຫລັການເຮັດວຽກຮ່ວມກັນ.

ບໍ່ໝາຍຄວາມວ່າຄົນເຮົາຈະຕ້ອງສະຫລາດເໜືອກວ່າທຸກຄົນ ໃນການເຮັດວຽກຮ່ວມກັນນັ້ນ ແຕ່ລະຄົນຕ້ອງໄດ້ນຳໃຊ້ຫລັກມະນຸດສຳພັນ ແລະ ຄວາມຮູ້ ຄວາມສາມາດ ເຂົ້າມາຊ່ອຍວຽກງານນັ້ນຈິ່ງຈະສຳເລັດລົງໄດ້ໂດຍລວມແລ້ວແມ່ນມີ 02 ລັກສະນະການເຮັດວຽກຮ່ວມກັນ.

1.ລັກສະນະຫລາຍຄົນຮ່ວມກັນ. (ຫລາຍຄົນບໍ່ຮູ້ຈຸດປະສົງຂອງວຽກ)    ການເຮັດວຽກໃນລັກສະນະຫລາຍຄົນຮ່ວມກັນ ແມ່ນບໍ່ສາມາດຮູ້ໄດ້ເຖິງຄວາມຊັດເຈນຂອງວຽກ ກົດລະບຽບໃນການຄອບຄຸມຜົນຂອງວຽກອອກມາມີດັງນີ້:

·         ບາງເທື່ອນ້ອຍ ແລະ ບາງເທ່ືອຫລາຍ.

·         ມີຄົນພໍໃຈ ແລະ ບໍ່ພໍໃຈໃນການເຮັດວຽກ.

·         ມີຄວາມຄິດບໍ່ກົງກັນໃນການເຮັດວຽກ.

2.ລັກສະນະເປັນທິມງານ ຫລື ເປັນໝູ່ຄະນະ (ເຂົ້າໃຈນະໂຍບາຍແຈ່ມແຈ້ງ)  ທຸກຄົນຮູ້ ແລະເຂົ້າໃຈໄດ້ເຖິງວັດຖຸປະສົງຂອງວຽກງານ ຜົນຂອງວຽກອອກມາມີດັ່ງນີ້:

·         ວຽກໄດ້ຮັບຜົນສູງ.

·         ທຸກຄົນພໍໃຈກັບວຽກງານ.

·         ມີຄວາມເຂົ້າໃຈກັນດີໃນໜ້າວຽກ.

·         ສະພາບໜ້າວຽກເດີນໄປໃນທິດທາງດຽວກັນດີຂື້ນຫລາຍ.

·         ທຸກຄົນໃຫ້ການຮ່ວມມື.

·         ແຕ່ລະຄົນມີລະບຽບວິໃນ ເຊື່ອໝັ້ນ ແລະ ໄວ້ໃຈກັນ.

.ຈຸດປະສົງໃນການເຮັດວຽກຮ່ວມກັນ

ຈຸດປະສົງຂອງການເຮັດວຽກຮ່ວມກັນ ແມ່ນເພື່ອໃຫ້ທຸກຄົນກຳໄດ້ ແລະ ຮັບຮູ້ຈຸດປະສົງອັນລວມ ແລະອັນສະເພາະ  ເຊິ່ງໝາຍເຖິງສິ່ງທີ່ຕ້ອງການໃຫ້ເກີດຂື້ນ ພາຍຫລັງການເຮັດວຽກ  ຈຸດປະສົງອາດຈະສ້າງຂື້ນໂດຍບຸກຄົນ ຫລື ກຸ່ມຄົນໃດໜຶ່ງ.

1.ລັກສະນະຈຸດປະສົງ.

·         ໃຊ້ເປັນແນວທາງໃນການດຳເນີນວຽກງານ.

·         ໃຊ້ເປັນເຄື່ອງມືໃນການສ້າງ ແລະ ຮ່ວມພະລັງໃນການເຮັດວຽກ.

·         ໃຊ້ເປັນຫລັກການໃນການວັດແທກ ຫລື ປະມວນຜົນໃນການເຮັດວຽກ ໃນທາງບວກ ແລະ ທາງລົບ.

2.ການກຳໜົດຈຸດປະສົງ.

·    ທຸກໆວຽກຕ້ອງມີການກຳໜົດຈຸດປະສົງເອົາໄວ້ເພື່ອວາງຂອບເຂດຂອງໜ້າວຽກ ແລະ ຜົນສຳເລັດຂອງວຽກອອກມາໃນລັກສະນະຮູບແບບໃດ.

·         ຈຸດປະສົງຕ້ອງເຂົ້າໃຈ ແລະ ຈະແຈ້ງທັງໃນຄຳເວົ້າ ແລະ ຄວາມໝາຍຂອງມັນ.

3.ລັກສະນະຈຸດປະສົງທີ່ດີ.

·         ຕ້ອງເປັນລາຍລັກອັກສອນ ບໍ່ແມ່ນລາຍງານປາກເປົ້າ.

·         ເຂົ້າໃຈງ່າຍ ແລະ ສາມາດປະຕິບັດຕາມໄດ້.

·         ມີຄວາມເໜາະສົມ ສອດຄ່ອງ ບໍ່ຂັດຕໍ່ນະໂຍບາຍ ແລະ ລະບຽບຫລັກການ.

·         ສາມາດຕອບສະໜອງຕໍ່ຄວາມຕ້ອງການ ຫລື ວັດຖຸປະສົງຂອງຜູ້ປະຕິບັດ.

·         ສາມາດປັບເຂົ້າກັບສະຖານະການໄດ້ງ່າຍ.

4.ລັກສະນະກິດຈະກໍາ

ໝາຍເຖິງວຽກຕ່າງໆ ທີ່ຈະຕ້ອງເຮັດ ເພື່ອໃຫ້ບັນລຸວັດຖຸປະສົງ  ໃນບາງວັດຖຸປະສົງກໍ່ມີຫລາຍກິດຈະກຳດັ່ງນີ້:

1.ຄວາມສຳຄັນຂອງກິດຈະກຳ.

·         ເປັນສິ່ງຊີ້ບອກໃຜເປັນຜູ້ຮັບຜິດຊອບ ເພື່ອໃຫ້ບັນລຸຈຸດປະສົງລວມ.

·         ເປັນການຊີ້ບອກເຖິງຄວາມຕ້ອງການບຸກຄະລາກອນທີ່ມີຄວາມສາມາດໃນດ້ານໃດ ແລະ ຈຳນວນເທົ່າໃດ.

·         ຊີ້ບອກໃຫ້ຮູ້ວ່າຕ້ອງນຳໃຊອຸປະກອນເຄື່ອງມືດ້ານໃດແດ່.

·         ຊີ້ໃຫ້ເຫັນເຖິງງົບປະມານໜ້ອຍ ຫລາຍເທົ່າໃດ ຈິ່ງຈະສາມາດດຳເນີນການໄດ້.

2.ການກຳໜົດກິດຈະກຳ.

·         ພິຈາລະນາຈຸດປະສົງຂອງວຽກ.

·         ພິຈາລະນາຈຸດປະສົງລວມ.

·         ທຸກກິດຈະກຳຕ້ອງມີເປົ້າໝາຍ ເພັ່ງເລັງໄປໃສຈຸດລວມ ແລະ ທັງໄດ້ຮັບຜົນສຳເລັດ.

·         ກິດຈະກກຳໃດຄືກັນແມ່ນໂຮມເຂົ້ົາກັນເປັນອັນດຽວ.

·         ໃນກິດຈະກຳນັ້ນ ໃຊ້ຄົນນ້ອຍ ຫລື ຫລາຍ.

3.ການປະຕິບັດ

ໝາຍເຖິງການດຳເນີນງານໃນແຕ່ລະດ້ານ ມີຂັ້ນຕອນແບບແຜນເຮັດຫຍັງຢູ່ໃສ ແລະເວລາໃດເພື່ອໃຫ້ວຽກນັ້ນມີຄຸນນະພາບ ວ່ອງໄວ ປະຫຍັດເງິນ ເວລາ ແຮງງານ ແລະ ວັດຖຸເປັນຕົ້:

1. ການກໍາໜົດວິທີເຮັດວຽກ

·         ດໍາເນີນປະຕິບັດຄືແນວໃດ.

·         ນຳໃຊ້ເຄື່ອງມືດ້ານໃດ.

·         ເຮັດຢູ່ໃສ, ເຮັດແນວໃດ, ເຮັດເພື່ອຜູ້ໃດ,ໃນເວລາໃດ ແລະ ຈະສຳເລັດຜົນໄດ້ແນວໃດ.

·         ຕ້ອງປະສານ ຫລື ຮ່ວມກິດຈະກຳອືນໆ ຄືແນວໃດ.

2.ລັກສະນະການເຮັດວຽກທີ່ດີ.

·         ນໍາໃຊ້ງົບປະມານຄົນ ແລະ ວັດຖຸໃຫ້ຈຳກັດ ແລະ ນ້ອຍທີສຸດ.

·         ສາມາດປັບເຂົ້າກັບສະພາບແວດລ້ອມໄດ້ດີ.

3.ການກຳໜົດໜ້າທີ ແລະ ບົດບາດ: 

ແມ່ນມີຄວາມສຳຄັນຫລາຍຕໍ່ຜູ້ບັງຄັບບັນຊາ ແລະ ໃຕ້ການບັນຊາ ເພາະມັນຊີ້ໃຫ້ທຸກພາກສ່ວນຕ້ອງຮູ້ ແລະ ເຂົ້າໃຈໄດ້ເຖິງຂອບເຂດ, ໜ້າທີ ແລະ ບົດບາດຂອງຕົນຢ່າງຈະແຈ້ງ ຖືກ ຕ້ອງແລະໝັ້ນໃຈ  ການກຳໜົດໜ້າທີ່ ແລະ ບົດບາດນີ້ສາມາດແບ່ງອອກເປັນ 02 ລັກສະນະຄື:

·         ໜ້າທີ່ ແລະ ບົດບາດໃນການປະຕິບັດວຽກງານ.

·         ໜ້າທີ່ ແລະ ບົດບາດໃນການປະຕິບັດຕົນຕໍ່ຄົນອື່ນໆ.

4.ລະບຽບ ແລະ ມາດຖານ. 

ໝາຍເຖິງຜູ້ປະຕິບັດວຽກງານຕ້ອງສະແດງບົດບາດຄືແນວໃດ ພ້ອມທັງກຳໜົດລະບຸວ່າ ບຸກຄົນໃດເກີດລະເມີດຕ້ອງມີໂທດ ຫລື ຍົກເວັນໃນຮູບແບບໃດ ການກຳໜົດກົດລະບຽບ ແລະ ມາດຖານຄວາມປະພືດອອກໄວ້ມີ 02 ທິດທາງດັ່ງນີ້:

·         ລະບຽບທີ່ໜ່ວຍງານກຳໜົດຂື້ນເອງ.

·         ກຸ່ມໄດ້ກຳໜົດຂື້ນມາ ເພື່ອເປັນມາດຖານໃນການປະພືດຂອງກຸ່ມນັ້ນເອງ.

ໜ້າທີຂອງຫົວໜ້າໜ່ວຍງານຕ້ອງເຮັດໃຫ້ທຸກຄົນຮູ້ເຖິງກົດລະບຽບ ແລະ ມາດຖານຄວາມປະພືດຢ່າງແຈ່ມແຈ້ງ ໂດຍທົ່ວກັນ ແລະ ເຂົ້າໃຈຖືກຕ້ອງ.

ຖ້າມີຄວາມຈຳເປັນກໍ່ອາດມີການປັບປຸງແກ້ໄຂ ແລະ ປຽ່ນແປງມັນໄດ້ ແຕ່ໃຫ້ເໝາະສົມ

ສອດຄ່ອງກັບວັດຖຸປະສົງ ແລະ ສະພາບແວດລ້ອມຂອງວຽກທີປຽ່ນແປງໄປນຳກັນ.

5.ການຄວບຄຸມໃຫ້ມີການປະຕິບັດກົດລະບຽບ ແລະ ມາດຖານການສະແດງອອກ.

ໝາຍເຖິງການສົ່ງເສີມໃຫ້ບຸກຄົນປະຕິບັດຕາມດັ່ງນີ້:

1.ການຄວບຄຸມການປະຕິບັດ.

·         ການສົ່ງເສີມໃຫ້ຄົນປະຕິບັດ.

·         ການລົງໂທດບຸກຄົນຜູ້ຝ່າຝືນ.

2.ສິ່ງທີ່ຄວນສຶກສາ ແລະ ຮຽນຮູ້ກຽ່ວກັບຜູ້ອື່ນ.

·         ຄວາມຕ້ອງການ (ທາງດ້ານຮ່າງກາຍ ແລະ ທາງດ້ານຈິດໃຈ)

·         ຄວາມຄາດຫວັງ.

·         ສິ່ງທີ່ເຂົາມັກ ແລະ ບໍ່ມັກໃນສິ່ງນັ້ນໆ.

·         ຄວາມຮູ້ ຄວາມສາມາດ ແລະ ຄວາມສຳນານ.

·         ອາລົມຂອງຄົນ.

·         ຈຸດດີ ແລະ ຈຸດອ່ອນ.

3.ສິ່ງຂັດຂວາງໃນການເຮັດວຽກຮ່ວມກັບຄົນອື່ນ.

·         ການບໍ່ປັບຕົວເຂົ້າຫາຄົນອື່ນ.

·         ວາງຕົນເໜືອຄົນອື່ນ.

·         ມັກເອົາປຽບ (ເອົາສ່ວນຕົວ ຫລາຍກວ່າສ່ວນລວມ).

·         ເຂົ້າຂ້າງຄວາມຄິດ ແລະ ການກະທຳຂອງຕົນວ່າຖືກຕ້ອງສະເໝີ ບໍ່ຟັງສຽງລ້ອມຂ້າງ.

4.ການຕິດຕໍ່ສື່ສານໃນກຸ່ມ:

ໝາຍເຖິງສື່ສານຄວາມໝາຍ, ຄວາມຮູ້ສືກທາງດ້ານຄວາມຄິດເຫັນໃນເລື່ອງຕ່າງໆ ໄປຍັງບຸກຄົນອື່ນ ເພື່ອໃຫ້ເກີດຄວາມເຂົ້າໃຈໃນການສື່ສານ.

·         ຄວາມສຳຄັນໃນການຕິດຕໍ່ສື່ສານ.

·         ສ້າງໃຫ້ເກີດຄວາມເຂົ້າໃຈກົງກັນ.

·         ຫລຸດຜ່ອນຄວາມຄິດເຫັນທີ່ແຕກຕ່າງກັນລົງ.

·         ສ້າງຄວາມຮ່ວມມື.

·         ສ້າງໃຫ້ເກີດຄວາມເຊື່ອໝັ້ນ ແລະ ສັດທາໃນວຽກ.

·         ປ້ອງກັນຂ່າວລື.

5.ການຕິດຕໍ່ສື່ສານທີດີ.

·         ຮຽບຮຽງຂໍ້ມູນໃຫ້ກະທັດລັດ ແລະ ສົມບູນ.

·         ເລືອກໃຊ້ສື່ທີ່ເໝາະສົມ (ການເວົ້າ, ການຂຽນ, ການພິມ ແລະ ອື່ນໆ)

·         ຄຳນຶງເຖິງປະສົບການ ແລະ ເບື້ອງຫລັງຂອງຜູ້ຮັບ.

6.ບັນຫາຄວາມຂັດແຍ້ງ. 

ໝາຍເຖິງກິດຈະກຳໜຶ່ງທີເກີດຂື້ນໃນລັກສະນະລົບກວນ ແລະ ຂັດຂວາງ ທີ່ສົງຜົນກະ ທົບບໍ່ເປັນຜົນປະໂຫຍດໃຫ້ແກ່ ອິກກິດຈະກຳໜຶ່ງ ເຊິ່ງເຮັດໃຫ້ກິດຈະກຳນັ້ນ ດຳເນີນໄປຍາກ ຫລື ຜົນໄດ້ຮັບຫລຸດລົງ ແນ່ນອນຄວາມສຳເລັດຂອງບຸກຄົນໜຶ່ງ ອາດເປັນຂໍ້ຈຳກັດ ແລະອຸປະ ສັກຕໍ່ຜົນປະໂຫຍດຂອງອີກບຸກຄົນໜຶ່ງ.

7.ລັກສະນະຂອງຂໍ້ຂັດແຍ້ງ.

·         ຄວາມຂັດແຍ້ງທາງດ້ານຄວາມຄິດ.

·         ທັດສະນະຄະຕິ, ຄ່ານິຍົມ ແລະ ຄວາມເຊື່ອແຕກຕ່າງກັນ.

·         ຄວາມຮູ້  ຄວາມສາມາດ ແລະ ລະດັບການສຶກສາ.

·         ຄວາມຂັດແຍ້ງທາງດ້ານຜົນປະໂຫຍດ

·         ຄວາມຕ້ອງການຕ່າງກັນ.

8.ວິທີແກ້ໄຂຂໍ້ຂັດແຍ້ງ. 

ການແກ້ໄຂບັນຫາຂໍ້ຂັດແຍ້ງ ເຮົາສາມາດນຳໃຊ້ໃນການແກ້ໄຂບັນຫາທີ່ມີລັກສະນະສ່ວນຕົວກັບອີກຝ່າຍໜຶ່ງ ເຊິ່ງມີແນວທາງໃນການປະຕິບັດດັ່ງນີ້:

·         ເຂົ້າໃຈບັນຫາທີ່ເກີດຈາກທຳມະຊາດ ຫລື ຄວາມແຕກຕ່າງກັນ ການແກ້ຄວນເນັ້ນເລື່ອງ ແພ້ຊະນະ.

·         ໃຫ້ທັງສອງຝ່າຍຢູ່ໃນຖານະເທົ່າທຽມກັນ ແລ້ວຊອກຫາປະເດັນຂໍ້ຂັດແຍ້ງ.

·         ມີຄວາມຈິງໃຈ ແລະ ເປີດເຜີຍຄວາມຕັ້ງໃຈຂອງຕົນເອງອອກມາ.

·         ຊອກຫາຄວາມເປັນຈິງ ຫລື ໃກ້ຄຽງທີສຸດຂອງບັນນັ້ນໃຫ້ຫລາຍທີ່ສຸດ.

·         ຢ່າຢືດໝັ້ນຄວາມຄິດ ແລະ ແນວທາງຂອງຕົນແຕ່ພຽງຜູ້ດຽວ.

·         ຖ້າເຫັນວ່າໄດ້ຮັບຜົນ ຕ້ອງເນັ້ນ ຫລື ຊອກບຸກຄົນອື່ນເຂົ້າມາຊ່ອຍ.

 

ຄຳຖາມ

1. ຜົນປະໂຫຍດຈາກການເຊື່ອໝັ້ນມີຫຍັງແດ່? 

2. ອາການຄົນເຮົາທີ່ສະແດງອອກເຖິງການບໍ່ມີຄວາມເຊື່ອໝັ້ນເຮົາສາມາດຮັບເຂົ້າໃຈຄືແນວໃດ ?

3. ການປະສານງານໃນລັກສະນະມຸດສຳພັນແມ່ນກ່ຽວພັນກັບເລື່ອງໃດ? ແລະ ເພື່ອອີ່ຫຍັງ ?

4. ຄວາມຂັດແຍ້ງໃນຕົວມະນຸດເຮົາມີຈັກດ້ານຄື ດ້ານໃດ ?

5. ຄວາມຂັດແຍ້ງຂອງມະນຸດເຮົາມັກເກີດຈາກສາເຫດອັນໃດຕົ້ນຕໍ່? ອາທິບາຍມາພໍເຂົ້າໃຈ ?

6. ຫລັການເຮັດວຽກໃນແບບລັກສະນະຫລາຍຄົນຮ່ວມກັນ ໂດຍ ປະສາຈາກກົດລະບຽບໃນການຄອບຄຸມຜົນຂອງວຽກອອກມາເປັນຄືແນວໃດ ?

ใหม่กว่า เก่ากว่า